ຂຽນເມື່ອ: ຕ.ລ.. 19, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ທຸກ ໆ ຄົນມີຄວາມສຸກ ເມື່ອສະແຫວງຫາຊັບມາໄດ້ ຫລາຍ ໆ ຄົນ ມີຄວາມສຸກກັບການຄອບຄອງຫວງແຫນຊັບນັ້ນໄວ້ ໃນຂະນະທີ່ອີກຫລາຍ ໆ ຄົນກໍມີຄວາມສຸກກັບການໃຊ້ຈ່າຍຊັບນັ້ນ ແທ້ຈິງແລ້ວ ເຮົາຈະສະແຫວງຫາຄວາມສຸກຈາກຊັບສິນ ໄດ້ດ້ວຍວິທີການໃດ ເຮັດຢ່າງໃດ? ເຮົາຈຶ່ງຈະໄດ້ຮັບຄວາມອິ່ມກາຍອິ່ມໃຈ ຈາກຊັບຂອງເຮົາໃຫ້ໄດ້ຫລາຍທີ່ສຸດ ມີນົກແກ້ວຝູງໜຶ່ງປະມານ 500 ຕົວ ອາໄສຢູ່ໃນປ່າແຫ່ງຫນຶ່ງເທິງຈອມພູ ເມື່ອເຖິງເວລາຫາກິນ ຝູງນົກແກ້ວຕ່າງພາກັນບິນໄປກິນເຂົ້າສາລີໃນນາຂອງຊາວນາຜູ້ຫນຶ່ງ ເມື່ອກິນເຂົ້າສາລີອິ່ມແລ້ວ ຕ່າງກໍບິນກັບຮັງດ້ວຍປາກເປົ່າໆທັງນັ້ນ ສ່ວນພະຍານົກແກ້ວທີ່ເປັນຫົວໜ້າ ເມື່ອກິນອິ່ມແລ້ວ ຍັງຕ້ອງຄາບເອົາເຂົ້າສາລີອີກ 3 ຮວງກັບໄປນຳ ຊາວນາເຫັນກໍແປກໃຈ ຈຶ່ງພະຍາຍາມດັກຈັບພະຍານົກແກ້ວໃຫ້ໄດ້ ດ້ວຍການສັງເກດທີ່ຍືນຂອງພະຍານົກນັ້ນ ແລ້ວວາງແຮ້ວດັກໄວ້ ມື້ໜຶ່ງພະຍານົກຖືກຈັບໄດ້ ຊາວນາຈຶ່ງຖາພະຍານົກວ່າ | " ນົກເອີ໋ຍ ທ້ອງຂອງທ່ານຄົງຈະໃຫຍ່ກວ່າທ້ອງຂອງນົກອື່ນໆ ເພາະເມື່ອທ່ານກິນອິ່ມແລ້ວ ຍັງຕ້ອງຄາບຮວງເຂົ້າສາລີກັບໄປອີກມື້ລະ 3 ຮວງ ເປັນເພາະທ່ານມີເລົ້າເຂົ້າ ຫລືເປັນເພາະເຮົາມີເວນຕໍ່ກັນມາກ່ອນ? " | ພະຍານົກຕອບວ່າ | "ຂ້າພະເຈົ້າບໍ່ໄດ້ມີເລົ້າເຂົ້າ ແລະ ເຮົາ ກໍບໍ່ມີເວນຕໍ່ກັນ ແຕ່ທີ່ຄາບໄປ 3 ຮວງນັ້ນ ເພາະເຮົາມີເຫດຜົນຂອງເຮົາ, ເຮົາຈະອະທິບາຍສູ່ທ່ານຟັງເດີ ຮວງໜຶ່ງເອົາໄປໃຊ້ໜີ້ເກົ່າ, ຮວງໜຶ່ງເອົາໄປໃຫ້ພວກເຂົາ ແລະອີກຮວງໜຶ່ງເອົາໄປຝັງໄວ້ " | ຊາວນາໄດ້ຟັງກໍເກີດຄວາມສົງໄສ ຈຶ່ງຖາມວ່າ | "ທ່ານເອົາຮວງເຂົ້າໄປໃຊ້ໜີ້ໃຜ ເອົາໄປໃຫ້ໃຜ? ແລະເອົາໄປຝັງໄວ້ທີ່ໃດ?! " | ພະຍານົກແກ້ວເຕົ້າຈຶ່ງຕອບວ່າ | " ຮວງທີ່ໜຶ່ງເອົາໄປໃຊ້ໜີ້ເກົ່າ ຄືເອົາໄປລ້ຽງດູພໍ່ແມ່ ເພາະທ່ານແກ່ແລ້ວ ແລະເປັນຜູ້ມີພະຄຸນຢ່າງຫລາຍ ທັງໃຫ້ກຳເນີດແລະລ້ຽງດູຂ້າພະເຈົ້າ ຈົນເຕີບໃຫຍ່ ນັບວ່າຂ້າພະເຈົ້າເປັນໜີ້ທ່ານ ຈຶ່ງສົມຄວນເອົາໄປໃຊ້ໜີ້ " | | " ຮວງທີ່ສອງເອົາໄປໃຫ້ພວກເຂົາ ຄື ເອົາໄປໃຫ້ລູກນ້ອຍທັງຫລາຍທີ່ຍັງນ້ອຍຢູ່ ບໍ່ສາມາດຫາກິນເອງໄດ້ ເມື່ອຂ້າພະເຈົ້າລ້ຽງພວກເຂົາໃນຕອນນີ້ ຕໍ່ໄປຍາມຂ້າພະເຈົ້າແກ່ເຖົ້າ ພວກເຂົາກໍຈະລ້ຽງຕອບແທນ ຈະໄດ້ເປັນການໃຫ້ພວກເຂົາ " | | " ຮວງທີ່ສາມເອົາໄປຝັງໄວ້ ຄື ເອົາໄປເຮັດບຸນດ້ວຍການໃຫ້ທານກັບນົກທີ່ແກ່ຊະລາ ນົກທີ່ພິການ ຫລືເຈັບປ່ວຍບໍ່ສາມາດຫາກິນໄດ້ ເທົ່າກັບເອົາໄປຝັງໄວ້ ເພາະບັນດິດທັງຫລາຍກ່າວວ່າ ການເຮັດບຸນເປັນການຝັງຂຸມຊັບໄວ້ " | ຊາວນາຟັງແລ້ວເກີດຄວາມເລື່ອມໃສວ່າ ນົກນີ້ເປັນນະກົກຕັນຍູຕໍ່ພໍ່ແມ່ ເປັນນົກມີຄວາມເມດຕາຕໍ່ລູກນ້ອຍ ແລະເປັນນົກໃຈບຸນ ມີປັນຍາ ຮອບຄອບ ມອງການໄກ ພະຍານົກໄດ້ອະທິບາຍຕໍ່ໄປວ່າ | " ເຂົ້າສາລີທີ່ຂ້າພະເຈົ້າກິນເຂົ້າໄປນັ້ນ ກໍປຽບເໝືອນເອົາຖິ້ມລົງໄປໃນເຫວ ທີ່ບໍ່ຮູ້ຈັກເຕັມ ເພາະ ຂ້າພະເຈົ້າຕ້ອງມາກິນທຸກມື້ ມື້ນີ້ກິນແລ້ວ ມື້ອື່ນກໍຕ້ອງມາ ກິນອີກ ກິນເທົ່າໃດ ກໍບໍ່ຮູ້ຈັກເຕັມ ຈະບໍ່ກິນກໍບໍ່ໄດ້ ເພາະຖ້າທ້ອງຫິວກໍເປັນທຸກ " ຊາວນາຟັງແລ້ວຈຶ່ງກ່າວວ່າ | " ພະຍານົກຜູ້ມີປັນຍາ ຕອນທຳອິດຂ້າພະເຈົ້າຄິດວ່າ ທ່ານເປັນນົກທີ່ໂລບມາກ ເພາະນົກຕົວອື່ນເຂົາຫາກິນສຳເລັດຮຽບຮ້ອຍແລ້ວ ພວກເຂົາກໍບໍ່ຄາບຫຍັງໄປ ສ່ວນທ່ານບິນມາຫາກິນແລ້ວກໍຍັງຄາບຮວງເຂົ້າກັບໄປອີກ ແຕ່ພໍຟັງທ່ານແລ້ວ ຈຶ່ງຮູ້ວ່າທ່ານບໍ່ໄດ້ຄາບໄປເພາະຄວາມໂລບ ແຕ່ຄາບໄປເພາະຄວາມດີ ຄືເອົາໄປລ້ຽງພໍ່ແມ່ ເອົາໄປລ້ຽງລູກນ້ອຍ ແລະເອົາໄປເຮັດບຸນ ທ່ານເຮັດດີແທ້ໆ" | ຊາວນາມີຈິດເລື່ອມໃສໃນຄຸນນະທຳຂອງພະຍານົກຫລາຍ ຈຶ່ງແກ້ເຄື່ອງມັດອອກຈາກຕີນພະຍານົກ ປ່ອຍໃຫ້ເປັນອິດສະຫລະ ແລ້ວມອບນາເຂົ້າສາລີໃຫ້, ພະຍານົກຮັບນາເຂົ້າສາລີໄວ້ພຽງສ່ວນຫນຶ່ງ ຊຶ່ງຄາດຄະເນແລ້ວວ່າພຽງພໍແກ່ບໍລິວານ ຈາກນັ້ນຈຶ່ງໃຫ້ໂອວາດ ແກ່ຊາວນາວ່າ: | "ຂໍໃຫ້ທ່ານເປັນຜູ້ບໍ່ປະມາດ ໝັ່ນສ້າງສົມກຸສົນດ້ວຍການເຮັດທານແລະລ້ຽງດູພໍ່ແມ່ຜູ້ແກ່ເຖົ້າດ້ວຍເຖີດ " | ຊາວນາໄດ້ຄະຕິຈາກຂໍ້ປະຕິບັດຂອງພະຍານົກຈຶ່ງຕັ້ງໃຈເຮັດບຸນກຸສົນຕັ້ງແຕ່ນັ້ນມາຈົນຕະຫລອດຊີວິດ ນົກແກ້ວ ຜູ້ມີປັນຍາ ຮູ້ວ່າຄວນບໍລິຫານຈັດການຊັບສິນຢ່າງໃດ ຈຶ່ງຈະເກີດປະໂຫຍດສູງສຸດ ທັງຕໍ່ຕົນເອງ ຕໍ່ຄອບຄົວ ແລະຕໍ່ສັງຄົມ ນັບເປັນການໃຊ້ຊັບຢ່າງຊານສະຫລາດ ທີ່ຍິ່ງໃຊ້ກໍຍິ່ງມີຄວາມສຸກ ຄວາມຈະເລີນ ສຸກທັງກາຍ ສຸກທັງໃຈ ສຸກທັງໃນປະຈຸບັນ ແລະອະນາຄົດ ເຮົາ ທຸກຄົນເມື່ອຮູ້ຈັກເກັບ ຮູ້ຈັກຫາຊັບແລ້ວ ກໍຄວນຈະຮູ້ຈັກຫາຄວາມສຸກຈາກການໃຊ້ຊັບຢ່າງຖືກຕ້ອງດ້ວຍ ເພາະການສະແຫວງຫາ ຫລືຄອບຄອງຊັບສິນທີ່ມີ ບໍ່ອາດສ້າງຄວາມສຸກໃຈ ບໍ່ອາດເຮັດໃຫ້ເກີດບຸນກຸສົນໄດ້ ທຽບເທົ່າກັບການໃຊ້ຊັບນັ້ນໃຫ້ເກີດຄຸນຄ່າຢ່າງແທ້ຈິງຕໍ່ຊີວິດ | |
|
|
|