ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2016 | ມີ 3 ຄຳເຫັນ ແລະ 0 trackback(s)

ການເຊື່ອມຊຶມ ແລະ ກຳແໜ້ນແນວທາງ ແມ່ນບັນຫາກົກ ແລະ ເປັນບັນຫາສຳຄັນໃນການຈັດຕັ້ງປະຕິບັດ. ເມື່ອມີການເຊື່ອມຊຶມແນວທາງຢ່າງເລິກເຊິ່ງ ຈຶ່ງມີຄວາມກ້າຫານປະດິດສ້າງໃນການຜັນຂະຫຍາຍ ແນວທາງ, ກ້າຮັບຜິດຊອບ ແລະ ມີຄວາມເຊື່ອໝັ້ນຕໍ່ການກະທຳຂອງຕົນໃນການຈັດຕັ້ງປະຕິບັດແນວທາງ. ກົງກັນຂ້າມ ຫາກບໍ່ກຳແໜ້ນແນວທາງ ຈະເຮັດຫຍັງກໍ່ຢ້ານແຕ່ຜິດພາດ, ລັ່ງໆເລໆ ລໍຖ້າແຕ່ຄຳສັ່ງ, ຄຳຊີ້ນຳຈາກຂັ້ນເທິງ, ຂັ້ນເທິງບອກອັນໃດກໍ່ຈຶ່ງເຮັດ, ບໍ່ບອກກໍ່ບໍ່ເຮັດ, ຂາດຄວາມຮັບຜິດຊອບ ແລະ ຂາດຄວາມເປັນເຈົ້າການເຊື່ອມຊຶມ.

ການກຳແໜ້ນແນວທາງ ສະແດງອອກຄື:

- ຮູ້ ແລະ ເຂົ້າໃຈຈຸດສຳຄັນ, ເນື້ອໃນພື້ນຖານຂອງແນວທາງ, ແຜນນະໂຍບາຍ ພ້ອມທັງກຳໄດ້ຈຸດປະສົງ, ຄາດໝາຍ, ວິທີການ ແລະ ມາດຕະການເພື່ອບັນລຸເຖິງເປົ້າໝາຍທີ່ວາງໄວ້.

- ສາມາເຜີຍແຜ່, ໂຄສະນາ, ຊີ້ແຈງ ອະທິບາຍ ໃຫ້ມະຫາຊົນເຂົ້າໃຈກ່ຽວກັບ ແນວທາງ-ແຜນນະໂຍບາຍ, ພ້ອມທັງຮູ້ປຸກລະດົມຂົນຂວາຍ, ຈັດຕັ້ງນຳພາເຂົາເຈົ້າ ປະຕິບັດໃຫ້ເກີດດອກອອກຜົນ.

- ສາມາດຜັນຂະຫຍາຍແນວທາງເປັນອັນລະອຽດຄື: ເປັນກົດໝາຍ, ເປັນດຳລັດ, ເປັນຂໍ້ກຳນົດ, ເປັນຄຳສັ່ງ, ເປັນແຈ້ງການ, ເປັນແຜນການ,​ ເປັນໂຄງການວຽກງານຂອງອົງການ, ຂະແໜງການ, ທ້ອງຖິ່ນ, ໜ່ວຍງານ ກໍ່ຄືເປັນຂອງຕົນເອງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2014 | ມີ 8 ຄຳເຫັນ ແລະ 0 trackback(s)

ປະເທດເຮົາປັດຈຸບັນເປັນປະເທດພວມພັດທະນາ, ການຜະລິດຂອງຊາວຜູ້ອອກແຮງງານສ່ວນຫຼາຍແມ່ນການກະສິກຳທີ່ອາໄສທຳມະຊາດເປັນຕົ້ນຕໍ. ຍ້ອນແນວນັ້ນປະຊາຊົນເຮົາຈຶ່ງທຸກຍາກລຳບາກ, ລາຍໄດ້ແຫ່ງຊາດຕ່ຳຫຼາຍ ສິນຄ້າຂາອອກຂາດຸນຢ່າງມະຫາສານ. ເພື່ອແກ້ໄຂສະພາບດັ່ງກ່າວ ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ມີນະໂຍບາຍຫັນເສດຖະກິດແບບທຳມະຊາດໄປສູ່ເສດຖະກິດສິນຄ້າ ແລະ ກໍ່ມີແຕ່ແນວນັ້ນປະເທດຊາດ ແລະ ປະຊາຊົນຈຶ່ງຈະຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ທຽມທັນກັບເພື່ອນມິດໃນໂລກ.

ເນື້ອໃນຂອງສຳຄັນຂອງການຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າແມ່ນ:

- ຂະຫຍາຍການຜະລິດກຳສິກຳ-ປ່າໄມ ໂດຍຖືເອົາການຄ້າເປັນຕ່ອງໂສ້ ແລະ ການຄົມມະນາຄົມເປັນປາຍແຫຼມ.

- ຫັນປ່ຽນແບບແຜນດຳລົງຊີວິດຢ່າງມີຈຸດສຸມ, ມີແຜນການ ແລະ ຜະລິດສິນຄ້າໃຫ້ນັບມື້ນັບຫຼາຍໃຫ້ແກ່ຕະຫຼາດ.

- ຈັດສັນອາຊີບ, ແບ່ງເຂດການຜະລິດ ແລະ ຂະແໜງການທີ່ມີລັກສະນະບູລິມະສິດ ເພື່ອເຮັດໃຫ້ມີການຜະລິດຂະໜາດໃຫຍ່ ແລະ ເຕົ້າໂຮມການຜະລິດໃນຂະແໜງເສດຖະກິດຕ່າງໆ.

ວິທີການດຳເນີນ ແມ່ນຖືເອົາແຕ່ລະຄອບຄົວຂອງຊາວກະສິກອນເປັນຫົວໜ່ວຍເສດຖະກິດ ແລະ ເປັນເປົ້າໝາຍຕົ້ນຕໍໃນການຂະຫຍາຍການຜະລິດ ຖືເອົາຄອບຄົວຕົວແບບເປັນປັນໄຈສົ່ງເສີມການຜະລິດທຸລະກິດໃນຂະແໜງການເສດຖະກິດຕ່າງໆ.

ສະຫຼບຄວາມວ່າ: ການຫັນເສດຖະກິດທຳມະຊາດ ໄປສູ່ເສດຖະກິດສິນຄ້າ ແມ່ນການຫັນພື້ນຖານເສດຖະກິດເອກະເທດແຈກຍາຍຂອງປະເທດເຮົາໄປສູ່ເສດຖະກິດໃຫຍ່, ບົນພື້ນຖານການນຳໃຊ້ພາຫະນະຜະລິດທີ່ທັນສະໄໝເທື່ອລະກ້າວ, ແມ່ນຂະບວນວິວັດແຫ່ງການສ້າງປະເທດເຮົາໃຫ້ກາຍປັນປະເທດທີ່ມີກະສິກຳຂະຫຍາຍຕົວກ້າວໜ້າ ແລະ ອຸດສາຫະກຳທີ່ທັນສະໄໝ, ເຮັດໃຫ້ປະເທດເຮົາຫຼຸດພົ້ນອອກຈາກຄວາມທຸກຍາກຫຼ້າຫຼັງ ແລ້ວ ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຂອງພັກເຮົາຄື ປົກປັກຮັກສາລະບອບໃຫມ່ ແລະ ສ້າງສາປະເທດຊາດຕາມທິດສັງຄົມນິຍົມ.