ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

ຫາກຄວາມຮັກຈາກໄປ

ຖ້າຫາກວ່າຫມູ່ເພື່ອນຄົນໃດຫາກບໍ່ກ້າທີ່ຈະມີຄວາມຮັກເພາະຢ້ານທີ່ຈະຜິດຫວັງ ຫລືເພື່ອນທີ່ຜິດຫວັງໃນຄວາມຮັກ(ອົກຮັກ)ແລ້ວບໍ່ຮູ້ວ່າຈະຢູ່ໄປເພື່ອໃຜຫລືເພື່ອຫຍັງ, ມີຄຳຕອບຢູ່ທີ່ນີ້ເດີ້!!!!!

1.      ຢູ່ເພື່ອຄົນທີ່ເຮົາຮັກແລະຮັກເຮົາ ເຊິ່ງຍັງມີອີກຫລາຍໆຄົນ ມີພໍ່ແມ່ ຢາດພີ່ນ້ອງ ແລະຫມູ່ເພື່ອນ...

2.      ຢູ່ກິນອາຫານແຊບໆ ຂອງທີ່ມັກໂດຍບໍ່ຕ້ອງກັງວົນເລື່ອງນ້ຳຫນັກ

3.      ຢູ່ເພື່ອຫາແຟນໃຫມ່ໃຫ້ໄດ້ແລະໃຫ້ດີກວ່າເກົ່າ

4.      ຢູ່ເພື່ອເຮັດສິ່ງດີໆໃຫ້ກັບໂລກ, ໂລກກຳລັງລໍຄົນດີ ມີຝີມືຢ່າງເຮົາຢູ່

5.      ຢູ່ເພື່ອງານທີ່ກອງເຕັມຢູ່ເທິງໂຕະ ຖ້າບໍ່ມີເຮົາຄົນຫນຶ່ງໃຜທີ່ຈະສະສາງໄດ້

6.      ຢູ່ເພື່ອໃຫ້ເຫັນວ່າເຮົາເປັນຄົນເກັງ ທີ່ຜ່ານບັນຫາຂອງຊີວິດໄປໄດ້

7.      ຢູ່ເພື່ອພິສູດວ່າ ເວລາສາມາດຮັກສາບາດແຜໃນໃຈໄດ້ຈິງ

8.      ຢູ່ເພື່ອຈະຟັງເພງອົກຮັກທຸກເພງ ທີ່ແຕ່ງຂຶ້ນມາເພື່ອເຮົາ ແລະເພງນັ້ນຈະມ່ວນສຸດໆ

9.      ຢູ່ເພື່ອຈະເລົ່າເລື່ອງຂອງວັນນີ້ ເປັນເລື່ອງຕະລົກຂອງມື້ອື່ນ

10.  ຢູ່ເພື່ອທີ່ຈະໃຊ້ຊີວິດແບບບໍ່ຕ້ອງຫ່ວງວ່າ ເຮົາຈະຕ້ອງໂທບອກໃຜ ຫລືໃຜຈະຕ້ອງໂທບອກເຮົາ

11.  ຢູ່ເພື່ອທີ່ຈະຮູ້ວ່າຄ່າໂທລະສັບຂອງເຮົາຫລຸດລົງ ຈົນສາມາດຊື້ກະເປົ໋າ ເກີບ ຫລືເສື້ອຜ້າທີ່ເຮົາຢາກໄດ້ມານານ

12.  ຢູ່ເພື່ອທີ່ຈະໄດ້ແຕ່ງຕົວຕາມສະບາຍ ຕາມສະຕາຍຂອງເຮົາ

13.  ຢູ່ເພື່ອທີ່ຈະໄດ້ດູແລຕົວເອງໃຫ້ງາມ ໃຫ້ຫລໍ່ຂຶ້ນ

14.  ຢູ່ເພື່ອທີ່ຈະຮູ້ວ່າ ຄວາມງາມ ຄວາມຫລໍ່ຂອງເຮົາບໍ່ໄດ້ຢຸດສະຫງັກຄືກັບຄວາມສູງ

15.  ຢູ່ເພື່ອທີ່ຈະຮຽນຮູ້ວ່າ ຄົນອື່ນກໍ່ເຈີ...ແລະເຂົາກໍ່ຢູ່ໄດ້

16.  ຢູ່ເພື່ອທີ່ຈະຮຽນຮູ້ວ່າຊີວິດຫນຶ່ງ...ຕ້ອງເຈີເລື່ອງແບບນີ້ແດ່

17.  ຢູ່ເພື່ອທີ່ຈະຮຽນຮູ້ວ່າການຢ່າງຄົນດຽວເຮັດໃຫ້ມີພື້ນທີ່ຢ່າງຫລາຍຂຶ້ນ

18.  ຢູ່ເພື່ອທີ່ຈະເພື່ມຄົນເຂັ້ມແຂງໃຫ້ກັບໂລກອີກຫນຶ່ງຄົນ

19.  ຢູ່ເພື່ອໃຫ້ເຂົາເຫັນວ່າ ບໍ່ມີເຂົາ ແຕ່ໂລກກໍ່ຍັງປິ່ນແລະເຮົາກໍ່ບໍຕາຍ.....

 

ເຫັນບໍ່? ຍັງມີອີກຫລາຍໆຢ່າງທີລໍເຮົາຢູ່,ສະນັ້ນບໍ່ຕ້ອງຢ້ານທີ່ຈະຮັກ ແລະຮັກແລ້ວບໍ່ຕ້ອງຢ້ານທີ່ຈະຜິດຫວັງ...ແຕ່ຂໍໃຫ້ຮັກດ້ວຍຄວາມຊື່ສັດ ແລະຮັກຢ່າງມີສະຕິກໍ່ພໍ....

.............................................

Delicious Digg Fark Twitter