ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

 

ໂດຍ: ອ. ທ້າວ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ຈາກ­ປຶ້ມ "ປວັດ­ສາດ­ຊົນ­ຊາດ­ລາວ" ດຣ. ສີທຸຍ ສຸວັນນະ­ສີ ໄດ້ອະ­ທິບາຍເຖິງ ເຊື້ອສາຍກະ­ສັດ­ຂຸນ­ບູລົມ 
ທີ່­ລົງ­ມາ­ສ້າງ ຫລື ມາຍາດແຍ່ງ­ອານາ­ຈັກເກົ່າ­ຂອງ­ພວກ­ຂອມ ແລະ­ ກາຍ­ມາເປັນປະ­ເທດໃຫຍ່ໆ­ ໃນ­ພາກ­ພື້ນ 
ອາ­ຊີຕາເວັນ­ອອກສ່ຽງໃຕ້ ໄວ້ວ່າດັ່ງ­ນີ້: 

"ຂຸນ­ບູລົມໄດ້­ມາ­ສ້າງເມືອງແຖງ ເມືອງແຖນ ຫລື ດຽນ­ບຽນ­ຟູ - ຢູ່­ວຽດ­ນາມ ດຽວນີ້. 
ຂຸນ­ບູລົມ ແມ່ນເຊື້ອກະ­ສັດ­ລາວໜອງແສ ຫລື ນ່ານເຈົ້າ ທີ່­ມີຄວາມປຣີຊາ­ສາມາດ ໃນດ້ານ­ການທະ­ຫານ 
ການ­ທູດ ແລະ­ ການເມືອງ-ການ­ປົກ­ຄອງ ແລະ­ ມີສາຍ­ຕາເຫັນ­ການໄກໃນອະ­ນາ­ຄົດ. 
ພຣະ­ອົງໄດ້­ສົ່ງໂອຣົດ 7 ຄົນ ອອກໄປສ້າງ­ອານາ­ຈັກຕ່າງໆ­ ເປັນ­ການຂຍາຍເຂດນ້ໍາແດນ­ດິນ­ຂອງນ່ານເຈົ້າ 
ຫລື ອານາ­ຈັກ­ໜອງແສ ໃຫ້ກວ້າງໃຫຍ່ໄພສານ­ອອກໄປ. ລູກ­ຊາຍ­ທັງ 7 ຄົນ­ທີ່­ຂຸນ­ບູລົມ ສົ່ງ­ອອກໄປ ແລະ­ 
ປົກ­ຄອງເມືອງໃດແດ່­ນັ້ນ ມີດັ່ງ­ນີ້: 
1- ຂຸນ­ລໍ ເປັນ­ລູກ­ຊາຍ­ຂຸນ­ບູລົມ ຜູ້­ທີ່­ນຶ່ງ ໄດ້­ລົງ­ມາ­ສ້າງ ເມືອງ­ຊວາ ຫລື ຊຽງ­ດົງ ຊຽງ­ທອງ ຊຶ່ງ­ປັດ­ຈຸບັນ­ນີ້ 
ກໍແມ່ນນະ­ຄອນຫລວງພຣະ­ບາງ­ນັ້ນເອງ. (ຫລວງພຣະ­ບາງໄດ້­ກາຍເປັນເມືອງ­ມໍຣະ­ດົກໂລກຢ່າງ­ບໍ່­ມີບັນ­ຫາ) 
2- ຍີ່­ຜາ­ລ້ານ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສອງ ໄດ້­ລົງ­ມາ­ສ້າງ ເມືອງ­ຫໍແຕ ຫລື ສິບ­ສອງ­ພັນ­ນາ. 
3- ສາມ­ຈູ່­ສົງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສາມ ໄດ້­ລົງ­ມາ­ສ້າງເມືອງປະ­ຄັນ ຄືເຂດ­ຫົວພັນ­ທັງຫ້າ ທັງ­ຫົກ ໃນ­ດິນແດນ 
ວຽດ­ນາມ­ດຽວນີ້. 
4- ໄສຜົງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີສີ່ ໄດ້­ລົງ­ມາ­ສ້າງ ເມືອງລ້ານ­ນາ ອັນ­ມີນະ­ຄອນ­ຊຽງໃໝ່ ເປັນ­ຣາ­ຊທານີ ຫລື 
ເມືອງຫລວງ. 
5- ງົວອິນ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີຫ້າ ໄດ້­ລົງ­ມາ­ສ້າງ ອໂຍທະ­ຍາ ຊຶ່ງ­ຕໍ່­ມາ ເປັນສຍາມ ແລະ­ ໄທຍLAND 
ໃນເວລາ­ຕໍ່­ມາ. 
6- ລົກ­ຈົກ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີຫົກ ໄດ້­ລົງ­ມາ­ສ້າງ ເມືອງ­ມອນ ຫົງ­ສາ ເອີ້ນໃນເວລານັ້ນ ວ່າ "ອິນທະ­ປັດ" 
ໃນ­ດິນແດນມ່ຽນ­ມາ ດຽວນີ້ ແມ່ນ­ອານາ­ຈັກໄທໃຫຍ່. 
7- ເຈັດເຈື່ອງ ເປັນ­ລູກ­ຂຸນ­ບູລົມ ຜູ້­ທີເຈັດ ໄດ້­ລົງ­ມາ­ສ້າງ ເມືອງ­ພວນ ຊຽງ­ຂວາງ ເອີ້ນວ່າ ແຄວ້ນ­ພວນ 
ສືບ­ມາ. 
ນີ້ແມ່ນ­ຕອນ­ທໍາອິດ ຫລື ຕອນ­ຕົ້ນໆ­ ຂອງ­ການ­ສົ່ງ­ລູກ­ທັງ 7 ຂອງ­ຂຸນ­ບູລົມ ອອກໄປຍຶດ­ຄອງ ຫລືສ້າງ­ສາ 
ໃນເຂດແຄວ້ນຕ່າງໆ­ ແລະ­ ເມື່ອມາ­ຮອດທ້ອງ­ສັຕວັດ­ທີ 13 ຂອງ ຄ.ສ. ແລ້ວ ພວກ­ຊົນ­ຊາດ­ລາວເຫລົ່ານີ້ 
ກໍໄດ້ປະ­ກອບເປັນ­ຣັດ­ອິສຣະ­ໃຫຍ່ 4 ຣັດດ້ວຍ­ກັນ ດັ່ງ­ນີ້: 

1/ ອານາ­ຈັກລ້ານຊ້າງ ມີເມືອງຫລວງ­ຢູ່ ນະ­ຄອນ­ສີສັຕນາກຄນະ­ຫຸດ 

2/ ອານາ­ຈັກລ້ານ­ນາ ມີເມືອງຫລວງ­ຢູ່ ນະ­ຄອນ­ຊຽງໃໝ່ 

3/ ອານາ­ຈັກ ສຸໂຂໄທ - ລ້ານເພັຽ ມີເມືອງຫລວງ­ຢູ່ ສຸໂຂໄທ 

4/ ອານາ­ຈັກ ອະ­ຍຸທຍາ ຫລື ອະ­ໂຍທະ­ຍາ - ລ້ານເພັຽ ມີເມືອງຫລວງ­ຢູ່­ທີ່ ອະ­ຍຸທຍາ ນັ້ນເອງ. 

ມາ­ຮອດ­ປີ ພ.ສ. 1900 ຫລືປີ ຄ.ສ. 1357 ອານາ­ຈັກອະ­ຍຸທຍາ ໄດ້ໂຮມເອົາອານາ­ຈັກ­ສຸໂຂໄທ ເຂົ້າເປັນ 
ອັນ­ດຽວກັນ ແລະ­ກາຍ­ມາເປັນ ອານາ­ຈັກສຍາມ. 
ຄວາມເຕີບໃຫຍ່ຂອງ­ຊົນ­ຊາດ­ລາວໃນ 3 ອານາ­ຈັກ ຄື ອານາ­ຈັກລ້ານຊ້າງ, ອານາ­ຈັກລ້ານ­ນາ ແລະ­ 
ອານາ­ຈັກສຍາມ ນີ້ ກໍໄດ້­ດໍາເນີນ­ມາເປັນ­ລໍາດັບ ແລະ­ໃຫຍ່­ຂຶ້ນໄປເລື້ອຍໆ­. ອານາ­ຈັກ­ລາວລ້ານ­ນາ, 
ອານາ­ຈັກ­ລາວລ້ານຊ້າງ ແລະ­ ອານາ­ຈັກສຍາມ ລ້ວນແຕ່­ມີກະ­ສັດ­ປົກ­ຄອງ ສືບເຊື້ອມາ­ຈາກ­ລູກ­ຊາຍ­ຂອງ 
ຂຸນ­ບູລົມ ແຫ່ງເມືອງແຖນ ວົງຕະ­ກຸນແຫ່ງນ່ານເຈົ້າ ຫລື ອານາ­ຈັກ­ລາວໜອງແສ ດ້ວຍ­ກັນ­ທັງ­ນັ້ນ. 

ອານາ­ຈັກ­ລາວລ້ານ­ນາ ແມ່ນ­ຄົນ­ລາວທີ່­ລົງ­ມາ­ຕັ້ງ­ຖິ່ນ­ຖານໃນ­ດິນແດນແຫ່ງ­ນັ້ນກ່ອນ­ໝູ່ ລາວພວກ­ນີ້ເອີ້ນ­ຊື່ 
ຕົນເອງວ່າ ລາວ ຫື ລາວຈົກ ມາ­ຕັ້ງແຕ່­ປີ ຄ.ສ. 638 ພຸ້ນ ແລະ­ ມີປວັດ­ສາດ­ຄວາມຈເຣີນ­ຮຸ່ງເຮືອງ 
ຍາວນານ­ມາ ມີກະ­ສັດ­ສືບ­ຕໍ່­ວົງຕະ­ກຸນ­ກັນ­ມາເຖິງ 24 ກະ­ສັດ. ນັບ­ຈາກ­ລາວຈົກ ຫລື ລາວຈັກ­ຣາດ ປີ 
ຄ.ສ. 1246 ແລະ­ ຈາກ ເມັງ­ຣາຍ ຫາ­ສໄມ­ນາງພຣະ­ຍາ­ຣາ­ຊເທວີ ຄ.ສ. 1564 ມີຜູ້ຄອງ ອານາ­ຈັກ­ລາວ 
ລ້ານ­ນາ ໃນ­ວົງຕະ­ກຸນເມັງ­ຣາຍເຖິງ 20 ກະ­ສັດ. 

ສ່ວນ­ອານາ­ຈັກສຍາມ ທີ່ຮວມເອົາອະ­ຍຸທຍາ ແລະ­ ອານາ­ຈັກ­ສຸໂຂໄທເຂົ້າກັນ­ນັ້ນເປັນ­ອານາ­ຈັກ­ຂອງ­ຊົນເຊື້ອ 
ຊາດ­ລາວທີ່­ມີອານາເຂດ­ຕິດ­ກັບນ້ໍາ­ທະ­ເລ ມີທາງ­ຕິດ­ຕໍ່­ກັບປະ­ເທດຕ່າງໆ­ທາງທະ­ເລ ອອກ­ສູ່ມະ­ຫາ­ສມຸດ 
ມີການ­ຕິດ­ຕໍ່­ກັບກະ­ແສແຫ່ງ­ຄວາມ­ສີວິໄລຂອງໂລກ ມາ­ຈາກແຫ່ງ­ອື່ນ­ທາງມະ­ຫາ­ສມຸດ ກວ່າ ອານາ­ຈັກ 
ລາວລ້ານຊ້າງ ແລະ­ ອານາ­ຈັກ­ລາວລ້ານ­ນາ ຈຶ່ງ­ມີຄວາມ­ຮຸ່ງເຮືອງແລະ­ແຂງແຮງ­ກວ່າອານາ­ຈັກ­ຊົນ­ຊາດ­ລາວ 
ອື່ນໆ­. ດ້ວຍ­ຄວາມຈເຣີນ­ຮຸ່ງເຮືອງ­ດັ່ງກ່າວມານັ້ນ ໃນ­ປີ ຄ.ສ. 1779 ພວກ­ລາວລ້ານເພັຽ (ສຍາມ) ຊຶ່ງ 
ຕົ້ນ­ຕໍແຫ່ງ­ຣາ­ຊວົງ­ມາ­ຈາກເຊື້ອສາຍກະ­ສັດ­ໜອງແສດັ່ງ­ດຽວກັນ­ກັບ ລ້ານຊ້າງ ແລະ­ ລ້ານ­ນາ, ຈຶ່ງໄດ້ເຮັດ 
ສົງ­ຄາມຂຍາຍ­ດິນແດ­ນ­ອານາເຂດ­ຂອງ­ຕົນ ໂດຍ­ການ­ຍົກ­ທັບ­ມາ­ຕີອານາ­ຈັກ­ລາວລ້ານຊ້າງ ທໍາ­ລາຍ 
ອານາ­ຈັກ­ລາວລ້ານຊ້າງ­ຈົນ­ໝູ່ນ ປຸ້ນ­ຈີ້­ຊັບ­ສິນ ດິນແດນ ແລະ­ ປະ­ຫັດປະ­ຫານ­ຊາວລາວລ້ານຊ້າງ…" 
(ທາງ­ທິດໃຕ້ ອານາ­ຈັກສຍາມ ກໍໄດ້ຂຍາຍ­ດິນແດນ­ລົງໄປ ຍຶດເອົາ ອານາ­ຈັກ ປັດ­ຕານີ - ປັກໃຕ້ ຂອງ 
ໄທຍLAND ໃນ­ທຸກ­ວັນ­ນີ້ - ຜູ້­ນໍາ­ສເນີ) "ການ­ສົງ­ຄາມ­ຄັ້ງ­ນີ້ ເປັນ­ສົງ­ຄາມ­ຢຶດ­ຄອງ ບໍ່ແມ່ນ­ການທ້ອນໂຮມ 
ຊົນ­ຊາດ­ລາວທີ່ເຄີຍ­ສູ້ ຕ້ານ­ຢັນ­ສັດຕຣູຮຸກ­ຮານ ແບບ­ທີ່ເຄີຍເປັນ­ມາ­ຕັ້ງ 5000 ກວ່າ­ປີ. ອາດຈະ­ເປັນເພາະ­ວ່າ 
ໃນເວລານັ້ນ­ການ­ສຶກ­ສາ ແລະ­ ຄນະ­ທີ່­ປຶກ­ສາ ພ້ອມ­ນາຍທະ­ຫານໃນ­ຣາ­ຊສໍານັກ­ຂອງສຍາມເປັນ­ຊາວຕະ­ເວັນ­ຕົກ 
ຜູ້­ບໍ່­ຮູ້ຄວາມເປັນ­ມາແຫ່ງ­ສາຍເຊື້ອຊາດ­ລາວແຕ່­ບູຮານນະ­ການ ແຕ່­ມີອໍານາດໃນ­ການ­ບົ່ງ­ການ­ສົງ­ຄາມ ເໝືອນ 
ສົງ­ຄາມລ່າເມືອງ­ຂຶ້ນ­ທີ່­ຊາວ ເອີຣົບ ຫລື ຢູໂຣບ ໄດ້ໄປຍຶດ­ຄອງໃນ­ຂົງເຂດ ອາ­ຊີ ອາ­ຟຣີກາ ໃນກ່ອນໜ້ານັ້ນ." 

ໃນ­ພາກ­ນີ້ ດຣ. ສີທຸຍ ສຸວັນນະ­ສີ ໄດ້ສລູບໄວ້ວ່າ: " ຈົນເຖິງເວລານີ້ ອໍານາດຕ່າງປະ­ເທດ­ບໍ່­ມີອີກແລ້ວ 
ແຕ່ຄວາມ­ບາດ­ໝາງ ຄວາມເສັຽໃຈ ທີ່ໄດ້ສ້າງ­ຂຶ້ນ­ກັບ­ຊາວລາວ ແລະ­ ອານາ­ຈັກ­ລາວລ້ານຊ້າງ (ລວມເຖິງ 
ອານາ­ຈັກ­ລາວລ້ານ­ນາ - ຜູ້­ນໍາ­ສເນີ) ມາແລ້ວນັ້ນ ຍັງ­ບໍ່­ທັນຈະ­ຈົບ­ສິ້ນ ໃນ­ສາຍ­ພົວພັນລະ­ຫວ່າງ­ສອງ­ອານາ­ຈັກ 
ນີ້ເທື່ອ" 

………………………………………………………… 

ຄັດ­ຈາກ­ປຶ້ມ "ປວັດ­ສາດ­ຊົນ­ຊາດ­ລາວ 

ໂດຍ: ອ. ທ້າວ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

                                                                     ( ພຣະປາງນາກປົກ )

ເສົາເປັນບໍລິວານ ມີລູກເມຍເຫລືອປະມານ ແຖມຍັງວ່ານອນສອນງ່າຍ ພະຫັດເປັນອາຍຸ ຈິ່ງມັກຈະຕາຍຍາກ ມີອາຍຸຍືນຍາວ ຣາຫູເປັນເດຊ ຈິ່ງມີອຳນາດພິເສດໃຫ້ຄົນເກງຂາມ ຍອມຕົວເຂົ້າຮັບໃຊ້ ສຸກເປັນສີຣິ ມີຊັບຫຼາຍ ອາທິດເປັນມູລະ ຈິ່ງມີຮູບງາມໃຫ້ເພດກົງກັນຂ້າມ ສະເໜຫາ ຈັນເປັຍອຸດສາຫະ ມີຮູບງາມແຕ່ກຍດຄ້ານການງານ ອັງຄານເປັນມົນຕີ ມີຈິດໃຈບໍ່ຄ່ອຍຈະຊື່ຕົງ ພຸດເປັນກາລະກີນີ ຈິ່ງຮ້າຍເຫຼືອຫຼາຍ ປາກກັບໃຈບໍກົງກັນ ເມື່ອບູຊາດ້ວຍພຣະວັນເກີດ ເຊົ້າແລງເປັນປະຈຳກໍຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

                                                                                                            (  ພຣະປາງຊົງລຳພຶງ )

ສຸກເປັນບໍລິວານ ແສນຈະມັກສຸກສຳລານຍິ່ງໜັກ ອາທິດຄຍງຂ້າງເປັນອາຍຸ ຈິ່ງມີອາຍຸຍືນຍາວນານກວ່າໃຜໆ ມີທັງຍົດຖາບັນດາສັກ ຈັນເປັນເດຊ ມີຄົນເກງອົກເກງໃຈ ອັງຄານເປັນສິຣິ ມີທັງຊັບສິນ ມີທັງຄົນນັບໜ້າຖືຕາ ພຸດເປັນມູລະຈິ່ງມີລັກສະນະຮູບງາມ ສ່ວນເສົາເປັນອຸດສາຫະ ມັກຈະກຍດຄ້ານໃນວຽກການງານທຸກປະການ ທຳບໍ່ສຳເລັດຜົນ ພະຫັດເປັນມົນຕີ ຈິ່ງມີຍົດຖາບັນດາສັກ ຣາຫູເປັນກາລະກີນີ ຫາກກະທຳຕົນບໍ່ດີແລ້ວ ກໍ່ຈະຊົ່ວຊ້າໄປເລີຍ ຈົ່ງບູຊາພຣະວັນເກີດເຊົ້າແລງຈິ່ງຈະດີນັກແລ...

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                                                    ( ພຣະປາງສະມາທິ )

ພະຫັດເປັນບໍລິວານ ຈິ່ງຊ່ຽວຊານທາງດ້ານວິຊາການໄດ້ດີ ລາຫູຕັດເຂົ້າມາເປັນອາຍຸ ຈິ່ງພາໃຫ້ຊີວິດບໍ່ຍືນຍາວ ມີພະຍາດະຈຳຕົວຫຼາຍແນວ ແຕ່ເດຊນັ້ນຊ້ຳພັດຊ່ວຍເພີກອອກໃຫ້ຊ່ວຍໄດ້ສຸກເປັນເຈົ້າເຮືອນແຕ່ເຕືອນດ້ວຍສີຣິວັນອາທິດຊັບມັ່ງມີແຕ່ນ້ອຍມິດຈະໄດ້ຮອບຮູ້ທົ່ວໄປ ຈັນເປັນມູລະ ເປັນຄົນໄວໄພ ແລະ ມີລູກເມຍມາກຫຼາຍ ທັງຢູ່ດ້ວຍກັນບໍ່ໝັ້ນຄົງ ມັກຈະສະຫຼາດຫຼັກແຫຼມກວ່າຄົນອື່ນ ອັງຄານເປັນອຸດສະຫະ ມີພຸດກະເຂົ້າມາເປັນມົນຕີ ເມຍມີຫຼາຍແຕ່ມັກໜີໄປຕາມຊູ້ ເສົາເປັນກາລະກີນີ ທຳຄວາມດີກັບຄົນຊ້ຳພັດຖືກກ່າວຮ້າຍໂທດໃສ່ຕົວ ແລະໃຫ້ບູຊາວັນເກີດເຊົ້າແລງຈິ່ງຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                                     ( ພະປາງອູ້ມບາດ )

ພຸດເປັນບໍລິວານຊັບຈະມີມາໃນວັນອັງຄານຫຼວງຫຼາຍ ໄດ້ພັນລະຍາດີເປັນຜູ້ຊ່ວຍຊູ ເສົາເປັນອາຍຸ ມັກຈະທະລຸດຸດັນ(ຫົວແຂງ) ຈິ່ງມີອາຍຸອ່າວສັ້ນບໍ່ຍືນຍາວ ມີພະຍາດປະຈຳຕົວ ປົວບໍ່ຄ່ອຍຈະເຊົາ ແຕ່ບໍ່ເຖິງຂັ້ນໜັກ ພະຫັດເປັນເດດ ຈິ່ງພິເສດເສີມສົ່ງດ້ວຍສີລິບໍລິສຸດເປັນປະດຸດພະໂພທິສັດ ຣາຫູເປັນສີລິ ພາໃຫ້ຂັດຂ້ອງທາງຊັບເປັນບັ້ນເປັນຕອນ( ເທື່ອມີເທື່ອຂາດ) ສຸກເປັນມູລະ ຈິ່ງເປັນຄົນດຸໝັ່ນຂະຫຍັນພຍນ ແລະ ອົດທົນົດກັ້ນເປັນເລີດ ອາທິດເປັນອຸດສາຫະ ຈິ່ງມີໃຈທັງທຳດີ ແລະ ທຳຮ້າຍ ມີຮູບງາມພໍປະມານ ຈັນເປັນມົນຕີ ມີຂ້າທາດບໍລິວານຊອກຫາຊັບສິນໃຫ້ ອັງຄານເປັນກາລະກີນີ ທຳຄຸນແກ່ຄົນບໍ່ຂື້ນ ( ຖືກຄົນຜູ້ໃຫຍ່ຕົວະຍົວະໃຊ້) ແລະ ໝູ່ຄູ່ມັກອິດສາບຽດບຽນ ຈົ່ງບູຊາດ້ວຍພຣະປະຈຳວັນເກີດດີນັກແລ...

ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                                                                            ( ພຣະປາງໄສຍາດ )

 ອັງຄານເປັນບໍລິວານ ມີລູກເມຍບໍລິວານຫຼວງຫຼາຍ ລ້ວນມຸ່ງມາຮັບໃຊ້ ພຸດໃຊ້ເປັນອາຍຸຈະຍືນຍົງດົນນານ ເສົາເປັນເດດຊ ຈະພົ້ນເລົ່າພານອາເພດຮຸກຮານ ມີກຽດມີຍົດມີຊື່ສຽງ ພະຫັດເປັນສີລິ ມັ່ງມີດ້ວຍຊັບ ແລະ ກໍມີຮູບງາມ ສ່ວນລາຫູເປັນມູລະມີຮູບຮ່າງອອນຊອນ ຊວນໃຫ້ພິສະໄໝ ສຸກເປັນອຸດສະຫະມີຄວາມອົດທົນເຫຼືອຫຼາຍ ອາທິດເປັນມູນ ຄົນຢູ່ໃກ້ໄຮ້ບຸນຄຸນ ເນລະຄຸນໃຫ້ໂທດ ນັບທັງຄູ່ຄອງກໍ່ມັກຈະນອກໃຈ ໃຫ້ບູຊາພະວັນເກີດ ຈິ່ງຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

                                                             ( ພຣະປາງຫ້າມຍາດ ):

 ຈັນເປັນບໍຣິວານ ພາໃຫ້ສຳລານເຖິງຂັ້ນເປັນເສດຖີ ອັງຄານເປັນອາຍຸບໍ່ຄ່ອຍດີ ຂົ່ມຂືນດ້ວຍໂລກໄພໄຂ້ເຈັບມາບຽດບຽນບໍ່ຄ່ອຍຈະສະບາຍຢູ່ເນື່ອງນິດ ພຸດຕໍຕັ້ງເຂົ້າມາເປັນເດດ ຈະເຮັດໃຫ້ພົ້ນອາເພດເດຊະທັງປວງ ເສົາເປັນສີຣິ ພາໃຫ້ຮູບບໍ່ຄ່ອຍຈະງາມພໍປານໃດ ພະຫັດເປັນມູລະ ໂດຍປະຈັກ ປາກດີຫຍິ່ງໜັກ ພາໃຫ້ຄົນພິຈາລະນາ ສ່ວນລາຫູເປັນອຸດສະຫະລ້ຽງ ພຽງແຕ່ວຽກງານພໍໃຫ້ຜ່ານພົ້ນ ຈິ່ງມີຄົນອິດສາຕາຮ້ອນຫຼາຍ ເຮັດວຽກທຸກສິ່ງຢ່າງດົນນານຈິ່ງຈະສຳເລັດ ສຸກບໍ່ແຄ້ວເປັນມົນຕີ ຈິ່ງໄວໄພເຫຼືອທີ່ຈະຄະນາ ສ່ວນອາທິດເປັນກາລະກີນີ ໃຫ້ລະວັງຕົວໃຫ້ດີຕໍຄົນເກີດວັນອາທິດຢ່ສໄດ້ຄົບຫາ ຈະພາໃຫ້ເກີດຮ້າຍ ແລະ ຈະເບົາບາງດີຂື້ນ ເມື່ອໄດ້ບູຊາພຣະດ້ວຍວັນເກີດ ຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                              ( ພຣະປາງຖວາຍເນດ ):

ອາທິດເປັນບໍລິວານມີເມຍຫຼາຍພໍປະມານ ລູກຫຼານກໍ່ເຕັມບ້ານເຮືອນ ຈັນສະເຫວີຍອາຍຸດົນ ມັກຍ່າງຈອນໄປຢ່າງຊ້າໆ... ພີ່ນ້ອງບໍ່ຫຼຽວມາເບິ່ງ ອັງຄານເປັນເດດຍິ່ງໃຫຍ່ແສນຈະກຽງໄກດັ່ງລາຊະສີ ພຸດນັ້ນເກີດເປັນສີ ຈະມັ່ງມີຊັບສິນ ເສົາເປັນມູລະ ຮູບຮ່າງບໍ່ຄ່ອຍຈະໂສພາເທົ່າໃດ ພະຫັດຕ້ອງຮັກອຸດສະຫະບຳເພັນເພດ ເປັນສຳມະນະ ຫຼື ຄູ - ອາຈານ ມີສິຣທຳເຫຼືອປະມານ ເພາະມີຄວາມຮູ້ດີກວ່າຄົນອື່ນເຂົາ ຣາຫູເຂົ້າເປັນມົນຕີ ລູກເມຍຍິນດີເຊື່ອຟັງຄຳຕົນ ແລະ ສຸກນັ້ນຊ້ຳພັດພົບ ກັບກາລາກີນີລະວັງຕົວຈົ່ງໃຫ້ດີ ອາດຈະມີຊາຕາຮ້າຍບາງຄັ້ງຄາວ ຈົ່ງບູຊາດ້ວຍພຣະວັນເກີດນີ້ຈະດີນັກແລ...

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ທາວັນອາທິດ:  ຈະເສຍໂສມ

ທາວັນຈັນ:  ຈະເລີນຮູບງົດງາມ

ທາວັນຄານ:  ຈະພັດພາກຈາກກັນ

ທາວັນພຸດ:  ມີສີຣິສະວັດດີ

ທາວັນພະຫັດ:  ຈະມີໂຊກລາບ

ທາວັນສຸກ:  ຊັບສິນຈະລົດຖອຍ

ທາວັນເສົາ:  ມີລິດເດດດີແລ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຕັດຜົມວັນອາທິດ:  ຈະມີອາຍຸຍືນ

ຕັດຜົມວັນຈັນ:  ຈະເປັນໄພ

ຕັດຜົມວັນຄານ:  ຈະມີສັດຕູຫຼາຍ

ຕັດຜົມວັນພຸດ:  ຈະຜິດຖຽງກັນ

ຕັດຜົມວັນພະຫັດ:  ເທວະດາຮັກສາ

ຕັດຜົມວັນສຸກ:  ເກີດໂຊກລາບ

ຕັດຜົມວັນເສົາ:  ມີລິດເດດດີແລ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຕັດເລັບວັນອາທິດ:  ສັດຕູມີມາ

ຕັດເລັບວັນຈັນ:  ມີໂຊກລາບ

ຕັດເລັບວັນຄານ:  ຊັບສິນຈະຫາຍ

ຕັດເລັບວັນພຸດ:  ຈະເລີນສີຣິສະວັດດີ

ຕັດເລັບວັນພະຫັດ:  ມີທຸກຫຼາຍ

ຕັດເລັບວັນສຸກ:  ຈະມີເຂົ້າປາອາຫານ

ຕັດເລັບວັນເສົາ:  ຈະເຈັບໄຂ້ໄດ້ພະຍາດ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ:  ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ວັນອາທິດ:  ອາຍຸຍືນຍາວ

 ວັນຈັນ:  ມີໂຊກລາບ

 ວັນຄານ:  ຊະນະສັດຕູ

 ວັນພຸດ:  ຈະເປັນຄວາມ

 ວັນພະຫັດ:  ເທວະດາຮັກສາ

 ວັນສຸກ:  ຢູ່ດີມີສຸກ

 ວັນເສົາ:  ມີລິດເດດດີນັກແລ

ຄັດຈາກປື້ມປະທິທິນ ໒໓໓ ປີ 

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ນຸ່ງວັນອາທິດ:  ຊະນະສັດຕູ

 ນຸ່ງວັນຈັນ:  ມີຄົນຮັກຫຼວງຫຼາຍ

 ນຸ່ງວັນຄານ:  ມີທຸກຫຼາຍ

 ນຸ່ງວັນພຸດ:  ມີສຸກຫຼາຍ

 ນຸ່ງວັນພະຫັດ:  ສະຫວັດດີມີໄຊ

 ນຸ່ງວັນສຸກ:  ມີຊັບຫຼາຍ

 ນຸ່ງວັນເສົາ:  ມີລິດເດດດີນັກແລ

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄົນເກີດວັນອາທິດ:  ສີແດງນຸ່ງຖືເປັນມຸງຄຸນ

ຄົນເກີດວັນຈັນ:  ສີຂາວອາຍຸຍືນຍາວສະຖາພອນ

ຄົນເກີດວັນອັງຄານ:  ສີມ່ວງປົນສີຄາມຂັດຕິຍະເປັນຣາສີ

ຄົນເກີດວັນພຸດ:  ສີແສດ ກັບ ເຫຼື້ອມ ສຸດດີມຸງຄຸນ

ຄົນເກີດວັນພະຫັດ:  ຂຽວທະຫານ ຫຼື ເຫຼືອງກໍ່ດີສຸກສີສັນ

ຄົນເກີດວັນສຸກ:  ສີມ່ວງໝອກອອກສົງຄາມ

ຄົນເກີດວັນເສົາ:  ສີດຳລ້ຳເລີດປະເສີດສີ

 

ຄັດຈາກປື້ມປະທິທິນ ໒໓໓ ປີ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2013 | ມີ 8 ຄຳເຫັນ ແລະ 0 trackback(s)

 ວິທີລ້ຽງກົບໃນອ່າງປູນຊີເມັນ

 ການລ້ຽງກົບໃນອ່າງປູນຊີເມັນ:

+  ເປັນຮູບແບບທີ່ນິຍົມການລ້ຽງຫຼາຍທີ່ສຸດ ໂດຍອ່າງທີ່ນິຍົມກັນລ້ຽງຈະມີຂະໜາດ 3x4ແມັດ ຫຼື ໃຫຍ່ກວ່າ

+  ສະດວກໃນການປ່ຽນຖ່າຍເທນ້ຳທຳຄວາມສະອາດອ່າງຄວບຄຸມເຊື້ອພະຍາດແລະການຈັບກໍ່ງ່າຍ

+  ອ່າງສ່ວນໃຫຍ່ຈະເປັນຮູບສີ່ລ່ຽມ ທີພື້ນທີ່ທີ່ເປັນພື້ນບົກ70%ສຳລັບໃຫ້ກົບອາໃສຢູ່ 30% ແມ່ນເປັນພື້ນທີ່ຂອງນ້ຳ

 

  ລັກສະນະອ່າງປູນຊີເມັນລ້ຽງກົບ:

+  ໂດຍທົ່ວໄປແລ້ວຈະເປັນອ່າງຕາມຄວາມປະສົງຂອງຜູ້ລ້ຽງເອງ

+  ບໍ່ຊີເມັນຈະມີຫຼາຍຂະໜາດເຊັ່ນ: 3x4, 4x4, 4x5, 4x6 ແມັດແລະສູງ 1,2 ແມັດ

+  ອາດຈະເທຄານແລ້ວໃຊ້ດິນບັອກກໍ່ຂື້ນປະມານ 4 ກ້ອນກໍ່ໄດ້

+  ອ່າງລ໊ຍງກົບຄວນຢູ່ກາງແຈ້ງເພື່ອໃຫ້ກົບໄດ້ຮັບແສງສະຫວ່າງ ແລະ ມຸງດ້ວຍຜ້າກັນແສງ

+  ຄວນຖ່າຍເທນ້ຳເມື່ອຮູ້ສຶກວ່າອ່າງມີກິ່ນເໝັນ

 ຂໍ້ສະດວກຂອງການລ້ຽງກົບໃນອ່າງປູນຊີເມັນ:

+  ລ້ຽງໃນບໍລິເວນເຮືອນ, ຕາມໄຮ່ - ນາໄດ້ດີ

+  ອາຍຸການໃຊ້ງານຂອງອ່າງທົນທານ

+  ປ່ຽນນ້ຳໄດ້ສະດວກວ່ອງໄວ

+  ປ້ອງກັນເຊື້ອພະຍາດໄດ້ດີ

+  ເປັນການລ້ຽງໄດ້ງ່າຍແລະຜົນກຳໄລໄດ້ດີກຸ້ມຄ່າ

+  ສາມາດຈັບໄດ້ງ່າຍ

ຂໍ້ຫຍຸ້ງຍາກຂອງການລ້ຽງກົບໃນອ່າງ:

+  ລົງທຶນໃນຄັ້ງທຳອິດຂ້ອນຂ້າງສູງກວ່າການລ້ຽງດ້ວຍວິທີອື່ນໆ

+  ກົບມັກຈະມີກິ່ນປູນຕິດຕົວ ຂາດຄວາມເປັນທຳມະຊາດເລັກນ້ອຍ

+  ຖ້າເຮັດຂອບອ່າງບໍ່ກ້ຽງຈະເຮັດໃຫ້ກົບເກີດບາດແຜໄດ້ງ່າຍ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ນັກຮຽນຊັ້ນ ມ4ຄ 2012-2013

  ຮຽນ: ບໍ່ມີວັນຊິຢຸດຢັ້ງ                       ເປັນຄຳໜຶ່ງທີ່ຄວນຄິດ

ຮຽນ: ຖ້າວ່າໄປທາງຜິດ                     ໂທດຊິມາຕຳຕ້ອງ

ຮຽນ: ຖ້າວ່າໄປທາງຖືກ                      ກືກໜັງສືກໍ່ຮູ້ອ່ານ

ຮຽນ: ມີທັງດີ ແລະ ກຽດຄ້ານ              ໃຫ້ເຮົາໄດ້ຮິ່ນຕອງ  ທ່ານເອີຍ.

 

ໂດຍ: ທ, ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ຜ່ານມາຂ້າພະເຈົ້າຮັກກັບຍິງຄົນໜຶ່ງທີ່ສັງກັດຢູ່ໃນອົງກອນດຽວກັນ ແລະ ລາວກໍ່ມີເພື່ອນຍິງຄົນໜຶ່ງອີກ ໃນຄ່ຳຄືນວັນທີ 6 ເມສາ 2013 ຂະນະທີ່ຂ້ອຍກຳລັງຫຼິ້ນກິລາເປຕັງ ກັບຍາດພີ່ນ້ອງທີ່ເດີ່ນໂຮງໝໍທະຫານແຂວງ ອັດຕະປື. ຂ້ອຍບໍ່ສາມາດທີ່ຈະພະຍາຍາມຫ້າມຫົວໃຈຂອງຄົນບາງຄົນໄດ້ ທີ່ຈິງແລ້ວ ເພື່ອນຂອງລາວ ກໍ່ໄປກັບແຟນລາວຢູ່ ລາວຕັດສິນໃຈປະຂ້ອຍຢູ່ທີ່ນັ້ນ ( ໄລຍະທາງແຕ່ເມືອງສາມັກຄີໄຊ ຫາ ສະໜາມໄຊ ປະມານ 35 ກິໂລແມັດ ຂໍອະນຸຍາດທາສີແດງ ) ບາງທ່ານຄິດສົງໃສວ່າ: ເອ໋...ໂປຣໄຟຂອງທ້າວ ຂຽນໄດອາຮີ ນີ້ຂື້ນມາເພື່ອຫຍັງ ຂໍບອກເລີຍວ່າ: ຂຽນຂື້ນມາເພື່ອບັນທຶກຄວາມຊົງຈຳເທົ່ານັ້ນ ທີ່ບໍ່ຄິດເລີຍວ່າ: ຄົນບາງຄົນຈະໃຫ້ຄວາມສຳຄັນກັບເພື່ອນຫຼາຍກວ່າຄົນອີກຄົນໜຶ່ງ...ຕໍ່ໄປທ້າວເອງຂໍຕັ້ງຄຳຖາມກັບເພື່ອນໆ ໃນສາຍເລືອດລາວວ່າ: ສຳລັບເພື່ອນ ກັບ ແຟນ ທ່ານ ເລືອກຄົບກັບໃຜ ຄິຼກຜົນໂຫວດໄດ້ທີ່ນີ້

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 1, 2013 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 1. ຕີນຊ້າງ ຂ້າງຝາ ຕາກົບ ສົບນົກກີ້ ຂີ້ເຫັນ ແມ່ນຫຍັງ?

ຄຳຕອບ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ທຸກທ່ານ  ຄົງອາດຮູ້ດີແລ້ວວ່າ  ວັນເວລາມີການປ່ຽນໄປ ຄູ່ບ່າວສາວຫຼືຄູຜົວເມຍກໍ່ຄົງຮູ້ດີແລ້ວວ່າ  ຍ່ອມຈະມີວັນທີ່ຜິດພາດ ເລື່ອງຄວາມຮັກບໍ່ເຂົ້າອັກເຂົ້າໃຈກັນອາດຈະແມ່ນຍ້ອນສະພາບແວດລ້ອມ ຫຼື ຄວາມບໍ່ເຂົາໃຈກັນເລັກນ້ອຍທີ່ມາກະທົບໃສ່ຂອງຄູ່ຄວາມຮັກ ເພາະວ່າບັນຫາສັງຄົມໃນປັດຈຸບັນກໍ່ຄືສັງຄົມອ້ອມຂ້າງແມ່ນມາທຸກຮູບແບບ.

 ແຕ່ໃນທີ່ນີ້ ທ້າວເອງຂຽນປະເດັນນີ້ຂື້ນມາເພາະກ່ຽວພັນເຖິງເລື່ອງບາງສິງບາງຢ່າງເລື່ອງຂອງຄວາມຮັກທີ່ເຄີຍສັງເກດປະສົບການຈາກສັງຄົມ ອ້ອມຂ້າງທ້າວເອງກໍ່ມີເມນູເດັດສຳລັບຜູ້ທີ່ສົນໃຈຢາກໃຫ້ຄວາມຮັກຂອງຕົນດຳເນີນໄປຢ່າງລາບລື້ນ ໂດຍສະເພາະຄູ່ບ່າວສາວ ຫຼື ຄູ່ຜົວເມຍ ທີ່ມັກເກີດຂໍ້ຜິດພາດ ຫຼື ຜິດຖຽງກັນຢ່າງບໍ່ມີເຫດຜົນແຕ່ກ່ອນທ່ານຈະຜິດຖຽງກັນນັ້ນທ່ານທັງສອງໄດ້ປະຕິບັດແລ້ວບໍກ່ອນທ່ານຈະຫັນຫຼັງໃສ່ກັນ ຫຼື ຖົກຖຽງກັນໄປແບບນັນ.

1: ບໍ່ຄວນເວົ້າສຽດສີດູຖູກໝິ່ນປະໝາດເຊິ່ງກັນ ແລະ ກັນ ໃນເວລາເກີດມີຄວາມບໍ່ພໍ່ໃຈຫ້າມເວົ້າເຖິງວົງຍາດພີ່ນ້ອງ ເຊິ່ງກັນ ແລະ ກັນ ເພາະຈະ ເຮັດໃຫ້ບັນຫາຂໍ້ຂັດແຍ້ງລະຫວ່າງສອງຄູ່ຮັກເກີດມີຄວາມອາຄາດບາດໝາງກັນ ແລ້ວເປັນສາເຫດເຮັດໃຫ້ເກີດມີຄວາມຜິດໃຈກັນ ເຊິ່ງມັນກໍ່ເປັນຕົ້ນກຳເນີດ ຂອງບັນຫາຄວາມຮັກເພີ່ມຄວາມຮຸ່ນແຮງຂື້ນ ແຕ່ຖ້າຮູ້ສຶກວ່າບັນຫາມັນຈະເກີດຂື້ນແລ້ວ ກໍ່ຄວນຊອກຫາທາງແກ້ໄຂ ດ້ວຍວິທີອອກຫ່າງຈາກກັນ ອອກຈາກສະຖານະການນັ້ນຊົ່ວຄາວເສຍກ່ອນ ເວລາໃດມີຈິດໃຈສະຫງົບອາລົມເບີກບານມ່ວນຊື່ນແລ້ວຈິ່ງຄ່ອຍມາເວົ້າຈານຳກັນໃນທີຫຼັງ.

2: ຖ້າມີບັນຫາສົງໃສເກີດຄວາມບໍພໍໃຈເຊິ່ງກັນ ແລະ ກັນ ທັງສອງຈະຕ້ອງຊອກຫາໂອກາດໄດ້ໂອ້ລົມສົນທະນາເພື່ອຊອກຫາວິທີແກ້ໄຂ ໃຫ້ເຂົ້າໃຈກັນໄດ້ ຫ້າມເດັດຂາດບໍ່ໃຫ້ເກັບບັນຫາມາສະສົມໄວ້ຄົນດຽວ ເພາະຈະເຮັດໃຫ້ແນວຄວາມຄິດເກີດມີຈິນຕະນາການ ເລື່ອງຄວາມຮັກຄວາມຜູກພັນຈະຄ່ອຍໆ ຈືດຈາງຫ່າງຫາຍໄປເທື່ອລະນ້ອຍ ເພາະເກີດມີຄວາມລະແວງສົງໃສພາຍໃນຕົວ ດັ່ງນັ້ຄູ່ບ່າວສາວ ຫຼື ຄູ່ຮັກຄູ່ຜົວເມຍ ຕ້ອງຊອກຫາວິທີທາງແກ້ໄຂໃຫ້ເຂົ້າອົກເຂົ້າໃຈກັນຢ່າງມີພິກໃຫວມີຄວາມອົດທົນພະຍາຍາມ ແລະ ຄວາມເຍືອກເຢັນ.

3: ຕ້ອງປ່ອຍໂອກາດໃຫ້ແກ່ກັນ ຄຳວ່າ: (ໂອກາດ) ນັບວ່າເປັນສິ່ງສຳຄັນທີ່ສຸດຢ່າງໜຶ່ງສຳລັບຄວາມຮັກ ບໍ່ແມ່ນວ່າເວລາໃດກໍຢາກເອົາຊະນະຕາມໃຈຂອງຕົນເອງ ໃນເວລາໂຕ້ຖຍງກັນ ເຮົາຕ້ອງຄິດສະເໝີວ່າ ຖ້າເຮົາຜິດ ຫຼື ຖືກກໍ່ໃຫ້ຍອມໄປເສຍກ່ອນ ຢ່າຟ້າວໂຕ້ຖຽງເພື່ອຢາກເອົາຊະນະຕອນໃຈຮ້ອນໂມໂຫເລີຍ ເພາະເຮົາຮູ້ດີແລ້ວວ່າ ໃນເວລາທີ່ຄົນເຮົາເກີດອາການຮ້າຍເຖິງຈະຫ້າມເຂົາແນວໃດເຂົາກໍ່ບໍຟັງເຮົາດອກ ເຮົາຕ້ອງຍອມໃຫ້ຄົນຮັກ ນັນກໍ່ແມ່ນເພື່ອເຮັດໃຫ້ເຂົາ ໄດ້ມີໂອກາດແກ້ຕົວສຳນຶກຄືນ ສິ່ງທີ່ຕົນເວົ້າ ຫຼື ກະທຳມາວ່າ ຕົນເອງນັ້ນຜ່ານມາເຮັດຜິດຢູ່ບ່ອນໃດ ແລະ ເຮັດຖືກຢູ່ບ່ອນໃດ ແລ້ວຈະເປັນການເຮັດໃຫ້ຄົນຮັກຊວາດຮູ້ສຶກກິນແໜງ ຫລື ຮູ້ເມື່ອເອງ ຍ້ອນຫຍັງກໍເພາະຍ້ອນວ່າ ຄູ່ບ່າວສາວໄດ້ໃຫ້ໂອກາດເຊິ່ງກັນ ແລະ ກັນ ໃນການແກ້ຕົວຂໍ້ຜິດພາດ ຫຼື ສຳນຶກຄືນໃໝ່ໃນສິ່ງທີ່ຕົນເອງໄດ້ກະທຳຜ່ານມາ.

4: ຫ້າມເວົ້າເບື້ອງຫຼັງທີ່ຜ່ານມາເມື່ອຮູ້ວ່າຄົນຮັກຂອງຕົນເກີດຄວາມບໍ່ພໍໃນ ເພາະເບື້ອງຫຼັງຄືສິ່ງທີ່ຜ່ານພົ້ນມາແລ້ວ ຈະນຳເອົາມາເປັນບັນຫາຕໍໄປອີກບໍ່ໄດ້ ເພາະໃນອະດີດຜ່ານມາຕ່າງກັບປັດຈຸບັນ ຄຳຕອບນີ້ກໍ່ຄືວ່າ: ຄົນຮັກຂອງຕົນເຂົາເຮັດດີນຳເຮົາທີ່ສຸດແລ້ວໃນປັດຈຸບັນ ເຂົາບໍ່ໄດ້ເຮັດຄືກັບອະດີດຜ່ານມາ ສະນັນຄູ່ຮັກຕ້ອງເຂົ້າໃຈວ່າ ທັງສອງລ້ວນແລ້ວແຕ່ບໍ່ຕ້ອງການເວົ້າເຖິງອະດີດທີ່ຜ່ານມາ ສິ່ງສຳຄັນກໍ່ຄື: ເຮັດແນວໃດໃນປັດຈຸບັນຈະເຮັດໃຫ້ຄວາມຮັກລະຫວ່າງເຮົາສອງຄົນໃນປັດຈຸບັນມີຄວາມໂລແມນຕິກ.

5: ສຸດທ້າຍກໍ່ຄືສິ່ງໜຶ່ງທີ່ຂາດບໍ່ໄດ້ສຳລັບຄູ່ບ່າວສາວ ຫຼື ຄູ່ຮັກ ຈະຕ້ອງໄດ້ປະຕິບັດກໍ່ຄື: ການໃຫ້ອະໄພເຊິ່ງກັນ ແລະ ກັນ ເຊິ່ງເປັນສາເຫດຂອງການທຳຄວາມເຂົາອົກເຂົ້າໃຈກັນ ແລະ ອີກຢ່າງໜຶ່ງທັງສອງຄູ່ຮັກຕ້ອງຮູ້ຈັກຄຳວ່າ: (ຂໍໂທດ) ເພາະມັນຈະເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ແກ່ຄູ່ບ່າວສາວ ເພາະການໃຫ້ອະໄພຍະໂທດການຍອມຮັບບັນຫາຕ່າງທນັນ ມັນປຽບເໝືອນອ່າງ ນ້ຳທີ່ເປັນໆ ທີ່ຍື່ນໃຫ້ຈາກຄົນທີ່ກ່າວຄຳວ່າ: (ຂໍໂທດ) ເພາະຄົນທີ່ກ່າວຄຳວ່າ: (ຂໍໂທດ) ຕ້ອງການຄວາມໃຫ້ອະໄພແກ່ກັນ ເຊິ່ງມັນກໍ່ສາມາດດັບກອງໄຟອັນມະຫາສານທີ່ຈະເກີດຂື້ນໄດ້ ຈະເຮັດໃຫ້ຄວາມຮັກທັງສອງສ້າງຄວາມໝັ້ນໃຈ ແລະ ກັບມາຮັກກັນໄດ້ອີກໃນ ເທື່ອໃໝ່ເຊິ່ງເປັນບໍ່ເກີດແຫ່ງຄວາມຮັກແທ້.

 ສະນັ້ນ ທຸກທ່ານຄົງອາດຮູ້ດີແລ້ວວ່າ ຄວາມຮັກມັນມີຄວາມຫຍຸ້ງຍາກລຳບາກ ແລະ ງ່າຍດາຍພຽງໃດ ມັນກໍ່ປຽບເໝືອນຊີວິດຂອງທ່ານເອງ ເພາະຊີວິດຂອງທ່ານກໍ່ຕ້ອງຂື້ນກັບການບັນຊາຂອງໝາກຫົວໃຈ ກວ່າຈະຮັກໃຜກັນແທ້ເພາະຄຳວ່າ: ຮັກ ມັນເກີດຂື້ນຈາກສ່ວນເລິກທ ຂອງມາກຫົວໃຈ ສະນັນກ່ອນຈະເຮັດໃຫ້ບັນຫາຫົວໃຈຂອງສອງຄູຮັກຈະເກີດຄວາມເຈັບປວດຂື້ນ ກ່ອນອື່ນໝົດກໍ່ຕ້ອງຄຳນຶງເບິ່ງກ່ອນວ່າ: ທ່ານໄດ້ປະຕິບັດຕາມຫ້າແມນູເດັດນັນມາແລ້ວຫຼືບໍ່.

 

ໂດຍ: ທ ທ້າວ ຄູນພະໄທ ເມືອງແພນ 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2013 | ມີ 1 ຄຳເຫັນ ແລະ 0 trackback(s)

 ສະໜາມໄຊ

ເຂດທີ່ໝັ້ນລາວໃຕ້

ປ່າໄມ້ໃຫຍ່ສີຂຽວ

ທ່ຽວຊົມແຊປ້ອງໄລ

ທົ່ງນາໃຫຍ່ບ້ານແທ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

  ຫຼັງຈາກຂ້ອຍນັ່ງຟັງສົມໃຈເລົ່າມາຮອດນີ້ ຈັ່ງແມ່ນເຫຼືອໃຈເອົາແທ້ ແຕ່ກໍ່ຢູ່ໃນໃຈຂ້ອຍ ທີ່ພະຍາຍາມອົດກັ້ນ ບໍ່ໃຫ້ໃຜເຫັນຄວາມ ອ່ອນແອຂອງແມ່ຍິງຄົນນີ້ ຂ້ອຍຈິ່ງໄດ້ເວົ້າກັບສົມໃຈວ່າ:

+ ໂຕ່ຍ: ພຸ້ນນ໋າ! ຈັ່ງແມ່ນຊາດໃຈດຳ...

+ ສົມໃຈ: ໃຈດຳອີ່ຫຍັງລ໋ະ!

ໂຕ່ຍ: ເຖິງບໍ່ກ້າບອກຄວາມຈິງໃຫ້ຂ້ອຍຮູ້...ກະບອກໃຫ້ປິ໋ງຮູ້ກະໄຄແນ່...ຈັ່ງແມ່ນເຈົ້າຕົວະເກັ່ງອີ່ຫຼີ...

+ ສົມໃຈ: ຈັກລ໋ະ!  ຂ້ອຍກໍ່ບໍ່ໜ້າຊິຕົວະເລີຍ!...

ໂຕ່ຍ: ເຊົາໆ...ຊິເວົ້າຫຼາຍເລົ່າຕໍ່ໄປ...

 ເລົ່າຕໍ່ໄປເນາະ...ຄືວ່າຫຼັງຈາກຂ້ອຍໂທຫາສາວປິ໋ງແລ້ວ ຂ້ອຍກໍ່ບໍ່ໄດ້ໂທຫາຜູ້ໃດອີກ ເພາະຕອນນີ້ຂ້ອຍຄິດວ່າ ໃນຫົວໃນຂອງຂ້ອຍ ມີພຽງແຕ່ສາວນາງເທົ່ານັນ ແລະ ຈົນຮອດມື້ສຸດທ້າຍ ທີ່ຂ້ອຍກັບມາແຕ່ລົງຝຶກຫັດວິຊາຊີບ ຂ້ອບກໍຍັງບໍ່ທັນໄດ້ເລົ່າເລື່ອງຂອງຂ້ອຍ ໃຫ້ສາວປິ໋ງຮູ້ນຳ ແລະ ຂ້ອຍຂໍຖາມເຈົ້າແດ່ໂຕ່ຍ.

+ ໂຕ່ຍ: ຖາມອີ່ຫຍັງອີກ?

+ ສົມໃຈ: ເຈົ້າຮູ້ເລື່ອງຂ້ອຍນຳຜູ້ໃດ?

ໂຕ່ຍ: ນຳໃຜກະສ່າງຊິຮູ້ໄປເຮັດຫຍັງ?

+ ສົມໃຈ: ຢາກຮູ້ຊື່ໆ...

ໂຕ່ຍ: ສຳລັບເຈົ້າ ແລະ ຂ້ອຍມັນບໍ່ມີຄວາມໝາຍຫຍັງອີກແລ້ວ!

+ ສົມໃຈ: ໂຕ່ຍ...

ໂຕ່ຍ: ແມ່ນຫຍັງອີກ?

+ ສົມໃຈ: ເຈົາຄຽດແຮງຊັ້ນບໍ?

ໂຕ່ຍ: ຄຽດຫັ້ນແລະ!

+ ສົມໃຈ: ອ້າຍຂໍໂທດ!

ໂຕ່ຍ: ເຈົ້າຄວນບອກຂ້ອຍແຕ່ຕົ້ນພຸ້ນແລະ...

+ ສົມໃຈ: ໂຕ່ຍ...ອ້າຍຂໍໂທດ...

 ໃນຂະນະນີ້ຂ້ອຍຟ້າວລຸກໜີອອກຈາກສົມໃຈ ແລ້ວແລ່ນເຂົ້າຫໍພັກ ແລ້ວຜະຫວາຕົວລົງຕຽງ ເພາະຂ້ອຍບໍ່ຢາກຈະຍິນຄຳວ່າຂໍ ໂທດຂ້ອຍບໍ່ຢາກຍິນຊື່ສົມໃຈອີກຕໍ່ໄປ ມັນເຮັດໃຫ້ຫົວໃຈຂອງຂ້ອຍ ອັດຕັນ ແລະ ບໍ່ມີຄວາມໝາຍຫຍັງອີກແລ້ວລະຫວາງຂ້ອຍ ແລະ ສົມໃຈ ຂ້ອຍບໍ່ຮູ້ຈະເຮັດແນວໃດອີກ ສິ່ງທີ່ເອົາຊະນະຂ້ອຍໃນຕອນນີ້ ກໍ່ຄືຢາດເມັດນ້ຳຕາທີ່ລິນໄຫຼ ຫົວໃຈຂອງຂ້ອຍເຕັ້ນວູບ ວາບ ບໍ່ຮູ້ຈະນຶກພາບໃດໆອີກອອກມາແມ່ນແຕ່ກະທັ້ງທີ່ຂ້ອຍແລ່ນປະສົມໃຈ ຈາກບ່ອນທີ່ຂ້ອຍນັ່ງຟັງສົມໃຈເລົ່າ ຢູ່ບໍລິເວນຂ້າງຫໍພັກ ຂ້ອຍຫາຍໃຈຂື້ນບາດຍາວໆ ພະຍາຍາມກັກກັ້ນຢາດເມັດນ້ຳຕາ ແຕ່ກໍ່ບໍ່ໄດ້ຜົນຫຍັງ ຂ້ອຍສຸດທີ່ຊ້ຳໃຈ ແຕ່ລຳລັບຂ້ອຍແລ້ວບໍ່ເຫຼືອອີ່ຫຍັງອີກ ສຳລັບຄວາມຮັກຄວາມຜູກພັນ ລະຫວ່າງຂ້ອຍກັບສົມໃຈ ຂ້ອຍຢາກຈະໄປໃຫ້ໄກແສນໄກ ຈາກໂຮງຮຽນແຫ່ງນີ້ ບໍ່ຢາກຈະເຫັນນ້າເຂົາອີກໃນຕອນຂື້ນຫ້ອງ ຂ້ອຍຄຽດ ແລະ ຊ້ຳໃຈ ຂ້ອຍຢາກຈະໄປໄກໆ ເທົ່າທີ່ຈະໄກໄດ້ ຂ້ອຍຢາກເອົາຄື້ນຟອງທະເລ ແລະ ມະຫາສະມຸດ ທີ່ໃຫຍ່ແສນໃຫຍ່ ມາພັດເອົາຄວາມຮູ້ສຶກຂອງຂ້ອຍ ອອກຈາກຫົວໃຈ ໃຫ້ກະຈາຍຫາຍໄປ ຂ້ອຍຄິດໄປຢ່າງຄົນໝົດຫວັງ. ນີ້ນໍຜູ້ຊາຍທີ່ບໍ່ຈິງໃຈ ຜູ້ຊາຍຫຼອກລວງ ຜູ້ຊາຍທີ່ບໍ່ມີຄວາມແນ່ນອນ ເຫັນຜູ້ຍິງຄືທາງຜ່ານ...ຂ້ອຍຄິດມາຮອດນີ້...ກໍເລີຍພະຍາມຍາມຊອກຫາທາງອອກໃຫ້ຫາຍຈາກຄວາມເຈັບປວດຂອງຫົວໃຈໄດ້ ຂ້ອຍຄິດວ່າ...ຄົງຈະມີຜູ້ຊາຍຄົນໃດຄົນນຶ່ງອີກ ທີ່ຈິງໃຈສຳລັບຂ້ອຍ ຂ້ອຍຈະພະຍາຍາມສ້າງຕົນໃຫ້ເປັນຄົນທີ່ມີຄວາມຮູ້, ຄວາມ ສາມາດ ຕັງໃຈສຶກສາຮ່ຳຮຽນ ເພື່ອໃຫ້ເປັນຄູທີ່ດີໃນອະນາຄົດ ແລະ ສິ່ງທີ່ຂ້ອຍຄຍດລາຍທີ່ສຸດ ເຮັດໃຫ້ຂ້ອຍຊ້ຳໃຈກໍ່ຄື ສົມໃຈ ທີ່ເປັນນ້າກຽດສຸດໆ ແຕ່ສຳລັບຂ້ອຍແລ້ວ ລາກ່ອນຄວາມຫຼັງ ຄວາມຫຼັງທີ່ຊ້ຳໃຈບໍ່ລືມ ແຕ່ນີ້ຕໍ່ໄປ ຂ້ອຍຈະພະຍາຍາມສ້າງຕົນ ໃຫ້ເປັນຄົນດີ ເປັນຄູທີ່ດີໃນອະນາຄົດເພື່ອຮັບໃຊ້ປະເທະຊາດ...ບ່າຍ...ບ່າຍ...

ຈົບບໍຣິບູນ

 ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 2

 ໝົດຄວາມໝາຍຮັກທ້າຍປີຮຽນ 3

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ໝົດຄວາມໝາຍຮັກທ້າຍປີຮຽນ 5

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

  ມື້ນີ້ເປັນວັນທີ 10 ທັນວາ 2006 ໃນຂະນະທີ່ຂ້ອຍກຳລັງແຕງບົດສອນຢູ່ນັ້ນ ສາວນາງກໍ່ເຂົ້າມານັ່ງຫຼິ້ນນຳຂ້ອຍ ແລະ ຂ້ອຍກໍ່ໃຫ້ເພີ່ນ ຂຽນເອກະສານໃຫ້ຈົນສຳເລັດໄປໂດຍດີ ຫຼັງຈາກນັ້ນກໍ່ລົມກັນໄປຫຼາຍສິ່ງຫຼາຍຢ່າງ ຂ້ອຍກໍ່ລອງຖາມເພີ່ນວ່າ:

+ ສົມໃຈ: ນາງ!...ໜ໋າ...

+ ສາວນາງ: ໜ໋າ!...ອີ່ຫຍັງອີກ...

+ ສົມໃຈ: ເຂົ້ານອນນຳອ້ານໜ໋າ...

ສາວນາງ: ເອົາອີກແລ້ວ!

+ ສົມໃຈ: ເທື່ອດຽວທໍ່ນັ້ນ! ໜ໋າ...

ສາວນາງ: ເອົ໋າ! ເທື່ອດຽວກະເທື່ອດຽວ...

 ຂ້ອຍເວົ້າມາຮອດນີ້ເພີ່ນກໍ່ບໍ່ປາກຫຍັງອີກ ແລະ ຫຼັງຈາກນັ້ນທີ່ຂ້ອຍແຕ່ງບົດສອນແລ້ວ ເພີ່ນກໍ່ໄປກາງມຸ້ງແປງບ່ອນນອນຖ້າຂ້ອຍ ແລ້ວຂ້ອຍກໍ່ອັດປະຕູໃສ່ໄລກອນປິດໄຟ ເປັນອັນວ່າໃນຄ່ຳຄືນຂອງມື້ນັ້ນ ສາວນາງ ບໍ່ເຫຼືອຫຍັງອີກແລ້ວ.

 ຫຼັງຈາກນັ້ນປະມານ 3-4 ມື້ຕໍ່ມາ ມື້ຂ້ອຍໂທມາຫາເຈົ້າຕອນຂ້ອຍໂທມາມື້ນັ້ນແລະ ຂ້ອຍກໍ່ລືມທຸກສິ່ງທຸກຢ່າງ ແລະ ບໍ່ຄິດເຖິງຄົນ ຮັກຄົນໃດອີກນອກຈາກສາວນາງ ແລະ ມີເທື່ອໜຶ່ງຂ້ອຍໂທຫາສາວ ປິ໋ງ ທີ່ຈິງແລ້ວຂ້ອຍກໍ່ຍັງຮັກສາວປິ໋ງເຊັ່ນດຽວກັນມາໄດ້ ສອງ ປີແລ້ວ ຂ້ອຍກົດເບີໂທລະສັບໄປຫາເພີ່ນເທື່ອທີ່ນຶ່ງບໍ່ຕິດ ເທື່ອທີ 2-3 ຈິ່ງໄດ້ຍິນສຽງເພີ່ນເວົ້າວ່າ:

+ ປິ໋ງ: ອາໂຫຼ!...

+ ສົມໃຈ: ປິິ໋ງບໍນໍ!...

ປິ໋ງ: ແມ່ນແລ້ວ...

+ ສົມໃຈ: ເປັນຈັ່ງໃດ! ເຮັດຫຍັງຢູ່?...

ປິ໋ງ: ໃຜນິ້!...ອ້າຍໂຢດບໍ?...

+ ສົມໃຈ: ແມ່ນແລ້ວ!

ປິ໋ງ: ນ້ອງກຳລັງກິນເຂົ້່າ...

+ ສົມໃຈ: ຄືຊິແຊບນໍ...

ປິ໋ງ: ມາຕີ໋!...ມາກິນນຳກັນ...

+ ສົມໃຈ: ເຊີນແຊບ...ເວົ້າຄືຢູ່ນຳກັນນີ້ເນາະ!...

ປິ໋ງ: ອ້າຍໂຢດ! ຄືຊິມ່ວນນໍລົງຝຶກຫັດ!...

+ ສົມໃຈ: ບໍ່ມ່ວນດອກ...

ປິ໋ງ: ເປັນຈັ່ງໃດ? ຄືວ່າແນວນັ້ນ?...

+ ສົມໃຈ: ຄິດຮອດປິ໋ງຫັ້ນແລ້ວ!...

ປິ໋ງ: ເວົ້າໄປ!...

+ ສົມໃຈ: ຊິເວົ້າໄປອີ່ຫຍັງ...ກະເວົາຕາມຄວາມຈິງຫັ້ນລະ!...

ປິ໋ງ: ນ້ອງບໍ່ເຊື່ອ...ສາວອັດຕະປືມີແຕ່ຜູ້ງາມໆ...

+ ສົມໃຈ: ເຖິງຈະງມປານໃດໃຫ້ຄິດວ່າ...ໃນຫົວໃຈອ້າຍມີແຕ່ປິ໋ງຄົນດຽວ...

ປິ໋ງ: ນ້ອງບໍ່ເຊື່ອ...

+ ສົມໃຈ: ຄັນບໍ່ເຊື່ອກະໃຫ້ ປິ໋ງ ຖ້າເບິ່ງ...

ປິ໋ງ: ເອີ...ກະໄດ້ຊິຖ້າເບິ່ງ...

+ ສົມໃຈ: ປິ໋ງ ມີແຟນໃໝ່ແລ້ວບໍ່...

ປິ໋ງ: ຊິມີຜູ້ໃດ...ກະຍັງວ່າຖ້າອ້າຍໂຢດ...

+ ສົມໃຈ: ຂອບໃຈເດີ...ທີ່ນ້ອງຍັງຮັກອ້າຍ...

ປິ໋ງ: ບໍ່ເປັນຫຍັງດອກຂໍພຽງຢ່າຕົວະນ້ອງກໍພໍແລ້ວ...

+ ສົມໃຈ: ສັນຍາວ່າ...ອ້າຍຈະບໍ່ເຮັດໃຫ້ນ້ອງຜິດຫວັງ...

ປິ໋ງ: ຂອບໃຈ...ອ້າຍໂຢດທີ່ຍັງຮັກນ້ອງ...

+ ສົມໃຈ: ອ້າຍຈະບໍ່ເຮັດໃຫ້ນ້ອງຜິດຫວັງຢ່າງແນ່ນອນ...

ປິ໋ງ: ນ້ອງຂໍສັນຍາວ່າ...ຈະຮັກອ້າຍຕະຫຼອດໄປ...

+ ສົມໃຈ: ປິ໋ງ...ເງິນຊິໝົດແລ້ວ...ບ່າຍ...ບ່າຍ...

ປິ໋ງ: ບ່າຍ...ບ່າຍ...

 ຂ້ອຍໂທຫາສາວປິ໋ງໃນຕອນນັ້ນ ຂ້ອຍກໍ່ຍັງບໍ່ທັນບອກວ່າຂ້ອຍຮັກກັບສາວນາງ...

 ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 2

 ໝົດຄວາມໝາຍຮັກທ້າຍປີຮຽນ 3

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ຕອນຈົບບໍຣິບູນ

ໂດຍ: ທ.ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2013 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

  ອະລຸນວັນໃໝ່ໃນຕອນເຊົ້າໆ ຂ້ອຍກໍ່ລຸກຫົດຜັກ, ເກືອເປັດ ສ່ວນວ່າສາວນາງກໍ່ລຸກດັງໄຟໜຶ້ງເຂົ້າຄືທຸກໆມື້ທີ່ຜ່ານມາເປັນ ປົກກະຕິ ຫຼັງຈາກຂ້ອຍເຮັດວຽກຕ່າງໆສຳເລັດແລ້ວຂ້ອຍກໍ່ເຂົ້າໄປຫາສາວນາງຢູ່ເຮືອນໄຟ ທີ່ກຳລັງນັ່ງເຝົ້າການໜຶ້ງເຂົ້າຢູ່ນັ້ນ ຂ້ອຍເວົ້າຢອກໄຢກັບເພີ່ນຄືແຕ່ກ່ອນ ແຕ່ເພີ່ນກໍ່ບໍ່ປາກນຳຂ້ອຍ ຈົນມື້ໜຶ່ງໃນເວລາທີ່ຂ້ອຍເລີກມາແຕ່ສອນ ຂ້ອຍໄດ້ມີໂອກາດ ຍ່າງນຳສາວນາງອີກເທື່ອໜຶ່ງ ແນວຂ້ອຍເປັນຄົນຂີ້ດື້ ຂ້ອຍກໍ່ເວົ້າແນວນັ້ນແນວນີ້ ຈົນສາວນາງອົດຂຶມກັບຂ້ອຍບໍໄດ້ ແລະ ໃນຕອນຄ່ຳຫຼັງຈາກຮັບປະທານອາຫານແລ້ວ ຂ້ອຍກໍ່ເຂົ້າຫ້ອງແຕ່ງບົດສອນ ທັນໃດນັ້ນສາວນາງກໍ່ຍ່າງເຂົ້າມາຫາຂ້ອຍ ແລ້ວເອົາ ບົດເຝິກຫັດທີ່ຄູມອຍໃຫ້ມາໃຫ້ຂ້ອຍແກ້ ແລ້ວຫຼັງຈາກນັ້ນສາວນາງກໍ່ຕັ້ງຄຳຖາມຂື້ນມາວ່າ:

+ ສາວນາງ: ອ້າຍໂຢດ! ອ້າຍຄືມາເຮັດກັບນ້ອງໄດ້ໃນຄ່ຳຄືນຂືງມື້ນັນ?

+ ສົມໃຈ: ອ້າຍກະບໍ່ຮູ້ຄືກັນ ທີ່ຈິງແລ້ວອ້າຍຮູ້ດີວ່າອ້າຍເປັນຄົນຜິດ!

ສາວນາງ: ອ້າຍຮູ້ບໍ່ວ່າ ອ້າຍເຮັດຜິດກັບນ້ອງປານໃດ?

+ ສົມໃຈ: ອ້າຍບໍ່ຮູ້ຈະອະທິບາຍແນວໃດກັບນ້ອງອີກແລ້ວ!

ສາວນາງ: ທີ່ຈິງແລ້ວຖ້າວ່າພໍ່ ກັບ ແມ່ ນ້ອງຮູ້ ອ້າຍໂຢດໃດຈະເປັນຜູ້ເສຍ!

+ ສົມໃຈ: ເສຍຄ່າຫຍັງ?

ສາວນາງ: ທີ່ອ້າຍເຮັດຜິດຕໍ່ຮີດຄອງຂອງເພີ່ນ!

+ ສົມໃຈ: ເສຍຫຍັງລ໋ະ!

ສາວນາງ: ເສຍຄວາຍ!

+ ສົມໃຈ: ຈັກໂຕ?

ສາວນາງ: 30 ກວ່າໂຕ

+ ສົມໃຈ: ຕາຍຮ່າ! ແລ້ວອ້າຍຊິເອົາຄວາມມາແຕ່ໃສເສຍໃຫ້ເພີ່ນ ຄືມາຫຼາຍເອົາແທ້!

ສາວນາງ: ຈັກແລ້ວນ້ອງກໍ່ບໍ່ຮູ້ຈະເຮັດແນວໃດຄືກັນ!

 ຂ້ອຍໄດ້ຍິນສາວນາງເວົ້າເຊັ່ນນັ້ນ ຂ້ອຍຍິ່ງຄິດສັບສົນແທບຫົວໃຈຈະຂາດ ແຕ່ທີ່ຈິງແລ້ວ ຂ້ອຍກໍ່ຄິດຮັກສາວນາງ ຕອນຂ້ອຍ ພົບກັນຄັ້ງທຳອິດພຸ້ນ ແຕ່ຂ້ອຍຍັງເກັບໃວ້ໃນໃຈຢູ່ ຂ້ອຍຄິດຢູ່ດົນເຕີບຄືກັບຄົນບໍມີເປົ້າໝາຍໃດໆ ເພາະບໍ່ຮູ້ວ່າຈະຫາທາງ ອອກ ດ້ວຍວິທີໃດໃຫ້ແກ່ຕົນເອງ ຂະນະທີ່ຂ້ອຍມ້ຽນປື້ມຮຽບຮ້ອຍແລ້ວ ຂ້ອຍຈັບມືສາວນາງແລ້ວເພີ່ນກໍ່ແນມເບິ່ງຂ້ອຍ ແບບບໍ່ພັບ ສາຍຕາແຕ່ຢ່າງໃດ ແລ້ວຂ້ອຍກໍ່ເວົ້າກັບສາວນາງວ່າ:

+ ສົມໃຈ: ນາງ! ອ້າຍຂໍໂທດໃນຄ່ຳຄືນຂອງມື້ນັນ!

ສາວນາງ: ອ້າຍຂໍໂທດມັນຊິແກ້ບັນຫາຫຍັງໄດ້!

+ ສົມໃຈ: ເອີ...ນາງ...ຄືວ່າ...

ສາວນາງ: ຄືວ່າອີ່ຫຍັງຟ້າວເວົ້າອອກມາທະແມ໋!

+ ສົມໃຈ: ທີ່ຈິງແລ້ວອ້າຍກໍຄິດຮັກນ້ອງ!

ສາວນາງ: ແລ້ວອ້າຍຈະເຮັດແນວໃດລ໋ະ!

+ ສົມໃຈ: ໃຫ້ນ້ອງໄປບອກຄວາມຈິງກັບພໍ່ແມ່ນ້ອງສາ!

ສາວນາງ: ບອກຄວາມຈິງແນວໃດ?

+ ສົມໃຈ: ບອກວ່າ: ອ້າຍຮັກນ້ອງ!

 ໃນມື້ນັ້ນ ມື້ທີ່ຂ້ອຍໄດ້ເວົ້າຄວາມຈິງກັບສາວນາງ ເພີ່ນກໍ່ບໍ່ເວົ້າຫຍັງອີກ ແລະ ເພີ່ນກໍ່ຄົງຈະເລົ່າເລື່ອງທັງໝົດທີ່ເກີດຂື້ນ ໃຫ້ພໍ່ແມ່ຂອງເພີ່ນຮູ້ຮຽບຮ້ອຍແລ້ວ .

 ມື້ໜຶ່ງ ຂະນະທີ່ຂ້ອຍກຳລັງແຕ່ງບົດສອນຢູ່ເທິງເຮືອນ ສາວນາງກໍ່ມາບອກຂ້ອຍວ່າ: ພໍ່ມີເລື່ອງຈະເວົ້າກັບອ້າຍ ໃນຂະນະນີ້ຫົວໃຈ ຂອງຂ້ອຍເຕັ້ນວູບວາບ ຕ້ອງແມ່ນເລື່ອງລູກສາວເພີ່ນແທ້ໆ ເປັນຈັ່ງໃດກະເປັນແລະ ມື້ນີ້ລົງໄປຫາເພີ່ນກ່ອນນາ.

+ ພໍ່ສາວນາງ: ເປັນຈັ່ງໃດສົມໃຈ?

 ໃນເວລາທີ່ເພີ່ນເຫັນໜ້າຂ້ອຍ ຕອນທີ່ຂ້ອຍຍ່າງເຂົ້າໄປຫາເພີ່ນທຳອິດ ເມື່ອໄດ້ຍິນຄຳວ່າ: ເປັນຈັ່ງໃດສົມໃຈ? ຂ້ອຍຕົກໃຈໂດຍບໍ່ຮູ້ຈະເວົ້າຄຳໃດໆອອກມາ ເຫື່ອກໍ່ຊືມອອກ ຫົວໃຈເຕັ້ນວູບວາບ ຂ້ອຍຄິດໃນໃຈວ່າ ເຖິງຈັ່ງໃດກະສ່າງ ເຮົາຕ້ອງ ເວົ້າຄວາມຈິງກັບເພີ່ນ ຂ້ອຍຊວດຕື່ນອີກບາດໜຶ່ງໃນເວລາທີ່ເພີ່ນເອີ້ນຊື່ຂ້ອຍອີກຄັ້ງ.

+ ພໍ່ສາວນາງ: ສົມໃຈ!

+ ສົມໃຈ: ໂດຍ!

ພໍ່ສາວນາງ: ເປັນຈັ່ງໃດເລື່ອງເຈົ້າກັບນ້ອງເຈົ້າຫັ້ນນ່າ!

+ ສົມໃຈ: ສາວນາງບໍ່ໄດ້ເວົ້າສູ່ພໍ່ຟັງຫວະ!

ພໍ່ສາວນາງ: ເອີ...ເພີ່ນກໍ່ເລົ່າໃຫ້ຟັງຢູ່ດອກ!

+ ສົມໃຈ: ແລ້ວມັນກໍຄືກັນກັບສາວນາງເລົ່າສູ່ພໍ່ຟັງຫັ້ນແລ້ວ!

 ຂ້ອຍເວົ້າມາຮອດນີ້ ເພີ່ນກໍ່ບໍ່ປາກຫຍັງອີກ ແລະ ມິດຢູ່ດົນເຕີບ ຂ້ອບກໍ່ໄດ້ແຕ່ຄິດກະວົນກະວາຍຢູ່ໃນໃຈ ຈົນໃນທີ່ສຸດເພີ່ນກໍ່ ເວົາຂື້ນມາວ່າ:

ພໍ່ສາວນາງ: ຈັງຊີ້ສາລູກ! ເລື່ອງມັນກໍ່ເກີດຂື້ນໄປແລ້ວພໍ່ວ່າລູກຈະເຫັນດີບໍ ໃຫ້ເອົາກັບອີ່ນາງສາ!

+ ສົມໃຈ: ເອີຖ້າພໍເວົາແນວນັ້ນລູກກໍ່ບໍ່ວ່າຫຍັງດອກ ລູກກໍ່ຮັກສາວນາງຄືກັນ

ພໍ່ສາວນາງ: ຄັນຊັ້ນກະບໍ່ມີຫຍັງແຕ່ນີ້ຕໍໄປໃຫ້ລູກຕັ້ງຈິດຕັ້ງໃຈເຮັດວຽກເປັນປົກກະຕິຄືເກົ່າ ເຮັດເປັນກັນເອງໂລດ!

 ຫຼັງຈາກກັບມາແຕ່ໂອ້ລົມກັບພໍ່ຂ້ອບກໍ່ຂື້ນຫາສາາວນາງທີ່ເພີ່ນຂຽນໜັງສືຢູ່ຫ້ອງຂອງຂ້ອຍ ແລ້ວຂ້ອຍກໍ່ບໍ່ມີຄວາມກັງວົນໃຈ ໃດໆ ອີກ ຫຍິ່ງມີຄວາມໃກ້ຊິດກັບສາວນາງຫຼາຍຂື້ນກວ່າເກົ່າ ເຮັດຫຍັງກໍ່ຢອກໄບກັນ ໂດຍບໍ່ມີຄວາມຄຽດແຕ່ຢ່າງໃດອີກ.

 ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 2

 ໝົດຄວາມໝາຍຮັກທ້າຍປີຮຽນ 3

 ໝົດຄວາມໝາຍຮັກທ້າຍປີຮຽນ 5

 ຕອນຈົບບໍຣິບູນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 ມີມື້ໜຶ່ງ ຂ້ອຍໄດ້ຖາມຄວາມຈິງກັບອ້າຍສົມໃຈ ໃຫ້ເລົ່າເລື່ອງທັງໝົດທີ່ເປັນໄປກັບຕົວຂອງເຂົາ ແລະເຂົາກໍ່ເລົ່າດ້ວຍຄວາມຈິງໃຈ ແລະ ບໍ່ມີຮອຍຍິ້ມໃດໆ ອີກອອກມາ ເລື່ອງກໍ່ມີຢູ່ວ່າ:

 ຟັງເດີ: ທຳອິດຂັ້ນຕົ້ນນໍ! ຫຼັງຈາກໄປຮອດໂຮງຮຽນຈັກເປັນຈັ່ງໃດແລ້ວ ຫຼັງຈາກຂ້ອຍໄດ້ໄປຢູ່ເຮືອນເພີ່ນ ຂ້ອຍກໍ່ເຮັດວຽກດຸອີ່ຫຼີໃດຢູ່ຫັ້ນ ເພີ່ນເລົ່າມາຮອດນີ້ແລ້ວເພີ່ນກໍ່ຫົວອອກມາ ແລ້ວເພີ່ນກໍ່ເວົ້າຕໍ່  ຫຼັງຈາກມື້ທີໜຶ່ງທີສອງຂ້ອຍບໍ່ຈັກຊິເຮັດວຽກໃດຢູ່ເຮືອນເພີ່ນ ຂ້ອຍສັງເກດເບິ່ງກ່ອນວ່າ:  ຈະເຮັດແນວໃດຈິ່ງຖືກນິດໃສຂອງເພີ່ນແລ້ວຫຼັງຈາກນັນສາມສີ່ມື້ຕໍ່ມາ ຂ້ອຍກໍ່ເລີ່ມເຮັດວຽກທຸກສິ່ງທຸກຢ່າງ ທີ່ຂ້ອຍສາມາດເຮັດໄດ້ ແລະ ຄອບຄົວເພີ່ນກໍ່ມີລູກສາວໜຶ່ງຄົນ ກະງາມພໍເບິ່ງຢູ່ດອກ ແຕ່ຄວາມໃກ້ຊິດກັນ ກໍ່ບໍ່ທັນສະນິດແໜ້ນພໍປານໃດ ແຕ່ຂ້ອຍກະຮູ້ນິດໃສເພີ່ນວ່າ: ສາວນາງເປັນຄົນທີ່ມີນິດໃສຄຽດງ່າຍຫາຍໄວ ຢູ່ໄປຫຼາຍມື້ສາວນາງເລີຍຖາມຂ້ອຍວ່າ:

- ສາວນາງ:  ອ້າຍໂຢດ!

- ສົມໃຈ: ແມ່ນຫຍັງນາງ?

ສາວນາງ: ອ້າຍ...ມີແຟນແລ້ວບໍ່?

- ສົມໃຈ: ບໍ່ມີດອກ...ຄັນມີກະມີແຕ່ນ້ອງຄົນດຽວຫັ້ນແລະ!

ສາວນາງ: ຢາຊິມາຕົວະນ້ອງ!

- ສົມໃຈ: ຊິຕົວະອີ່ຫຍັງາ ອ້າຍເວົ້າອີ່ຫຼີໃດ! ເອີ...ອັ່ນນັ້ນ...ນາງ...ອ້າຍເວົ້າຄວາມຈິງເຖາະ!

ສາວນາງ: ຄວາມຈິງອີ່ຫຍັງ?

- ສົມໃຈ: ນາງມີແຟນແລ້ວບໍ່?

ສາວນາງ: ບໍ່ທັນມີໃຜນ໋າອ້າຍໂຢດ!

- ສົມໃຈ: ເວົ້າໄປ!...ຢ່າຕົວະ!

ສາວນາງ: ກະເວົ້າຕາມຄວາມຈິງຫັ້ນແລະ!...ຄັນມີກະມີແຕ່...

- ສົມໃຈ: ກະມີແຕ່ອີ່ຫຍັງ?

ສາວນາງ: ກະມີແຕ່ອ້າຍໂຢດຄົນດຽວຫັ້ນແລະ!...

 ແລະຂ້ອຍກໍ່ບໍ່ເວົ້າຫຍັງອີກ ໃນມື້ຕໍ່ໆໄປຂ້ອຍກໍ່ເລີ່ມຢແກໄຢສາວນາງ ແລະເປັນອັນວ່າ ຄວາມໃກ້ຊິດຄວາມຜູກພັນຍິ່ງຫຼາຍຂື້ນກວ່າເກົ່າກັບສາວນາງ ແລະ ໃນມື້ໜຶ່ງເປັນວັນທີ 25 ພະຈິິກ 2006 ຂ້ອຍໄດ້ໄປຟາດເຂົ້າຊ່ວຍຄອບຄົວພາຍໃນບ້ານ ແລະ ມີສາວນາງ ກັບ ໝູ່ເພີ່ນອີກໜຶ່ງຄົນອັດກັນໄປເລີຍໃນໄລຍະທາງປະມານ 450 ແມັດ ໃນບັນຍາກາດຟາດເຂົາຂອງຄ່ຳຄືນໃນມື້ນີ້ ຂ້ອຍໄດ້ມີໂອກາດລົມກັບສາວນາງຫຼາຍຂື້ນພໍຟາດເຂົ້າຊ່ວຍຊາວບ້ານແລ້ວ ຈັກເປັນຈັ່ງໃດແລະ ບັດຊິກັບບ້ານກໍ່ຖົກຖຽງກັນໃຜໆກໍ່ບໍ່ຢາກຂີ່ລົດ ແນວຂ້ອຍເປັນຄົນຂີ້ດື້ເນາະ ຂ້ອຍກະບໍ່ຍອມເພີ່ນທຳອິດເພີ່ນເວົ້າວ່າ:

ສາວນາງ: ອ້າຍໂຢດ ຂີ່ເມືອແມ໊ລົດຈັກຫັ້ນ!

- ສົມໃຈ: ນ້ອງຫັ້ນລ໋ະເອົາເມືອ...ອ້າຍເປັນຜູ້ຊາຍຍ່າງເມືອກະໄດ້...

 ຂ້ອຍເວົ້າມາຮອດນີ້ ສາວນາງກໍ່ຍ່າງມຸ້ງໜ້າກັບເມືອເຮືອນຂ້ອຍກໍ່ຍ່າງນຳເພີ່ນປະລົດໄວ້ຢູ່ຫັ້ນແລະ ສ່ວນວ່າໝູ່ສາວນາງກໍ່ຢ່າງໄປກ່ອນແນວວ່າເຫັນພວກຂ້ອຍຜິດກັນ  ແລ້ວກໍ່ເປັນອັນວ່າ ສາວນາງໄດ້ກັບໄປເອົາລົດ ແລ້ວຂື່ມາຫາຂ້ອຍ ເພື່ອຢາກໃຫ້ຂ້ອຍເອົາລົດເມືອ ຫຼັງຈາກສາວນາງລົງຈາກລົດແລ້ວກໍ່ຫັນໜ້າມາໂສກັບຂ້ອຍ ສັງເກດເບິ່ງວ່າສະພາບແວດລ້ມອ້ອມຂ້າງ ຮູ້ສຶກວ່າ ບໍລິເວນນີ້ເປັນສີມືດສະຫຼົວມົວໆແດ່ຈັກໜ່ອຍ ຂ້ອຍກໍ່ຈັບແຂນສາວນາງແລ້ວດຶງເພີ່ນເຂົາມາກອດ ແລະ ເປັນອັນວ່າ ດວງຕາ ແລະ ຮີມສົບທີ່ປະທະກັນ ແລະ ສອງພວງແກ້ມເຮັດໃຫ້ຂ້ອຍບໍ່ສາມາດຄວບຄຸມອາລົມໃວ້ໄດ້ ແລະ ຫຼັງຈາກຄ່ຳຄືນຂອງມື້ນັນເພີ່ນກໍ່ບໍ່ເວົ້າຫຍັງອີກ ນອກຈາກສະແດງຕົນເຮັດເປັນຄົນຂີ້ງອນ ແລະ ຂ້ອຍເອງກໍ່ບໍ່ຮູ້ວ່າຂ້ອຍເຮັດລົງໄປໄດ້ແນວໃດ.

 ໃນຄ່ຳຄືນຂອງມື້ນີ້ ຂ້ອຍເອງກໍ່ບໍ່ສາມາດຄວບຄຸມສະຕິໄດ້ຂ້ອຍໄດ້ແຕ່ຄິດໄດ້ແຕ່ຝັນເຖິງເລື່ອງທີ່ຂ້ອຍໄດ້ເຮັດຜ່ານມາ ກັບສາວນາງ ຂ້ອຍຄິດວ່າ ຖ່າສາວນາງເປັນຫຍັງໄປຜົນຂອງການຝຶກຫັດວິຊາຊີບຂອງຂ້ອຍຈະເປັນໄປແບບໃດ ທີ່ຈິງແລ້ວມັນຜິດກັບຕົວຂ້ອຍເອງ ອີກອັນໜຶ່ງບັ້ນໜີກໍ່ເປັນບັ້ນໃກ້ຈະສິ້ນສຸດການຝຶກຫັດແລ້ວ ຂ້ອຍຄິດມາຮອດນີ້ຫົວໃຈຂອງຂ້ອຍເລີ່ມສັບສົນວຸ້ນວາຍບໍ່ຮູ້ຈະຫາທາງອອກດ້ວຍ ວິທີໃດແລະ ຍາກທີ່ສຸດທີ່ຈະບັງຄັບໃຫ້ຫຼັບລົງໄດ້ຢ່າງສະບາຍ...ຈົນບໍ່ຮູ້ວ່າເວລາໃດກັນແທ້ທີ່ເຊືອບຫຼັບໄປໃນລາຕີທີ່ວຸ້ນວາຍ.

 ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 2

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ໝົດຄວາມໝາຍຮັກທ້າຍປີຮຽນ 5

 ຕອນຈົບບໍຣິບູນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2013 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

 ອະລຸນວັນໃໝ່ເຊິ່ງເປັນວັນທີ 3 ມັງກອນ 2007 ປະມານ 8:00 ໂມງ       ຂ້ອຍໄດ້ມາເຕົ້າລວມຢູ່ເດີ່ນໂຮງຮຽນ ມັດທະຍົມສົມບູນທ່າແຕງ ຫຼັງຈາກພົບປະກັບບັນດາຄູອາຈານ

ໃນໂຮງຮຽນແລ້ວ ແລະ ພໍ່ແມ່ນ້ອງໆນັກຮຽນຂອງຊາວເມືອງປາກຊ່ອງ ສິ່ງທີ່ຂ້ອຍບໍ່ລືມກ່ອນຂ້ອຍຈະຂື້ນລົດກັບໂຮງຮຽນ ກໍ່ຄືນ້ອງໆ ນັກຮຽນດຶງແຂນຂ້ອຍໃວ້       ທັງນ້ຳຕາ

ທີ່ລິນໄຫຼຂ້ອຍຈຶ່ງບໍ່ສາມາດອົດກັ້ນນ້ຳຕາໃວ້ໄດ້    ຫຼັງຈາກລົດໄດ້ຄ່ອຍໆເຄື່ອນຍ້າຍອອກຈາກເດີ່ນຂອງໂຮງຮຽນມັດທະຍົມສົມບູນທ່າແຕງ ແລ້ວມຸ່ງໜ້າສູ່ໄປໂຮງຮຽນວິທະ

ຍາໄລຄູປາກເຊຈົນຮອດເວລາ 11:00 ໂມງ ຂະບວນລົດຈິ່ງໄດ້ຈອດຢູ່ກ້ອງຕົ້ນໄມ້ສາມສາຂ້າງຫໍພັກໃກ້ໆກັບສະໂມສອນ ແລະ ໃນເວລາທີ່ຂ້ອຍລົງອອກຈາກລົດ   ຂ້ອຍຄິດ

ເຫັນເພື່ອນໆ ອ້າຍ,    ເອື້ຍນ້ອງທີ່ຂ້ອຍມີຄວາມລຶ້ງເຄີຍກັນມາກ່ອນ ຂ້ອຍມີຄວາມຮູ້ສຶກພາກພູມໃຈ ທີ່ໄດ້ພົບພໍ້ໝູ່ຄູ່ດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແຕ່ສິ່ງທີ່ຂ້ອຍຄາໃຈ ກໍ່ຄືອ້າຍ

ສົມໃຈ ທີ່ຍັງບໍ່ທັນກັບມາແຕ່ລົງຝຶກຫັດເພາະວ່າເສັ້ນທາງການກັບມາຂອງເຂົາແມ່ນຍາວໄກພໍສົມຄວນ.

  ໃນຕອນແລງຂອງມື້ນີ້ ໃນເວລາທີ່ຂ້ອຍກຳລັງນອນຜັກຜ່ອນຢູ່ຫ້ອງພັກນັ້ນ ຈັກວ່ານາງ ແບນໂກ   ໄດ້ຂ່າວມາແຕ່ທາງໃດກະບໍ່ຮູ້ເພີ່ນຍ່າງມາຫາຂ້ອຍດ້ວຍຄວາມຟ້າງຟັ່ງ

ແລ້ວເວົ້າສູ່ຂ້ອຍຟັງວ່າ:  

-  ແບນໂກ:  ໂຕ່ຍ!!!

-  ໂຕ່ຍ:  ຫຶ! ເປັນຫຍັງ! ສັງມາເຮັດຕາຕີ່ຕາລົນແທ້!

-  ແບນໂກ:  ຮູ້ຂ່າວດີແລ້ວບໍ?

-  ໂຕ່ຍ:  ຂ່າວດີອີ່ຫຍັງລະ?

-  ແບນໂກ:  ເລື່ອງທ້າວໂຢດຫັ້ນນ໋າ ( ໂຢດ ແມ່ນຊື່ຫຼິ້ນຂອງສົມໃຈ )

-  ໂຕ່ຍ:  ອ້າຍໂຢດເພີ່ນເປັນຫຍັງ?

-  ແບນໂກ:  ຄືວ່າ: ເອີ! ອືື!...

-  ໂຕ່ຍ:  ຄືວ່າອີ່ຫຍັງລະ! ຟ້າວເວົ້າມາທະແມ໋!

-  ແບນໂກ:  ອ້າຍສົມໃຈເອົາເມຍແລ້ວເດ!

-  ໂຕ່ຍ:  ຫ໋າ!!! ເອົາເມຍແລ້ວ!!! ເອົາກັບໃຜ!!!

-  ແບນໂກ:  ກະເອົາກັບສາວທີ່ເພີ່ນລົງຝຶກຫັດຫັ້ນແລ້ວ!

  ຫົວໃຈຂອງຂ້ອຍແທບສະຫຼາຍເມື່ອໄດ້ຍິນຂ່າວນີ້ ຂ້ອຍຄຶດຢ່າງສັບສົນ ແລະ ວຸ້ນວາຍປານຄື້ນຟອງທະເລທີ່ປັ່ນປ່ວນ ແລະ ຫົວໃຈຂອງຂ້ອຍໃນຕອນນີ້ ມັນອັດຕັນບໍ່ຮູ້

ຈະເຮັດແນວໃດຂ້ອຍຢາກເອົາຄື້ນຟອງທະເລທີ່ໃຫຍ່ແສນໃຫຍ່ມາພັດເອົາສິ່ງທີ່ອັດຕັນອອກຈາກຫົວໃຈຂອງຂ້ອຍໃຫ້ເຫຼືອແຕ່ຄວາມສະອາດບໍລິສຸດປອດໂປ່ງສົດໃສ

ແຕ່ມັນກໍ່ເປັນພຽງໄດ້ດັ່ງທີ່ຄິດເທົ່ານັ້ນ.

  ໝົດຄວາມໝາຍຮັກທ້າຍປີຮຽນ 1

 ໝົດຄວາມໝາຍຮັກທ້າຍປີຮຽນ 3

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ໝົດຄວາມໝາຍຮັກທ້າຍປີຮຽນ 5

 ຕອນຈົບບໍຣິບູນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

   ຫຼັງຈາກຂ້ອຍຮຽນຈົບ ມ6. ຂ້ອຍກໍໄດ້ຕິດທຶນໄປຮຽນຕໍ່ວິຊາຊີບ ທີ່ໂຮງຮຽນວິທະຍາໄລຄູປາກເຊ ຂ້ອຍກໍໄດ້ຄົບກັບຊາຍຄົນໜຶ່ງ ແລະ ກໍ່ໄດ້ຮັກກັນນັບຕັ້ງແຕ່ນັ້ນມາ ນາມສົມມູດຊື່ວ່າ: ສົມໃຈ ຊື່ຫຼິ້ນແມ່ນ ໂຢດ ພວກເຮົາເລີ່ມຮັກກັນມາແຕ່ປີທີໜຶ່ງພູ້ນ ຂ້ອຍໄດ້ມອບໃຈໃຫ້ເຂົາ ກວ່າຊີວິດຂອງຂ້ອຍ ຈົນຮອດປີສຸດທ້າຍ ເປັນບັ້ນລົງຝຶກຫັດວິຊາຊີບຂອງປີທີສາມເຮົາກໍ່ຍັງໄດ້ນັ່ງລົມກັນສອງຕໍ່ສອງ ຈົນໃຜເຫັນກໍເກີດອິດສາ.

     ໃນຕອນເຊົ້າຂອງວັນທີ 20/10/2006 ກົງກັບວັນສຸກ ເລີ່ມແຕ່ເວລາ 5:00ໂມງ ຂ້ອຍຟ້າວອາບນ້ຳແຕ່ເດິກຫຼັງຈາກນັ້ນກໍເອົາເຄື່ອງທີ່ກຽມລົງ

ຝຶກຫັດໄປໃວ້ຢູ່ເດີ່ນບານສົ່ງໜ້າໂຮງຮຽນ ຂ້ອຍໄດ້ພົບກັບນ້ອງໆ ປີ1ແລະປີ2 ທີ່ລໍຖ້າອ່ວຍພອນໃຫ້ຂ້ອຍເດີນທາງດ້ວຍຄວາມສະຫວັດດີພາບ ຂ້ອຍເອງກໍລົງຝຶກຫັດວິຊາຊີບຢູ່ມັດທະຍົມສົມບູນທ່າແຕງແຂວງເຊກອງສ່ວນວ່າສົມໃຈກໍ່ລົງຝຶກຫັດຢູ່ມັດທະຍົມສົມບູນ ສະໜາມໄຊ ແຂວງ ອັດຕະປືແລະຫຼັງຈາກທີ່ຂ້ອຍພົບກັບສົມໃຈກ່ອນຈະຈາກກັນຢູ່ເດີ່ນບານສົ່ງພຸ້ນ ຂ້ອຍກໍບໍ່ມີໂອກາດໄດ້ພົບເຂົາອີກຂ້ອຍໄດ້ແຄ່ຄິດ ຄິດຮອດເຂົາ ຢູ່ຕະຫຼອດເວລາ ແລະ ໃນຊ້ວງໄລຍະໜຶ່ງເຂົາກໍ່ໂທມາຫາຂ້ອຍໃນຄອນທີ່ຂ້ອຍກຳລັງແຕ່ງບົດສອນຢູ່ນັ້ນ ສຽງໂທລະສັບກໍ່ດັງຂື້ນ ກຣິ່ງ! ກຣິ່ງ.

+ໂຕ່ຍ:  ຮາໂຫຼ...ສະບາຍດີ.

+ສົມໃຈ:  ສະບາຍດີ.

+ໂຕ່ຍ:  ຂໍໂທດ...ແມ່ນໃຜນໍ?

+ສົມໃຈ:  ຈື່ບໍ່ໄດ້ຊັ້ນບໍ?

+ໂຕ່ຍ:  ອ້າຍສົມໃຈແມ່ນບໍ່?

+ສົມໃຈ:  ແມ່ນແລ້ວ! ເປັນຈັງໃດ? ສະບາຍດີຢູ່ຕີ໋!

+ໂຕ່ຍ:  ສະບາຍດີຢູ່.

+ສົມໃຈ:  ໂຕ່ຍ!

+ໂຕ່ຍ:  ຫຶ! ແມ່ນຫຍັງອ້າຍໂຢດ!

+ສົມໃຈ:  ມີແຟນໃໝ່ແລ້ວບໍ?

+ໂຕ່ຍ:  ຊິມີມາແຕ່ທາງໃດ! ຢ້ານແຕ່ອ້າຍຫັ້ນຕີ໋!

+ສົມໃຈ:  ບໍ່ມີ...ຄັນມີ...ກະມີແຕ່...ນ້ອງ...ຄົນ...ດຽວ...ຫັ້ນລ໋ະ!

+ໂຕ່ຍ:  ສາວອັດຕະປືແຮ່ງມີແຕ່ຜູ້ງາມໆ ທັງນັ້ນ.

+ສົມໃຈ:  ເຖິງຈະງາມປານໃດໃນຫົວໃຈກະບໍ່ລືມນ້ອງດອກ!

+ໂຕ່ຍ:  ຄາລົມຫວານແທ້ໆ ອ້າຍກະດາຍ!

+ສົມໃຈ:  ໂຕ່ຍ! ອ້າຍຄິດຮອດນ້ອງແຮງ!

+ໂຕ່ຍ:  ສາທຸຂໍໃຫ້ຟ້າຈົ່ງເປັນພະຍານ.

+ສົມໃຈ:  ທໍ່ນີ້ແລ້ວເດີໂຕ່ຍ! ເງິນອ້າຍໝົດແລ້ວ!ບ່າຍ!ບ່າຍ!!!

+ໂຕ່ຍ:  ຂອບໃຈທີ່ອ້າຍໂທຫານ້ອງ...

      ຂ້ອຍໄດ້ແຕ່ຄອຍແລ້ວຄອຍອີກຫຼັງຈາກເຂົາໂທມາຫາຂ້ອຍແຕ່ຄັ້ງທຳອິດພຸ້ນເຂົາກໍບໍ່ໂທຫາຂ້ອຍເລີຍ ຈັກວ່າສົມໃຈມີແຟນໃໝ່ແລ້ວກະບໍ່ ຮູ້ ຂ້ອຍໄດ້ແຕ່ຄິດໄດ້ແຕ່ຝັນ ຄິດແລ້ວຄິດອີກແຕ່ກະບໍ່ຮູ້ວ່າຈະມີວິທີໃດໄດ້ທີ່ຂ້ອຍລົງຝຶກຫັດວິຊາຊີບ ເຖິງວ່າຈະມີຜູ້ຊາຍເຂົ້າມາຢອກໄຢ ແລະ ເວົ້າເຖິງຄວາມຮັກກັບຂ້ອຍແຕ່ຂ້ອຍກໍ່ຍັງຮັກແລະຄິດເຖິງສົມໃຈຢູ່ ຈົນໃນທີ່ສຸດກໍ່ເປັນອັນວ່າ:ຂ້ອຍໄດ້ຜ່ານຜ່າທຸກອຸປະສັກວຽກງານທີ່ຂ້ອຍ ລົງຝຶກຫັດວິຊາຊີບແລະຂ້ອຍກໍ່ຍັງຄອຍແລ້ວຄອຍອີກທີ່ເຕັມໄປດ້ວຍຄວາມພາກພູມໃຈເພາະວ່າໃກ້ຈະໄດ້ກັບສູ່ໂຮງຮຽນວິທະຍາໄລຄູປາກ ເຊໃນ2-3ມື້ມໍ່ໆນີ້.

ອ່ານຕໍ່ສະບັບໜ້າ

 ໝົດຄວາມໝາຍຮັກທ້າຍປີຮຽນ 2

 ໝົດຄວາມໝາຍຮັກທ້າຍປີຮຽນ 3

 ໝົດຄວາມໝາຍຮັກທ້າຍປີຮຽນ 4

 ໝົດຄວາມໝາຍຮັກທ້າຍປີຮຽນ 5

 ຕອນຈົບບໍລິບູນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

 ປະກອບເປັນສື່ ເຂົ້າໃນຂະບວນການຮຽນ - ການສອນ

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2013 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

 

ເພງ: ຊ້ຳໃຈໃນວັນອອກພັນສາເ ເປັນເພງທີ່ປະພັນຂື້ນເອງໃນຊ້ວງບຸນຊ່ວງເຮືອປີ2000 ເຊິ່ງໃນມື້ນັ້ນຄິດວ່າ: ຈະໄປທ່ຽວງານກັບຜູ້ສາວ

ເລີຍຈັບໂທລະສັບຂື້ນມາ ໂທຫາກໍ່ບໍ່ຮັບສາຍ ສຸດທ້າຍກໍ່ຮູ້ຂ່າວວ່າເຂົາໄປທ່ຽວງານກັບຜູ້ໃໝ່ແລ້ວ ທ້າວເອງຈິ່ງໄດ້ປະພັນເພງນີ້ຂື້ນມາເຊິ່ງມີ

ເນື້ອໃນດັ່ງນີ້:  ປະກອບສຽງດົນຕີຣຈັງຫວະ ຊ້ຳໃຈໃນວັນອອກພັນສາ(Borelo)

      ຊ້ຳໃຈ...                                       ໃນວັນອອກພັນສາ

ບໍ່ນຶກເລີຍວ່າ                                      ການດາຄົງປ່ຽນໃຈໜີ

ປ່ອຍໃຫ້ອ້າຍ                                      ໂສກເສົ້າຫງ່ວມເຫງົາໂສກີ

ຊ່ວງເຮືອປີນີ້                                       ບໍ່ມີນ້ອງຢ່າງຄຽງກາຍ.

     ຫົວໃຈ...                                       ນ້ອງສ່າງປ່ຽນທາງຫັນເຫ

ທ່ຽວກັບໃຜເດ                                     ໂທຫາກໍ່ບໍ່ຮັບສາຍ

ເຈົ້າຮູ້ບໍ່ນ້ອງ                                        ອ້າຍໝອງໃຈຂາດແທບຕາຍ

ສຸດທ້າຍບໍ່ມີຄວາມໝາຍ                       ໃຈຊາຍເໝືອນຕາຍທັງເປັນ...

     ອ້າຍບໍ່ເຫັນ                                    ນ້ອງນີ້ສຸດທີ່ແສນເສົ້າ

ຫຼືໄປກັບຜູ້ບ່າວ                                    ລືມແລ້ວຄຳທີ່ສັນຍາ

ຮູ້ບໍ່ໜໍ                                                 ຄົນເຫງົານັ່ງລິນນ້ຳຕາ

ວັນອອກພັນສາ                                    ການດາບໍ່ໜ້າໃຈດຳ

      ຊ້ຳໃຈ...                                        ວັນອອກພັນສາປີນີ້

ໃຫ້ນ້ອງໂຊກດີ                                     ທີ່ມີກັບຄົນຮັກໃໝ່

ຂໍຈົ່ງສົມຫວັງ                                        ໃຫ້ຮັກຂອງນາງຍາວໄກ

ສ່ວນອ້າຍນັ່ງນ້ຳຕາໄຫລ...                     ສຸດແສນຊ້ຳໃນໃຈຊາຍເຫຼືອເກີນ...

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

    ສາເຫດທີ່ພາໃຫ້ເອີ້ນ: ຕົວທຳ ກໍ່ເພາະວ່າ: ຕົວທຳໄດ້ຈົດກ່າຍທຳມະ ຄຳສັ່ງສອນ ຂອງພະພຸດທະເຈົ້າ ແລະ ຜູ້ທີ່ຮຽນຄວາມຮູ້ ທາງພຸດທະສາສະໜາເອີ້ນວ່າ: ຮຽນສູດ - ຮຽນທຳ ຄຳວ່າ: ທຳ ໃນທີ່ນີ້ ໝາຍເອົາຄຳສອນໃນພຸດທະສາສະໜາ ເຊິ່ງແມ່ນ ພຣະໂຄດົມພຸດທະເປັນຜູ້ປະກາດ.

    ດັ່ງນັ້ນ, ຕົວໜັງສືທີ່ໃຊ້ຈົດກ່າຍທຳຈິ່ງເອີ້ນວ່າ: ຕົວທຳ ຕົວໜັງສືທຳ ທີ່ໃຊ້ໃນທາງພຸດທະສາສະໜາ ແລະ ບໍ່ສາມາດນຳໄປໃຊ້ ທາງບ້ານເມືອງໄດ້ ເພາະເຊື່ອກັນນວ່າ: ເປັນໜັງສືທີ່ສັກສິດເຊິ່ງຕ້ອງເຄົາລົບນັບຖື. ຄົນລາວສະໃໝກ່ອນ ໄດ້ເອົາຕົວໜັງສືນີ້ ຂຽນຄຳພີດີກາຕ່າງໆ ທາງພຸດທະສາສະໜາ ແລະ ກໍ່ມີຊື່ເອີ້ນ ແລະ ໃຊ້ສະເພາະໃນປະເທດລ້ານຊ້າງເທົ່ານັ້ນ.

      ເຖິງວ່າ:  ໜັງສືປະເພດນີ້ຈະມີຢູ່ບາງປະເທດ ຫລື ຢູ່ຕາມບາງທ້ອງຖິ່ນຂອງບາງປະເທດນັ້ນ ກໍ່ຖືວ່າ ແມ່ນຍ້ອນມີການພົວພັນ ວັດທະນະທຳນຳກັນ ຫລື ຍ້ອນປະຊາຊົນຖືກຕັດແຍກໄປຂື້ນກັບຊາດອື່ນ,

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 ຍາດແຍ່ງ  ຍາດແຍ້ງ

ຄ່ອງແຄ້ວ  ຄ້ອງແຄ້ວ

ເລື່ອງ  ເລື້ອງ

ຫຼ້າຫຼັງ  ລ້າຫຼັງ

ຜູ້ຄົນ  ຜູ່ຄົນ

ຊ່ຽວຊານ  ຊ້ຽວຊານ

ລ່ວງເກີນ  ລ້ວງເກີນ

ໜ້າຮັກ  ນ່າຮັກ

ເລີ່ມຕົ້ນ  ເລີ້ມຕົ້ນ

ເພີ່ມພູນ  ເພີ້ມພູນ

 

ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ