
ຂຽນເມື່ອ: ຕ.ລ.. 30, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)

ພາສາເວົ້າ: ໝາຍເຖິງ ການສະແດງຄວາມໃນໃຈ ດ້ວຍການໃຊ້ສຽງ
ເພື່ອໃຫ້ອີກຝ່າຍໜຶ່ງໄດ້ຍິນແຕ່ສຽງທີ່ເວົ້າອອກມານັ້ນ ມີລະບຽບ ແລະ ມີ
ຄວາມໝາຍເຂົ້າໃຈກັນໄດ້.
ພາສາຂຽນ: ໝາຍເຖິງການສະແດງຄວາມຮູ້ສຶກນຶກຄິດໃຫ້ອີກຝ່າຍໜຶ່ງ
ເຂົ້າໃຈ ດ້ວຍການຂີດຂຽນເຄື່ອງໝາຍ ຫຼື ເອີ້ນວ່າ: ຕົວໜັງສື (ຕົວອັກສອນ)
ພາສາຂຽນນີ້ແມ່ນເຄື່ອງໝາຍບັນທຶກຈົດກ່າຍຄຳເວົ້າ.
ພາສາທີ່ໃຊ້ກັນທົ່ວໂລກ ປັດຈຸບັນນີ້ ມີຫຼາຍພາສາເປັນທີ່ຮູ້ຈັກກັນຢ່າງກວ້າງ
ຂວາງ ແລະ ນິຍົມໃຊ້ກັນຫຼາຍ ແຕ່ບາງພາສາ ກໍບໍ່ນິຍົມໃຊ້ ມີແຕ່ໃຊ້ກັນໃນຊົນ
ຊາດທີ່ເປັນເຈົ້າຂອງພາສາເທົ່ານັ້ນ.
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.