ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2024 | ມີ 1 ຄຳເຫັນ ແລະ 0 trackback(s)

ຖ້າມີຄົນມາບອກເຈົ້າວ່າ ມີສູດເດັດທີ່ຈະເຮັດໃຫ້ຄົນເຮົາສາມາດເວົ້າພາສາອັງກິດໄດ້ພາຍໃນຊົ່ວຂ້າມຄືນ ໂດຍທີ່ເຈົ້າບໍ່ຕ້ອງອອກແຮງເລີຍນັ້ນ ເຈົ້າຈະຊື້ສູດເດັດດັ່ງກ່າວບໍ? ຂ້ອຍຄິດວ່າ ເຈົ້າຍອມທຸມໝົດຕົວແນ່ນອນ. ແຕ່ວ່າເສຍໃຈນຳເດີ ບໍ່ມີດອກສູດປະຕິຫານແບບນັ້ນ ນອກຈາກເຈົ້າຈະຖືກຕົວະຫຼາຍກວ່າ ເພາະມັນຝືນທຳມະຊາດ. ຄົນຢາກເກັ່ງພາສາອັງກິດ ກໍບໍ່ຕ່າງຫຍັງກັບຄົນຢາກລວຍ ມີແຕ່ຊອກຫາທາງລັດ ແຕ່ບໍ່ລົງມື.

ມີນັກທິດສະດີຫຼາຍຄົນທີ່ພະຍາຍາມຊອກຫາວິທີທີ່ຈະຊ່ວຍເລັ່ງລັດເວລາໃຫ້ຄົນເຮົາຮຽນພາສາໄດ້ໄວຂື້ນ ແຕ່ຄົງບໍ່ແມ່ນທາງລັດຄືດັ່ງບາງຄົນໃຝ່ຝັນ. ໃນບົດນີ້, ຂ້າພະເຈົ້າໄດ້ສັງລວມວິທີການຮຽນພາສາອັງກິດທີ່ວ່າໄດ້ຜົນດີທີ່ສຸດ ມາຈັດເຂົ້າໃນ 4 ທັກສະ ທີ່ໜ້າສົນໃຈດັ່ງນີ້:

1. Reading

ການອ່ານເປັນວິທີໜຶ່ງທີ່ຈະຊ່ວຍເພີ່ມພູນຄຳສັບ, ສຳນວນ, ປະໂຫຍກ ແລະ ລີລາການຂຽນໃໝ່ຂອງເຈົ້າ. ການອ່ານນີ້ບໍ່ໄດ້ໝາຍເຖິງການອ່ານຢູ່ປື້ມຕຳລາຮຽນທີ່ເຈົ້າຮຽນຢູ່ໃນໂຮງຮຽນ ແຕ່ໝາຍເຖິງການອ່ານຈາກປື້ມ, ໜັງສືພີມ ຫຼື ບົດເລື່ອງຕ່າງໆ ທີ່ເຫັນວ່າເໝາະສົມກັບລະດັບຂອງເຈົ້າ. ບໍ່ຄວນອ່ານໜັງສືທີ່ສູງເກີນໂຕຫຼາຍເຊັ່ນ: ບົດຄວາມວິຊາການ. ເຈົ້າອາດຈະອ່ານບົດເລື່ອງ ຫຼື ປື້ມບົດອ່ານສຳລັບເດັກນ້ອຍ, ບົດເລື່ອງສັ້ນງ່າຍໆ ຫຼື ໜັງສືພີມກໍໄດ້ ແຕ່ຄວນເລືອກອ່ານຂ່າວທີ່ຕົນເອງພໍຮູ້ແດ່ ເພາະຈະຊ່ວຍເດົາຄວາມໝາຍ ຫຼື ເນື້ອໃນຂ່າວໄດ້. ເຈົ້າຕ້ອງອ່ານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ການອ່ານແບບນີ້ນອກຈາກຈະຊ່ວຍໃຫ້ເຈົ້າເກັ່ງພາສາອັງກິດແລ້ວ ຍັງຈະຝຶກໃຫ້ເຈົ້າເປັນຄົນມັກອ່ານໄປໃນຕົວ.

2. Writing

ເມື່ອອ່ານໄປຫຼາຍເທົ່າໃດ ເຈົ້າກໍຈະເຫັນຄຳສັບ, ສຳນວນ ຫຼື ເຄົ້າໂຄງຕ່າງໆໃໝ່ ເຈົ້າກໍຈົດເອົາໄວ້ ເພື່ອທ່ອງຈຳ. ຈາກນັ້ນ, ກໍໃຫ້ເອົາມາຫັດຂຽນ ຫຼື ສ້າງເປັນປະໂຫຍກ. ໃນປັດຈຸບັນການຝັດຂຽນງ່າຍກວ່າເກົ່າເຊັ່ນ: ແຊັດຫາໝູ່ຄູ່ດ້ວຍພາສາອັງກິດ, ຂຽນອີເມວ, ຂຽນເລົ່າວຽກທີ່ຕົນເຮັດປະຈຳວັນ ຫຼື ການຂຽນຂໍ້ຄວາມຖາມຕອບນຳເວບໄຊ ຫຼື ແອັບ AI ກໍໄດ້. ການຂຽນສົນທະນາກັບ AI ແມ່ນສະດວກສະບາຍ ມັນຍັງຊ່ອຍແປງປະໂຫຍກ ຫຼື ສຳນວນຂອງເຮົາໃຫ້ຖືກຕ້ອງອີກດ້ວຍ.  ການຝຶກຂຽນເລື້ອຍໆ ຈະຊ່ວຍໃຫ້ເຮົາຈຳໄດ້ດີ ເຊິ່ງຈະເປັນການວັດເບິ່ງວ່າເຮົາໄດ້ພາສາອັງກິດຫຼາຍປານໃດ?

3. Listening

ການຟັງເປັນວິທີການໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້. ເດັກນ້ອຍຮູ້ເວົ້າ ຍ້ອນຟັງພໍ່ແມ່ຂອງເຂົາເຈົ້າເປັນປະຈຳ ທັ່ງໆທີ່ທຳອິດບໍ່ເຂົ້າໃຈ.  ສະນັ້ນ, ເຈົ້າຄວນຟັງທຸກໆມື້ ໂດຍອາດຈະຟັງວິທະຍຸ ຫຼື ເບິ່ງໂທລະພາບກໍໄດ້. ປັດຈຸບັນນີ້, ຍິ່ງສະດວກສະບາຍ, ເຈົ້າສາມາດຟັງ ຫລື ເບິ່ງຈາກສື່ສັງຄົມອອນລາຍໄດ້ຕາມໃຈມັກ. ເຈົ້າມັກສຳນຽງໃດ ກໍສາມາດຊອກຫາໄດ້ທາງຢູທຸບ. ຖ້າເຈົ້າມັກເບິ່ງໜັງ, ຂ້ອຍຂໍແນະນຳໃຫ້ເຈົ້າເບິ່ງໜັງ ຫຼື ລະຄອນທີ່ເຈົ້າມັກສຸດໆ ທີ່ພາກເປັນພາສາອັງກິດ. ເຈົ້າຈະໄດ້ມ່ວນ ແລະໄດ້ພາສາໄປພ້ອມຢ່າງບໍ່ມີໃຜເວົ້າໃຫ້.

4. Speaking

ການເວົ້າ ເປັນການພິສູດວ່າເຈົ້າໄດ້ພາສາອັງກິດຫຼືບໍ? ຫຼາຍຄົນຮຽນພາສາອັງກິດຈົບຊັ້ນສູງ ຫຼື ປະລິນຍາຕີມາ ກໍສະຫຼອງຢ່າງຄຶກຄື້ນ ແຕ່ວ່າເວົ້າພາສາບໍ່ໄດ້ຢ່າງເປັນຕາອາຍ. ການຮຽນຢູ່ໂຮງຮຽນສ່ວນຫຼາຍກໍມີແຕ່ອ່ານຕຳລາ, ເລົ່າຄຳສັບ ແລະ ຮຽນໄວຍາກອນເປັນສ່ວນຫຼາຍ. ຄັນຊິເວົ້າພາສາກໍຢາກອາຍ ແລະ ບໍ່ກ້າ ປານວ່າຊິມີຄົນປັບໃໝໃສ່ໂທດເອົາໂລດ. ບ້ານເຮົາຊິຫາຝຣັ່ງຈັກຄົນໜຶ່ງມາພໍໄດ້ຝຶກພາສາອັງກິດກໍບໍ່ງ່າຍ. ວິທີແກ້ກໍຄື ກ້າເວົ້າພາສາອັງກິດກັບຄູທຸກຄັ້ງເວລາເຂົ້າຫ້ອງ, ສົນທະນາກັບໝູ່ທີ່ຮູ້ພາສາອັງກິດ ຫຼື ໄປສະຖານທີ່ທ່ອງທ່ຽວທີ່ມີຄົນຕ່າງປະເທດ. ປັດຈຸບັນ, ເຈົ້າສາມາດຮຽນຫລັກສູດອອນລາຍ (online courses) ໄດ້ຢ່າງສະດວກ ຫຼື ບໍ່ເຈົ້າກະຫາໝູ່ຝຣັ່ງທາງສື່ສັງຄົມອອນລາຍ ເພື່ອຝຶກຫັດການເວົ້າຂອງເຈົ້າ. ຖ້າບໍ່ດັ່ງນັ້ນ, ເຈົ້າກໍສາມາດຝຶກການເວົ້າກັບເວບໄຊ ຫຼື ແອັບ AI ເຊິ່ງມີຫຼາຍເຈົ້າຢູ່ເຊັ່ນ: Chat GPT ເປັນຕົ້ນ.

ດ້ວຍການຝຶກຫັດຕາມຄຳແນະນຳໃນ 4 ທັກສະ ນີ້ຢ່າງສະໝ່ຳສະເໝີ ແລະ ອົດທົນ ບໍ່ດົນເຈົ້າຈະຮູ້ສຶກຕົວວ່າ ລະດັບພາສາອັງກິດພັດທະນາຂື້ນຢ່າງວ່ອງໄວ. ຂໍພຽງເຈົ້າມີຄວາມອົດທົນ ແລະ ພະຍາຍາມໃຫ້ຫຼາຍຂື້ນ ຄົງບໍ່ດົນເຈົ້າກໍຈະສາມາດເວົ້າພາສາອັງກິດໄດ້ຄືກັບຄົນອື່ນຢ່າງຄຸ້ມຄ່າ.

ອ່ານບົດຄວາມອື່ນໄດ້

laoguru.com/blog/ 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2023 | ມີ 0 ຄຳເຫັນ ແລະ 0 trackback(s)

ທຸກໆອາຊີບລ້ວນແຕ່ມີ ຈັນຍາບັນ. ເປັນຄູກໍມີຈັນຍາບັນຄູ, ເປັນເຈົ້າໜ້າທີ່ກໍມີຈັນຍາບັນຂອງເຈົ້າໜ້າທີ່ ຫລື ເປັນພະນັກງານ-ລັດຖະກອນກໍມີຈັນຍາບັນຂອງລັດຖະກອນ. ເວລາພະນັກງານເຮັດຫຍັງບໍ່ດີ ພວກເຮົາກໍມັກຈະເວົ້າວ່າ ບໍ່ມີຈັນຍາບັນ”. ແຕ່ວ່າຈັນຍາບັນແມ່ນຫຍັງ? ເປັນຫຍັງເຮົາຈິ່ງເຄົາລົບ ຫລືປະຕິບັດຈັນຍາບັນຂອງຕົນ? ແນ່ນອນວ່າຈັນຍາບັນຂອງແຕ່ລະອາຊີບກໍຍ່ອມມີສະເພາະຂອງໃຜມັນຕົວຢ່າງ: ຈັນຍາບັນຂອງພະນັກງານ-ລັດຖະກອນ.

ຈັນຍາບັນຂອງພະນັກງານ-ລັດຖະກອນແມ່ນຫຍັງ?

ຈັນຍາບັນຂອງພະນັກງານລັດຖະກອນ ແມ່ນກົດການປະພຶດ ທີ່ພະນັກງານ-ລັດຖະກອນຕ້ອງເຄົາລົບແລະປະຕິບັດຢ່າງເຂັ້ມງວດ (ມາດຕາ 2 ຂອງດຳລັດວ່າດ້ວຍພະນັກງານ-ລັດຖະກອນຂອງ ສປປ ລາວ).

ຈັນຍາບັນຂອງພະນັກງານ-ລັດຖະກອນມີຈັກປະເພດ?

ຈັນຍາບັນພະນັກງານລັດຖະກອນມີ 4 (ມາດຕາ​ 5) ຄື:

1) ຈັນຍາບັນຕໍ່ຕົນເອງ

2) ຈັນຍາບັນຕໍ່ວິຊາຊີບ

3) ຈັນຍາບັນຕໍ່ການຈັດຕັ້ງ

4) ຈັນຍາບັນຕໍ່ປະຊາຊົນ ແລະສັງຄົມ

ຈັນຍາບັນຕໍ່ຕົນເອງແມ່ນແນວໃດ?

ຈັນຍາບັນຕໍ່ຕົນເອງ ໝາຍເຖິງພະນັກງານ-ລັດຖະກອນ ຕ້ອງຝຶກຝົນຕົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີຄື: 1) ມີຄຸນທາດການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ເປັນເອກະພາບສູງຕໍ່ແນວທາງ-ນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະກົດໝາຍຂອງລັດ, ມີຫຼັກມິດ-ສັດຕູຢ່າງຈະແຈ້ງ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂື້ນຢູ່ພາຍໃນແລະຕ່າງປະເທດ, ມີຄວາມບໍລິສຸດ ແລະນ້ຳໃຈເສຍສະຫຼະສູງຕໍ່ປະເທດຊາດແລະປະຊາຊົນ ແລະ 2) ມີຄຸນສົມບັດສິນທຳປະຕິວັດ, ສັດຊື່ບໍລິສຸດຕໍ່ການຈັດຕັ້ງ, ຕໍ່ເພື່ອນຮ່ວມງານ, ຕໍ່ຄອບຄົວ, ສາມັກຄີຮັແພງ, ຈິງໃຈຕໍ່ກັນ ແລະມີຄວາມຜູກພັນຢ່າງສະໜິດແໜ້ນກັບມະຫາຊົນ ແລະປະຊາຊົນລາວບັນດາເຜົ່າ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ມີແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ລຽບງ່າຍ, ຮັບຜູດຊອບໃນໜ້າທີ່ວຽກງານຂອງຕົນ, ປະຕິບັດຕົນກົງຕໍ່ເວລາ ແລະ ດຸດໝັ່ນຮ່ຳຮຽນສະແຫວງຫາສິ່ງໃໝ່ໆ ອັນກ້າວໜ້າ (ມາດຕາ 6

ຈັນຍາບັນຕໍ່ວິຊາຊີບແມ່ນແນວໃດ?

ຈັນຍາບັນຕໍ່ວີຊາຊີບ ໝາຍເຖິງພະນັກງານ-ລັດຖະກອນຕ້ອງເຄື່ອນໄຫວວິຊາອາຊີບຂອງຕົນດ້ວຍຄວາມສັດຊື່ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດເຊັ່ນ:

  • ປະຕິບັດໜ້າທີ່ວຽກງານຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະລະບຽບການຂອງລັດ.
  • ປະຕິບັດຕາມຫຼັກວິທະຍາສາດຂອງວິຊາຊີບ, ປະຕິບັດຕາມຕຳແໜ່ງງານ ແລະຄວາມຮັບຜິດຊອບຂອງຕົນ.
  • ເສີມຂະຫຍາຍແລະພັດທະນາຄວາມຮູ້, ຄວາມສາມາດ, ປະສົບການໃນດ້ານວິຊາຊີບທີ່ຕົນຮັບຜິດຊອບໃຫ້ກ້າວໜ້າ ແລະກາຍເປັນມືອາຊີບ.
  • ຄົ້ນຄວ້າ, ວິເຄາະ, ວິໄຈ ແລະຕັດສິນບັນຫາຢ່າງຖືກຕ້ອງຕາມກົດໝາຍ, ລະບຽບການ ແລະຫຼັກການ, ຢືດໝັ້ນຜົນປະໂຫຍດສ່ວນລວມຂອງຊາດ ແລະຂອງປະຊາຊົນຢ່າງມີຄຸນນະທຳ ແລະຍຸຕິທຳ.
  • ປະຕິບັດກິດຈະກຳທີ່ກ່ຽວຂ້ອງກັບວິຊາຊີບຕົນ ເພື່ອສ້າງຄວາມເຊື່ອຖື, ສະໜັບສະໜູນ ແລະຄວາມສາມັກຄີພາຍໃນການຈັດຕັ້ງ.
  • ສ້າງຄວາມເຊື່ອໝັ້ນ ດ້ວຍຄວາມໂປ່ງໃສ, ສັດຊື່ ແລະບໍລິສຸດໃນການພັດທະນາວິຊາຊີບ.

ໃນມາດຕາ 7 ນີ້, ເພິ່ນຍັງແນະນຳໃຫ້ຂະແໜງການ ກະຊວງ ແລະອົງການປະສານສົມທົບກັບກະຊວງພາຍໃນ ໃນການຈັດຕັ້ງຜັນຂະຫຍາຍ ແລະອອກລະບຽບການສະເພາະ ໃຫ້ແທດເໝາະກັບວິຊາຊີບຂອງຂະແໜງຕົນ.

ຈັນຍາບັນຕໍ່ການຈັດຕັ້ງແມ່ນແນວໃດ?

ຈັນຍາບັນຕໍ່ການຈັດຕັ້ງ ໝາຍເຖິງພະນັກງານ-ລັດຖະກອນຕ້ອງເຄົາລົບ ແລະມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຮັກສາຄວາມລັບ ແລະປະຕິບັດລະບຽບວິໄນຂອງການຈັດຕັ້ງຢ່າງເຂັ້ມງວດເຊັ່ນ:

  • ປະພຶດ ແລະເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ໃນຂອບເຂດການຈັດຕັ້ງຕົນ ດ້ວຍຄວາມສຸຈະລິດ, ສະເໝີພາບ ແລະປາສະຈາກອະຄະຕິ.
  • ປະຕິບັດໜ້າທີ່ຢ່າງມີຫົວຄິດປະດິດສ້າງ, ທຸ້ມເທເຫື່ອແຮງແລະສະຕິປັນຍາຂອງຕົນສຸດຄວາມສາມາດ, ຮອບຄອບ, ວ່ອງໄວ, ປອດໃສ, ຖືກຕ້ອງ, ສົມເຫດສົມຜົນ ເພື່ອປົກປ້ອງກຽດສັກສີຂອງຕົນ ແລະການຈັດຕັ້ງ, ຖືເອົາຜົນປະໂຫຍດຂອງຊາດ, ຂອງການຈັດຕັ້ງ ແລະປະຊາຊົນເປັນສຳຄັນ.
  • ໃຊ້ເວລາລັດຖະການໃຫ້ເກີດປະໂຫຍດສູງສຸດແກ່ການຈັດຕັ້ງ.
  • ປົກປັກຮັກສາ, ຄຸ້ມຄອງແແແແແລະນຳໃຊ້ຊັບສິນຂອງລັດ, ລວມໝູ່ໃຫ້ມີປະສິດທິພາບສູງສຸດ.
  • ບໍ່ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນ, ຄອບຄົວ, ພີ່ນ້ອງ ແລະພັກພວກ ຈະແມ່ນທາງກົງ ຫລືທາງອ້ອມ.
  • ປະກອບຄຳເຫັນຢ່າງມີຫຼັກການ, ລັກສະນະສ້າງສັນ, ຈິງໃຈ ແລະມີເຫດມີຜົນ ຕາມແນວທາງ ນະໂຍບາຍຂອງພັກ, ກົດໝ!ຍ ແລະລະບຽບການຂອງລັດ.
  • ໃຫ້ກຽດ ແລະເຄົາລົບນັບຖືເຊິ່ງກັນແລະກັນ ລະຫວ່າງພະນັກງານ-ລັດຖະກອນດ້ວຍກັນ ແລະ ພະນັກງານ-ລັດຖະກອນຕໍ່ຜູ້ບໍລິຫານ, ຜູ້ບໍລິຫານຕໍ່ພະນັກງານ-ລັດຖະກອນ ໂດຍບໍ່ກ້າວກ່າຍພາລະບົດບາດ, ສິດ ແລະໜ້າທີ່ຄວາມຮັບຜິດຊອບຂອງກັນ.
  • ປະຕິບັດໜ້າທີ່ວຽກງານຕາມທີ່ໄດ້ຮັບມອບໝາຍ, ເຄົາລົບການຕົກລົງ, ການຕັດສິນໃຈ ແລະນັບຖືໃຫ້ກຽດຕໍ່ກັບຜູ້ບໍລິຫານ ແລະເພື່ອນຮ່ວມງານ.
  • ມີພາວະຄວາມເປັນຜູ້ນຳ, ມີຄຸນນະທຳ, ສັດຊື່, ປະດິດສ້າງ, ສອນ ແລະແນະນຳວຽກງານ, ສົ່ງເສີມຄວາມສາມັກຄີ, ສະໜັບສະໜູນ, ຮັບຟັງ ແລະໃຫ້ຄຳປຶກສາແກ່ຜູ້ຢູ່ພາຍໃນການຄຸ້ມຄອງຂອງຕົນ.
  • ປະຕິບັດແບບແຜນວິທີການເຮັດວຽກເປັນໝູ່ຄະນະ ເພື່ອເພີ່ມປະສິດທິພາບໃນການເຄື່ອນໄຫວວຽກງານຂອງການຈັດຕັ້ງ, ສົ່ງເສີມຜູ້ທີ່ມີຜົນງານ, ຊ່ວຍເຫຼືອເສີມສ້າງຄວາມຮູ້ ແລະຄວາມສາມາດໃຫ້ເພື່ອນຮ່ວມງານ.

ອ່ານຕື່ມ: ຈັນຍາບັນຂອງພະນັກງານ