ຂຽນເມື່ອ: ກ.ພ.. 12, 2009
| ມີ
17 ຄຳເຫັນ
ແລະ
0 trackback(s)
ເພື່ອນໆ ຄົງຈະເຄີຍເປັນຄືກັນເນາະ ອາລົມແບບຂີ້ອາຍໆ ເວລາພົບກັບຄົນທີ່ ດົນໃຈ ຕອນໃໝ່ໆ ເຊິ່ງມັນແມ່ນເລື່ອງທີ່ຈະເລົ່າຕໍ່ໄປນີ້:
ບາງທີເຮົາຫລົງຮັກໃຜຜູ້ໜຶ່ງ ອາດເຮັດໃຫ້ເຮົາຂາດຄວາມໝັ້ນໃຈໄປເລີຍກໍ່ເປັນໄດ້ ໂດຍສະເພາະເວລາຢູ່ຕໍ່ໜ້າຂອງຄົນທີ່ເຮົາແອບປື້ມຢູ່. ຍ່າງໄປກໍ່ແນມ ມາກໍ່ແນມ(ລັກແນມ) ປະມານແບບວ່າ ຢາກເຫັນໜ້າເຂົາຕະຫລອດ, ແຕ່ພໍພົບໜ້າຊຶ່ງໜ້າແລ້ວ ກັບເປັນວ່າ ບໍ່ກ້າສູ້ໜ້າ ເຂີນໆ ແຕ່ພໍເຂົາທັກໜ້ອຍດຽວ ເຮັດໃຫ້ຍິ້ມຄ້າງເປັນມື້! ບາງຄັ້ງມີໂອກາດທີ່ຈະເວົ້າ ຈະລົມ ແຕ່ກໍ່ເຮັດໃຫ້ໂອກາດນັ້ນເສຍໄປລ້າໆ ໂດຍຄາແຕ່ລັງເລໃຈ ຈະເຮັດໂຕແນວໃດ ແຕ່ງໂຕແນວໃດ ຈະເວົ້າຫຍັງກ່ອນ ເຂົາຈະຮູ້ສຶກແນວໃດເວລາໄດ້ຍິນ ແລະ ລວມໆແລ້ວກໍ່ຕຽມຄຳເວົ້າເປັນຄັນລົດ ພຸ້ນລະເພື່ອຈະໄປເວົ້າ. ແຕ່ພໍເອົາເຂົ້າຈັງໆ ພັດຄືເກົ່າ ບໍ່ກ້າຈະເວົ້າຫຍັງ ທຸກສິ່ງທຸກຢ່າງຕຽມມາເພື່ອຈະເຮັດປະຕິບັດການໃນເຊີງບຸກ ກັບປ່ຽນເປັນເຊີງຖອຍຫລາຍກ່ວາ... ແລ້ວເວລາກໍ່ຜ່ານໄປ... ຜ່ານໄປ... ດົນປານໃດ ສະຖານະ ການປະພຶດກໍ່ຍັງຄົງຄືເກົ່າ... ຄຳວ່າ: **ຂີ້ອາຍ** ມັນຫາຢາປົວຍາກແທ້ໆ ເຮັດແນວໃດໆກໍ່ບໍ່ດີ ຂາດໄດ້. ແຕ່ກໍ່ມີສິ່ງດີສຳລັບຮັກແບບນີ້ຢູ່ຄືກັນ ເພາະມັນເປັນຮັກທີ່ບໍລິສຸດແທ້ໆ ໂດຍບໍ່ເຄີຍມີເລ້ກົນໃດໆ ຫລື ບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນອີກ....
**ຖ້າໃຜກຳລັງມີຮັກແບບນີ້ ຫວັງວ່າ ວາເລັນທາຍນີ້ ຄົງຈະກ້າບອກເນາະ!**