ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2009 | ມີ 27 ຄຳເຫັນ ແລະ 0 trackback(s)

ສະບາຍດີ ບັນດາທ່ານສະມາຊິກພັນລາວໝົດທຸກຄົນທີ່ນັບຖື!

      ຂ້າພະເຈົ້າມີເລື່ອງຂ້ອງໃຈແລະກຳລັງສົງໄສຕົວເອງຢູ່ເລື່ອງໜື່ງ ມັນຊິເປັນໄປໄດ້ບໍ່ທີ່ຜູ້ຊາຍແມນໆຄົນໜື່ງທີ່ເຄີຍຜິດຫວັງຈາກຜູ້ຍິງ ແລ້ວຈະປ່ຽນເພດເປັນບຸກຄົນປະເພດອື່ນ ຂ້າພະເຈົ້າບໍ່ເຂົ້າໃຈເລີຍວ່າມັນເກີດຫຍັງຂື້ນກັບຕົວເອງ ນັບຕັ້ງແຕ່ມື້ທີ່ຮັບບົດເປັນອ້າຍຮັກໃນວັນນັ້ນຈົນຮອດວັນນີ້ ຂ້າພະເຈົ້າບໍ່ໄດ້ສົນໃຈກັບຜູ້ສາວເລີຍແຖມຍັງບໍ່ຊ້ຳຂ້າພະເຈົ້າບໍ່ໄດ້ມີຄວາມຮູ້ສຶກໃນເລື່ອງຂອງຄວາມຮັກອີກ ມັນຊິປັນໄປໄດ້ບໍ່ທີ່ຂ້າພະເຈົ້າຈະປ່ຽນເພດ...

     ຮູ້ສຶກປວດຫົວແລະສັບສົນກັບຕົວເອງຢູ່ຄືກັນ ຂ້າພະເຈົ້າຂໍຄຳເຫັນນຳບັນດາທຸກທ່ານທີ່ເຂົ້າມາໃນ ໄດອາຣີ່ ນີ້ແດ່ວ່າຄວນເຮັດແນວໃດແລະພິສູດຕົວເອງແບບໃດວ່າຍັງແມນໆຢູ່!!!

  ຂໍຂອບໃຈເປັນຢ່າງສູງ

   ບ່າວນິດນິລັນ,

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສູ່ມື້ອາກາດຈັ່ງແມ່ນຮ້ອນຫລາຍເນາະ! ຊິເຮັດຈັ່ງໃດດີຫວະ? ຮອດຍາມຊິນອນຈັ່ງແມ່ນນອນຍາກເອົາແທ້ເອົາວ່າ ໃນຍາມອາກາດຮ້ອນອົບເອົ້າແບບນີ້ໃຈຂອງຄົນເຮົາສ່ວນໃຫຍ່ມັກຈະຫງຸດງິດ,ແຕ່ເຖິງຢ່າງໃດກໍ່ຕາມເຮົາຕ້ອງເປັນຄົນໃຈເຢັນໆໃຫ້ເໝືອນກັບນ້ຳແຂງ,ກ່ອນຊິຕັດສິນໃຈເຮັດສີ່ງໃດໜື່ງຢ່າໄປໃຈຮ້ອນຄືອາກາດເດີ... ໃນອາກາດຮ້ອນແບບນີ້ເຮັດຫຍັງກະຍາກໄປໂຮງຮຽນກະຂີ້ຄ້ານມັນເປັນງຶກໆງັກໆຈັ່ງໃດແຫລະ ຢາກໄປຫລີ້ນຢູ່ຖ້ຳຈັງຈັກ3ມື້ເດເນາະ!!!  ທ່ານຕ້ອງການຫຍັງແດ່ໃນອາກາດຮ້ອນແບບນີ້ ສຳລັບຂ້າພະເຈົ້າແລ້ວຕ້ອງການແຟນຈັກ2ຄົນເດ!!!    ໂອ໋ ໂອຍ ບໍ່ແມ່ນເດີ!!! ຕ້ອງການແຟນຈັກສອງໜ່ວຍຊັ້ນດອກ ຮ໋າ ໆໆໆ...

  ບ່າວນິດນິລັນ ຄົນພັນລາວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

     ທ່ານດີໃຈບໍ່ທີ່ປະເທດລາວເຮົາໄດ້ຮັບກຽດເປັນເຈົ້າພາບງານກິລາຊີເກມ 2009 ນີ້. ທ່ານໄດ້ປະກອບສ່ວນຫຍັງແດ່ແລ້ວໃນການເປັນເຈົ້າພາບຄັ້ງນີ້...ປະເທດລາວເຮົາໃນປະຫວັດສາດກໍ່ບໍ່ເຄີບມີມາກ່ອນໃນການຈັດງານໃຫຍ່ໆແບບນີ້,ຂ້າພະເຈົ້າຮູ້ສຶກພູມໃຈຫລາຍ ແລະຂ້າພະເຈົ້າກໍ່ໄດ້ໄປຮ່ວມໃນການເປັນອາສາສະໝັກຊ່ວຍງານໃນຄັ້ງນີ້ດ້ວຍ ຄິດວ່າຊິຕັ້ງໃຈດີໆໃຫ້ສົມກຽດກັບງານໃຫຍ່ໆທີ່ປະເທດເຮົາໄດ້ຮັບກຽດເປັນເຈົ້າພາບ ແລະທ່ານເດໄດ້ປະກອບສ່ວນຫຍັງແດ່ແລ້ວ?

     ບ່າວນິດນິລັນ ຄົນພັນລາວ,

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

      ສະບາຍດີ! ພີ່ນ້ອງພັນລາວໝົດທຸກທ່ານ,

ຕອນນີ້ຂ້າພະເຈົ້າກຳລັງສົງໄສຕົວເອງວ່າເປັນພະຍາດໂລກຫົວໃຈ ເພາະມັກຈະແໜ້ນໜ້າເອິກຢູ່ເລື້ອຍໆໃນເວລາທີ່ຕື່ນນອນ,ມັກເຈັບຫົວໃຈທຸກຄັ້ງທີ່ຍົກເຄື່ອງຂອງທີ່ໜັກ, ໃນກ່ອນໜ້ານີ້ຂ້າພະເຈົ້າເຮັດວຽກໜັກ ແບກໄມ້,ຍົກຊີມັງກະໄດ້,ແຕ່ຕອນນີ້ເຮັດຄືເກົ່າບໍ່ໄດ້ແລ້ວຮູ້ສຶກອ່ອນເພຍໃນຕົວເອງ ກິນເຂົ້າກໍ່ບໍ່ຄ່ອຍແຊບປານໃດ ແຕ່ວ່ານອນຫລັບດີ,ຄັນນອນຍາມໃດມັກຈະຕື່ນສວາຍ ຈົນມີຄົນໂທເຂົ້າໄດ້ຍິນສຽງໂທລະສັບດັງຈັ່ງຄ່ອຍຮູ້ເມື່ອຄີງ ບາງເມື້ອຈົນຮອດແປດໂມງຈັ່ງຕື່ນນອນ ຍ້ອນວ່າບໍ່ມີຄົນໂທຫາ,ທຸກວັນນີ້ອາໄສແຕ່ສຽງໂທລະສັບເປັນລະຄັງປຸກ...

 ແລ້ວທ່ານຄິດວ່າຈັ່ງໃດອາການແບບນີ້ບໍ່ພະຍາດໂລກຫົວໃຈ? ຂ້າພະເຈົ້າມັກຈະທໍ້ຖອຍໃນຊີວິດຕົວເອງຢ້ານແມ່ນໂລກຫົວໃຈແທ້ໆ, ທ່ານໃດເຄີຍເປັນໂລກຫົວໃຈ ຫລືທ່ານໃດຮູ້ອາການກ່ຽວກັບພະໂລກຫົວໃຈຊ່ວຍແນະນຳຂ້າພະເຈົ້າແດ່... ຖ້າຂ້າພະເຈົ້າເປັນໂລກຫົວໃຈດັ່ງທີ່ກຳລັງສົງໄສຕົວເອງນີ້ຂ້າພະເຈົ້າຄວນມີວິທີປິ່ນປົວ ແລະຮັກສາຕົວເອງແບບໃດ?

ຂ້າພະເຈົ້ຮູ້ສຶກເສົ້າໃຈຫລາຍ ຢ້ານຕົວເອງມີຊີວິດຢູ່ບໍ່ໄດ້ນານ...alt

  ຂໍຂອບໃຈເປັນຢ່າງສູງ,

   ບ່າວນິດນິລັນ ຄົນພັນລາວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ມາແລ້ວ! ນິດນິລັນ ກັບມາແລ້ວ!

ຫລັງຈາກທີ່ໄປຮັກສາໃຈຢູ່ທີ່ບ້ານເກີດເມືອງນອນ,ນິດນິລັນໄດ້ຮັບຢາວິເສດຈາກພໍ່ແມ່,ໄດ້ໄປຢູ່ໃນອ້ອມກອດຂອງພໍ່ ແລະໄດ້ໄປນອນຢູ່ບົນຕັກຂອງແມ່ ຈື່ງເຮັດໃຫ້ນິດນິລັນ ສາມາດລືມຜູ້ຍິງຄົນນັ້ນໄດ້ແລ້ວ,ພໍ່ກັບແມ່ເຄີຍບອກເອົາໄວ້ວ່າໃຫ້ເກັບເອົາຄວາມຮັກນັ້ນເປັນບົດຮຽນຄັ້ງຕໍ່ໄປ ຖ້າຈະມີຮັກຄັ້ງໜ້າຂໍໃຫ້ຮັກກັບຄົນທີ່ເຂົາຮັກເຮົາມັນຈັ່ງມີຄວາມສຸກວ່າຊັ້ນ... ຕອນນີ້ນິດນິລັນດີໃຈຫລາຍສາມາດລືມເຂົາໄດ້ທຸກຢ່າງ ນິດນິລັນຢາກຂໍອວຍພອນໃຫ້ເຂົາຈົ່ງມີຄວາມສຸກກັບຄົນທີ່ເຂົາຮັກນັ້ນເທີ້ນ!!!

    ບ່າວນິດນິລັນ ຄົນພັນລາວ,

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

            ສະບາຍດີທ່ານຜູ້ອ່ານທີ່ໜ້າຮັກຢູ່ແລ້ວ!!!

ຂ້າພະເຈົ້າຂໍຖາມເຄັດລັບໃນການລືມເຂົາຈັກໜ່ອຍແດ່?ທ່ານໃດມີປະສົບການຫລາຍກ່ຽວກັບເລື່ອງຂອງຄວາມຮັກຊ່ວຍອະພິບາຍໃຫ້ຂ້າພະເຈົ້າແດ່!ເປັນຫຍັງເວລາທີ່ເຮົາຮັກໃຜຄົນໜື່ງມັນຄືງ່າຍແທ້-ແຕ່ເປັນຫຍັງບາດເວລາທີ່ເຮົາຢາກລືມໃຜຄົນໜື່ງມັນຄືຍາກແທ້ ຜ່ານມານີ້ຂ້າພະເຈົ້າບໍ່ໄດ້ໂທດໃຜເລີຍ,ໂທດຕົວເອງຕັ້ງຫາກທີ່ໄປຮັກເຂົາຈົນໝົດໃຈ,ຂ້າພະເຈົ້າລົງໂທດຕົວເອງໂດຍບໍ່ມີຄວາມປານີຕົວເອງເລີຍລົງໂທດໂດຍການບໍ່ກິນເຂົ້າ3ມື້3ຄືນ ເພາະບໍ່ມີເຂົ້າກິນ ແຕ່ກັບມາກິນເຫລົ້າຂາວແທນນີ້ເປັນການລົງໂທດທີ່ໄປຕາບອດຍ້ອນຄວາມຮັກເພາະວ່າຄວາມຮັກບໍ່ໄດ້ເຮັດໃຫ້ຄົນຕາບອດແຕ່ຄົນຕ່າງຫາກທີ່ໄປຕາບອດຍ້ອນຄວາມຮັກ   ຂ້າພະເຈົ້າຢາກລືມເຂົາໄປໃຫ້ໝົດແຕ່ວ່າພາບວັນເກົ່າມັນກັບມາຫລອກຫລອນຢູ່ບໍ່ເຊົາ ແມ່ນແຕ່ຄວາມເປັນອ້າຍຮັກຂ້າພະເຈົ້າກໍ່ບໍ່ຢາກມີໃຫ້ເຂົາເລີຍ ຢາກລືມ!ຢາກລືມ!ຢາກລືມ!

  ຊ່ວຍແດ່ຂ້າພະເຈົ້າແດ່ ຊິເຮັດຈັ່ງໃດໃຫ້ລືມເຂົາໄດ້ທ່ານໃດເຄີຍປະສົບຜົນສຳເລັດໃນການລືມຊ່ວຍບອກແດ່ຂອບໃຈລ່ວງໜ້າ...

       ນິດນິລັນ ຄົນພັນລາວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2009 | ມີ 24 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີທ່ານຜູ້ອ່ານທີ່ກຳລັງຈະໜ້າຮັກ!!!

ນີ້ແມ່ນ1ໃນເລື່ອງຊີວິດຈິງຂອງຂ້ອຍເລື່ອງນີ້ແມ່ນເກີດຂື້ນວ່າງບໍ່ດົນມານີ້ເລື່ອງມີຢູ່ວ່າ:

ຂ້ອຍໄດ້ຮັກກັບຜູ້ຍິງຄົນ1ເຊິ່ງໃຊ້ເວລາພິສູດໃຈກັນມາ2ປີກວ່າໆ,ຂ້ອຍພົບຜູ້ຍິງຄົນນີ້ແບບບັງເອີນຕອນນັ້ນເປັນວັນສົງການເຊິ່ງໃຜໆກໍ່ຕ່າງຄົນຕ່າງຫຼີ້ນຢ່າງມ່ວນຊື່ນ,ຂ້ອຍກໍ່ເຊັ່ນດຽວກັນຂ້ອຍໄປສົງພຣະຢູ່ຫຼາຍໆວັດເພື່ອເປັນການຊອກຫາເນື້ອຄູ່ມື້ນັ້ນບັງເອີນພໍດີນ້ຳຫອມຂ້ອຍໝົດພໍດີຈື່ງໄດ້ເຂົ້າໄປຂໍນຳຜູ້ຍິງຄົນ1ເຊິ່ງນາງເປັນຄົນໜ້າຮັກ,ມີສະເໜ່ ແລະຫຼັງຈາກນັ້ນຂ້ອຍກໍ່ໄດ້ເວົ້າຢອກນາງແລະຕ່າງຄົນຕ່າງຫົດນ້ຳກັນຈາກນັ້ນກໍ່ແລກເບີກັນຈົນເຮັດໃຫ້ຄວາມຜູກພັນຄວາມຮັກແພງກັນເລີ່ມມີຂື້ນ...ນັບແຕ່ນັ້ນມາຂ້ອຍກໍ່ມອບໃຈດວງນີ້ຂອງຂ້ອຍໃຫ້ນາງ,ພວກຂ້ອຍໄດ້ໂທຫາກັນແລະສົ່ງຂໍ້ຄວາມຫາກັນຕະຫຼອດຈົນເປັນຄວາມຮັກທີ່ອຳມະຕະ... ແຕ່ໜ້າເສຍດາຍວັນເວລາຜ່ານໄປ2ປີຈື່ງເຮັດໃຫ້ເຫດການອັນບໍ່ຄາດຄິດເກີດຂື້ນກັບຄວາມຮັກຂອງຂ້ອຍ,ມາມື້1ໃນເດືອນແລ້ວນີ້ເຊີ່ງເປັນວັນຄົບຮອບວັນເກີດຂອງນາງຂ້ອຍກະກຽມເອົາຂອງຂວັນທີ່ຂ້ອຍໄດ້ກະກຽມ ເອົາໄວ້ໃຫ້ນາງເໝືອນດັ່ງທຸກໆປີທີ່ຜ່ານມາແຕ່ແລ້ວພາບທີ່ຂ້ອຍບໍ່ຄາດຄິດມັນກໍ່ປະກົດໃຫ້ຂ້ອຍເຫັນ ນາງມາກັບຜູ້ຊາຍຄົນ1ເຊິ່ງມີຮູບຮ່າງສູງໜ້າຕາດີກວ່າຂ້ອຍແດ່ໜ້ອຍ1 ຂ້ອຍພະຍາຍາມອົດກັ້ນອາລົມເອົາໄວ້ແຕ່ມັນກໍ່ຫມົດຂີດຈຳກັດແລ້ວຂ້ອຍຈື່ງຍ່າງເຂົ້າໄປຫານາງແລ້ວຜູ້ຊາຍຄົນນັ້ນກໍ່ຖາມນາງວ່າ: ຜູ້ນີ້ແມ່ນໃຜ? ນາງໜ້າແດງແລະບໍ່ຊ່າງຊິຍ່າງຕໍ່ໄປ ເບີ່ງແລ້ວຄືຊົງຊິກັງວົນໃຈແຮງແລ້ວຈື່ງຕອບວ່າ: ເປັນອ້າຍຮັກເຊີ່ງຫາກໍ່ຮູ້ຈັກກັນ! ຄຳຕອບຂອງນາງໄດ້ເຮັດໃຫ້ຂ້ອຍຢືນຊືງຢູ່ກັບບ່ອນເລີຍ ຂອງຂັວນວັນເກີດທີ່ຂອ້ຍກຽມໄປໃຫ້ນາງມັນ ໄດ້ຫຼຸດອອກຈາກມືຂ້ອຍແບບບໍ່ຕັ້ງໃຈເລີຍ,ຈາກນັ້ນຂ້ອຍກໍ່ຖາມນາງຄືນວ່າຜູ້ຊາຍຄົນນັ້ນ ແມ່ນໃຜນາງຕອບຂ້ອຍວ່າ:ເປັນ66ຟນ ຂ້ອຍກໍ່ບໍ່ຢາກເຊື່ອເລີຍ ແຕ່ຈຳເປັນຕ້ອງເຊື່ອເພາະ ພາບນັ້ນມັນຫຼອກຫຼອນຂ້ອຍແທ້ໆ...

ນີ້ມັນໝາຍຄວາມວ່າຈັ່ງໃດ: ຂ້ອຍບໍ່ເຂົ້າໃຈເລີຍ?ຕະຫຼອດໄລຍະເວລາທີ່ຜ່ານມາ2ປີຂ້ອຍເປັນຄົນຫຼົງຕົວເອງແມ່ນບໍ່?ນາງກະເຄີຍບອກຂ້ອຍວ່າຮັກຂ້ອຍພຽງຄົນດຽວແຕ່ເປັນຫຍັງຄືເປັນແບບນີ້? ດ້ວຍຄວາມຮັກແລະຄວາມຫ່ວງໄຍ ຕະຫຼອດເວລາທີ່ຂ້ອຍຣັກກັບຜູ້ຍິງຄົນນີ້ຂ້ອຍບໍ່ເຄີຍລ່ວງເກີນນາງແມ່ນແຕ່ໜ້ອຍດຽວຂ້ອຍຮັກນາງແທ້ໆ ມັນອາດເປັນເພາະວ່າຂ້ອຍບໍ່ເຄີຍມີຄວາມຮັກ ມາກ່ອນຫຼືບໍ່? ແຕ່ໃນທີ່ສຸດຂ້ອຍກໍ່ໄດ້ຮັບບົດເປັນອ້າຍຮັກແບບບໍ່ໄດ້ຕັ້ງໃຈເລີຍ!!! ແລ້ວແບບນີ້ຂ້ອຍຊິອະພິບາຍໃຫ້ໃຈຕົວເອງແນວໃດດີ!

ເລື່ອງນີ້ຂ້ອຍຂໍຝາກໃຫ້ເປັນຄະຕິເຕືອນໃຈແດ່ຄົນທີ່ກຳລັງຈະເລີ່ມມີຄວາມຮັກໃໝ່ໃຫ້ຮັກຕົວເອງໃຫ້ຫຼາຍໆກ່ອນທີ່ຈະຮັກຄົນອື່ນ ຢ່າໄປເຮັດຄືຂ້ອຍເດີທີ່ທຸ້ມເທທຸກຢ່າງໃຫ້ກັບນາງ ແຕ່ສຸດທ້າຍຕ້ອງມາອົກຫັກແບບບໍ່ໄດ້ຕັ້ງໃຈ,ເລື່ອງນີ້ຂ້ອຍໄດ້ບັນທຶກໄວ້ເປັນຄວາມຊົງຈຳໃນຫົວໃຈຂອງຂ້ອຍແລ້ວ...

 ຂໍຂອບໃຈ!!!

ນິດນິລັນ ຄົນພັນລາວ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນອື່ນ ຂ້າພະເຈົ້າຂໍຂອບໃຈກັບທຸກໆທ່ານທີ່ໄດ້ເສຍສະຫລະເວລາອັນມີຄຸນຄ່າປະກອບສ່ວນຕອບກະທູ້ຂອງຂ້າພະເຈົ້າໃນພາກ1

ເຊິ່ງມັນເປັນການເຮັດໃຫ້ຂ້າພະເຈົ້າຮູ້ຫລາຍຂື້ນ... ໃນພາກ2ນີ້ຂ້າພະເຈົ້າຂໍແລກປ່ຽນຄຳຄິດຄຳເຫັນອີກກ່ຽວກັບວົງການເພງລາວ!!!

  ຂ້າພະເຈົ້າຢາກຮູ້ວ່າ: ເປັນຫຍັງລາຄາແຜ່ນຊີດີ,ວີຊີດີເພງລາວທີ່ຂາຍຢູ່ຕາມທ້ອງຕະຫລາດລາຄາມັນຄືບໍ່ຄືກັນ?

ອາດເປັນເພາະວ່າແຕ່ລະຄ້າຍເພງກຳນົດລາຄາອອກມາແມ່ນບໍ່? ຄັນຊັ້ນເປັນຫຍັງເພງລາວແຜ່ນຄືກັນ,ນັກຮ້ອງດຽວ,ອາລະບ້ຳດຽວແລະຄ້າຍເພງດຽວກັນແທ້ໆ ແຕ່ເປັນຫຍັງແຕ່ລະຮ້ານຄືຂາຍບໍ່ຄືກັນ?ບາງຮ້ານຂາຍລາຄາ10.000ກີບ ແລ້ວບາງຮ້ານຂາຍ 15.000ກີບ ອັນນີ້ມັນເປັນຍ້ອນຫຍັງ? ແລະຄວນມີວິທີສະກັດກັ້ນແນວໃດກ່ຽວກັບບັນຫານີ້? ແລະອີກຢ່າງໜື່ງເທບຜີຊີດີເຖື່ອນມັນກໍ່ຫລາຍ!!!ເພິ່ນຊິເຮັດແນວໃດເພື່ອເປັນການອະນຸລັກ ວົງການບັນເທິງເພງລາວໃຫ້ມີປະສິດທິພາບຫລາຍຂື້ນ???

    ດ້ວຍຄວາມນັບຖືຢ່າງສູງ!!!

       ຂໍຂອບໃຈ!!

   ນິດນິລັນ,

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ສະບາຍດີທຸກທ່ານທີ່ນັບຖື!

ຂ້າພະເຈົ້າຂໍແລກປ່ຽນຄຳຄິດຄຳເຫັນຈັກໜ່ອຍແດ່!

ຄືຂ້າພະເຈົ້າສົນໃຈຢູ່ວ່າ ເປັນຫຍັງເພງດັງອຳມະຕະບ້ານນາທີ່ຮີດກັນຢູ່ບ້ານເຮົາຈື່ງຖືກສິລະປິນອີ່ສານຂອງໄທນຳເອົາໄປຮ້ອງຕໍ່?

ຂ້າພະເຈົ້າພໍເຂົ້າໃຈໜ້ອຍໜື່ງວ່າເຂົາເຈົ້າຊື້ລິຂະສິດຈາກອາຈານນັກປະພັນເພງແລ້ວແຕ່ເປັນຫຍັງເພິ່ນຈື່ງເຮັດແບບນັ້ນທັ້ງໆທີ່ວ່າເພງລາວ

ມັນກໍ່ເປັນເພງທີ່ຄົນລາວສ່ວນໃຫຍ່ໄດ້ໃຫ້ຄວາມສົນໃຈຫລາຍ ແຕ່ວ່າຖ້າຖືກສິລະປິນຊື່ດັງຂອງບ້ານເຂົານຳໄປຮ້ອງມັນຍິ່ງເຮັດໃຫ້ບົດເພງນັ້ນດັງ

ແລະສ້າງຊື່ສຽງໃຫ້ສິລະປິນບ້ານເຂົາມີຄວາມໂດ່ງດັງແລະສາມາດຂາຍໄດ້ເງິນຫລາຍກວ່າ,ເພັງດັງອຳມະຕະທີ່ຂ້າພະເຈົ້າຄິດວ່າດັງໃນບ້ານເຮົາແລ້ວ

ຖືກນຳໄປຮ້ອງຕໍ່ນັ້ນມີຫລາຍເຊັ່ນວ່າ:ປາແດກກົ້ນໄຫ,ສາວໂພນໂຮງ,ສາວຊຽງຂວາງ,ສາວບ້ານເວີນຂາຍເຫລົ້າ,ຈີ່ຫອຍ ແລະເພງອື່ນໆ...

ຂ້າພະເຈົ້າສົນໃຈຢູ່ວ່າ ເປັນຫຍັງຈື່ງເປັນແບບນັ້ນ?

 ຂໍອະໄພຫລາຍໆຫາກຂ້າພະເຈົ້າມີສິ່ງຜິດພາດ!(ຢາກຮູ້ອີ່ຫລີ! ຊ່ວຍອະທິບາຍແກ່ຂ້າພະເຈົ້າແດ່)

ຂໍຂອບໃຈເປັນຢ່າງສູງ...

  ນິດນິລັນ,

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເຄັດ​ລັບ​ເພີ່ມ​ຄວາມ​ຈຳ​ໃຫ້ສະໝອງ
1. ຈິບ​ນໍ້າ​ດຸໆ
ສະໝອງປະກອບ​ດ້ວຍ​ນໍ້າ85% ​ເຊ​ວສະໝອງກໍ່​ຄື​ກັບ​ຕົ້ນ​ໄມ້​ທີ່​ຕ້ອງການ​ນໍ້າ​ລໍ່​ລ້ຽງ ຖ້າ​ບໍ່ມີ​ນໍ້າຕົ້ນ​ໄມ້​ກໍ່​ຈະ​ຫ່ຽວຖ້າ​ບໍ່​ຢາກ​ໃຫ້​ເຊ​ວສະໝອງຫ່ຽວຊຶ່ງ​ສົ່ງ​ຜົນ​ໃຫ້ການ​ສົ່ງ​ຂໍ້​ມູນ​ຊ້າກາຍ​ເປັນ​ຄົນ​ຄິດ​ຊ້າ ຫລື​ຄິດ​ຢາກ​ອອກ ​ແຕ່​ລະ​ມື້​ຈຶ່ງ​ຄວນ​ດື່ມ​ນໍ້າ​ດຸໆ​ເຮັດ​ວຽກຢູ່​ທີ່​ບ້ານ

2. ກິນ​ໄຂມັນ​ດີໆ

ຄົນ​ສ່ວນ​ຫລາຍ​ບໍ່​ຮູ້​ວ່າ​ສະໝອງຄື​ກ້ອນ​ໄຂມັນ​ຊຶ່ງ​ຈໍາ​ເປັນ​ຕ້ອງ​ມີ​ໄຂມັນ​ດີ​ໄປ​ທົດ​ແທນ​ສ່ວນ​ທີ່​ເສຍ​ຫາຍ​ແນະ​ນໍາ​ໃຫ້​ກິນ​ໄຂມັນ​ດີ​ລະ​ຫວ່າງ​ວັນ ຈໍາພວກ​ນໍ້າມັນ​ປາ ສານ​ສະກັດ​ໃບ​ແປະ​ກ້ວຍປາ​ທີ່​ມີ​ໄຂມັນ​ດີ​ຄື​ປາ​ແຊວ​ມອນ ນົມ​ຖົ່ວ​ເຫລືອງ​ວິຕາມິນ​ລວມທີ​ເຮັດ​ໃຫ້​ເຊ​ວຊຸ່ມ​ນໍ້າ ສ່ວນ​ວິຕາມິນ​ຊີ​ກິນ​ແລ້ວ​ສົດ​ຊື່ນ.

3. ນັ່ງ​ສະມາທິ​ມື້​ລະ12 ນາທີ

ຫລັງ​ຈາກ​ຕື່ນ​ນອນ​ແລ້ວ​ໃຫ້​ຕັ້ງ​ສະຕິ ​ແລະ​ນັ່ງ​ສະມາທິ​ທຸກ​ເຊົ້າ ມື້​ລະ 12 ນາ​ທີ​ເພື່ອ​ໃຫ້​ສະໝອງ​ເຂົ້າ​ສູ່​ໄລຍະ​ທີ່​ມີ​ຄື້ນ Thetd ຊຶ່ງ​ເປັນ​ຄື້ນທີ່​ຜ່ອນຄາຍ​ທີ່​ສຸດ ​ເຮັດ​ໃຫ້​ສະໝອງມີ Mental Imagery ສາມາດ​ຈິນຕະນາການ​ເຫັນ​ພາບ ​ແລະ​ມີ​ຄວາມ​ຄິດ​ສ້າງສັນ(ຖ້າ​ເຮັດ​ບໍ່​ໄດ້​ຕອນ​ເຊົ້າ​ໃຫ້​ແອບ​ເຮັດ​ກ່ອນ​ນອນ​ທຸກ​ວັນ)

4. ​ໃສ່​ຄວາມ​ຕັ້ງ​ໃຈ

ການ​ຕັ້ງ​ໃຈ​ໃນ​ສິ່ງ​ໃດໆກໍ່ຕາມຄື​ການ​ໂປຼ​ແກມ​ສະໝອງວ່າ ນີ້​ຄື​ສິ່ງ​ທີ່​ຈະ​ຕ້ອງ​ເກີດ​ແຕ່​ລະ​ມື້ສະໝອງຈະ​ປັບ​ພຶດຕິ​ກໍາ​ເຮົາ ​ໃຫ້​ໄປ​ສູ່​ເປົ້າໝາຍນັ້ນ​ເຮັດ​ໃຫ້​ປະສົບ​ຄວາມ​ສໍາ​ເລັດ​ໃນ​ສິ່ງ​ຕ່າງໆ​ເພາະສະໝອງບໍ່​ແຍກ​ລະຫວ່າງ​ສິ່ງ​ທີ່​ເຮັດ​ຈິງ ກັບ​ສິ່ງ​ທີ່​ຄິດ​ຂື້ນ​ທັງ​ສອງ​ຢ່າງຈຶ່ງ​ເປັນ​ຄື​ກັບ​ສິ່ງ​ດຽວກັນ

5. ຫົວ​ແລະ​ຍິ້ມ​ດຸໆ

ທຸກ​ຄັ້ງ​ທີ່​ຍິ້ມ​ຫລື​ຫົວຈະ​ມີ​ສານ​ອິນ​ໂດ​ຟິນ ຊື່​ງ​ເປັນສານ​ແຫ່ງ​ຄວາມສຸກລັ່ງອອກ​ມາ​ເທົ່າ​ກັບ​ເປັນ​ການ​ກະ​ຕຸ້ນ​ໃຫ້​ມີ​ຄວາມ​ຢາກ​ຮັກ​ແລະ​ຫວັງ​ດີ​ຕໍ່​ຄົນ​ອື່ນ​ໄປ​ເລື້ອຍໆ

6. ຮຽນຮູ້​ສິ່ງ​ໃໝ່ທຸກ​ມື້

ສິ່ງ​ໃຫມ່​ໃນ​ທີ່​ນີ້ໝາຍ​ເຖິງສີ່​ງຕ່າງໆທີ່​ເກີດ​ຂື້ນ​ໃນ​ຊີວິດ​ປະ​ຈໍາ​ວັນ ​ເຊັນ ການ​ກິນ​ອາຫານ​ຮ້ານ​ໃໝ່ໆ​ຮູ້ຈັກ​ເພື່ອນ​ໃໝ່ໆ ອ່ານໜັງສື​ເຫລັ້ມ​ໃໝ່ ລົມ​ກັບ​ເພື່ອນ​ຮ່ວມ​ງານ​ແລ​ຮຽນຮູ້​ວິທີ​ການ​ເຮັດ​ວຽກຂອງ​ເຂົາ ​ເປັນ​ຕົ້ນ ​ເພາະ​ການຮຽນຮູ້​ສິ່ງ​ໃໝ່ເຮັດ​ໃຫ້​ສະໝອງລັ່ງສານ​ອິນ​ໂດ​ຟິນ ​ແລະ ​ໂດ​ປາ​ມິນ ຊື່​ງ​ເປັນສານ​ແຫ່ງ​ກນ​ຮຽນຮູ້ກະ​ຕຸ້ນ​ໃຫ້​ຢາກຮຽນຮູ້​ແລະ​ສ້າງສັນ​ໄປ​ ເລືອຍໆ​ເມື່ອ​ມີ​ຄວາມສຸກ​ກໍ່​ເຮັດ​ໃຫ້​ມີ​ຄວາມ​ຄິດ​ສ້າງສັນ

7. ​ໃຫ້​ອາ​ໄພ​ໂຕ​ເອງ​ທຸກ​ມື້

​ການທີ່​ບໍ່​ໃຫ້​ອາ​ໄພ​ໂຕ​ເອງຊັງ​ຄົນ​ອື່ນ ຊັງ​ໂຕ​ເອງ ​ເຮັດ​ໃຫ້​ເປືອງ​ພະລັງງານ​ສະໝອງ ການ​ໃຫ້ອາ​ໄພ​ໂຕ​ເອງ​ເປັນ​ການ​ລົດ​ພາລະ​ຂອງ​ສະໝອງ
8. ຂຽນບັນທຶກGraceful Journal

ຝຶກ​ຂຽນຂອບ​ໃຈ​ສິ່ງ​ດີໆທີ່​ເກີດ​ຂື້ນ​ໃນ​ແຕ່​ລະ​ວັນ​ລົງ​ໃນ​ປື້​ມບັນທຶກ ​ເຊັ່ນຂອບ​ໃຈ​ທີ່​ມີ​ຄອບຄົວ​ທີ່​ດີ, ຂອບ​ໃຈ​ທີ່​ມີ​ສຸຂະພາບ​ດີ ​ເປັນ​ຕົ້ນ​ເພາະ​ການ​ຂຽນ​ເລື້ອງ​ດີໆ ​ເຮັດ​ໃຫ້​ສະໝອງຄິດ​ໃນ​ທາງ​ບວກພ້ອມ​ທັງ​ລັ່ງສານ​ເຄມີ​ທີ່​ດີ​ອອກ​ມາ ຊ່ວຍ​ໃຫ້​ຫລັບ​ຝັນ​ດີຕື່ນ​ມາ​ເຮັດ​ສະມາທິ​ໄດ້​ງ່າຍ ມີ​ຄວາມ​ຄິດ​ສ້າງສັນ.
9. ຝຶກ​ຫາຍ​ໃນ​ເລິກໆ
ສະໝອງ​ໃຊ້​ອອກ​ຊິ​ເຈນ20-25% ຂອງ​ອອກ​ຊິ​ເຈນ​ທີ່​ເຂົ້າ​ສູ່​ຮ່າງກາຍ, ການ​ຝຶກ​ຫາຍ​ໃຈ​ເຂົ້າ​ເລິກໆຈຶ່ງ​ເປັນ​ການ​ສົ່ງ​ພະລັງງານ​ທີ່​ດີ​ໄປ​ທີ່​ສະໝອງຄວນ​ນັ່ງ​ຫລັງ​ຊື່ໆ​ເພື່ອ​ໃຫ້​ອອກ​ຊິ​ເຈນ​ເຂົ້າ​ສູ່​ຮ່າງກາຍ​ໄດ້​ຫລາຍ​ຂຶ້ນຖ້າ​ນັ່ງ​ເຮັດ​ວຽກດົນໆຄວນ​ຫາ​ເວລາ​ຢືນ​ຫລື​ຍ່າງ​ຍືດ​ເສັ້ນ​ຍືດສາຍ​ເພື່ອ​ໃຫ້​ປອດ​ຂະຫຍາຍ​ໃຫຍ໋ສາມາດ​ຫາຍ​ໃຈ​ເອົາ​ອອກ​ຊິ​ເຈນ​​ເຂົ້າ​ປອດ​ໄດ້​ເພີ່ມ​ຂື້ນ​ອີກ 20%.
 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປັນຫຍັງລາຄານ້ຳມັນຫລຸດລົງຫລາຍແລ້ວ,ແຕ່ເປັນຫຍັງລາຄາລົດເມຈື່ງຢູ່ລະດັບເກົ່າ?

ສິນຄ້າບາງຢ່າງກໍ່ຍັງບໍ່ຫລຸດຄາລາ ທັ້ງໆທີ່ວ່າເງິນບາດກໍ່ລົງຫລາຍແລ້ວ!

ຢາກຮູ້ແທ້ໆ ຊ່ວຍອະທິບາຍແດ່ດ້ວຍເຫດໃດນໍ້?