ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ວີທີເຮັດ:
ເອົາໃບເຕີຍມາລ້າງໃຫ້ສະອາດ ແລະ ຊອຍເປັນຕ່ອນນ້ອຍໆ ປັ່ນໃສ່ນຳ້ສະອາດ ໜ້ອຍໜື່ງຈົນລະອຽດເປັນເນື້ອດຽວກັນ ຈົນຂຸ້ນ ແລະ ໜຽວ.
ຫັຼງຈາກນັ້ນ ນຳມາພອກໃສ່ໜ້າ ປະມານ 15-20 ນາທີ ແລ້ວລ້າງອອກດ້ວຍນຳ້ສະ ອາດ ຈະຮູ້ສຶກວ່າ ຜີວໜ້າສົດຊື່ນ ແລະ ເຕັ່ງຕື່ງຂື້ນ ເຮັດແນວນີ້ເປັນປະຈຳ ອາທິດລະ 3-4 ເທື່ອ ພາຍໃນເວລາບໍ່ຮອດເດືອນ ຈະສັງເກດວ່າ ຜີວໜ້າຈະງາມຂື້ນແນ່ນອນ.
ຄຸນປະໂຫຍດຂອງໃບເຕີຍບໍ່ແມ່ນມີພຽງແຕ່ເທົ່ານີ້ ເພາະການດື່ມນຳ້ໃບເຕີຍກ່ໍມີປະໂຫຍດຕໍ່ ຮ່າງກາຍນຳອີກ ແລະ ເຮົາກໍ່ມີສູດເຮັດນຳ້ໃບເຕີຍມາຝາກກັນອີກ ວີທີເຮັດ:
ວີທີທ່ີ 1. ເອົາໃບເຕີຍມາລ້າງນຳ້ໃຫ້ສະອາດ ແລະ ຊ້ອຍເປັນຕ່ອນນ້ອຍໆ ໃສ່ໝໍ້ຕົ້ມດ້ວຍນຳ້ ສະອາດພໍດີຝົດ ກໍ່ຜ່ອນໄຟລົດ ຄ້ຽວໄຟໄປເລື້ອຍໆ ຈົົນເປັນສີຂຽວຂອງໃບເຕີຍ ແລະ ຕອງ ເອົາແຕ່ນຳ້ ໃສ່ເກືອໜ້ອຍນື່ງ ແລະ ນຳ້ຕານ ປະໃຫ້ຝົດ 10 ນາທີ.(ສາມາດປຸ່ງແຕ່ງລົດ ຊາດຕາມໃຈມັກ). ວີທີທ່ີ 2. ເອົາໃບເຕີຍມາລ້າງນຳ້ໃຫ້ສະອາດ ແລະ ຊ່ອຍເປັນຕ່ອນນ້ອຍໆ ແລ້ວຕາກໃຫ້ແຫ້ງ ຖ້າຕ້ອງການໃຫ້ມີກີ່ນຫອມຫຼາຍກວ່າເກົ່າ ໃຫ້ນຳໄປຂົ້ວກ່ອນ ແຕ່ລະວັງຢ່າໃຫ້ໄໝ້ ແລ້ວນຳ ມາໃສ່ແກ້ວປິດໃຫ້ແໜ້ນໆ ເກັບໄວ້ຊົງນຳ້ຮ້ອນເປັນຊາໃບເຕີຍນັ້ນເອງ.
"
ລອງເຮັດເບີ່ງເດີ ຈະງາມທັງພາຍໃນ ແລະ ພາຍນອກຈາກໃບເຕີຍ"

 

ຂໍ້ມູນຈາກ: ຫນັງສືວາລະສານ ຂັວນໃຈ ສະບັບ ວັນທີ່ 29 ເດືອນ ທັນວາ ປີ 2009

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ພຣະຣາໂຊວາທ ຂອງພຣະເຈັ້າຟ້າງຸ່ມມີຂໍ່ໃຫຍ່ໃຈຄວາມວ່າ:

1. ໃຫ້ຮັກສາບ້ານເມືອງ ຢ່າໃຫ້ມີໂຈຣຂະໂມຍ, ໃຫ້ພິຈາລະນາຖ້ວນຖີ່ຕາມໂທສກັມ. ໂຫສໜັກໃຫ້ຂ້າ, ສົມບັດເກີດມີໃນແຜ່ນດິນ ກໍ່ຍ້ອນປະຊາຊົນຣາສດອນ.

2. ຢ້່ໄດ້ຂ້າຝັນລັນແທງກັນ, ໃຫ້ຮັກສາຂອບນ້ຳດິນແດນ.

3. ສອງເດືອນໃດ ໃຫ້ໃຊ້ຄົນຂື້ນໄປເມືອງຊຽງດົງຊຽງທອງ ບຸຊາຟ້າແຖນ. ທຸກເືອນຈຽງໃຫ້ຂື້ນໄປເມືອງຊຽງທອງໃຫ້ເຖິງຊຽງທອງ ໃນເດືອນ 3 ເພື່ອສະແດງຄວາມຈົງຮັກພັກດີ ຕໍ່ພຣະອົງ ຊື່ງເຈົ້າຟ້າຫລວງໂງ່ມໄດ້ສັ່ງດັ່ງນີ້:

4. ຢ່າໃຫມີຂ້າທາດ ຊື່ງໜາຍຄວາມວ່າ ໃຫ້ເລີກລັດທິຂ້າທາສ. ຖ້າມີຊູ່ສູ່ເມັຍທ່ານ ໃຫ້ໄໜ 5 ບາທ. ຖ້າມີກາຣຂ້າກັນຕາຍ ໃຫ້ເອົາຕົວແທນຜຸ້ຕາຍ ຄືຕ້ອງລົງໂທສປະຫາຣຊີວິຕ.

5. ເຈົ້າຂຸນຢ່າໄໜໄຟຟ້າປະຊາກອນ ກາຍຮ້ອຍບາທ.