
ຂຽນເມື່ອ: ພ.ພ.. 29, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
ໃນຄໍ່າຄືນທີ່ງຽບສະໜິດ
ຂ້ອຍຍັງຄິດຣອດແຕ່ເຈົ້າບໍ່ເຄີຍຫາຍ
ຍັງຣັກເຈົ້າບໍ່ເຄີຍມີວັນລືມໄດ້
ທີ່ຂາງກາຍຢາກໃຫ້ມີເຈົ້າໄດ້ແອບອິ່ງ
ເຖິ່ງເວລາຈະຜ່ານໄປຫລາຍເດືອນຫລືຫລາຍປີ
ແຕ່ຫົວໃຈຍັງຄົງຣັກບໍ່ເຄີຍລືມ
ເພາະເຈົ້າມີຄ່າຫລາຍຄົນອື່ນໆ
ເປັນທຸກສິ່ງທີ່ສຳຄັນກັບຫົວໃຈຂ້ອຍ
ເຖິ່ງຕອນນີ້ຈະບໍ່ມີເຈົ້າຂ້າງກາຍ
ເຖິ່ງຈະບໍ່ເຫັນກັນແສນນານສັກພຽງໃດ
ກໍ່ບໍ່ເຄີຍຄິດທີ່ຈະປ໋ຽນໃຈໄປຣັກຄົນອືນ
ເພາະຫົວໃຈຍັງຍຶດໜັ້ນພຽງແຕ່ເຈົ້າ
ບໍ່ຣູ້ວ່າຈະເຣັດຈັ່ງໃດໃຫ້ເຈົ້າເຊື່ອ
ບໍ່ເຄີຍເພື່ອແຜ່ຫົວໃຈໃຫ້ຄົນອື່ນ
ຍັງຄົງໜັ້ນທີ່ຈະຣັກແຕ່ເຈົ້າ
ມີເລື່ອງໜຶ່ງທີ່ຂ້ອຍຢ້ານແລະຫວັ່ນໄຫວ
ຕົງທີ່ຫົວໃຈເຈົ້າບໍ່ມີຄົນ…ຄົນນີ້
ຍອມໃຫ້ຄົນອືນມາຢູ່ແທ່ນທີ່
ປ່ຽນຂ້ອຍນີ້ໃຫ້ເປັນຄົນນອກສາຍຕາ.