
ຂຽນເມື່ອ: ທ.ວ.. 6, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ລູກສາວນ້ອຍ ຊື່ວ່າຂາວ ເວົ້າກັບແມ່ວ່າ:
“ ແມ່, ເລົ່າຄວາມຝັນຂອງລູກໃຫ້ຟັງແດ່ດູ. ລູກຈື່ບໍ່ໄດ້ຄັກ.
ໃນຄວາມຝັນຫັ້ນ ແມ່ໄປໃສ ? ແມ່ກິນຫຍັງ ? ເດັກນ້ອຍຜູ້ຊາຍ
ລູກເຫັນຫັ້ນຊື່ຫຍັງ ?”. ຝ່າຍແມ່ແປກໃຈ ແລະ ຫົວຂື້ນກາກໆ.
“ຊິໃຫ້ແມ່ເລົ່າຄວາມຝັນຂອງລູກເອງໃຫ້ລູກຝັງໄດ້ແນວໃດ?”
ນາງຂາວເຊັດນ້ຳຕາ ແລະ ເວົ້າຂື້ນວ່າ :
“ ເປັນຫຍັງແມ່ຊິເລົ່າບໍ່ໄດ້. ໃນຄວາມຝັນຂອງລູກຫັ້ນ ແມ່ກໍ່ຢືນແປະໆ ກັບລູກນະ!”.