
ຂຽນເມື່ອ: ທ.ວ.. 8, 2008
| ມີ
5 ຄຳເຫັນ
ແລະ
0 trackback(s)
ຍາພໍ່ຢາກທົດສອບຈົວ 2 ອົງທີ່ໄດ້ຮຽນມາຫລາຍປີແລ້ວ ຈື່ງເອີ້ນຈົວທັງ 2 ເຂົ້າໄປຫາໃນຫ້ອງແລະຖາມວ່າ:
“ຈົວນ້ຍອ ! ດ່ຽວນີ້ເຈົ້າໄດ້ຊັ້ນໄດ້ແລ້ວ”
ຈົວນ້ອຍຕອບຍາບໍ່ວ່າ: “ຊັ້ນຕີ… ຂ້ານອຍ”
ຍາພໍ່ໜ້າແດງຮືດຂິ້ນກັບບາດ, ຈັບໄມ້ແສ້ຟາດກົ້ນຈົວນ້ອຍທົງເວົ້າວ່າ:
“ຊັ້ນຕຣີ…ກໍ່ວ່າຊັ້ນຕຣີ…ຕົວ ຣ ມື່ງເອົາໄປໄວ້ໃສ…” ຈົວໃຫຍ່ຢືນລັກຟັງຢູ່ນອກປະຕູໄດ້ຍິນວ່າໃຊ້ ຕົວ ຣ ຈຶ່ງຈື່ໃສ່ໃຈໄວ້, ຫລັງຈາກຈົວນ້ອຍອອກມາ ແລ້ວຍາພໍ່ກໍ່ເອີ້ນຈົວໃຫຍ່ເຂົ້າໄປຖາມວ່າ:
“ ຈົວນີ້ເດ່…ໄດ້ຊັ້ນຫຍັງ ?”
ຈົວໃຫຍ່ຈື່ງຕອບແບບໜັ້ນໃຈວ່າ:
” ຊັ້ນໂທຣ…ຂ້ານ້ອຍ”
ຍາພໍ່ບໍ່ຫລາຍເລືອງຈັບໄມ້ແສ້ຟາດກົ້ນຈົວໃຫຍ່ດັງເປັ້ຍໆ…ທັງປາກກໍ່ຮ້າຍວ່າ:
” ຊັ້ນໂທຣ…ແມ່ມືງຫວະ…ມືງເອົາຕົວ ຣ ມາໃສ່ເຮັດຫຍັງ…ຊັ້ນໂທ…ກໍວ່າຊັ້ນໂທຊັ້ນຕວ່າ…”