
ຂຽນເມື່ອ: ທ.ວ.. 8, 2008
| ມີ
3 ຄຳເຫັນ
ແລະ
0 trackback(s)
ຄັ້ງໜື່ງ ພະຍາເຊດດິຼກ ກຽມຕົວອອກສູ່ສົງຄາມ. ທ່ານມ້ຽນມັດອາຫານການກິນໄວຫໍຜາສາດຈົນເຕັມ ແລ້ວທ່ານກໍ່ລັ່ນກະແຈຂັງພັນລະຍາຄົນງາມໄວ້ ເພື່ອຄວາມປອດໄພເວລາທ່ານຢູ່ຫ່າງໄກ. ແລ້ວທ່ານຂີ່ມ້າໄປພົບເພື່ອນທີ່ທ່ານໄວ້ໃຈ ຊື່ວ່າທ່ານພະຍາ ລໍເຮັນ ຊື່ງອາໄສຢູ່ຫໍຜາສາດຫລັງຖັດໄປ.
“ ລໍເຮັນສ, ໂຕເປັນເພື່ອນທີ່ເຮົາໄວ້ໃຈທີ່ສຸດ. ຍາມເຮົາຢູ່ຫ່າງໄກ ຂໍໃຫ້ໂຕຮັກສາກະແຈລູກນີ້ໄວ້ ເພື່ອບໍ່ໃຫ້ໃຜເຂົ້າໄປໃນຫໍຜາສາດເຮົາ. ” ດ້ວຍຄວາມຕືນຕັນໃຈ, ທ່ານພະຍາລໍເຮັນ ຂານຮັບວ່າ:
“ ສ່ຽວເຊດດິຼກເອີຍ, ເຮົາສຸດທີ່ອີ່ມເອີບໃຈຕໍ່ຄວາມເຊື້ອໜັນທີ່ໂຕມອບໃຫ້ເຮົາ. ຂໍຈົ່ງຕາຍໃຈໂລດວ່າ ບໍ່ມີໃຜຈະຮັກສາກະແຈລູກນີ້ດີລືນເຮົາດອກ. ເມຍໂຕຈະປອດໄພທຸກປະການ. ”
ທ່ານເຊດດຼິກບັນຊາກາມ້າອອກໄປ. ຂີ້ໄປໄດ້ປະມານໜຶ່ງ ຊົ່ວໂມງປານນັ້ນລະ ທ່ານກໍ່ໄດ້ຍິນສຽງບາດຕີນມ້າແລ່ນຫອບມາຕາມຫັລງ. ນັ່ງຢູ່ເທິງຫລັງມ້າ ແມ່ນທ່ານພະຍາລ“ເຮັນ. ທ່ານຫາຍໃຈເກືອບບໍ່ທົ່ວທ້ອງ ເພາະເມື່ອຍຈາກການບັນຊາມ້າຢ່າງໜັກ. ເຂົາຮ້ອງຂື້ນວ່າ: “ ເຊັດດຼິກ ! ເຊັດດຼິກ ! ໂຕເອົາກະແຈຜິດລູກໃຫ້ເຮົາ ! ”.