ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

 

ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ​ຄົນ​ໜຶ່ງ​ເດີນທາງ​ມາ​ວຽງ​ຈັນ. ຕອນ​ນັ່ງ​ລົດ​ຕັກ​ຊີ​ນຳ​ທ່ຽວຫັ້ນ, ​ເຂົາ​ສັງ​ເກດ​ເຫັນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ເມືອງ​ລາວ​ນີ ​ເຄືອ​ນ​ເໜັງ​ໄປ​ດ້ວຍ​ຈັງຫວະ​ເຍີບ​ຍາບ​ຊັກ​ຊ້າ ​ເມື່ອ​ສົມ​ທຽບ​ກັບ​ຍີ່ປຸ່ນ. ອົດ​ບໍ່​ໄດ້, ​ເຂົາ​ເລີຍ​ເວົ້າກັບ​ຄົນ​ຂັບ​ລົດ​ຕັກ​ຊີ​ວ່າ:
“ ຕັກ​ຊີ​ພວກ​ເຈົ້າ​ແລ່ນ​ຊ້າ​ໂພດ, ຢູ່​ຍີ່ປຸ່ນ ຕັກ​ຊີ​ແລ່ນ​ບັກ​ໄວໆ, ​ເບິ່ງ​ລົດ​​ເມ​ພວກ​ເຈົ້າກໍ​ພໍ​ກັນ, ​ແລ່ນ​ປານ​ຫອຍ​ໄຕ່. ຢູ່​ຍີ່ປຸ່ນ​ລົດ​ເມ​ແລ່ນ​ໄວ​ປານ​ໃສ່​ຕີນ​ຜີ. ພຸ້ນໆ​…
​ເບິ່ງ​ລົດຈັກ​ພວກ​ເຈົ້າກໍ​ພໍ​ກັນ. ຢູ່​ຍີ່ປຸ່ນ ລົດຈັກ​ແລ່ນ​​ໄວ​ໄປ​ປານ​ລົມ.”
ການ​ນຳ​ທ່ຽວ​ສິ້ນສຸດ​ລົງ. ຄ່າ​ຕັກ​ຊີ​ຕົກ​ເປັນ​ເງິນ​ສອງ​ແສ​ນກີບ.
“ ປັດ​ໂທ ! ” ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ​ຮ້ອງ​ຂື້ນ​ວຶດ​ວື່.
“ ກົງ​ເຕີ​ລົດ​ເຈົ້າຄື​ແລ່ນ​ໄວ​ຕາຍ​ແທ້ ?”
“ ​ໄວ​ໂອ້ … ຊິ​ບໍ່​ໃຫ້​ໄວ​ແນວ​ເດີ …” ​ໂຊ​ເຟີ​ລົດ​ຕັກ​ຊີ​ເວົ້າທັ່ງ​ອອກ​ມາວ່າ:

“ ​ແນວ​ວ່າ​ກົງ​ເຕີ​ໜ່ວຍ​ນີ້​ມັນ​ຜະລິດ​ຢູ່​ຍີ່ປຸ່ນ !”

Delicious Digg Fark Twitter