
ຂຽນເມື່ອ: ທ.ວ.. 11, 2008
| ມີ
6 ຄຳເຫັນ
ແລະ
0 trackback(s)
ມີເລື່ອງເລົ່າວ່າ: ຍິງໜຸ່ມຄົນໜຶ່ງບໍ່ຮູ້ຮອດວ່າແວ່ນແມ່ນຫຍັງ?.
ມື້ໜຶ່ງ. ຝ່າຍຜົວຊື້ແວ່ນວົງໜຶ່ງມາໃຫ້ນາງ. ໃນຂະນະແຍງແວ່ນ, ນາງຮູ້ສຶກຕົກໃຈຈຶ່ງຟ້າວແລ່ນໄປບອກແມ່ຜົວວ່າ :
“ ລູກຊາຍອີ່ແມ່ຫັ້ນ ເອົາເມຍໃໜ່ມາຢູ່ໃນເຮືອນນຳ ” ນາງຕໍ່ວ່າຕໍ່ຂານ.
“ ແມ່ນແທ້ຫວະ ? ” ຝ່າຍແມ່ຍາຖາມດ້ວຍຄວາມແປກໃຈ
“ ເບິ່ງ… ໃຫ້ແມ່ເບິ່ງແດ່ ” ໃນຂະນະຈຶ້ງໜ້າໃສ່ແວ່ນ, ຝ່າຍແມ່ຍ່າກໍຮູ້ສຶກສັບສົນເຊັ່ນກັນ
“ ນີ້ມັນແມ່ນກະເລີ່ກັນ… ແມ່ເມຍມັນກໍ່ມານຳກັນຕະວ່ານີ້…” ແມ່ຍ່າຈົ່ມພຶມພຳ