ຂຽນເມື່ອ: ມ.ກ.. 8, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-bidi-font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}
ຕອນໄປຢາມລູກຊາຍທີ່ປະເທດຝຣັ່ງ ເປັນເວລາ 3 ປີ,
ລຸງຕຸ້ຍໄດ້ເຣັດວຽກຊົ່ວຄາວຢູ່ໂຣງງານຜະລິດເຄື່ອງໜັງ.
ມັນເປັນໂຣງງານໃຫຍ່ ແລະ ມີກົນໄກປະກອບຊີ້ນສ່ວນລະອຽດທັນສະໄໜທີ່ສຸດ.
ຈົນເຣັດໃຫ້ລຸງຕຸ້ຍຕົກຕະລຶງຊຶງເຊີ້. ພໍມາຣອດເຄື່ອງຈັກຂະໜາດໃຫຍ່ເຄື່ອງໜຶ່ງ
ຫົວໜ້າໄດ້ອະທິບາຍໃຫ້ລຸງຟັ່ງວ່າ:
“ ນີ້ແມ່ນເຕັກໂນໂລຢີລຸ້ນລ້າສຸດສຳລັບປຸ່ງແຕ່ງຜະລິດຕະພັນຈາກໜັງສັດ”
ພວກເຣົາເອົາຄວາຍທັງຕົວປ່ອນເຂົ້າສົ້ນໜຶ່ງ ແລ້ວມັນກໍ່ອອກໄປສົ້ນໜຶ່ງເປັນເກີບສຳເລັດຣູບ.
“ ໂດ້ຍບໍ່ຍອມໜ້ອຍນ້າໃຜ, ລຸງຕຸ້ຍຕອບຄືນໄປວ່າ: ”
ຢູ່ປະເທດລາວພວກຂ້ອຍມີເຄຶ່ອງຈັກດີກວ່ານີ້ຊໍ້າ. ພວກຂ້ອຍເອົາເກີບຄູ່ເກົ່າໆປ່ອນໃສ່ສົ້ນໜຶ່ງ
ແລ້ວມັນກໍ່ເປັນຄວາຍຍ່າງໂຢ້ງໆອອກຈາກອີກສົ້ນໜຶ່ງ.
“ ໂທ້ ! ພິລຶກປານນັ້ນພຸ້ນຫວະ ? ” ຝ່າຍຫົວໜ້າຝຣັ່ງຣ້ອງລັນຂຶ້ນ
“ ຊັ້ນ…ສາຍເກີບແດ່ໄປໃສ ? ”
“ ເອີ … ສາຍເກີບຫວະ ? ມັນກໍກາຍເປັນຫາງຄວາຍຊັ້ນລະບໍ ”