ຂຽນເມື່ອ: ມ.ກ.. 8, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-bidi-font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;}
ແຕ່ກ່ອນກີ້ ມີຊາຍຄົນໜຶ່ງວາງແຜນຊື້ເກີບຈັກຄູ່ ມາໃສ່ເອງ.
ເຂົາແທກຂະໜາດຕີນຂອງຕົນ ຢູ່ເຣືອນດ້ວຍບັນທັດໄມ້ໃຜ່,
ແລ້ວໜາຍໄວ້ ກ່ອນປົງໄມ້ບັດທັດໄວ້ເທິ່ງຕັ້ງ.
ເຂົາເຂົ້າໄປຕະຫລາດ ແລ້ວຕົກລົງຊື້ເກີບຄູ່ໜຶ່ງ. ໃນຂະພວມທີ່ຈະລອງເກີບ,
ເຂົາເລີຍສະເດືອກໄດ້ວ່າຕົນລືມໄມ້ບັນທັດ ຢູ່ເຣືອນ.
ດັ່ງນັ້ນເຂົາຈຶ່ງລິວເມືອເຣືອນ. ເມືອເຂົາກັບຄືນມາພ້ອມດ້ວຍໄມ້ບັນທັດ,
ຕະຫລາດພັດປິດຣຽບຮ້ອຍແລ້ວ. ເປັນອັນວ່າເຂົາບໍ່ສາມາດຊື້ເກີບໄດ້.
ເວລານັ້ນ ມີຄົນຜູ້ໜຶ່ງຫົວຂວັນລາວ ທັງຖາມວ່າ:
“ ຖ້າເຈົ້າຕັ້ງໃຈຊິຊື້ເກີບໄປໃສ່ເອງແທ້ ເປັນຫຍັງບໍ່ສຸບແທກຂະໜາດໃສ່ ຕີນເລີຍ?”
ຊາຍຄົນນັ້ນຕອບດ້ວຍສຽງຈິ່ງໃຈວ່າ: “ ຂ້ອຍເຊື້ອແລະໜັ້ນໃຈ
ໃນຂະໜາດທີ່ຂ້ອຍແທກໄວ້ເທົ່ານັ້ນ”