ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

     ຄົບຄົນໃຫ້ເບິ່ງໜ້າ ຂາວງາມໆຢ່າຟ້າວເຊື່ອ ບາດເມື່ອຂົມຄຽດແຄ້ນ ຊິອຸກເອົ້າອັ່ງຊວງ

     ອັນວ່າຄວາມຄົນເວົ້າ ຂົມໃນຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍ ພາຍໜ້າຫາກຊິດີ ຢ່າຟ້າວຕິຕຽນເວົ້າ ຜັກກະເດົາວ່າຂົມຂື່ນ ບາດໄດ້ກິນລາບກ້ອຍ ຊິຫຼົງຍ້ອງວ່າດີໃດ໋

     ອັນວ່າເງິນຄຳແກ້ວ ແນວຫາຍາກພານພົບ ລາງເທື່ອມີໃນມື ກະເປົ່າແປນປານລ້າງ ອັນວ່າເງິນຄຳແກ້ວ ມີຫຼາຍແຕ່ຜູ້ໝັ່ນ ຜູ້ໃດຂີ້ຄ້ານ ຫາໄດ້ກະບໍ່ໝານ

     ກົກບໍ່ແໜ່ນ ປາຍດົກໜາກະຕາມສ່າງ ຮາກບໍ່ຫຍັ່ງຝັງເລິກພື້ນ ບໍ່ມີໝັ່ນຢູ່ໄດ້ດົນດອກນາ

     ຄັນໄດ້ກິນປາແລ້ວ ຢ່າລືມເອົາແຫຕາກ ຄັນວ່າແຫຂາດແລ້ວ ປາຊິໄດ້ຮ່ອມໃດ

     ນັ່ງໃຫ້ເບິ່ງທີ່ ໜີໃຫ້ເບິ່ງບ່ອນ ຢູ່ໃຫ້ປູກມອນ ໜີໃຫ້ຊອນຮົ້ວ

     ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່

     ເພິ່ນບໍ່ເອີ້ນຢ່າຂານ ເພິ່ນບໍ່ວານຢ່າຊ່ວຍ ມັກຊ່ວຍແທ້ໆໃຫ້ພິຈາລະນາ

     ຢ່າຟັງຄວາມເບົາ ຢ່າເອົາຄວາມງ່າຍ

     ຕາບອດແຈ້ງບໍ່ຮູ້ຮ່ອມທາງເດີນ ຄັນບໍ່ແຍງເງົາເຫັນຊິບອດຕາຍຕະຜອງເຖົ່າ

     ໃຜຊິມາແປງສ້າງຮວງຮັງໃຫ້ໜູຢູ່ ຄັນປາກບໍ່ກັດຕີນບໍ່ຖີບສັງຊິໄດ້ຢູ່ຮູ

     ໄວ້ຍົດ ອົດຍັດ

     ແຍ້ບໍ່ຫ່ອນຖໍ່ແຂອນ ແລນບໍ່ຫ່ອນທໍ່ແຂ່ງ

     ຈັບຄວາຍໃຫ້ຈັບບາດມັນຂີ້ ຖາມໜີ້ໃຫ້ຖາມຍາມເຫັນເງິນ

     ທາງກວ້າງຕໍ່ກວ້າງ ສັງມາທຽວແຕ່ທາງຂອກ ໝົກປາແດກຕັ້ງໂຈ້ໂກ້  ສັງມາຈ້ຳຕັ້ງແຕ່ຕອງ

     ປູກເຮືອນມຸງຫຍ້າຝົນຕົກມາສັງມາຮົ່ວ ບາດວ່າປົດຫຍ້າໄວ້ຝົນຜັດແຫ້ງບໍ່ຖອງ

     ປຸນປັນໃຫ້ພໍດີກັນກ້ຳເກິ່ງ ຢ່າໃຫ້ນັກເພິ່ນພຸ້ນ ເບົາພີ້ບາບຊິນຳ ຄອບເນີ

     ໃຜຊິແນມເຫັນຮູ້ຊາຕາຕັ້ງແຕ່ເກົ່າ ໃຜຊິຄຸກເຂົ້າເຂົ້າໃນທ້ອງສ່ອງເຫັນ

     ມີກວຽນ ຄັນບໍ່ມີງົວພ້ອມ ຊິເອົາຫຍັງມາແກ່ ກວຽນຄັນບໍ່ມີໄມ້ຄ້ຳ ຫົວຊິງ້ຳໃສ່ດິນ

     ຄັນແໜ່ນທີ່ຄວາມຮູ້ເຕັມພຸງພຽງປາກ ຫາກສອນໂຕບໍ່ໄດ້ໃຜຊິຍ້ອງວ່າດີ

     ຄັນໄດ້ເປັນໃຫຍ່ແລ້ວ ຢ່າລືມຄຸນພວກໄຜ່ ຄັນຫາກໄຜ່ບໍ່ພ້ອມຊິໜ້າບໍ່ຮຸ່ງເຮືອງ

     ເວົ້າແຫກບ້ານມັນບໍ່ມີເຮືອງ ເວົ້າແຫກເມືອງມັນບໍ່ມີຂຶ້ນມີເກີນ

     ຖາກໄມ້ບໍ່ມີຫຼ່ຽມເຄົ້າ ແສນຊິກ້ຽງກະບໍ່ງາມ

     ທຽວທາງບໍ່ສຸດເສັ້ນ ຢ່າຖອຍຫຼັງໃຫ້ເຂົາຢຽບ ຕາຍຂໍໃຫ້ຕາຍໜ້າພຸ້ນ ເຂົາຈັ່ງຍ້ອງວ່າຫານ

     ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່

     ນອນຄວ່ຳໃຫ້ເບິ່ງເຊືອກຄວາຍ ນອນຫງາຍໃຫ້ເບິ່ງໄພຫຍ້າ

     ບໍ່ມີຄວາມຮູ້ຢ່າເວົ້າການເມືອງ ບໍ່ນຸ່ງຜ້າເຫຼືອງຢ່າເວົ້າການວັດ

     ກິນເຂົ້າໂຕ ຢ່າໂສຄວາມເພິ່ນ

     ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຫັກ

     ກິນບໍ່ຊ່າງກິນເປັນໜີ້ ຕົດບໍ່ຊ່າງຕົດຂີ້ອອກນຳ

     ກິນມຳມຳ ບໍ່ຄຳເບິ່ງທ້ອງ

     ກິນຊ້າງກະບໍ່ເຫຼືອ ກິນເສືອກະບໍ່ອິ່ມ

     ກິນພວມຮ້ອນ ຟ້ອນພວມເມົາ

     ທຸກໃຫ້ລ້ຽງ ປາກກ້ຽງໃຫ້ໄລ່ໜີ

     ທຸກບໍ່ມີເສື້ອຜ້າຝາເຮືອນດີພໍລີ້ຢູ່ ທຸກບໍ່ມີເຂົ້າຢູ່ທ້ອງຊິນອນລີ້ຢູ່ຈັ່ງໃດ

     ມີເງິນວ່າໄດ້ ມີໄມ້ເຮັດເຮືອນງາມ

     ຄວາມສຸກ ໖ ຢ່າງ ສຸກມີເຂົ້າກິນ ສຸກມີດິນຢູ່ ສຸກມີຄູ່ນອນ ສຸກມີເງິນຄຳໃສ່ເຕັມໄຖ່ ສຸກມີເຮືອນໃຫຍ່ມຸງແປ້ນກະດານ ສຸກມີລູກຫຼານມານັ່ງເຝົ້າ

     ຢາກທຸກໃຫ້ເປັນນາຍຄົນ ຢາກສາລະວົນໃຫ້ເອົາເມຍນ້ອຍ ຢາກໃຫ້ເຂົາປ້ອຍໃຫ້ຂີ້ໃສ່ທາງ

     ຢາກຈົນໃຫ້ຂີ້ຖີ່ ຢາກມີໃຫ້ເຮັດທານ

     ຢາກມີຫຼາຍມັນໄຮ້ ຢາກໄດ້ຫຼາຍມັນຕາຍ

     ໃຫ້ເອົາຄວາມຮູ້ ຫາກິນທາງຊອບ ຄວາມຮູ້ມີຢູ່ແລ້ວ ກິນໄດ້ຊົ່ວຊີວັງ ພຸ້ນເດ

     ໂຕເບິ່ງໂຕ ຢ່າໄປໂສເບິ່ງເລື່ອງເພິ່ນ ໂຕຊ່ວຍໂຕໃຫ້ໄດ້ ຢ່າໄປເອີ້ນໃສ່ໃຜ

     ເດັກນ້ອຍມີເງິນເຟື້ອງ ສອງໄພກະຍາກອວດ ຜູ້ໃຫຍ່ມີໝື່ນຕື້ ຖືໄວ້ບໍ່ອວດໃຜ

     ກາຫາຂໍ່ແຊມເຊື້ອ ຝູງຫົງຕະກູນໃຫຍ່ ສີຫາກດຳບອກເຊື້ອ ແຝງໄດ້ກະບໍ່ຄື

     ນ້ຳເລິກກວ້າງ ເຮົາຫຍັ່ງກະຍັງເຖິງ ຫົວໃຈຄົນບໍ່ຫຍັ່ງຖອງເຖິງໄດ້

     ຄັນບໍ່ມີຝອຍໝາບໍ່ຫ່ອນຂີ້ ຫາກບໍ່ເປັນໜີ້ເຂົາບໍ່ຫ່ອນຖາມ

     ບ້ານໃກ້ບໍ່ອຶດເກືອນ ໄປທາງເຮືອອຶດນ້ຳ

     ບ່ອນເຂັດໃຫ້ຢຳ ບ່ອນຄະລຳໃຫ້ຢ້ານ

     ປາກກ່ອນເພິ່ນວານ ຂານກ່ອນເຈົ້າ ຄະລຳ

     ຄັນຊິທຽວທາງກວ້າງ ໃຫ້ຫາຮົ່ມບັງຫົວ ຄັນຊິໄປທາງໄກ ໄຖ່ຖົງໃຫ້ມີພ້ອມ ຄັນຊິທຽວທາງເວິ້ງ ໃຫ້ຫາຖັງບັ້ງໃຫຍ່ ຄັນຊິຂຶ້ນຕົ້ນໄມ້ ໃຫ້ມອງບ່ອນຊິລົງ

     ຄັນຊິໄປທາງໜ້າ ໃຫ້ຫຼຽວຫຼັງເບິ່ງກ່ອນ ຄັນຫາກເປັນມະລຶດທຶດເທົ້າ ເຊົາກ່ອນຢ່າຊິໄປ

     ຄັນຢາກໄດ້ຄູ່ຊ້ອນ ໃຫ້ມີຜູ້ປຶກສາ ໃຫ້ຄ່ອຍປຶກສາຂຸນ ໝູ່ພົງພັນເຊື້ອ ໃຫ້ເຈົ້າປຶກສາເຖົົ້າ ຂຸນກວນພໍ່ແມ່ ຄັນເຖົ້າແກ່ບໍ່ພ້ອມ ເຊົາກ່ອນຢ່າເອົາ

     ຄຳປາກພໍ່ແມ່ນີ້ ໜັກເກິ່ງທໍລະນີ ໃຜຜູ້ຢຳເກງນົບ ຫາກຊິຮຸ່ງເຮືອງເມືອໜ້າ

     ຄົບຄົນດີເປັນສີແກ່ຕົວ ຄົບຄົນຊົ່ວອັບປາໄຊ

     ຕົກໝູ່ຂຸນຊ່ວຍຂຸນເກືອມ້າ ຕົກໝູ່ຂ້າຊ່ວຍຂ້າພາຍໂຊນ ຕົກໝູ່ໂຈນຊ່ວຍໂຈນຫາບໄຫເຫຼົ້າ

     ນັກາດຮ້າຍໃຫ້ໝອບໃຫ້ຄານ ອັນທະພານດີໃຫ້ໜີໄກສິບໂຍດ

     ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ

     ໝົກປາແດກມີຄູ ຈີ່ປູມີວາດ

     ຕື່ນເຊົ້າກິນຍອດຟ້າ ຕື່ນສວາຍກິນຂວຍຂີ້ໄກ່ໂປ່

     ໄດ້ຍິນກັບຫູ ໄດ້ດູກັບຕາ ໃຫ້ພິຈາລະນາດ້ວຍໃຈ ຮູ້ແລ້ງຢ່າເຫຼິງ