ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 30, 2019 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຟັງທຳມະ ເລື່ອງ ກຳລິຂິດ ໂດຍ ຍາທ່ານໃຫຍ່ມະຫາງອນ ດຳຣົງບຸນ ຕາມລິງຂ້າງລ່າງນີ້ເລີຍ

https://www.youtube.com/watch?v=Ara5-7hQ9KQ&t=46s

https://www.youtube.com/watch?v=P2AM9yaYg2k&t=87s

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ນິທານເຊັນ ນ້ຳຊາລົ້ນຈອກ 

ເລື່ອງມີຢູ່ວ່າ ທີ່ປະເທດຍີ່ປຸ່ນເມື່ອຮ້ອຍປາຍປີມາແລ້ວ ພຣະອາຈານແຫ່ງນິກາຍເຊັນອົງໜຶ່ງ ຊື່ວ່າ ນັນອິນ ເປັນຄົນມີຊື່ສຽງໂດ່ງດັງທົ່ວປະເທດ ມີລູກສິດລູກຫາຫຼາຍ ແລະມີຄວາມຮອບຮູ້ແຕກສານ ມີຄວາມຊຳນານເລື່ອງພຣະພຸດທະສາສະໜານິກາຍເຊັນຫຼາຍທີ່ສຸດອົງໜຶ່ງຂອງປະເທດຍີ່ປຸ່ນ ແລະສາດສະດາຈານທ່ານໜຶ່ງເປັນຄົນທີ່ມີຊື່ສຽງໂດ່ງດັງທົ່ວປະເທດເໝືອນກັນ ມີຄວາມຮູ້ຫຼາຍສາຂາວິຊາ ໄປຫາພຣະອາຈານນັນອິນເພື່ອຂໍສຶກສາພຣະພຸດທະສາສະໜານິກາຍເຊັນ

ໃນການຕ້ອນຮັບພຣະອາຈານນັນອິນໄດ້ຖອກນ້ຳຊາລົງໃນຈອກຈົນເຕັມ ແຕ່ກໍ່ຍັງຖອກຕໍ່ໄປຈົນລົ້ນແລ້ວລົ້ນອີກ ສາດສະດາຈານແນມເບິ່ງດ້ວຍຄວາມສົງໄສ ແລະທົນເບິ່ງຕໍ່ໄປບໍ່ໄດ້ ຈຶ່ງເວົ້າອອກໄປວ່າ ພຣະອາຈານຈະໃສ່ມັນລົງໄປໄດ້ແນວໃດ ມັນລົ້ນຈອກແລ້ວ ຝືນຖອກຕໍ່ໄປກໍ່ມີແຕ່ຈະລົ້ນຖິ້ມຊື່ໆບໍ່ມີປະໂຫຍດຫຍັງ

ພຣະອາຈານນັນອິນຈຶ່ງຕອບວ່າ ພໍ່ອອກກໍ່ເໝືອນກັນ ອາຕະມາຈະໃສ່ຫຍັງລົງໄປໄດ້ ເພາະໃນຫົວສະໝອງແລະຫົວໃຈຂອງເຈົ້າເຕັມໄປດ້ວຍຄວາມຄິດ ຄວາມເຫັນ ແລະມີວິທີຄິດນຶກ ຄຳນວນ ຕາມແບບຂອງເຈົ້າເອງ ສອງຢ່າງນີ້ແຫຼະມັນເຮັດໃຫ້ເຂົ້າໃຈພຸດທະສາສະໜາແບບເຊັນບໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

     ບຸກຄົນທຳກັມ (ອ່ານວ່າກຳໝາຍເຖິງການກະທຳທີ່ປະກອບດ້ວຍເຈຕະນາ) ໃດແລ້ວ

ຕ້ອງເດືອດຮ້ອນພາຍຫຼັງ ມີໜ້ານອງດ້ວຍນ້ຳຕາສະະເຫວີຍຜົນແຫ່ງກັມໃດ ກັມນັ້ນບໍ່ດີ

     ບຸກຄົນທຳກັມໃດແລ້ວ ບໍ່ເດືອດຮ້ອນພາຍຫຼັງມີຄວາມອີ່ມໃຈສະເຫວີຍຜົນຂອງກັມໃດ

ກັມນັ້ນຈັດວ່າເປັນກັມດີ

 

            ( ພູດທະສູພາສຶດ )

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

   ຄຳວ່າ ເພື່ອນ ໝາຍເຖິງ ຜູ້ສະໜິດສໜົມຄຸ້ນເຄີຍກັນ ພໍອົກພໍໃຈເຊິ່ງກັນແລະກັນ, ຜູ້ຮ່ວມສະຖາບັນຫຼືຮ່ວມອາຊີບດຽວກັນ

ເຊັ່ນ ເພື່ອນຮ່ວມໂຮງຮຽນ ເປັນຕົ້ນ, ຜູ້ຮ່ວມທຸລະ ເຊັ່ນ ຢູ່ເປັນເພື່ອນກັນກ່ອນ ໄປເປັນເພື່ອນກັນແດ່, ຜູ້ຢູ່ໃນສະພາບດຽວກັນ

ເຊັ່ນ ເພື່ອນມະນຸດ ເພື່ອນຮ່ວມໂລກ.

   ໃນທາງທັມມະອັນເປັນຄຳສອນທາງພຮະພຸດທະສາສນາ ເນື້ອແທ້ຂອງຄວາມເປັນເພື່ອນຢູ່ທີ່ຄວາມມີໃຈຫວັງດີປາຖະນາດີ

ຕໍກັນ ການຄົບເພື່ອນເປັນປັດໄຈສຳຄັນຢ່າງໜຶ່ງທີ່ຈະນຳຊີວິດໄປສູ່ຄວາມເສື່ອມຄວາມພິນາດຫຼືສູ່ຄວາມຈະເລີນງອກງາມ

     ດັ່ງນັ້ນ ຄວນຫຼີກລຽງເພື່ອນປອມຫຼືເພື່ອນບໍ່ແທ້ບໍ່ຈິງ ແລ້ວເລືອກຄົບຫາຄົນທີ່ເປັນເພື່ອນແທ້ເພື່ອນຈິງ

     ເມື່ອເຮົາມີເພື່ນຄວນປະຕິບັດຕໍ່ເພື່ອນແນວໃນ?

     ທາງພຣະພຸດທະສາສນາເພິ່ນສອນໄວ້ວ່າ ເພື່ອນຄວນປະຕິບັດຕໍ່ກັນ ດັ່ງນີ

          ໑. ມີຈິດໃຈເຜື່ອແຜ່ແບ່ງປັນ

          ໒. ເວົ້າຈາມີນ້ຳໃຈ

          ໓. ຊ່ວຍເຫຼືອເກື້ອກູນກັນ

          ໔. ຮ່ວມສຸກຮ່ວມທຸກດ້ວຍກັນ ບໍ່ແມ່ນຮ່ວມແຕ່ສຸກຢ່າງດຽວ

          ໕. ຊື່ສັດຈິງໃຈຕໍ່ກັນ

     ເມື່ອເພື່ອນອີກຝ່າຍໄດ້ຮັບການປະຕິບັດດັ່ງນີ້ແລ້ວ ຄວນປະຕິບັດຕອບ ດັ່ງນີ

          ໑. ເມື່ອເພື່ອນປະໝາດຊ່ວຍຮັກສາປ້ອງກັນເພື່ອນ

          ໒. ເມື່ອເພື່ອນປະໝາດຊ່ວຍຮັກສາຊັບສົມບັດຂອງເພື່ອນ

          ໓. ໃນເວລາມີໄພເປັນທີ່ເພິ່ງໄດ້

          ໔. ບໍ່ປະຖິ່ມໃນຍາມທຸກຍາກ

          ໕. ນັບຖືຕະຫຼອດເຖິງຍາດພີ່ນ້ອງຂອງເພື່ອນ

     ຫາກປະຕິບັດໄດ້ແນວນີ້ຊີວິດກໍ່ຈະມີແຕ່ຄວາມສຸກຄວາມຈະເລີນ