ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2017 | ມີ 1 ຄຳເຫັນ ແລະ 0 trackback(s)

ວິທີສ້າງສະເໜ່ໃຫ້ກັບຕົນເອງງ່າຍໆດ້ວຍສະຕາຍພຸດທະໃຊ້ໄດ້ຜົນຈິງ

1. ເປັນຄົນຮູ່ຈັກໃຫ້ປັນ ຄື ເອື້ອເຟື້ອເຜື່ອແຜ່ ເສຍສະຫຼະ ແບ່ງປັນ ຊ່ວຍເຫຼືອ ສົງເຄາະດ້ວຍປັດໄຈສີ່ ທຶນຫຼືຊັບສິນສິ່ງຂອງ ຕະຫຼອດຈົນໃຫ້ຄວາມຮູ້ ຄວາມເຂົ້າໃຈ ແລະສິລະປະວິທະຍາ (ທານ)

2. ເປັນຄົນຮູ້ຈັກເວົ້າເໝືອນຮັກກັນ ຄື ກ່າວຄຳສຸພາບ ມ່ວນ ເປັນຕາຟັງ ຊີ້ແຈງແນະນຳສິ່ງທີ່ເປັນປະໂຫຍດ ມີເຫດຜົນເປັນຫຼັກຖານ ຊັກຈູງໃນທາງທີ່ດີງາມ ຫຼືຄຳສະແດງຄວາມເຫັນອົກເຫັນໃຈ ໃຫ້ກຳລັງໃຈ ຮູ້ຈັກເວົ້າໃຫ້ເກີດຄວາມເຂົ້າໃຈດີ ສະມານສາມັກຄີ ເກີດໄມຕີ ເຮັດໃຫ້ຮັກໃຄ່ນັບຖືແລະຊ່ວຍເຫຼືອເກື້ອກູນກັນ (ປິຍະວາຈາ)

3. ເປັນຄົນຮູ້ຈັກທຳປະໂຫຍດແກ່ເຂົາ ຄື ຊ່ວຍເຫຼືອດ້ວຍແຮງກາຍ ແລະຂົນຂວາຍຊ່ວຍເຫຼືອກິດຈະການຕ່າງໆ ບຳເພັນສາທາລະນະປະໂຫຍດ ລວມທັງຊ່ວຍເຫຼືອແກ້ໄຂບັນຫາແລະຊ່ວຍປັບປຸງສົ່ງເສີມໃນດ້ານຈະຣິຍະທັມ (ອັດຖະຈະຣິຍາ)

4. ເປັນຄົນຮູ້ຈັກວາງຕົນໃຫ້ເໝາະສົມ ຄື ທຳຕົນໃຫ້ເຂົ້າກັບເຂົາໄດ້ ວາງຕົນສະເໝີຕົ້ນສະເໝີປາຍ ໃຫ້ຄວາມສະເໝີພາບ ປະຕິບັດສະໝ່ຳສະເໝີກັນຕໍ່ຄົນທັງຫຼາຍ ບໍ່ເອົາປຽບແລະສະເໝີໃນສຸກທຸກ ຄືຮ່ວມສຸກ ຮ່ວມທຸກ ຮ່ວມຮັບຮູ້ ຮ່ວມແກ້ໄຂບັນຫາເພື່ອໃຫ້ເກີດປະໂຫຍດສຸກຮ່ວມກັນ (ສະມານັດຕະຕາ)

ຂຽນເມື່ອ ຂຽນເມື່ອ: ມ.ສ.. 14, 2017 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບາງຄົນອາດສົງໃສວ່າຄວາມຝັນທີ່ຕົນເອງຝັນຫຼືຄົນອື່ນຝັນນັ້ນເກີດຈາກສາເຫດຫຍັງ? ເປັນຫຍັງຈຶ່ງຝັນແນວນັ້ນ?

ແລ້ວຄວາມຝັນນັ້ນຈະເກີດຂຶ້ນຈິງຫຼືບໍ່? ມື້ນີ້ເພດຈ໋ທັມມະກັບຊີວິດມີຄຳຕອບມາໃຫ້ ດັ່ງນີ້:

ເຫດເຮັດໃຫ້ຝັນ 4 ຢ່າງ

1. ຈິດອາວອນ ຄື ກ່ອນນອນຈິດຄິດເກາະກ່ຽວເລື່ອງໃດຫຼາຍ ພໍຫຼັບກໍ່ຝັນເຖິງເລື່ອງນັ້ນ ເຊັ່ນ ຝັນເຖິງຄົນທີ່ເຮົາຮັກ ຫຼື ຄົນທີ່ເຮົາຊັງ

2. ເທບສັງຫອນ ຄື ຜົນຂອງກັມດີທີ່ເຮັດໄວ້ຈະມາເຖິງ ແຕ່ພາບທິບມາປາກົດກ່ອນ ຝັນຢ່າງນີ້ ຮຽກວ່າຝັນດີ ຄືຈະມີຜົນດີຕາມມາ

3. ທາດກຳເລີບ ຄື ວັນນັ້ນຮ່າງກາຍບໍ່ປົກກະຕິ ເຊັ່ນ ບໍ່ສະບາຍ ເປັນໄຂ້ ຫຼື ເມື່່ອຍລ້າຫຼາຍ ເຮັດໃຫ້ພະວັງເຄື່ອນໄຫວ ເຫັນພາບຕ່າງໆມົວໆ

ຄວາມຝັນຊະນີດນີ້ ຜູ້ຝັນມັກຈະຈຳບໍ່ຄ່ອຍໄດ້ ຫຼື ຈຳກະທ່ອນກະແທ່ນ

4. ກັມບັນດານ ຄື ກັມຊົ່ວທີ່ເຮັດໄວ້ຈະໃຫ້ຜົນ ພາບທິບມາປາກົດກ່ອນ ຝັນຊະນິດນີ້ ຮຽກວ່າຝັນຮ້າຍ ຄືຈະມີຜົນຮ້າຍຕາມມາ

ຄວາມຝັນທີ່ເກີດເພາະຈິດອາວອນກັບເພາະທາດກຳເລີບ ສອງຢ່າງນີ້ເປັນຄວາມຝັນທີ່ບໍ່ແນ່ ຈະບໍ່ມີຜົນຫຍັງບັງເກີດຂຶ້ນຕາມທີ່ຝັນນັ້ນ

ຝັນແລ້ວກໍ່ຢ່າໄປແກ້ໃຫ້ເສຍເວລາຖິ້ມຊື່ໆ ສ່ວນຄວາມຝັນອີກສອງຢ່າງ ຄື ຄວາມຝັນເພາະເທບສັງຫອນແລະເພາະກັມບັນດານ

ເປັນຄວາມຝັນທີ່ມີເຫດແລະຈະມີຜົນປາກົດຂຶ້້ນຕໍ່ໄປ

ຈາກເພດຈ໋ : ທັມມະກັບຊີວິດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 14, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ນິທານເຊັນ ນ້ຳຊາລົ້ນຈອກ 

ເລື່ອງມີຢູ່ວ່າ ທີ່ປະເທດຍີ່ປຸ່ນເມື່ອຮ້ອຍປາຍປີມາແລ້ວ ພຣະອາຈານແຫ່ງນິກາຍເຊັນອົງໜຶ່ງ ຊື່ວ່າ ນັນອິນ ເປັນຄົນມີຊື່ສຽງໂດ່ງດັງທົ່ວປະເທດ ມີລູກສິດລູກຫາຫຼາຍ ແລະມີຄວາມຮອບຮູ້ແຕກສານ ມີຄວາມຊຳນານເລື່ອງພຣະພຸດທະສາສະໜານິກາຍເຊັນຫຼາຍທີ່ສຸດອົງໜຶ່ງຂອງປະເທດຍີ່ປຸ່ນ ແລະສາດສະດາຈານທ່ານໜຶ່ງເປັນຄົນທີ່ມີຊື່ສຽງໂດ່ງດັງທົ່ວປະເທດເໝືອນກັນ ມີຄວາມຮູ້ຫຼາຍສາຂາວິຊາ ໄປຫາພຣະອາຈານນັນອິນເພື່ອຂໍສຶກສາພຣະພຸດທະສາສະໜານິກາຍເຊັນ

ໃນການຕ້ອນຮັບພຣະອາຈານນັນອິນໄດ້ຖອກນ້ຳຊາລົງໃນຈອກຈົນເຕັມ ແຕ່ກໍ່ຍັງຖອກຕໍ່ໄປຈົນລົ້ນແລ້ວລົ້ນອີກ ສາດສະດາຈານແນມເບິ່ງດ້ວຍຄວາມສົງໄສ ແລະທົນເບິ່ງຕໍ່ໄປບໍ່ໄດ້ ຈຶ່ງເວົ້າອອກໄປວ່າ ພຣະອາຈານຈະໃສ່ມັນລົງໄປໄດ້ແນວໃດ ມັນລົ້ນຈອກແລ້ວ ຝືນຖອກຕໍ່ໄປກໍ່ມີແຕ່ຈະລົ້ນຖິ້ມຊື່ໆບໍ່ມີປະໂຫຍດຫຍັງ

ພຣະອາຈານນັນອິນຈຶ່ງຕອບວ່າ ພໍ່ອອກກໍ່ເໝືອນກັນ ອາຕະມາຈະໃສ່ຫຍັງລົງໄປໄດ້ ເພາະໃນຫົວສະໝອງແລະຫົວໃຈຂອງເຈົ້າເຕັມໄປດ້ວຍຄວາມຄິດ ຄວາມເຫັນ ແລະມີວິທີຄິດນຶກ ຄຳນວນ ຕາມແບບຂອງເຈົ້າເອງ ສອງຢ່າງນີ້ແຫຼະມັນເຮັດໃຫ້ເຂົ້າໃຈພຸດທະສາສະໜາແບບເຊັນບໍ່ໄດ້