![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ມ.ສ.. 14, 2017
| ມີ
2 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
ບາງຄົນອາດສົງໃສວ່າຄວາມຝັນທີ່ຕົນເອງຝັນຫຼືຄົນອື່ນຝັນນັ້ນເກີດຈາກສາເຫດຫຍັງ? ເປັນຫຍັງຈຶ່ງຝັນແນວນັ້ນ? ແລ້ວຄວາມຝັນນັ້ນຈະເກີດຂຶ້ນຈິງຫຼືບໍ່? ມື້ນີ້ເພດຈ໋ທັມມະກັບຊີວິດມີຄຳຕອບມາໃຫ້ ດັ່ງນີ້:ເຫດເຮັດໃຫ້ຝັນ 4 ຢ່າງ1. ຈິດອາວອນ ຄື ກ່ອນນອນຈິດຄິດເກາະກ່ຽວເລື່ອງໃດຫຼາຍ ພໍຫຼັບກໍ່ຝັນເຖິງເລື່ອງນັ້ນ ເຊັ່ນ ຝັນເຖິງຄົນທີ່ເຮົາຮັກ ຫຼື ຄົນທີ່ເຮົາຊັງ2. ເທບສັງຫອນ ຄື ຜົນຂອງກັມດີທີ່ເຮັດໄວ້ຈະມາເຖິງ ແຕ່ພາບທິບມາປາກົດກ່ອນ ຝັນຢ່າງນີ້ ຮຽກວ່າຝັນດີ ຄືຈະມີຜົນດີຕາມມາ3. ທາດກຳເລີບ ຄື ວັນນັ້ນຮ່າງກາຍບໍ່ປົກກະຕິ ເຊັ່ນ ບໍ່ສະບາຍ ເປັນໄຂ້ ຫຼື ເມື່່ອຍລ້າຫຼາຍ ເຮັດໃຫ້ພະວັງເຄື່ອນໄຫວ ເຫັນພາບຕ່າງໆມົວໆ ຄວາມຝັນຊະນີດນີ້ ຜູ້ຝັນມັກຈະຈຳບໍ່ຄ່ອຍໄດ້ ຫຼື ຈຳກະທ່ອນກະແທ່ນ4. ກັມບັນດານ ຄື ກັມຊົ່ວທີ່ເຮັດໄວ້ຈະໃຫ້ຜົນ ພາບທິບມາປາກົດກ່ອນ ຝັນຊະນິດນີ້ ຮຽກວ່າຝັນຮ້າຍ ຄືຈະມີຜົນຮ້າຍຕາມມາຄວາມຝັນທີ່ເກີດເພາະຈິດອາວອນກັບເພາະທາດກຳເລີບ ສອງຢ່າງນີ້ເປັນຄວາມຝັນທີ່ບໍ່ແນ່ ຈະບໍ່ມີຜົນຫຍັງບັງເກີດຂຶ້ນຕາມທີ່ຝັນນັ້ນ ຝັນແລ້ວກໍ່ຢ່າໄປແກ້ໃຫ້ເສຍເວລາຖິ້ມຊື່ໆ ສ່ວນຄວາມຝັນອີກສອງຢ່າງ ຄື ຄວາມຝັນເພາະເທບສັງຫອນແລະເພາະກັມບັນດານ ເປັນຄວາມຝັນທີ່ມີເຫດແລະຈະມີຜົນປາກົດຂຶ້້ນຕໍ່ໄປຈາກເພດຈ໋ : ທັມມະກັບຊີວິດ
|
|
|