ຕອນທີ15:
“ເອົານໍເອົານໍ..ຂໍຄວາມສະຫງົບນໍ..ຕອນນີ້ງານຂອງເຮົາກໍ່ຈະປິດລົງແລ້ວ ເຈົ້າຂອງງານເພິ່ນຢາກຂຶ້ນມາກ່າວຫຍັງກັບຜູ້ຊະນະໜ໋ອຍໜຶ່ງນໍ..ຂໍສຽງຕົບມືຕ້ອນຮັບ ເຣໂນ ຫຼານຊາຍຄົນດຽວຂອງທ່ານ ຣິຊາດ ນໍ”
“ຂອບໃຈນໍ ຂອບໃຈ,ຂອບໃຈກັບຄູ່ຮັກທັງ14ຄູ່ທີ່ເຂົ້າມາຮ່ວມແຂ່ງຂັນ,ຂອບໃຈນັກຮຽນຊັນຊີໂອ,ຂອບໃຈທີມງານທຸກຄົນນໍທີເຮັດໃຫ້ງານນີ້ດຳເນີນໄປໄດ້ດ້ວຍດີ ແລະກະຂໍສະແດງຄວາມຍິນດີກັບ ຄູ່ຮັກແຫ່ງປີ..” ເຣໂນຫັນມາແນມໜ້າຂ້ອຍ “ຊູກ້າ ໂນດີໃຈນຳ ” ຂ້ອຍຕົກໃຈເລັກນ້ອຍ ແຕ່ຕອນນີ້ກາຍເຮັດໜ້າງົງ ປົນ ສົງໄສ ” ທີ່ໂນຈັດງານນີ້ຂຶ້ນເພື່ອຈະຂໍໃຫ້ຊູກ້າມາເຂົ້າປະກວດກັບໂນ ແຕ່ຄວາມຫວັງຂອງໂນກໍ່ໝົດໄປເມື່ອຮູ້ວ່າຊູກ້າມີແຟນແລ້ວ”
“ມັນເຫົ່າຫຍັງຂອງມັນ,,ນ້ຳຕານບອກຂ້ອຍດຸ” ກາຍເລີ່ມມີສີໜ້າບໍ່ດີ,,
“ເຈົາຄົງຈະແມ່ນຄົນທີ່ຊື່ກາຍ..ຂ້ອຍຝາກຊູ..ເອີຍ..ນ້ຳຕານ ແນ່ເດີ ຮັກລາວໃຫ້ຫຼາຍໆຄືທີ່ຂ້ອຍຮັກ..ໃຫ້ເຈົ້າ..”
“ເຈົາແມ່ນໃຜ..” ກາຍບໍ່ຖ້າໃຫ້ເຣໂນເວົ້າຈົບຈຶ່ງຊິງຖາມຂຶ້ນກ່ອນ
“ຂ້ອຍແມ່ນໃຜບໍ່ສຳຄັນ ແຕ່ຂໍຝາກຫົວໃຈ..”
“ກຼູຖາມວ່າມຼຶງແມ່ນໃຜ” ກາຍດຶງຄໍເສື້ອເຣໂນພ້ອມກັບກັດແຂ້ວຖາມ
“ກາຍ..ຢ່າມີເລື່ອງ”ຂ້ອຍພະຍາຍາມເວົ້າອອກໄປສຽງເບົາທີ່ສຸດ
“ແຟນເກົ່າ..” ເຣໂນພະຍາຍາມເນັ້ນສຽງຄຳວ່າແຟນເກົ່າໃສ່ໜ້າກາຍ ” ພຽງແຕ່ແຟນເກົ່າ ..ໂຕຢ່າກັງວົນໄປເລີຍ ເຖິງເຮົາຍັງຊິຮັກຊູກ້າຢູ່ເຕັມຫົວໃຈກໍ່ຕາມ” ຂ້ອຍຮູ້ວ່າເຣໂນຕັ້ງໃຈຍົ້ວໂມໂຫກາຍ
“ເຣໂນ..”ຂ້ອຍກຳລັງຈະຫ້າມ
“ມຼຶງເຊົາເອີ້ນແຟນກຼູວ່າຊູກ້າດຽວນີ້”
“ຄົງຊິເປັນໄປບໍ່ໄດ້ເພາະຕອນເປັນແຟນກັນ ເຮົາເອີ້ນກັນແບບນີ້ຈົນເຄີຍປາກ ແມ່ນບໍຊູກ້າ” ແລ້ວເຣໂນກໍ່ແນມມາຫາຂ້ອຍ
“ເຣໂນ..ພໍເທາະ”
ຕຸບ..ເປັນດັ່ງທີ່ຄາດຄວາມອົດທົນຂອງກາຍບໍ່ຫຼາຍແນ່ນອນເຂົາຊົກໜ້າເຣໂນໄປແລ້ວ,,ເປັນຫຍັງມັນຕ້ອງເກີດເລື່ອງຊ້ຳໆກັນນໍ ຂ້ອຍຈະດຶງກາຍໄວ້ເມື່ອເຫັນວ່າກາຍກຳລັງຈະໂດດໄປຊົກໜ້າເຣໂນອີກ ແຕ່ຂ້ອຍບໍ່ທັນໄດ້ດຶງກັບມີອີກຄົນໜຶ່ງມາດຶງກາຍໄວ້ ໄຈແອ້ນນັ້ນເອງ
“ໃຈເຢັນກາຍ..ມັນບໍ່ແມ່ນຄວາມຄິດທີ່ດີເລີຍ”
“ໃຜສົນ..ປ່ອຍ” ກາຍຟິດແຂນໄຈແອ້ນອອກ ແຕ່ໄຈແອ້ນກໍ່ດຶງກາຍໄວ້ໄດ້ອີກ ເຂົາສອງຄົນມີຮ່າງກາຍສັດສ່ວນເກືອບເທົ່າກັນກໍ່ວ່າໄດ້ໄຈແອ້ນຈຶ່ງຄຸມກາຍຢູ່..ຂ້ອຍຈຶ່ງເຂົ້າໄປຈັບແຂນກາຍໄວ້ອີກ
“ນ້ຳຕານ,,ເຈົ້າບໍ່ເຄີຍບອກ” ກາຍສົ່ງຄຳເວົ້ານັ້ນອອກມາ
“ຂ້ອຍເຫັນວ່າມັນບໍ່ຈຳເປັນ..”
“ແຕ່ມັນຊິກັບມາ..”
“ກາຍ,,ເຂົາບໍ່ມີຄວາມໝາຍພໍສຳລັບຂ້ອຍເພາະສະນັ້ນເຂົາກໍ່ບໍ່ມີຄວາມໝາຍພໍທີ່ຈະເກັບມາເປັນເລື່ອງເລົ່າໃຫ້ເຈົ້າຟັງ,,ຕອນນິ້ມີແຕ່ເຮົາ” ຂ້ອຍເນັ້ນຄຳວ່າເຮົາໜັກແໜ້ນແລ້ວແນມເຂົ້າໄປໃນຕາກາຍຢ່າງຈິງຈັງເພື່ອໃຫ້ເຂົາໝັ້ນໃຈວ່າຂ້ອຍບໍ່ໄດ້ຄິດຫຍັງກັບເຣໂນແລ້ວ
“ເຊື່ອເອື້ອຍໄພ້ ເທາະກາຍ,,ບັກນິ້ມັນກະເປັນເສດຂີ້ເຫຍື່ອທີ່ກັບມາຣີໄຊເຄີບໍ່ໄດ້ເທົ່ານັ້ນເອງ” ໄຈແອ້ນເສີມ
“ເກີນໄປໄຈແອ້ນ” ສຽງຫວານໆຂອງຍິງສາວຄົນໜຶ່ງດັງມາຈາກດ້ານຫຼັງຂອງໄຈແອ້ນແລ້ວຂ້ອຍກໍ່ເຫັນໜ້າລາວຊັດເຈນ,,ໜ້າຮັກແທ້
“ເລມອນ” ໄຈແອ້ນຍິ້ມເມື່ອເຫັນໜ້າສາວຜູ້ນັ້ນ ກາຍມີທ່າທີສະຫງົບລົງເມື່ອຂ້ອຍຢືນຢັນຄຳນັ້ນ ໄຈແອ້ນຈຶ່ງປ່ອຍແຂນກາຍລົງ..ເຣໂນລຸກຂຶ້ນມາແລ້ວເຊັດເລືອດອອກທີ່ມຸມປາກ,,ກາຍຫັນໄປແນມເຣໂນດ້ວຍສາຍຕາອາຄາດ ແລ້ວເຣໂນກໍ່ຫຼົບສາຍຕາໄປ
“ເລີກງານ,,” ເຣໂນສັ່ງສຽງດັງ ”ແລະຈະບໍ່ມີການມອບລາງວັນຫຍັງທັງນັ້ນ ງານປະກວດນີ້ໂມຄະ”
“ສັດເອີຍ..ບໍ່ໄດ້ສິ່ງທີ່ຕ້ອງການແລ້ວພານ” ໄຈແອ້ນຈົ່ມດ່າຕາມຫຼັງເຣໂນທີ່ຍ່າງຈາກໄປ,ເຖິງງານຊິເລີກແຕ່ຂ້ອຍຮູ້ດີວ່າເຣໂນບໍ່ຈົບເທົ່ານີ້ແນ່ນອນຂ້ອຍຮູ້ນິໄສເຂົາດີ ຍີ່ງຕອນນີ້ເຂົາປ່ຽນໄປຈາກເດີມຫຼາຍເຂົາຍິ່ງເບິ່ງຄືເປັນຕາຢ້ານກວ່າເກົ່າ.
…………………
”ໝັ້ນໃຈບໍ່ວ່າຈະບໍ່ກັບໄປຮັກມັນ” ຫຼັງຈາກເຫດການມື້ວານກາຍກໍ່ຄອຍຖາມຂ້ອຍຕະຫຼອດເວລາ ໃຫ້ຂ້ອຍຢ້ຳຢູ່ຫັ້ນລະວ່າຈະບໍ່ກັບໄປຫາເຣໂນ,,ວຸ້ນວາຍຫຼາຍດ໋ຽວກະກັບສະດອກ
“ເຣໂນມີຫຍັງທີ່ເໜືອກວ່າເຈົ້າຫວະ” ຂ້ອຍກວນປະສາດກາຍກັບ
“ແນ່ນອນວ່າມັນບໍ່ມີ” ໝັ້ນໃຈເຫຼືອເກີນ
“ແລະເຈົ້າຊິຢ້ານຂ້ອຍກັບໄປຫາເຣໂນເຮັດຫຍັງ”
“ໃຜຊິຮູ້..ມັນອາດຈະເອົາເລື່ອງເກົ່າໆມາໃສ່ຫົວເຈົ້າເຮັດໃຫ້ເຈົ້າຫວັ່ນໄຫວ”
“ຄິດໄດ້,,,ແຕ່ເຣໂນຈະບໍ່ມີເວລາອ້າປາກຂຸດເລື່ອງເກົ່າໆແນ່ນອນ,,ເພາະຂ້ອຍຈະຍ່າງໜີທັນທີທີ່ເຫັນໜ້າລາວ”
“…..”
“ໂອເຄ໊??” ກາຍຍິ້ມອອກມາ ເຮີ ມີແຟນຂີ້ຫຶງນີ້ໃຜວ່າດີຫວະ…
”ໄປກັບ..” ກາຍຈູງມືຂ້ອຍອອກຈາກຫ້ອງຊົມລົມຂອງໄຈແອ້ນເພາະວ່າຂ້ອຍແວ່ມາຫາເລມອນເພື່ອເອົາປຶ້ມກາຕູນມາໃຫ້ນາງຢືມ,ເຊິ່ງວ່າລາວຄາດຄັ້ນຂ້ອຍສຸດລິດ ແຕ່ກາຍບໍ່ໄວ້ໃຈຢ້ານວ່າຂ້ອຍຈະແອບມາຫາເຣໂນລາວກະເລີຍຕ້ອງນຳມາຄຸ້ມກັນ
“ກັບລະຫວະເອື້ອຍໄພ້” ໄຈແອ້ນຮ້ອງມາໃສ່ໃນຂະນະທີ່ມີຍັງວົນຢູ່ກັບການຫຼິ້ນເກມ
“ອືມ,,ກັບແລ້ວ,ເລມອນເອື້ອຍກັບເດີ”
“ໂດຍ,,ຖ້າເລມອນອ່ານແລ້ວຊິຝາກໄຈແອ້ນໄປສົ່ງເດີ”
“ໂອເຄ”
“ໄຈແອ້ນ ເທື່ອໜ້າບອກແຟນຢູແນ່ເດີວ່າບໍ່ຕ້ອງມາຢືມຫຍັງກັບນ້ຳຕານ ລຳບາກເວລາເອົາມາໃຫ້ ແລະອີກຢ່າງຊ່ວຍນັດບ່ອນເອົາມາສົ່ງໃຫ້ມັນຢູ່ນອກໂຮງຮຽນນີ້ແນ່ດຸ,,” ກາຍຕຳນິໄຈແອ້ນແຕ່ທີ່ຈິງແລ້ວມັນເປັນການຮ້າຍເລມອນທາງອ້ອມຫຼາຍກວ່າ,,ເລມອນເຮັດໜ້າຈ໋ອຍໄປ
“ກາຍ,,ແຟນໄອໄດ໋ນີ້” ໄຈແອ້ນຟ້າວຖິ້ມເກມແລ້ວຍ່າງໄປນັ່ງຂ້າງເລມອນ”ອີກຢ່າງຫ້ອງນີ້ເປັນຫ້ອງຊົມລົມເລກທີ່ໄອເປັນປະທານໄອກັບເລມອນຕ້ອງຢູ່ນີ້ຕະຫຼອດ”
“ຊົມລົມເລກ ອ້າຍເຫັນແຕ່ເຮົານັ່ງຫຼິ້ນເກມກັບຈູ໋ຈີ່ກັບແຟນນີ້ໄດ໋ ດ໋ຽວຊິຟ້ອງອາ”
“ກາຍ!!” ຂ້ອຍຕີແຂນກາຍບາດໜຶ່ງ ໄປເວົ້າກະທົບກະເທືອນໃຈເດັກ“ໄປກັບ”
“ຢືມໂລດ..ປຶ້ມເອື້ອຍຊື້ບໍ່ແມ່ນປຶ້ມລາວບໍ່ຕ້ອງສົນໃຈ” ຂ້ອຍເວົ້າກັບເດັກນ້ອຍທັງສອງໜ໊າຮັກແທ້ໆ,,ຕອນອາຍຸ16ຂ້ອຍຄືບໍ່ເປັນແນວນີ້ຫວະ.
”ຊູກ້າ” ເປັນເລື່ອງຈົນໄດ້
“ເຣໂນ” ຂ້ອຍທັກກັບ
“ຮາຍ ກາຍ” ເຈົ້າຄິດຜິດທີ່ສຸດທີ່ທັກລາວເຣໂນ
ແນ່ນອນວ່າກາຍບໍ່ຕອບກັບ..ແຖມຍັງເຫັນເຣໂນບໍ່ມີຕົວຕົນອີກຕ່າງຫາກ,,ຂ້ອຍຍື່ນມືໄປລູບແຂນກາຍເພື່ອໃຫ້ລາວເຢັນລົງ..
“ເພິ່ນມາ,,??” ເຣໂນຖາມ
“ອໍ,,ມາຫາໄຈແອ້ນກັບເລມອນຢູ່ຫ້ອງຊົມລົມ..”
“ແລະກໍ່ຈະກັບແລ້ວ” ກາຍຕໍ່ທ້າຍ,,ຂ້ອຍຍິ້ມໃຫ້ເຣໂນເພື່ອບອກວ່າຄຳທີ່ກາຍເວົ້ານັ້ນແມ່ນຄວາມຈິງ
“ໂອເຄ..”ເຣໂນຢັບໄປທາງຂ້າງເພື່ອເປັນການຫຼີກທາງໃຫ້,,ຂ້ອຍສອງຄົນກຳລັງຈະຍ່າງຕໍ່ໄປ
“ເອີ່,,ຂໍໂທດເດີສຳລັບເລື່ອງມື້ນັ້ນ”ເຣໂນເວົ້າຂຶ້ນ ຂ້ອຍສອງຄົນຢຸດທັນທີ
“….”ແຕ່ບໍ່ໄດ້ເວົ້າຫຍັງກັບເຣໂນເພື່ອຈະຖ້າຟັງວ່າເຂົາຈະເວົ້າຫຍັງຕໍ່
“ເອີ່..ໂອເຄ..ໂນຜິດ ແຕ່ໂນຄິດແບບທີ່ວົ້າອີ່ຫຼີ”
“ສັດ” ກາຍພຶມພຳເບົາໆໃນລຳຄໍ
“ເອີ່,,ໂນ,ເຂົາບໍ່ໄດ້ວ່າຫຍັງ ມັນຜ່ານມາແລ້ວ” ຂ້ອຍຢາກໃຫ້ມັນຈົບ
“ອືມ,,ແລ້ວໂນພວມມາຮູ້ວ່າທີ່ໂນເຮັດໄປມັນບໍ່ສົມຄວນ,,ໂດຍສະເພາະການຍຶດລາງວັນງານປະກວດນັ້ນ,,ທັງໆທີ່ຮູ້ວ່າຊູກ້າຢາກໄດ້” ພວມຮູ້ນິ້ຫວະ ຄວາມຝັນຂ້ອຍມັນພັງທະລາຍໄປລະ ບໍ່ຕ້ອງມາເວົ້າ ຫຼືວ່າຊິເອົາລາງວັນມາໃຫ້ຄືນຫວະ
““ໂນຢາກຂໍໂທດຈາກໃຈຈິງ..ກາຍນຳ I’m sorry”
“ກອງໄວ້ຫັ້ນແຫຼະ” ເຫັນບໍ
“ບໍ່ເປັນຫຍັງ ” ເຣໂນຍິ້ມໃຫ້ ແລ້ວກຳລັງຈະຍ່າງຈາກໄປ ແຕ່
“ດ໋ຽວ!!” ກາຍເອີ້ນເຣໂນໄວ້
“ກາຍ,,ໃຈເຢັນນະ ມັນຈົບແລ້ວ” ຂ້ອຍພະຍາຍາມຫ້າມ ກາຍຕ້ອງຂໍຊັດໜ້າເຣໂນກ່ອນໄປແນ່ນອນ
“w..what??”
“ຂໍຢ່າງໜຶ່ງໄດ້ບໍ”
“…?”
“ບໍ່ຕ້ອງກັບມາ..ກວນໃຈເຮົາສອງຄົນອີກ” ຮູວວວ ໂລ່ງໃຈນຶກວ່າຊີຊວນຕີຊັ້ນດອກ
“55,,”
“ບໍ່ມີຫຍັງເປັນຕາຫົວ..ຂໍກັນດີໆ,,ບໍ່ຢາກມີເລື່ອງ”
“ບໍ່ຕ້ອງຫ່ວງດອກ” ເຣໂນຍິ້ມກວ້າງພ້ອມກັບຈົກບາງຢ່າງອອກມາຈາກຖົງສົ້ງ ມັນແມ່ນປີ້ຍົນ
“ອີກສອງມື້ ຂ້ອຍຈະບິນກັບໄປຮຽນຕໍ່,,ຫຼັງຈາກນີ້ຄົງຈະບໍ່ໄດ້ກັບມາລາວອີກເປັນສອງປີ ..”
“ກັບໄວແທ້” ຂ້ອຍເອງ ແລ້ວທັນທີ ກາຍຫັນມາຫາຂ້ອຍ
“ເປັນຂ່າວດີທີ່ສຸດໃນຮອບສາມປີ” ກາຍເວົ້າ
“ອືມ,,ແນ່ນອນ!ໄວ້ໃຈໄດ້,,ດູແລໂຕເອງເດີນ້ຳຕານ”
“ແນ່ນອນຢູ່ແລ້ວ ມີກາຍຢູ່ທັງຄົນ”
“ຍົນຂຶ້ນ ສອງໂມງທ່ຽງ ຖ້າມີເວລາໄປສົ່ງແນ່ເດີ”
“ແນ່ນອນວ່າ ບໍ່ຫວ່າງ”
“ກາຍ,,”
“55 ໄປເດີ,,ເຈິກັນ ອີກ ..ຫຼາຍປີຂ້າງໜ້າ” ແລ້ວເຣໂນກໍ່ຍ່າງຈາກໄປ
“ຖ້າຫວ່າງລະຈະໄປເດີ,,ໂຊກດີ” ຂ້ອຍຮ້ອງໃສ່ແລ້ວເຣໂນກໍ່ຫັນມາຍິ້ມໃຫ້ ແນ່ນອນວ່າມັນເປັນຮອຍຍິ້ມທີ່ຈິງໃຈຂອງເຂົາ
“ຫຶງໄດ໋ ພໍແລ້ວ”
ບໍ່ຄິດເລີຍວ່າເລື່ອງເຣໂນ ຈະຜ່ານໄປໄດ້ດີຂະໜາດນີ້,,ທີ່ຈິງແລ້ວເຂົາກໍ່ບໍ່ໄດ້ເປັນຜູ້ຊາຍທີ່ມີພິດໄພຫຍັງຈັກນ່ອຍ,,ເຂົາກະຍັງເປັນເຣໂນ,ຄຸນຊາຍເຈົ້າສຳອາງຄົນເດີມ,,ເຮັດຫຍັງບໍ່ຄິດຕາມເຄີຍ,,ບໍ່ໄດ້ເປັນຕາຢ້ານສ່ຳກັບຜູ້ຊາຍທີ່ເພີເຟັກໄປທຸກຢ່າງທີ່ຍ່າງຈັບມືຂ້ອຍຢູ່ຕອນນີ້ເລີຍ,,ຂ້ອຍເປັນຫ່ວງ ຕົວຕົນທີ່ເຂົາເປັນຫົວໜ້າແກ໊ງນີ້ອີ່ຫຼີ.
ທີ່ຮ້ານກາເຟອາໂຣມາ,
“ກາຍ ມີເລື້ອງລະ” ຊາຍເວົ້າກັບກາຍຫຼັງຈາກທີ່ວາງໂທລະສັບໃນມືລົງ ຂ້ອຍທີ່ນັ່ງເຮັດວຽກບ້ານພາສາອັງກິດນັ່ງຕັ້ງໃຈຟັງເປັນຢ່າງດີ 3 ມື້ຫຼັງຈາກມື້ງານປະກວດພວກແກ໋ງຂອງກາຍທັງສາມໜຸ່ມບໍ່ມີໜ້າຕາທີ່ສົດໃສລ່າເລີງຄືແຕ່ກ່ອນເລີຍ.
“ໃຜອີກ” ກາຍວາງກີຕ້າໃນມືລົງແລ້ວຫັນໄປຖາມຊາຍ
“ພວກເກົ່າແຕ່ບໍ່ຮູ້ວ່າແມ່ນໃຜ ແກະຮອຍຍາກ” ຂ້ອຍບໍ່ຮູ້ດອກວ່າແກ໊ງພວກນີ້ທີ່ຈິງແລ້ວຂະເຈົ້າເຮັດຫຍັງກັນແຕ່ວ່າຂ້ອຍບໍ່ຄິດວ່າມັນຊິຮ້າຍແຮງ ກະພຽງແຕ່ຄິດວ່າເປັນໄວລຸ້ນທີ່ຢາກຕັ້ງແກ໊ງຂຶ້ນມາເພື່ອໃຫ້ມັນດູດີຊື່ໆ ບຶດໜຶ່ງອາເຈກໍ່ໄຂປະຕູເຂົ້າມາດ້ວຍຄວາມອິດເມື່ອຍແລະເຕັມໄປດ້ວຍເຫື່ອ.
“ບໍ່ທັນ..ພວກມັນໃຊ້ລົດຈັກໜີເຂົ້າຮ່ອມນ້ອຍ ກຼູນຳບໍ່ທັນເລີຍ” ເຈຖິ້ມໂຕທີ່ອິດເມື່ອຍລົງທີ່ໂຊຟາສີນ້ຳຕານຂ້າງໆກາຍ
“ຕອນນີ້ ທີມເຮົາເຂົ້ານອນໂຮງໝໍໄປສອງຄົນແລ້ວ ແຕ່ເຮົາຍັງຫາຄົນບົງການບໍ່ໄດ້ເລີຍ ມັນແມ່ນໃຜ” ກາຍຍັງເວົ້າດ້ວຍສຽງອັນປົກກະຕິແຕ່ກົງກັນຂ້າມກັບແວວຕາໂດຍຊິ້ນເຊິງ
“ກາຍ!” ຂ້ອຍຕັດສິນໃຈຖາມຂຶ້ນ ຢ່າງນ້ອຍກະຂໍໃຫ້ຂ້ອຍໄດ້ຮູ້ຫຍັງແນ່ໄດ້ບໍ
“ຫຶ??”
“ຂ້ອຍຢາກຮູ້ວ່າພວກເຈົ້າກຳລັງເຮັດຫຍັງກັນຢູ່”
“ໄລ່ຈັບໂຈນຢູ່”
“ບໍ່ເຂົ້າໃຈ ແຕ່ຕົ້ນໄດ້ບໍ”
“ ເຈົ້າຮູ້ແມ່ນບໍວ່າພວກຂ້ອຍແມ່ນແກ໊ງບຸກຄົນຫາຍສາບສູນ” ກາຍເລີ່ມອະທິບາຍ
“ກາຍ ກຼູວ່າມັນ..” ຊາຍເວົ້າຂຶ້ນຄືຈະຫ້າມບໍ່ໃຫ້ກາຍເລົ່າ
“ສ່ຽວ ກຼູໄວ້ໃຈນ້ຳຕານ ຜູ້ຍິງຄົນນີ້ບໍ່ມີທາງທຳຮ້າຍກຼູເດັດຂາດ”
“ແຕ່ ”
“ຖ້າເກີດຫຍັງຂຶ້ນກຼູຮັບຜິດຊອບເອງ” ແລ້ວກາຍກໍ່ເລີ່ມເວົ້າຕໍ່ “ ຂ້ອຍສ້າງຕັ້ງແກ໊ງນີ້ຂຶ້ນຕອນຢູ່ມໍ 6 ,ຕັ້ງຂຶ້ນພຽງແຕ່ຢາກເທ້ ຄືກັບໄວລຸ້ນຄົນອື່ນໆທີ່ເຂົາຕັ້ງກັນ ແຕ່ມື້ໜຶ່ງ ຕອນທີ່ພວກຂ້ອຍມາແຕ່ຫຼິ້ນ ບັງເອີນໄປເຫັນນັກເລງກຸ່ມໜຶ່ງກຳລັງສົ່ງຢາເສບຕິດໃຫ້ກັນ ພວກຂ້ອຍເລີຍເຂົ້າໄປຫ້າມ ແຕ່ວ່າຊິເວົ້າຈັ່ງໄດ ພວກມັນກໍ່ບໍ່ມີທາງຍອມ ມີທາງດຽວນັ້ນຄືຕໍ່ສູ້ ມັນທ້າວ່າຖ້າຫາກພວກຂ້ອຍເອົາຊະນະມັນໄດ້ ມັນຈະບໍ່ຂາຍຢາໃຫ້ເດັກນ້ອຍອີກ ຜົນອອກມາແມ່ນຂ້ອຍຊະນະ ຫຼັງຈາກນັ້ນພວກຂ້ອຍກໍ່ເລີມມີຊື່ສຽງ,ຂຶ້ນຊື່ວ່າກຸ່ມທີ່ບໍ່ມີໃຜກ້າທ້າທາຍ ແລະກະມີຫຼາຍກຸ່ມທີ່ບໍ່ພໍໃຈພະຍາຍາມມາທ້າຫຼາຍຄັ້ງມັນກະບໍ່ໄດ້ຢາກເຮັດດອກ ແຕ່ມັນຈຳເປັນເພື່ອປ້ອງກັນໂຕ,ຈົນມາຮອດມື້ນີ້ມັນກະຕ້ອງໄດ້ເຮັດແນວນີ້ເພື່ອປ້ອງກັນໂຕເອງ” ກາຍເລົ່າຈົບແລ້ວຍິ້ມໃຫ້ຂ້ອຍ
“ ຈັ່ງຊີ້ນີ້ເອງ,,ກະຄືແກ໊ງທົ່ວໄປທີ່ຂ້ອຍໄດ້ຍິນມາຫັ້ນແຫຼະ ບໍ່ເຫັນຊິແປກບ່ອນໄດ໋ຊ້ຳ” ຂ້ອຍໂລ່ງໃຈທີ່ ກາຍເກັ່ງແລະແຕ່ລະກຸ່ມທີ່ກາຍມີເລື່ອງນຳແມ່ນແກ໊ງທີ່ນິໄສບໍ່ດີທັງນັ້ນ
“ຕອນນີ້ມີຄົນຢາກແກ້ແຄ້ນທີມກາຍ ລົດຖືກຂູດທຸກຄັ້ງທີ່ມັນມີໂອກາດ ,ກຸ່ມເດັກນ້ອຍທີ່ມັກແກ໊ງເຮົາກະຖືກຕີ,ພວກມັນທຳລາຍທຸກຢ່າງທີ່ເປັນເຮົາ”
“ເຈົ້າໄປເຮັດຫຍັງໃຫ້ຂະເຈົ້າ”
“ຄັ້ງລ່າສຸດທີ່ກາຍມີເລື່ອງໜັກໆແມ່ນ…” ກາຍຖືກຂັດຂຶ້ນແລະຄົນທີ່ເລົ່າຕໍ່ແມ່ນເຈ
“ເຈເອງ ໄປຄົບກັບນ້ອງຂອງຫົວໜ້າແກ໊ງWicked Mask ແລ້ວຖິ້ມຂະເຈົ້າໄປ ມັນໄລ່ລ່າກາຍເພາະນຶກວ່າບັກກາຍເປັນຄົນເຮັດ ແຕ່ບັກກາຍບໍ່ຮູ້ເລື່ອງເລີຍຊັດມັນໄປຊະນອນໂຮງໝໍສອງອາທິດ” ເຈເອົາມືລູບໜ້າແລ້ວຖອນຫາຍໃຈອອກມາ
“ພວກເຈົ້າກະເລີຍຄິດວ່າພວກນັ້ນຈະກັບມາແກ້ແຄ້ນ”
“ຖືກແລ້ວທີ່ຮັກ”
“ແຕ່ພວກເຈົ້າເຮັດຫຍັງບໍ່ໄດ້ຍ້ອນບໍ່ມີຫຼັກຖານວ່າພວກມັນເປັນຄົນເຮັດ”
“ຖືກອີກ”
“ວາວ ວາວ ວາວ ຖ້າມັນຮູ້ວ່າຂ້ອຍເປັນແຟນເຈົ້ານີ້ມັນຊິບໍ່ຈັບໂຕຂ້ອຍໄປເປັນຂໍ້ຕໍ່ລອງຫວະ ” ຂ້ອຍລຸກຂຶ້ນນັ່ງຂ້າງໆກາຍຫຼັງຈາກທີ່ເຮັດວຽກບ້ານພາສາອັງກິດຢູ່ພື້ນແລ້ວ,ກາຍບໍ່ເວົ້າຫຍັງມີແຕ່ຫັນມາແນມເບິ່ງໜ້າຂ້ອຍດ້ວຍສາຍຕາຈິງຈັງແລະເປັນກັງວົນ ຂ້ອຍເຮັດໜ້າຕາບໍ່ເຊື່ອກັບໄປ
“? ,,ຕາຫຼົກແລ້ວ ກາຍ ມັນບໍ່ມີທາງຈະເກີດຂຶ້ນແນ່ນອນ ” ຂ້ອຍຫຼຸດຂຳອອກມາແລ້ວແກວ່ງຫົວ ກາຍຈັບມືຂ້ອຍໄວ້
“ເຮົາ..ຈຳເປັນຕ້ອງໄດ້ຢູ່ຫ່າງກັນ” ກາຍບີບມືຂ້ອຍແໜ້ນພ້ອມກັບແວວຕາທີ່ບົ່ງບອກເຖິງຄວາມລຳບາກໃຈ
“ກາຍ ບໍ່ຈຳເປັນ ຂ້ອຍບໍ່ຢ້ານ..”
“ບໍ່ຢ້ານບໍ່ໄດ້ ,,ຂ້ອຍຊິມາໃຫ້ເຈົ້າສ່ຽງອັນຕະລາຍເພາະຂ້ອຍບໍ່ໄດ້ເດັດຂາດ” ຂ້ອຍບໍ່ຕອບຫຍັງແຕ່ ຂ້ອຍບໍ່ເຂົ້າໃຈ ບໍ່ເຂົ້າໃຈ ..
“ເຈົ້າກຳລັງ ຊິບອກວ່າ ໃຫ້ຂ້ອຍຢູ່ໄກໆເຈົ້າ”
“ເທົ່າໃດຍິ່ງດີ” ມັນເປັນການໄລ່ຂ້ອຍໄປຕາຍຊັດໆເລີຍ ກາຍດຶງຂ້ອຍເຂົ້າໄປກອດໄວ້
“ກາຍບອກເຫດຜົນນ້ຳຕານແລ້ວ ທີ່ເຮົາຕ້ອງຢູ່ຫ່າງກັນໃນຊ່ວງນີ້ ຍ້ອນວ່າກາຍຢາກໝັ້ນໃຈຄວາມປອດໄພຂອງເຈົ້າ,,ເຂົ້າໃຈກາຍບໍ” ຂ້ອຍງຶກຫົວໃນອ້ອມກອດຂອງກາຍ
“ບອກຂ້ອຍວ່າທຸກຢ່າງຈະໂອເຄ”
“ທຸກຢ່າງຈະໂອເຄ”
ຫ້ອງສະໝຸດແຫ່ງຊາດ
ຂ້ອຍຍ່າງຫາປຶ້ມປະຫວັດສາດຂອງໂຣມັນຢູ່..ອ້າຍຂ້ອຍບອກໃຫ້ມາຫາໃຫ້ ມັນຊິໄປຂຽນບົດລາຍງານມັນຫຍັງບຸ
ຂ້ອຍໄລ່ສາຍຕາໄປເລື້ອຍໆຈົນໄປສະດຸດກັບປຶ້ມຫົວໜຶ່ງ ..ການຜ່າຕັດກະສຸນປືນ..ຂ້ອຍຍື່ນມືໄປຈັບເອົາແຕ່ກໍ່ເສືອກດັນໄປໃຈຕົງກັນກັບຄົນຂ້າງໆ ເມື່ອຂ້ອຍເງີຍໜ້າຂຶ້ນ
“ກາຍ“ ກາຍຈີກຍິ້ມໃຫ້ຂ້ອຍ
“ກາຍ ເຫັນກ່ອນ ໃຫ້ກາຍຢືມກ່ອນເດີ”
“ເອົາໄປໂລດ ທ່ານໝໍໃຫຍ່ ຂ້ອຍຍັງຮຽນບໍ່ຮອດນີ້ເທື່ອ” ກາຍຍິ້ມແລ້ວເປີດໜັງສືເຫຼັ້ມນັ້ນອ່ານ
“ຄິດຮອດ” ກາຍເວົ້າທັງໆທີ່ຕາຍັງຈັບຈ້ອງໂຕໜັງສືໃນປື້ມນັ້ນຢູ່
“ເວົ້າແລ້ວບໍ່ຫັນມາແນມໜ້ານີ້ມັນເຊື່ອບໍ່ໄດ້” ຂ້ອຍເວົ້າປະຊົດກາຍທັງໆທີ່ໃນໃຈຂ້ອຍມັນເຕັ້ນແຮງຜິດປົກກະຕິໄປແລ້ວ
ກາຍພັບໜັງສືທີ່ຢູ່ຕໍ່ໜ້າລົງແລ້ວຫັນມາເບິ່ງໜ້າຂ້ອຍ,,ພ້ອມກັບຈັບມືຂ້ອຍຍ່າງອອກໄປນອກຫໍສະໝຸດ
“ກາຍ..ໄປໃສ” ກາຍພາຂ້ອຍເຂົ້າມາໃນຫ້ອງໆໜຶ່ງເຊິ່ງມັນເປັນຫ້ອງເກັບປື້ມເກົ່າໆແຕ່ມັນຍັງມີຊ່ອງຫວ່າງພໍໃຫ້ຂ້ອຍສອງຄົນຢືນຢູ່
“ຄິດຮອດຊິຕາຍແລ້ວນິ” ກາຍເວົ້າຂຶ້ນ ໜ້າແດງໆ
“ເຈົ້າວ່າຂ້ອຍບໍ່ຄິດຫວະ” ຂ້ອຍພະຍາຍາມກົບເກື່ອນຄວາມອາຍ
“ບໍ່ເທົ່າທີ່ຂ້ອຍຄິດ”
“ຂ້ອຍຄີດຫຼາຍກວ່າອີກ”
“ຂ້ອຍຫຼາຍກວ່າ”
“ເຈົ້າຊິຮູ້ໄດ້ຈັ່ງໄດ໋ຂ້ອຍນິແຫຼະຫຼາຍກວ່າ”
“ຈັ່ງໄດ໋ກະຂ້ອຍຫຼາຍກວ່ານະ”
“ຂ້ອຍ,,,” ແຕ່ບໍ່ທັນທີຂ້ອຍຈະໄດ້ຖຽງລົມຫາຍໃຈອຸ່ນໆກໍ່ທາບທັບລົງມາທີ່ປາກຂອງຂ້ອຍ ,, ກາຍຄິດຮອດຂ້ອຍຫຼາຍກວ່າທີ່ຂ້ອຍຄິດຮອດລາວອີ່ຫຼີ ລາວພະຍາຍາມຈະບອກຂ້ອຍແບບນັ້ນ,,ຜ່ານໄປຫຼາຍນາທີ,,ມືຂອງຂ້ອຍທີ່ໂອບກອດຄໍຂອງກາຍໄວ້ກໍ່ຄ່ອຍໆຄາຍອອກ..ມັນທົດແທນເວລາຫຼາຍມື້ທີ່ເຮົາບໍ່ໄດ້ເຈິກັນໄດ້ຢ່າງແທ້ຈິງ.
“ເຊື່ອລະບໍວ່າຂ້ອຍຄິດຮອດເຈົ້າຫຼາຍກວ່າ”
“ໄປເອົາວິທີນີ້ມາແຕ່ໃສ”
“ຄືຂ້ອຍນີ້ຕ້ອງຕາມໃຜຫວະ” ຂ້ອຍຍິ້ມໃຫ້ກາຍ ເວົ້າຫຍັງບໍ່ອອກອີຫຼີ
“ນ້ຳຕານ,,ຖ້າເດີຈັ່ງໄດ໋ກະຕ້ອງຖ້າ ອີກບໍ່ດົນ”
“ອືມ,,,” ກາຍດຶງຂ້ອຍເຂົ້າໄປກອດອີກຄັ້ງ,,ມື້ນີ້ເປັນມື້ທີ່ຂ້ອຍອົບອຸ່ນທີ່ສຸດ
…………………………………