ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2011 | ມີ 3 ຄຳເຫັນ ແລະ 0 trackback(s)


2ອາທິດຕໍ່ມາທີ່ສະຫະລັດອາເມລິກາ

“ການຜ່າຕັດຜ່ານພົ້ນໄປໄດ້ດ້ວຍດີ ອີກ2ມຶ້ ກໍ່ເປີດຕາຄົນໄຂ້ໄດ້ແລ້ວ” ໝໍທີ່ດູແລການຜ່າຕັດຂອງທ້ອງຟ້າຍ່າງອອກຈາກຫ້ອງຜ່າຕັດມາບອກພູຜາ

“ຂອບໃຈຫຼາຍໆ”

ທີ່ປະເທດລາວ

“ເຈົ້າ ເຂົ້າໃຈແລ້ວເຈົ້າ” ລູກນ້ອງຂອງພູຜາວາງສາຍ ແລ້ວຍ່າງມາຫາຂ້ອຍກັບອາເຈ

“ໃຜ” ອາເຈຖາມ

“ພວກເຈົ້າໄດ້ເປັນອິດສະຫຼະແລ້ວ ອ້າຍພູຜາບອກວ່າ ການຜ່າຕັດເສັດສິ້ນສໍາເລັດໄດ້ດ້ວຍດີ” ປະໂຫຍກນັ້ນເຮັດໃຫ້ນໍ້າຕາຂ້ອຍໄຫຼອອກມາອີກຄັ້ງ ກາຍເຈົ້າ..ເຈົ້າເຮັດຫຍັງລົງໄປ

“ນໍ້າຕານ ປະ ກັບ” ເມື່ອຂ້ອຍຖືກປ່ອຍໂຕໃຫ້ເປັນອິດສະຫຼະ ເຈກໍ່ປະຄອງຂ້ອຍໄປຂຶ້ນລົດ

ເຈມາສົ່ງຂ້ອຍທີ່ເຮືອນຢ່າງປອດໄພ ພ້ອມກັບຄອບຄົວທີ່ຢຶນຖ້າຮັບ ແມ່ ແມ່ຈ່ອຍລົງໄປແມ່ນບໍນີ້ບໍ່ໜ້າເລີຍ

“ຂອບໃຈເດີເຈ”

“ອືມ ..ໄປລະເດີ”

ຂ້ອຍຍ່າງເຂົ້າໄປຫາແມ່ດ້ວຍຄວາມຄິດຮອດສຸດຫົວໃຈ ພ້ອມກັບເອົາຄວາມເຈັບປວດທີ່ມີທັງໝົດເຂົ້າສູ່ອ້ອມກອດນັ້ນ

“ລູກ ເບິດທຸກເບິກໂສກຈັກເທື່ອໜຶ່ງນໍ” ແມ່ຂ້ອຍລູບຫົວຂ້ອຍເບົາໆ ເປັນການປອບໂຍນ.

2ອາທິດຕໍ່ມາ

“ນໍ້າຕານ” ສຽງເອື້ອຍແອນເອື້ນຂ້ອຍ

“ໂດຍ”

“ກາຍກັບມາແຕ່ອາເມລິກາລະໄດ໋”

ປະໂຫຍກນັ້ນພາຂ້ອຍມາຢືນຢູ່ເຮືອນລາວທັນທີ

“ສະບາຍດີແມ່ ກາຍຢູ່ບໍ” ຂ້ອຍຖາມສະບາຍດີແມ່ກາຍທີ່ເພິ່ນກໍາລັງຢືນຫົດຕົ້ນໄມ້ຢູ່ໜ້າບ້ານ

“ຢູ່ສວນຫຼັງບ້ານລູກ” ຂ້ອຍແລ່ນໄປຫຼັງບ້ານທັນທີ ຂ້ອຍຖ້າມື້ນີ້ມາດົນແລ້ວກາຍ ເຈົ້າໃຈດໍາເຖິງຂະໜາດນີ້ພິຫວະ

ເມື່ອຂ້ອຍຍ່າງມາຮອດສວນຫຼັງບ້ານ ແຜ່ນຫຼັງຂອງຜູ້ຊາຍຄົນໜຶ່ງທີ່ກໍາລັງຢືນຈົກຖົງສົ້ງຢູ່ເຮັດໃຫ້ນໍ້າຕາຂ້ອຍໄຫຼລົງມາປານເຂຶ່ອນແຕກ ຂ້ອຍບໍ່ລໍຊ້າທີ່ຈະແລ່ນເຂົ້າໄປກອດກາຍຈາກດ້ານຫຼັງ ກາຍສະດຸ້ງຕື່ນເລັກນ້ອຍ ແລ້ວລາວກໍ່ຄ່ອຍໆຫັນກັບມາ. ກາຍຍັງມີຜ້າສີຂາວພັນອ້ອມຕາຢູ່ ຂ້ອຍໃຊ້ມືທີ່ສັ່ນໆຂອງຂ້ອຍລູບໄປທີ່ຕາດວງນັ້ນ ຂ້ອຍຍິ່ງກົດນໍ້າຕາໄວ້ບໍ່ຢູ່..

“ເຈົ້າ” ສຽງທີ່ຂ້ອຍຢາກໄດ້ຍິນມາຕະຫຼອດດັງອອກມາແລ້ວ ຂ້ອຍຈັບມືລາວຂຶ້ນມາບາຍໜ້າຂ້ອຍ

“ຂ້ອຍເອງກາຍ ນໍ້າຕານ”

“ຂ້ອຍຮູ້ແລ້ວ ເຈົ້າ ຍັງຄືເກົ່າບໍ່ປ່ຽນເລີຍນໍ້າຕານ”

“ເຈົ້າຮູ້ໄດ້ຈັ່ງໄດ໋ ເຈົ້າແນມບໍ່ເຫັນຂ້ອຍຊໍ້າ”

“ຂ້ອຍສໍາຜັດໄດ້” ຄໍາເວົ້ານັ້ນເຮັດໃຫ້ຂ້ອຍຍິ້ມອອກມາທັງນໍ້າຕາ

“ກາຍ ເຈົ້າໃຈດໍາຫຼາຍເຈົ້າຮູ້ບໍ ເຈົ້າມາແລ້ວບໍ່ຍອມໂທຫາຂ້ອຍເລີຍ ຖ້າຂ້ອຍບໍ່ຮູ້ຈາກເອຶ້ອຍແອນລະຂ້ອຍຊິຮູ້ໄດ້ຈັ່ງໄດ໋

“ນໍ້າຕານ”

“ເຈັບຫຼາຍບໍ ມາຂ້ອຍຊິເປົ່າໃຫ້ເດີ” ຂ້ອຍເຢັ່ງປາຍຕີນຂຶ້ນເພືອຈະເປົ່າໃຫ້ກາຍຕາມທີ່ເວົ້າ

“ນໍ້າຕານ ເຮົາບໍ່ເປັນຄືເກົ່າແລ້ວ” ຂ້ອຍຍັງຢືນຢູ່ແບບນັ້ນ ແຕ່ໃຈຂ້ອຍມັນກັບເຕັ້ນແຮງຜິດປັກກະຕິ ພາວະນາໃຫ້ກາຍບໍ່ເວົ້າຫຍັງແບບນັ້ນອອກມາ

“ເຈົ້າຫມາຍຄວາມວ່າ?” ກາຍຫັນຫຼັງໃຫ້ຂ້ອຍທັນທີ

“ເຈົ້າບໍ່ເຫັນຫວະວ່າຕອນນີ້ ຂ້ອຍບໍ່ແມ່ນຄົນທີ່ປັກກະຕິ ບໍ່ແມ່ນຄົນທີ່ຈະສາມາດດູແລເຈົ້າໄດ້ອີກ” ນໍ້າຕາຂ້ອຍໄຫຼອອກມາທັນທີ ຂ້ອຍວ່າແລ້ວວ່າກາຍຕ້ອງເວົ້າແບບນີ້ ຂ້ອຍຍ່າງເຂົ້າໄປກອດກາຍໄວ້ແໜ້ນອີກຄັ້ງ ພ້ອມກັບນໍ້າຕາທີ່ໄຫຼບໍ່ຢຸດ

“ຂ້ອຍບໍ່ແຄເລື່ອງນັ້ນຢູ່ແລ້ວເຈົ້າກະໜ້າຈະຮູ້ດີກາຍ ເລື່ອງທຸກຢ່າງມັນຈົບລົງແລ້ວ ແຕ່ນີ້ຕໍ່ໄປ ເຮົາຈະດູແລເຊິ່ງກັນແລະກັນ ອີກບໍ່ດົນກະຕ້ອງງມີຄົນມາບໍລິຈາກຕາແລະເຈົ້າກະຈະກັບມາແນມເຫັນຄືເກົ່າ”

“ຍອມຮັບຄວາມຈິງສະນໍ້າຕານ ຂ້ອຍບໍ່ສາມາດກັບໄປເຮັດໃຫ້ຊີວິດເຈົ້າທຸກທໍລະມານໄດ້ອີກແລ້ວ ຂ້ອຍເປັນຄົນບໍ່ດີ ຂ້ອຍບໍ່ຄູ່ຄວນກັບເຈົ້າດອກ ກັບໄປສະ”

“ກາຍ ບໍ່ ຂ້ອຍບໍ່ໄປໃສທັງນັ້ນ ຂ້ອຍບໍ່ແຄເຈົ້າຮູ້ບໍ ຂ້ອຍຮັບໄດ້ທຸກຢ່າງ ເຈົ້າບໍ່ເຂົ້າໃຈຫວະ”

“ແຕ່ຂ້ອຍຮັບບໍ່ໄດ້” ຂ້ອຍອຶ້ງໄປກັບປະໂຫຍກນັ້ັ້ນ

“ເຈົ້າຕັ້ງໃຈຟັງຂ້ອຍໃຫ້ດີເດີ ຂ້ອຍບໍ່ສາມາດກັບໄປຫາເຈົ້າໄດ້ອີກ ບໍ່ແມ່ນແຕ່ເຈົ້າທີ່ເຈັບເພາະຂ້ອຍມາຫຼາຍແຕ່ຂ້ອຍເຈັບຫຼາຍຄືກັນ ຂ້ອຍເສຍດວງຕາຂ້ອຍໄປແລ້ວ ແລະຂ້ອຍບໍ່ອາດສາມາດຈະລືມເຫດການທີ່ທໍລະມານນີ້ໄດ້ ຂ້ອຍມັນເຫັນແກ່ໂຕທີ່ໂທດວ່າເປັນຄວາມຜິດຂອງເຈົ້າແຕ່ມັນກະແມ່ນແມ່ນບໍລະ ຖ້າຂ້ອຍບໍ່ຄິດທີ່ຈະປັກປ້ອງເຈົ້າ ຂ້ອຍຄົງຈະບໍ່ເສຍຕາຂ້ອຍຄູ່ນີ້ໄປ ເຮົາ2ຄົນ ຢູ່ນໍາກັນບໍ່ໄດ້ດອກນໍ້າຕານ ກັບໄປສະ” ຮ່າງກາຍຂ້ອຍເລີ່ມອ່ອນແຮງ ອ້ອມແຂນທີ່ກອດນກາຍໄວ້ຕົກລົງມາທັນທີ ພ້ອມກັບການກ້າວຖອຍຫຼັງອອກມາ ແມ່ນຕິນໍ ຂ້ອຍໜ້າຈະຮູ້ດີ ວ່າຂ້ອຍເອງທີ່ເຮັດໃຫ້ເຂົາສູນເສຍສິ່ງທີ່ມີຄ່າທີ່ສຸດໃນຊີວິດໄປ ຂ້ອຍນີ້ມັນເຫັນແກ່ໂຕອີ່ຫຼີໄດ້ ເຮັດໃຫ້ເຂົາເຈັບເຖິງຂະໜາດນີ້ຍັງມາກ້າຮຽກຮ້ອງຄວາມຮັກຈາກເຂົາອີກ

“ດູແລໂຕເອງເດີ ຂ້ອຍໄປກ່ອນ ຮຶກ” ຂ້ອຍແລ່ນອອກມາຈາກສະຖານທີ່ແຫ່ງນັ້ນໂດຍທີ່ບໍ່ຄິດຫຍັງ ສະໝອງຂ້ອຍມັນຫວ່າງເປົ່າໄປໝົດ ແມນແຕ່ແມ່ຂອງກາຍທີຂ້ອຍແລ່ນກາຍມາຂ້ອຍຍັງບໍ່ລາຈັກຄໍາ ບໍ່ເຄີຍມີເທື່ອໃດທີ່ຂ້ອຍເຈັບປວກເທົ່າເທື່ອນີ້ເລີຍ.

“ກາຍ” ສຽງແມ່ຂອງກາຍຍ່າງເຂົ້າມາຫາທີ່ສວນຫຼັງບ້ານ

“ແມ່ ນໍ້າຕານໄປແລ້ວແມ່ນບໍ”

“ອືມ ທ່າທາງບໍ່ດີເລີຍລູກ ແມ່ເປັນຫ່ວງອີ່ຫຼີ” ກາຍເວົ້າພ້ອມກັບແກະຜ້າຂາວທີ່ພັນຕາອອກ

“ມັນເປັນສິ່ງທີ່ດີທີ່ສຸດສິ່ງດຽວທີ່ກາຍຈະມອບໃຫ້ນໍ້າຕານໄດ້ ກາຍບໍ່ຢາກເຫັນລາວເຈັບຊໍ້າໆຍ້ອນຜູ້ຊາຍຄືກາຍອີກ”

“ຖ້າລູກຄິດດີແລ້ວ ແມ່ກະບໍ່ຫ້າມ ແລ້ວເລື່ອງຍ້າຍໄປຮຽນຢູ່ອາເມລິກາຈະວ່າແນວໃດລະລູກ”

“ກາຍຈະເດີນທາງອາທິດໜ້າ”

ທຸກຄົນຄົງຢາກຈະຮູ້ແມ່ນບໍວ່າເກີດຫຍັງຂຶ້ນ ເປັນຫຍັງຂ້ອຍຈຶ່ງກັບມາໃນສະພາບຄົບ32ທຸກປະການ ເພາະວ່າຂ້ອຍບໍ່ໄດ້ຜ່າຕັດປ່ຽນຕາໃຫ້ທ້ອງຟ້າດອກ ພໍໄປຮອດໂຮງໝໍທີ່ອາເມລິກາ ກ່ອນມື້ຈະຜ່າຕັດຂ້ອຍເຂົ້າໄປຫາທ້ອງຟ້າຢູ່ຫ້ອງຜູ້ປ່ວຍ ຂ້ອຍໄປຂໍໂທດໃນເລື່ອງທີ່ຂ້ອຍເຮັດໃຫ້ມັນຕ້ອງຕາບອດ ບໍ່ໜ້າເຊື່ອວ່າທ້ອງຟ້າມັນຈະປ່ຽນໄປໄດ້ເຖິງຂະໜາດນີ້ ມັນບອກວ່າຂໍພຽງແຕ່ໃຫ້ມັນກັບມາເຫັນຄົນທີ່ມັນຮັກອີກຄັ້ງມັນກະບໍ່ຂໍຫຍັງອີກ ພໍໄດ້ຍິນປະໂຫຍກນັ້ນ ຂ້ອຍກໍ່ບອກໃຫ້ພໍ່ຂ້ອຍໂທຕິດຕໍ່ດວງຕາຄູ່ໃໝ່ໃຫ້ທ້ອງຟ້າ ເພາະຢູ່ອາເມລິກາມັນຄົງຈະຫາຄົນບໍລິຈາກໄດ້ບໍຍາກ ທໍາອິດພູຜາມັນຈະບໍ່ຍອມຢ່າງດຽວ ແຕ່ຂ້ອຍພະຍາຍາມ ແລະຍື່ນຂໍ້ສະເໜີໃຫ້ວ່າ ຄ່າຮັກສາທຸກຢ່າງຂ້ອຍຈະເປັນຄົນອອກ ດູແລຈົນທ້ອງຟ້າຈະເຊົາ ແລະປິ່ນປົວສາຍນໍ້າໃຫ້ເຊົາຈາກການປ່ວຍທາງຈິດທີ່ອາເມລິກາ ເພາະວ່າໝໍຢູ່ນັ້ນເກັ່ງ ສາຍນໍ້າຕ້ອງເຊົາແນ່ນອນ ພູຜາຈຶ່ງຍອມທີ່ຈະບໍ່ເອົາດວງຕາຂອງຂ້ອຍ ຂ້ອຍກະເລີຍລອດຕາຍໄປ ຖ້າຂ້ອຍເສຍດວງຕາຄູ່ນີ້ໄປແລະພໍ່ກັບແມ່ຂ້ອຍຈະຢູ່ຈັ່ງໄດ໋ລະ. ນີ້ກະແມ່ນເລື່ອງລາວທັງໝົດທີ່ເກີດຂຶ້ນຕອນຢູ່ອາເມລິກາ ແລະຕອນນີ້ ຂ້ອຍຕັດສິນໃຈ ຮຽນແພດຕໍ່ໃຫ້ຈົບທີ່ອາເມລິກາ ພ້ອມກັບດູແລຄອບຄົວຂອງພູຜາຕາມທີ່ສັນຍາໄວ້ຈົນກວ່າຈະໝົດພັນທະ.ນໍ້າຕານ ເຈົ້າຈະເປັນຄົນທີ່ຂ້ອຍຄິດຮອດຕະຫຼອດໄປຈົນລົມຫາຍໃຈສຸດທ້າຍ ອາດຈະຖືກຄືທີ່ພໍ່ເຈົ້າບອກ ວ່າຂ້ອຍບໍ່ສາມາດຈະເປັນຄົນຮັກທີ່ດີຂອງເຈົ້າໄດ້ ເພາະຂ້ອຍມັນຫາສ້າງແຕ່ເລືອງ ຂ້ອຍຈຶ່ງເລືອກທີ່ຈະຖອຍອອກມາດີກວ່າ.

         5ປີຜ່ານໄປ

ໃນທີ່ສຸດມື້ນີ້ກະມາເຖິງ ມື້ທີ່ຂ້ອຍໄດ້ເປັນໝໍສົມໃຈ

“ນໍ້າຕານມາຖ່າຍຮູບມາລູກ” ຂ້ອຍຍ່າງມາຖ່າຍຮູບກັບພໍແມ່

“ດີໃຈນໍາເດີລູກ”

“ໂດຍ ຍ້ອນມີແມ່ກັບພໍ່ເປັນກໍາລັງໃຈທີ່ດີ ນໍ້າຕານຈັ່ງມີມື້ນີ້ໄດ້”

“ນໍ້າຕານ” ຂ້ອຍຫັນໄປຫາສຽງທີ່ເອີ້ນ ຕິນ່າຫອບຊໍ່ດອກໄມ້ສີຂາວສົດໃສມາໃຫ້ ເອະ ແຕ່ວ່າມື້ນີ້ເງົາຕາມໂຕມັນໄປໃສ

“ດີໃຈນໍາເດີສ່ຽວ ໃນທີ່ສຸດກະມີມື້ນີ້ນໍາໝູ່”

“ອະແນ່ນອນຢູ່ແລ້ວ ແລ້ວນີ້ຊາຍໄປໃສ ປົກກະຕິ ໂຕນີບໍ່ໄດ້ຫ່າງກັນເລີຍໄດ໋”

“ອໍ ອ້າຍຊາຍບອກວ່າຈະໄປຮັບໝູ່ທີ່ກັບມາຈາກຕ່າງປະເທດນະ” ໃຈຂ້ອຍເຕັ້ນແຮງຂຶ້ນມາທັນທີ ນີ້ຂ້ອຍຍັງຫວັງໃນໃຈແມ່ນບໍວ່າຄົນຜູ້ນັ້ນອາດຈະແມ່ນກາຍ ຕະຫຼອດເວລາ5ປີທີ່ຜ່ານມາ ຂ້ອຍບໍ່ສາມາດລືມຜູ້ຊາຍຄົນນີ້ໄດ້ເລີຍ ພາບທຸກຢ່າງມັນຍັງຊັດເຈນ ກາຍຂ້ອຍຄິດຮອດເຈົ້າ

“ນໍ້າຕານ”

“ຫະ ຫະ”

“ຖ່າຍຮູບ”

“ອືມ” ກາຍຖ້າມື້ນີ້ເຮົາຍັງເປັນຄືເກົ່າເຈົ້າກະຄົງຈະມາຢືນບ່ອນນີ້ຂ້າງໆຂ້ອຍ ຂ້ອຍເຮັດສໍາເລັດລະເດີ

“ຍິ້ມເດີ 1 2 3 ແຊະ”

“ເຢຢຢຢ”

3ເດືອນຕໍ່ມາ

“ເອື້ອຍໜິງຍາມຫວະມື້ນີ້” ຕອນນີ້ເປັນເວລາ4ໂມງ ຂ້ອຍຍ່າງອອກຈາກຫ້ອງກວດພະຍາດພ້ອມກັບຖອດເສື້ອກາວມາຫ້ອຍໄວ້ ຄົນເຈັບຫຼາຍກະດໍ້ ຍັງບໍ່ໄດ້ກິນຮອດເຂົ້າຊໍ້າ

“ໂດຍຍາມ ທ່ານໝໍຈະກັບເລີຍຫວະ”

“ອືມ ຫິວເຂົ້າຈະຕາຍແລ້ວນີ້”

“ໂດຍໆ ໄປສະ ດ່ຽວຈະມີຫົວງູຫົວພະຍານາກແຖວນີ້ມາແຫ້ນອີກ” ທີ່ເອື້ອຍໜິງເວົ້າເຖິງຢູ່ນັ້ນແມ່ນທ່ານໝໍອາວຸໂສຄົນໜຶ່ງທີ່ເປັນຫົວໜ້າພະແນກທີ່ຂ້ອຍເຮັດວຽກຢູ່ລາວມັກມາກ້ຽວກອດຂ້ອຍຕະຫຼອດ ເວົ້າມາລະຂົນລຸກ

“ນ້ານ ບໍ່ທັນສຸດຄວາມ” ເອື້ອຍໜິງເຫັນລາວຍ່າງມາກະເຮັດໜ້າເຊັງທັນທີ

“ໝໍນໍ້າຕານ”

“ໂດຍອາຈານ” ຂ້ອຍຕອບໄປຕາມມາລະຍາດ

“ອາຈານ ອາເຈີນຫຍັງເກາະ ບອກວ່າໃຫ້ເອີ້ນອ້າຍ”

“ອາຈານມີວຽກຫຍັງກັບນໍ້າຕານຫວະ”

“ອ້າຍວ່າຈະຊວນໄປກິນເຂົ້າ ນໍ້າຕານຫວ່າງບໍ”

“ບໍ່ຫວ່າງ ນໍ້າຕານມີວຽກໄປຕໍ່”

“ຫວະ ໃຫ້ອ້າຍພາໄປບໍ”

“ໂອຍຍຍຍ ບໍ່ກັບໄປກິນເຂົ້າກັບລູກກັບເມຍບໍນໍ ຄໍ່າປານນີ້ລະ” ສຽງເອື້ອຍໜິງເວົ້າຂຶ້ນ ຂ້ອຍອົມຍິ້ມແລະຍົກໂປ້ໃຫ້ລາວ

“ເອີ..ຖ້າບໍເວົ້າກະບໍ່ມີໃຜວ່າປາກກືກດອກເດີ ພະຍາບານ”

“ຊັ້ນ ນໍ້າຕານໄປກ່ອນເດີ ອາຈານກະຟ້າວກັບໄປຫາພັນລະເມຍທີ່ຖ້າກິນເຂົ້າຢູ່ບ້ານໄດ້ແລ້ວ ໄປເດີເອື້ອຍໜິງ”

“ໃຫ້ໄວ” ຂ້ອຍຈັບກະເປົ໋າແລ້ວອອກມາຈາກຫ້ອງນັ້ນ

“ນໍ້າຕານ ນໍ້າຕານ..”

“ທ່ານໝໍ...”

ເຮີ..ກາຍ ຊີວິດຂ້ອຍຕອນນີ້ກະວຸ້ນວາຍຈັ່ງຊີ້ແຫຼະ ແຕ່ກະມ່ວນດີ ເຈົ້າເດເປັນແນວໃດຍັງສະບາຍດີຢູ່ບໍ ຈັ່ງແມ່ນຂ້ອຍຄິດຮອດເຈົ້າ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 

ພູຜາຂັບລົດມາເປັນເວລາເກືອບ30ນາທີ ຂ້ອຍທີ່ຖືກເອົາຜ້າອັດຕາມາຕະຫຼອດທາງບໍ່ຮູ້ເລີຍວ່າໂຕເອງຈະຕົກຢູ່ໃນຊະຕາກໍາໄດ໋(ອອກແນວລັນທົດໜ໋ອຍໜຶ່ງ) ໃນທີ່ສຸດລົດກໍ່ດັບລົງ ພ້ອມກັບຜ້າມັດຕາທີ່ຖືກແກ້ອອກ. ພູຜາມັດຂ້ອຍກັບຕັ່ງຄືເກົ່າບໍ່ມີຜິດ ມັນນິຍາຍໄວລຸ້ນຫຼືໜັງຊິງຮັກຫັກສະຫວາດນິຫະ ງົງ.

“ຫິວບໍ” ພູຜາຖາມຂ້ອຍ

“ຫິວ” ແນວບໍ່ໄດ້ກິນຫຍັງມາແຕ່ທ່ຽງພຸ້ນນໍ

“ໄດ້ ດ໋ຽວໄປເອົາມາໃຫ້” ບໍ່ພໍສິບນາທີພູຜາກໍ່ກັບມາພ້ອມຈານສະປາເກັດຕີ້ຈານໜຶ່ງ ລາວວາງຈານລົງແລ້ວຍ່າງມາແກ້ເຊືອກທີ່ມັດແຂນຂ້ອຍອອກ.

“ຂ້ອຍບໍ່ຢາກເຮັດກັບເຈົ້າຄືນັກໂທດເລີຍ ແຕ່ມັນຈໍາເປັນ ຖ້າບໍ່ມີເຈົ້າບັກກາຍກໍ່ບໍ່ມີວັນຍອມຂ້ອຍ” ຂ້ອຍວາງຈານສະປາເກັດຕີ້ລົງບ່ອນເກົ່າຫຼັງຈາກທີ່ກິນໄປໄດ້2-3ຄໍາ

“ພູຜາ ທາງອອກທີ່ດີກວ່ານີ້ກະມີໄດ໋ ມັນຍັງບໍ່ສາຍເກີນໄປດອກ ຢ່າໃຫ້ໃຜຕ້ອງມາເຈັບປວດກັບເລື່ອງນີ້ອີກເລີຍ” ຂ້ອຍເບີ່ງເລິກເຂົ້າໄປໃນດວງຕາຂອງພູຜາ ເພື່ອເປັນການອ້ອນວອນ

“ມັນບໍ່ມີຫຍັງດີໄປກວ່າການທີ່ຂ້ອຍແກ້ແຄ້ນໃຫ້ອ້າຍຂ້ອຍໄດ້ດອກ ບັກກາຍມັນຕ້ອງໄດ້ຮັບບົດຮຽນທີ່ມັນເປັນຄົນກໍ່ ເຈົ້າບໍ່ຮູ້ດອກວ່າຫຼັງຈາກມື້ນັ້ນມື້ທີ່ອ້າຍຂ້ອຍຖືກຕີບາດເຈັບສາຫັດ ມື້ນັ້ນເປັນມື້ທີ່ທຸກຢ່າງໃນຊີວິດຂ້ອຍພັງທະລາຍ ຂ້ອຍມີກັນຢູ່ແຄ່3ຄົນອ້າຍນ້ອງ ແຕ່ບັກກາຍມັນກະມາທໍາລາຍໂດຍການຖິ້ມສາຍນໍ້າໄປ ຈົນນ້ອງຂ້ອຍມັນຕ້ອງເປັນບ້າເກືອບຂ້າໂຕຕາຍ” ນໍ້າຕາຂອງພູຜາໄຫຼອອກມາໃນທີ່ສຸດ ສາຍນໍ້າ ສາຍນໍ້າ ນ້ອງພູຜາ

“ອ້າຍເຈົ້າເປັນຫົວໜ້າແກ໋ງ ວິກມາສຄ ຫວະ” ຂ້ອຍຈື່ຕອນກ່ອນທີ່ກາຍຈະບອກໃຫ້ຂ້ອຍຫ່າງຈາກລາວຍ້ອນວ່າ ມີຄົນມາລັກລອບທໍາຮ້າຍລາວ ແລະຄາດວ່າຈະແມ່ນແກ໋ງວິກມາສຄ ທີ່ກາຍຈັດການໄປຈົນນອນໂຮງໝໍເກືອບ2ອາທິດເພາະຂະເຈົ້າເຂົ້າໃຈຜິດວ່າກາຍເປັນຄົນຫັກອົກນ້ອງສາວຂະເຈົ້າແຕ່ທີ່ຈິງແລ້ວເປັນອາເຈທີ່ເຮັດ ແຕ່ກາຍບໍ່ຮູ້ເລີຍຕີໄປເພື່ອປ້ອງກັນໂຕ ແມ່ນແລ້ວ ຖ້າທຸກຄົນຍັງຈື່ໄດ້ ຈົນມາຮອດຕອນນີ້ພູຜາຍັງຄິດວ່າກາຍເປັນຄົນເຮັດໃຫ້ສາຍນໍ້າເສຍໃຈອີກຫວະ

“ຖືກຕ້ອງ..ບັກກາຍໃຊ້ແກ້ວເບຍຟາດຫົວລາວຈົນແຕກ ຍັງບໍ່ພໍເສດແກ້ວຟົ້ງເຂົ້າຕາທັງ2ຂ້າງ ຈົນເຮັດໃຫ້ອ້າຍຂ້ອຍຕາບອດ ຫຼັງຈາກມື້ນັ້ນມາ ຄອບຄົວທີ່ອົບອຸ່ນຂອງຂ້ອຍກໍ່ມີແຕ່ນໍ້າຕາ ເຈົ້າຮູ້ບໍ ຂ້ອຍສັນຍາກັບໂຕເອງມາຕະຫຼອດວ່າຂ້ອຍຈະບໍ່ມີວັນເປັນຫົວໜ້າແກ໊ງອັນຕະພານທໍາຮ້າຍຄົນອື່ນເດັດຂາດ ຂ້ອຍຈະຮຽນໃຫ້ຈົບເພື່ອມາດູແລນ້ອງຂ້ອຍເອງ ແຕ່ຊະຕາຄົງຈະບໍ່ໄດ້ກໍານົດໃຫ້ຊີວິດຂ້ອຍເປັນຢ່າງທີ່ຂ້ອຍຝັນ ຍ້ອນວ່າບັກກາຍ ມັນກົດດັນໃຫ້ຂ້ອຍຕ້ອງກັບມາຈັບປືນອີກຄັ້ງ”

“ສະແດງວ່າລົດກາຍທີ່ຖືກຂູດ,ລູກນ້ອງທີ່ຖືກຕີບາດເຈັບ ເປັນຝີມືເຈົ້າທັງໝົດເລີຍ”

“ອືມ..ຂ້ອຍຈໍາຕ້ອງດູແລຄົນຂອງອ້າຍຂ້ອຍຕໍ່ເພື່ອຮັກສາສະຖານະພາບແກ໋ງໄວ້ແລະລໍຄອຍວັນທີ່ຈະໄດ້ແກ້ແຄ້ນບັກກາຍ ແຕ່ມື້ນັ້ນມັນພັດບໍ່ມາແຕ່ຄົນທີ່ອອກມາພັດແມ່ນບັກຊາຍ ແຖມມັນຍັງດວງດີບໍ່ຕາຍອີກຕ່າງຫາກ”

“ເຈົ້າ ..ຈິດໃຈເຈົ້າມັນກະບໍ່ຕ່າງຫຍັງໄປຈາກກາຍເລີຍ ເຈົ້າບອກວ່າເຂົາຈິດໃຈອໍາມະຫິດແຕ່ເຈົ້າກະເຮັດຄືກັນ”

“ມັນບັງຄັບໃຫ້ຂ້ອຍຕ້ອງເຮັດ ຖ້າຈະໂທດໃຜມັນຕ້ອງໂທດໂຕມັນເອງ ເຈົ້າຍອມຮັບສະທ້ອນນໍ້າຕານວ່າ ມັນຈະຕ້ອງຊົດໃຊ້”

“ແຕ່ກາຍ..ກາຍກໍາລັງຈະໄດ້ເປັນໝໍ ເຂົາຕ້ອງການຕາທີ່ຈະຊ່ວຍເຫຼືອຄົນອື່ນຕໍ່ໄປ ຂ້ອຍບໍ່ຍອມໃຫ້ເຈົ້າເອົາສີ່ງໆນັ້ນໄປຈາກລາວເດັດຂາດ ພູຜາ” ຂ້ອຍເວົ້າພ້ອມກັບໄປຈັບມືພູຜາຂຶ້ນມາກຸມໄວ້ “ຂ້ອຍສັນຍາວ່າຂ້ອຍຈະຫາດວງຕາທີ່ດີທີ່ສຸດມາໃຫ້ອ້າຍເຈົ້າ ຢ່າເອົາຕາກາຍໄປເລີຍໜາ ຂ້ອຍຂໍຮ້ອງ” ພູຜາຟິດແຂນອອກແລ້ວຫັນໜ້າໜີ

“ເຈົ້າເສຍນໍ້າຕາໃຫ້ມັນ ເຈົ້າປົກປ້ອງມັນ ທັງໆທີ່ມັນທໍາຮ້າຍອ້າຍເຈົ້າ ນໍ້າຕານຂ້ອຍບໍ່ເຂົ້າໃຈເລີຍ ຂ້ອຍນິ ຂ້ອຍກະຮັກເຈົ້າບໍ່ນ້ອຍໄປກວ່າມັນເປັນຫຍັງເຈົ້າບໍ່ເຄີຍເຫັນ” ພູຜາເວົ້າພ້ອມກັບຍ່າງໃກ້ເຂົ້າມາເລື້ອຍໆຈົນຂ້ອຍຕ້ອງຖອຍໜີ

“ຂ້ອຍສາມາດເບິ່ງແຍງເຈົ້າໄດ້ ແລະຊີວິດເຈົ້າຈະບໍ່ຕົກຢູ່ໃນອັນຕະລາຍແບບນີ້ອີກ” ພູຜາກົ້ມໜ້າລົງມາຈູບຂ້ອຍແຕ່ຂ້ອຍກໍ່ຫັນໜ້າໜີທັນທີ ແລະລາວກໍ່ຢຸດໄວ້ພຽງເທົ່ານັ້ນດ້ວຍທ່າທາງທີ່ຊຶງ

“ຂ້ອຍບໍ່ສາມາດຮັກໃຜໄດ້ອີກແລ້ວ ຂ້ອຍຂໍໂທດ”

“ຮ້ວຍໂວຍຍຍຍ” ພູຜາໃຊ້ກໍາປັ້ນຊັດຝາດ້ານຫຼັງຂ້ອຍເຕັມແຮງ ຂ້ອຍຫຼັບຕາລົງດ້ວຍຄວາມຕົກໃຈ ທໍາອິດຄິດວ່າມັນຊິຊົກຂ້ອຍສະແລ້ວ ສະຫຍອງ.

ແສງແດດສ່ອງເຂົ້າມາໃສ່ຕາຂ້ອຍໃນຕອນເຊົ້າຂ້ອຍຮູ້ສຶກຫິວນໍ້າຢ່າງແຮງແລະກຽມທີ່ຈະລຸກໄປກິນນໍ້າແຕ່ພົບວ່າຂ້ອຍກ້າວຂາບໍ່ໄດ້ເລີຍ ເມື່ອກົົ້ມລົງເບິ່ງໂຕເອງອີກເທື່ອໜຶ່ງກໍ່ເຫັນວ່າ ແຂນກັບຂາຖືກມັດໄວ້ເປັນທີ່ຮຽບຮ້ອຍເໝືອນເດີມເດະ..ຂ້ອຍແນມເບິ່ງໂມງທີ່ແຂວນຢູ່ຝາ 8ໂມງເຄີ່ງ ..ພູຜານັດກາຍໄວ້ 8ໂມງ ບໍ່ໄດ້ການແລ້ວ

“ພູຜາ ພູຜາ” ຂ້ອຍຮ້ອງອອກໄປນອກເພື່ອວ່າຈະມີຄົນໄດ້ຍິນແຕ່ກໍ່ວ່າງເປົ່າ ກາຍ ຂໍໃຫ້ທຸກຢ່າງຜ່ານພົ້ນໄປດ້ວຍດີ

ທີ່ໂຮງໝໍ ຈິດເມດຕາ

“ມາກົງເວລາດີນິ” ສຽງພູຜາດັງກ້ອງຢູ່ຫ້ອງໂຖງຂ້ອງໂຮງໝໍ ເມື່ອເຫັນວ່າກາຍມາຕາມນັດ

“ກູເວົ້າຄໍາໃດຄໍານັ້ນ” ກາຍຖອດແວ່ນຕາກັນແດດອອກເພື່ອປະເຊີນໜ້າກັບພູຜາໂດຍກົງ

“ເຊີນ” ພູຜາພາກາຍເຂົ້າມາໃນຫ້ອງທ່ານໝໍທີ່ເປັນຜູ້ດູແລເຄສຂອງທ້ອງຟ້າ

“ທ່ານໝໍ ນີ້ແມ່ນຜູ້ທີ່ຈະມາບໍລິຈາກຕາໃຫ້ອ້າຍຂອງຂ້ອຍ” ພູຜາແນະນໍາກາຍໃຫ້ໝໍຮູ້ຈັກ

“ອືມ..ຍັງໜຸ່ມຢູ່ເລີຍ ເປັນຫຍັງຈຶ່ງຢາກບໍລິຈາກຕາໃຫ້ທ້ອງຟ້າລະ” ກາຍຫັນໄປແນມເບິ່ງໜ້າພູຜາທັນທີ

“ຍ້ອນວ່າ ອ້າຍຂອງພູຜາເປັນຜູ້ມີບຸນຄຸນກັບຫຼານ ເຖິງຕອນທີ່ເພິ່ນເດືອດຮ້ອນເຮົາກໍ່ຕ້ອງຕອບແທນ” ຄໍາຕອບຂອງກາຍຄົງຈະເຮັດໃຫ້ພູຜາພໍໃຈເປັນຢ່າງຍິ່ງ ໃນທີ່ສຸດກາຍກໍ່ຍອມເຊັນໃບມອບດວງຕາໃຫ້ທ້ອງຟ້າກ່ອນທີ່ການຜ່າຕັດຈະເກີດຂຶ້ນ.

“ພູຜາ” ຫຼັງຈາກທີ່ອອກມາຈາກຫ້ອງໝໍ ກາຍກໍ່ເອີ້ນພູຜາໄວ້

“ແມ່ນຫຍັງ”

“ກູຢາກຮູ້ວ່ານໍ້າຕານປອດໄພບໍ ລະເປັນຫຍັງກູຍອມເຊັນສັນຍາແລ້ວມືງຍັງບໍ່ປ່ອຍນໍ້າຕານອີກ”

“ຫຶ ນໍ້າຕານປອດໄພດີ ສ່ວນເລື່ອງປ່ອຍໂຕຫັ້ນ ກູຈະປ່ອຍກໍ່ຕໍ່ເມື່ອການຜ່າຕັດສິ້ນສຸດລົງ”

“ບໍ່ໄດ້ໄດ໋ ..ພໍ່ແມ່ລາວຈະວ່າແນວໃດ ລູກສາວຂະເຈົ້າຫາຍໂຕໄປແບບນັ້ນ ການຜ່າຕັດຈະເລີ່ມມຶ້ໃດກະບໍ່ຮູ້ເລີຍ ກູບໍ່ມີວັນຜິດສັນຍາດອກ ມຶງປ່ອຍນໍ້າຕານໄດ້ແລ້ວ” ກາຍຍ່າງເຂົ້າໄປດຶງຄໍເສື້ອພູຜາຢ່າງແຮງ

“ມຶງຮູ້ບໍ ຄວາມສຸກອີກຢ່າງໜຶ່ງຂອງກູກະຄືຕອນເຫັນມຶງຊິເປັນຊິຕາຍນີ້ແຫຼະ” ພູຜາເອົາມືກາຍອອກຈາກຄໍເສຶ້ອແລ້ວຍ່າງອອກຈາກໂຮງໝໍໄປ.

ທັນທີທີ່ພູຜາຫວິດສາຍຕາໄປ ກາຍກໍຍົກໂທລະສັບຂຶ້ນມາແລະກົດໂທຫາອາເຈທັນທີ

(ຮາໂຫຼ)

“ເຈ ກູມີເລື່ອງໃຫ້ຊ່ວຍ ມາຫາຢູ່ໂຮງໝໍແນ່”

(ໄດ້ດ໋ຽວອອກໄປ)

ກາຍ,ຊາຍ ແລະອາເຈ ມາລວມໂຕກັນໃນຫ້ອງພັກຟື້ນທີ່ຊາຍນອນຢູ່

“ບັກພູຜາບໍ່ຍອມປ່ອຍໂຕນໍ້າຕານອອກມາກ່ອນຈົນກວ່າການຜ່າຕັດຈະສໍາເລັດ” ກາຍເລີ່ມເປີດປະເດັນ

“ແນວນີ້ ມຶງກະມີສິດຈະຕາບອດແທ້ຕິ” ເຈສົມທົບ

“ເຮີຍ ກາຍມັນບໍ່ເກີນໄປເບາະຫວະ”

“ຖ້າກູບໍ່ຍອມນໍ້າຕານກະຈະຕົກຢູ່ໃນອັນຕະລາຍ ເຊິ່ງກູແນມບໍ່ເຫັນທາງເລີຍ ແນ່ນອນວ່າຕໍາຫຼວດຊ່ວຍຫຍັງກູບໍ່ໄດ້ເພາະມັນອາດຈະສາວໄຍໄປຮອດຄະດີຕ່າງໆນານາທີ່ກູເຄີຍກໍ່ທັງໃນກົດໝາຍແລະນອກກົດໝາຍ”

“ໝາຍຄວາມວ່າມຶງຕ້ອງຍອມໃຫ້ມີການຜ່າຕັດເກີດຂຶ້ນ” ຊາຍເປັນຄົນຖາມ

“ການຜ່າຕັດຈະມີໃນອີກ2ອາທິດ ແຕ່ບໍ່ແມ່ນຢູ່ລາວແນ່ນອນ ເພາະອາໝໍບອກກູວ່າລາວບໍ່ສາມາດຜ່າຕັດປ່ຽນດວງຕາໄດ້ ນັ້ນໝາຍເຖິງກູຕ້ອງໄດ້ບິນໄປປະເທດໃດປະເທດໜຶ່ງກັບບັກພູຜາໃນໄວໆນີ້ ກູບໍ່ມີເວລາແລ້ວ ເຈ”

“ກາຍເອີຍ ກູຊາບຊຶ້ງໃນຄວາມຮັກທີ່ມຶງມີຕໍ່ນໍ້າຕານອີຫຼີສ່ຽວ” ເຈຕົບບ່າກາຍເປັນການປອບຂວັນ

“ເຈ ມຶງຕ້ອງນໍາບັກພູຜາໄປບ່ອນທີ່ມັນຂັງນໍ້າຕານໄວ້” ກາຍເວົ້າຕໍ່

“ອືມ..ກູວ່າກະດີ..ຫະ,ມຶງວ່າຫຍັງເກາະ” ເຈຕົກໃຈທັນທີ

“ກູຢາກໃຫ້ມືງນໍາບັກພູຜາໄປ ແລ້ວໄປຊ່ວຍນໍ້າຕານອອກມາ”

“ກູວ່າລະນະ ມຶງນີ້ໄດ໋ຊິຍອມງ່າຍໆ”

“ກູໄປໃສບໍ່ໄດ້ ເພາະບັກພູຜາມັນສັ່ງຄົນໄປເຝົ້າໜ້າບ້ານກູເປັນທີ່ຮຽບຮ້ອຍແລ້ວ ກູບໍ່ເຄີຍຮູ້ສຶກສົມເພດໂຕເອງທໍ່ນີ້ມາກ່ອນ,ສະນັ້ນມືງເປັນທີ່ເພິ່ງດຽວຂອງກູ”

“ເລື່ອງນັ້ນບໍ່ມີປັນຫາດອກ ທີ່ມຶງມາຕົກຢູ່ໃນສະພາບນີ້ສ່ວນໜຶ່ງກະຍ້ອນກູ ຖ້າກູບໍ່ທໍາຮ້າຍສາຍນໍ້າ”

“ເອີນະ ຢ່າມັນເທາະ”

“ກູເດ” ຊາຍຫັນມາຖາມກາຍ

“ຊາຍ ມຶງໂອເຄດີແລ້ວແມ່ນບໍ”

“ພ້ອມລຸຍເຕັມທີ”

“ເຜື່ອກັນໄວ້ຖ້າວ່າແຜນບັກເຈແຕກ ກູຢາກໃຫ້ມຶງໄປເອົາໂຕບັກທ້ອງຟ້າອອກມາຈາກຫ້ອງຄົນເຈັບເພື່ອເປັນໂຕປະກັນ”

“ບັກນີ້ ມຶງກຽມແຜນມາປານນີ້ພິຫວະ”

“ນິ້ເປັນວິທີເລັ່ງລັດແລ້ວ ຈັ່ງໄດ໋ກູກະຕ້ອງສ່ຽງ ເຖິງກູຈະຮັກນໍ້າຕານຈົນບໍ່ສາມາດເຫັນລາວເປັນຫຍັງໄດ້ ແຕ່ກູກະຫ່ວງຄວາມຮູ້ສຶກຂອງພໍ່ແມ່ກູກ່ອນ ກູເປັນລູກຄົນດຽວຖ້າກູຕາບອດໄປ ມັນຄົງຈະບໍ່ເປັນຜົນດີແນ່ນອນ ຢ່າງນ້ອຍກະຕ້ອງລອງ”

“ອືມ..”

“ແຍກຍ້າຍກັນໄດ້ ກູຕ້ອງກັບບ້ານແລ້ວ ຝາກແນ່ເດີເຈ ຊາຍ”

“ມຶງໄປເຮັດໃບອອກໂຮງໝໍໃຫ້ກູດຽວນີ້ເລີຍ ໄປ” ຊາຍລຸກຈາກຕຽງນອນແລ້ວເປີດຕູ້ເສື້ອຜ້າທັນທີ

“ໄດ້ ໄປເດີ”

ມື້ຕໍ່ມາ ທີ່ໂຮງໝໍຈິດເມດຕາ

“ໝໍນັດຄິວຜ່າຕັັດຕາໃຫ້ທ້ອງຟ້າໄດ້ລະຫວະ”

“ໄດ້ແລ້ວ ອີກ2ອາທິດ ທີ່ອາເມລິກາ”

“ອີກ2ອາທິດ ມັນດົນໄປບໍໝໍ”

“ມັນເປັນຄິວທີ່ໄວທີ່ສຸດແລ້ວ”

ພູຜາຍ່າງອອກຈາກໂຮງໝໍພ້ອມກັບໃຊ້ຄວາມຄິດ ລາວຂັບລົດກັບໄປຫານໍ້າຕານທີ່ເຮືອນທີ່ລາວຂັງໄວ້ ໂດຍທີ່ບໍ່ຮູ້ເລີຍວ່າ ມີອາເຈນໍາໄປຢູ່ ຈົນມາຮອດບ້ານໃນທີ່ສຸດ

“ພູຜາ ຍັງບໍ່ໄດ້ຜ່າຕັດແມ່ນບໍ ຂ້ອຍບອກໃຫ້ເອົາຕາຂ້ອຍໄປແທນກະໄດ້ ບໍ່ໄດ້ຍິນຫວະ” ສຽງນໍ້າຕານດັງຂຶ້ນທັນທີເມຶ້ອເຫັນພູຜາຍ່າງເຂົ້າໄປໃນບ້ານ ນາງເວົ້າແບບນີ້ມາເປັນຮອບທີ່ຮ້ອຍແລ້ວ ແຕ່ພູຜາກໍ່ບໍ່ຟັງເລີຍ

“ຂ້ອຍຈະມາບອກວ່າ ຂ້ອຍຈະເດີນທາງໄປຜ່າຕັດຢູ່ອາເມລິກາ ເຈົ້າອາດຈະຕ້ອງໄດ້ຢູ່ນີ້ເປັນ2ອາທິດ ຫວັງວ່າຄົງຈະບໍ່ດົນເກີນໄປ”

“ອາເມລິກາ ..”

“ຂ້ອຍຕ້ອງອອກໄປເກັບກະເປົ່໋າກ່ອນ”

“ເກັບກະເປົ໋າ ແມ່ນຫຍັງຕ້ອງເກັບມື້ນີ້”

“ຂ້ອຍຈະເດີນທາງຕອນແລງນີ້ ຂ້ອຍມີລາງສັງຫອນບໍ່ດີບາງຢ່າງ ໄປເດີ”

“ພູຜາເຈົ້າຈະຖິ້ມຂ້ອຍໄວ້ນີ້ຮອດ2ອາທີດບໍ່ໄດ້ໄດ໋ ພໍ່ແມ່ຂ້ອຍເດ” ແລ້ວພູຜາກໍ່ຍ່າງອອກໄປ

ເຕິ້ງ ສຽງຢັນປະຕູດັງເຮັດໃຫ້ນໍ້າຕານສະດຸ້ງຕື່ນ

“ອາເຈ”

“ຂ້ອຍເອງ”

“ເຈົ້າມາໄດ້ຈັ່ງໄດ໋”

“ຂັບລົດນໍາມັນມາ ບໍ່ມີເວລາລະ ອອກໄປກ່ອນລະຄ່ອຍອະທິບາຍ” ອາເຈພະຍາຍາມແກ້ເຊືອກທີ່ມັດມືນໍ້າຕານໄວ້

“ມັນບໍ່ງ່າຍປານນັ້ນດອກ ບັກເຈ” ທັງ2ຕົກໃຈເມື່ອເຫັນພູຜາຍ້ອນກັບມາພ້ອມກັບລູກນ້ອງອີກ3ຄົນ “ຈັບມັນມັດໄວ້”

ແຕ່ອາເຈບໍ່ຍອມງ່າຍໆ ຈຶ່ງມີການຕໍ່ສູ້ກັນຂຶ້ນ ແຕ່ແຮງດຽວຄົງຈະສູ້ຫຼາຍໆຄົນບໍ່ໄດ້ ອາເຈ ຈຶ່ງຕ້ອງຍອມຈໍານົນຕໍ່ສະພາບຮ່າງກາຍທີ່ສູ້ບໍ່ໄຫວ

“ພໍໄດ້ແລ້ວ ພູຜາ ເຈົ້າຊິຕີລາວໃຫ້ຕາຍເລີຍຫວະ”

“ບັກກາຍ ຢູ່ດີໆມັນບໍ່ມັກ ຫາເລື່ອງໃຫ້ໝູ່ເດືອດຮ້ອນ ມັນມັກຈັ່ງຊີ້ກະໄດ້ດ໋ຽວກູຈັດໃຫ້”

ທີ່ເຮຶອນຂອງກາຍ

“ຮາໂຫຼ” ກາຍຮ້ອນຮົນຮັບໂທລະສັບທັນທີ ເມື່ອເຫັນວ່າເປັນອາເຈໂທເຂົ້າມາ

(ບັກກາຍ)

“ພູຜາ”

(ເອີກູເອງ..ມືງນີແສບອີ່ຫຼີນໍ ໃຫ້ບັກເຈນໍາກູຍັງບໍ່ພໍ ມຶງຍັງໃຫ້ບັກຊາຍມາເອົາໂຕອ້າຍກູໄປອີກ ມຶງເຮັດແນວນີ້ ມຶງຢາກໃຫ້ນໍ້າຕານຕາຍແມ່ນບໍ)

“ບັກຊາຍ”

(ຕອນນີ້ມັນເຂົ້າໄອຊີຢູ່ຄືນແລ້ວ ຢາກຮູ້ບໍວ່າເປັນຫຍັງ ມຶງກະຂ້ຽວມາເບິ່ງທະແມ)

ກາຍຈັບກະແຈລົດຂັບອອກໄປໂຮງໝໍທັນທີ ພ້ອມກັບມີລູກນ້ອງຂອງພູຜານໍາມາພ້ອມ

“ນ່າ”

“ກາຍ ອ້າຍຊາຍຖືກຟາດລົງບ່ອນແຜເກົ່າເລີຍ..ລາວຈະເປັນຫຍັງບໍ ຮຶກໆ”

“ບໍ່ເປັນຫຍັງດອກ ຊາຍມັນຕ້ອງປອດໄພ ເດ ໝໍອອກມາແລ້ວ”

“ໝໍ ອ້າຍຊາຍເປັນຈັ່ງໄດ໋”

“ປອດໄພແລ້ວ ເຂົ້າໄປຢ້ຽມຄົນໄຂ້ໄດ້”

“ຂອບໃຈໝໍ”

ກາຍຍ່າງເຂົ້າໄປເບິ່ງຜູ້ເປັນໝູ່ດ້ວຍຮ່າງກາຍທີ່ໝົດແຮງ ລາວບໍ່ຢາກເຊື່ອເລີຍວ່າແຜນທຸກຢ່າງຈະລົ້ມເຫຼວລົງແບບນີ້

“ຊາຍ ກູຂໍໂທດ ກູບໍໜ້າໃຫ້ມຶງມາເປັນແບບນີ້ເລີຍ”

“ເຮີຍ ບໍ່ເປັນຫຍັງດອກ ທີ່ກູລົ້ມລົງໄປຍ້ອນ ສາຍນໍ້າເອົາໄມ້ມາຕີລົງບ່ອນກູຖືກຍິງຊື່ໆກະເລີຍຕ້ອງຟຸບລົງໄປແບບນັ້ນ”

“ສາຍນໍ້າ”

“ອຶມ..ກູບໍ່ຮູ້ວ່າສາຍນໍ້າຢູ່ໃນຫ້ອງນອນຂອງບັກຟ້າ ຕອນທີ່ຈະເອົາໂຕມັນອອກມາ ກະມີໄມ້ມາຟາດລົງຫຼັງກູເບິດແຮງ ຫັນໄປກະເຈິສາຍນໍ້າ ນາງມີອາການຫວາດຜະຫວາແຕ່ກະຢາກປົກປ້ອງອ້າຍ ກູເຫັນລະບໍ່ສາມາດຈະເຮັດຫຍັງນາງໄດ້ ກະເລີຍຖືກນາງຟາດລົງໃສ່ໜ້າເອີກອີກຈັກເທື່ອບຸ ຈື່ບໍ່ໄດ້ ຈັກແຕ່ກູຟຸບລົງໄປເລີຍ”

“.....”

“ເຮີຍກາຍ ກູຍັງບໍ່ຕາຍເວີຍ ວ່າແຕ່ບັກເຈເດ”

“ມັນຖືກຈັບຢູ່ກັບນໍ້າຕານ ກູໝົດທາງໄປແລ້ວຊາຍ”

“ເຮີຍ ໃຈເຢັນອີກ2ອາທິດພຸ້ນນະ ກ່ອນຈະຜ່າຕັດ”

ຕິດໆ ຕິດໆ

ກາຍເປີດເບິ່ງຄລິບວິດີໂອທີ່ພູຜາສົ່ງມາ

“ກາຍແມ່ນຫຍັງ” ຊາຍເຫັນສີໜ້່າກາຍບໍ່ດີຈຶ່ງຖາມຂຶ້ນ

“ນໍ້າຕານ” ຕິນ່າເອີ່ຍຊື່ນໍ້າຕານພ້ອມກັບເອົາມືອັດປາກ “ອ້າຍກາຍ ນໍ້າຕານ”

ກາຍກໍາໂທລະສັບໄວ້ແໜ້ນ ພ້ອມກັບຄວາມເຈັບປວດທີ່ມັນຖາໂຖມເຂົ້າມາເມື່ອເຫັນຜູ້ເປັນໝູ່ແລະຄົນຮັກຖືກລຸມຕີຈົນເລືອດຖ້ວມແບບນັ້ນ ໃນໃຈກໍ່ຮ້ອງດ່າຄົນທີ່ເຮັດແບບນີ້

“ກູຍອມແລ້ວຊາຍ ກູຍອມມັນແລ້ວ ກູບໍ່ສາມາດຈະເຫັນໃຜເຈັບປວດຍ້ອນກູໄດ້ອີກແລ້ວ” ກາຍກົດໂທລະສັບຫາພູຜາທັນທີທີ່ຄິດໄດ້

“ກູຍອມແລ້ວ ມຶງຢ່າເຮັດຫຍັງນໍ້າຕານອີກໄດ້ບໍ”

(ມຶງໄປມ້ຽນເຄື່ອງແລ້ວອອກມາເດີ່ນຍົນຕອນ 8ໂມງ)

“ອຶມ”

“ກາຍ ແມ່ບໍ່ຍອມໃຫ້ລູກໄປເດັດຂາດ” ແມ່ກາຍພະຍາຍາມດຶງມືລູກຊາຍໄວ້ກ່ອນທີ່ລາວຈະຂຶ້ນລົດໄປສະໜາມບິນ

“ກາຍລູກຄິດດີແລ້ວຫວະ” ພໍ່ກາຍຖາມດ້ວຍຄວາມສຸຂຸມ

“ມັນເປັນທາງດຽວທີ່ຈະຍຸດຕິເລື່ອງທຸກຢ່າງໄດ້ ມັນອາດຈະເປັນສິ່ງທີ່ກາຍຕ້ອງຊົດໃຊ້ກະໄດ້ ພໍ່ກາຍຂໍໂທດ ທີ່ບໍ່ສາມາດສືບທອດພໍ່ໄດ້”

“ພໍ່ເຄົາລົບໃນການຕັດສິນໃຈຂອງລູກ ເຊື່ອໝັ້ນໄວ້ ທາງອອກທີ່ດີມີສະເໝີລູກ” ກາຍກອດແມ່ໄວ້ແໜ້ນກ່ອນທີ່ຈະອອກຈາກເຮືອນໄປ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້ອຍມືນຕາຂື້ນມາ ແຕ່ກໍ່ຕ້ອງໄດ້ຫຼັບລົງຄືນເມື່ອແສງສະຫວ່າງຈາກປ່ອງຢ້ຽມແຍງມາໃສ່ຕາ ເມື່ອປັບລະດັບສາຍຕາໄດ້ຂ້ອຍກໍ່ຟ້າວລຸກຈາກບ່ອນນອນທັນທີ ຂ້ອຍສໍາຫຼວດເບິ່ງຫ້ອງແລະພະຍາຍາມນຶກຫາເຫດການທີ່ເກີດຂຶ້ນ ຂ້ອຍຍ່າງມາໄຂປະຕູຫ້ອງນອນອອກແລະເຫັນ ເຈົ້າຂອງຫ້ອງນອນຫຼັບຢູ່ເທິງໂຊຟາ ແຕ່ຂ້ອຍກໍ່ຕ້ອງຫັນໜ້າໜີທັນທີ ເມື່ອກາຍສະດຸ້ງຕື່ນຂຶ້ນມາ ກາຍຍ່າງມາຫາຂ້ອຍພ້ອມກັບດຶງຂ້ອຍເຂົ້າໄປກອດ ໃຈຂ້ອຍສັ່ນບໍ່ເປັນຈັງຫວະເລີຍ ແຕ່ຂ້ອຍກໍ່ຕ້ອງສະຫຼັດຄວາມຄິດນັ້ນຖິ້ມເມື່ອຄິດເຫັນພາບທີ່ອ້າຍຂ້ອຍຖືກຕີ

ກາຍຈູບລົງທີ່ຫົວຂອງຂ້ອຍຄ້າຍກັບວ່າແທນຄໍາຂໍໂທດ

“ກາຍ ຂໍໂທດເດີ ຂ້ອຍຕ້ອງຟ້າວໄປ ຂ້ອຍຕ້ອງໄປຫາອ້າຍຂ້ອຍ”

“ນໍ້າຕານ”

“ມື້ຄືນນີ້ເຈົ້າເຮັດເກີນໄປ” ກາຍຄາຍອ້ອມກອດອອກແລ້ວຂ້ອຍກໍ່ຍ່າງອອກຈາກບ້ານກາຍທັນທີ ນະຕອນນີ້ ຂ້ອຍບໍ່ຮູ້ວ່າຈະຮູ້ສຶກແນວໃດກັບກາຍດີ ມັນເວົ້າບໍ່ໄດ້ ແລ້ວຈຶ່ງວ່າກັນເດີ

“ຕາມ” ພໍມາຮອດໂຮງໝໍ ຂ້ອຍກໍ່ແລ່ນນໍ້າຕາໄຫຼເຂົ້າໄປກອດອ້າຍທັນທີ

“ເຮີຍໆ ຍັງບໍ່ຕາຍ ບໍ່ຕ້ອງມາເຮັດຊຶ້ງ” ຂ້ອຍຍິ້ມໃຫ້ຕາມ ນີ້ແຫຼະອ້າຍຂ້ອຍລະ

“ເຈັບຫຼາຍບໍ”

“ລອງມາຖືກເບິ່ງບໍລະ ..” ຂ້ອຍເຮັດຕາຂຽວໃສ່ອ້າຍກັບໄປ

“ຕານ..ບັກຊາຍຖືກຍິງຫວະ”

“ອືມ ນອນຢູ່ຫ້ອງພັກຟື້ນແຕ່ຍັງບໍ່ຮູ້ສຶກໂຕເລີຍ”

“ອ້າຍບໍ່ໄດ້ເປັນຄົນເຮັດໄດ໋”

“ອືມ ຮູ້ແລ້ວ..ເອະ ຕາມ ສາຍສ້ອຍອ້າຍໄປໃສ” ຕາມຈັບເບິ່ງທີ່ຄໍໂຕເອງແລະບໍ່ເຫັນສາຍຄໍນັ້ນ

“ສົງໄສ ພວກນັ້ນມັນດຶງໄປຕອນທີ່ມີເລື່ອງກັນ”

“ມີເລື່ອງ ຕອນໃດ”

“ມື້ທີ່ອ້າຍກົ້້ມໜ້າຍ່າງເຂົ້າບ້ານຫັ້ນລະ ກ່ອນໜ້ານັ້ນ2ມື້ ອ້າຍໄປຫາຂໍ້ມູນຢູ່ແຖວເຮືອນຊົງຝລັ່ງເກົ່າ ລະຈັກມີແກ໊ງອັນຕະພານມາແຕ່ໃສບໍ່ຮູ້ໄລ່ຕີອ້າຍ ຕອນທີ່ແລ່ນໜີສົງໄສມັນດຶງໄປໄດ້”

ຂ້ອຍພະຍາຍາມລຽງເຫດການທີ່ອ້າຍຂ້ອຍເລົ່າກັບການທີ່ຊາຍຖືກຍິງ ມັນມີສ່ວນທີ່ກ່ຽວຂ້ອງກັນກໍ່ຄືມື້ທີ່ອ້າຍຂ້ອຍຖືກດືງສາຍສ້ອຍກັບຊາຍຖືກຍິງ ແລະປະກອບກັບອາການໝັ້ນໃຈສຸດໆຂອງກາຍທີ່ວ່າອ້າຍຂ້ອຍເປັນຄົນຍິງຊາຍ ໂອຍຍ ແຮງຄິດແຮງສັບສົນ ຄົນດຽວທີ່ຂ້ອຍຄິດອອກວ່າໜ້າຈະຢູ່ເບຶ້ອງຫຼັງແມ່ນພູຜາ ແຕ່ຂ້ອຍບໍ່ມີຫຼັກຖານເລີຍ ນອກຈາກຊາຍຈະຟື້ນຂື້ນມາແລະບອກຄວາມຈິງທັງໝົດ.

ທຸກສາຍຕາແນມມາເບິ່ງຂ້ອຍເມື່ອຂ້ອຍບຸກເຂົ້າມາຫ້ອງພັກຟື່້ນທີ່ຊາຍນອນຢູ່ໃນມື້ຕໍ່ມາ

“ນໍ້າຕານ” ສຽງຕິນ່າທີ່ຈັດດອກໄມ້ເທິງຫົວຕຽງຊາຍຫັນມາທັກ

“ຊາຍຟື້ນລະ”

“ຫື ຍັງບໍ່ຟື້ນງ່າຍດອກ ລູກປືນໃກ້ຫົວໃຈປານນັ້ນ” ສຽງກະແທກແດກດັນຂອງກາຍນັ້ນເອງ

“ກາຍເຈົ້າຍັງບໍ່ລົ້ມເລີກຄວາມຄິດທີ່ວ່າອ້າຂ້ອຍຍິງຊາຍອີກຫວະ”

“ຮຶ..” ກາຍຈົກຫຍັງບາງຢ່າງອອກມາຈາກຖົງສົ້່ງ “ສໍ່ານີ້ພໍບໍທີ່ຂ້ອຍຈະເວົ້າວ່າອ້າຍເຈົ້າເຮັດ” ເປັນຄືທີ່ຄິດໄວ້ເລີຍວ່າເລື່ອງທີ່ອ້າຍຂ້ອຍຖືກແກ໊ງໄລ່ຕີມັນຕ້ອງບໍ່ແມ່ນເລື່ອງບັງເອີນ ແຕ່ມັນເປັນການຈົງໃຈໃຫ້ຊາຍຖືກຍິງໂດຍທີ່ໃຊ້ອ້າຍຂ້ອຍມາເປັນຄົນຮັບບາບ ແຕ່ແມ່ນໃຜລະຊິເຮັດແນວນັ້ນ

“ຂ້ອຍບໍ່ຮູ້ເດີວ່າສາຍສ້ອຍອ້າຍຂ້ອຍມັນໄປຢູ່ບ່ອນທີ່ຊາຍຖືກຍິງໄດ້ຈັ່ງໄດ໋ ແຕ່ມັນເປັນການສ້າງສະຖານະການໃຫ້ອ້າຍຂ້ອຍຮັບຜິດແທນ”

“ໂອໂຫ ແກ້ໂຕໄດ້ນໍ້າຂຸ່ນໆເລີຍ ສ້ອຍນີ້ມັນບໍ່ໄດ້ຕົກຢູ່ແຖວນັ້ນໄດ໋ ແຕ່ບັກຊາຍເປັນກໍາສ້ອຍເສັ້ນນີ້ໄວ້ໃນມືເລີຍ”

“ຂ້ອຍຊິເວົ້າຈັ່ງໄດເຈົ້າຈຶ່ງຊິເຊື່ອນິ”

“ບໍ່ຕ້ອງເວົ້າຫຍັງດອກ ຈັ່ງໃດອ້າຍເຈົ້າຕ້ອງຮັບຜິດ ຖ້າບັກຊາຍມັນບໍ່ຟື້ນຂຶ້ນມາ ອ້າຍເຈົ້າເຈິໜັກກວ່າເກົ່າອີກ”

“ໜວກຫູເວີຍ” ເຮີຍ ບໍ່ແມ່ນຂ້ອຍໄດ໋

“ອ້າຍຊາຍຕື່ນແລ້ວ” ນ່າເວົ້າຂຶ້ນດ້ວຍຄວາມດີໃຈ ກາຍເຊົາຖຽງກັບຂ້ອຍແລ້ວແລ່ນໄປທີ່ຕຽງຂອງຊາຍພ້ອມກັບເຈ

“ຊາຍ ມືງຟື້ນແລ້ວ..ຊາຍ” ເຈຮ້ອງຂຶ້ນພ້ອມກັບສັ່ນແຂນຜູ້ເປັນໝູ່ດ້ວຍຄວາມດີໃຈ

“ເອີ..ກູຟື້ນແລ້ວ ຟື້ນແຕ່ດົນແລ້ວອີກ ລະກູຫຼັບໄປຈົນ2ຄົນຜົວເມຍນີ້ມາຖຽງກັນແລະກູເລີຍຕື່ນ”

“ອ້າຍຊາຍຟື້ນຕອນໄດ໋ລະເປັນຫຍັງນ່າບໍ່ຮູ້”

“ຕອນນັ້ນເຫັນນ່າຫຼັບຢູ່ອ້າຍກະເລີຍບໍ່ຢາກກວນ” ຊາຍລະສາຍຕາຈາກຕິນ່າແລ້ວຫັນມາຫາກາຍ “ມຶງມີຫຍັງຊິຖາມກູບໍ”

“ໃຜຍິງມຶງ” ກາຍຖາມສຽງລຽບແຕ່ຂ້ອຍຄິດວ່າພາຍໃນໃຈລາວຄົນຈະຫວັ່ນໆຢູ່ບໍ່ນ້ອຍ

“ບັກພູຜາ”

“ຫະ?? ມຶງເວົ້າຜິດເວົ້າໃໝ່ໄດ້ໄດ໋ຊາຍ”

“ບັກພູຜາ” ຊາຍຍໍ້າຄໍາເກົ່າ

“ແລ້ວສາຍຄໍຊື່ບັກຕາມ ມັນ”

“ຢຸດ ມຶງໄປນັ່ງໄປ ໄປນັ່ງລະກູຊິເລົ່າ ກາຍມຶງນິໃຈຮ້ອນຫຼືໂງ່ຫວະ”

“ບັກຊາຍ”

“ຢຸດ ນໍ້າຕານຢູ່ຟັງກ່ອນເດີ”

“ແນ່ນອນຊາຍ” ຂ້ອຍຢືນກອດເອິກແນມເບິ່ງໜ້າກາຍດ້ວຍໄຊຊະນະທີ່ເໜືອກວ່າ

“ທີ່ຈິງຄົນທີ່ມັນຈະຍິງບໍ່ແມ່ນກູ ແຕ່ເປັນມຶງບັກກາຍ ມື້ນັ້ນຕອນ 5ໂມງແລງມີຄົນມາສຽບຈົດໝາຍໄວ້ໜ້າຮ້ານກູ ກູເປີດອ່ານ ລະມັນເປັນຈົດໝາຍນັດມຶງອອກໄປເຈິຢູ່ຮ່ອມຫຼັງວັດອິນແປງມັນລົງທ້າຍຊື່ ຫົວໜ້າແກ໊ງວິກມາສຄ ຕອນນັ້ັ້ນມຶງຄາເສັງຢູ່ໂຮງຮຽນ ກູໃຈຮ້ອນເລີຍອອກໄປແທນມຶງ ແຕ່ກະບໍ່ເຫັນວ່າມີໃຜຢູ່ ຈົນເກີດເຫດການທີ່ບັງເອີນສຸດໆຂຶ້ນ ກູເຫັນບັກຕາມມັນແລ່ນໜີຜູ້ຊາຍປະມານ3ຄົນມາ ແຕ່ກະບໍ່ຫວິດ ມັນຖືກດຶງສາຍຄໍ ກູເຫັນກະເລີຍເລັ່ງລົດເຂົ້າໄປຊ່ວຍ ພວກໂຈນມັນເຜີຕອນທີ່ໄດ້ຍິນສຽງກູເລັ່ງລົດ ບັກຕາມມັນເລີຍໃຊ້ໂອກາດນັ້ນແລ່ນໜີ ແລະຄາດການວ່າມັນບໍ່ຮູ້ອີກວ່າກູແມ່ນໃຜ ເພາະໃສ່ໝວກກັນນັອກຢູ່ ກູຂັບລົດໄປດຶງເອົາສາຍຄໍຈາກມືພວກມັນມາຄືນໄດ້ ແຕ່ຄາເຮັດເທ້ຢູ່ ພວກມັນເລີຍຈົກປືນອອກມາຍິງກູ ເປັນການຍິງທີ່ແມ້ນໂຄດໃນໄລຍະໄກ ກູລົ້ມລົງລະມັນເປີດໝວກອອກ ລະກູເລີຍຮູ້ວ່າມັນແມ່ນບັກພູຜາ ມັນເປັນມືປຶນທີ່ຍິງແມ້ນໂຄດໆ ສຽດຫົວໃຈກູໄປເກືອບ5ເຊັນ ມັນຄົງຈະຄິດວ່າກູຕາຍແລ້ວ ແຕ່ກູຍັງບໍ່ຢາກເຊື່ອວ່າກູລອດມາໄດ້ຈັ່ງໄດ໋”

“ບັກພູຜາຫັ້ນໄດ໋” ກາຍກໍາກໍາປັ້ນພ້ອມກັບໃຊ້ຄວາມຄິດ

“ກາຍ ມື້ທີ່ນໍ້າຕານນອນສະຫຼົບຢູ່ໜ້າເຮືອນມຶງ” ເຈເວົ້າເລື່ອງນີ້ຂຶ້ນມາໃນທັນທີ “ມັນອາດຈະ” ກາຍໄດ້ຍິນປະໂຫຍກນັ້ນແລ້ວແນມໜ້າມາຫາຂ້ອຍ ດ້ວຍສາຍຕາທີ່ຕົກໃຈກຶ່ງອ້ອນວອນ

“ແລະມື້ນັ້ນຂ້ອຍກະໄດ້ຮູ້່ວ່າເຈົ້າໄປຖ້າລັດຕີອ້າຍຂ້ອຍຮອດໜ້າບ້ານ” ຂ້ອຍເວົ້າປະໂຫຍກທີ່ອັດອັ້ນອອກມາ

“ນໍ້າຕານ ຂ້ອຍ..”

“ບັກກາຍເອີຍ ບັກບ້າ” ໝູ່ທັງ2ຄົນຂອງກາຍເວົ້໊າອອກມາພ້ອມກັນ ຂ້ອຍຄິດວ່າສິ່ງທີ່ຂ້ອຍຢາກຮູ້ມັນກະຈ່າງໝົດແລ້ວ ຂ້ອຍກະບໍ່ມີເຫດຜົນຫຍັງຕ້ອງຢູ່ ອີກຢ່າງຂ້ອຍຕ້ອງກັບໄປເບິ່ງອ້າຍຂ້ອຍ ລາວຈະອອກຈາກໂຮງໝໍໃນອີກ2ມື້

“ຊາຍ ເຊົາໄວໆເດີ ຂອບໃຈທີ່ໄຂຂໍ້ສົງໄສໃຫ້” ພໍຈົບປະໂຫຍກນັ້ນຂ້ອຍກໍ່ຫັນຫຼັງແລ້ວຍ່າງອອກຈາກຫ້ອງພັກຟື້ນຂອງຊາຍ

“ນໍ້າຕານ ດ໋ຽວ” ສຽງທີ່ຂ້ອຍຄຸ້ນເຄີຍ ພ້ອມກັບສຽງຍ່າງທີ່ຕາມຫຼັງມາ ຂ້ອຍບໍ່ສາມາດຢຸດການກ້າວຍ່າງໄດ້ ສະໝອງມັນບອກໃຫ້ຍ່າງຕໍ່ໄປ ຍ່າງອອກໄປໃຫ້ໄກ ຈາກຜູ້ຊາຍທີ່ອັນຕະລາຍຄົນນີ້ ພາບທີ່ລາວຕີອ້າຍຂ້ອຍມັນແລ່ນວົນໄປວົນມາຊໍ້າໆ ຈາກການຍ່າງປ່ຽນມາເປັນການແລ່ນທັນທີ ຂ້ອຍຍັງບໍ່ພ້ອມທີ່ຈະລົມຫຍັງກັບລາວທັງນັ້ນ ກາຍຂ້ອຍບໍ່ອາດຈະໄວ້ໃຈເຈົ້້າໄດ້ອີກແລ້ວ.

“ລະວັງເດີ” ຂ້ອຍປະຄອງອ້າຍຂ້ອຍໃຫ້ຍ່າງເຂົ້້າບ້ານ ໝໍໃຫ້ມາພັກຜ່ອນຢູ່ບ້ານໄດ້ແຕ່ວ່າອ້າຍຂ້ອຍຍັງເຮັດອໍເຊາະເຈັບຢູ່ ຍ້ອນມີພະຍາບານພິເສດຄືເອື້ອຍແອນມາດູແລໃຫ້

“ເອື້ອຍແອນ ຕານຝາກຕາມແນ່ເດີ ໄປເຂົ້າຫ້ອງນໍ້າກ່ອນແປັບໜຶ່ງ” ທີ່ຈິງມັນເປັນແຜນຂອງຂ້ອຍເອງແຫຼະ ເຖິງວ່າເອຶ້ອຍແອນຈະມາເຝົ້າໄຂ້ ແຕ່2ຄົນນີ້ຍັງເວົ້າກັນບໍ່ໄດ້ຮອດ10ປະໂຫຍກຊໍ້າ ເຮີ...

ຫຼັງຈາກມື້ທີ່ອ້າຍຂ້ອຍຖືກກາຍຕີຈົນສາຫັດ ພໍ່ກັບແມ່ຂ້ອຍກໍ່ຮ້ອນຮົນແລະພະຍາຍາມາດູແລອ້າຍກັບຂ້ອຍຢ່າງໃກ້ຊິດ ຂ້ອຍເຫັນແມ່ຂ້ອຍໄຫ້ເປັນຄັ້ງທໍາອິດໃນຊີວິດ ນັ້ນເຮັດໃຫ້ຂ້ອຍບໍ່ສະບາຍໃຈເລີຍ ຂ້ອຍບໍ່ສາມາດຈະຢູ່ເສີຍໄດ້ ຈົນເລົ່າເລື່ອງທັງໝົດໃຫ້ແມ່ຟັງ ແຕ່ເລື່ອງທີ່ຂ້ອຍບໍ່ເລົ່າແມ່ນຂ້ອຍຄົບກັບກາຍ ປະໂຫຍກໜຶ່ງທີ່ເຮັດໃຫ້ຂ້ອຍກືນບໍ່ເຂົ້າ ຄາຍບໍ່ອອກແມ່ນ

“ຜູ້ຊາຍຄົນນີ້ ຈິດໃຈເຮັດດ້ວຍຫຍັງລູກ ແມ່ບໍ່ມີວັນໃຫ້ອະໄພຄົນທີ່ເຮັດໃຫ້ອ້າຍເຈົ້າເປັນແບບນີ້ເດັດຂາດ ຕານຟັງແມ່ເດີລູກ ຢ່າເຂົ້າໃກ້ຜູ້ຊາຍແບບນີ້ເດັດຂາດ ແມ່ຈະເສຍໃຈທີ່ສຸດຖ້າລູກຂອງແມ່ທັງ2ຄົນເປັນຫຍັງໄປ” ສຽງສະອື້ນນັ້ນຍັງດັງກ້ອງໃນຫູຂ້ອຍ ກາຍເລື່ອງຂອງເຮົາມັນອາດຈະເດີນທາງມາເຖິງຕອນຈົບແລ້ວກະໄດ້.

ກ່ອນທີ່ເຮົາ ຈະຈາກກັນໄປແສນໄກ ກ່ອນທີ່ໃຈຈະໝົດຫົນທາງໄປຕໍ່

ສຽງເອື້ນເຂົ້າໂທລະສັບດັງຂຶ້ນ ຂ້ອຍຈັບໂທລະສັບຂຶ້ນມາດ້ວຍໃຈທີ່ສັ່ນ ຖ້າຫາກເປັນກາຍໂທມາອີກ ຂ້ອຍຈະເຮັດຈັ່ງໄດ໋ດີ ແຕ່ຊື່ທີ່ປະກົດເທິງໜ້າຈໍແມ່ນຕິນ່າ ຈຶ່ງເຮັດໃຫ້ຂ້ອຍຟ້າວຮັບທັນທີ.

“ຈັ່ງໄດ໋”

(ອອກມາຫາແນ່ແມ)

“ຢູ່​ໃສ”

(ຢູ່ຮ້ານກະແລມໜ້າໂຮງໝໍ)

“ມີວຽກຫຍັງຫວະ ມຶງລົມກູຕອນນີ້ກະໄດ້ໄດ໋ ບໍ່ຢາກອອກໄປນອກນະຢ້ານຕາມເປັນຫຍັງມາ”

(ອ້າຍມືງຢູ່ເຮືອນ ປອດໄພແລ້ວ ແຕ່ກູນິບໍ່ປອດໄພ)

“ມຶງເປັນຫຍັງ”

(ອອກມາກ່ອນ ຫາກຊິຮູ້ດອກ)

“ເອີໆ ດ໋ຽວກູອອກໄປ”

ຂ້ອຍຈັບກະແຈລົດແລ້ວຂັບໄປຮ້ານກະແລມທີ່ຕິນ່າເວົ້າທັນທີ

“ສະບາຍດີ ຄູສະຕໍຣີ ເລື່ອງເຢັນໆ ຍິນດີຕ້ອນຮັບ” ຂ້ອຍບໍ່ສົນໃຈທີ່ຈະແນມເບິ່ງໜ້າພະນັກງານຮັບຕ້ອນດ້ວຍຊໍ້າ ເພາະຂ້ອຍຕົກໃຈຄົນທີ່ຢືນຢູ່ຕໍ່ໜ້າພີ້ຫຼາຍກວ່າ ກ່ອນທີ່ຂ້ອຍຈະໄດ້ເວົ້າຫຍັງ ແຂນຂອງຂ້ອຍກໍ່ຖືກດຶງອອກຈາກຮ້ານໄປກ່ອນ ແລະບໍ່ພໍ10ນາທີ ຂ້ອຍກໍ່ມາຢືນຢູ່ຫ້ອງຮັບແຂກຂອງເຮືອນກາຍໃນທີ່ສຸດ

“ຕີຂ້ອຍແມ” ປະໂຫຍກທໍາອິດທີ່ອອກຈາກປາກກາຍ ຂ້ອຍເງີຍໜ້າເບິ່ງເຂົາພ້ອມກັບແວວຕາທີ່ບໍ່ເຂົ້າໃຈ

“ຂ້ອຍຍອມທຸກຢ່າງເພື່ອຈະໄຖ່ໂທດກັບສິ່ງທີ່ຂ້ອຍໄດ້ເຮັດລົງໄປ” ຂ້ອຍບໍ່ຮູ້ຈະເວົ້າຫຍັງອອກມາໄດ້ອີກ ມີແຕ່ນໍ້າຕາທີ່ມັນກຽມພ້ອມທີ່ຈະໄຫຼຢູ່ຕະຫຼອດເວລາ ຂ້ອຍກຶນລູກທີ່ມັນຄາຄໍລົງໄປແລ້ວຫັນຫຼັງກັບ

“ຢ່າຈາກຂ້ອຍໄປ” ປະໂຫຍກນັ້ນເຮັດໃຫ້ຂ້ອຍຢຸດ ແລະເມື່ອຂ້ອຍຫັນມາກໍ່ເຫັນວ່າກາຍກໍາລົງຄຸເຂົ່າຢູ່

“ເຈົ້າເຄີຍບອກຂ້ອຍວ່າ ຢ່າໃຫ້ຂ້ອຍໃຫ້ອະໄພເຈົ້າ ຖ້າຫາກເຈົ້າເຮັດຫຍັງຜິດລົງໄປແມ່ນແຕ່ຄັ້ງດຽວ,ກາຍຖ້າມື້ນີ້ຂ້ອຍຈະຍ່າງຈາກເຈົ້າໄປ ຂ້ອຍຢາກໃຫ້ເຈົ້າຮູ້ໄວ້ວ່າບໍ່ແມ່ນຍ້ອນຄໍາໆນັ້ນທີ່ເຈົ້າສັນຍາກັບຂ້ອຍ ແຕ່ມັນຍ້ອນຂ້ອຍເອງທີ່ໃຈບໍ່ກ້າພໍ ທີ່ຈະຢືນຢູ່ຂ້າງເຈົ້າໄດ້ອີກຕໍ່ໄປ ຂ້ອຍຫວາດລະແວງຢູ່ຕະຫຼອດເວລາຂ້ອຍຢ້ານມື້ໜຶ່ງຄົນທີ່ຂ້ອຍຮັກຈະເປັນອັນຕະລາຍອີກ ຂ້ອຍຢ້ານການສູນເສຍທັງປວງ ຂ້ອຍຂໍໂທດທີ່ຂ້ອຍມັນຂີ້ຂາດຕາຂາວ ຂ້ອຍຜິດເອງ ຂ້ອຍຂໍໂທດ”

“ຂ້ອຍເຂົ້າໃຈແລ້ວ ເຂົ້າໃຈທຸກຢ່າງແລ້ວ” ນໍ້າຕາທີ່ຕົກລົງປຽກພື້ນພົມຂອງກາຍເຮັດໃຫ້ຂ້ອຍຕ້ອງຫັນໜ້າໜີ

“ຂ້ອຍຈະບໍ່ລືມເຈົ້າເລີຍ ຂ້ອຍສັນຍາ” ຂ້ອຍກ້າວອອກຈາກເຮືອນຂອງກາຍ ພ້ອມກັບຮ່າງກາຍທີ່ເມື່ອຍເຕັມທີ່ ໃນທີ່ສຸດມື້ທີ່ຂ້ອຍຄິດໄວ້ມັນກະມາເຖິງ ຂ້ອຍບໍ່ສາມາດຈະຢູ່ກັບກາຍໄດ້ດ້ວຍເຫດຜົນທີ່ເວົ້າໄປ ມັນແມ່ນຄວາມຈິງທຸກຢ່າງ ຂ້ອຍບໍ່ສາມາດລືມເຫດການທີ່ໂຫດຮ້າຍທີ່ເກີດກັບຂ້ອຍໄດ້ ຂ້ອຍບໍ່ສາມາດລົບສຽງຮ້ອງໄຫ້ຂອງແມ່ຂ້ອຍໄປໄດ້ ຂ້ອຍຈຶ່ງເລືອກທີ່ຈະເຈັບປວດພຽງຄັ້ງດຽວ ຄັ້ງດຽວເທົ່ານັ້ນ.

ແສງໄຟຈາກລົດໃຫຍ່ສ່ອງເຂົ້າໃສ່ຕາຂ້ອຍຈົນເຮັດໃຫ້ຂ້ອຍເງີຍໜ້າຂຶ້ນມາຈາກການຮ້ອງໄຫ້ ແລະລົດຄັນນັ້ນກໍ່ມາຈອດຂ້າງໆຂ້ອຍ ແວ່ນລົດຄ່ອຍໆເລື່ອນລົງ.

“ພູຜາ”

“ຂຶ້ນລົດ”

“ບໍ່” ຂ້ອຍເລີ່ມອອກແລ່ນທັນທີ ແຕ່ພູຜາກໍ່ລົງມາຈາກລົດແລ້ວແລ່ນນໍາຂ້ອຍມາຈົນຈັບຂ້ອຍໄວ້ໄດ້

“ຊ່ວຍແນ່ ໃຜກະໄດ້ຊ່ວຍແນ່” ຂ້ອຍພະຍາຍາມຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ຕອນນີ້ມັນກະຂ້ອນຂ້າງຄໍ່າແລະບໍ່ຄ່ອຍຈະມີລົດທຽວທາງໝູ່ບ້ານຈັດສັນແບບນີ້.

“ນໍ້າຕານ” ສຽງກາຍເຮັດໃຫ້ຂ້ອຍຫັນກັບໄປ

“ກາຍ ຊ່ວຍແນ່”

“ບັກສັດເອີຍ ມຶງຢ່າຫວັງວ່າຊິເປັນພະເອກອີກເລີຍ” ພູຜາລາກຂ້ອຍຂຶ້ນລົດ ກ່ອນທີ່ກາຍຈະແລ່ນມາຫາທັນ ພູຜາເລັ່ງລົດໄປທາງໜ້າດ້ວຍຄວາມໄວເພື່ອຫວັງຈະຕໍາກາຍ ແຕ່ກາຍກໍ່ຫຼົບທັນ ແຕ່ລົ້ມໃສ່ຮົ້ວບ້ານຂ້າງໆ ພູຜາຂັບລົດອອກໄປສູ່ທາງໃຫຍ່ເປັນທີ່ຮຽບຮ້ອຍ

“ພູຜາເຈົ້າຈັບຂ້ອຍມາເຮັດຫຍັງອີກ”

“ຂ້ອຍບໍ່ໄດ້ຕັ້ງໃຈຈະຈັບເຈົ້າດອກສາວນ້ອຍ ແຕ່ມັນບັງເອີນ”

“ບັງເອີນ ໝາຍຄວາມວ່າແນວໃດ”

“ເຈົ້າຫັນຫຼັງກັບໄປເບິ່ງຫັ້ນ ນັ້ນແມ່ນລົດບັກເຈ ເຈົ້າເບິ່ງແມ ວ່າແຕ່ມັນຮູ້ວ່າຂ້ອຍເປັນຄົນຍິງບັກຊາຍມັນກະສັ່ງຄົນມາຈັດການຂ້ອຍທັນທີ ລະຕອນນີ້ບັກເຈມັນໄລ່ຕີຂ້ອຍຢູ່ ແຕ່ບໍ່ຄິດວ່າຊິໂຊກດີເຈິໂຕປະກັນສໍາຄັນ ເອົາວະ ໃນຄວາມໂຊກຮ້າຍມັນກະຍັງພໍມີຫວັງຢູ່”

“ພູຜາ ເຈົ້າໄປຫາຕໍາຫຼວດສາ ຖ້າເຈົ້າໄປກາຍກະຈະເຮັດຫຍັງເຈົ້າບໍ່ໄດ້ ຖ້າເຈົ້າໄປຫາຕໍາຫຼວດຢ່າງນ້ອຍເຈົ້າກະປອດໄພ ອາດຈະແຄ່ຕິດຄຸກແປັບດຽວເພາະຊາຍກະຍັງບໍ່ຕາຍ ເຈົ້າຍັງພໍມີຫວັງໄດ໋ ດີກວ່າຈະສ່ຽງຢູ່ຈັ່ງຊີ້” ຂ້ອຍພະຍາຍາມໂນ້ມນ້າວຈິດໃຈພູຜາ.

“ຮະຮະ..ຖ້າຂ້ອຍມອບໂຕມັນກະບໍ່ມ່ວນຕີ ຈັ່ງໄດ໋ ບັກກາຍມັນກະຕ້ອງຊົດໃຊ້ໃນສິ່ງທີ່ມັນເຮັດ”

“ພູຜາ”

“ຫຸບປາກ ຂ້ອຍຕ້ອງການສະມາທິໃນການຂັບລົດ” ຂ້ອຍຫັນໄປເບິ່ງລົດເຈທີ່ໄລ່ຕາມຫຼັງມາຕິດໆ ແລະທໍາທ່າວ່າຈະແຊງຂຶ້ນມາໄດ້ອີກ ຂ້ອຍຫຼັບຕາໄວ້ ຍ້ອນຄວາມໄວຂອງລົດທີ່ພູຜາຂັບ ແຕ່ລົດຂອງເຈກໍ່ໄວກວ່າ ລາວພາລົດຂັບມາຈອດທຽບກັບລົດພູຜາ ແຕ່ພູຜາຕັດສິນໃຈຈອດລົດທັນທີ ຈົນຫົວຂ້ອຍໄປຕໍາກັບຄອນໂຊນໜ້າລົດ ຂ້ອຍບໍ່ທັນທີ່ຈະຕັ້ງໂຕ ພູຜາກໍ່ລາກຂ້ອຍລົງຈາກລົດພ້ອມກັບມີດເຫຼັ້ມໜຶ່ງທີ່ຈໍ່ຢູ່ຄໍຂ້ອຍ ວິນາທີ່ນັ້ນນໍ້າຕາຂ້ອຍໄຫຼລົງມາທັນທີ ພູຜາດຶງຂ້ອຍເຂົ້າຂ້າງທາງ

“ພູຜາໃຈເຢັນ ມີຫຍັງລົມກັນໄດ້” ເຈທີ່ຈອດລົດແລ່ນລົງມາເກ້ຍກ່ອມ ພ້ອມກັບການທີ່ແລ່ນເຂົ້າມາທັນທີ

“ມຶງຢຸດຢູ່ຫັ້ນບັກກາຍ ຖ້າມຶງເຂົ້າມາ ນໍ້າຕານໄດ້ຕາຍສົມໃຈ”

“ບັກພູຜາ ມຶງ” ກາຍເຮັດຈະແລ່ນເຂົ້່າມາໃສ່ແຕ່ເຈດຶງໄວ້ທັນ

“ພູຜາ ເຈົ້າຄົງບໍ່ຄິດທີ່ຈະຂ້າຂ້ອຍດອກແມ່ນບໍ”

“ມັນກະບໍ່ແນ່ ຖ້າບັກກາຍມັນຍັງຈອງຫອງແບບນີ້ຢູ່”

“ມຶງຕ້ອງກາຍຫຍັງມຶງບອກກູມາແມ” ກາຍຮ້ອງມາໃສ່ດ້ວຍຄວາມເຫຼືອໃຈ “ຂໍຢ່າງດຽວມຶງປ່ອຍນໍ້າຕານມາ ຢ່າເຮັດຫຍັງນໍ້າຕານເລີຍ”

“ຮະໆ ໜ້າສົມເພດ ຂອງເຫຼືອກູມືງຍັງຢາກໄດ້ນໍ ກູຊິບອກໃຫ້ ຄົນທີ່ໂທໄປຫາມືງຄືນນັ້ນກະກູນິແຫຼະກູຊິບອກໃຫ້ວ່ານໍ້າຕານເປັນເມຍກູແລ້ວ”

“ມຶງ..ບັກຊາດໝາ”

“ເຮິ ບໍ່ໄດ້ຕ່າງຫຍັງນໍາມຶງດອກ ..” ພູຜາຍັງແຂງຂໍ້ “ແລະມື້ນີ້ກູກະຊິລະລຶກຄວາມຫຼັງກັບນໍ້າຕານອີກ2ຕໍ່ ເອົາໃຫ້ໜໍາໃຈໄປເລີຍ” ພູຜາກົ້ມລົງມາຫອມແກ້ມຂ້ອຍຢ່າງບ້າຄັ້ງ

“ບັກພູຜາ ມຶງປ່ອຍນໍ້າຕານດຽວນີ້ ກູຍອມແລ້ວ” ກາຍຄຸເຂົ່າລົງຟຸດບາດ “ກູຍອມທຸກຢ່າງແລ້ວ ມຶງປ່ອຍນໍ້າຕານແມ ມຶງຢາກໃຫ້ກູເຮັດຫຍັງກູເຮັດໃຫ້ທຸກຢ່າງເລີຍ”

“ກາຍ” ເຈພະຍາຍາມດຶງໂຕກາຍຂຶ້ນ

“ດີ ..ກູຢາກໄດ້ຍິນຄໍານີ້ແຫຼະ ;;ສິ່ງທີ່ກູຢາກໄດ້ແມ່ນຕາຂອງມຶງທັງ2ຂ້າງ ແລກກັບນໍ້າຕານ” ຂ້ອຍເບີກຕາກວ້າງທັນທີ ເຈແລະກາຍກະຕົກໃຈບໍ່ແພ້ກັນ

“ພວກມຶງຟັງບໍ່ຜິດດອກ ມຶງຈື່ອ້າຍກູໄດ້ບໍ ມຶງຈື່ໄດ້ບໍວ່າມຶງເຮັດຫຍັງລົງໄປ3ເດືອນກ່ອນ ມຶງທໍາຮ້າຍອ້າຍກູຈົນຕາລາວບອດ ຕອນນີ້ລາວບໍ່ສາມາດຈະແນມເຫັນໜ້າຄົນທີ່ລາວຮັກໄດ້ອີກຕໍ່ໄປແລ້ວ ນ້ອງກູທີ່ມຶງຖິ້ມໄປຈົນເຮັດໃຫ້ເຂົາບໍ່ເປັນຜູ້ເປັນຄົນ ມຶງທໍາລາຍຄົນທີ່ກູຮັກທີ່ສຸດໃນຊີວິດກູໃຫ້ຕາຍທັງເປັນ”

“ບັກທ້ອງຟ້າ ຫົວໜ້າແກ໋ງວິກມາສຄ” ກາຍເອີ່ຍຊື່ນັ້ນອອກມາ

“ຂອບໃຈທີ່ມຶງຍັງຈື່ໄດ້ ວ່າຈັ່ງໄດ໋ ຖ້າມຶງບໍ່ຕົກລົງກູຊິເອົາຕານໍ້າຕານໄປແທນ”

“ກູຕົກລົງ” ກາຍຕອບທັນທີ

“ກາຍຢ່າ..ຢ່າເຮັດແບບນັ້ນ” ຂ້ອຍຮ້ອງອອກມາພ້ອມກັບນໍ້າຕາ

“ດີ..ມື້ອື່ນມຶງໄປເຈິກູຢູ່ໂຮງໝໍ8ໂມງເຊົ້າ”

“ກາຍຢ່າໄດ໋” ຂ້ອຍແກວ່ງຫົວໃຫ້ກາຍ ຢ່າເຮັດແບບນັ້ນ

“ມັນເປັນທາງດຽວທີ່ຂ້ອຍຈະຈົບເລື່ອງທຸກຢ່າງໄດ້ ກູຕົກລົງແລ້ວ ມຶງປ່ອຍໂຕນໍ້າຕານໄດ້ແລ້ວ”

“ເຮີຍ..ບາດມຶງຄິດຊິຕຸກຕິກມາເດ ກູຕ້ອງເອົານໍ້າຕານໄປກ່ອນ ຈົນກວ່າກູຈະແນ່ໃຈ ໄປຂຶ້ນລົດ” ພູຜາລາກຂ້ອຍຂຶ້ນລົດໂດຍທີ່ຍັງມີມີດຈໍ່ຢູ່ທີ່ຄໍ ຂ້ອຍເຮັດຕາມການຄວບຄຸມຂອງພູຜາທຸກຢ່າງ ໂດຍທີ່ຍັງແນມເບິ່ງອາການບໍ່ສະບາຍໃຈຂອງກາຍຢູ່.

“ຢ່າເຮັດຫຍັງນໍ້າຕານເດີ ກູຂໍຮ້ອງ ຢ່າເຮັດຫຍັງລາວ” ປະໂຫຍກສຸດທ້າຍຈາກປາກກາຍກ່ອນທີ່ປະຕູລົດຈະຖືກປິດ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 

2ອາທິດຕໍ່ມາ

“ກາຍ ຂ້ອຍ ນັບ 1 ເຖິງ 3 ຖ້າເຈົ້້າຍັງບໍ່ໂທມາ ຂ້ອຍຈະເລິກກັບເຈົ້າລະເດີ 1 2” ຂ້ອຍຕ້ອງວາງໂທລະສັບໃນມືລົງພ້ອມກັບຖອນຫາຍໃຈດັງໆໜຶ່ງເຮືອກ 2ມື້ລະໄດ໋ທີ່ເຈົ້້າບໍ່ໂທຫາຂ້ອຍນິໄປຢູ່ໃສເກາະ

ແກຣັບ ສຽງປິດປະຕູລົດເຮັດໃຫ້ຂ້ອຍຫັນໄປເບິ່ງ ອ້າຍຂ້ອຍເອງ ແຕ່ເປັນຫຍັງລາວຄືຟ້າວຍ່າງເຂົ້າເຮືອນແທ້ຫວະ

“ຕາມ ມາແຕ່ໃສ ມື້ຄືນນີ້ກະບໍ່ກັບບ້ານ” ຂ້ອຍລຸກຈາກຊິງຊ້າໜ້າບ້ານແລ່ນນໍາອ້າຍຂ້ອຍໄປ

“ໄປແຕ້ມແບບ”

“ອ້າວ..ຕາມກະຢຸດລົມກັນກ່ອນດຸ ລະເປັນຫຍັງຕ້ອງກົ້ມໜ້າ” ອ້າຍຂ້ອຍນິມີພິລຸດ ລາວບໍ່ຕອບ ພຽງແຕ່ຍ່າງໄວໆແລ້ວຂຶ້ນໄປເທິງຫ້ອງເສີຍ ອ້າຍອະນິ

ຫຼັງຈາກມື້ທີ່ເຈິກັນຢູ່ຫ້ອງສະໝຸດ ນີ້ກະ2ອາທິດປາຍໆແລ້ວທີ່ຂ້ອຍບໍ່ໄດ້ເຈິໜ້າກາຍ ລາວໂທຫາຂ້ອຍແຕ່2ເທື່ອ ຂໍ້ຄວາມສົ່ງໄປກະບໍ່ສົ່ງຕອບ ລາວເປັນຫຍັງຂອງລາວ ຂ້ອຍເລິ່ມໃຈບໍ່ດີລະໄດ໋ນີ້ ໂທໄປເອງດີກວ່າ

ຂ້ອຍກົດເບີກາຍພ້ອມກັບຟັງສຽງທີ່ປາຍສາຍ

ຕິ໊ດດດດ ຕຶກ ໜ້າຈໍໂທລະສັບເລີ່ມນັບເວລານັ້ນໝາຍຄວາມວ່າກາຍຮັບແລ້ວ

“ຮາໂຫຼກາຍ ເຈົ້າກ້າດີຈັ່ງໄດ໋ ບໍ່ໂທຫາຂ້ອຍ ມີກິກໃໝ່ແມ່ນບໍ” ຂ້ອຍເວົ້າອອກໄປແບບຫຼິ້ນໆ

(.....) ແຕ່ຂ້ອຍກັບບໍ່ໄດ້ຍິນສຽງຕອບຮັບໃດໆຈາກປາຍສາຍ

“ກາຍ ເຈົ້້າໄດ້ຍິນຂ້ອຍບໍ ກະ”

ຕິ໊ດ ຕິ໊ດ ຕິ໊ດ ອ້າວມັນແມ່ນຫຍັງເກາະ ຫຼືວ່າລາວອາດຈະເວົ້້າມາແຕ່ຂ້ອຍບໍ່ໄດ້ຍິນຫວະ

ຂ້ອຍກໍາລັງຈະໂທອອກໄປຄືນ ແຕ່ກໍ່ຕ້ອງໄດ້ກົດຮັບສາຍກ່ອນ ຕິນ່າໂທມາ

“ຮາໂຫຼ”

(ຕານ ຮຶ ອຶກໆ) ຕິນ່າກໍາລັງໄຫ້ຫວະ

“ນ່າ ດ໋ຽວໃຈເຢັນໆ ມີຫຍັງບໍນິ”

(ອ້າຍຊາຍ ອ້າຍຊາຍຖືກຍິງ)

ອີກບໍ່ຮອດ20ນາທີຂ້ອຍກໍ່ມາຮອດໂຮງໝໍທີ່ຊາຍນອນຢູ່ ຕິນ່າແລ່ນເຂົ້າມາກອດຂ້ອຍທັນທີທີ່ເຫັນຂ້ອຍ

“ນ່າ ໃຈເຢັນມັນເກີດຂຶ້ນໄດ້ຈັ່ງໄດ໋”

“2ມື້ກ່ອນ ແຕ່ກູຫາກະຮູ້”

“ກາຍກັບເຈເດ” ຕິນ່າແນມໄປເບິ່ງປະຕູໜ້າຫ້ອງໄອ ຊີ ຢູ ຂ້ອຍກໍ່ເຫັນກາຍນັ່ງກຸມຫົວໂຕເອງຢູ່ ພ້ອມກັບເຈທີ່ຍ່າງວົນໄປວົນມາ ຂ້ອຍຍ່າງເຂົ້າໄປຫາກາຍທັນທີ ທີ່ລາວບໍ່ຍອມໂທຫາຂ້ອຍແມ່ນຍ້ອນເຫດຜົນນີ້ນິຫວະ ແຕ່ວ່າ ຖ້າແມ່ນແທ້ ຕອນນີ້ຂ້ອຍໜ້າຈະເປັນຄົນທີ່ປອບໃຈລາວໄດ້ທີ່ສຸດບໍ່ແມ່ນຫວະແຕ່ເປັນຫຍັງລາວຈຶ່ງບໍ່ຕິດຕໍ່ຫາຂ້ອຍເລີຍ

ກາຍລຸກຂຶ້ນຈາກຕັ່ງພ້ອມກັບຂ້ອຍທີ່ກ້າວເຂົ້່າໄປ ຂ້ອຍກໍາລັງຈະເອີ່ຍປາກຖາມ ແຕ່ສິ່ງທີ່ຢູ່ທາງໜ້າກັບເຮັດໃຫ້ຂ້ອຍຢາກຈະເປັນຄົນໄປນອນໃນຫ້ອງ ໄອ ຊີ ຢູ ແທນຊາຍ ກາຍຍ່າງກາຍຂ້ອຍໄປໂດຍທີ່ບໍ່ຫຼຽວມາເບິ່ງຂ້ອຍເລີຍແມ່ນແຕ່ໜ໋ອຍດຽວ ລາວຍ່າງກາຍໄປພ້ອມກັບສາຍລົມເບົາໆທີ່ພັດຜ່ານ ແຕ່ເປັນລົມທີ່ເຍືອກເຢັນໄປເບິດ ພ້ອມກັບນໍ້າຕາທີ່ໄຫຼອອກມາອັດຕະໂນມັດ ລາວເຫັນຂ້ອຍບໍ່ມີໂຕຕົນເລີຍຫວະ

“ນໍ້າຕານ ໃຫ້ເວລາມັນແນ່” ເຈທີ່ຍ່າງນໍາກາຍໄປຖິ້ມພຽງແຕ່ປະໂຫຍກນີ້ໄວ່້ໃຫ້ຂ້ອຍຄາໃຈຫຼິ້ນ ມັນເກີດຫຍັງຂຶ້ນ ໃຜກະໄດ້ຊ່ວຍບອກຂ້ອຍແນ່

“ນ່າ ມັນແມ່ນຫຍັງເກາະ”

“ບໍ່ຮູ້ ກູກະຫາກໍ່ຮູ້ເລື່ອງ ເທື່ອນີ້ຜ່າຕັດເທື່ອທີ2ແລ້ວ ກູໃຈບໍ່ດີເລີຍຕານ”

“ຊາຍຈະຕ້ອງບໍ່ເປັນຫຍັງ ເຊື່ອກູ” ຕິນ່າກອດຂ້ອຍໄວ້ແໜ້ນເມື່ອໄດ້ຍິນຄໍາປອບໃຈ ເຖິງຈັ່ງໃດກໍ່ຕາມ ຂ້ອຍຈະຕ້ອງຮູ້ໃຫ້ໄດ້ວ່າເຈົ້າເປັນຫຍັງກາຍ ເປັນຫຍັງຕ້ອງມາເຮັດເສີຍຊາໃສ່ກັນແບບນີ້

ຫຼັງຈາກທີ່ໝໍທໍາການຜ່າຕັດໃຫ້ຊາຍສໍາເລັດຂ້ອຍກໍ່ພາຕິນ່າກັບບ້ານເພາະໝໍຍັງບໍ່ອະນຸຍາດໃຫ້ໃຜເຂົ້າຢາມເທື່ອ ແລ້ວຂ້ອຍກໍ່ກັບບ້ານ ຂ້ອຍພະຍາຍາມໂທຫາກາຍຫຼາຍຄັ້ງແຕ່ລາວບໍ່ຍອມຮັບສາຍຂ້ອຍເລີຍ

ມື້ຕໍ່ມາຂ້ອຍຈຶ່ງຕັດສິນໃຈໃຊ່້ໂທລະສັບສາທາລະນະໂທໄປ ຈັ່ງໃດຂ້ອຍກະຕ້ອງເວົ້າກັບເຈົ້າໃຫ້ຮູ້ເລື່ອງນະ

(ຮາໂຫຼ) ສຽງປາຍສາຍຕອບຮັບ

“ກາຍ ຂ້ອຍເອງ ຢ່າຟ້າວວາງ ກະລຸນາຟັງໃຫ້ຈົບ”

(.....)

“ຂ້ອຍອອກໄປເຈິເຈົ້າໄດ້ບໍ ຢ່າງນ້ອຍກະໃຫ້ຂ້ອຍໄດ້ຮູ້ອີ່ຫຍັງຫຼາຍກວ່ານີ້”

(ໄດ້ 8ໂມງແລງ ເຈົ້າອອກມາຫາຂ້ອຍຢູ່ເທັກບັກເຈ) ຕິ໊ດດດດ

8ໂມງແລງທີ່ເທັກອາເຈ

ຂ້ອຍພາຮ່າງກາຍກັບຈິດໃຈທີ່ບໍ່ກຽມພ້ອມເຂົ້າໄປໃນເທັກທີ່ຄຸ້ນເຄີຍ ເມື່ອຂ້ອຍກ້າວຂາເຂົ້າໄປ ກໍ່ເຫັນຄົນທີ່ຢາກເຈິຢືນຖ້າຢູ່ໂຊນ ວີ ໄອ ພີທີ່ເຂົາເຄີຍຢູ່ເຊັ່ນເຄີຍ ຂ້ອຍກ້າວຂາຂຶ້ນຊັ້ນ2 ກາຍຍັງຄົງຫັນຫຼັງໃຫ້ຂ້ອຍ

“ມີຫຍັງກະເວົ້າມາ”

“ກາຍ ເຈົ້າເປັນຫຍັງ ເປັນຫຍັງຕ້ອງເສີຍຊາໃສ່ຂ້ອຍແບບນີ້”

“ເຮົາເລີກກັນຊະ”

“ກາຍ ຂ້ອຍບໍ່ຕະຫຼົກເລີຍໄດ໋ ມັນແມ່ນການຫຼິ້ນລະຄອນແມ່ນບໍ ເຈົ້າເປັນຫ່ວງຂ້ອຍ ເຈົ້າຢ້ານຂ້ອຍບໍ່ປອດໄພເຈົ້າຈຶ່ງເຮັດທ່າທາງເສີຍຊາກັບຂ້ອຍແບບນີ້ ກາຍບໍ່ຕ້ອງແລ້ວ ເຈົ້າບໍ່ຕ້ອງເຮັດແບບນີ້ ຂ້ອຍບໍ່ຢ້ານດອກ”

ແຊວ່ງ,,,ສຽງຟາດຈອກເຫຼົ້າລົງພື້ນເຮັດໃຫ້ຢຸດຄໍາເວົ້າລົງທັນທີ ກາຍຫັນໜ້າມາຫາຂ້ອຍພ້ອມກັບແວວຕາທີ່ຂ້ອຍບໍ່ເຄີຍເຫັນມາກ່ອນ

“ເຈົ້າຊິໃຫ້ຂ້ອຍຄົບເວົ້າກັບນ້ອງສາວຄົນທີ່ຈະຂ້າໝູ່ຂ້ອຍຫັ້ນຫວະ” ໃນມີສຸດມັນກະໄຫຼອອກມາ ສຽງທີ່ແຂງກະດ້າງແບບນີ້ຂ້ອຍບໍ່ເຄີຍໄດ້ຍິນມາກ່ອນ

“ເຈົ້າໝາຍຄວາມວ່າຈັ່ງໃດ”

“ຮຶ ໝາຍຄວາມວ່າຈັ່ງໃດ ນໍ້າຕານ ທີ່ບັກຊາຍມັນນອນເຄິ່ງເປັນເຄິ່ງຕາຍຢູ່ໂຮງໝໍຫັ້ນຍ້ອນອ້າຍເຈົ້າ ອ້າຍເຈົ້າເປັນຄົນຍິງມັນ ເຈົ້າຊິຍັງໃຫ້ຂ້ອຍແນມເບິ່ງໜ້າເຈົ້າໄດ້ແນວໃດ”

“ບໍ່ແມ່ນ ເຈົ້າຕວົະຂ້ອຍ ອ້າຍຂ້ອຍບໍ່ມີວັນເຮັດແນວນັ້ນເດັດຂາດ ບໍ່ມີວັນ”

“ເຈົ້າຊິບໍ່ເຊື່ອກະໄດ້ ແຕ່ຂ້ອຍກັບເຈົ້າຈົບກັນແລ້ວນໍ້າຕານ ໄປຊະ”

“ໂອເຄ ຖ້າເຈົ້າໃຫ້ໄປ ຂ້ອຍກະຊິໄປ ແຕ່ຂ້ອຍຊິບອກເຈົ້າໄວ້ເດີວ່າ ຖ້າອ້າຍຂ້ອຍເປັນຫຍັງໄປຂ້ອຍຈະບໍ່ມີວັນໃຫ້ອະໄພເຈົ້າເດັດຂາດ” ຂ້ອຍຫັນຫຼັງເຊັດນໍ້າຕາແລ່ນອອກມາຈາກເທັກຂອງອາເຈ ຫົວໃຈຂ້ອຍຕອນນີ້ມັນບໍ່ມີແຮງຮອດຈະເຕັ້ນຊໍ້າ ຂ້ອຍພາຮ່າງກາຍທີ່ໄຮ້ວິນຍານໄປຍັງບ່ອນຈອດລົດ

“ສະບາຍດີສາວນ້ອຍ” ຂ້ອຍເງີຍໜ້າຂຶ້ນມາເບິ່ງຜູ້ທີ່ມາທັກທາຍຂ້ອຍ

“ພູຜາ”

“ອາຫະ ຂ້ອຍເອງ ເຈົ້ານິຍັງງາມບໍ່ປ່ຽນແປງເລີຍນໍ”

“ເຈົ້າຊິເຮັດຫຍັງ” ຂ້ອຍເລີ່ມບໍ່ໄວ້ໃຈເມື່ອພູຜາເວົ້າພ້ອມກັບຍ່າງເຂົ້າມາຫາຂ້ອຍເລື້ອຍໆ

“ຂ້ອຍຢາກຮູ້ວ່າບັກກາຍມັນມີຫຍັງດີ ເຈົ້າຈຶ່ງຫຼົງໄຫຼຄົນນິໄສອັນຕະພານຄືມັນຂະໜາດນີ້”

“ຂ້ອຍເລີກກັບລາວແລ້ວ ຂ້ອຍບໍ່ມີສ່ວນກ່ຽວຂ້ອງຫຍັງກັບລາວອີກຕໍ່ໄປ”

“55​ ໄປແຕ່ງນິທານຫຼອກເດັກໄປ ມາຫາມັນເຖິງຂະໜາດນີ້ຊິເລີກໄດ້ຈັ່ງໄດ໋ ແຕ່ວ່າມັນກະບໍ່ສໍາຄັນດອກ ມີແຕ່ມື້ນີ້ເຈົ້າຕ້ອງໄປນໍາຂ້ອຍ”

“ໄປໃສ ຂ້ອຍບໍ່ໄປປ່ອຍຂ້ອຍແມ” ພູຜາຈັບແຂນຂ້ອຍແລ້ວເອົາມືອັດປາກເພື່ອບໍ່ໃຫ້ຂ້ອຍຮ້ອງ

“ຍ່າງໄປດີໆ ຖ້າບໍ່ຊັ້ນເຈົ້າຊິເຈັບໂຕ ຢ່າໃຫ້ຂ້ອຍໃຊ່້ຄວາມຮຸນແຮງກັບຄົນງາມໆຄືເຈົ້າເລີຍ”

“ອ່ອຍຍຍ ອືອອອ”

ພູຜາພາຂ້ອຍມາທີ່ເຮືອນໄມ້ແຫ່ງໜຶ່ງ ແຕ່ຂ້ອຍບໍ່ຮູ້ວ່າຢູ່ໃສ ເພາະລາວອັດຕາຂ້ອຍມາສຸດທາງ

“ເຈົ້າປ່ອຍຂ້ອຍໄປເທາະພູຜາຂ້ອຍບໍ່ມີສ່ວນກ່ຽວຂ້ອງກັບກາຍແລ້ວ ຂ້ອຍເລີກກັບລາວແລ້ວ” ຂ້ອຍຮ້ອງຂໍຫຼັງຈາກທີ່ລາວມັດຂ້ອຍກັບຕັ່ງພ້ອມກັບເປີດຜ້າມັດຕາອອກ

“ບໍ່ຕ້ອງມາເວົ້າ ຂ້ອຍບໍ່ເຊື່ອ ຂະໜາດມັນຮູ້ວ່າອ້າຍເຈົ້າເປັນຄົນຍິງບັກຊາຍມັນຍັງບໍ່ເລີກກັບເຈົ້າເລີຍ ສະແດງວ່າມັນຄົງຈະຕິດໃຈເຈົ້າແຮງໄດ໋ນິ”

“ເຈົ້າ ຮູ້ໄດ້ຈັ່ງໃດວ່າຊາຍຖືກຍິງ”

“ມັນແກ໋ງດັງຂະໜາດນັ້ນ ມີໃຜແນ່ຊິບໍ່ຮູ້”

“ພູຜາ ເຈົ້າປ່ອຍຂ້ອຍໄປເທາະ ມັນບໍ່ມີປະໂຫຍດຫຍັງເລີຍ ເຖິງຂ້ອຍຊິເປັນຫຍັງໄປກາຍກະບໍ່ສະເທືອນດອກ

“ມິດໆໄປເລີຍ ບໍ່ຕ້ອງມາອ່ອຍສະໃຫ້ຍາກ ຢູ່ນີ້ເດີ ຢ່າຄິດຊິໜີ”

“ພູຜາ ກັບມາກ່ອນ ເຈົ້າເຮັດແນວນີ້ບໍ່ໄດ້ໄດ໋ ມັນຜິດກົດໝາຍ”

ເຕີ້ງ ສຽງອັດປະຕູບ້ານປິດລົງນັ້ນບົ່ງບອກວ່າທີ່ຂ້ອຍແຫກປາກ ບໍ່ໄດ້ມີປະໂຫຍດຫຍັງເລີຍ

ຂ້ອຍມຶນຕາຕື່ນຂຶ້ນມາພ້ອມນໍ້າຕາ ເມື່ອຮູ້ສຶກໂຕວ່າມີຄົນມາແກ້ເຊືອກທີ່ມືຂ້ອຍ ຂ້ອຍຫຼຽວໄປເບິ່ງໂມງທີ່ຫ້ອຍຢູ່ຝາ

“12 ໂມງ ພູຜາ ເຈົ້າຊິພາຂ້ອຍໄປໃສ”

“ໄປສົ່ງໃຫ້ບັກກາຍສຸດທີ່ຮັກຂອງເຈົ້າຫັ້ນລະ ໄປ”

“ໂອ໋ຍ”

 ພູຜາຂັບລົດພາຂ້ອຍມາແຖວບ້ານຂ້ອຍ

“ມານີ້ເຮັດຫຍັງ”

“ພາມາເບິ່ງສາກບູ່ແອກຊັນ ບ້າລະຫໍ່າຂອງບັກກາຍກັບອ້າຍເຈົ້າ”

“ພູຜາ”

“ຈຸ ຈຸ ຢ່າໃຈຮ້ອນ ດ໋ຽວກະມາ”

ພູຜາຈອດລົດຫ່າງຈາກເຮືອນຂ້ອຍປະມານ10ແມັດ ອ້າຍຂ້ອຍກໍາລັງກັບຮອດບ້ານແລ້ວຈະລົງໄປໄຂຮົ້ວ ແຕ່ລົດສີດໍາຄັນທີ່ຂ້ອຍຄຸ້ນເຄີຍກັບມາຈອດລັດໜ້າອ້າຍຂ້ອຍໄວ້

“ຕາມ..ລະວັງ” ຂ້ອຍທີ່ກໍາລັງຈະໄຂປະຕູລົດລົງໄປຫາອ້າຍກັບຕ້ອງເດັ້ງກັບມາຄືນເມື່ອພູຜາດຶງຂ້ອຍໄວ້

“ເຈົ້າລົງໄປມັນກະບໍ່ມ່ວນລະນໍ ເບິ່ງແມ ເບິ່ງຄວາມຊົ່ວຮ້າຍຂອງຄົນທີ່ເຈົ້າຮັກ ມັນຊາດໝາຊໍ່າໃດ”

“ຮຶກໆ ພູຜາ ຂ້ອຍຂໍຮ້ອງລະ ໄປຫ້າມກາຍໄວ້ແມ ອີ່ຕົນອ້າຍຂ້ອຍແນ່ ລາວບໍ່ຮູ້ເລື່ອງຫຍັງ” ຂ້ອຍໄຫ້ພ້ອມດຶງຄໍເສື້ອຂອງພູຜາຢ່າງແຮງ

“ບໍ່ໄດ້ກ່ຽວກັບຂ້ອຍເລີຍ ບັກກາຍມັນຊົ່ວຂອງມັນເອງ ອ້າຍເຈົ້າກະຖືວ່າຮັບເຄາະໄປ”

“ພູຜາ ຮຶກໆ ຂ້ອຍນົບແລະ ອ້າຍຂ້ອຍລາວເຈັບໄດ໋ ເຈົ້າເບິ່ງແມ ບໍ່ເຫັນຫວະ ເຈົ້າທົນເບິ່ງຢູ່ໄດ້ຈັ່ງໄດ໋” ພາບພາຍນອກລົດເຮັດໃຫ້ຂ້ອຍຕ້ອງຍໍມຶນົບຄົນຕໍ່ໜ້າເພື່ອໃຫ້ລາວຊ່ວຍຜູ້ເປັນອ້າຍ

“ບໍ່ ຕ້ອງ ມາ ເຮັດ ແບບ ນີ້ ເບິດເວລາມ່ວນລະນໍ້າຕານ ທີເຈົ້າລະບາດນີ້ ບັກກາຍມັນຕ້ອງຂາດໃຈຕາຍຄືນນີ້ແລະ”

“ເຈົ້າຊິໄປໃສອີກ” ພູຜາເລັ່ງລົດອອກຈາກບ່ອນນັ້ນມາ ແລະມາຈອດທີ່ໜ້າບ້ານຂອງກາຍ

“ຂ້ອຍເອົາເຈົ້າມາສົ່ງໃຫ້ມັນ ແຕ່ກ່ອນທີ່ຈະສົ່ງຂ້ອຍມີຫຍັງມ່ວນໆເຮັດ”

“ເຈົ້າຊິເຮັດຫຍັງ”

“ຂໍໂທດເດີນໍ້າຕານ”

“ວ໋າຍຍຍ” ພູຜາຈີກເສື້ອຂ້ອຍໃຫ້ຂາດເປັນຊິ້ນໆ ແລະດຶງຜົມຂ້ອຍໃຫ້ຫຍຸ້ງ “ເຈົ້າຊິເຮັດຫຍັງ” ລາວໃຊ້ມືທັງ2ບີບແກ້ມຂ້ອຍຈົນເຈັບໄປໝົດ ແລະກ່ອນທີ່ຂ້ອຍຈະໄດ້ໂວຍວາຍຫຍັງ ລາວກໍ່ເອົາຜ້າອັດດັງຂ້ອຍໄວ້ ສະຕິສໍາປະຊັນຍະຂ້ອຍດັບວູບລົງ ພູຜາຖິ້ມຂ້ອຍລົງນອນໜ້າບ້ານຂອງກາຍຄືກັບສະພາບຄົນທີ່ກໍາລັງຖືກຂົ່ມເຫງຮ່າງກາຍມາ

ອ໋ຽດດດ ສຽງເບກລົດດັງຂ້າງໆໂຕຂ້ອຍ ຂ້ອຍໄດ້ຍິນທຸກຢ່າງພຽງແຕ່ຮ່າງກາຍຕີງບໍ່ໄດ້ເທົ່ານັ້ນເອງ

“ກາຍ ນໍ້າຕານ” ສຽງຂອງອາເຈ ຂ້ອຍຈື່ໄດ້ ຫຼັງຈາກນັ້ນກໍ່ມີສຽງແລ່ນເຂົ້າມາແລ້ວໂອບຂ້ອຍຂຶ້ນ

“ນໍ້າຕານ” ສຽງຂອງກາຍສັ່ນໃນຂະນະທີ່ເອີ້ນຊື່ຂ້ອຍ “ເຈ ເປັນຫຍັງນໍ້າຕານຄືເປັນແບບນີ້”

“ກາຍກູວ່າເອົາເຂົ້າບ້ານກ່ອນເທາະ” ຢົດນໍ້າຕາຢົດໜຶ່ງຕົກລົງໃສ່ແກ້ມຂ້ອຍກ່ອນທີ່ໂຕຂ້ອຍຈະລອຍຂຶ້ນເທິງອາກາດຈາກການອຸ້ມຂອງກາຍຫຼັງຈາກນັ້ນຂ້ອຍກໍ່ບໍ່ຮູ້ສືກຫຍັງອີກເລີຍ

ບັນທຶກພິເສດ ກາຍ

ຂ້ອຍນັ່ງນໍ້າຕາຜ່ານໜ່ວຍຢູ່ຂ້າງຮ່າງກາຍຂອງນໍ້າຕານ ຂ້ອຍບໍ່ຢາກແນມເບິ່ງລາວເລີຍ ມັນເຮັດໃຫ້ຂ້ອຍຢາກໄປຕາຍໆຊະໃຫ້ມັນແລ້ວ

“ກາຍ ມຶງໄປນອນໄດ້ແລ້ວ”

“ເຈ ມຶງບອກກູມາ ໃຜເຮັດກູຊິໄປຂ້າມັນ” ຂ້ອຍລຸກຂຶ້ນດືງຄໍເສື້ອເຈດ້ວຍຄວາມຄຽດແຄ້ນ

“ໃຈເຢັນ ກູເດົາບໍ່ອອກເລີຍວ່າແມ່ນໃຜ”

ກຣິ໊ງງງງງງງງງງ ສຽງໂທລະສັບຂ້ອຍດັງຂຶ້ນ

“ຮາໂຫຼ”

(55 ຈັ່ງໄດ໋ ກາຍຜູ້ຍິ່ງໃຫຍ່)

“ມືງແມ່ນໃຜ”

(ຈຸ ຈຸ ໃຈເຢັນ ມຶງກັບກູຍັງຊິໄດ້ເຈິກັນຢູ່ ກູຊິໂທມາບອກວ່າລົດຊາດຜູ້ຍິງຂອງມຶງນິ ເລົ້າໃຈກູອີ່ຫຼີ ລືມບໍ່ລົງເລີຍແຫຼະ)

“ບັກຊາດໝາ ມຶງບອກກູມາມຶງຢູ່ໃສ ກູຊິໄປຂ້າມືງ”

(ຮຶ..ດີແຕ່ໃຊ້ກໍາລັງ ກູພໍໃຈລະທີ່ເຫັນມຶງຊິເປັນຊິຕາຍມື້ນີ້ນະ ນີ້ເປັນອໍເດີຟຊືີໆ ດ໋ຽວກູຈັດໜັກກວ່ານີ້ອີກ)

“ຮ້ວຍໂວຍຍຍ” ຂ້ອຍຟາດໂທລະສັບໃສ່ຝາທັນທີທີ່ມັນວາງສາຍ ເປັນຫຍັງມັນຕ້ອງເປັນແບບນີ້ ຫົວໃຈທີ່ຂ້ອຍຖະນຸຖະໜອມມາ ຕອນນີ້ມັນໄດ້ແຫຼກສະຫຼາຍໄປແລ້ວ ນໍ້າຕານຂ້ອຍຈະເຮັດຈັ່ງໄດ໋ດີ ຂ້ອຍຍ່າງເຂົ້າໄປປະຄອງກອດນໍ້າຕານໄວ້ ຂໍໂທດ ຂ້ອຍຂໍໂທດ