ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຕອນທີ15:

“​ເອົານໍເອົານໍ..ຂໍຄວາມສະຫງົບນໍ..ຕອນນີ້ງານຂອງເຮົາກໍ່ຈະປິດລົງແລ້ວເຈົ້າຂອງງານເພິ່ນຢາກຂຶ້ນມາກ່າວຫຍັງກັບຜູ້ຊະນະໜ໋ອຍໜຶ່ງນໍ..ຂໍສຽງຕົບມືຕ້ອນຮັບເຣໂນ ຫຼານຊາຍຄົນດຽວຂອງທ່ານ ຣິຊາດ ນໍ

ຂອບໃຈນໍ ຂອບໃຈ,ຂອບໃຈກັບຄູ່ຮັກທັງ​14ຄູ່ທີ່ເຂົ້າມາຮ່ວມແຂ່ງຂັນ,ຂອບໃຈນັກຮຽນຊັນຊີໂອ,ຂອບໃຈທີມງານທຸກຄົນນໍທີເຮັດໃຫ້ງານນີ້ດຳເນີນໄປໄດ້ດ້ວຍດີແລະກະຂໍສະແດງຄວາມຍິນດີກັບ ຄູ່ຮັກແຫ່ງປີ​..” ​ເຣໂນຫັນມາແນມໜ້າຂ້ອຍ ຊູກ້າໂນດີໃຈນຳຂ້ອຍຕົກໃຈເລັກນ້ອຍແຕ່ຕອນນີ້ກາຍເຮັດໜ້າງົງ ປົນ ສົງໄສທີ່ໂນຈັດງານນີ້ຂຶ້ນເພື່ອຈະຂໍໃຫ້ຊູກ້າມາເຂົ້າປະກວດກັບໂນແຕ່ຄວາມຫວັງຂອງໂນກໍ່ໝົດໄປ​​ເມື່ອຮູ້ວ່າຊູກ້າມີແຟນແລ້ວ

ມັນເຫົ່າຫຍັງຂອງມັນ,,ນ້ຳຕານບອກຂ້ອຍດຸກາຍເລີ່ມມີສີໜ້າບໍ່ດີ,,

“​​ເຈົາຄົງຈະແມ່ນຄົນທີ່ຊື່ກາຍ..ຂ້ອຍຝາກຊູ..​ເອີຍ​..ນ້ຳຕານແນ່ເດີຮັກລາວໃຫ້ຫຼາຍໆຄືທີ່ຂ້ອຍຮັກ..​ໃຫ້ເຈົ້າ..”

“​ເຈົາແມ່ນໃຜ..” ກາຍບໍ່ຖ້າໃຫ້ເຣໂນເວົ້າຈົບຈຶ່ງຊິງຖາມຂຶ້ນກ່ອນ

ຂ້ອຍແມ່ນໃຜບໍ່ສຳຄັນແຕ່ຂໍຝາກຫົວໃຈ..”

ກຼູຖາມວ່າມຼຶງແມ່ນໃຜກາຍດຶງຄໍເສື້ອເຣໂນພ້ອມກັບກັດແຂ້ວຖາມ

ກາຍ..ຢ່າມີເລື່ອງຂ້ອຍພະຍາຍາມເວົ້າອອກໄປສຽງເບົາທີ່ສຸດ

“​ແຟນເກົ່າ..” ​ເຣໂນພະຍາຍາມເນັ້ນສຽງຄຳວ່າ​​ແຟນເກົ່າໃສ່ໜ້າກາຍພຽງແຕ່ແຟນເກົ່າ ..​ໂຕຢ່າກັງວົນໄປເລີຍເຖິງເຮົາຍັງຊິຮັກຊູກ້າຢູ່ເຕັມຫົວໃຈກໍ່ຕາມຂ້ອຍຮູ້ວ່າເຣໂນຕັ້ງໃຈຍົ້ວໂມໂຫກາຍ

“​ເຣໂນ..”ຂ້ອຍກຳລັງຈະຫ້າມ

ມຼຶງເຊົາເອີ້ນແຟນກຼູວ່າຊູກ້າດຽວນີ້

ຄົງຊິເປັນໄປບໍ່ໄດ້ເພາະຕອນເປັນແຟນກັນເຮົາເອີ້ນກັນແບບນີ້ຈົນເຄີຍປາກແມ່ນບໍຊູກ້າ” ​ແລ້ວເຣໂນກໍ່ແນມມາຫາຂ້ອຍ

“​ເຣໂນ..ພໍເທາະ

ຕຸບ..​ເປັນດັ່ງທີ່ຄາດຄວາມອົດທົນຂອງກາຍບໍ່ຫຼາຍແນ່ນອນເຂົາຊົກໜ້າເຣໂນໄປແລ້ວ,,​ເປັນຫຍັງມັນຕ້ອເກີດເລື່ອງຊ້ຳໆກັນນໍ ຂ້ອຍຈະດຶງກາຍໄວ້ເມື່ອເຫັນວ່າກາຍກຳລັງຈະໂດດໄປຊົກໜ້າເຣໂນອີກແຕ່ຂ້ອຍບໍ່ທັນໄດ້ດຶງກັບມີອີກຄົນໜຶ່ງມາດຶງກາຍໄວ້ໄຈແອ້ນນັ້ນເອງ

“​ໃຈເຢັນກາຍ..ມັນບໍ່ແມ່ນຄວາມຄິດທີ່ດີເລີຍ

“​ໃຜສົນ..ປ່ອຍກາຍຟິດແຂນໄຈແອ້ນອອກແຕ່ໄຈແອ້ນກໍ່ດຶງກາຍໄວ້ໄດ້ອີກເຂົາສອງຄົນມີຮ່າງກາຍສັດສ່ວນເກືອບເທົ່າກັນກໍ່ວ່າໄດ້ໄຈແອ້ນຈຶ່ງຄຸມກາຍຢູ່..ຂ້ອຍຈຶ່ງເຂົ້າໄປຈັບແຂນກາຍໄວ້ອີກ

ນ້ຳຕານ,,​ເຈົ້າບໍ່ເຄີຍບອກກາຍສົ່ງຄຳເວົ້ານັ້ນອອກມາ

ຂ້ອຍເຫັນວ່າມັນບໍ່ຈຳເປັນ..”

“​ແຕ່ມັນຊິກັບມາ..”

ກາຍ,,​​ເຂົາບໍ່ມີຄວາມໝາຍພໍສຳລັບຂ້ອຍເພາະສະນັ້ນເຂົາກໍ່ບໍ່ມີຄວາມໝາຍພໍທີ່ຈະເກັບມາເປັນເລື່ອງເລົ່າໃຫ້ເຈົ້າຟັງ,,ຕອນນິ້ມີແຕ່ເຮົາຂ້ອຍເນັ້ນຄຳວ່າເຮົາໜັກແໜ້ນແລ້ວແນມເຂົ້າໄປໃນຕາກາຍຢ່າງຈິງຈັງເພື່ອໃຫ້ເຂົາໝັ້ນໃຈວ່າຂ້ອຍບໍ່ໄດ້ຄິດຫຍັງກັບເຣໂນແລ້ວ

“​ເຊື່ອ​​ເອື້ອຍ​​ໄພ້ເທາະກາຍ,,ບັກນິ້ມັນກະເປັນເສດຂີ້ເຫຍື່ອທີ່ກັບມາຣີໄຊເຄີບໍ່ໄດ້ເທົ່ານັ້ນເອງ” ​ໄຈ​​ແອ້ເສີມ

“​ເກີນໄປໄຈແອ້ສຽງຫວານໆຂອງຍິງສາວຄົນໜຶ່ງດັງມາຈາກດ້ານຫຼັງຂອງໄຈແອ້ນແລ້ວຂ້ອຍກໍ່ເຫັນໜ້າລາວຊັດເຈນ,,ໜ້າຮັກແທ້

“​ເລມອນ” ​ໄຈແອ້ນຍິ້ມເມື່ອເຫັນໜ້າສາວຜູ້ນັ້ນ ກາຍມີທ່າທີສະຫງົບລົງເມື່ອຂ້ອຍຢືນຢັນຄຳນັ້ນໄຈແອ້ນຈຶ່ງປ່ອຍແຂນກາຍລົງ..​ເຣໂນລຸກຂຶ້ນມາແລ້ວເຊັດເລືອດອອກທີ່ມຸມປາກ,,ກາຍຫັນໄປແນມເຣໂນດ້ວຍສາຍຕາອາຄາດແລ້ວເຣໂນກໍ່ຫຼົບສາຍຕາໄປ

“​ເລີກງານ,,” ​ເຣໂນສັ່ງສຽງດັງ ”​ແລະຈະບໍ່ມີການມອບລາງວັນຫຍັງທັງນັ້ນ ງານປະກວດນີ້ໂມຄະ

ສັດເອີຍ..ບໍ່ໄດ້ສິ່ງທີ່ຕ້ອງການແລ້ວພານ” ​ໄຈແອ້ຈົ່ມດ່າຕາມຫຼັງເຣໂນທີ່ຍ່າງຈາກໄປ,​ເຖິງງານຊິເລີກແຕ່ຂ້ອຍຮູ້ດີວ່າເຣໂນບໍ່ຈົບເທົ່ານີ້ແນ່ນອນຂ້ອຍຮູ້ນິໄສເຂົາດີ ຍີ່ຕອນນີ້ເຂົາປ່ຽນໄປຈາກເດີມຫຼາຍເຂົາຍິ່ງເບິ່ງຄືເປັນຕາຢ້ານກວ່າເກົ່າ.

 

 

…………………

ໝັ້ນໃຈບໍ່ວ່າຈະບໍ່ກັບໄປຮັກມັນຫຼັງຈາກເຫດການມື້ວານກາຍກໍ່ຄອຍຖາມຂ້ອຍຕະຫຼອດເວລາໃຫ້ຂ້ອຍຢ້ຳຢູ່ຫັ້ນລະວ່າຈະບໍ່ກັບໄປຫາເຣໂນ,,ວຸ້ນວາຍຫຼາຍດ໋ຽວກະກັບສະດອກ

“​ເຣໂນມີຫຍັງທີ່ເໜືອກວ່າເຈົ້າຫວະຂ້ອຍກວນປະສາດກາຍກັບ

“​ແນ່ນອນວ່າມັນບໍ່ມີໝັ້ນໃຈເຫຼືອເກີນ

“​ແລະເຈົ້າຊິຢ້ານຂ້ອຍກັບໄປຫາເຣໂນເຮັດຫຍັງ

“​ໃຜຊິຮູ້..ມັນອາດຈະເອົາເລື່ອງເກົ່າໆມາໃສ່ຫົວເຈົ້າເຮັດໃຫ້ເຈົ້າຫວັ່ນໄຫວ

ຄິດໄດ້,,,​ແຕ່ເຣໂນຈະບໍ່ມີເວລາອ້າປາກຂຸດເລື່ອງເກົ່າໆແນ່ນອນ,,​ເພາະຂ້ອຍຈະຍ່າງໜີທັນທີທີ່ເຫັນໜ້າລາວ

“…..”

“​ໂອເຄ໊??” ກາຍຍິ້ມອອກມາເຮີ ມີແຟນຂີ້ຫຶງນີ້ໃຜວ່າດີຫວະ

”​ໄປກັບ..” ກາຍຈູງມືຂ້ອຍອອກຈາກ​​ຫ້ອງຊົມລົມຂອງໄຈແອ້ເພາະວ່າຂ້ອຍແວ່ມາຫາເລມອນເພື່ອເອົາປຶ້ມກາຕູນມາໃຫ້ນາງຢືມ,​ເຊິ່ງວ່າລາວຄາດຄັ້ນຂ້ອຍສຸດລິດແຕ່ກາຍບໍ່ໄວ້ໃຈຢ້ານວ່າຂ້ອຍຈະແອບມາຫາເຣໂນລາວກະເລີຍຕ້ອງນຳມາຄຸ້ມກັນ

ກັບລະຫວະ​​ເອື້ອຍໄພ້” ​ໄຈແອ້ຮ້ອງມາໃສ່ໃນຂະນະທີ່ມີຍັງວົນຢູ່ກັບການຫຼິ້ນເກ

ອື,,ກັບແລ້ວ,​ເລມອນເອື້ອຍກັບເດີ

“​ໂດຍ,,ຖ້າເລມອນອ່ານແລ້ວຊິຝາກໄຈແອ້ໄປສົ່ງເດີ

“​ໂອເຄ

“​ໄຈແອ້ເທື່ອໜ້າບອກແຟນຢູແນ່ເດີວ່າບໍ່ຕ້ອງມາຢືມຫຍັງກັບນ້ຳຕານ ລຳບາກເວລາເອົາມາໃຫ້ແລະອີກຢ່າງຊ່ວຍນັດບ່ອນເອົາມາສົ່ງໃຫ້ມັນຢູ່ນອກໂຮງຮຽນນີ້ແນ່ດຸ,,” ກາຍຕຳນິໄຈແອ້ແຕ່ທີ່ຈິງແລ້ວມັນເປັນການຮ້າຍເລມອນທາງອ້ອມຫຼາຍກວ່າ,,​ເລມອນເຮັດໜ້າຈ໋ອຍໄປ

ກາຍ,,​ແຟນໄອໄດ໋ນີ້” ​ໄຈແອ້ນຟ້າວຖິ້ມເກແລ້ວຍ່າງ​​ໄປນັ່ງຂ້າງເລມອນອີກຢ່າງຫ້ອງນີ້ເປັນຫ້ອງຊົມລົມ​​ເລກທີ່ໄອເປັນປະທານໄອກັບເລມອນຕ້ອງຢູ່ນີ້ຕະຫຼອດ

ຊົມລົມເລກອ້າຍເຫັນແຕ່ເຮົານັ່ງຫຼິ້ນເກມກັບຈູ໋ຈີ່ກັບແຟນນີ້ໄດ໋ ດ໋ຽວຊິຟ້ອງອາ

ກາຍ!!” ຂ້ອຍຕີແຂນກາຍບາດໜຶ່ງໄປເວົ້າກະທົບກະເທືອໃຈເດັກ“​ໄປກັບ

ຢືມໂລດ..ປຶ້ມເອື້ອຍຊື້ບໍ່ແມ່ນປຶ້ມລາວບໍ່ຕ້ອງສົນໃຈຂ້ອຍເວົ້າກັບເດັກນ້ອຍທັງສອງໜ໊າຮັກແທ້ໆ,,ຕອນອາຍຸ16ຂ້ອຍຄືບໍ່ເປັນແນວນີ້ຫວະ.

ຊູກ້າ” ​ເປັນເລື່ອງຈົນໄດ້

“​ເຣໂນຂ້ອຍທັກກັບ

“​ຮາ ກາຍ” ​ເຈົ້າຄິດຜິດທີ່ສຸດທີ່ທັກລາວເຣໂນ

ແນ່ນອນວ່າກາຍບໍ່ຕອບກັບ..​​ແຖມຍັງເຫັນເຣໂນບໍ່ມີຕົວຕົນອີກຕ່າງຫາກ,,ຂ້ອຍຍື່ນມືໄປລູບແຂນກາຍເພື່ອໃຫ້ລາວເຢັນລົງ..

“​ເພິ່ນມາ,,??” ​ເຣໂນຖາມ

ອໍ,,ມາຫາໄຈແອ້ນກັບເລມອນຢູ່ຫ້ອງຊົມລົມ..”

“​ແລະກໍ່ຈະກັບແລ້ວກາຍຕໍ່ທ້າຍ,,ຂ້ອຍຍິ້ມໃຫ້ເຣໂນເພື່ອບອກວ່າຄຳທີ່ກາຍເວົ້ານັ້ນແມ່ນຄວາມຈິງ

“​ໂອເຄ..”​ເຣໂນຢັບໄປທາງຂ້າເພື່ອເປັນການຫຼີກທາງໃຫ້,,ຂ້ອຍສອງຄົນກຳລັງຈະຍ່າງຕໍ່ໄປ

“​ເອີ່,,ຂໍໂທດເດີສຳລັບເລື່ອງມື້ນັ້ນ”​ເຣໂນເວົ້າຂຶ້ນ ຂ້ອຍສອງຄົນຢຸດທັນທີ

“….”​ແຕ່ບໍ່ໄດ້ເວົ້າຫຍັງກັບເຣໂນເພື່ອຈະຖ້າຟັງວ່າເຂົາຈະເວົ້າຫຍັງຕໍ່

“​ເອີ່..​ໂອເຄ..​ໂນຜິດແຕ່ໂນຄິດແບບທີ່ວົ້າອີ່ຫຼີ

ສັດກາຍພຶມພຳເບົາໆໃນລຳຄໍ

“​ເອີ່,,​ໂນ,​ເຂົາບໍ່ໄດ້ວ່າຫຍັງ ມັນຜ່ານມາແລ້ວຂ້ອຍຢາກໃຫ້ມັນຈົບ

ອື,,​ແລ້ວໂນພວມມາຮູ້ວ່າທີ່ໂນເຮັດໄປມັນບໍ່ສົມຄວນ,,​ໂດຍສະເພາະການຍຶດລາງວັນງານປະກວດນັ້ນ,,ທັງໆທີ່ຮູ້ວ່າຊູກ້າຢາກໄດ້ພວມຮູ້ນິ້ຫວະ ຄວາມຝັນຂ້ອຍມັນພັງທະລາໄປລະ ບໍ່ຕ້ອງມາເວົ້າ ຫຼືວ່າຊິເອົາລາງວັນມາໃຫ້ຄືນຫວະ

““​ໂນຢາກຂໍໂທດຈາກໃຈຈິງ..ກາຍນຳ I’m sorry”

ອງໄວ້ຫັ້ນແຫຼະ” ​ເຫັນບໍ

ບໍ່​​ເປັນຫຍັງ ” ​ເຣໂນຍິ້ມໃຫ້ແລ້ວກຳລັງຈະຍ່າງຈາກໄປແຕ່

ດ໋ຽວ!!” ກາຍເອີ້ນເຣໂນໄວ້

ກາຍ,,​ໃຈເຢັນນະ ມັນຈົບແລ້ວ  ຂ້ອຍພະຍາຍາມຫ້າມ ກາຍຕ້ອງຂໍຊັດໜ້າເຣໂນກ່ອນໄປແນ່ນອນ

“​w..what??”

ຂໍຢ່າງໜຶ່ງໄດ້ບໍ

“…?”

ບໍ່ຕ້ອງກັບມາ..ກວນ​​ໃຈເຮົາສອງຄົນອີກຮູວວວໂລ່ງໃຈນຶກວ່າຊີຊວນຕີຊັ້ນດອກ

“55,,”

ບໍ່ມີຫຍັງເປັນຕາຫົວ..ຂໍກັນດີໆ,,ບໍ່ຢາກມີເລື່ອງ

ບໍ່ຕ້ອງຫ່ວງດອກ” ​ເຣໂນຍິ້ມກວ້າງພ້ອມກັບຈົກບາງຢ່າງອອກມາຈາກຖົງສົ້ງ ມັນແມ່ນປີ້ຍົນ

ອີກສອງມື້ ຂ້ອຍຈະບິນກັບໄປຮຽນຕໍ່,,ຫຼັງຈາກນີ້ຄົງຈະບໍ່ໄດ້ກັບມາລາວອີກເປັນສອງປີ ..”

ກັບໄວແທ້ຂ້ອຍເອງແລ້ວທັນທີ ກາຍຫັນມາຫາຂ້ອຍ

“​ເປັນຂ່າວດີທີ່ສຸດ​​ໃນຮອບສາມປີກາຍເວົ້າ

ອື,,​ແນ່ນອນ!​ໄວ້ໃຈໄດ້,,ດູແລໂຕເອງເດີນ້ຳຕານ

“​ແນ່ນອນຢູ່​​ແລ້ວ ມີກາຍຢູ່ທັງຄົນ

ຍົນຂຶ້ນ ສອງໂມງທ່ຽງ ຖ້າມີເວລາໄປສົ່ງແນ່ເດີ

“​ແນ່ນອນວ່າ ບໍ່ຫວ່າງ

ກາຍ,,”

“55 ​ໄປເດີ​,,​ເຈິກັນ ອີກ ..ຫຼາຍປີຂ້າງໜ້າ” ​ແລ້ວເຣໂນກໍ່ຍ່າງຈາກໄປ

ຖ້າຫວ່າງລະຈະໄປເດີ,,​ໂຊກດີຂ້ອຍຮ້ອງ​​ໃສ່ແລ້ວເຣໂນກໍ່ຫັນມາຍິ້ມໃຫ້ ​​ແນ່ນອນວ່າມັນເປັນຮອຍຍິ້ມທີ່ຈິງໃຈຂອງເຂົາ

ຫຶງໄດ໋ ພໍແລ້ວ

ບໍ່ຄິດເລີຍວ່າເລື່ອງເຣໂນ ຈະຜ່ານໄປໄດ້ດີຂະໜາດນີ້,,ທີ່ຈິງແລ້ວເຂົາກໍ່ບໍ່ໄດ້ເປັນຜູ້ຊາຍທີ່ມີພິດໄພຫຍັງຈັກນ່ອຍ,,​ເຂົາກະຍັງເປັນເຣໂນ,ຄຸນຊາຍເຈົ້າສຳອາງຄົນເດີມ,,​ເຮັດຫຍັງບໍ່ຄິດຕາເຄີຍ,,ບໍ່ໄດ້ເປັນຕາຢ້ານສ່ຳກັບຜູ້ຊາຍທີ່ເພີເຟັກໄປທຸກຢ່າງທີ່ຍ່າງຈັບມືຂ້ອຍຢູ່ຕອນນີ້ເລີຍ,,ຂ້ອຍເປັນຫ່ວງ ຕົວຕົນທີ່ເຂົາເປັນຫົວໜ້າແກ໊ງນີ້ອີ່ຫຼີ.

ທີ່ຮ້ານກາເຟອາໂຣມາ,

ກາຍ ມີເລື້ອງລະຊາຍເວົ້າກັບກາຍຫຼັງຈາກທີ່ວາງໂທລະສັບໃນມືລົງ ຂ້ອຍທີ່ນັ່ງເຮັດວຽກບ້ານພາສາອັງກິດນັ່ງຕັ້ງໃຈຟັງເປັນຢ່າງດີ 3 ມື້ຫຼັງຈາກມື້ງານປະກວດພວກແກ໋ງຂອງກາຍທັງສາມໜຸ່ມບໍ່ມີໜ້າຕາທີ່ສົດໃສລ່າເລີງຄືແຕ່ກ່ອນເລີຍ.

“​ໃຜອີກກາຍວາງກີຕ້າໃນມືລົງແລ້ວຫັນໄປຖາມຊາຍ

ພວກເກົ່າແຕ່ບໍ່ຮູ້ວ່າແມ່ນໃຜແກະຮອຍຍາກຂ້ອຍບໍ່ຮູ້ດອກວ່າແກ໊ງພວກນີ້ທີ່ຈິງແລ້ວຂະເຈົ້າເຮັດຫຍັງກັນແຕ່ວ່າຂ້ອຍບໍ່ຄິດວ່າມັນຊິຮ້າຍແຮງ ກະພຽງແຕ່ຄິດວ່າເປັນໄວລຸ້ນທີ່ຢາກຕັ້ງແກ໊ງຂຶ້ນມາເພື່ອໃຫ້ມັນດູດີຊື່ໆ ບຶດໜຶ່ງອາເຈກໍ່ໄຂປະຕູເຂົ້າມາດ້ວຍຄວາມອິດເມື່ອຍແລະເຕັມໄປດ້ວຍເຫື່ອ.

ບໍ່ທັນ..ພວກມັນໃຊ້ລົດຈັກໜີເຂົ້າຮ່ອມນ້ອຍ ກຼູນຳບໍ່ທັນເລີຍ” ​ເຈຖິ້ມໂຕທີ່ອິດເມື່ອຍລົງທີ່ໂຊຟາສີນ້ຳຕານຂ້າງໆກາຍ

ຕອນນີ້ ທີເຮົາເຂົ້ານອນໂຮງໝໍໄປສອງຄົນແລ້ວແຕ່ເຮົາຍັງຫາຄົນບົງການບໍ່ໄດ້ເລີຍ ມັນແມ່ນໃຜກາຍຍັງເວົ້າດ້ວຍສຽງອັນປົກກະຕິແຕ່ກົງກັນຂ້າມກັບແວວຕາໂດຍຊິ້ນ​​ເຊິ

ກາຍ!” ຂ້ອຍຕັດສິນໃຈຖາມຂຶ້ນ ຢ່າງນ້ອຍກະຂໍໃຫ້ຂ້ອຍໄດ້ຮູ້ຫຍັງແນ່ໄດ້ບໍ

ຫຶ??”

ຂ້ອຍຢາກຮູ້ວ່າພວກເຈົ້າກຳລັງເຮັດຫຍັງກັນຢູ່

“​ໄລ່ຈັບໂຈນຢູ່

ບໍ່ເຂົ້າໃຈແຕ່ຕົ້ນໄດ້ບໍ

“ ​ເຈົ້າຮູ້ແມ່ນບໍວ່າພວກຂ້ອຍແມ່ນແກ໊ງບຸກຄົນຫາຍສາບສູນກາຍເລີ່ມອະທິບາຍ

ກາຍ ກຼູວ່າມັນ..” ຊາຍ​​ເວົ້າຂຶ້ນຄືຈະຫ້າມບໍ່ໃຫ້ກາຍເລົ່າ

ສ່ຽວ ກຼູໄວ້ໃຈນ້ຳຕານ ຜູ້ຍິງຄົນນີ້ບໍ່ມີທາງທຳຮ້າຍກຼູເດັດຂາດ

“​ແຕ່

ຖ້າເກີດຫຍັງຂຶ້ນກຼູຮັບຜິດຊອບເອງ” ​ແລ້ວກາຍກໍ່ເລີ່ເວົ້າຕໍ່ຂ້ອຍສ້າງຕັ້ງແກ໊ງນີ້ຂຶ້ນຕອນຢູ່ມໍ 6 ,ຕັ້ງຂຶ້ນພຽງແຕ່ຢາກເທ້ ຄືກັບໄວລຸ້ນຄົນອື່ນໆທີ່ເຂົາຕັ້ງກັນແຕ່ມື້ໜຶ່ງ ຕອນທີ່ພວກຂ້ອຍມາແຕ່ຫຼິ້ນ ບັງເອີນ​​ໄປເຫັນນັກເລງກຸ່ມໜຶ່ງກຳລັງສົ່ງຢາເສບຕິດໃຫ້ກັນ ພວກຂ້ອຍເລີຍເຂົ້າໄປຫ້າມແຕ່ວ່າຊິເວົ້າຈັ່ງໄດ ພວກມັນກໍ່ບໍ່ມີທາງຍອມ ມີທາງດຽວນັ້ນຄືຕໍ່ສູ້ ມັນທ້າວ່າຖ້າຫາກພວກຂ້ອຍເອົາຊະນະມັນໄດ້ ມັນຈະບໍ່ຂາຍຢາໃຫ້ເດັກນ້ອຍອີກ ຜົນອອກມາແມ່ນຂ້ອຍຊະນະ ຫຼັງຈາກນັ້ນພວກຂ້ອຍກໍ່ເລີມມີຊື່ສຽງ,ຂຶ້ນຊື່ວ່າ​​ກຸ່ມທີ່ບໍ່ມີໃຜກ້າທ້າທາຍແລະກະມີຫຼາຍກຸ່ມທີ່ບໍ່ພໍໃຈພະຍາຍາມມາທ້າຫຼາຍຄັ້ງມັນກະບໍ່ໄດ້ຢາກເຮັດດອກແຕ່ມັນຈຳເປັນເພື່ອປ້ອງກັນໂຕ,ຈົນມາຮອດມື້ນີ້ມັນກະຕ້ອງໄດ້ເຮັດແນວນີ້ເພື່ອປ້ອງກັນໂຕເອງກາຍເລົ່າຈົບແລ້ວຍິ້ມໃຫ້ຂ້ອຍ

ຈັ່ງຊີ້ນີ້ເອງ,,ກະຄືແກ໊ງທົ່ວໄປທີ່ຂ້ອຍໄດ້ຍິນມາຫັ້ນແຫຼະ ບໍ່ເຫັນຊິແປກບ່ອນໄດ໋ຊ້ຳຂ້ອຍໂລ່ງໃຈທີ່ ກາຍເກັ່ງແລະແຕ່ລະກຸ່ມທີ່ກາຍມີເລື່ອງນຳແມ່ນແກ໊ງທີ່ນິໄສບໍ່ດີທັງນັ້ນ

ຕອນນີ້ມີຄົນຢາກແກ້ແຄ້ນທີມກາຍ ລົດຖືກຂູດທຸກຄັ້ງທີ່ມັນມີໂອກາດ ,ກຸ່ມເດັກນ້ອຍທີ່ມັກແກ໊ງເຮົາກະຖືກຕີ,ພວກມັນທຳລາຍທຸກຢ່າງທີ່ເປັນເຮົາ

“​ເຈົ້າໄປເຮັດຫຍັງໃຫ້ຂະເຈົ້າ

ຄັ້ງລ່າສຸດທີ່ກາຍມີເລື່ອງໜັກໆແມ່ນ…” ກາຍຖືກຂັດຂຶ້ນແລະຄົນທີ່ເລົ່າຕໍ່ແມ່ນເຈ

“​ເຈເອງໄປຄົບກັບນ້ອງຂອງຫົວໜ້າແກ໊ງWicked Mask ​ແລ້ວຖິ້ມຂະເຈົ້າໄປ ມັນໄລ່ລ່າກາຍເພາະນຶກວ່າບັກກາຍເປັນຄົນເຮັດແຕ່ບັກກາຍບໍ່ຮູ້ເລື່ອງເລີຍຊັດມັນໄປຊະນອນໂຮງໝໍສອງອາທິດ” ​ເຈເອົາມືລູບໜ້າ​​ແລ້ວຖອນຫາຍໃຈອອກມາ

ພວກເຈົ້າກະເລີຍຄິດວ່າພວກນັ້ນຈະກັບມາແກ້ແຄ້ນ

ຖືກແລ້ວທີ່ຮັກ

“​ແຕ່ພວກເຈົ້າເຮັດຫຍັງບໍ່ໄດ້ຍ້ອນບໍ່ມີຫຼັກຖານວ່າພວກມັນເປັນຄົນເຮັດ

ຖືກອີກ

ວາວ ວາວ ວາວ ຖ້າມັນຮູ້ວ່າຂ້ອຍເປັນ​​ແຟນເຈົ້ານີ້ມັນຊິບໍ່ຈັບໂຕຂ້ອຍໄປເປັນຂໍ້ຕໍ່ລອງຫວະຂ້ອຍລຸກຂຶ້ນນັ່ງຂ້າງໆກາຍຫຼັງຈາກທີ່ເຮັດວຽກບ້ານພາສາອັງກິດຢູ່ພື້ນແລ້ວ,ກາຍບໍ່ເວົ້າຫຍັງມີແຕ່ຫັນມາແນມເບິ່ງໜ້າຂ້ອຍດ້ວຍສາຍຕາຈິງຈັງແລະເປັນກັງວົນ ຂ້ອຍເຮັດໜ້າຕາບໍ່ເຊື່ອກັບໄປ

“? ,,ຕາຫຼົກແລ້ວ ກາຍ ມັນບໍ່ມີທາງຈະເກີດຂຶ້ນແນ່ນອນຂ້ອຍຫຼຸດຂຳອອກມາແລ້ວແກວ່ງຫົວ ກາຍຈັບມືຂ້ອຍໄວ້

“​ເຮົາ..ຈຳເປັນຕ້ອງໄດ້ຢູ່ຫ່າງກັນກາຍບີບມືຂ້ອຍແໜ້ນພ້ອມກັບແວວຕາທີ່ບົ່ງບອກເຖິງຄວາມລຳບາກໃຈ

ກາຍ ບໍ່ຈຳເປັນ ຂ້ອຍບໍ່ຢ້ານ..”

ບໍ່ຢ້ານບໍ່ໄດ້ ,,ຂ້ອຍຊິມາໃຫ້ເຈົ້າສ່ຽງອັນຕະລາຍເພາະຂ້ອຍບໍ່ໄດ້ເດັດຂາດຂ້ອຍບໍ່ຕອບຫຍັງແຕ່ ຂ້ອຍບໍ່ເຂົ້າໃຈ ບໍ່ເຂົ້າໃຈ ..

“​ເຈົ້າກຳລັງ ຊິບອກວ່າໃຫ້ຂ້ອຍຢູ່ໄກໆເຈົ້າ

“​ເທົ່າໃດຍິ່ງດີມັນເປັນການໄລ່ຂ້ອຍໄປຕາຍຊັດໆເລີຍ ກາຍດຶງຂ້ອຍເຂົ້າໄປກອດໄວ້

ກາຍບອກເຫດຜົນນ້ຳຕານແລ້ວ ທີ່ເຮົາຕ້ອງຢູ່ຫ່າງກັນ​​ໃນຊ່ວງນີ້ ຍ້ອນວ່າກາຍຢາກໝັ້ນໃຈຄວາມປອດໄພຂອງເຈົ້າ,,​ເຂົ້າໃຈກາຍບໍຂ້ອຍງຶກຫົວໃນອ້ອມກອດຂອງກາຍ

ບອກຂ້ອຍວ່າທຸກຢ່າງຈະໂອເຄ

ທຸກຢ່າງຈະໂອເຄ

 

 

ຫ້ອງສະໝຸດແຫ່ງຊາດ

ຂ້ອຍຍ່າງຫາປຶ້ມປະຫວັດສາດຂອງໂຣມັນຢູ່..ອ້າຍຂ້ອຍບອກໃຫ້ມາຫາໃຫ້ ມັນຊິໄປຂຽນບົດລາຍງານມັນຫຍັງບຸ

ຂ້ອຍໄລ່ສາຍຕາໄປເລື້ອຍໆຈົນໄປສະດຸດກັບປຶ້ມຫົວໜຶ່ງ ..ການຜ່າຕັດກະສຸນປືນ..ຂ້ອຍຍື່ນມືໄປຈັບເອົາແຕ່ກໍ່ເສືອກດັນໄປໃຈຕົງກັນກັບຄົນຂ້າງໆເມື່ອຂ້ອຍເງີຍໜ້າຂຶ້ນ

ກາຍ  ກາຍຈີກຍິ້ມໃຫ້ຂ້ອຍ

ກາຍເຫັນກ່ອນໃຫ້ກາຍຢືມກ່ອນເດີ

“​ເອົາໄປໂລດ ທ່ານໝໍໃຫຍ່ ຂ້ອຍຍັງຮຽນບໍ່ຮອດນີ້ເທື່ອກາຍຍິ້ມແລ້ວເປີດໜັງສືເຫຼັ້ມນັ້ນອ່ານ

ຄິດຮອດກາຍເວົ້າທັງໆທີ່ຕາຍັງຈັບຈ້ອງໂຕໜັງສືໃນປື້ມນັ້ນຢູ່

“​ເວົ້າແລ້ວບໍ່ຫັນມາແນມໜ້ານີ້ມັນເຊື່ອບໍ່ໄດ້ຂ້ອຍເວົ້າປະຊົດກາຍທັງໆທີ່ໃນໃຈຂ້ອຍມັນເຕັ້ນແຮງຜິດປົກກະຕິໄປແລ້ວ

ກາຍພັບໜັງສືທີ່ຢູ່ຕໍ່ໜ້າລົງແລ້ວຫັນມາເບິ່ງໜ້າຂ້ອຍ,,ພ້ອມກັບຈັບມືຂ້ອຍ​​ຍ່າງອອກໄປນອກຫໍສະໝຸດ

ກາຍ..​ໄປໃສ  ກາຍພາຂ້ອຍເຂົ້າມາໃນຫ້ອງໆໜຶ່ງເຊິ່ງມັນເປັນຫ້ອງເກັບປື້ເກົ່າໆແຕ່ມັນຍັງມີຊ່ອງຫວ່າງພໍໃຫ້ຂ້ອຍສອງຄົນຢືນຢູ່

ຄິດຮອດຊິຕາຍແລ້ວນິກາຍເວົ້າຂຶ້ນ ໜ້າແດງໆ

“​ເຈົ້າວ່າຂ້ອຍບໍ່ຄິດຫວະຂ້ອຍພະຍາຍາມກົບເກື່ອນຄວາມອາຍ

ບໍ່ເທົ່າທີ່ຂ້ອຍຄິດ

ຂ້ອຍຄີດຫຼາຍກວ່າອີກ

ຂ້ອຍຫຼາຍກວ່າ

“​ເຈົ້າຊິຮູ້ໄດ້ຈັ່ງໄດ໋ຂ້ອຍນິແຫຼະຫຼາຍກວ່າ

ຈັ່ງໄດ໋ກະຂ້ອຍຫຼາຍກວ່ານະ

ຂ້ອຍ,,,” ​ແຕ່ບໍ່ທັນທີຂ້ອຍຈະໄດ້ຖຽງລົມຫາຍໃຈອຸ່ນໆກໍ່ທາບທັບລົງມາທີ່ປາກຂອງຂ້ອຍ ,, ກາຍຄິດຮອດຂ້ອຍຫຼາຍກວ່າທີ່ຂ້ອຍຄິດຮອດລາວອີ່ຫຼີ ລາວພະຍາຍາມຈະບອກຂ້ອຍແບບນັ້ນ,,ຜ່ານໄປຫຼາຍນາທີ,,ມືຂອງຂ້ອຍທີ່​​ໂອບກອດຄໍຂອງກາຍໄວ້ກໍ່ຄ່ອຍໆຄາຍອອກ..ມັນທົດແທນເວລາຫຼາຍມື້ທີ່ເຮົາບໍ່ໄດ້ເຈິກັນໄດ້ຢ່າງແທ້ຈິງ.

“​ເຊື່ອລະບໍວ່າຂ້ອຍຄິດຮອດເຈົ້າຫຼາຍກວ່າ

“​ໄປເອົາວິທີນີ້ມາແຕ່ໃສ

ຄືຂ້ອຍນີ້ຕ້ອງຕາ​​ໃຜຫວະຂ້ອຍຍິ້ມໃຫ້ກາຍເວົ້າຫຍັງບໍ່ອອກອີຫຼີ

ນ້ຳຕານ,,ຖ້າເດີຈັ່ງໄດ໋ກະຕ້ອງຖ້າ ອີກບໍ່ດົນ

ອື,,,” ກາຍດຶງຂ້ອຍເຂົ້າໄປກອດອີກຄັ້ງ,,ມື້ນີ້ເປັນມື້ທີ່ຂ້ອຍອົບອຸ່ນທີ່ສຸດ

…………………………………

 

 

 

Delicious Digg Fark Twitter