ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

     ຂອບໃຈທີ່ແວ່ມາເບິ່ງ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນປະເທດຍີ່ປຸ່ນມັກສ້າງຫຸ່ນໄວ້ໄລ່ນົກທີ່ມັກລົງມາກິນເຂົ້ານາ ແລະ ຜົນລະປູກ ຈົນສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຍົກຈອກ

            ນັດກັນມານັ່ງຮ້ານ      ລົມເລື່ອງສົນທະນາ

ເລີ່ມແຣກກິນປີ້ງໝາ              ຫາເລື່ອງມາກ່າວຍ້ອງ

ເຫຼົ້າບອງຢາມາເຍັ້ນ              ເວົ້າປະເດັນມັນຈິ່ງຄອງ

ທັງຂອງດອງຂອງແກ້ມ             ແຖມແມ່ຄ້າກໍໃຈດີ.

 

          ຕອນນີ້ໝົດເຄິ່ງແກ້ວ    ໜ້າເລີ່ມແດງ ມຶນຫູ

ຄິດຮອດໝູ່ຫຼາຍຄົນ              ຜູ້ບໍ່ເຫັນດົນ ຜູ້ຢູ່ໃກ້

ຮ້ອງໃຫ້ມາພໍ້ໜ້າ                    ສັ່ງເບຍມາອັດເພີ່ມ

ເຕີມທັງເບຍແລະເຫຼົ້າ      ຟັງສຽງເວົ້າປານງານດອງ

 

       ລັງທີສອງເລີ່ມແລ້ວ     ເອົາໝົດແກ້ວຕຳກັນ

ດື່ມໃຫ້ມັນເມົາໆ                     ພິເສດເຮົາຂ້ອຍເຈົ້າ

ໝົດແລ້ວເອົາມາເພີ່ມ               ອັນໃດໝົດເຕີມໃສ່

ເວົ້າເລື່ອງໃຈໂລດເຈົ້າ              ຖ້ອຍຈາເວົ້າໂຄດກິນໃຈ

 

      ໝົດຫຼາຍລັງຫຼາຍແກ້ວ     ເດິກດື່ນຂ້ອນຄືນ

ທັງມຶນໆເມົາໆ                              ມືນຕາຊິບໍ່ຂື້ນ

ບາງຄົນຕື່ນບໍ່ໄດ້                ເພາະດື່ມໄປຫຼາຍຈອກ

ບາງຄົນອອກກັບທີ່              ບາງຄົນນີ້ຍັງນັ່ງເສີຍ.

 

       ໄດ້ເວາລາຍັບຍ້າຍ            ກັບຕ່າວຄືນເຮືອນ

ຜູ້ໃດເມົາກັບນຳເພື່ອນ        ເຊເມືອເຮືອນໃຫ້ມັນຮອດ

ທັງກອດຄໍກອດຂ້າງ             ໄປຕາມທາງປານງູໄຕ່

ຈົດເຊັນໄວ້ແມ່ຄ້າ                    ມື້ໜ້າຈະມາເຊັກບິນ.

 

ໂດຍ : ອາໄຊ.