ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕາຍຄັກໆ

ສຽງMobileດັງຂື້ນ                               ມືຍື່ນກົດຮັບ

ກັບທັກທາຍHello                                 ໂທມາແຕ່ໃສນີ້

ມີສຽງຍິງຈາຕ້ານ                                    ຄຳຫວານຈ້ອຍໆ

ອອຍໃຫ້ໃຈຊົດຊື່ນ                                   ຕື່ນຈາກເສົ້າເຫງົານອນ

ຄຳອ່ອນໆນາງເວົ້າ                                   ຊ່າງເອົາໃຈມ່ວນຫູ

ຂໍເບີນຳໝູ່ມາ                                           ຢາກໂທຫາດົນແລ້ວ

ແນວວ່ານ້ອງເຫັນອ້າຍ                               ເລີຍຖືກໃຈແຕ່ແຣກ

ຢ່າແປກໃຈເດີພີ່                                         ແມ່ນໃຜນີ້ໂທມາ

ຄຳວາຈາຫວານຄ່ອຍ                                  ນ້ຳອ້ອຍເຄືອບນ້ຳຕານ

ນາງຍັງຈາຂານຕໍ່                                        ວ່າຂໍຖາມຕົວພີ່

ມີແຟນແລ້ວບໍອ້າຍ                                      ທັງກາຍໃຈໂສດບໍ່

ຂໍເປັນແຟນກັບອ້າຍ                                     ຊາຍພີ່ວ່າຈັ່ງໃດ

ໄດ້ຍິນສຽງສາວເຈົ້າ                                      ຊ່າງເອົາໃຈມ່ວນຫູ

ຮູ້ບໍ່ທັນຄາດຄິດ                                           ເລີຍເອີ່ຍໄປຕໍ່ເຈົ້າ

ເຂົາບໍ່ມີແຟນເທື່ອ                                          ທັງເນື້ອກາຍໃສຜ່ອງ

ຢາກໄດ້ນ້ອງແນບຂ້າງ                                   ເດີນທາງຮ່ວມຄົງດີ

ນາງຍັງມີຄຳເວົ້າ                                           ວ່າຮັກເຈົ້າມາດົນ

ບໍ່ເຄີຍຮັກໃຜເໝືອນ                                       ແຕ່ອີ່ນາງບໍ່ກ້າເວົ້າ

ອ້າຍກໍຄິດຄືເຈົ້າ                                          ຈິງໃຈບໍ່ກ້າບອກ

ຢາກບອກນາງດົນແລ້ວ                                ແນວວ່າອ້າຍເຂີນອາຍ

ຈ່າຍຄຳຫວານຄຳຍ້ອງ                                 ທັງສອງກ້ຳສອງຝ່າຍ

ລົມໄປຫຼາຍນາທີ                                         ເລີ່ມມີສຽງຄຸ້ນໆ

ລົມບໍ່ທັນສຸດທ່ອນ                                        ບັງອອນນ້ອງເລີ່ມດ່າ

ນ້ອງນີ້ໜາແຟນອ້າຍ                                      ຈັ່ງໃດອ້າຍຈື່ຫຼືຍັງ

ເພພັງຈົບໝົດສີ້ນ                                            ຍິນແລ້ວເມື່ອຍໃຈ

ຊິແກ້ຕົວແນວໃດດີ                                           ບໍ່ມີຄຳເວົ້າຕໍ່

ໃຈຫົດຫໍ່ຫ່ຽວແຫ້ງ                                          ແນວໃດບໍ່ຮູ້ຈັກ

ຕາຍຄັກໆມື້ນີ້                                                ແຟນຂ້ອຍໂທມາ

ລອງໃຈ 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເມນູດັ່ງກ່າວນີ້ແມ່ນຂອງປະເທດຍີ່ປຸ່ນ ແລະ ທ່ານເດຮັບປະທານໄດ້ຫຼືບໍ່?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

1. ພາຍໃຕ້ດວງອາທິດນີ້ບໍ່ມີການສູນເສຍໃດໆທີ່ໜ້າເສຍໃຈເທົ່າກັບການເສຍເວລາ , ເສຍເວລາພຽງ1ນາທີ ເທົ່າກັບການສູນເສຍສ່ວນໜຶ່ງຂອງຊີວິດ , ອາຍຸທີ່ເຮົາໄດ້ມານັ້ນຄືທີ່ເຮົາສູນເສຍໄປ.

2. ຄວາມອຸກອັ່ງກັງວົນໃຈຄືສັດຕູຂອງຊີວິດ  ອະດີດຄືຄວາມຝັນ ອະນາຄົດຄືຄວາມບໍ່ແນ່ນອນ ປັດຈຸບັນເທົ່ານັ້ນທີ່ເຮົາແກ້ໄຂໄດ້.

3. ບໍ່ມີໃຜສ້າງຄວາມເດືອດຮ້ອນໃຫ້ເຮົາໄດ້ ນອກຈາກຕົວເຮົາເອງເທົ່ານັ້ນ.

4. ຈົ່ງພໍໃຈໃນຊີວິດຂອງເຮົາເອງ ບໍ່ຕ້ອງໄປປຽບທຽບກັບຜູ້ອື່ນ.

5. ການທຳຄວາມດີມີທຸກໂອກາດ ຄວາມປະໝາດທຳໃຫ້ຜິດພາດຈາກຄວາມບໍ່ດີ.

6. ບໍ່ຍິນດີໃນສິ່ງທີ່ຕົນໄດ້ ບໍ່ພໍໃຈໃນສິ່ງທີ່ຕົນມີ ຈະເປັນຄົນອັບໂຊກຕະຫຼອດຊີວິດ.

7. ເມົາມົວໃນສິ່ງທີ່ຕົນໄດ້ ຫຼົງໄຫຼໃນສິ່ງທີ່ຕົນມີ ຄືການສ້າງຄຸກຂັງຕົວເອງ.

8. ຊີວິດບໍ່ພໍກັບຕັນຫາ ເວລາບໍ່ພໍກັບຄວາມຕ້ອງການຈັກເທື່ອ.

9. ຖ້າມີເມດຕາຈິດ ຈະມີຍາດມິດເຕັມບ້ານ.

10. ຖ້າຫາກບໍ່ກິນເທົ່າຕົນມີ ຈະເປັນເສດຖີເງິນກູ້.

11. ລຳບາກຍ້ອນການງານ ດີກ່ວາສຸກສຳລານແລ້ວອຸກອັ່ງ.

12. ຄວາມສຸກທີ່ໄດ້ຈາກຕັນຫາ ມີຄ່າເທົ່າກັບຄວາມທຸກ.

13. ທີ່ພັກຄັ້ງສຸດທ້າຍຂອງເຮົາຄືຜີປ່າຊ້າ.

( ຄັດຈາກປື້ມ ລວມຜົນງານສິລະປະລາຍລາວ )