ຄໍາສາລະພາບຕໍ່ໄປນີ້ເປັນຂອງສະມາຊິກພັນລາວທັງໝົດ4ຄົນທີ່ໄດ້ສົນທະນາກັນ
ແລະ ຕົກລົງນໍາເອົາມາບອກເຫຼົ່າໃຫ້ຊາວພັນລາວນໍາກັນໄດ້ຮູ້ຢ່າງໝົດເປືອກ
ແລະບໍ່ມີຄວາມອາຍ ທັງໝົດມີ4ເລື່ອງ ແລະ 4ຄົນປະກອບໄປດ້ວຍຊາຍ 3 ຍິງ 1
ເຊິ່ງເລື່ອງດັ່ງກ່າວເປັນຄວາມຈິງທີ່ເກີດຂຶ້ນ ດັ່ງນັ້ນຈົ່ງອ່ານດ້ວຍສະຕິ ແລະ
ອ່ານໃຫ້ເປັນປະໂຫຍດເພື່ອເປັນອຸດທາຫອນໃນການດໍາລົງຊີວິດ.
( ຄໍາສາລະພາບທີ່ໜຶ່ງ: “ ຂ້ອຍຂາຍທຸກສິ່ງທີ່ຂ້ອຍມີ “ )
ສະບາຍດີຊາວພັນລາວຂ້ອຍເປັນໜຶ່ງໃນສະມາຊິກພັນລາວທີ່ຫຼາຍໆຄົນອາດໄດ້ເຫັນ
ໂປຟາຍແລະເປັນໝູ່ຂອງຂ້ອຍຮຽບຮ້ອຍແລ້ວ ແຕ່ຂ້ອຍຂໍບໍ່ເປີດເຜີຍຊື່ ຂ້ອຍຈະມາແບ່ງປັນ
ປະສົບການຜ່ານໂປຟາຍຂອງຄົນໆໜຶ່ງທີ່ຂ້ອຍສົນທະນານໍາ ຂ້ອຍບໍ່ອາຍທີ່ຈະເລົ່າດອກ !
ແຕ່ຢ່າອາຍທີ່ຈະອ່ານກໍ່ແລ້ວກັນ !
ເລື່ອງມັນເກີດຂຶ້ນເມື່ອ 6 ປີທີ່ແລ້ວ ຕອນນັ້ນຂ້ອຍອາຍຸ20ເຂົ້າ21ປີ ແລະ ກໍາລັງຂະນອງສຸດໆຂ້ອຍເປັນນັກສຶກສາຕ່າງແຂວງທີ່ໄດ້
ມີໂອກາດເຂົ້າມາສຶກສາຕໍ່ໃນນະຄອນຫຼວງ ສິ່ງທີ່ຂ້ອຍບໍ່ເຄີຍເຫັນຂ້ອຍກໍ່ໄດ້ເຫັນສິ່ງທີ່ຂ້ອຍບໍ່ເຄີຍໄດ້ເຮັດຂ້ອຍກໍ່ໄດ້ເຮັດ ແລະຂ້ອຍກໍ່ໄດ້ມີໂອ
ກາດພົບກັບໝູ່ໃໝ່ໆຫຼາຍໆຄົນຂ້ອຍເປັນນັກສຶກສາຫໍພັກເກົ່າໆຄືສິຄິດສະພາບອອກເນາະ !ແລະຕົກແລງຂອງວັນສຸດຂ້ອຍກໍ່ເລີ່ມອອກທ່ຽວ
ກັບໝູ່ທີ່ເຂົ້າຮຽນປີໜຶ່ງນໍາກັນທຸກຢ່າງມັນກໍ່ອາດຈະບໍ່ມີຫຍັງຫຼາຍກໍ່ພຽງແຕ່ເດັກບ້ານນອກຕື່ນຄວາມສິວິໄລໃນເມືອງ ແຕ່ພໍເມື່ອເລີ່ມເຂົ້າປີສອງ
ສະພາບແວດລ້ອມຕ່າງໆໄດ້ລອມຂ້ອຍເປັນຄົນໃໝ່ບໍ່ເຫຼືອແລ້ວເດັກບ້ານນອກທີ່ໃສຊື່ຕໍ່ໂລກ ແລະ ຄໍ່າວັນໜຶ່ງໝູ່ຂອງຂ້ອຍໄດ້ຊວນຂ້ອຍໄປຍັງ
ສະຖານທີ່ແຫ່ງໜຶ່ງທີ່ຢູ່ໃກ້ໆກັບໂຮງຮຽນເປັນສະຖານທີ່ໆຄົນໃນວຽງຈັນເອງອາດຈະບໍ່ເຄີຍຮູ້ວ່າໃນລາວນີ້ກໍ່ມີສະຖານທີ່ແບບນີ້ແຕ່ວ່າມັນມີຢູ່ແທ້
ຂ້ອຍໄປຕາມຄໍາຊວນຂອງໝູ່ຂ້ອຍ ພໍແຕ່ຂ້ອຍໄປຮອດທີ່ແຫ່ງນັ້ນເຮືອນໄມ້ສອງຊັ້ນປະດັບໄຟທາງດ້ານໜ້າບໍ່ໃຫ້ຮູ້ວ່າເປັນຮ້ານກິນດື່ມ
ພ້ອມກັບເຄົ້າເຕີ້ເຫຼົ້ານ້ອຍໆຕັ້ງຢູ່ທາງດ້ານໜ້າຂອງຮ້ານ ແລະ ໃນນັ້ນຂ້ອຍໄດ້ພົບເຫັນກັບໝູ່ນັກສຶກສານໍາກັນນັ່ງລຽງກັນຢູ່ຫ້າຫົກຄົນ
ບາງຄົນຂ້ອຍກໍ່ຮູ້ຈັກດີ ແຕ່ຂ້ອຍບໍ່ສັງເກດເຫັນວ່າສິມີຜູ້ສາວແມ້ແຕ່ຄົນດຽວໃນທີ່ແຫ່ງນີ້ ຂ້ອຍຫັນໜ້າໄປຫາໝູ່ແລ້ວຖາມວ່າເຮົາມາເຮັດ
ຫຍັງຢູ່ບ່ອນນີ້? ໝູ່ຂອງຂ້ອຍພາຂ້ອຍໄປນັ່ງທີ່ເຄົ້າເຕີ້ພ້ອມກັບແນະນໍາຂ້ອຍໃຫ້ກັບຄົນທີ່ຂ້ອຍຄິດວ່າໜ້າຈະເປັນເຈົ້າຂອງຮ້ານ ຈັກໜ້ອຍກໍ່ມີຜູ້ຊາຍສອງ
ຄົນອາຍຸປະມານ40ໄດ້ຕີ່ ຍ່າງເຂົ້າໄປທາງໃນຮ້ານແລ້ວໝູ່ຂອງຂ້ອຍກໍ່ຍ່າງຕາມເຂົ້າໄປປ່ອຍຂ້ອຍໄວ້ທີ່ໜ້າເຄົ້າເຕີ້ກັບເຈົ້າຂອງຮ້ານ ຂ້ອຍລອງ
ແນມເຂົ້າໄປທາງໃນເຫັນທ່າທາງທີ່ສະໜິດສະໜົມກັນຂອງຜູ້ຊາຍສອງຄົນນັ້ນກັບໝູ່ຂ້ອຍ ບວກກັບຄໍາຖາມຂອງເຈົ້າຂອງຮ້ານທີ່ເຮັດໃຫ້ຂ້ອຍ
ເຂົ້າໃຈໃນເລື່ອງລາວທັງໝົດນີ້ແລ້ວວ່າທີ່ແຫ່ງນີ້ມັນກໍ່ຄືທີ່ຂາຍບໍ່ລິການຂອງຜູ້ຊາຍນັ້ນເອງ ຫົວໃຈຂ້ອຍມາສັ່ນຂ້ອຍຈະຍ່າງກັບຕອນນີ້ກະຄືສິ
ໄດ້ເພາະວ່າຫໍພັກຂອງຂ້ອຍຢູ່ຫ່າງຈາກບ່ອນນີ້ບໍ່ໄກພໍເທົ່າໃດ ຈັກໜ້ອຍໝູ່ຂອງຂ້ອຍກໍ່ຍ່າງມາຊວນໃຫ້ຂ້ອຍໄປນັ່ງນໍາທີ່ໂຕະ ! ຂ້ອຍບໍ່ຮູ້ຈະ
ເຮັດແບບໃດຂ້ອຍຫັນໜ້າໄປຫາເຈົ້າຂອງຮ້ານລາວບອກຂ້ອຍວ່າ “ບໍ່ເປັນຫຍັງດອກໄປແມ້ມີຄົນສິລ້ຽງເບຍຟຼີ “ ຂ້ອຍຍ່າງຄໍຕົກຕາມໝູ່
ຂ້ອຍເຂົ້າໄປເບຍເຫງັ້ນລອງຈອກແລ້ວຈອກເຫຼົ່າພ້ອມດ້ວຍຄໍາຖາມຂອງຊາຍນຸ່ມໄວ40ປີທີ່ຕ້ອນຂ້ອຍເຂົ້າມູນເລື່ອຍໆ ແລະ ຄໍາຖາມທີ່ເຮັດໃຫ້
ຂ້ອຍຢຸດສະດຸດກໍ່ຄື “ຄືນນີ້ໄປນອນເປັນໝູ່ອ້າຍແດ່ໄດ້ບໍ່ ? ອ້າຍມັກນິໄສນ້ອງນະ !”
ຂ້ອຍກົມໜ້າລົງ ຂ້ອຍມັກການສົນທະນາກ່ອນໜ້ານີ້ຫຼາຍແຕ່ເປັນຫຍັງຕອນນີ້ຂ້ອຍຄືຮູ້ສຶກເສົ້າສະເທືອນໄປໃນຫົວໃຈແທ້ ! ຂ້ອຍໄດ້ຍິນ
ສຽງຫົວຂອງໝູ່ຂ້ອຍກັບຊາຍອີກຄົນຂ້າງໆ ພໍແຕ່ຢາກລຸກຂຶ້ນຖີບຕົກຕັ່ງທັງສອງຄົນຫັ້ນເລີຍສາ ! ແລ້ວຂ້ອຍກໍ່ຕອບໄປວ່າ “ເອົາໄວ້ມື້ໜ້າສາ
ອ້າຍມື້ນີ້ນ້ອງເມົາແລ້ວມື້ອື່ນນ້ອງມີຮຽນແຕ່ເຊົ້າ !” ລາວແນມເບິ່ງໜ້າຂ້ອຍແລ້ວຫັ້ນໄປເວົ້າໃສ່ຫູຂອງໝູ່ຂອງລາວ ແລ້ວລາວກໍ່ເອົາເງີນ
ມາຢັດໃສ່ມືຂອງຂ້ອຍ500ບາດແລ້ວເວົ້າກັບຂ້ອຍວ່າ “ນ້ອງກັບໄປນອນສາຊັ້ນນະ ! ແຕ່ມື້ໜ້ານ້ອງຕ້ອງໄປກັບອ້າຍເດີ້ “ແລ້ວຂ້ອຍກໍ່
ຍ່າງອອກມາຈາກໂຕະແບບໂຕແຂງ ໝູ່ຂອງຂ້ອຍຢືນກະແຈລົດຈັກໃຫ້ຂ້ອຍແລ້ວບອກໃຫ້ຂ້ອຍກັບກ່ອນ ກ່ອນຂ້ອຍຈະກັບເຈົ້າຂອງຮ້ານຍ່າງມາຫາ
ຂ້ອຍແລ້ວບອກວ່າ “ຖ້າຢາກມາຍາມໃດກະມາໂລດເດີ້ບ່ອນນີ້ມີແຕ່ໄດ້ບໍ່ມີເສຍ !” ຂ້ອຍກໍ່ຍິ່ງເຂົ້າໃຈຢ່າງເລີກເຊິ່ງວ່ານີ້ເປັນຄໍາຊວນ
ໃຫ້ມາເປັນເດັກຂາຍໂຕປະຈໍາຮ້ານຂອງລາວຕີ່ເນາະ ! ຂ້ອຍກັບຮອດຫໍລໍຖ້າຟັງວ່າຍາມໃດໝູ່ຂ້ອຍຈະກັບມາ ຂ້ອຍມີຫຼາຍຄໍາຖາມເຫຼືອເກີນ
ຂ້ອຍຈັບເງິນໃບ500ບາດຂຶ້ນມາແລ້ວຖາມໂຕເອງໃນໃຈວ່າຂ້ອຍເປັນຄົນຂາຍໂຕແລ້ວຫຼືຍັງ ?
ຮອດຕອນເຊົ້າບໍ່ເຫັນແມ້ແຕ່ເຫງົາໝູ່ຊົ່ວ ຫຼັງເລີກໂຮງຮຽນກັບມາຮອດຫ້ອງຂ້ອຍເຫັນມັນນອນປານກັບຄົນໝົດແຮງສິຕາຍມາແຕ່ໄສ
ມັນລຸກຂຶ້ນມາຖາມຂ້ອຍວ່າເປັນຫຍັງມື້ຄືນນີ້ຂ້ອຍຈຶ່ງກັບໄວແທ້ຂ້ອຍຕອບໄປວ່າ “ ມຶງຢ່າເວົ້າເລື່ອງມື້ວານນີ້ອີກ ແລະ ກໍ່ຢ້ານຊວນກູອີກເດີ້ !
ມຶງກະເຊົາໄປບ່ອນນັ້ນຊະ ! “ ຂ້ອຍເວົ້າແລ້ວກໍ່ເກີດຄວາມອາຍໃນຫົວໃຈຄົນທີ່ອາຍຄວນຈະເປັນມັນບໍ່ແມ່ນຂ້ອຍ !
ເວລາກໍ່ຜ່ານໄປແຕ່ຂ້ອຍກໍ່ຮູ້ວ່າມັນຍັງຄົງໄປເຮັດແບບເກົ່າຂ້ອຍເຮັດເປັນບໍ່ສົນໃຈ ຂ້ອຍເລີ່ມມີຜູ້ສາວມາຕິດພັນແຕ່ຂ້ອຍມັນພວກກະ
ເປົາບໍ່ໝານະເຮັດໄດ້ກໍ່ພຽງພາໄປນັ່ງກິນປິງຫູໜູໃກ້ໂຮງຮຽນຫັ້ນ ! ຍຸກແຫ່ງການຕິດຕໍ່ສືສານກໍາລະບາດມືຖືລຸ້ນນັ້ນລຸ້ນນີ້ເບິ່ງແລ້ວ
ເປັນຕາໜ້າສະອອນ ! ຊ່ວງນີ້ໝູ່ຂອງຂ້ອຍມັນກໍ່ຊື້ມືຖືໃໝ່ເຄື່ອງນຸ່ງໃໝ່ໆໂຄດເທ້ເລີຍ ! ແຖມຊື້ຂອງຂວັນລາຄາແພງໆໃຫ້ຜູ້ສາວມັນອີກ !
ເອົາລະເຮັດຈັ່ງໃດດີລະບາດນີ່ຢາກມີນໍາເຂົາແດ່....ຂ້ອຍກັ້ນໃຈຖາມມັນ” ມຶງໄປເອົາເງິນມາແຕ່ໄສຫຼາຍແທ້ຄືມີເງິນຊື້ນັ້ນຊື້ນີ້ ? “ ມັນຕອບວ່າ :
“ ກູກະມີວິທີ່ຂອງກູຄົນຫຼໍ່ຄືກູນີ້ມັນບໍ່ລໍາບາກດອກພໍ່ແມ່ກູກະບໍ່ເປືອງນໍາກູອີກ ! “
ຟັງຄໍາເວົ້າທີ່ວ່າພໍ່ແມ່ກູກະບໍ່ເປືອງນໍາກູອີກຊ່າງເປັນຄໍາເວົ້າທີ່ດູດີຢູ່ໄດ່ເນາະ ! ຂ້ອຍບອກມັນວ່າມື້ໃດມຶງໄປຫັ້ນອີກກູສິໄປນໍາມຶງ !
ຄວາມຄິດເລີ່ມໄຫຼເຂົ້າມາໃນຫົວ ເຮົາເປັນຜູ້ຊາຍສິມີຫຍັງເສຍຫວະເຂົາກະໄປຂາຍຕັ້ງຫຼາຍຄົນກະບໍ່ເຫັນສິເກີດຫຍັງຂຶ້ນເລີຍ ! ເອົາເລີຍ !
ແລະແລ້ວຂ້ອຍກໍ່ກັບມາທີ່ແຫ່ງນີ້ອີກເທື່ອໜຶ່ງຈົນໄດ້ ແຕ່ຄວາມຮູ້ສຶກຍັງຄົງເຂີນອາຍບໍ່ປ່ຽນຂ້ອຍໄດ້ນັ່ງລົມກັບເຈົ້າຂອງຮ້ານແລ້ວລາວກໍ່
ເວົ້າສິ່ງທີ່ກະຕຸ້ນຂ້ອຍວ່າ : “ ນ້ອງແນມໄປເບິ່ງຂ້າງໆນ້ອງແມ້ ບ່ອນນີ້ບໍ່ມີຄົນໜ້າຕາຂີ້ຮ້າຍມານັ່ງຂາຍດອກ !
ຂາຍໂຕມັນບໍ່ແມ່ນເລື່ອງແປກແລະກໍ່ບໍ່ແມ່ນວ່າໃຜສິສາມາດຂາຍໄດ້ຖ້າເຮົາຂາຍໄດ້ກໍ່ສະແດງວ່າເຮົາມີຄຸນຄ່າ ແລະ ກໍ່ເປັນທີ່
ຕ້ອງການຂອງຄົນອື່ນຕ່າງຝ່າຍຕ່າງໄດ້ແລ້ວກະຈົບ “ ຄໍາເວົ້ານັ້ນຟັງຢາກແຕ່ມັນກໍ່ໄດ້ຜົນກັບຂ້ອຍແມ່ນແລ້ວ ຂ້ອຍກະມີດີຄືກັນຂ້ອຍຫຼໍ່ຂ້ອຍເທ້ !ລູກຄ້າຄົນທໍາອິດເປັນກະເທີຍໄທ ເອົາເລີຍປ່ອຍໂຕຕາມສະບາຍແລ້ວກໍ່ບໍ່ມີຫຍັງເສຍຫາຍເງິນໃບພັນບາດປີວເຂົ້າຖົງຢ່າງສະບາຍ ໂອ້ !
ລືມບອກວ່າຮ້ານນີ້ບໍ່ເຄີຍມີຜູ້ຍິງແມ່ຮ້າງແມ່ໝ່າຍມາເຂົ້ານອກຈາກກະເທີຍກັບເກເຖົ້າໆ !ຂ້ອຍເສຍໝົດທຸກຢ່າງແລ້ວສິໃຫ້ເວົ້າແຈ້ງໆອີກກໍ່ຄື
ປະຕູຫຼັງຂອງຂ້ອຍໄປໝົດແລ້ວ ! ຂ້ອຍຍັງຄົງຫຼົງໃນໂຕເອງຕໍ່ໄປ ແລະ ຮູ້ສຶກດີທຸກຄັ້ງທີ່ໂຕເອງເປັນທີ່ສົນໃຈຂອງແຂກທີ່ເຂົ້າຮ້ານບາງທີ່
ແຂກເຂົ້າພ້ອມກັນແລ້ວເລືອກຂ້ອຍທັງສອງຄົນຂ້ອຍກໍ່ຕ້ອງເປັນຝ່າຍຕັດສິນໃຈເອງວ່າສິໄປກັບຜູ້ໃດ ຂ້ອຍຍິ່ງຮູ້ສຶກດີຂ້ອຍຕື່ມອີກ ! ນັບໄປນັບມາຂ້ອຍທຽວໄປທຽວມາທີ່ຮ້ານແຫ່ງນີ້ອາທິດລະເທື່ອເປັນເວລາສອງປີແລ້ວ ! ຈົນຂ້ອຍໃກ້ຈະຮຽນຈົບແລ້ວແລະກໍ່ບ້ານເມືອງກໍາລັງ
ມີການປະຊຸມຫຍັງກໍ່ບໍ່ຮູ້ຮ້ານເລີຍປິດໄປປະມານສອງເດືອນຂ້ອຍກໍ່ກໍາລັງຊອກບ່ອນຝຶກງານຢູ່ ຂ້ອຍກໍ່ເລີຍຕັດສິນໃຈຢຸດ ! ເງິນທີ່ໄດ້ມາມັນ
ຊ່າງງ່າຍເຫຼືອເກີນ ແລະກໍ່ໃຊ້ຢ່າງສະບາຍໝົດໄປຢ່າງງ່າຍເຊັ່ນດຽວກັນ !
ຕອນນີ້ຂ້ອຍເປັນຜູ້ໃຫ່ຍແລ້ວແລະຍັງຄົງໃຊ້ຊີວິດຢູ່ໃນເມືອງຫຼວງແຫ່ງນີ້ ! ກັບວຽກທີ່ຂ້ອຍຫາມາໄດ້ທີ່ບໍ່ລິສັດແຫ່ງໜຶ່ງ ແລະ ຂ້ອຍກໍ່ບັງເອີນໄດ້ໄປຕິດຕໍ່ພົວພັນກັບລູກຄ້າຂອງບໍ່ລິສັດທີ່ບັງເອີນລາວກໍ່ເຄີຍເປັນລູກຄ້າເກົ່າຂອງຂ້ອຍຄືກັນມັນຊ່າງອຶດອັດໃນຫົວໃຈເຫຼືອເກີນທີ່
ເຫັນສາຍຕາຄູ່ນັ້ນແນມມາດ້ວຍຄວາມຮູ້ສຶກໜ້າລັງກຽດແຕ່ຊີວິດຂອງຂ້ອຍກໍ່ຍັງຄົງດໍາເນີນຕໍ່ໄປຫ້ອງເຊົ່າກັບໝູ່ຄົນສະໜິດ ແລະ ທຸກຄືນທີ່ມີເວລານັ່ງຄິດຂ້ອຍກໍ່ຈະຄິດເຖິງເລື່ອງພວກນີ້ຢູ່ສະເໝີດ້ວຍຄວາມຮູ້ສຶກລະອາຍໃນຫົວໃຈ ແລະ ມັນຈະຕິດເປັນຈຸດສີດໍາຢູ່
ໃນຫົວໃຈຂອງຂ້ອຍແບບນີ້ໄປຮອດມື້ຕາຍຂອງຂ້ອຍ ຂ້ອຍຈະບໍ່ມີວັນກັບໄປທີ່ຮ້ານແຫ່ງນັ້ນອີກ ຂ້ອຍຂໍສາບານຕໍ່ພໍ່ແມ່ຂອງຂ້ອຍເລີຍ !
(ຄໍາສາລະພາບທີ່ສອງ : " ສິ່ງທີ່ເຫັນກັບສິ່ງທີ່ຂ້ອຍເປັນ ") ສະບັບຕໍ່ໄປ !