ຂຽນເມື່ອ: ສ.ຫ.. 23, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ພຣະສາດສະດາ ເຊິ່ງເປັນຜູ້ຕັດສະຮູ້ສັດຈະທຳ ພຣະອົງຊົງຄົ້ນພົບຄວາມຈິງອັນສູງສຸດ ແລະ ບໍ່ໄດ້ຊົງບັງຄັບໃດໃຫ້ເຊື່ອຢ່າງງົມງວາຍໃນຄຳສອນຂອງພຣະອົງ ຄວາມມີເຫດຜົນຂອງພຣະທຳຄຳສອນຂອງເພິ່ນ ຢູ່ທີ່ການເປີດໂອກາດໃຫ້ມີການສອບສວນຢ່າງຖີ່ຖ້ວນໃນທຸກຂັ້ນແຫ່ງວິຖີທາງໄປສູ່ການເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ເພື່ອທີ່ຈະເຂົ້າໃຈສະພາບແຫ່ງປະກົດການທັງປວງ ຈຳເປັນຕ້ອງອາໄສປັນຍາຍານກຳກັບຕະຫລອດສາຍ
ກາລະຄັ້ງໜຶ່ງພຣະສາດສະດາ ຊົງສັ່ງສອນຊາວກາລາມະ ເຖິງທ່າທີອັນເໝາະສົມກ່ຽວກັບຄວາມເຊື່ອທາງສາດສະໜາ ພຣະອົງໄດ້ກ່າວວ່າ
”ຢ່າເຊື່ອ ຫລື ຖືເອົາສິ່ງໃດໆພຽງການຟັງຕາມໆກັນມາ”
”ຢ່າເຊື່ອພຽງແຕ່ຖືສືບກັນມາ”
”ຢ່າເຊື່ອພຽງຂ່າວລື”
”ຢ່າເຊື່ອໂດຍອ້າງຕຳລາ”
”ຢ່າເຊື່ອໂດຍນຶກເດົາເອົາ”
”ຢ່າເຊື່ອໂດຍການຄາດຄະເນ”
”ຢ່າເຊື່ອພຽງຕຶກຕອງຄິດໄປຕາມອາການ”
”ຢ່າເຊື່ອພຽງເພາະກົງກັບຄວາມຄິດເຫັນຂອງຕົນ”
”ຢ່າເຊື່ອພຽງເພາະໜ້າເຊື່ອຖື”
”ຢ່າເຊື່ອພຽງເພາະວ່າສະມະນະ(ພຣະ)ຜູ້ນີ້ເປັນຄູຂອງເຮົາ”
ແລະແລ້ວ ພຣະສາດສະດາກໍ່ຊົງສອນຊາວກາລາມະຕໍ່ໄປ ໃຫ້ພິຈາລະນາທຸກສິ່ງດ້ວຍຕົນເອງຢ່າງຖີ່ຖ້ວນດັ່ງນີ້:
”ເມື່ອໃດທ່ານຮູ້ດ້ວຍຕົນເອງວ່າ ສິ່ງເຫລົ່ານີ້ບໍ່ດີ ນັກປາດຕິຕຽນ ເມື່ອຮັບໄວ້ ແລະ ປະຕິບັດແລ້ວ ຈະນຳໄປສູ່ໄພອັນຕະລາຍ ກໍ່ຈົ່ງສະຫລະຖິ້ມເສຍ ໃນທາງກົງກັນຂ້າມ ເມື່ອທ່ານຮູ້ດ້ວຍຕົນເອງວ່າ ສິ່ງເຫລົ່ານີ້ບໍ່ຖືກຕິຕຽນ ນັກປາດສັນລະເສີນ ເມື່ອຮັບເອົາໄວ້ ແລະ ປະຕິບັດແລ້ວ ຈະນຳໄປສູ່ປະໂຫຍດ ແລະ ຄວາມສຸກ ກໍ່ຈົ່ງຮັບໄວ້ປະຕິບັດເຖີດ”