 ຂຽນເມື່ອ: ມ.ສ.. 1, 2012
| ມີ
3 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ທັມມະ
- ທາງກາຍ ບໍ່ວ່າຈະ ຢືນ ຍ່າງ ນັ່ງ ນອນ ຫລື ປະກອບກິດຈະການໃດໆກໍຕາມ ກໍຢູ່ໃນການສຳລວມ ເມື່ອຢູ່ຕໍ່ໜ້າທ່ານ ຫລື ສັນຍາລັກຕົວທນຂອງທ່ານ ເຊັ່ນຮູບປັ້ນດພາຍຖ່າຍ
- ທາງວາຈາ ສັນລະເສີນ ຍ້ອງຍໍ ຄຸນງາມຄວາມດີຂອງທ່ານທັງຕໍ່ໜ້າແລະລັບຫລັງ ເຊັ່ນ: ການສູດມົນບູຊາພຣະຣັດຕະນະໄຕຣ ການນຳຄຸນງາມຄວາມດີຂອງທ່ານໄປສັນລະເສີນ ໆລໆ
- ທາງໃຈ ຕາມລະລຶກນຶກເຖິງຄຳສັ່ງສອນຂອງທ່ານ ດ້ວຍຄວາມເຄົາລົບ ແລະ ຊາບຊຶ້ງ
ປະເພດຂອງການບູຊາ - ອາມິດຊະບູຊາ ຄືການບູຊາດ້ວຍສິ່ງຂອງ ເຊັ່ນ: ລູກລະນຶກເຖິງຄຸນຂອງພໍ່ແມ່, ສິດລະນຶກເຖິງຄຸນຂອງຄູອາຈານ ຈິ່ງບູຊາດ້ວຍການນຳຊັບສິນ ເງິນຄຳ ເຄື່ອງໃຊ້ ໆລໆ ໄປມອບໃຫ້ເປັນຕົ້ນ ການບູຊາພຣະຣັດຕະນະໄຕຣດ້ວຍດອກໄມ້ ທູບທຽນ ກໍ່ຈັດເປັນອາມິດສະບູຊາເຊັ່ນກັນ
- ປະຕິບັດບູຊາ ຄືການບູຊາດ້ວຍການຕັ້ງໃຈ ປະພຶດປະຕິບັດຕາມຄຳສັ່ງສອນຕາມແບບຂອງທ່ານ ເຊັ່ນ: ພະຍາຍາມກຳຈັດຄວາມໂລບ, ຄວວາມໂກດ, ຄວາມຫລົງ ດ້ວຍການໃຫ້ທານ ຮັກສາສິນ ແລະ ຈະເລີນພາວະນາ ຕາມຄຳສັ່ງສອນຂອງທ່ານ ການປະຕິບັດບູຊານີ້ ຈັດເປັນ ການບູຊາສູງສຸດເພາະເປັນວິທີຈະເຮັດໃຫ້ ກາຍ ວາຈາ ແລະ ໃຈ ໃສສະອາດ ເປັນບັນດິດນຳທ່ານໄດ້ໂດຍໄວ
|