ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂໍໂທດເພື່ອນຜູ້ອ່ານຫລາຍໆ​ຕອນທີສອງ ຮູ້ສຶກວ່າຕົວຫນັງສືມີບັນຫາ ເພາະວ່າພິມຢູ່ເວີດໄວ້ແລ້ວກ໊ອບມາໃສ່ ກະເລີຍມາແກ້ໄຂໃຫມ່ຢູ່ຕອນທີສາມ. ທີ່ຈິງຢາກຂຽນລວດດຽວເລີຍແຕ່ຫົວຫນ້າມັກຢ່າງກາຍມາເບິ່ງຕະຫລອດ ມັນກະເລີຍໄດດ້ພັກໄວ້ເປັນຕອນເປັນຕອນ ແລະ ຂໍອະນຳໄພທຸກທ່ານທີ່ເຮັດໃຫ້ບໍ່ສະດວກອ່ານ.

ຕອນທີ 3

ແມ່ຕູ້ເອົານ້ຳເຢັນລູບຫົວໃຈແລ້ວຕອບວ່າ ເຈົ້າກະເປັນຄົນທຳອິດ ແລະຄົນສຸດດທ້າຍຂອງຂ້ອຍເທົ່ານັນ ບໍ່ມີໃຜດອກ !. ພໍ່ຕູ້ຄຳອ້າຍຍັງສືບຕໍ່ຊູຊີ : ເຈົ້າບໍ່ຕ້ອງອາຍຂ້ອຍ ເວົ້າມາໂລດ ຂ້ອຍຮັບໄດ້ຫມົດ ບໍ່ວ່າ ສາວງາມສາວຊ່າຄືເຈົ້າຊິບໍ່ມີຜູ້ບ່າວມາລົມ!. ແມ່ຕູ້ວາງເຂັມແລະໂສ້ງໄວ້ໃນຕັກ ແນມເບິ່ງຫນ້າຜົວຢ່າງບໍ່ພັບຕາ ເຫມືອນກຳລັງຊອກຫາສິ່ງທີ່ຄຸ້ຍເຄີຍ ທີ່ບໍ່ຮູ້ວ່າເສຍໄປຕອນໄດ. ແມ່ຕູ້ ຍັດຫມ້ຽງອົມໃສ່ຜົ້ງແກ້ມ ແລະ ປັດມື ໄລ່ແມງວັນຂຽວຄູ່ຫນຶ່ງທີ່ບິນກອດແອວກັນວົນວຽນຜ່ານຫນ້າຜ່ານຕາ ຄືຈັ່ງວ່າມັນກະຢາກຟັງເລື່ອງຂອງຊາວບ້ານຄືກັນ, ໃນໃຈແມ່ຕູ້ກະຄິດເຖິງອະດີດຂື້ນມາ ພາບຕິດພາບຕໍ່ ບະ! ເຮົາຢູ່ໃນໂອວາດຂອງພໍ່ແລະແມ່ມາຕະຫລອດ ຈົນມາພົບກັບຊາຍຮູບງາມຄົນຫນຶ່ງ ເຖິງວ່າຫມູ່ເພື່ອນຊິຊ່າວ່າລາວເປັນເສືອຜູ້ຍິງ ແຕ່ບິ່ງແລ້ວ ລາວກະຫນ້າຮັກ ເວົ້າມ່ວນ ແສງຕາຄົມຄາຍ ສົບຕາກັບລາວບາດໄດ ໂທ້ ! ຄ້າຍກັບວ່າລາວເຂົ້າໄປໃນໂຕເຮົາ ເຮັດໃຫ້ຫັນໃຈບໍ່ອີ່ມ ອອກຮ້ອນອອກລົນໄປທັງໂຕ ເຮັດຫຍັງກະບໍ່ຄ່ອງ ຈັບຫຍັງກະບໍ່ຖືກ ຂະຫນາດຫາບນ້ຳມາຮອດຊານແລ້ວ ເທລົງໄຫຍັງບໍ່ຖືກ ລາວໄດ້ຊ່ວຍໄປຕັກໃຫ້ໃຫມ່ ໂອຍ ມີຄວາມສຸກ ! ບາດລາວຫນີ ກະຄິດຮອດ ກິນບໍ່ແຊບ ກາງຄືນຂົ່ມຕານອນຢາກຝັນເຫັນຫນ້າ ກະບໍ່ຝັນຊ້ຳ ຕື່ນເຊົ້າມາ ໄດ້ແຕ່ລໍຖ້າໃຫ້ລາວກາຍທາງແລະ ມາແວ່ຫລີ້ນ. . .ແມ່ຕູ້ ໄຊ້ລີ້ນຍ້າຍຄຳຫມ້ຽງມາຜົ້ງແກ້ມອີກເບື້ອງຫນຶ່ງ ແລະ ຕັດສິນໃຈເລົ່າເຖິງເຫດການປະທັບໃຈຄັ້ງທຳອິດກັບຊາຍຄົນນັ້ນ : ຄັນຊິເວົ້າແທ້ກະມີຢູ່, ຊັ້ນໃຫ້ເຈົ້າຕັ້ງໃຈຟັງເດີ້! ຄືນຫນຶ່ງ ທີ່ລານເຂົ້າກາງທົ່ງນາ ເດືອນກະບໍ່ແຈ້ງປານໄດ ພໍເຊື່ອງຄວາມອາຍໄດ້ ລາວ ແລະ ຫມູ່ສອງຄົນ ໄດ້ມາຕີເຂົ້າຊ່ວຍ ບຶດຫນຶ່ງ ຫມູ່ລາວຊ້ຳພັດຊວນນ້ອງຊາຍຂ້ອຍໄປແກ່ຂຽດມາໄວ້ເອາະກິນຕອນເດິກ ຄືຊິແມ່ນລາວ ແລະ ຫມູ່ວາງແຜນໄວ້ລະ ເມື່ອໄດ້ຍິນເຂົາຊວນກັນໄປ ຂ້ອຍອອກຮ້ອນໄປທັງໂຕ ຖ້າເປັນກາງເວັນ ຫນ້າຂ້ອຍຄືຊິແດງປານຫມາກເຜັດສຸກພຸ້ນລະ ໃນໃຈຄິດຫ້າມນ້ອງຊາຍ ບາດເວົ້າອອກມາພັດວ່າ ໄປແມ້ບັກຫລ້າ ຟ້າວໄປຟ້າວມາເດີ້ ! ພໍຫມູ່ລາວແລະ ນ້ອງໄປແລ້ວ ກະຍັງເຫລືອແຕ່ລາວກັບຂ້ອຍ. ຂ້ອຍເລີ້ມມີອາການຊັ່ນເຊັນພ້າໃນມືທີ່ໄຊ້ຕັດຕອກມັດຮວງເຂົ້າ ກະຄືວ່າກຳແຫນ້ນຢູ່ ແຕ່ມັນພັດຫລຸດມືຟົ້ງໄປໃສ່ການ້ຳດັງ ຄະລ້າງ ! ບາດຫນຶ່ງ. ລາວຟ້າວຍ່າງມາຫາ ແລ້ວຖາມວ່າ ເປັນຫຍັງບໍ່? ຂ້ອຍພຶມພຳສຽງສັ່ນເຊັນວ່າ ບໍ່ເປັນຫຍັງ ມືຫລຸດພ້າການ້ຳຂ້ວມ ແລ້ວ ! ຢ່າເຂົ້າມາໄກ້ຂ້ອຍໄດອ້າຍອັນນີ້! ຂ້ອຍຫນີໄດ໋ ຂ້ອຍວ່າຊິແລນພ່າຍລາວ ແຕ່ປະກົດວ່າຂາຈັງແລະກຳລັງຊິລົ້ມລົງ ໄຄແຕ່ລາວແລ່ນມາທັນໂຊມອູ້ມເອົາຂ້ອຍໄວ້ ຂ້ອຍຖາມລາວວ່າ ເຈົ້າຊິເຮັດຫຍັງລາວບໍ່ປາກ ຂ້ອຍຄິດຢາກຕົບຫນ້າລາວ ແຕ່ມືທັງສອງຂ້າງປະຕິບັດຄຳສັ່ງແບບກົງກັນຂ້າມ ມັນຊ້ອນໄປດ້ານຫລັງຂອງລາວແລ້ວໂອບກອດຮອບແອວຂອງລາວໄວ້ ຂ້ອຍແມະຫົວ ແນບແກ້ມເບື້ອງຂົວໃສ່ຫນ້າເອິກທີ່ເຕັມໄປດ້ວຍກ້າມຊີ້ນ ຂອງຜູ້ຊາຍອົກສາມສອກ ແລ້ວຂ້ອຍກະບໍ່ຄິດເຖິງຫຍັງອີກ ນອກຈາກປ່ອຍໂຕ ຊຶມຊັບເອົາຄວາມສຸກ ທີ່ກຳລັງເຜົາຜານຮ້ອນແຮງໃນຮ່າງກາຍ ລາວອູ້ມເອົາຮ່າງກາຍ ທີ່ອ່ອນປວກປຽກຂອງຂ້ອງເຂົ້າໄປໃນຊຸ້ມເຟືອງ ແລ້ວຄ່ອຍໆແກະດຸມເສື້ອຫນໍ້ນິນທີ່ປົກຫຸ້ມຫນ້າເອິກອັນເຄັ່ງຕຶງ ເທື່ອລະດຸມ ຫົວໃຈຂ້ອຍເຕັ້ນແຮງ ເຫມືອນມັນຊິຈີກຫນ້າເອີກອັນອວບຂາວຂອງຂ້ອຍອອກມາຂ້າງນອກ. . .ຢຸດດຽວນີ້ ! ຕູ້ຄຳອ້າຍຫ້າມເມຍ ເພາະທົນຟັງຕໍ່ໄປບໍ່ໄດ້ ບໍ່ເຫມືອນຄຳສັນຍາທີ່ໄຫ້ໄວ້ກ່ອນຫນ້ານນັ້ນ. ລາວຄົວເອົາພ້າຟັນລົງກາງຕິບເຂົ້ານ້ອຍທີ່ຫາກໍ່ສານແລ້ວຄົມພ້າຫວິດຫົວແມງວັນຂຽວຄູ່ນັ້ນໄປພຽງມິນດຽວ ພວກມັນຟ້າວວາງຫລັງກັນ ແລ້ວບິນຕະເຫລີດໄປຄົນລະທາງສ່ວນຕິນເຂົ້າກາຍເປັນສອງປ່ຽງຟົ້ງໄປຄົນລະທາງແລ້ວຕູ້ກະໂວຍຂື້ນວ່າ ແມ່ນບັກໃດບັງອາດແທ້ ບອກຂ້ອຍມາດຽວນີ້ ຊິເອົາພ້າຍຳກະບານມັນ ຫຶ ! ແມ່ຕູ້ ທັງຕື່ນຕົກໃຈ ແຕ່ກະອົດຫົວບໍ່ໄດ້ ຊັດ ກັກ ກັກ ອອກມາ ຈົນຄຳຫມ້ຽງອົມຟົ້ງກະຈາຍອອກຈາກປາກເຕັມຫນ້າຕູ້ຄຳອ້າຍ ແມ່ຕູ້ຟ້າວຈັບເອົາໂສ້ງທີ່ຍັງຕາບບໍ່ແລ້ວໃນຕັກເຊັດຫນ້າໃຫ້ຜົວ ແລະເວົ້າຂື້ນວ່າ: ໂອ້ຍ! ຕູ້ເສຍເສັ້ນເອີ້ຍ ກະຊິແມ່ນໃຜອີກ ກະເຈົ້ານັນລະ ເຮັດໄດວ່າລືມ ! ! 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕອນທີ 2 :

ພໍ່ຄູ້ຄຳອ້າຍ ຍີ້ມຢ່າງອາລົມດີ ສົບຕາເມຍດ້ວຍແວວຕາທີ່ອ່ອນໂຍນ ຊຶ່ງດົນນານແລ້ວ ທີ່ແມ່ຕູ້ບໍ່ໄດ້ເຫັນແວວຕາແບບນີ້. ຕູ້ຄຳອ້າຍ ເວົ້ນຂື້ນວ່າ ເອີ້ ! ຂ້ອຍຄິດວ່າເຮົາບໍ່ຄວນມີຄວາມລັບຕໍ່ກັນ ມີຫຍັງກະສາລະພາບ ແລະ ອະໄພໃຫ້ກັນເລີຍຕອນເຮົາຍັງມີຊີວິດຫນີ້ ຊັນນ່າ ບາງທີ ຊາດຫນ້າອາດ​​ໄດ້ພົບກັນອີກ.

ແມ່ຕູ້ຄິດໃນໃຈວ່າ ຫຶ! ຖ້າຊາດດຫນ້າມີ ກູບໍ່ຂໍລົງໂທດຕົນເອັງດ້ວຍການຮ່ວມຊີວິດກັບຄົນຊົ່ວຫົວງູອີກດອກແຕ່ກະອົດຕອບໄປວ່າ : ເອີ້ ! ຄັນເຈົ້າຢາກເວົ້າເຈົ້າກະເວົ້າໂລດ ສ່ວນຂ້ອຍຄືຊິບໍ່ມີຫຍັງເວົ້າດອກ ຊິຂໍຟັງຢ່າງດຽວ !

ພໍ່ຕູ້ຕໍ່ກອນອີກວ່າ : ມັນເປັນເລື່ອງກ່ຽວຄວາມຮັກ, ຂອງແນວວ່າ ເປັນເສືອປະຈຳບ້ານ ເລື່ອງຜູ້ຍິງຂ້ອຍລະເຄີຍຜ່ານມາຫລາຍ ທັງຈື່ແດ່ ແລະ ບໍ່ຈື່ແດ່ກະມີ ຢູ່ບ້ານຂ້ອຍ ສາວຊຳຮານປານດຽວກັນ ລະແມ່ນລຽບລ້ອຍຫມົດລະ ຈົນບໍ່ກ້າຂື້ນເຮືອນສາວໄດອີກ ຢ້ານເຂົາຜິດກັນ ຈົນຍ້າຍບ່ອນຫາກິນ ມາທາງບ້ານເຈົ້າພີ້ລະ. ເຈົ້າຈື່ອີ່ແດງທ້າຍໃຫຍ່ຢູ່ບ້ານເຫນືອບໍ່? ຊົ່ວຊິໄດ້ນອນນຳມັນ ຫມົດໄກ່ຫລາຍໂຕ 

ບາດໄດ້ແລ້ວ ມັນພັດຕິດຂ້ອຍເອົາແທ້ເອົາວ່າ ຂະຫນາດດ່າມັນກະຍັງບໍ່ຄຽດ ຈົນຂ້ອຍຄວງອີ່ແພງຂາດ້ຽງໃສ່ມັນຕອນບຸນວັດ ມັນຈຶ່ງໃຈອອກ ຕ່າຍ! ອີ່ແພງ ຜູ້ບ່າວຕາບໍ່ເຖິງ ບໍ່ລົມມັນ ປາດຕິໂທ ຜິວພັນມັນກ້ຽງງາມປານໄຂ່ປອກ ລີລາກະດີ ເສຍແຕ່ຕອນຍ່າງ ແຕ່ຄັນບໍ່ສັງເກດຄັກໆ ກະບໍ່ເຫັນດອກ

ທຳອິດ ຂ້ອຍກະວ່າຊິເອົາມັນເຮັດເມຍແລ້ວ ຈົນໄດ້ມາພົບກັບເຈົາ ຂ້ອຍຈຶ່ງປຽນໃຈ. ຫລັງຈາກນັ້ນ ຂອຍກະບໍ່ໄດ້ໃສ່ໃຈຫລີ້ນພໍປານໄດ ຈື່ໄດ້ວ່າ ສອງຄົນສຸດທ້າຍ ກະແມ່ນອີ່ຈໍ້ຂ້າງເຮືອນເຮົາ ເບື້ອງໄຕ້ ແລະ ອີ່ລຽງທາງຫລັງບ້ານ ຜົວອີ່ ຈໍ້ ໄປເຮັດການຢູ່ໃນວຽງແລ້ວບໍ່ກັບ ມັນຫາຂ້ອຍໄປແປງຫລັງຄາຮົ່ວໃຫ້ ຕອນເຈົ້າໄປນອນຖ້າເກີດລູກຜູ້ຫລ້າຢູ່ໂຮງຫມໍ ແປງແລ້ວໆບົດເພງສະຫວາດກະເກີດ​​ຂື້ນ. ຫລັງຈາກນັ້ນ ຫລັງຄ່າມັນ ກະຮົ່ວດຸຮົ່ວດັນ ຈົນບັກກິຂີ້ເຫລົ້າມາລົມມັນໃນປີປີຕໍ່ມາພີ້ ຈຶ່ງເຊົາຮົ່ວ. ສ່ວນ ອີ່ລຽງ ຜົວວມັນກາຍເປັນເກ ໂຕນນຳອ້າຍບ່າວສ້າງທາງ ອີ່ນີ້ ໄຮ່ຫມາກແຕງມັນຢູ່ໄກ້ໄຮ່ເຮົາ, ມື້ຫນຶ່ງຂ້ອຍໄປໄຮ່ຄົນດຽວກະເຫັນມັນມາຊອກຢືມກັບໄຟ ປາດໂທ້ ! ມັນມາຊ່າງມາກວນໃຈເສືອຢູ່ກາງປ່າແທ້ ຂ້ອຍກະເລີຍກາງເລັບຄຸບເລີຍ ແລ້ວຫລັງຈາກນັນຂ້ອຍກະມັກມີຂໍ້ອ້າງໄປໄຮ່ຜູ້ດຽວຕະຫລອດ !. ແລ້ວເຈົາເດ້ ! ເຄີຍມີແຟນບໍ່ ກ່ອນພົບກັບຂ້ອຍ!.

ພັກໂຄສະນາ ແລະຫາລາຍລະອຽດຕື່ມ ພົບກັນໃຫມ່ ໃນຕອນທີ 3

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕອນທີ 1.

ກ້ອງຮົມຕົ້ນມ່ວງ ທີ່ມີໃບດົກຫນາຕົນຫນຶ່ງ ຕູ້ຄຳອ້າຍ ນັ່ງສານຕິບເຂົານ້ອຍເກືອບແລ້ວລະ ກຳລັງມ້ວນຂອບຝາມັນຢູ່, ສາຍລົມອົບເອົ້າຕອນບ່າຍສາມ ໄດ້ຫອບເອົາກິ່ນຫອມຂອງຮວງເຂົ້າດໍ ນາຕີນບ້ານຜ່ານເຂົາມາຮູດນ້ອຍຫນຶ່ງ. ຕູ້ຄຳອ້າຍ ຮິດຄວນຢາເສັ້ນເຂົ້າປອດຮູດໃຫຍ່ ແລ້ວຄ່ອຍໆປ່ອຍໃຫ້ຄວນຢາຫລຸຫລັ່ງອອກມາວົນວຽນກ້ຽວງ່ອນຜ່ານຮູດັງທີ່ມີຂົນສີຂາວດົກຊີ້ອອກມາຢ່າງບໍ່ເປັນລະບຽບ ເຮັດໃຫ້ແມງຫມີ່ກຸ່ມຫນຶ່ງ ກຳລັງບິນຕອມສ່ວນສົນໄກ້ຫາງຕາຂອງຕູ້ ແຕກວື້ນຫນີ ເພາະທົນກິ່ນຄວນຢາຂອງຕູ້ບໍ່ໄດ້ ທັນໄດນັ້ນ ແມງວັນຂຽວຄູ່ຫນຶ່ງທີ່ງອຍຫລັງກັນເພື່ອແພພັນໃສ່ຫມາກມ່ວງເນົ່າທີ່ລົ່ນຢາຍເດດຍລະດາດ ບິນເສຍຫລັກ ຕົກເປະລົງຕໍ່ຫນ້າຕໍ່ຕາຕູ້ ປານນັນມັນຍັງສືບຕໍ່ກອດຫລັງກັນແຫນ້ນ ທັງເຮັກຕາເລືອກລ໊ອກແລກແນມເບິ່ງຫນ້າຕູ້ ຄ້າຍໆກັບຢາກບອກວ່າ ຢ່າສຸຫຍຸ້ງເລື້ອງຊາວບ້ານ !. ສາຍຕາຂອງຕູ້ ລະຈາກຄູ່ແມງວັນ ແລ້ວຫລຽວເບິ່ງເມຍ ທີ່ກຳລັງນັ່ງຕາບໂສ້ງລົງນາຂອງຜູ້ເປັນຜົວຢູ່ກ້ອງຕະລ່າງເຮືອນດ້ວຍຄວາມເອົາໃຈໃສ່ຢູ່. ຕູ້ຄຳອ້າຍຄິດໃນໃຈວ່າ : ຕູ້ນີ້ ນັບຕັ້ງແຕ່ແຕ່ງງານກັນມາ ເຈົ້າລະຊ່າງ ເປັນເມຍ-ເປັນແມ່ເຮືອນທີ່ດີ ບໍ່ມີຫຍັງຂາດຕົກບົກຜ່ອງ ຫນັກເອົາ ເບົາສູ້ ຄຽງຂ້າງຂ້ອຍບໍ່ປະບໍ່ວາງ ລູກເຕົ້າ ເຈົ້າກະເປັນເຈົ້າການສັ່ງສອນເຂົາຈົນເຕີບໃຫຍ່ ເປັນເຮືອນເປັນຊານຫມົດທຸກຄົນ ໂອ້ ເຈົ້າຊ່າງປະເສີດແທ້ໆ. ຈາກນີ້ໄປ ຊີວິດຂອງສອງເຖົ້າເຮົາ ກະເຫມືອນໄມ້ໄກ້ຝັ່ງ ແຕ່ກ່ອນເຖິງວັນນັ້ນຂ້ອຍຢາກຂໍສາລະພາບຄວາມໃນໃຈ ທີ່ຂ້ອຍຄິດວ່າ ມັນບໍ່ສົມຄວນເກີດຂື້ນ ເພາະນັ້ນ ມັນແມ່ນການເອົາປຽບ ແລະ ຂົ່ມເຫັງນ້ຳໃຈຄົນທີ່ຕົນເອງຮັກ, ຄົນທີ່ຮັກເຮົາຢ່າງຫມົດໃຈ, ຄົນທີ່ລ້ຽງດູ ແລະ ສັ່ງສອນລູກຂອງເຮົາແບບ ເອົາຊີວິດແລກໄດ້ !.

ຕູ້ຄຳອ້າຍ ຖືເອົາຕິບເຂົານ້ອຍ ທີ່ຫາກໍ່ສານແລ້ວ ແລະ ຄວາມືຈັບເອົາພ້າງອມຄູ່ໃຈ ຢ່າງເຂົາກ້ອງຕະລ່າງ. ຕູ້ດຶງເອົາຕັ່ງຫວາຍມານັງ, ວາງພ້າ ແລະຕິບເຂົ້າລົງຂ້າງໆ ແລ້ວເລື່ມຕົ້ນໂອ້ລົມແມຍ.

ພໍ່ຕູ້ຄຳອ້າຍ : ເຖົ້າເອີ້ຍ ! ເຮົາກະເຫມືນໄມ້ໄກ້ຝັ່ງ ແຕ່ ກ່ອນຊິກັບບ້ານເກົ່າ ຂ້ອຍກະຢາກສາລະພາບບາງຢ່າງໃຫ້ເຈົ້າຟັງ ຂໍໃຫ້ເຈົ້າ ເຮັດໃຈກວ້າງເອົາໄວ້ເນີ້ ແນວໃດ ຂ້ອຍກະຂໍໂທດມັນຜ່ານມາແລ້ວ ແລະ ຫວັງວ່າເຈົ້າຈະບໍ່ຖືສາເສືອເຖົ້າ ທີ່ສຳນຶກຜິດແລ້ວໂຕນີ້ !

ແມ່ຕູ້ ເງີຍຫນ້າຂື້ນເບິ່ງຜົວ ເຮັດຄີ້ວສົນເຂົ້າກັນ ແລ້ວເວົ້າວ່າ : ແມ່ນອີ່ຫຍັງຕູ້ນີ້ ເຈົ້າເມົາຢາຫວະ ຄືເວົ້າມ່ວນປານພະເອກຫມໍລຳແທ້ !

ພັກໂຄສະນາກ່ອນ ໂປດຕິດຕາມຕອນຕໍ່ໄປ ອິ ອິ !

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ວານ ກະລັກໄປໄດ້ຍິນການສົນທະນາເຖິງ ເລື່ອງ ສາມດີ ສອງຫນ້າທີ່ ຂອງແມ່ຍິງລາວ

ແຕ່ພັດມີລາຍຫນຶ່ງ ສະເຫນີ ເຖິງ 3 ດີຂອງເພດຊາຍວ່າ :

ດີທີ 1 ຄື : ດີບໍ່ເຫີນຫ່າງ

ດີທີ 2 ຄື : ດີທີ່ຫູ

ດິທີ 3 ຄື : ດີຕອນເຊົ້າ

ທັງ 3 ຂໍ້ນີ້ ມີການອະທິບາຍແບບແປກໆຫລາຍປະການ ແຕ່ພໍສະຫລູບໄດ້ດັ່ງນີ້ :

ດີຂໍ້ທີ 1 ຄື : ບໍ່ໃຫ້ຫ່າງເຫີນຈາກຄອບຄົວ !

ດີຂໍ້ທີ 2 ຄື: ຟັງຄຳປຶກສາຫາລື ແລະ ແນະນຳ ຂອງຄົນໃນຄອບຄົວເປັນປະຈຳ !

ດີຂໍ້ທີ 3 ຄື : ຕື່ນເດິກລຸກເຊົ້າ ອອກກຳລັງກາຍສະຫມຳ່ສະເຫມີ ເປັນແບບຢ່າງໃນການດຳລົງຊີວິດ ແລະ ເຮັດວຽກ ໃນຄອບຄົວ!

ສ່ວນການຕີຄວາມໄປ ແບບມ່ວນໆ ກະມີ ແຕ່ຈື່ບໍ່ໄດ້ຊ້ຳ ໃຜຮູ້ບອກແດ່ເດີ້ !

(ຂໍອະໄພຖ້າຫາກມີເນື້ອໃນຊ້ຳກັນ ! )