ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕອນທີ 1.

ກ້ອງຮົມຕົ້ນມ່ວງ ທີ່ມີໃບດົກຫນາຕົນຫນຶ່ງ ຕູ້ຄຳອ້າຍ ນັ່ງສານຕິບເຂົານ້ອຍເກືອບແລ້ວລະ ກຳລັງມ້ວນຂອບຝາມັນຢູ່, ສາຍລົມອົບເອົ້າຕອນບ່າຍສາມ ໄດ້ຫອບເອົາກິ່ນຫອມຂອງຮວງເຂົ້າດໍ ນາຕີນບ້ານຜ່ານເຂົາມາຮູດນ້ອຍຫນຶ່ງ. ຕູ້ຄຳອ້າຍ ຮິດຄວນຢາເສັ້ນເຂົ້າປອດຮູດໃຫຍ່ ແລ້ວຄ່ອຍໆປ່ອຍໃຫ້ຄວນຢາຫລຸຫລັ່ງອອກມາວົນວຽນກ້ຽວງ່ອນຜ່ານຮູດັງທີ່ມີຂົນສີຂາວດົກຊີ້ອອກມາຢ່າງບໍ່ເປັນລະບຽບ ເຮັດໃຫ້ແມງຫມີ່ກຸ່ມຫນຶ່ງ ກຳລັງບິນຕອມສ່ວນສົນໄກ້ຫາງຕາຂອງຕູ້ ແຕກວື້ນຫນີ ເພາະທົນກິ່ນຄວນຢາຂອງຕູ້ບໍ່ໄດ້ ທັນໄດນັ້ນ ແມງວັນຂຽວຄູ່ຫນຶ່ງທີ່ງອຍຫລັງກັນເພື່ອແພພັນໃສ່ຫມາກມ່ວງເນົ່າທີ່ລົ່ນຢາຍເດດຍລະດາດ ບິນເສຍຫລັກ ຕົກເປະລົງຕໍ່ຫນ້າຕໍ່ຕາຕູ້ ປານນັນມັນຍັງສືບຕໍ່ກອດຫລັງກັນແຫນ້ນ ທັງເຮັກຕາເລືອກລ໊ອກແລກແນມເບິ່ງຫນ້າຕູ້ ຄ້າຍໆກັບຢາກບອກວ່າ ຢ່າສຸຫຍຸ້ງເລື້ອງຊາວບ້ານ !. ສາຍຕາຂອງຕູ້ ລະຈາກຄູ່ແມງວັນ ແລ້ວຫລຽວເບິ່ງເມຍ ທີ່ກຳລັງນັ່ງຕາບໂສ້ງລົງນາຂອງຜູ້ເປັນຜົວຢູ່ກ້ອງຕະລ່າງເຮືອນດ້ວຍຄວາມເອົາໃຈໃສ່ຢູ່. ຕູ້ຄຳອ້າຍຄິດໃນໃຈວ່າ : ຕູ້ນີ້ ນັບຕັ້ງແຕ່ແຕ່ງງານກັນມາ ເຈົ້າລະຊ່າງ ເປັນເມຍ-ເປັນແມ່ເຮືອນທີ່ດີ ບໍ່ມີຫຍັງຂາດຕົກບົກຜ່ອງ ຫນັກເອົາ ເບົາສູ້ ຄຽງຂ້າງຂ້ອຍບໍ່ປະບໍ່ວາງ ລູກເຕົ້າ ເຈົ້າກະເປັນເຈົ້າການສັ່ງສອນເຂົາຈົນເຕີບໃຫຍ່ ເປັນເຮືອນເປັນຊານຫມົດທຸກຄົນ ໂອ້ ເຈົ້າຊ່າງປະເສີດແທ້ໆ. ຈາກນີ້ໄປ ຊີວິດຂອງສອງເຖົ້າເຮົາ ກະເຫມືອນໄມ້ໄກ້ຝັ່ງ ແຕ່ກ່ອນເຖິງວັນນັ້ນຂ້ອຍຢາກຂໍສາລະພາບຄວາມໃນໃຈ ທີ່ຂ້ອຍຄິດວ່າ ມັນບໍ່ສົມຄວນເກີດຂື້ນ ເພາະນັ້ນ ມັນແມ່ນການເອົາປຽບ ແລະ ຂົ່ມເຫັງນ້ຳໃຈຄົນທີ່ຕົນເອງຮັກ, ຄົນທີ່ຮັກເຮົາຢ່າງຫມົດໃຈ, ຄົນທີ່ລ້ຽງດູ ແລະ ສັ່ງສອນລູກຂອງເຮົາແບບ ເອົາຊີວິດແລກໄດ້ !.

ຕູ້ຄຳອ້າຍ ຖືເອົາຕິບເຂົານ້ອຍ ທີ່ຫາກໍ່ສານແລ້ວ ແລະ ຄວາມືຈັບເອົາພ້າງອມຄູ່ໃຈ ຢ່າງເຂົາກ້ອງຕະລ່າງ. ຕູ້ດຶງເອົາຕັ່ງຫວາຍມານັງ, ວາງພ້າ ແລະຕິບເຂົ້າລົງຂ້າງໆ ແລ້ວເລື່ມຕົ້ນໂອ້ລົມແມຍ.

ພໍ່ຕູ້ຄຳອ້າຍ : ເຖົ້າເອີ້ຍ ! ເຮົາກະເຫມືນໄມ້ໄກ້ຝັ່ງ ແຕ່ ກ່ອນຊິກັບບ້ານເກົ່າ ຂ້ອຍກະຢາກສາລະພາບບາງຢ່າງໃຫ້ເຈົ້າຟັງ ຂໍໃຫ້ເຈົ້າ ເຮັດໃຈກວ້າງເອົາໄວ້ເນີ້ ແນວໃດ ຂ້ອຍກະຂໍໂທດມັນຜ່ານມາແລ້ວ ແລະ ຫວັງວ່າເຈົ້າຈະບໍ່ຖືສາເສືອເຖົ້າ ທີ່ສຳນຶກຜິດແລ້ວໂຕນີ້ !

ແມ່ຕູ້ ເງີຍຫນ້າຂື້ນເບິ່ງຜົວ ເຮັດຄີ້ວສົນເຂົ້າກັນ ແລ້ວເວົ້າວ່າ : ແມ່ນອີ່ຫຍັງຕູ້ນີ້ ເຈົ້າເມົາຢາຫວະ ຄືເວົ້າມ່ວນປານພະເອກຫມໍລຳແທ້ !

ພັກໂຄສະນາກ່ອນ ໂປດຕິດຕາມຕອນຕໍ່ໄປ ອິ ອິ !

Delicious Digg Fark Twitter