ຂຽນເມື່ອ: ກ.ພ.. 11, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ຂໍໂທດເພື່ອນຜູ້ອ່ານຫລາຍໆຕອນທີສອງ ຮູ້ສຶກວ່າຕົວຫນັງສືມີບັນຫາ ເພາະວ່າພິມຢູ່ເວີດໄວ້ແລ້ວກ໊ອບມາໃສ່ ກະເລີຍມາແກ້ໄຂໃຫມ່ຢູ່ຕອນທີສາມ. ທີ່ຈິງຢາກຂຽນລວດດຽວເລີຍແຕ່ຫົວຫນ້າມັກຢ່າງກາຍມາເບິ່ງຕະຫລອດ ມັນກະເລີຍໄດດ້ພັກໄວ້ເປັນຕອນເປັນຕອນ ແລະ ຂໍອະນຳໄພທຸກທ່ານທີ່ເຮັດໃຫ້ບໍ່ສະດວກອ່ານ.
ຕອນທີ 3
ແມ່ຕູ້ເອົານ້ຳເຢັນລູບຫົວໃຈແລ້ວຕອບວ່າ ເຈົ້າກະເປັນຄົນທຳອິດ ແລະຄົນສຸດດທ້າຍຂອງຂ້ອຍເທົ່ານັນ ບໍ່ມີໃຜດອກ !. ພໍ່ຕູ້ຄຳອ້າຍຍັງສືບຕໍ່ຊູຊີ : ເຈົ້າບໍ່ຕ້ອງອາຍຂ້ອຍ ເວົ້າມາໂລດ ຂ້ອຍຮັບໄດ້ຫມົດ ບໍ່ວ່າ ສາວງາມສາວຊ່າຄືເຈົ້າຊິບໍ່ມີຜູ້ບ່າວມາລົມ!. ແມ່ຕູ້ວາງເຂັມແລະໂສ້ງໄວ້ໃນຕັກ ແນມເບິ່ງຫນ້າຜົວຢ່າງບໍ່ພັບຕາ ເຫມືອນກຳລັງຊອກຫາສິ່ງທີ່ຄຸ້ຍເຄີຍ ທີ່ບໍ່ຮູ້ວ່າເສຍໄປຕອນໄດ. ແມ່ຕູ້ ຍັດຫມ້ຽງອົມໃສ່ຜົ້ງແກ້ມ ແລະ ປັດມື ໄລ່ແມງວັນຂຽວຄູ່ຫນຶ່ງທີ່ບິນກອດແອວກັນວົນວຽນຜ່ານຫນ້າຜ່ານຕາ ຄືຈັ່ງວ່າມັນກະຢາກຟັງເລື່ອງຂອງຊາວບ້ານຄືກັນ, ໃນໃຈແມ່ຕູ້ກະຄິດເຖິງອະດີດຂື້ນມາ ພາບຕິດພາບຕໍ່ ບະ! ເຮົາຢູ່ໃນໂອວາດຂອງພໍ່ແລະແມ່ມາຕະຫລອດ ຈົນມາພົບກັບຊາຍຮູບງາມຄົນຫນຶ່ງ ເຖິງວ່າຫມູ່ເພື່ອນຊິຊ່າວ່າລາວເປັນເສືອຜູ້ຍິງ ແຕ່ບິ່ງແລ້ວ ລາວກະຫນ້າຮັກ ເວົ້າມ່ວນ ແສງຕາຄົມຄາຍ ສົບຕາກັບລາວບາດໄດ ໂທ້ ! ຄ້າຍກັບວ່າລາວເຂົ້າໄປໃນໂຕເຮົາ ເຮັດໃຫ້ຫັນໃຈບໍ່ອີ່ມ ອອກຮ້ອນອອກລົນໄປທັງໂຕ ເຮັດຫຍັງກະບໍ່ຄ່ອງ ຈັບຫຍັງກະບໍ່ຖືກ ຂະຫນາດຫາບນ້ຳມາຮອດຊານແລ້ວ ເທລົງໄຫຍັງບໍ່ຖືກ ລາວໄດ້ຊ່ວຍໄປຕັກໃຫ້ໃຫມ່ ໂອຍ ມີຄວາມສຸກ ! ບາດລາວຫນີ ກະຄິດຮອດ ກິນບໍ່ແຊບ ກາງຄືນຂົ່ມຕານອນຢາກຝັນເຫັນຫນ້າ ກະບໍ່ຝັນຊ້ຳ ຕື່ນເຊົ້າມາ ໄດ້ແຕ່ລໍຖ້າໃຫ້ລາວກາຍທາງແລະ ມາແວ່ຫລີ້ນ. . .ແມ່ຕູ້ ໄຊ້ລີ້ນຍ້າຍຄຳຫມ້ຽງມາຜົ້ງແກ້ມອີກເບື້ອງຫນຶ່ງ ແລະ ຕັດສິນໃຈເລົ່າເຖິງເຫດການປະທັບໃຈຄັ້ງທຳອິດກັບຊາຍຄົນນັ້ນ : ຄັນຊິເວົ້າແທ້ກະມີຢູ່, ຊັ້ນໃຫ້ເຈົ້າຕັ້ງໃຈຟັງເດີ້! ຄືນຫນຶ່ງ ທີ່ລານເຂົ້າກາງທົ່ງນາ ເດືອນກະບໍ່ແຈ້ງປານໄດ ພໍເຊື່ອງຄວາມອາຍໄດ້ ລາວ ແລະ ຫມູ່ສອງຄົນ ໄດ້ມາຕີເຂົ້າຊ່ວຍ ບຶດຫນຶ່ງ ຫມູ່ລາວຊ້ຳພັດຊວນນ້ອງຊາຍຂ້ອຍໄປແກ່ຂຽດມາໄວ້ເອາະກິນຕອນເດິກ ຄືຊິແມ່ນລາວ ແລະ ຫມູ່ວາງແຜນໄວ້ລະ ເມື່ອໄດ້ຍິນເຂົາຊວນກັນໄປ ຂ້ອຍອອກຮ້ອນໄປທັງໂຕ ຖ້າເປັນກາງເວັນ ຫນ້າຂ້ອຍຄືຊິແດງປານຫມາກເຜັດສຸກພຸ້ນລະ ໃນໃຈຄິດຫ້າມນ້ອງຊາຍ ບາດເວົ້າອອກມາພັດວ່າ ໄປແມ້ບັກຫລ້າ ຟ້າວໄປຟ້າວມາເດີ້ ! ພໍຫມູ່ລາວແລະ ນ້ອງໄປແລ້ວ ກະຍັງເຫລືອແຕ່ລາວກັບຂ້ອຍ. ຂ້ອຍເລີ້ມມີອາການຊັ່ນເຊັນພ້າໃນມືທີ່ໄຊ້ຕັດຕອກມັດຮວງເຂົ້າ ກະຄືວ່າກຳແຫນ້ນຢູ່ ແຕ່ມັນພັດຫລຸດມືຟົ້ງໄປໃສ່ການ້ຳດັງ ຄະລ້າງ ! ບາດຫນຶ່ງ. ລາວຟ້າວຍ່າງມາຫາ ແລ້ວຖາມວ່າ ເປັນຫຍັງບໍ່? ຂ້ອຍພຶມພຳສຽງສັ່ນເຊັນວ່າ ບໍ່ເປັນຫຍັງ ມືຫລຸດພ້າການ້ຳຂ້ວມ ແລ້ວ ! ຢ່າເຂົ້າມາໄກ້ຂ້ອຍໄດອ້າຍອັນນີ້! ຂ້ອຍຫນີໄດ໋ ຂ້ອຍວ່າຊິແລນພ່າຍລາວ ແຕ່ປະກົດວ່າຂາຈັງແລະກຳລັງຊິລົ້ມລົງ ໄຄແຕ່ລາວແລ່ນມາທັນໂຊມອູ້ມເອົາຂ້ອຍໄວ້ ຂ້ອຍຖາມລາວວ່າ ເຈົ້າຊິເຮັດຫຍັງລາວບໍ່ປາກ ຂ້ອຍຄິດຢາກຕົບຫນ້າລາວ ແຕ່ມືທັງສອງຂ້າງປະຕິບັດຄຳສັ່ງແບບກົງກັນຂ້າມ ມັນຊ້ອນໄປດ້ານຫລັງຂອງລາວແລ້ວໂອບກອດຮອບແອວຂອງລາວໄວ້ ຂ້ອຍແມະຫົວ ແນບແກ້ມເບື້ອງຂົວໃສ່ຫນ້າເອິກທີ່ເຕັມໄປດ້ວຍກ້າມຊີ້ນ ຂອງຜູ້ຊາຍອົກສາມສອກ ແລ້ວຂ້ອຍກະບໍ່ຄິດເຖິງຫຍັງອີກ ນອກຈາກປ່ອຍໂຕ ຊຶມຊັບເອົາຄວາມສຸກ ທີ່ກຳລັງເຜົາຜານຮ້ອນແຮງໃນຮ່າງກາຍ ລາວອູ້ມເອົາຮ່າງກາຍ ທີ່ອ່ອນປວກປຽກຂອງຂ້ອງເຂົ້າໄປໃນຊຸ້ມເຟືອງ ແລ້ວຄ່ອຍໆແກະດຸມເສື້ອຫນໍ້ນິນທີ່ປົກຫຸ້ມຫນ້າເອິກອັນເຄັ່ງຕຶງ ເທື່ອລະດຸມ ຫົວໃຈຂ້ອຍເຕັ້ນແຮງ ເຫມືອນມັນຊິຈີກຫນ້າເອີກອັນອວບຂາວຂອງຂ້ອຍອອກມາຂ້າງນອກ. . .ຢຸດດຽວນີ້ ! ຕູ້ຄຳອ້າຍຫ້າມເມຍ ເພາະທົນຟັງຕໍ່ໄປບໍ່ໄດ້ ບໍ່ເຫມືອນຄຳສັນຍາທີ່ໄຫ້ໄວ້ກ່ອນຫນ້ານນັ້ນ. ລາວຄົວເອົາພ້າຟັນລົງກາງຕິບເຂົ້ານ້ອຍທີ່ຫາກໍ່ສານແລ້ວຄົມພ້າຫວິດຫົວແມງວັນຂຽວຄູ່ນັ້ນໄປພຽງມິນດຽວ ພວກມັນຟ້າວວາງຫລັງກັນ ແລ້ວບິນຕະເຫລີດໄປຄົນລະທາງສ່ວນຕິນເຂົ້າກາຍເປັນສອງປ່ຽງຟົ້ງໄປຄົນລະທາງແລ້ວຕູ້ກະໂວຍຂື້ນວ່າ ແມ່ນບັກໃດບັງອາດແທ້ ບອກຂ້ອຍມາດຽວນີ້ ຊິເອົາພ້າຍຳກະບານມັນ ຫຶ ! ແມ່ຕູ້ ທັງຕື່ນຕົກໃຈ ແຕ່ກະອົດຫົວບໍ່ໄດ້ ຊັດ ກັກ ກັກ ອອກມາ ຈົນຄຳຫມ້ຽງອົມຟົ້ງກະຈາຍອອກຈາກປາກເຕັມຫນ້າຕູ້ຄຳອ້າຍ ແມ່ຕູ້ຟ້າວຈັບເອົາໂສ້ງທີ່ຍັງຕາບບໍ່ແລ້ວໃນຕັກເຊັດຫນ້າໃຫ້ຜົວ ແລະເວົ້າຂື້ນວ່າ: ໂອ້ຍ! ຕູ້ເສຍເສັ້ນເອີ້ຍ ກະຊິແມ່ນໃຜອີກ ກະເຈົ້ານັນລະ ເຮັດໄດວ່າລືມ ! !