ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

ພາສາ ຄາຣາໂອເກະ ມີຄວາມຈຳເປັນບໍ່ໃນຊີວິດປະຈຳວັນ ?

ເຊື່ອແນ່ວ່າ ບໍ່ໄດ້ມີຄວາມຈຳເປັນເລີຍ. ໃນເຄື່ອງມືສື່ສານ ບໍ່ລິສັດໃຫຍ່ ທີ່ແຄຄົນລາວ ພາສາລາວ ກໍໄດ້ພັດທະນາໃຫ້ໃຊ້ພາສາລາວໄດ້ແລ້ວ (ຂໍຂອບໃຈນຳພວກເພິ່ນທີ່ກະລຸນາ)

ແຕ່ປານນັ້ນ ກະຍັງມີການເຫີ່ນຳເຄື່ອງໃຊ້ລາຄາສູງ ທີ່ບໍ່ສົນໃຈພາສາລາວບໍ່ແຄຄົນລາວ ແລະ ພາກັນໃຊ້ພາສາຄາຣາໂອເກະແທນ ໂດຍບໍ່ໄດ້ຄຳນຶງວ່າ

ເມື່ອກ່ອນ ບັນພະບຸລຸດລາວເຄີຍຕໍ່ຕ້ານພວກຈັກກະພັດທີ່ພະຍາຍາມຫັນເອົາອັກສອນຕ່າງປະເທດ ມາໃຊ້ແທນອັກສອນລາວ ເຫມືອນເພື່ອນບ້ານ.

ມາເຖິງປະຈຸບັນ ບັນດາທ່ານເຫລົ່ານັ້ນກັບຖືກທໍລະຍົດ ໂດຍລູກຫລານຂອງຕົນເອັງ ທີ່ເກີດ ແລະ ເຕີບໃຫຍ່ໃນດີນແດນທີ່ຕົນເອັງລັ່ງເລືອດປົກປັກຮັກສາໄວ້ໃຫ້

ດ້ວຍການນິຍົມໃຊ້ອັກສອນຕ່າງຊາດຂຽນພາສາລາວ ຢ່າງອອກຫນ້າອອກຕາ ແລະ ຍັງຄົ້ນຄວ້າພັດທະນາຕື່ມອີກວ່າ ໂຕ ງໍ ຕອງຂຽນແນວໃດ ສະຫລະ ເອີ ຂຽນແບບໃດ , 

ຈັກນ່ອຍ ກະຊິຊອກຫາ ກຸບ ແລະ ໃມ້ເນັ້ນສຽງມາໃສ່ຕື່ມອີກ .....ຟ້າເອີຍ ! ບໍ່ຢາກວາດພາບເຫັນ.

ຈົ່ງຢຸດເຖິດ ພີ່ນ້ອງລາວ ແລະ ບອກລູກຫລານຂອງເຮົາ ຜູ້ທີ່ຍັງບໍ່ເຂົ້າໃຈ 'ໃຫ້ຮູ້ແຈ້ງເຫັນຈິງ' ດັ່ງຄຳສັ່ງສອນຂອງເຈົ້າຟ້າງຸ່ມນັ້ນແລ.

ຂຽນພາສາລາວ ຕ້ອງໃຊ້ອັກສອນລາວ 

ຂໍຝາກຝັງມາຍັງພີ່ນ້ອງພັນລາວທຸກທ່ານ .ດ້ວຍຄວາມຮັກແພງ

(ແລະ ຂອບໃຈເວັບພັນລາວ ທີ່ສະຫນັບສະຫນູນໃຫ້ໃຊ້ພາສາລາວ)

 

 

Delicious Digg Fark Twitter