ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

 ນ້ຳດື່ມທີ່ດີຕໍ່ສຸຂະພາບຂອງຄົນສ່ວນຫລາຍ.

      ນ້ຳດື່ມທີ່ດີຕ້ອງມີຄຸນລັກຊະນະດັ່ງນີ້:

1. ປະສະຈາກຝຸ່ນລະອອງແລະ ສີສັນຕ່າງໆ ສັງເກດໄດ້ດ້ວຍຕາເປົ່າວ່າໄສດີ.

2. ຕ້ອງປະສະຈາກເຊື້ອພະຍາດເຊັ່ນ ອີໂກລາຍ, ​ແບັດເຕີເຣຍແລະ ຈຸລິນຊີບາງຊະນິດ.

3. ຕ້ອງມີແຮ່ທາດຈຳພວກແຄວຊຽມ Ca, ​ແມກນີຊຽມ Mg, ​ໂຊດດຽມ Na, ​ໂປຕາສຊຽມ K, ​ເປັນຕົນໃນປະລິມານສົມຄວນ ຄື ລວມແຮ່ທາດລະລາຍທັງຫມົດ TDS > 20ppm ຂື້ນໄປແລະ ລົດຊາດ ຕ້ອງຖືກປາກ ຂອງໃຜມັນ.

4. ຄວາມເປັນກົດແລະ ດ່າງ ຕ້ອງດູນດ່ຽງກັນ ຄື PH = 7. ຖ້ານ້ຳມີພາວະເປັນກົດ ຄື PH <7 ​ເຮົາຈະຮູ້ສຶກວ່າ ນ້ຳມີລົດສົ້ມແລະ ຍີ່ງຕໍ່າ ຍິ່ງສົ້ມຂື້ນແບບນີ້ ບໍ່ຄວນດື່ມເພາະຈະເຮັດໃຫ້ ສົບແຫ້ງແລະແຕກເຫີ, ​ແລະ ມັກມີອາການຮ້ອນໃນຕະຫລອດ. ຖ້າວ່ານ້ຳມີພາວະເປັນດ່າງສູງ ຄື PH > 7,5 ນ້ຳຈະມີລົດຝາດໆ  ບໍ່ແຊບ. ນ້ຳແຮ່ທາດເຂັ້ມຂູ້ນບາງຊະນິດ PH = 8 ກະມີ ຊຶ່ງຜູ້ດື່ມສ່ວນຫລາຍຢູ່​ປະ​ເທດ​ຈະ​ເລີ​ນແມ່ນຖືກສັ່ງໃຫ້ດື່ມໂດຍແພດປະຈຳຕົວໃນໄລຍະໄດຫນຶ່ງເທົ່ານັ້ນ.

5. ບັນຈຸໃນຂວດໄສ ຫນຽວນຸ້ມເວລາຈັບບາຍ (ຫມາຍເຖີງຂວດທີ່ໃຊ້ປະລາສຕິກເກດດີ)

6. ຄວນດື່ມພາຍໃນ 6 ​ເດືອນຈາກມື້ຜະລິດ ສຳລັບຊະນິດຂວດ. ສ່ວນເປັນຕຸກ 18 ຫລື 20 ລິດ ຄວນດື່ມພາຍໃນ 4 ອາທິດ ຫລັງການຜະລິດ.

7. ​ແລະ ສຳຄັນ​ທີ່​ສຸດ ນ້ຳ​ດຶ່ມຕ້ອງ​​ໄດ້​ຮັບ ອຢ ​​ໂດຍ​ພື້ນຖານ ແລະ ຖ້າ​ໃຫ້​ມີ​ຄວາມ​ປອດ​ໄພ​ສູງ ຕ້ອງ​ໄດ້​ຮັບ GMP ຕື່ມ. ປະຈຸ​ບັນ ​ໂຮງງານ​ນ້ຳ​ດື່ມ​ໃນ​ນະຄອນຫລວງ​ມີ ປະມານ 170 ​ແຫ່ງ ຕໍ່​ທະບຽນ​ ອຢ ​ໄດ້ພຽງ​ເຄີ່ງ​ດຽວ​ເທົ່າ​ນັ້ນ(ຈາກສະມາຄົມ​ນ້ຳ​ດື່ມ​ນະຄອນຫລວງ ສົກ 2012-2013).

Delicious Digg Fark Twitter