ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຜູ້ຈະເລີນເມຕຕາ ຍ່ອມແຄ້ວ ຄາດຈາກໄພພິບັດນາໆປະການ ດັ່ງໃນບາລີເມຕຕາສູດວ່າ ຜູ້ມີເມຕຕາຍ່ອມໄດ້ອານິສົງສ໌ ໑໑ ປະການຄື:

    ໑. ຫລັບເປັນສຸກ
    ໒. ຕື່ນເປັນສຸກ
    ໓. ບໍ່ຝັນຮ້າຍ
    ໔. ເປັນທີ່ຮັກແພງຂອງຄົນທັງຫລາຍ
    ໕. ເປັນທີ່ຮັກແພງຂອງສັດທັງຫລາຍ(ອະມະນຸດ)
    ໖. ຄວາມດີຍ່ອມຕາມຮັກສາ(ເທວະດາ)
    ໗. ບໍ່ຖືກທຳຮ້າຍດວ້ຍຢາພິດ ຫລືສາດຕາອາວຸດຕ່າງໆ
    ໘. ມີຈິຕໃຈສະຫງົບໄດ້ໄວ(ເມື່ອຝຶກສະມາທິ)
    ໙. ມີໜ້າຕາອັນຜ່ອງໃສ
    ໑໐. ເມື່ອຈະຕາຍ ບໍ່ລະເມີເພີ້ໄຫລ(ຕາຍຢ່າງສະຫງົບ ແລະ ມີສະຕິ)
    ໑໑. ຈັກໄດ້ເຂົ້າເຖິງທີ່ປະເສີດ(ພຣັມມະໂລກາ)

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ ກິເລສ ອ່ານອອກສຽງ ກິເຫຼດ ມາຈາກພາສາປາລີ ກິເລສະ . ສະນັ້ນ, ເວລາຂຽນໄດ້ປື້ມທັມມະທົ່ວໄປ ພຣະສົງເພິ່ນມັກຂຽນເປັນ ກິເລສ ເຊິ່ງມີຄວາມໝາຍວ່າ ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງປຽບເໝືອນເມກໝອກທີ່ປິດບັງດວງຈັນບໍ່ໃຫ້ສ່ອງແສງໃນຍາມຣາຕີ. ໃນນີ້, ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງນັ້ນ ກໍເຫັນຈະໄດ້ແກ່ ອະກຸສົລມູນ ເຊັ່ນ : ຄວາມໂລພ, ຄວາມໂກທ, ຄວາມຫຼົງ, ວິປະຣິຕຕະນະສິກາຣ, ອະຫິຣິກະ(ຄວາມບໍ່ຮູ້ຈັກຢາກອາຍເວລາເຮັດຄວາມຊົ່ວ), ອະໂນຕຕັປປະ(ບໍ່ຮູ້ຈັກຢ້ານບາບ), ຖີນະ(ຄວາມງ້ວງເຫງົາຫາວນອນ), ມິທທະ(ຄວາມຊືມເສົ້າ), ຯລຯ.

ກິເລສນັ້ນ ເພິ່ນມັກກ່າວວ່າ ກິເລສ 1500 ຕັນຫາ 108 ຕາມລັກສະນະອາການທີ່ລະອຽດ. ເວົ້າຄວາມຈິງ, ກິເລສ ນີ້ ມີຫຼາຍຂັ້ນ ຄື : ຂັ້ນຫຍາບ, ຂັ້ນກາງ, ແລະຂັ້ນລະອຽດ ຫຼື ຂັ້ນບໍ່ດີ, ຂັ້ນປານກາງ ແລະຂັ້ນປານີດ. ຖ້າກິເລສຂັ້ນຫຍາບ ກໍຄື ຄວາມຢາກໄດ້, ຄວາມໂລພທີ່ປະກອບດ້ວຍຈິດທີ່ບໍ່ມີປັນຍາໃນທາງທີ່ດີ ມົວແຕ່ຢາກໄດ້ ຈົນເຮັດໃຫ້ຫາວິທີທາງໄດ້ມາໃນທາງທີ່ຜິດທຳນອງຄອງທັມ, ຖ້າຂັ້ນກາງ ເມື່ອຢາກໄດ້ແລ້ວ ກໍຫາວິທີເອົາມາດ້ວຍຄວາມດຸໝັ່ນຂະຫຍັນພຽນເປັນຕົ້ນ. ແຕ່ສຳລັບຂັ້ນສຸດທ້າຍນັ້ນ ເປັນເລື່ອງຂອງຄວາມລະອຽດ ປະນີດ ເຊັ່ນ : ຄວາມຢາກໄດ້ໃນບຸນກຸສົນ, ຢາກສ້າງບຸນ, ຢາກພ່ຳເພັງພາວະນາ, ຢາກຫຼຸດພົ້ນອອກຈາກກິເລສ ເພິ່ນກໍເອີ້ນວ່າກິເລສເຊັ່ນກັນ. ການໃຊ້ກິເລສ ເພື່ອສະແຫວງຫາຫົນທາງອອກຈາກກິເລສ ເປັນສິ່ງທີ່ປະເສີດ.

ສະນັ້ນ, ທັມມະ ໃນພຸດທະສາສນານີ້ ຈິ່ງມີຫຼາຍຂັ້ນ ເໝາະສຳລັບທຸກລະດັບຈິດຂອງຄົນ ແລ້ວແຕ່ຈະໃຊ້ໃຫ້ເກີດປະໂຫຍດ. ເພື່ອການສ້າງສາພັດທະນາປະເທດຊາດ ແລະຖານະຊີວິດຂອງຕົນໃນສັງຄົມແລ້ວ ແນ່ນອນກໍຕ້ອງມີກິເລສ ຖ້າຂາດຄວາມຕ້ອງການ ຄວາມຢາກໄດ້ ກໍບໍ່ແມ່ນຄົນທຳມະດາ. ພຣະພຸດທະສາສນາ ບໍ່ໄດ້ສອນໃຫ້ຄົນໃຫ້ເຫັນດ້ານລົບແລ້ວທໍ້ຖອຍໃນການດຳເນີນຊີວິດ ແຕ່ສອນໃຫ້ຮູ້ຈັກເລືອກເອົາໃນສິ່ງທີ່ດີ ທີ່ບໍ່ເປັນໂທດ ຄືບໍ່ເປັນເວຣເປັນໄພ ຫຼື ການກໍ່ເວຣ ແລະເພື່ອການຮູ້ຈັກຄວບຄຸມຕົນເອງໃຫ້ຮູ້ຈັກຄວາມພໍດີ ແລະດຳລົງຊີວິດຢູ່ດ້ວຍສະຕິປັນຍາ ດ້ວຍວິທີທາງທີ່ສຸດຈະຣິຕ ນຳພາຊີວິດໃຫ້ຢູ່ເໜືອກິເລສຂອງຕົນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໄດ້ຜົນທີ່ບໍ່ໜ້າພໍໃຈ ໄດ້ທຸກທີ່ສຸດ ໄດ້ທໍລະມານທີ່ສຸດ ໄດ້ຮ້ອນໄໝ້ເຜົາຜານທີ່ສຸດ ຟົດເດືອດທີ່ສຸດ ນີ້ຄືອາການມັນອອກ, ອາການຂອງມັນຕ້ອງມີລັກສະນະນີ້, ອາການຂອງມັນໂຫດຫ້ຽມ ເປັນຄົນທຸກເອງ ເປັນຄົນທໍລະມານເອງ ເຮັດອັນໃດກໍວຸ້ນ ເຮັດອັນໃດກໍສັບສົນ ເພາະພິດພັຍມັນທຳລາຍ ເພາະພິດພັຍມັນເປັນສິ່ງກີດກັ້ນຂັດຂວາງ ເພາະພິດພັຍມັນເປັນໂຕກັດ ເປັນໂຕແຫບ, ເປັນໂຕສຽບໂຕແທງ ເປັນໂຕເກີດໂລກປວດ ປວດບໍ່ມີສາເຫດ ປວດຍ້ອນມັກຈົ່ມ ປວດຍ້ອນມັກເວົ້າ ປວດຍ້ອນເວົ້າຜິດ ປວດຍ້ອນຄິດຜິດ ປວດຍ້ອນລຳໄລ ເຈັບຍ້ອນສະສົມ ເຈັບຕົນໂຕບາງຄັ້ງ ເຈັບແບບບໍ່ມີສາເຫດ ເຈັບແບບກວດຫາບໍ່ເຫັນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໃນປະຖົມທານະສູຕຣ໌(ອັງ.ອັຕຖະກະຖາ/472)ພຣະພຸດທະເຈົ້າໄດ້ສະແດງເຫດຂອງການໃຫ້ທານໄວ້ດັ່ງນີ້:
1. ໃຫ້ທານຍ້ອນຢາກໄດ້ຜົນຂອງທານ(ໃຫ້ສິ່ງໃດກໍຢາກໄດ້ສິ່ງນັ້ນ).
2. ໃຫ້ທານຍ້ອນຢ້ານ(ຢ້ານຄົນອື່ນຕິຕຽນວ່າເປັນຄົນຂີ້ຖີ່ ຫລືຢ້ານເກີດໄປພາຍພາກໜ້າເປັນຄົນທຸກຍາກ ເປັນຕົ້ນ)
3. ໃຫ້ທານຍ້ອນຄິດວ່າ ເຂົາໃຫ້ແກ່ເຮົາແລ້ວ ເຮົາຄວນໃຫ້ຕອບ.
4. ໃຫ້ທານຍ້ອນຄິດວ່າ ເມື່ອເຮົາໃຫ້ເຂົາແລ້ວ ເຂົາຈະໃຫ້ຕອບ.
5. ໃຫ້ທານຍ້ອນຄິດວ່າ ການໃຫ້ທານເປັນຄວາມດີ(ບຸນ)
6. ໃຫ້ທານຍ້ອນຄິດວ່າ ເຮົາຫາກິນເອງໄດ້ ຄວນໃຫ້ແກ່ຄົນທີ່ຫາກິນເອງບໍ່ໄດ້.
7. ໃຫ້ທານເພາະຢາກໄດ້ຊື່ສຽງ.
8. ໃຫ້ທານເພື່ອປະດັບປຸງແຕ່ງຈິຕ (ຄືຂັດເກົາກິເລສ ໃຫ້ຄວນແກ່ການຈະເລີນຄຸນນະທັມສູງຍິ່ງໆຂື້ນໄປ ເພື່ອເປັນຖານໃຫ້ເກີດສະມາທິແລະປັນຍາ)

ນອກຈາກນີ້ ໃນທານະວັດຖຸສູຕຣ໌(ອັງ.ອັຕຖະກະຖາ/475) ພຣະພຸດທະເຈົ້າສະແດງເຫດແຫ່ງການໃຫ້ທານໄວ້ອີກດັ່ງນີ້:

1. ໃຫ້ທານຍ້ອນມັກກັນ(ຖືກກັນ)
2. ໃຫ້ທານຍ້ອນຢາກຮ້າຍ.(ສົງໃສວ່າເວລາມີຄົນຂໍທານມາຊູຊີຂໍແລ້ວໃຫ້ເພື່ອໃຫ້ເຂົາໜີ ກໍມີ ຫລື ລູກຫລານສໍ້ເອົາ)
3. ໃຫ້ທານຍ້ອນຫລົງ(ຫລົງໃນຄາລົມຫວານໆ, ຫລົງເຊື່ອໃນມານຍາຂອງຄົນມາຂໍ, ຫລົງໃນຄວາມສະເໜ່ຫາແລ້ວໃຫ້...)
4. ໃຫ້ທານຍ້ອນຢ້ານ(ເຊັ່ນມີພະຍາຣາຊາ ຮຽກຮ້ອງພາສີ ແລະເຄື່ອງບັນນາການ, ຜູ້ໃຫຍ່ຕ້ອງການຢາກໄດ້ສິ່ງທີ່ເຮົາມີເປັນຕົ້ນ ກໍຈຳເປັນໃຫ້ ເພາະວ່າຢ້ານອຳນາດ...)
5. ໃຫ້ທານຕາມປະເພນີຂອງບັນພະບຸຣຸສ(ເຊັ່ນ ໃຫ້ທານເວລາມີບຸນຕາມປະເພນີ)
6. ໃຫ້ຍ້ອນຢາກໄປສະຫວັນ.
7. ໃຫ້ທານຍ້ອນຢາກໄດ້ຄວາມສະບາຍໃຈ.
8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ(ເພື່ອຂັດເກົາກິເລສ)