ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

 

ວັນທີ່21.06.2011

       ຂ້ອຍເຄີຍຄິດຜ່ານມາວ່າເປັນຫຍັງຄົນເຮົາຈຶ່ງໂງ່ ແລະ ຈ້າແທ້ ຍອມເຮັດທຸກຢ່າງເພື່ອໃຫ້ຄົນອື່ນພໍໃຈ

ໂດຍຄົນທີ່ໂຕເອງສົນໃຈບໍ່ເຄີຍສົນໃຈໃຍ່ດີນຳເລີຍ ເວົ້າງ່າຍໆກໍ່ຄືການແແອບຮັກເຂົາຂ້າງດຽວ, ຂ້ອຍບໍ່ເຄີຍເຂົາໃຈຄວາມໝາຍເລີຍວ່າເປັນຫຍັງຄົນທີ່ແອບຮັກຄົນອື່ນຕ້ອງຍອມເຮັດທຸກຢ່າງເພື່ອໃຫ້ຄົນທີ່ຕົນເອງແອບຮັກຫຼື ຄົນທີ່ຕົນຮັກນັ້ນພໍໃຈ ທັງໆທີຄົນໆນັ້ນບໍ່ໄດ້ສົນໃຈຫຼືຮັກເຮົາເລີຍ ຈົນກວ່າຂ້ອຍໄດ້ມາເຈີຜູ້ຍິງຄົນໜຶ່ງ ຫຼັງປີໃໝ່ລາວທີ່ຜ່ານມານີ້ ຂ້ອຍຮູ້ຈັກລາວໄດ້ປະມານເດືອນກວ່ານີ້ແລະ ແຕ່ວ່າຂ້ອຍກໍ່ໄດ້ຕົກລຸມຮັກລາວຢ່າງແຮງ ແລ້ວຂຸມຮັກທີ່ຂ້ອຍຕົກກະເລິກອີກ ຂ້ອຍໄດ້ເວົ້າແລະບອກຄວາມຮູ້ສຶກທຸກຢ່າງທີ່ຂ້ອຍຄິດ ໃຫ້ລາວຟັງເພື່ອຫວັງວ່າລາວຈະເປັນແລະຄິດກັບຂ້ອຍ ຄືຂ້ອຍຄິດກັບລາວ ແຕ່ບໍ່ເລີຍລາວກະເສີຍໆຕະຫຼອດ ແຕ່ຂ້ອຍກະຍັງພະຍາຍາມເຮັດດີນຳລາວຕະຫຼອດມາຕັ້ງແຕ່ມື້ທີ່ເຫັນຈົນຮອດມື້ນີ້ ຄວາມຮູ້ສຶກຂ້ອຍກໍ່ຍັງຮູ້ສຶກດີໆກັບລາວຄືເກົ່າ

ເຖິງວ່າລາວຈະສົນໃຈຫຼືບໍ່ສົນໃຈກໍ່ຕາມຄວາມຮູ້ສຶກດີໆທີ່ມີໃຫ້ລາວນັ້ນໄດ້ກາຍມາເປັນສ່ວນໜຶ່ງຂອງຄວາມສຸກແລະເປົ້າໝາຍອັນໜຶ່ງຂອງຊີວິດຂ້ອຍ

ຄືຫວັງວ່າມື້ໃດມື້ໜຶ່ງລາວຈະເຫັນຄວາມຈິງໃຈຂອງຂ້ອຍເຊື່ອແລະໄວ້ໃຈຂ້ອຍຫວັງວ່າ.

ດັ່ງນັ້ນ ຂ້ອຍຈຶ່ງຮູ້ແລ້ວວ່າການທີ່ເຮົາຮັກໃຜຄົນໜຶ່ງ ບໍ່ຈຳເປັນວ່າຕ້ອງໃຫ້ໃຜຄົນນັ້ນມາຮັກເຮົາ ຂໍພຽງໄດ້ຮູ້ຈັກ ແລະ ເຫັນເຂົາມີຄວາມສຸກກະພໍໃຈແລ້ວ

ມື້ໃໝ່ຫັດເລົ່າ.


ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ສັງຄົມອອນລາຍໃນປັດຈຸບັນຂອງລາວທີ່ໄດ້ຮັບຄວາມນິຍົມຈາກຄົນລາວຫຼາຍໃນປັດຈຸບັນ ບໍ່ຕ່າງຈາກສັງຄົມອອນລາຍຂອງໂລກ ນັ້ນກໍ່ຄື ເວັບໄຊພັນລາວດອດຄອມ ມີບາງຄັ້ງເວັບໄຊນີ້ອາດຈະພົບກັນບັນຫານານັບປະການ ແຕ່ເຖິງຢ່າງໃດກໍ່ຕາມເວັບໄຊນີ້ກໍ່ມີການປ່ຽນແປງແລະພັດທະນາໃຫ້ດີຂຶ້ນເລື້ອຍໆ ເພື່ອຕອບສະໜອງໃຫ້ກັບຜູ້ຊົມໃຊ້ໃນໂລກອອນລາຍຂອງລາວ ເປັນບ່ອນແລກປ່ຽນຄວາມຄິດຄຳເຫັນ ບ່ອນສົນທະນາ ຫາຄວາມຮູ້ຊອກຊູ້ຫາແຟນ ລົມກັນຍາມເຫງົາເປັນບາງຄັ້ງຄາວ

ພັນລາວດອດຄອມ ເປັນເວັບໄຊທີ່ທ່ານສາມາດສ້າງໜ້າຂໍ້ມູນຜູ້ໃຊ້ ຂອງທ່ານເອງໄດ້, ມີບ່ອນຂຽນຂໍ້ຄວາມສົ່ງຫາກັນ ບ່ອນສະແດງຄວາມຄິດເຫັນ, ສາມາດອັບຮູບ, ເພງ ແລະ ວິດີໂອ ທີ່ທ່ານມັກລົງໄດ້ ພ້ອມກັນນີ້ຍັງມີ ການສ້າງກຸ່ມ, ການສ້າງແບບສຳຫຼວດ, ການຂຽນເລື້ອງ ຕ່າງໆ ພ້ອມກັບແນະນຳເວັບໄຊອື່ນໆໃຫ້ໝູ່ຈັກໄດ້ນຳອີກ ແລະ ອື່ນໆ.

ໂດຍປັດຈຸບັນນີ້ມີຜູ້ສົນໃຈເຂົ້າມາໃຊ້ ມາສະມັກເປັນສະມາຊິກເວັບໄຊພັນລາວດອດຄອມນີ້ປະມານ 16273 ຄົນ, ມິດຕະພາບ: 898685 ຄັ້ງ, ຄຳເຫັນ: 2285485 ຄັ້ງ,  ໄດອາຣີ່: 8567 ເລື່ອງ, ແບບສຳຫຼວດ: 7122 ເລື່ອງ, ອັລບັ້ມພາບ: 12445 ອັລບັ້ມ, ວິດີໂອຄລິບ: 3416 ຄລິບ,  ກະທູ້ເວັບບອດ: 5971 ກະທູ້, ຕອບເວັບບອດ: 186136 ເທື່ອ, ລິ້ງແນະນຳ: 712 ລິ້ງ, ກຸ່ມ: 905 ກຸ່ມ. ເຊິ່ງມາຜູ້ມາລົງທະບຽນນຳໃຊ້ປະມານ(  300 ຄົນ/ມື້) ຫຼື ອາດຈະຫຼາຍກວ່ານີ້ຫຼາຍ ຕາມຄວາມຄິດຂອງຂ້ອຍ.

ສິ່ງທີ່ເຮັດໃຫ້ພັນລາວໄດ້ຮັບຄວາມນິຍົມເພີ້ມຂຶ້ນເລື້ອຍໆຈາກ ຜູ້ໃຊ້ໂລກອອນລາຍນັ້ນ ເນື່ອງຈາກພັນລາວດອດຄອມນີ້ ມີເອກະລັກສະເພາະ ຂອງພັນລາວດອດຄອມ ພ້ອມກັນນີ້ກໍ່ມີການປັງປຸງ ແລະ ພັດທະນາຢູ່ເລື້ອຍໆເພື່ອບໍ່ໃຫ້ມີບັນຫາໃນການໃຊ້ງານ ແລະ ເຫມາະສົມກັບຄົນລາວໃນໂລກອອນລາຍປັດຈຸບັນ

ຈາກໃຈ ຜູ້ໃຊ້

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

 


ໃນຍຸກເສດຖະກິດຕະຫຼາດ ມີບົດບາດທຸກການເຄື່ອນໄຫວໃຊ້ຈ່າຍ ກໍຕ້ອງມີການໄລ່ລຽງ ການຍົກລະດັບຄວາມຮູ້ ຄວາມສາມາດ ເພື່ອໃຫ້ສົມດຸນກັບໜ້າທີ່ວຽກງານ ກໍເປັນບັນຫາໜຶ່ງ ທີ່ເສດຖະກິດເຂົ້າມາແຊກແຊງໂດຍກົງ ຫາກຄອບຄົວບໍ່ມີເງື່ອນໄຂ ບໍ່ຕັດສິນໃຈ ເພື່ອອະນາຄົດຂອງລູກຫຼານ ກໍຍາກທີ່ຈະລອດຂອບຮົ້ວມະຫາໄລ ໄດ້ຢ່າງສົມບູນ ບາງຄົນຕ້ອງຊອກ ປະລິນຍາເຖື່ອນ ເພື່ອຕຳແໜ່ງງານທີ່ມຸ່ງຫວັງແບບນີ້ ກໍມີໃນສັງຄົມບ້ານເຮົາໃນປັດຈຸບັນ..

ບົດຂຽນໃນຄໍລຳສັງຄົມວິຈານ ໃນຫົວຂໍ້ ປອມໃບປະລິນຍາຫາລ້ຽງຊີບ ຂຽນໂດຍ: ເຂີຍເມືອງງອຍ ອອກປຸບ... ກະຊວງສຶກສາທິການ ກໍໄດ້ລົງບັນຊີລາຍຊື່ບຸກຄົນ ຜູ້ທີ່ມີໃບປະກາດຈົບຊັ້ນປະລິນຍາຕີ ຊັ້ນສູງ ຂະແໜງການອື່ນໆ ທັງໝົດມີ 383 ໃບ ເຈົ້າຂອງກິດຈະການໃຫຍ່ ໃບປະກາດປອມລາຍນີ້ຊື່ ທ້າວ ຈັນທີ ອາຍຸ 34 ປີ ອາຊີບອອກແບບປ້າຍໂຄສະນາ ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ກ່ຽວຖືກກັກຕົວວັນທີ 9 ພະຈິກ 2009 ຂໍ້ຫາເຮັດໃບປະກາດປອມ ຜູ້ຕ້ອງຫາລາຍນີ້ ປອມໄດ້ທຸກຢ່າງ ນັບທັງກາຊື່ ກາປະທັບ ຂອງອະທິການບໍດີ ມະຫາໄລດົງໂດກ.

ກະຊວງສຶກສາ ໄດ້ແຈ້ງມາໃຫ້ກະຊວງ ປ້ອງກັນຄວາມສະຫງົບ ທີ່ເພິ່ນພົບເຫັນໃນຄອມພິວເຕີ ຂອງຜູ້ຕ້ອງຫາລາຍນີ້ ມີໃບປະກາດທັງໝົດ 383 ໃບ ໃນນີ້ ຈົບປະລິນຍາຕີ 351 ໃບ ມີແພດສາດລວມຢູ່ນຳ 2 ໃບ ຊັ້ນສູງມີ 24 ໃບ ຊັ້ນກາງ 2 ໃບ ການເງິນ 2 ໃບ ນອກນີ້ ຂະແໜງອື່ນໆທີ່ກ່ຽວຂ້ອງ ເຖິງສາຂາວິຊາຊີບ.

ຜູ້ຕ້ອງຫາຖືກເຈົ້າໜ້າທີ່ ດຳເນີນການສືບສວນ-ສອບສວນ ຂະຫຍາຍຜົນ ແລະ ມີຂໍ້ສະຫຼຸບຊັດເຈນສຳນວນຄະດີ ຜູ້ຕ້ອງຫາລາຍນີ້ ຟ້ອງໄອຍະການ ສົ່ງສານຕັດສິນ ຕາມການກະທຳຜິດ ທີ່ຜູ້ກ່ຽວເຈດຕະນາສ້າງຂຶ້ນ... ແຕ່ທີ່ເປັນຫ່ວງຕໍ່ສຳນັກງານ ຂອງລັດລັດວິສາຫະກິດ ແລະ ຂະແໜງການອື່ນໆ ຕ້ອງລະວັງ ກໍຄືຜູ້ເຂົ້າສະໝັກ ອາດຈະຖືໃບປະກາດປອມ ທີ່ໄດ້ມາຈາກການຊື້ຄັ້ງນີ້ ເຂົ້າເປັນພະນັກງານ.

ດ້ວຍຄວາມຮອບຄອບ ລະມັດລະວັງສູງ ກົມຈັດຕັ້ງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ກວດພົບ ໃບປະກາດປອມ 2 ສະບັບ ທີ່ນັກຮຽນຈົບສາຂາວິຊາຊີບ ປະກອບເອກະສານ ຂໍເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ.

ໃບປະກາດປອມທີ 1: ໃບປະກາດເລກທີ 0729/ມຊ/2029 ລົງວັນທີ 30/7/2008 ປະລິນຍາຕີ ນິຕິສາດ-ລັດຖະສາດ ຜູ້ກ່ຽວຢູ່ແຂວງວຽງຈັນ.

ໃບປະກາດປອມທີ 2: ໃບປະກາດປອມເລກທີ 1765/ມຊ/2008 ລົງວັນທີ 30/7/2008 ພາສາຈີນ ລະບົບປະລິນຍາຕີ ທ້ອງຖິ່ນ ມາຈາກແຂວງຜົ້ງສາລີ.

ພະນັກງານກົມຈັດຕັ້ງ ກົມໃຫຍ່ການເມືອງ ກະຊວງ ປກສ ຜູ້ຮັບຜິດຊອບກວດສອບປະຫວັດ ຮັບພະນັກງານທ່ານໜຶ່ງ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບເອກະສານຈາກ ກະຊວງສຶກສາ ເວລາພວກເຮົາ ຮັບສະໝັກພະນັກງານ ຢູ່ບັນດາກົມກອງ ໃນກຳລັງປ້ອງກັນຄວາມສະຫງົບ ຕ້ອງໄດ້ເອົາໃບປະກາດແທ້ ຂອງຜູ້ກ່ຽວທີ່ຍື່ນສະໝັກ ສົມທຽບກັບກະຊວງສຶກສາ ໃຫ້ຂໍ້ມູນ ນອກນີ້ເຮົາຍັງກວດພິສູດອື່ນອີກ ຕາມວິຊາສະເພາະຂອງພວກເຮົາ... ການປອມແປງໃບປະກາສະນີຍະບັດ ແມ່ນຄວາມມຸ່ງຫວັງຂອງຄົນ ທີ່ບໍ່ມີເງື່ອນໄຂເຂົ້າຮຽນ ມີເງື່ອນໄຂ ແຕ່ບໍ່ຢາກເສຍເວລາ ກໍຕ້ອງໃຊ້ວິທີລວງຕາ ຢ່າງທີ່ກ່າວມາ.

ຫາກສຳນັກງານ ອົງການຂອງທ່ານ ໄດ້ຮັບບັນຊີຈາກກະຊວງສຶກສາ ທີ່ເກີດຈາກນ້ຳມືຕ້ອງຫາ ຈັນທີ ລາຍນີ້ ກໍຕ້ອງໄດ້ຮອບຄອບ ລະມັດລະວັງມີການກວດສອບ ສົມທຽບກັບເລກທີ ຕົ້ນກຳເນີດທີ່ອອກໃຫ້ຜູ້ກ່ຽວ.

ກຳຈັດປັດເຂ່ຍ ປະກົດການຫຍໍ້ທໍ້ທີ່ແອບອ້າງ ໃບປະກາດປອມ ເພື່ອແຊກຊຶມເຂົ້າສຳນັກງານ ອົງການ ແລ້ວຍັງສາມາດຄັດເລືອກ ເອົາພະນັກງານທີ່ມີຄວາມຮູ້ ຄວາມສາມາດ ສົມຄູ່ກັບໃບປະກາດ ເຂົ້າບັນຈຸສັບຊ້ອນ ໃນກົງຈັກການຈັດຕັ້ງ ອີກດ້ວຍ.

ຈາກໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ຄໍລຳພວກເຮົາເຄີຍຂຽນເລື່ອງ ດອກຈຳປາ ຫຼາຍບົດຜ່ານມາ ຫຼາຍປີກ່ອນ ຈື່ໄດ້ແມ່ນ ກ່ອນຖະໜົນລ້ານຊ້າງ ຈະປູຊີມັງ ແລະ ແຄມຖະໜົນ ບໍ່ທັນມີການປູກຕົ້ນດອກຈຳປາເທື່ອ...

ເວລາຂຽນນັ້ນ ຜູ້ຂຽນ (ທິດດີ) ຊອກຂໍ້ມູນຍາກຫຼາຍ ຈຳເປັນຕ້ອງຫາຕາມໜັງສື ແລະ ຂໍ້ມູນພາຍໃນ ແຕ່ກໍຊອກບໍ່ໄດ້ພໍທໍ່ໃດ ? ຫຼັງຈາກນັ້ນ ໄດ້ໄປຊອກຫາຢູ່ຕ່າງປະເທດ (ໄທ) ເລີຍລົງທຶນຊື້ປຶ້ມກ່ຽວກັບ ດອກຈຳປາ ມາສອງເຫຼັ້ມ...

ເວລາໄປເປັນວິທະຍາກອນ ໃຫ້ແກ່ຊຸດອົບຮົມຕ່າງໆ ທີ່ກ່ຽວກັບການຂຽນຂ່າວ ຂຽນບົດ ໃນສື່ສິ່ງພິມ ກໍມັກຍົກເອົາເລື່ອງກ່ຽວກັບ ດອກຈຳປາ ຂຶ້ນມາເລົ່າສູ່ນັກ ສຳມະນາກອນຟັງ ! ຫຼື ໄປເປັນອາຈານສອນຮັບເຊີນຢູ່ ມ.ຊ ກໍເຊັ່ນກັນ !...

ມື້ກ່ອນນີ້ ໄປເລາະຮ້ານຂາຍປຶ້ມ ຢູ່ຕໍ່ໜ້າຫ້ອງການໄຟຟ້ານະຄອນຫຼວງ (ສີສະເກດ) ເລີຍໄປເຫັນປຶ້ມທີ່ຂຽນກ່ຽວກັບ ດອກຈຳປາ ທີ່ຊື່ວ່າ: ຈຳປາ ໃນດວງໃຈລາວ ຂຽນໂດຍ: ດຣ. ອຸທະກີ ຈຸລາມະນີ ຄຳຜຸຍ ເຊິ່ງທ່ານເປັນລູກສາວກົກ ຂອງທ່ານ ອຸຕະມະ ຈຸລາມະນີ ເຈົ້າຂອງສຽງເພງ ຈຳປາເມືອງລາວ ເຫັນແລ້ວ ຕັດສິນໃຈຊື້ທັນທີ ທັງໆທີ່ມື້ນັ້ນ ຄິດວ່າຈະໄປກິນເຟີແຊບ !.

ບໍ່ທັນອ່ານເນື້ອໃນ ແຕ່ກໍດີໃຈ ເພາະວ່າເຫັນປຶ້ມຂຽນໂດຍຄົນລາວ ແລະ ເປັນພາສາລາວ ເຊິ່ງເພິ່ນກ່າວໄວ້ວ່າ ເພື່ອຮ່ວມສະຫຼອງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ.

ອ່ານເນື້ອໃນຂອງປຶ້ມ ກໍມີດີຫຼາຍຢ່າງ ເຊິ່ງບາງອັນ ຫຼາຍຄົນອາດບໍ່ທັນມີນັ້ນຄື: ເນື້ອເພງຈຳປາເມືອງລາວ ເປັນພາສາຝຣັ່ງ ເຊິ່ງເມື່ອກ່ອນ ມີເນື້ອເພງຈຳປາເມືອງລາວ ເປັນພາສາຫວຽດນາມ.

ດອກຈຳປາ ເປັນດອກໄມ້ປະຈຳຊາດລາວ ແລະ ປະເທດນິກາຣາກວາ ສ່ວນເຂົ້າມາປູກຢູ່ລາວ ບໍ່ຮູ້ລະອຽດ ແຕ່ມີຫຼັກຖານຢັ້ງຢືນວ່າ ຢ່າງໜ້ອຍ ກໍນັບແຕ່ສະໄໝເຈົ້າໄຊເຊດຖາທິລາດ.

ສຳຄັນກ່ວາເພິ່ນແມ່ນ ຢູ່ນະຄອນຫຼວງວຽງຈັນ ມີສວນຈຳປາມົງຄຸນ (ຢູ່ດົງປ່າແຫຼບ ແລະ ບ້ານນາແຄ ຫຼັກ 15 ໃກ້ສະໜາມກີລາແຫ່ງຊາດ).

ລາຍລະອຽດ ຢາກໃຫ້ທ່ານຊອກອ່ານເອງນໍ ?.

ເວົ້າເລື່ອງປຶ້ມນີ້ ມື້ກ່ອນມີໝູ່ຄູ່ສະເໜີວ່າ: ຄວນຫັນກະຕ່າຂອງຂວັນ ຈາກເຄື່ອງດື່ມມືນເມົາ ມາສູ່ກະຕ່າຂອງຂວັນ ປຶ້ມອ່ານ ໂດຍສະເພາະ ກະຕ່າຈະມອບໃຫ້ຜູ້ບັງຄັບບັນຊາ ! ເພາະຈະຊ່ວຍຫຼາຍຢ່າງເຊັ່ນ: ປຶ້ມກ່ຽວກັບການປົກຄອງ ການບໍລິຫານ ການນຳໃຊ້ ແລະ ກໍ່ສ້າງບຸກຄະລາກອນ.

ແຕ່ແມ່ນໃຜ ? ຈະເປັນຜູ້ຄິດອອກ ! ແລ້ວນຳໄປມອບກ່ອນເພິ່ນ ເພາະກະຕ່າອັນນັ້ນ ມັນເປັນມີດສອງຄົມ... ມັນລະອຽດອ່ອນ ! ຖ້າບໍ່ລະມັດລະວັງ ຢ້ານວ່າຈະເປັນແນວອື່ນນໍ ?.

... ການອ່ານປຶ້ມ ເປັນການຮຽນດ້ວຍຕົນເອງ ທີ່ດີເລີດກ່ວາເພິ່ນໝົດ...

ຈາກໜັງສືພິມ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳວ່າ: ແຟຊັ່ນ ຍາມໃດມັນກໍປ່ຽນໄປ ຕາມຍຸກຕາມສະໄໝ ຂອງມັນເລື້ອຍໆ ແຕ່ມັນຈະວຽນວົນໄປແລ້ວ ກັບມາແບບເກົ່າ ໃນອີກສິບຊາວປີຕໍ່ໜ້າ ຊຶ່ງເວລາມັນກັບມາແຕ່ລະຄັ້ງ ກໍມີການປັບປຸງ ປະຍຸກ ໃຫ້ຕ່າງຈາກອັນເກົ່າໃຫ້ເຫັນ ມີອັນແຕກຕ່າງເລັກນ້ອຍ ໃນນັ້ນ ກໍມີແຟຊັ່ນ ທັງຍິງ ແລະ ຊາຍ (ບໍ່ລວມກະເທີຍ-ເກ).

ແຕ່ສິ່ງທີ່ເປັນເອກະພາບກັນທົ່ວໂລກ ກໍແມ່ນ: ຊຸດແວັດຂອງຜູ້ຊາຍ ສຳລັບແມ່ຍິງເຮົາ ສ່ວນໃຫຍ່ແມ່ນ ຍັງໄດ້ຮັບອິດທິພົນ ຂອງຄວາມເປັນຊາດໃຜລາວ ໄວ້ເປັນເອກະລັກ ຖ້າຢາກຮູ້ວ່າ: ຄົນແຕ່ລະຊາດ ນຸ່ງຖືແນວໃດ ແມ່ນສະແດງອອກ ຢູ່ກັບແມ່ຍິງຂອງຊາດນັ້ນ ກໍວ່າໄດ້ ເຊັ່ນດຽວກັນກັບແມ່ຍິງລາວເຮົາ ເຖິງວ່າປັດຈຸບັນ ພວກເຮົາຢູ່ໃນຍຸກສະໄໝ ໂລກາພິວັດ ທີ່ເທັກໂນໂລຊີ ສາມາດຫຍໍ້ໂລກໝົດໜ່ວຍ ມາໄວ້ໃນມືເຮົາໄດ້ ແລະ ເປັນສິ່ງທ້າທາຍທາງດ້ານຈິດໃຈທີ່ສຸດ ເພາະຄົນເຮົາ ບໍ່ແມ່ນວັດຖຸສິ່ງຂອງ ທີ່ເອົາປະວາງໄວ້ໃສ່ກໍໄດ້ ຖ້າບໍ່ມີຫຍັງມາທຳລາຍ ແລະ ຮັກສາໄວ້ດົນ ກໍກາຍເປັນມໍລະດົກ ທາງດ້ານວັດຖຸໄປ ເປັນຕົ້ນແມ່ນ ວັດພູຈຳປາສັກ ກໍກາຍເປັນມໍລະດົກຂອງໂລກໄປແລ້ວ ແຕ່ບັນຫາຕ່າງໆເຫຼົ່ານັ້ນ ມັນບໍ່ໄດ້ເຮັດຫຍັງໃຫ້ແມ່ຍິງລາວເຮົາ ຄອນແຄນໄດ້ເລີຍ ນັບຕັ້ງແຕ່ຍຸກໃດ ສະໄໝໃດ ຈົນມາເຖິງມື້ນີ້ ແມ່ຍິງລາວ ກໍຍັງນຸ່ງສີ້ນ ເກົ້າຜົມ ບ່ຽງແພ ມີໃຫ້ໄດ້ເຫັນ ແລະ ການນຸ່ງສີ້ນ ກໍຈົນກາຍເປັນກິດຈະວັດ ປະຈຳວັນ ຂອງເອື້ອຍນ້ອງແມ່ຍິງເຮົາໄປແລ້ວ ແລະ ເບິ່ງຍາມໃດ ກໍບໍ່ຮູ້ເປີດ ບໍ່ຮູ້ອີ່ມ ຍິ່ງເຮັດໃຫ້ຮູ້ສຶກວ່າ ຕົນເອງມີຄຸນຄ່າ ແລະ ຄູ່ຄວນກັບແຜ່ນດິນເກີດແທ້ໆ (ໜ້າຈະມີການຈົດລິຂະສິດໄດ້ແລ້ວ) ແຕ່ກໍບໍ່ສາມາດປະຕິເສດໄດ້ວ່າ: ແມ່ຍິງລາວ ຈະບໍ່ນຸ່ງໂສ້ງແຊັມໂກ້ ບໍ່ນຸ່ງກະໂປ່ງ ບໍ່ນຸ່ງສະເກິດ ບໍ່ນຸ່ງເສື້ອສາຍດຽວŒເກາະເອິກ ບໍ່ນຸ່ງໂສ້ງແອວລອຍ ... ແລະ ກຳລັງນິຍົມກັນ ໃນໝູ່ຜູ້ສາວຊ່ຳນ້ອຍ ກາງ ໃຫຍ່ ກໍແມ່ນສີ້ນແອວລອຍ ໃສ່ສາຍແອວເງິນເສັ້ນໃຫຍ່ໆ ເຕື່ອຍໆ ພິເສດ ຍັງມີສາວໃຈກ້າຈຳນວນບໍ່ໜ້ອຍ ທີ່ມັກນຸ່ງໂສ້ງຂາສັ້ນໆ ຈຳ (...) ກິດດິດ ຂີ່ລົດຈັກເລາະບ້ານ ກໍມີໃຫ້ເຫັນເຊັ່ນກັນ ເຖິງບໍ່ມີຫຼາຍ ແຕ່ກໍມີພໍໃຫ້ຜູ້ເຖົ້າ (ບໍ່ແມ່ນຫົວງູ) ລຳຄານ ເປັນຫ່ວງ ຢ້ານຫຼາຍແນວ ຢ້ານແຂກຕ່າງດ້າວ ທ້າວຕ່າງແດນ ມາເຫັນ ເພາະແບບນັ້ນ ຢູ່ບ້ານເຂົາມີບໍ່ອຶດ ບໍ່ຢາກ ແຕ່ມາເມືອງລາວ ກໍຢາກເຫັນການນຸ່ງຖື ແບບສາວລາວ ພໍບໍ່ໃຫ້ເຂົາເສຍດາຍຊື້ປີ້ຍົນແພງ ແລະ ເດີນທາງມາໄກຫັ້ນລະ ! ຖ້າທຽບໃສ່ເມື່ອກ່ອນ ກ່ວາຈະໄດ້ເຫັນຂາຂາວຂອງຜູ້ສາວ ບໍ່ແມ່ນເລື່ອງງ່າຍໆ ແລະ ກໍມີຍາມດຽວຄື: ຕອນຈ້ອນສີ້ນເຕັ້ນຂ້າມຮ່ອງເທົ່ານັ້ນດອກ (ເຮັດໃຫ້ແມ່ຍິງເຮົາມີຄຸນຄ່າ).

ການທີ່ຍົກເອົາບັນຫານີ້ຂຶ້ນມາ ສົນທະນາກັບເອື້ອຍນ້ອງແມ່ຍິງເຮົາ ກໍເພື່ອຢາກໃຫ້ກ່າວເຕືອນລູກແສ້ ຫຼານສາວຂອງພວກເຮົາ ຊ່ວຍກັນ ຖ້າຫາກຄອບຄົວມີສ່ວນຮ່ວມ ກໍຈະເຮັດໃຫ້ສັງຄົມສະຫງົບສຸກ ແມ່ນຢູ່ວ່າ: ໂສ້ງຂາສັ້ນໆ ທີ່ສາວຂຶ້ນໃໝ່ ມັກຊື້ມານຸ່ງນັ້ນມັນລາຄາຖືກ ເມື່ອທຽບໃສ່ສີ້ນ ແລະ ກຳລັງນິຍົມກັນ ແຕ່ກໍຄວນເບິ່ງຄວາມເໝາະສົມ ຖ້າຫາກຢາກນຸ່ງໂສ້ງ ກໍຄວນນຸ່ງປະເພດຂາສາມສ່ວນ ສີ່ສ່ວນ ຫຼື ນຸ່ງຂາຍາວໄປເລີຍ ກໍຍິ່ງດີ ເພາະອອກໄປສູ້ກັບແສງແດດ ໄດ້ມີປະສິດຕິພາບສູງກ່ວາຂາສັ້ນ ເປັນພັນເທື່ອ (ຮັກສາຜິວ ບໍ່ທ້າທາຍສາຍຕາ ພວກທີ່ບໍ່ຫວັງດີ ສຳຄັນຍິ່ງກ່ວານັ້ນ ແມ່ນຍັງອີກບໍ່ພໍເທົ່າໃດເດືອນຂ້າງໜ້ານີ້ ສປປ ລາວ ພວກເຮົາ ກໍຈະມີງານຍິ່ງໃຫຍ່ ເພື່ອສະເຫຼີມສະຫຼອງວຽງຈັນ ຄົບຮອບ 450 ປີ ຊຶ່ງເປັນຄວາມເອກອ້າງ ຂອງຄົນລາວທັງຊາດ (ຄົນລາວຢູ່ຕ່າງແດນ) ຕ່າງກໍມີຄວາມຊື່ນຊົມຍິນດີ ທີ່ຈະໄດ້ຮ່ວມກັນສະເຫຼີມສະຫຼອງ (ໃນນັ້ນມີເຮົາຜູ້ໜຶ່ງ).

ຖ້າທຽບໃຫ້ເຫັນໃກ້ໆຕົວເຮົາ ໃນການສະຫຼອງຄັ້ງນີ້ ກໍບໍ່ຕ່າງຫຍັງກັບເຮົາເຮັດບຸນບ້ານ ຕົວຢ່າງ: ບຸນບັ້ງໄຟ ຊຶ່ງເຮົາຈະຕ້ອງໄດ້ເຊີນຜູ້ຄົນ ມາຮ່ວມດ້ວຍການໃສ່ຊອງບັດເຊີນ ປະກາດທາງວິທະຍຸ ໂທລະພາບ ໜັງສືພິມ ອິນເຕີເນັດ ... ເພື່ອຢາກໃຫ້ຄົນມາຮ່ວມ ໄດ້ຫຼາຍເທົ່າໃດ ກໍຍິ່ງເຮັດໃຫ້ມີຄວາມມ່ວນຊື່ນ ສ້າງຄວາມເຊື່ອໝັ້ນ ແລະ ເພີ່ມອິດທິພົນ ຂອງອຳນາດການປົກຄອງບ້ານເຮົາ ໄດ້ຫຼາຍຊ່ຳນັ້ນ ເພາະວ່າເຮົາສາມາດຮັກສາໄດ້ ຄວາມສະຫງົບປອດໄພຮອບດ້ານ ອາຫານການກິນ ມີພ້ອມທຸກໆຢ່າງ ບ່ອນພັກຜ່ອນກໍມີຄົບຊຸດ ກຽມພ້ອມບໍລິການ ເຮືອນຊານບ້ານຊ່ອງຂອງປະຊາຊົນ ກໍສະອາດສະອ້າງ ແລະ ລູກຫຼານພາຍໃນບ້ານ ກໍຖືກຕ້ອງປອງດອງກັນ ຮັກສາໄດ້ເອກະລັກຂອງຕົນ ດ້ວຍການນຸ່ງຖືເອ້ຢ້ອງ ຢ່າງຈົບງາມ ... ເມື່ອແຂກຕ່າງຖິ່ນມາເຫັນ ເພິ່ນກໍຍ້ອງຍໍສັນລະເສີນ ໃນທາງທີ່ດີ ແລະ ບອກຕໍ່ໆກັນໄປ ເຊັ່ນດຽວກັນກັບພວກເຮົາ ສາມາດຍາດຜົນງານທີ່ຍິ່ງໃຫຍ່ ມາໄດ້ 2 ຄັ້ງດ້ວຍກັນ ຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ໃນປີ 2004 ແລະ ເປັນເຈົ້າພາບມະຫະກຳຊີເກມ ຄັ້ງທີ 25 ໃນທ້າຍປີ 2009 ທີ່ຜ່ານມາ ສະນັ້ນ ປີນີ້ ພວກເຮົາທຸກຄົນ ຕ້ອງໄດ້ເປັນເຈົ້າການແທ້ໆ ໂດຍສະເພາະແມ່ນ ການນຸ່ງຖືຂອງເອື້ອຍນ້ອງແມ່ຍິງເຮົາ ຈະໄດ້ພິສູດໃຫ້ຄົນທັງໂລກ ໄດ້ຕົກຕະລຶງອີກຄັ້ງໜຶ່ງ ທີ່ແມ່ຍິງພວກເຮົາ ເປັນຜູ້ຮັກສາໄດ້ ມູນເຊື້ອອັນດີງາມຂອງຊາດ ທີ່ຕິດພັນມາກັບແມ່ຍິງລາວ ໄດ້ຫຼາຍພັນປີແລ້ວ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

 

 

ກຸ້ຍ​ຫຼິນ​ເມືອງ​ລາວ​ ຄື​ຄຳ​ນິຍາມ​ອັນ​ງົດ​ງາມ​ທີ່​​ເໝາະ​ສົມ​ກັບ​ຄວາມ​ເປັນ​ຈິງ​ຂອງ​​ເມືອງ​ນ້ອຍໆ ທີ່​​ໂອບອ້ອມ​ດ້ວຍ​ພູ​ຜາ ​ແລະ ​ສາຍ​ນ້ຳ​ແຫ່ງ​ນີ້. ວັງ​ວຽງໜຶ່ງ​ໃນ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ​ຂອງ​ລາວ ​​ຫ່າງ​ຈາກ​ຈາກ​ນະຄອນຫຼວງວຽງ​ຈັນ​ໄປ​ທາງ​ທິດ​ເໜືອປະມານ 160 ກມ ​ແລະ​​ໃຊ້​ເວລາ​​ເດີນ​ທາງ​ປະມານ 3 ຊົ່ວ​ໂມງ, ​ເຖິງ​ແມ່ນ​ວ່າ​ວັງ​ວຽງ​ຈະ​​ເປັນ​ພຽງ​ເມືອງ​ນ້ອຍໆ ຢູ່​ກາງ​ປ່າ​ເຂົາ​ລຳ​ເນົາ​ໄພ ​ແຕ່​ໃນ​ດ້ານ​ການ​ທ່ອງ​ທ່ຽວ ​ເມືອງ​ວັງ​ວຽງ​ຖື​​ວ່າ​ມີ​ຊື່​ສຽງ​ໂດ່​ງດັງ​ແລະ​ ເປັນ​ທີ່​ຮູ້​ຈັກ​ກັນ​ຫຼາຍ​ໃນ​​ປະ​ເທດລາວ​ເລີຍ.

 

ດ້ວຍ​ພູມີພາກ​ ແລະ ​ບັນຍາກາດ​ຂອງ​ເມືອງ​ວັງ​ວຽງ​ທີ່​ໂອ​ບອ້ອມ​ໄປ​ດ້ວຍ​ພູ​ຜາ​ ​ແລະ ​ສາຍ​ນ້ຳ ​ເຮັດ​ໃຫ້​ວັງ​ວຽງ​ຖືກ​ສາຍາ​ນາມ​ໃຫ້​ຄ້າຍ​ຄື​ເມືອງ​ກຸ້ນ​ຫຼິນຂອງ​ປະ​ເທດ​ຈີນ ​ໂດຍ​ສະ​ເພາະ​ໃນ​ຕອນ​ເຊົ້າທີ່​ສາຍ​ໝອກລ່ອງ​ລອຍ​ພາດ​ຜ່ານຂຸນ​ເຂົາ ​ແລະ​​ ແມ່ນ້ຳຊອງອັນ​ກວ້າງ​ໃຫຍ່ ຖ້າ​ທ່ານ​ຜູ້​ອ່ານ​ໄດ້​ພັກ​ແຄມ​ນ້ຳ ຕ້ອງ​ຢ່າ​ພາດ​ໃນ​ການ​ຕື່ນ​ແຕ່​ເຊົ້າ​ເພື່ອ​ຊົມ​ຈັກ​ເທື່ອໜຶ່ງ ​ເຊິ່ງ​​ເປັນ​ເລື່ອງ​ແ​ປກ​ແຕ່​ມີ​ຈິງ​ທີ່​ເມືອງ​ວັງ​ວຽງ. ທີ່ມີ​ພູມ​ສາດ​ແລະ ​ບັນຍາກາດ​ຄ້າຍ​ຄື​ເມືອງ​ກຸ້ຍ​ຫຼິນ​​ເອົາ​ແທ້ໆ.