![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 31, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
![](http://4.bp.blogspot.com/_EAViqbzwc_s/TQY8xLEfhZI/AAAAAAAADoU/RzQRKVqhOGY/s1600/new+year+2011+%25287%2529.jpg)
![](http://static-p4.fotolia.com/jpg/00/14/87/71/400_F_14877159_PF9VgQa245j9idWJsU2H4TJ56NNUSSri.jpg)
![](http://www.londonlegiontrack.ca/images/happy-new-year002.gif)
![](http://www.psdgraphics.com/wp-content/uploads/2010/12/happy-new-year-2011.jpg)
ສະບາຍດີ ປີໃໝ່ 2011 ຍິນດີຕ້ອນຮັບ ກະຕ່າຍແຫ່ງຄວາມສຸກ ເດີ ສະມາຊິກ ແລະ ທີມງານ
ພັນລາວ ທຸກຄົນ ປີໃໝ່ນີ້ ຂໍໃຫ້ມີແຕ່ຄວາມສຸກສົມຫວັງ ຄວາມຈະເລີນ ໃຜຕັ້ງໃຈຈະເລີ່ມຕົ້ນ
ເຮັດສິ່ງດີໆ ກໍ່ໃຫ້ປະສົບຜົນສຳເລັດ ເພາະວ່າເວລາຜ່ານໄປແລ້ວ ບໍ່ສາມາດກັບຄືນມາແກ້ໄຂໄດ້
ອີກ ເຄີຍມີຄົນເວົ້າວ່າ“ຈົງເຮັດໃຈສິ່ງທີ່ເຮົາຈະບໍ່ເສຍໃຈ ເມື່ອເຮົາຄິດຫາມັນໃນພາຍຫຼັງ”
ເພາະວ່າສິ່ງດີໆ ນັ້ນແມ່ນເກີມາຈາກ ຄວາມຄິດທີ່ດີ ຄຳເວົ້າດີໆ ແລະ ການກະທຳທີ່ດີໆ ນັ້ນ
ເອງ ຄຳວ່າດີນັ້ນ ຕ້ອງແມ່ນເຮົາເຮັດດີກ່ອນ ບໍ່ແມ່ນດີ ຍ້ອນຄຳຍ້ອງຫຼື ຄົນອື່ນເວົ້າ ເພື່ອເອົາໃຈ
ເຮົາເອງ ວ່າດີ ຖ້າຫາກເຮົາເຮັດດີແລ້ວຈະໄດ້ຮັບຄວາມສຸກຕັ້ງແຕ່ເຮົາເລີ່່ມຕົ້ນຄິດນັ້ນແລ້ວ ຫາກ
ຄິດຈະເຮັດເພື່ອໃຫ້ຄົນອື່ນ ມາຍ້ອງຍໍສັນລະເສີນ ເພາະຖ້າຄົນອື່ນຫາກບໍ່ມາສົນໃຈແລ້ວເຮົາຍິ່ງ
ຈະເປັນທຸກໄປເອງ.
ໂຊກດີປີໃໝ່ 2011 ຂໍໃຫ້ສຸກສົມຫວັງ ດັ່ງປາດຖະໜາ ຕະຫຼອດປີ ແລະ ຕະຫຼອດໄປ. ດ້ວຍຄວາມນັບຖື. ຂໍໃຫ້ໂຊກດີມີຄວາມສຸກສັນກັບທ່ານຜູ້ອ່ານທຸກໆຄົນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 30, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 29, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 28, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ນະໂມຕະຊາ ນະໂມຕະຊາ ນະໂມຕະຊາ ຈົງເປັນສຸກເປັນສຸກເທີນຢ່າໄດ້ເປັນ ຈັນ ອັງຄານ ພຸດ ພະຫັດເລີຍ
ຈົງເປັນສຸກເປັນສຸກເທີນຢ່າໃຫ້ມີວັນ ຈັນ ອັງຄານ ພຸດ ພະຫັດເລີຍ ຈົງເປັນສຸກເປັນສຸກເທີນຢ່າໃຫ້ມີວັນ ຈັນ ອັງຄານ ພຸດ ພະຫັດອີກເລີຍ
ຂ້າແດ່ນາຍຈ້າງຜູ້ຈະເລີນ ຂ້າພະເຈົ້າທັງຫຼາຍ ຂໍລາກິດ ລາປ່ວຍ ອີກທັງການລາ
ທັງຫຼາຍໃນວັນນີ້ ຂໍໃຫ້ມີຜົນບັງຄັບໃຊ້ ໃນວັນເວລາ ທຳງານຂອງຂ້າພະເຈົ້າ
ຂໍນາຍຈ້າງຢ່າໂທດໂກດເຄືອງ ໃນຕົວຂ້າພະເຈົ້າ ແລະ ເພື່ອນພ້ອງພະນັກງານທັງຫຼາຍເລີຍ
ທີ່ຂາດຫາຍໄປເລີຍ ຂໍນາຍຈ້າງຢ່າຕັດຄະແນນ ຂໍນາຍຈ້າງຢ່າຕັດຄ່າແຮງງານ
ເມື່ອຂ້າພະເຈົ້າເຊົາເມື່ອຍ ຊວງເມົາແລ້ວ ຂ້າພະເຈົ້າພ້ອມເພື່ອນພະນັກງານອີກ ທັງ
ນ້ອງໆ ໃນພະແນກຕ່າງໆຈະກັບມາເຮັດວຽກຕາມປົກກະຕິເພື່ອມາຟັງຂ່າວປະກາດໂບນັດສ 6ເດືອນ ຫາກແມ່ນຄຳອິທິຖານຂອງຂ້າພະເຈົ້າເປັນຈິງ ສົມປາດຖະໜາ
ຂ້າພະເຈົ້າຈະກົ້ມໜ້າກົມຕາ ເຮັດວຽກຮັບໃຊ້ເຈົ້ານາຍ ແລະ ບໍລິສັດ ຕໍ່ໄປຕາບຈົນຊົ່ວຟ້າດິນສະຫຼາຍ ສາທຸ ສາທຸ ສາທຸ!
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 27, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
* ແຟນ/ກິນເຂົ້າຫຼືຍັງ
*ໝູ່/ມຶງແດກແລ້ວບໍ່ເຂົ້ານະ
* ແຟນ/ນອນຊາເປັນຫວ່ງ
*ໝູ່/ເປັນຫາຫຍັງເກາະຄືບໍ່ລັບບໍ່ນອນ
* ແຟນ/ບໍ່ສະບາຍກິນຢາຫຼືຍັງ *ໝູ່/ມໍ່ຊິຕາຍແລ້ວເນາະມຶງ
*ແຟນ/ກັບບ້ານດີດີເດີ
* ໝູ່/ບໍ່ກັບເບາະ ບັກຫ່ານິ
*ແຟນ/ໂທມາພໍດີເລີຍຄິດຮອດ
*ໝູ່/ໂທມາຫາແມ່ມຶງຫຍັງກູຄາວຽກ
*ແຟນ/ຕັ້ງໃຈຮຽນເດີ
* ໝູ່/ຫ່າມັນນິຄ້ານແທ້
* ແຟນ/ຍ່າມີເລື້ອງເດີ ມັນບໍດີ
* ໝູ່/ມີເລື້ອງເບາະ? ເອົາເລີຍ
*ແຟນ/ຄ່າລົດເຮົາຈ່າຍເອງ
*ໝູ່/ບັກຫ່ານິ ກູອີກແລ້ວ
*ແຟນ/ກິນຫຍັງຊິຊື້້ໃຫ້
* ໝູ່/ຊອກແດກເອງເດີມຶງ
*ແຟນ/ເສື້ອໂຕນີ້ໜ້າຮັກດີເນາະ
*ໝູ່/ເສື້ອຫຍັງກະນຸ່ງຫັນນະ (ພິຖີພິຖັນຫຼາຍ)
*ແຟນ/ດັດຜົມໃໝ່ໜ້າຮັກແທ້
* ໝູ່/ມືງເຮັດຊົງຫ່າຫຍັງນະ555
*ແຟນ/ນອນໝູນຕັກ
* ໝູ່/ມາໝູນໜ້າແຂ່ງກູນິ
* ແຟນ/ຢາກຢູ່ນຳ
*ໝູ່/ໄປໄກຕີນກູແດ່ບັກເວນ
*ແຟນ/ໜ້າຮັກແທ້ເດ
*ໝູ່/ໜ້າຄືສົ້ນຕີນນີ້ແລະມຶງນະ
*ແຟນ/ເຮົາເລີກກັນເນາະ
* *ໝູ່/ເຮີຍ!!!! ບໍ່ເປັນຫຍັງດອກກູ...ເພື່ອນມຶງຕະຫຼອດໄປ!!!
![](http://www.fwdder.com/data/mail//2010/12/26/1293297486639/image/__fwdDer.com__-001806697-image002.gif)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 26, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164107980-image001.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164107983-image002.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164107987-image004.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164107989-image005.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164107991-image006.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164107993-image007.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164108000-image009.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164108002-image010.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164108004-image011.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164108006-image012.jpg)
![](http://www.fwdder.com/data/mail/2010/12/25/1293270067926/image/__fwdDer.com__-164108009-image013.jpg)
ໂຮງແຮງ ລາຄາແພງ “ມາຣດານ ພາເລດ” ໃນປະເທດ ຕຸລະກີ ທີ່ໄດ້ຮັບສາຍານາມວ່າເປັນໜຶ່ງໃນໂຮງແຮງອັນດັບຕົ້ນໆ ຂອງໂລກປະຈຳປີ 2010 ໄດ້ຖືກຕັດການໃຊ້ໄຟຟ້າ ໄປແລ້ວ ຍ້ອນວ່າບໍ່ມີເງີນເສຍຄ່າໄຟ(ຄ້າງຈ່າຍ) ເປັນເງິນຈຳນວນມະຫາສານ ສະຖານີຂ່າວ ລຸມເບີກ ແລະ ໜັງສືພິມທ້ອງຖິ່ນ ຂອງປະເທດ ຕຸລະກີ ລາຍງານວ່າ ສຸດຍອດໂຮງແຮມຫລູ“ມາຣດານ ພາເລດ” ຕັ້ງຢູ່ເມືອງ ອັນທາຍາ ປະເທດ ຕຸລະກີ ຖືກບໍລິສັດຜະລິດໄຟຟ້າ (AKEDAS) ຕັດໄຟເນື່ອງຈາກຄ້າງຈ່າຍຄ່າໄຟ ມູນຄ່າເກືອບ 3ລ້ານໂດລາ ເຮັດໃຫ້ໂຮງແຮມຕ້ອງໄດ້ນຳໃຊ້ ຈັກປັ່ນໄຟຟ້າ ຊົ່ວຄາວ ຜູ້ບໍລິຫານ ບໍລິສັດຜະລິດໄຟຟ້າກ່າວວ່າ ຖ້າໂຮງແຮມບໍສາມາດຈ່າຍຄ່າໄຟໄດ້ພາຍໃນເວລາ 3ອາທິດ ຈະຕ້ອງຖືກດຳເນີນຄະດີຕາມກົດໝາຍ ແຕ່ຜູ້ບໍລິຫານຂອງໂຮງແຮມບໍໃຫ້ລາຍລະອຽດກ່ຽວກັບເລື້ອງນີ້ “ແຕ່ນັ່ງຍັນວ່າ “ມາຣດານ ພາເລດ” ຈະຫວນກັບມາສູ່ຄວາມຍິ່ງໃຫຍ່ອີກຄັ້ງແນ່ນອນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 25, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 24, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 22, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 21, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
![](http://img840.imageshack.us/img840/4564/1219421315.jpg) ![](http://img820.imageshack.us/img820/4836/1219421340.jpg)
ສົງໄສບໍ່ເປັນຫຍັງຈຶ່ງຂຽນຫົວຂໍ້ແບບນັ້ນ???????????
ໜ້າຕາລາວກະທຳະດາ
ຮູບຮ່າງກະທຳມະດາ
ສິ່ງດຽວທີ່ລາວບໍ່ຢທຳມະດາ ກໍ່ໍ່ຄື
ຢາກຮູ້ວບໍ່?
ຍັງບໍ່ບອກດີກວ່າ
ແນ່ ໃຈຮ້າຍອີກ
ຊັນບອກກະໄດ້
ກໍ່ລາວ ແມ່ນລູກສາວ Bill Gates ຫັນເດ
![](http://punlao.com/include/fckeditor/editor/images/smiley/msn/whatchutalkingabout_smile.gif)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 20, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 19, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ກອນກວນໆ
Mail ໃຜຫັນ Run ໜ້າຈໍຂໍເປັນມິດ ເຮົາກໍ່ Click ປິດອອກໄປ (ໃຊ້ເພື່ອນ) ແຕ່ມັນດັນ Run ມາເຍືອນ ຢາກເປັນເພື່ອນ ຢູ່ຢ່າງນັ້ນ ວັນຫຼາຍຫົນ ເລີ່ມລຳຄານ ແລະ ຄັນປາກ ຢາກດ່າໃສ່ Click ເຂົ້າໄປ ໃຈອິດອຽນຫວັງ ຂຽນດາ ແຕ່ພໍເຫັນໜ້າ M ຢາງເຕັມຕາ ມຸມເບື້ອງຂວາ ມີຮູບອີກ ໂອ! ງາມແທ້
ຈຶ່ງລອງພິມ Chat ໄປເລີ່ມໃຈອ່ອນ ເຂົາກໍ່ On In ຈ໋ະຈ໋າ ພາສາຍິງ ກໍ່ເລີຍ Out ອອກບໍ່ໄດ້ ໃຈຄະນຶງ ເຮົາເລີ່ມຍິງ M ໄປມາພາສາໃຈ
ເລິ່ມຄຸ້ນເຄີຍ ເອ່ຍຖາມ ລົງຂ້າງໃນ ຄວາມຮູ້ສຶກ ສອງເຮົານັ້ນ ກົງກັນບໍ່ ສະຫຼຸບຜົນອອກມາໜ້າພໍໃຈ ຜູກສາຍໃຍ ແລ້ວເຮົາ Say Good-bye
ຕັດສິນໃສ Hello ກົດໂທຫາ ສຽງຕອບມາພາໃຈຫາຍ ໃຍສາວສວຍ ສຽງໃຫຍ່ແທ້! ຄ້າຍດັ່ງຊາຍ ອຸ໋ຍຕ໋າຍຕາຍ ໃຈສະລາຍ ສາວສວຍ “ເປັນກະເທຍ”
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 18, 2010
| ມີ
15 ຄຳເຫັນ
ແລະ
0 trackback(s)
***ຄິດແຕ່ສິ່ງດີ(ດ້ານບວກ)*** ແລ້ວຊິຮູ້ວ່າ ມີແຕ່ສິ່ງທີ່ເປັນໄປໄດ້
*** ແອບຝັນ *** ແລ້ວຈະຮູ້ວ່າ ໂລກນີ້ໜ້າຢູ່
*** ເວົ້າແຕ່ສິ່ງດີ(ດ້ານບວກ) *** ແລ້ວຊິຮູ້ວ່າ ມີຄົນຢ່າງຫຼວງຫຼາຍຮັກເຮົາ *** ແອບຍີ້ມ *** ແອບຈະຮູ້ວ່າ ເຮົາຄືຄົນທີ່ໜ້າຮັກ
*** ຕໍ່ສູ້ກັບອຸປະສັກຕ່າງໆ *** ແລ້ວຊິຮູ້ວ່າເຮົາຄືຄົນທີ່ເຂັ້ມແຂງ
*** ລອງອົດທົນ *** ແລ້ວຈະຮູ້ວ່າ ເຮົາມີຄວາມອົດທົນຍິ່ງກວ່າໃຜ
*** ລອງອອກກຳລັງກາຍທຸກມື້ *** ແລ້ວຈະຮູ້ວ່າເຮົາຄືເຈົ້າມະນຸດທີ່ເຕັມປຽ່ມດ້ວຍພະລັງ
*** ລອງຄິດຊະນະ *** ແລ້ວຈະຮູ້ວ່າເຮົາສາມາດເອົາຊະນະ ຕົວເອງໄດ້ບໍ່ຍາກເລີຍ *** ລອງຄິດໃຫຍ່*** ແລ້ວຈະຮູ້ວ່າເຮົາມີຄວາມສາມາດ ຢ່າງໜ້າອັດສະຈັນ(ຍິ່ງກວ່າໃຜ)
![](http://img.laoupload.com/images/60118710384928394186.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 18, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ຄືກັບວ່າເທບແຫ່ງສະຫວັນພິໂລດ ເສກມົນດຳສະກົດນ້ຳຕົກຫູໂຂ່ວແຫ່ງລຸ່ມນ້ຳຫວງໂຮ່ ໄດ້ຢຸດໄຫຼ ໄດ້ເສກສັນທິວທັດເປັນສາຍທານສີຂາວຍາວຢຽດປານສະພານ ພື້ນແກ້ວໃສນ້ຳທີຖືກມົນສະກົດຈົນຢຸດໄຫຼ ມີນ້ຳແຂງຍ້ອຍມາປະດັບສົງແສງແວວວ່າວ ຮູບພາບອັນຕະການຕາຂອງນ້ຳຕົກຫູໂຂ່ວ ນ້ຳຕົກຫູໂຂ່ວ ເປັນນ້ຳຕົກທີ່ມີຊື່ສຽງໃນແມ່ນ້ຳຫວງໂຮ່ ກະແສນ້ຳທີ່ໄຫຼລັງ ກາຍເປັນຄືນຟອງ ແຫ່ງສັນຍາລັກຈິດວິນຍານຂອງຊົນຊາດຈີນ ![](http://pics.manager.co.th/Images/553000018755801.JPEG)
![](http://pics.manager.co.th/Images/553000018755802.JPEG)
![](http://pics.manager.co.th/Images/553000018755803.JPEG)
![](http://pics.manager.co.th/Images/553000018755804.JPEG)
![](http://pics.manager.co.th/Images/553000018755805.JPEG)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 14, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ເກົ່າຫຼີ ເອີ້ນວ່າMyeongDong soft ສູງຕັ້ງວ່າ 32 ຊມ. (ປັດໂທ!!ບໍ່ແມ່ນກະແລ່ມທີ່ ສູງທີ່ສຸດໃນໂລກບໍ່ນິ..) ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930266-image001.jpg)
ເບເກີ ຕາມສັງອາຫານເຊົ້າໃນນິວຢອກ ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930270-image002.jpg)
ຊາວຟີລິບປິນ ກຳລັງຈ່າວຂາຍໝູ່ປີ້ງເປັນໂຕ ໃນເມືອງເຊບູ ( Cebu , Phillipines) ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930282-image004.jpg)
ຂອງກິນແບບຈີນ ມີຕາມແຄມທາງ ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930295-image007.jpg)
ກ້ວຍເອືອບດ້ວຍນົມ ຕົກແຕ່ງແບບຍີ່ປຸນ ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930320-image012.jpg)
ຕາມແບບຫວຽດນາມ ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930341-image016.jpg)
ຕາມແບບ ອີນເດຍ ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930345-image017.jpg)
ຕາມແບບຊາວ ເລບານອນ ![](http://www.fwdder.com/data/mail/2010/12/14/1292317170060/image/__fwdDer.com__-155930353-image018.jpg)
ຕາມແບບລາວ(ບ້ານເຮົາ) ![](http://www.ecom.org.la/images/photos/IMG_3184_Large.jpg)
![](http://laos411.com/images/food/khao_laam_noborder.jpg)
![](http://laos411.com/images/food/papayasalad.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 13, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 12, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
“ບໍ່ຕ້ອງຮັກເທົ່າຟ້າ ແຕ່ຂໍໃຫ້ຮັກຄືເກົ່າ ບໍ່ຕ້ອງເພີ້ມເຕີມ ແຕ່ບໍ່ຮັກໜ້ອຍລົງ ບໍ່ຕ້ອງຮັກຈົນຊົວນິລັນ ຮັກຕອນຂ້ອຍຍັງມີລົມຫາຍໃຈ ຂໍໃຫ້ຄືເກົ່າ ຂໍໃຫ້ເໝືອນເດີມ” ມື້ວານນີ້ ຕອນຂັບລົດໄປຕະຫຼາດ ຂ້ອຍໄດ້ຍິນສຽງເພງໜຶ່ງດັ່ງຂຶ້ນ ຍ້ອນວ່າ ອາລົມມັນໄປກັບເນື້ອເພງກໍ່ເລີຍຖາມຟ້າວ່າ ຫຼັງຈາກແຕ່ງງານກັນມາເກືອບ10 ປີ ຍັງຮັກຄືເກົ່າບໍ່ ຟ້າຕອບວ່າບໍ່ ຍ້ອນຮັກຫຼາຍກວ່າເກົ່າ (ຫຼາຍຂຶ້ນທຸກມື້) ເອີ! ເນາະຄົນເຮົາຫຼາຍກວ່າຮັກຄວາມຜູກພັນ ແລະ ຄວາມຜູກພັນນີ້ເອງທີ່ເຮັດໃຫ້ເຮົາຮັກກັນຫຼາຍຂຶ້ນ ທຸກມື້ນີ້ໂຕຕິດກັນເລີຍ ບໍ່ຮູ້ວ່າຟ້າຕິດໂບ ຫຼື ໂບຕິດຟ້າ (ຍ້ອນໄປທາງໃດກະມີແຕ່ຟ້າ) ຄວາມຈິງ ກະຕິດກັນມາກ່ອນຈະຕແຕ່ງງານແລ້ວ. ບໍ່ຮູ້ວ່າຍາມໃດແຕ່ທີ່ຟ້າບໍ່ຕິດເຮົາ. ![](http://www.212cafe.com/freewebboard/user_board/hfm/picture/00279_13.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 11, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
![](http://manager.co.th/asp-bin/Image.aspx?ID=1698929)
ໂຮວ ແຕ້ມໃຫ້ລູກເບິ່ງ ພ້ອມກັບເດັກນ້ອຍຄົນອື່ນໆ ສິນລະປະພື້ນບ້ານແບບ 3ມິຕິ ຂອງໂຮວ ![](http://manager.co.th/asp-bin/Image.aspx?ID=1698930)
![](http://manager.co.th/asp-bin/Image.aspx?ID=1698931)
ໂຮວ ແລະ ລູກຊາຍ ![](http://manager.co.th/asp-bin/Image.aspx?ID=1698932)
ຄວາມຄິດດີ ຊ່ວຍໃຫ້ເດີນບ້ານ ມີສະເໜ່ຂຶ້ນອີກ ![](http://manager.co.th/asp-bin/Image.aspx?ID=1698933)
![](http://manager.co.th/asp-bin/Image.aspx?ID=1698934)
![](http://manager.co.th/asp-bin/Image.aspx?ID=1698935)
![](http://manager.co.th/asp-bin/Image.aspx?ID=1698936)
![](http://manager.co.th/asp-bin/Image.aspx?ID=1698938)
![](http://manager.co.th/asp-bin/Image.aspx?ID=1698939)
ສ່ວນຜັກຢູ່ເຮືອນ ![](http://manager.co.th/asp-bin/Image.aspx?ID=1698940)
![](http://manager.co.th/asp-bin/Image.aspx?ID=1698941)
![](http://manager.co.th/asp-bin/Image.aspx?ID=1698942)
ວັດທີ່ມີສະເໜ ![](http://manager.co.th/asp-bin/Image.aspx?ID=1698943)
![](http://manager.co.th/asp-bin/Image.aspx?ID=1698944)
![](http://manager.co.th/asp-bin/Image.aspx?ID=1698945)
![](http://manager.co.th/asp-bin/Image.aspx?ID=1698946)
![](http://manager.co.th/asp-bin/Image.aspx?ID=1698947)
ເສົາໂລມັນ ຢູ່ໜ້າໂຕະ ![](http://manager.co.th/asp-bin/Image.aspx?ID=1698948)
ໂຖດອກໄມ້ ລອຍໄດ້ ![](http://manager.co.th/asp-bin/Image.aspx?ID=1698951)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 10, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ຜູ້ທີ່ມີຄວາມສະເໝີຕົ້ນສະເໝີປາຍ, ບໍ່ມີການປ່ຽນແປງທາງດ້ານຈິດໃຈ ແລະ ອາລົມເລື້ອຍເກີນໄປ ຍ່ອມ ເຮັດໃຫ້ຜູ້ທີ່ໄດ້ຮູ້ຈັກມີຄວາມປະທັບໃຈໄດ້ບໍ່ຍາກ. ຜູ້ທີ່ບໍ່ມີຄວາມສະເໝີຕົ້ນສະເໝີປາຍ ຫຼື ບໍ່ມີຄວາມໝັ້ນຄົງທາງອາລົມ ຍ່ອມເຮັດໃຫ້ຄົນອ້ອມຂ້າງ ຫຼື ຜູ້ທີ່ ຮູ້ຈັກ ແລະ ພົບຫາກັບເຮົາຢູ່ນັ້ນມີຄວາມສັບສົນໄປນຳເຮົາຄືກັນ, ນອກຈາກນີ້, ຄວາມສະເໝີຕົ້ນສະເໝີປາຍຍັງ ເປັນການວັດແທກຄຸນຄ່າໃນໂຕຄົນຜູ້ນັ້ນນຳອີກໂຕຢ່າງຄື ຜູ້ຊາຍ ແລະ ແມ່ຍິງທີ່ຕົກລົງພົບຫາເບິ່ງໃຈກັນຕ່າງກໍ ສະແດງນິໄສຂອງແຕ່ລະຄົນອອກມາທັງດີ ແລະ ບໍ່ດີ ຫຼື ອາດຈະສະແດງແຕ່ນິໄສທີ່ດີອອກມາ ເຊິ່ງເມື່ອຕົກລົງ ປົງໃຈທີ່ຈະແຕ່ງດອງກັນແລ້ວ ທັງຜູ້ຊາຍ ແລະ ແມ່ຍິງຍັງຄົງຈະສະແດງນິໄສເກົ່ານັບແຕ່ພົບຫາເບິ່ງໃຈກັນຢູ່ຫຼື ບໍ່? ຖ້າຍັງມີນິດໄສເກົ່າຢູ່ບໍ່ປ່ຽນແປງ ກໍ່ຖືວ່າເປັນຄົນສະເໝີຕົ້ນສະເຫມີປາຍດີ, ແຕ່ຖ້າມີການປ່ຽນແປງ ຈາກເຄີຍ ມີນິໄສດີ ຫຼັງແຕ່ງດອງໄປແລ້ວນິໄສຊ້ຳພັດປ່ຽນໄປໃນທາງບໍ່ດີສະແດງວ່າ: ບໍ່ມີຄວາມສະເໝີຕົ້ນສະເໝີປາຍ ເຮັດ ໃຫ້ຄຸນຄ່າໃນໂຕຂອງຄົນຜູ້ນັ້ນຫລຸດລົງ ແລະ ບໍ່ເຮັດໃຫ້ເກີດຄວາມປະທັບໃຈໄດ້. ![](http://t2.gstatic.com/images?q=tbn:ANd9GcSH679f9zusUX1Dp7q-dolC6hA9ylpMGfsXqolMrTQmRTJVXiis)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 9, 2010
| ມີ
24 ຄຳເຫັນ
ແລະ
0 trackback(s)
ຄົນຕຸ້ຍກໍ່ມີຂໍ້ດີຄືກັນເດີ້ ໃຜວ່າບໍ່ມີ: 1. ເຕັ່ງຕຶງ, ບໍ່ຢ່ອນຍານ ເບິ່ງແລ້ວມີນ້ຳມີນວນ 2. ເປັນຕາຮັກ ໂດຍສະເພາະຄົນຕຸ້ຍໆ, ຂາວໆ ມັກມີຄົນມາຢອກຫຼິ້ນ 3. ຄົນຕຸ້ຍສ່ວນໃຫຍ່ມັກຈະອາລົມດີ, ເຮັດຫຍັງໜ່ອຍໜຶ່ງກະຫົວ ແລະ ເບິ່ງໂລກໃນແງ່ດີ 4. ມີໝູ່ຫຼາຍ ເພາະອາລົມດີ 5. ກິນງ່າຍ, ຢູ່ງ່າຍ ບໍ່ຫຼາຍເລື້ອງ (ເພາະກິນໄດ້ທຸກຢ່າງ ຍົກເວັ້ນ....555) 6. ມີຄວາມສຸກກັບການກິນ ບໍ່ຢ້ານຕຸ້ຍ (ເພາະຕຸ້ຍຢູ່ແລ້ວ) ຄົນເຮົາອາຍຸສັ້ນ ຫາຫຍັງກິນທີ່ມັນແຊບໆ ກິນດີກວ່າເນາະ 7. ບໍ່ຄອຍມີຄວາມທຸກຄືຄົນອື່ນ ເພາະວ່າບໍ່ສະບາຍໃຈກໍ່ຈະຫາແນວກິນທີ່ແຊບໆກິນ ບຶດໜຶ່ງກະລືມໝົດແລ້ວ 8. ຮູ້ຈັກຮ້ານອາຫານທີ່ແຊບໆຫຼາຍ 9. ເປັນຄົນອກຄວາມຄິດໄດ້ດີ ໂດຍສະເພາະເລື້ອງກິນ 10. ເປັນຄົນທີ່ປະຢັດເພາະບໍ່ເຄີຍຖິ້ມຂອງກິນ ![](http://t2.gstatic.com/images?q=tbn:ANd9GcQvfG7EhbS0Mbdg0ZuWp1mY8foimxeiEMvjzjnVxRK6cR5FuRBHFg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 8, 2010
| ມີ
16 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 7, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 5, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ຮັກແທ້ຢູ່ໃສ? ຮັກແທ້ເປັນສິ່ງທີ່ຄົນເຮົາທຸກຄົນຕ້ອງການ ແລະ ຈະພະຍາຍມາທຸກວິທີທາງເພື່ອຕາມຫາຮັກແທ້. ທ່ານຮູ້ບໍ່ວ່າ ມີເລື້ອງເລົ່າກ່ຽວກັບຮັກແທ້ໃນຫຼາຍສະຕະວັດທີ່ຜ່ານມາ ໃນຂະນະນັ້ນໂລກເຮົາຍັງອ່ອນເຍົາຢ່າງຍິ່ງກວ່ານີ້ ຮັກແທ້ຈຶ່ງ ປະກົດຢູ່ທຸກຫົນທຸກແຫ່ງເຕັມໄປໝົດ ມະນຸດສາມາດເປັນເຈົ້າຂອງມັນດ້ວຍການເລືອກຫາຢ່າງງ່າຍດາຍ ຍ້ອນເປັນ ແນວນັ້ນມະນຸດຈຶ່ງ ບໍ່ຮູ້ຮັກສາ, ຖະນຸຖະໜອມ ແລະ ບໍ່ເຫັນຄຸ່ນຄ່າຂອງຮັກແທ້. ເມື່ອເປັນເຊັ່ນນີ້ ພະຜູ້ເປັນເຈົ້າຈຶ່ງ ຕັດສິນໃຈເກັບຮັກສາຮັກແທ້ເອົາໄວ້ ແລະ ຕໍ່ມາພະຜູ້ເປັນເຈົ້າຈຶ່ງຂໍໃຫ້ນາງຟ້າສອງອົງຊ່ວຍເກັບຮັກສາຮັກແທ້ໄວ. ທຳ ອິດນາງຟ້າບໍ່ຮູ້ຈະເອົາໄປໄວ້ໃສ ເພາະວ່າຈະເອົາໄປໄວ້ໃສກໍຍ້ານມະນຸດໄປພົບເຫັນ ແລະ ຂຸດຄົ້ນຂຶ້ນມາ, ທັງສອງຈຶ່ງ ໄດ້ປຶກສາຫາລືກັນ ແລະ ຕົກລົງກັນເອົາຮັກແທ້ໄປຝັງດິນໄວ້ ແຕ່ມະນຸດກໍຍັງສາມາດຄົ້ນພົບ ແລະ ຂຸດຂຶ້ນມາໄດ້ຢ່າງ ງ່າຍດາຍ. ຕໍ່ມານາງຟ້າທັງສອງຈຶ່ງເອົາຮັກແທ້ໄປໄວ້ຢູ່ເທິງຈອມພູເຂົາທີ່ທຸລະກັນດານ, ອັນຕະລາຍ ແລະ ສູງຊັນທີ່ ສຸດ ເຖິງປານນັ້ນມະນຸດກໍ່ຍັງສາມາດປີນໄຕ່ຂຶ້ນໄປເຖິງຍອດພູເຂົານັ້ນໄດ້ແລ້ວນຳຮັກແທ້ອອກມາ…ຕໍ່ມານາງຟ້າຈຶ່ງເອົາ ຮັກແທ້ໄປໄວ້ພື້ນນ້ຳທະເລເລິກໆ ແຕ່ມະນຸດກໍຍັງສາມາດລອຍຍໄປເຖິງພື້ນທະະເລແລ້ວນຳເອົາຮັກແທ້ກັບຂຶ້ນມາອີກຈົນ ໄດ້. ຍ້ອນວ່າເອົາຮັກແທ້ໄປໄວ້ໃສມະນຸດກໍຍັງສາມາດຕິດຕາມຂຸດຄົ້ນ ຊອກຫາມາຈົນໄດ້ ດັ່ງນັ້ນ, ໃນທີ່ສຸດນາງຟ້າຈຶ່ງ ຕົກລົງກັນທີ່ຈະເອົາຮັກແທ້ໄປໄວ້ໃນຫົວໃຈຂອງມະນຸດ…ນັບແຕ່ນັ້ນມາຜູ້ຄົນຈຶ່ງມີບັນຫາໃນການຕິດຕາມຮັກແທ້ ເພາະ ພວກເຂົາຈະພາກັນເບິ່ງ ແລະ ຊອກຫາມັນໃນທຸກຫົນທຸກແຫ່ງທີ່ຢູ່ໃນໂລກນີ້ ບໍ່ວ່າຈະເປັນພູເຂົາລຳເນົາໄພ, ຕົ້ນໄມ້ໃບ ຫຍ້າ, ມະຫາສະມຸດ…ຍົກເວັ້ນບ່ອນດຽວ…ທີ່ເຊິ່ງຄວນຈະເກັບມັນໄວ້ ນັ້ນກໍຄື…ຫົວໃຈນັ້ນເອງ. ![](http://share.psu.ac.th/file/naowarath.m/love2.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 2, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ເຖິງຜູ້ຊາຍ ຫຼື ຜູ້ເປັນພໍ່ທຸກຄົນ... ເວົ້າເຖິງການຮັກສາສຸຂະພາບ ແລະ ການພັດທະນາເດັກນ້ອຍ ໃນແຕ່ລະຄອບຄົວຫຼາຍຄົນກໍຈະຫັນໜ້າໄປຫາແມ່ຍິງ ຊຶ່ງເປັນແມ່ເຮືອນ ຫຼື ແມ່ເດັກນ້ອຍໃນທັນທີໂລດ ແລະ ຖ້າເປັນແບບນັ້ນແທ້ ກໍ່ຈະຖືວ່າເມ່ນເລື້ອງທີ່ບໍ່ຖືກຕ້ອງເໝາະສົມເສຍແລ້ວ. ໂລກສູ່ມື້ນີ້ໄດ້ໄຂປ່ອງເປີດແປວໃຫ້ແມ່ຍິງມີອາຊີບ ມີວຽກເຮັດງານທຳ ມີຄວາມຮັບຜິດຊອບ ຕໍ່ສັງຄົມກ້ວາງຂວາງກວ່າເກົ່າ ນອກເໜືອໄປຈາກພາລະແບກຫາບໃນຄອບຄົວດັ່ງທີ່ເຄີຍມີມາ. ບໍ່ວ່າຈະເປັນວຽກງານກະສິກຳ ແລະ ຫັດຖະກຳ ຜູ້ຍິງຕ້ອງໄດ້ເຮັດນາ, ເຮັດໄຮ່, ລ້ຽງສັດ, ຕ່ຳຫູກ, ສາວໄໝ, ເຂັນຝ້າຍ, ຈັກສານ ຕະຫຼອດຈົນນຳເອົາຜົນຜະລິດໄປຂາຍໃນທ້ອງຕະຫຼາດ. ໃນໂຮງງານອຸດສາຫະກຳ ວຽກງານສຳລັບຜູ້ຍິງກໍທະວີຄູນຂຶ້ນຢ່າງວ່ອງໄວ. ແມ່ຍິງບໍ່ພຽງແຕ່ຕ້ອງດິນຮົນຫາວຽກເຮັດງານທຳເພື່ອຊ່ວຍຜົວໃນການລ້ຽງຊີບ ຫາກຍັງແບກຫາບພາລະໃນເຮືອນ ຕັກນ້ຳຫາຟືນ ໜຶ່ງເຂົ້າເປົ່າໄຟແຕ່ງຢູ່ຄົວກິນ, ຊັກເຄື່ອງ ທຳຄວາມສະອາດເຮືອນຊານກາງບ້ານ ແລະ ປະຕິບັດໜ້າທີ່ດູແລສຸກທຸກຂອງສະມາຊິກໃນຄອບຄົວທຸກຄົນອີກດ້ວຍ. ວຽກງານໜັກໜາຫຼວງຫຼາຍພາຍມາກ ທີ່ເຫຼືອບ່າກວ່າແຮງເກີນກວ່າແມ່ຍິງຈະຮັບຜິດຊອບຜູ້ດຽວ ກໍຄືການປົກປັກຮັກສາຊີວິດ, ການດູແລສຸຂະພາບ, ການລ້ຽງດູ, ເຕີບໃຫຍ່ ແລະ ອົບຮົມສັງສອນລູກ. ເຖີງເວລາແລ້ວ ທີ່ຜູ້ຊາຍທຸກໆຄົນຕ້ອງຄຳນຶງ ເຖິງບັນຫາທີ່ຖືກມອງຂ້າມນີ້ແລ້ວຫັນມາຮ່ວມໄມຮ່ວມມືກັບຜູ້ຍີງ ເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງມະນຸດຊາດ ທັງນີ້ກໍເພາະວ່າຄຸນຄ່າຂອງເດັກ ບໍ່ໄດ້ຢູ່ສະເພາະນຳແຕ່ການເປັນຜູ້ສືບທອດເຜົ່າພັນ ແລະ ການເປັນຊັບພະຍາກອນມະນຸດ ອັນມີຄ່າໃນອະນາຄົດເທົ່ານັ້ນ ແຕ່ຍັງເປັນພະລັງ ແລະ ອົງປະກອບສຳຄັນຂອງຄອບຄົວ ແລະ ສັງຄົມຕື່ມອີກ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ທ.ວ.. 1, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ການເຍີ້ນເວລາແບບຄວາຍ ລູກສິດໄວລຸ້ນຄົນໜື່ງມັກອ້າງເລື້ອງການປ່ອຍວາງ ເມື່ອເວລາຂີ້ຄ້ານບໍ່ຢາກເຮັດຫຍັງຈັກອັນ ອາຈານຈຶ່ງເວົ້າວ່າ: ໃນເວລາເຂົ້າພັນສາປີໜຶ່ງ ຄູບາອົງໜຶ່ງໄດ້ຍ່າງໄປເບິ່ງຈົວນ້ອຍ ໃນກຸຕິຫຼັງໜຶ່ງ ຄູບາໄດ້ເອົາເຄື່ອງໄປມ້ຽນບ່ອນ ທີ່ບໍ່ຄວນມ້ຽນ ທ່ານຈຶ່ງຖາມວ່າ“ເປັນຫຍັງຈຶ່ງເອົາໄປໄວ້ຫັນ” ຈົວນ້ອຍໃຫ້ເຫດຜົນວ່າ“ເພາະຫຼັງຄາມັນຮົ່ວ” ເມື່ອຄູບາຖາມວ່າ“ເປັນຫຍັງຄືບໍ່ແປງມັນ” ຈົວນ້ອຍຕອບວ່າ“ຂະນ້ອຍກຳລັງເຝຶກເລື້ອງຄວາມອົດທົນ ແລະ ການປ່ອຍວາງ” ຄູບາຈຶ່ງເວົ້າວ່າ ນີ້ແມ່ນການປ່ອຍວາງແບບຄວາຍ ອາຈານໄດ້ສະຫຼຸບໃຫ້ຟັງວ່າ: ພະເຈົ້າ ບໍ່ໄດ້ສອນວ່າ ອັນໃດກະຕ້ອງປ່ອຍວາງ ອັນໃດກະຕ້ອງອົດທົນ ເຮົາຕ້ອງມີປັນຍາໄຈແຍກ ແລະ ໄຕຕອງວ່າ ອັນໃດເປັນອັນໃດ ສິ່ງໃດຄວນອົດທົນກໍ່ຕ້ອງອົດທົນ ເພາະບາງເລື້ອງກະບໍ່ຈຳເປັນຕ້ອງອົດທົນ ບາງສິ່ງບາງຢາງກໍ່ຄວນຈະແກ້ໄຂ ການປ່ອຍວາງຂອງເຮົາກໍ່ຄວນຈະໃຊ້ປັນຍາ ຢູ່ດ້ວຍສະເໝີ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 30, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ມີແຕ່ຄິດເຖິງ
ບາງຄົນ.. ພໍໃຈທີ່ຈະມີ " ຄວາມຮັກ ".. ຂໍໄດ້ພຽງ " ແອບຮັກ " ມີຄວາມສຸກທີ່ໄດ້ເບິ່ງດວງຈັນຢູ່ໃນນ້ຳທີ່ສວຍ-ງາມ ມີຄວາມສຸກກັບຄວາມຄິດພຽງແຕ່ວ່າຄືກັບເຮົາຈະເອື້ອມໄປເຖິງ ແຕ່ໃນຄວາມເປັນຈິງ.. ສິ່ງເຫລົ້ານີ້.. ເອື້ອມມືຄວ້າເທົ່າໃດກໍບໍ່ມີມື້ໄດ້ສຳຜັດ.. ບໍ່ມີ.... ບາງຄົນ.. ພໍໃຈທີ່ຈະຢຸດ ແລະ ຈົບຄວາມສຳພັນແບບນີ້ ທັງນີ້ທັງນັ້ນເພື່ອຄົນອີກຄົນ ຫລື ເພື່ອຕົວເອງ ຍອມທີ່ຈະ " ເຈັບປວດ ".... ຍອມທີ່ຈະ " ເຈັບແລະເສຍໃຈ ".... ພຽງຄົນດຽວ ແຕ່ " ຄວາມຮັກ ".. ບໍ່ແມ່ນວ່າຈະຈົບລົງ.. ຫລື.. ໝົດໄປ ເພາະນີ້.... ເປັນພຽງການເລີ່ມຕົ້ນຂອງ " ການມີຄວາມຮັກ " ເປັນການຮຽນຮູ້ທີ່ຈະກ້າວໄປ.... ນິ້-ເປັນ " ພຽງກ້າວທຳອິດ " ເປັນການຍອມຮັບສະພາບ.. ບາງຢ່າງ.. ສູ່ການ " ກ້າວໄປ " ແຕ່ບໍ່ແມ່ນການສູນເສຍ.... ຂອງ " ຄວາມຮັກ " ຄວາມຮັກເປັນເລື່ອງຂອງຄວາມຮູ້ສຶກ ຄົນເຮົາບໍ່ສາມາດສັ່ງໃຈໃຫ້ຮູ້ສຶກ ຢ່າງນັ້ນ ຢ່າງນີ້ ກັບໃຜໄດ້ ຫາກໃຈບໍ່ຮັກ.. ກໍ.. ຄື.. ບໍ່ຮັກ ແລະ.. ຫາກໃຈຮັກ.. ກໍຄົງບອກຄວາມຮູ້ສຶກວ່າ.. ບໍ່ຮັກ.. ບໍ່ໄດ້ ບໍ່ມີຄຳວ່າ "ຖືກ" ຫລື "ຜິດ" ໃນເລື່ອງຂອງຄວາມຮັກ ຄວາມຖືກຜິດ ມັນຢູ່ທີ່.. ເຮົາຊື່ສັດຕໍ່ຄວາມຮູ້ສຶກຂອງເຮົາຫລາຍຫນ້ອຍຊຳໃດ! ![](http://t3.gstatic.com/images?q=tbn:ANd9GcQoGBVo2LBvp5b5TJIBqO6tQlaoxefRbCTu59yBSMFRyKK1iZ3C)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 29, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 29, 2010
| ມີ
15 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
![](http://pics.manager.co.th/Images/553000017767901.JPEG)
ດວງຕາເວັນຖືກອ້າງສິດເປັນເຈົ້າຂອງ ໂດຍຍິງຄົນແອັ໋ດສະປາຍ
ໃນເມື່ອເວລາຜ່ານຜົ້ນມາຫຼາຍລ້ານປີ ໃນທີ່ສຸດດວງຕາເວັນ ກໍ່ມີເຈົ້າຂອງ ເມື່ອຜູ້ຍິງຄົນໜຶ່ງ
ຈາກແຄ້ວນກາລິເຊີຍຂອງ ແອັ໋ດສະປາຍ ໄດ້ເວົ້າວ່າ ລາວໄດ້ຈົດທະບຽນດາວລຶກດວງນີ້ ກັບ ພະນັກງານຮັບຮອງ ຂອງທ້ອງຖິ່ນທີ່ລາວຢູ່ ວ່າມັນເປັນຊັບສິນສ່ວນຕົວຂອງລາວ ຈາກການໃຫ້
ສຳພາດໃນວັນສຸກທີ່ຜ່ານມາ
ອັງເຈເຣດ ດູຮັນ ອາຍຸ 49ປີ ໃຫ້ຂໍ້ມູນກັບໜັງສືພິມເອຣດ ມຸນໂດວ່າ ລາວດຳເນີນການ
ດັ່ງກ່າວໃນເດືອນທີ່ຜ່ານມາຫຼັງຈາກເຫັນຂ່າວ ຂອງຊາຍຄົນໜຶ່ງໃນອາເມລິກາ ຂຶ້ນທະບຽນ
ອ້າງສິດເປັນເຈົ້າຂອງດວງຈັນ ແລະ ດາວເຄາະທັງໝົດໃນລະບົບສຸລິຍະຈັກະວານ
ລາວເວົ້າວ່າ ເຖິງຈະມີຂໍ້ຕົກລົງສາກົນວ່າປະເທດໃດໆກໍ່ຕາມບໍ່ສາມາດອ້າງສິດເປັນເຈົ້າຂອງ
ດາວເຄາະຫຼືດວງດາວໄດ້ ແຕ່ໃນຂໍ້ຕົກລົງດັ່ງກ່າວບໍ່ໄດ້ມີຂໍ້ຫ້າມກ່ຽວກັບບຸກຄົນໃດບຸກຄົນໜຶ່ງ.
‘’ບໍ່ມີອຸປະສັກຫຍັງ ຂ້ອຍເຊື່ອວ່າການອ້າງສິດຂອງຂ້ອຍຖືກຕ້ອງຕາມກົດໝາຍ ຂ້ອຍບໍ່ໄດ້ໂງ່
ຂ້ອຍຮູ້ກົດໝາຍດີ ຂ້ອຍເຮັດໃນສິ່ງທີທຸກຄົນເຮັດໄດ້ ພຽງແຕ່ວ່າຂ້ອຍເປັນຄົນທຳອິດເທົ່າ ນັ້ນເອງ'' ເອກະສານຂອງພະນັກງານຈົດທະບຽນຮັບຮອງ ແລະ ປະກາດວ່າ ດູຮັນ ໄດ້ເປັນ''ເຈົ້າຂອງ ດວງຕາເວັນ'' ດາວລຶກເຊິ່ງຖືວ່າຕັ້ງຢູ່ໃນສູນກາງຂອງລະບົບສຸລິຍະຈັກກະວານ ຫ່າງຈາກ
ໂລກ ປະມານ 149.600.000 ກິໂລແມັດ ສົມບູນແລ້ວ.
ດູຮັນ ທີ່ອາໄສຢູ່ເມືອງຊັນວາເຕີຣາໂດ ມິໂນ ບອກວ່າລາວຈະເກັບເງິນທຸກຄົນທີ່ໃຊ້ຜົນປະ ໂຫຍດ ຈາກດວງຕາເວັນ ແລະ ມອບເງິນເຄິ່ງໜຶ່ງທີ່ເກັບມາໄດ້ໃຫ້ກັບລັດຖະບານແອັ໋ດສະ
ປາຍ ແລະ ອີກຮ້ອຍລະ20ໃຫ້ກອງທຶນເບ້ຍບຳນານຂອງປະເທດ. ນອກຈາກນີ້ລາວຈະມອບສວນແບ່ງ 10ເປີເຊັນໃຫ້ກັບການວິໃຈຕ່າງໆ ແລະ ອີກຮ້ອຍ
ລະ 10ເປັນກອງທຶນສຳລັບຄວາມອຶດຢາກຂອງຄົນທົ່ວໂລກ ສ່ວນລາວຈະເກັບໄວ້ໃຊ້ເອງພຽງ
10%ເທົ່ານັ້ນ
AFP news
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 25, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
![](http://img.laoupload.com/images/73542741671768709016.jpg)
ນັກຮຽນ 21 ຄົນ ຈາກໂຮງຮຽນມັດທະຍົມແຊນທິຊາຄອນແວັນແຫ່ງປະເທດສິງກະໂປ ໄດ້ມາຊ່ວຍແບ່ງປັນຄວາມຮູ້ແກ່ນັກຮຽນໂຮງ ຮຽນປະຖົມສົມບູນບ້ານຫນອງປີງເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ນາງ ວິໂນທາ ລາຈາ ອາຈານສອນ ທັງເປັນຫົວຫນ້ານຳທີມໃຫ້ຮູ້ວານນີ້ວ່າ: ການມາໃນຄັ້ງນີ້ ແມ່ນເພື່ອຕ້ອງການມາປັບປຸງ, ບູລະ ນະ ແລະ ປະກອບສ່ວນໃນການສ້າງນັກຮຽນ-ນັກສຶກສາບ້ານຫນອງປີງ ມີກຳນົດການເດີນທາງມາເປັນເວລາ 9 ວັນ ເລີ່ມແຕ່ວັນທີ 19 -21 ພະຈິກນີ້ ໂດຍມີກິດຈະກຳສິດສອນວິຊາພາສາອັງກິດໃຫ້ແກ່ນ້ອງໆ, ສອນການຮ້ອງເພງ, ຮຽນການພັບເຈ້ຍເປັນຮູບຕ່າງໆ, ແຕ້ມ ຮູບ ແລະ ນອກນັ້ນຍັງໄດ້ມີການແລກປ່ຽນດ້ານວັດທະນະທຳກັບນ້ອງໆເຊັ່ນ: ການນຸ່ງຖື ແລະ ການແຕ່ງອາຫານເປັນຕົ້ນ. ນາງ ວິໂນທາ ລາຈາ ໃຫ້ຮູ້ອີກວ່າ: ຕົນພ້ອມດ້ວຍທີມງານມີຄວາມພາກພູມໃຈຍິ່ງທີ່ໄດ້ປະກອບສ່ວນໃນການພັດທະນາການສຶກສາ ຂອງລາວ ກໍ່ຄືນັກຮຽນບ້ານຫນອງປີງ ໂດຍທຶນຮອນນຳໃຊ້ເຂົ້າໃນແຕ່ກິດຈະກຳລວມປະມານ 1 ພັນກວ່າໂດລາສະຫະລັດ ເຊິ່ງລັດຖະ ບານຂອງສິງກະໂປ ແລະ ໂຮງຮຽນເປັນຜູ້ໃຊ້ຈ່າຍ ແລະ ນອກນັ້ນ ກໍ່ມີການປະກອບສ່ວນຂອງນັກຮຽນຈຳນວນຫນຶ່ງນຳອີກ. ແນວໃດກໍ່ດີ ການມາໃນຄັ້ງນີ້ນັບວ່າເປັນທີມທີ 3 ທີ່ທາງໂຮງຮຽນດັ່ງກ່າວໃຫ້ການຊ່ວຍເຫລືອແກ່ໂຮງຮຽນປະຖົມສົມບູນບ້ານຫນອງ ປີງ ເຊິ່ງທີມ 1 ມາເມື່ອຕົ້ນເດືອນທີ 7 ຂອງປີນີ້ ມີນັກຮຽນປະມານ 20 ຄົນ ໄດ້ສ້າງຮ້ານອາຫານ 1 ຫລັງມູນຄ່າປະມານ 10 ລ້ານ ກວ່າກີບ ແລະທີມທີ 2 ມາເມື່ອຕົ້ນໆເດືອນພະຈິກນີ້ ໂດຍມີກິດຈະກຳທາສີຝາຫ້ອງຮຽນແຕ້ມຮູບ ແລະກິດຈະກຳຕ່າງໆທີ່ຫລາກຫລາຍ. ທ່ານ ນາງ ເພັດມະນີ ສຸດທະວິໄລ ຜູ້ອຳນວຍການໂຮງຮຽນດັ່ງກ່າວ ກໍ່ໃຫ້ຮູ້ຕື່ມວ່າ: ໂຄງການນີ້ໄດ້ປະໂຫຍດຫລາຍຢ່າງ ແລະ ກໍ່ ເຫັນວ່າໄດ້ຮັບຜົນດີກວ່າໂຄງການອື່ນໆ ອັນໄດ້ເຮັດໃຫ້ນັກຮຽນພາຍໃນໂຮງຮຽນໄດ້ຮັບປະສົບການອັນໃຫມ່ເຂົ້າໃນຊີວິດຂອງເຂົາ ນອກ ນັ້ນ ຍັງມີການແຈກອຸປະກອນການຮຽນການສອນໃຫ້ໂຮງຮຽນນຳອີກ. ອັນນີ້ຢາກຍົກຕົວຢ່າງໃຫ້ເຫັນວ່າ ຢູ່ບ້ານເຮົາເລື້ອງການຊ່ວຍເຫຼືອສັງຄົມ ຍັງບໍ່ທັນແຜ່ຫຼາຍ ຄືກັບປະເທດເພື່ອນບ້ານ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 24, 2010
| ມີ
20 ຄຳເຫັນ
ແລະ
0 trackback(s)
![](http://board.postjung.com/data/518/518801-topic-ix-0.gif)
ເຂົ້າເວົ້າວ່າ ເປັນພາບຕັດຕໍ່ທີ່ຄືທີ່ສຸດໃນໂລກ
ແຕ່ມັນ ກະຍັງປະກົດມີ 3ຈຸດ ທີ່ສາມາດສັງເກດ
ວ່າແມ່ນຮູບຕັດຕໍ່
ໃຜຊອກເຫັນ ຊ່ວຍບອກແດ່ເດີ ເພາະວ່າ ຂ້ອຍກະ ອກບໍ່ເຫັນ ຄືກັນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 14, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 14, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ສອງເອື້ອຍນ້ອງແບ່ງເຄັກໃຫ້ກັນກິນ ນ້ອງຈັບກ້ອນໃຫຍ່ທັນທີ ເອື້ອຍ: ຄືເປັນຄົນເອົາປຽບຜູ້ອື່ນຄືແນວນີ້, ຖ້າເປັນເອື້ອຍຈະບໍ່ເຮັດ ຄືນ້ອງ. ນ້ອງ: ຖ້າເລືອກກ່ອນເອື້ອຍຊິເລືອກກ້ອນໃດ໋? ເອື້ອຍ: ກໍ່ຕ້ອງເລືອກກ້ອນນ້ອຍແນ່ນອນ. ນ້ອງ: ອ້າວ... ເອື້ອຍກໍ່ໄດ້ກ້ອນນ້ອຍແລ້ວເດຫັ້ນນະ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 13, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 12, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
![](http://www.vientianemai.net/images/photos/2010101411252.jpg)
ໃນຍຸກເສດຖະກິດຕະຫຼາດ ມີບົດບາດທຸກການເຄື່ອນໄຫວໃຊ້ຈ່າຍ ກໍຕ້ອງມີການໄລ່ລຽງ ການຍົກລະດັບຄວາມຮູ້ ຄວາມສາມາດ ເພື່ອໃຫ້ສົມດຸນກັບໜ້າທີ່ວຽກງານ ກໍເປັນບັນຫາໜຶ່ງ ທີ່ເສດຖະກິດເຂົ້າມາແຊກແຊງໂດຍກົງ ຫາກຄອບຄົວບໍ່ມີເງື່ອນໄຂ ບໍ່ຕັດສິນໃຈ ເພື່ອອະນາຄົດຂອງລູກຫຼານ ກໍຍາກທີ່ຈະລອດຂອບຮົ້ວມະຫາໄລ ໄດ້ຢ່າງສົມບູນ ບາງຄົນຕ້ອງຊອກ ປະລິນຍາເຖື່ອນ ເພື່ອຕຳແໜ່ງງານທີ່ມຸ່ງຫວັງແບບນີ້ ກໍມີໃນສັງຄົມບ້ານເຮົາໃນປັດຈຸບັນ.. ບົດຂຽນໃນຄໍລຳສັງຄົມວິຈານ ໃນຫົວຂໍ້ ປອມໃບປະລິນຍາຫາລ້ຽງຊີບ ຂຽນໂດຍ: ເຂີຍເມືອງງອຍ ອອກປຸບ... ກະຊວງສຶກສາທິການ ກໍໄດ້ລົງບັນຊີລາຍຊື່ບຸກຄົນ ຜູ້ທີ່ມີໃບປະກາດຈົບຊັ້ນປະລິນຍາຕີ ຊັ້ນສູງ ຂະແໜງການອື່ນໆ ທັງໝົດມີ 383 ໃບ ເຈົ້າຂອງກິດຈະການໃຫຍ່ ໃບປະກາດປອມລາຍນີ້ຊື່ ທ້າວ ຈັນທີ ອາຍຸ 34 ປີ ອາຊີບອອກແບບປ້າຍໂຄສະນາ ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ກ່ຽວຖືກກັກຕົວວັນທີ 9 ພະຈິກ 2009 ຂໍ້ຫາເຮັດໃບປະກາດປອມ ຜູ້ຕ້ອງຫາລາຍນີ້ ປອມໄດ້ທຸກຢ່າງ ນັບທັງກາຊື່ ກາປະທັບ ຂອງອະທິການບໍດີ ມະຫາໄລດົງໂດກ. ກະຊວງສຶກສາ ໄດ້ແຈ້ງມາໃຫ້ກະຊວງ ປ້ອງກັນຄວາມສະຫງົບ ທີ່ເພິ່ນພົບເຫັນໃນຄອມພິວເຕີ ຂອງຜູ້ຕ້ອງຫາລາຍນີ້ ມີໃບປະກາດທັງໝົດ 383 ໃບ ໃນນີ້ ຈົບປະລິນຍາຕີ 351 ໃບ ມີແພດສາດລວມຢູ່ນຳ 2 ໃບ ຊັ້ນສູງມີ 24 ໃບ ຊັ້ນກາງ 2 ໃບ ການເງິນ 2 ໃບ ນອກນີ້ ຂະແໜງອື່ນໆທີ່ກ່ຽວຂ້ອງ ເຖິງສາຂາວິຊາຊີບ. ຜູ້ຕ້ອງຫາຖືກເຈົ້າໜ້າທີ່ ດຳເນີນການສືບສວນ-ສອບສວນ ຂະຫຍາຍຜົນ ແລະ ມີຂໍ້ສະຫຼຸບຊັດເຈນສຳນວນຄະດີ ຜູ້ຕ້ອງຫາລາຍນີ້ ຟ້ອງໄອຍະການ ສົ່ງສານຕັດສິນ ຕາມການກະທຳຜິດ ທີ່ຜູ້ກ່ຽວເຈດຕະນາສ້າງຂຶ້ນ... ແຕ່ທີ່ເປັນຫ່ວງຕໍ່ສຳນັກງານ ຂອງລັດລັດວິສາຫະກິດ ແລະ ຂະແໜງການອື່ນໆ ຕ້ອງລະວັງ ກໍຄືຜູ້ເຂົ້າສະໝັກ ອາດຈະຖືໃບປະກາດປອມ ທີ່ໄດ້ມາຈາກການຊື້ຄັ້ງນີ້ ເຂົ້າເປັນພະນັກງານ. ດ້ວຍຄວາມຮອບຄອບ ລະມັດລະວັງສູງ ກົມຈັດຕັ້ງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ກວດພົບ ໃບປະກາດປອມ 2 ສະບັບ ທີ່ນັກຮຽນຈົບສາຂາວິຊາຊີບ ປະກອບເອກະສານ ຂໍເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ. ໃບປະກາດປອມທີ 1: ໃບປະກາດເລກທີ 0729/ມຊ/2029 ລົງວັນທີ 30/7/2008 ປະລິນຍາຕີ ນິຕິສາດ-ລັດຖະສາດ ຜູ້ກ່ຽວຢູ່ແຂວງວຽງຈັນ. ໃບປະກາດປອມທີ 2: ໃບປະກາດປອມເລກທີ 1765/ມຊ/2008 ລົງວັນທີ 30/7/2008 ພາສາຈີນ ລະບົບປະລິນຍາຕີ ທ້ອງຖິ່ນ ມາຈາກແຂວງຜົ້ງສາລີ. ພະນັກງານກົມຈັດຕັ້ງ ກົມໃຫຍ່ການເມືອງ ກະຊວງ ປກສ ຜູ້ຮັບຜິດຊອບກວດສອບປະຫວັດ ຮັບພະນັກງານທ່ານໜຶ່ງ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບເອກະສານຈາກ ກະຊວງສຶກສາ ເວລາພວກເຮົາ ຮັບສະໝັກພະນັກງານ ຢູ່ບັນດາກົມກອງ ໃນກຳລັງປ້ອງກັນຄວາມສະຫງົບ ຕ້ອງໄດ້ເອົາໃບປະກາດແທ້ ຂອງຜູ້ກ່ຽວທີ່ຍື່ນສະໝັກ ສົມທຽບກັບກະຊວງສຶກສາ ໃຫ້ຂໍ້ມູນ ນອກນີ້ເຮົາຍັງກວດພິສູດອື່ນອີກ ຕາມວິຊາສະເພາະຂອງພວກເຮົາ... ການປອມແປງໃບປະກາສະນີຍະບັດ ແມ່ນຄວາມມຸ່ງຫວັງຂອງຄົນ ທີ່ບໍ່ມີເງື່ອນໄຂເຂົ້າຮຽນ ມີເງື່ອນໄຂ ແຕ່ບໍ່ຢາກເສຍເວລາ ກໍຕ້ອງໃຊ້ວິທີລວງຕາ ຢ່າງທີ່ກ່າວມາ. ຫາກສຳນັກງານ ອົງການຂອງທ່ານ ໄດ້ຮັບບັນຊີຈາກກະຊວງສຶກສາ ທີ່ເກີດຈາກນ້ຳມືຕ້ອງຫາ ຈັນທີ ລາຍນີ້ ກໍຕ້ອງໄດ້ຮອບຄອບ ລະມັດລະວັງມີການກວດສອບ ສົມທຽບກັບເລກທີ ຕົ້ນກຳເນີດທີ່ອອກໃຫ້ຜູ້ກ່ຽວ. ກຳຈັດປັດເຂ່ຍ ປະກົດການຫຍໍ້ທໍ້ທີ່ແອບອ້າງ ໃບປະກາດປອມ ເພື່ອແຊກຊຶມເຂົ້າສຳນັກງານ ອົງການ ແລ້ວຍັງສາມາດຄັດເລືອກ ເອົາພະນັກງານທີ່ມີຄວາມຮູ້ ຄວາມສາມາດ ສົມຄູ່ກັບໃບປະກາດ ເຂົ້າບັນຈຸສັບຊ້ອນ ໃນກົງຈັກການຈັດຕັ້ງ ອີກດ້ວຍ. ຈາກໜັງສືພິມ ![](http://www.vientianemai.net/images/vtm_logo.png)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 12, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ຄໍລຳພວກເຮົາເຄີຍຂຽນເລື່ອງ ດອກຈຳປາ ຫຼາຍບົດຜ່ານມາ ຫຼາຍປີກ່ອນ ຈື່ໄດ້ແມ່ນ ກ່ອນຖະໜົນລ້ານຊ້າງ ຈະປູຊີມັງ ແລະ ແຄມຖະໜົນ ບໍ່ທັນມີການປູກຕົ້ນດອກຈຳປາເທື່ອ... ເວລາຂຽນນັ້ນ ຜູ້ຂຽນ (ທິດດີ) ຊອກຂໍ້ມູນຍາກຫຼາຍ ຈຳເປັນຕ້ອງຫາຕາມໜັງສື ແລະ ຂໍ້ມູນພາຍໃນ ແຕ່ກໍຊອກບໍ່ໄດ້ພໍທໍ່ໃດ ? ຫຼັງຈາກນັ້ນ ໄດ້ໄປຊອກຫາຢູ່ຕ່າງປະເທດ (ໄທ) ເລີຍລົງທຶນຊື້ປຶ້ມກ່ຽວກັບ ດອກຈຳປາ ມາສອງເຫຼັ້ມ... ເວລາໄປເປັນວິທະຍາກອນ ໃຫ້ແກ່ຊຸດອົບຮົມຕ່າງໆ ທີ່ກ່ຽວກັບການຂຽນຂ່າວ ຂຽນບົດ ໃນສື່ສິ່ງພິມ ກໍມັກຍົກເອົາເລື່ອງກ່ຽວກັບ ດອກຈຳປາ ຂຶ້ນມາເລົ່າສູ່ນັກ ສຳມະນາກອນຟັງ ! ຫຼື ໄປເປັນອາຈານສອນຮັບເຊີນຢູ່ ມ.ຊ ກໍເຊັ່ນກັນ !... ມື້ກ່ອນນີ້ ໄປເລາະຮ້ານຂາຍປຶ້ມ ຢູ່ຕໍ່ໜ້າຫ້ອງການໄຟຟ້ານະຄອນຫຼວງ (ສີສະເກດ) ເລີຍໄປເຫັນປຶ້ມທີ່ຂຽນກ່ຽວກັບ ດອກຈຳປາ ທີ່ຊື່ວ່າ: ຈຳປາ ໃນດວງໃຈລາວ ຂຽນໂດຍ: ດຣ. ອຸທະກີ ຈຸລາມະນີ ຄຳຜຸຍ ເຊິ່ງທ່ານເປັນລູກສາວກົກ ຂອງທ່ານ ອຸຕະມະ ຈຸລາມະນີ ເຈົ້າຂອງສຽງເພງ ຈຳປາເມືອງລາວ ເຫັນແລ້ວ ຕັດສິນໃຈຊື້ທັນທີ ທັງໆທີ່ມື້ນັ້ນ ຄິດວ່າຈະໄປກິນເຟີແຊບ !. ບໍ່ທັນອ່ານເນື້ອໃນ ແຕ່ກໍດີໃຈ ເພາະວ່າເຫັນປຶ້ມຂຽນໂດຍຄົນລາວ ແລະ ເປັນພາສາລາວ ເຊິ່ງເພິ່ນກ່າວໄວ້ວ່າ ເພື່ອຮ່ວມສະຫຼອງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ. ອ່ານເນື້ອໃນຂອງປຶ້ມ ກໍມີດີຫຼາຍຢ່າງ ເຊິ່ງບາງອັນ ຫຼາຍຄົນອາດບໍ່ທັນມີນັ້ນຄື: ເນື້ອເພງຈຳປາເມືອງລາວ ເປັນພາສາຝຣັ່ງ ເຊິ່ງເມື່ອກ່ອນ ມີເນື້ອເພງຈຳປາເມືອງລາວ ເປັນພາສາຫວຽດນາມ. ດອກຈຳປາ ເປັນດອກໄມ້ປະຈຳຊາດລາວ ແລະ ປະເທດນິກາຣາກວາ ສ່ວນເຂົ້າມາປູກຢູ່ລາວ ບໍ່ຮູ້ລະອຽດ ແຕ່ມີຫຼັກຖານຢັ້ງຢືນວ່າ ຢ່າງໜ້ອຍ ກໍນັບແຕ່ສະໄໝເຈົ້າໄຊເຊດຖາທິລາດ. ສຳຄັນກ່ວາເພິ່ນແມ່ນ ຢູ່ນະຄອນຫຼວງວຽງຈັນ ມີສວນຈຳປາມົງຄຸນ (ຢູ່ດົງປ່າແຫຼບ ແລະ ບ້ານນາແຄ ຫຼັກ 15 ໃກ້ສະໜາມກີລາແຫ່ງຊາດ). ລາຍລະອຽດ ຢາກໃຫ້ທ່ານຊອກອ່ານເອງນໍ ?. ເວົ້າເລື່ອງປຶ້ມນີ້ ມື້ກ່ອນມີໝູ່ຄູ່ສະເໜີວ່າ: ຄວນຫັນກະຕ່າຂອງຂວັນ ຈາກເຄື່ອງດື່ມມືນເມົາ ມາສູ່ກະຕ່າຂອງຂວັນ ປຶ້ມອ່ານ ໂດຍສະເພາະ ກະຕ່າຈະມອບໃຫ້ຜູ້ບັງຄັບບັນຊາ ! ເພາະຈະຊ່ວຍຫຼາຍຢ່າງເຊັ່ນ: ປຶ້ມກ່ຽວກັບການປົກຄອງ ການບໍລິຫານ ການນຳໃຊ້ ແລະ ກໍ່ສ້າງບຸກຄະລາກອນ. ແຕ່ແມ່ນໃຜ ? ຈະເປັນຜູ້ຄິດອອກ ! ແລ້ວນຳໄປມອບກ່ອນເພິ່ນ ເພາະກະຕ່າອັນນັ້ນ ມັນເປັນມີດສອງຄົມ... ມັນລະອຽດອ່ອນ ! ຖ້າບໍ່ລະມັດລະວັງ ຢ້ານວ່າຈະເປັນແນວອື່ນນໍ ?. ... ການອ່ານປຶ້ມ ເປັນການຮຽນດ້ວຍຕົນເອງ ທີ່ດີເລີດກ່ວາເພິ່ນໝົດ... ຈາກໜັງສືພິມ ![](http://vientianemai.net/images/vtm_logo.png)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 4, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ເຂົາເວົ້າວ່າ...... ຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງຄົນເຮົາຄື....
ການຕົກຫລຸມຮັກໃຜຈັກຄົນ
ການໄດ້ຈູບຄັ້ງທຳອິດ
ການໄດ້ຫົວຈົນໜ້າທ້ອງແຂງ ການໄດ້ນັ່ງອ່ານຈົດຫມາຍເກົ່າໃນຍາມຫວ່າງ
ການໄດ້ໃຊ້ເວລາຫວ່າງໃນບ່ອນທີ່ ແສນງົດງາມ
ການໄດ້ຟັງເພງທີ່ມັກທາງວິທະຍຸ
ການໄດ້ນອນຟັງສຽງຝະຕົກ
ເມື່ອເວລາທີ່ເຮົາອາບນ້ຳແລ້ວໃໝ່ ໆ ແລ້ວເຈີກັບຜ້າເຊັດຕົວອຸ່ນ ການໄດ້ສອບເສັງແລ້ວ
ການໄດ້ຮັບໂທລະສັບຈາກໃຜ ຄົົນໜຶ່ງທີ່ບໍ່ໄດ້ພົບກັນເປັນເວລາດົນແລ້ວ
ການພົບເງີນທີ່ເຮົາເຊື່ອງໄວ້ຕັ້ງແຕ່ດົນມາແລ້ວ
ການໄດ້ຍິ້ມກັບໃຜຈັກຄົນໜຶ່ງ
ການໄດ້ລົມໂຊທລະສັບເປັນຊົ່ວໂມງກັບຄົນຮັກ
ການຍິ້ມໂດຍບໍ່ຕ້ອງມີເຫດຜົນ ການຖືກຍ້ອງໂດຍບໍ່ໄດ້ຕັ້ງໂຕ
ການຕື່ນຂຶ້ນມາແລ້ວຄິດວ່າມັນໜ້າຈະນອນຕໍ່ໄດ້ອີກ ຈັກຊົ່ວໂມງ ເນາະ!
ການໄດ້ຟັງເພງທີ່ເຮັດໃຫ້ເຮົາຄິດຮອດຄົນພິເສດຂອງເຮົາ
ການໄດ້ເປັນສ່ວນຫນຶ່ງຂອງທີມ ການມີເພື່ອນໃໝ່
ການຮູ້ສຶກຄືແມງກະເບື້ອບິນວົນຢູ່ໃນທ້ອງຟ້າ ເວລາພົບໜ້າເຂົາຄົນນັ້ນ
ການຜ່ານຊ່ວງເວລາຫນຶ່ງໄປໄດ້ພ້ອມກັບເພື່ອນທີ່ດີທີ່ສຸດຂອງເຈົ້າ ການໄດ້ເຫັນຄົົນທີ່ເຈົ້າມັກມີຄວາມສຸກ ການໄດ້ໃສ່ເສື້ອຂອງຄົົນທີ່ເຮົາມັກທັງ ໆ ທີ່ກິ່ນຫອມຂອງເຂົາຍັງມີອາຍອຸ່ນຢູ່
ການໄດ້ເຈີເພື່ອນເກົ່າອີກຄັ້ງແລ້ວຮູ້ສຶກຄືກັບວ່າບໍ່ມີຫຍັງປ່ຽນແປງເລຍ!
ການໄດ້ເບິ່ງທ້ອງຟ້າຍາມຕາເວັ້ນໃກ້ຈະຕົກດິນ
ການໄດ້ຍິນໃຜຈັກຄົນບອກຮັກເຈົ້າ
ທີ່ສຸດຂອງທີ່ສຸດຄື ຮູ້ວ່າເຮົາໄດ້ເປັນທີ່ຮັກຂອງຄົນທີ່ເຮົາຮັກ
![](http://webboard.mthai.com/upload_images_new/2006-01-22/189940_3334457.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 3, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ລອງເບິ່ງປະຕິທິນເດືອນໃນປະຈຸບັນ ເດືອນຕຸລາ2010 ຂອງປີນີ້ ແລ້ວນັບມື້ວັນສຸກ ມື້ວັນເສົາ ມື້ວັນອາທິດເບິ່ງ
ຈະເຫັນວ່າ ມີມື້ ວັນສຸກ ວັນເສົາ ວັນອາທິດຮອດວັນລະ 5 ມື້
(ປົກກະຕິຈະພົບແຕ່ມີມື້ ວັນສຸກ ວັນເສົາ ວັນອາທິດທີ່ຕິດຕໍ່ກັນ ພຽງແຕ່ 4 ມື້ ໃນ1ເດືອນ)
ເບິ່ງຕາມຮວງຈຸ້ຍຂອງຄົນຈີນຮຽກເດືອນທີ່ມີປາກົດການມື້ ວັນສຸກ ວັນເສົາ ວັນອາທິດເຖິງວັນລະ 5 ມື້ຄົບໃນ 1 ເດືອນນີ້ວ່າ
ກະເປົ໋າເງີນ ໂດຍເຊືອວ່າຖ້າເຮົາບອກກັນຕໍ່ໄປ ເງີນທອງກໍຈະໄຫລມາເທມາຫາເຮົາ
ສຳລັບໂອກາດທີ່ຈະເກີດເຫດການທີ່ຈະມີມື້ ວັນສຸກ ວັນເສົາ ວັນອາທິດ ຢ່າງລະ 5 ມື້ພາຍໃນ 1 ເດືອນນັ້ນ ຈະເກີດຂຶ້ນ
ທຸກ ໆ 823 ປີ ດັ່ງນັ້ນປີ ຄ.ສ 2833 ເຖິງຈະມີມື້ ວັນສຸກ ວັນເສົາ ວັນອາທິດ ຢ່າງລະ 5 ມື້ພາຍໃນ 1 ເດືອນແບບນີ້ອີກ
ຕ້ອງເກີດໃໝ່ອີກຫລາຍຊາດຈຶ່ງຈະພົບອີກເທື່ອໜຶ່ງ
![](http://www.fwdder.com/data/mail/2010/10/22/1287709098810/image/__fwdDer.com__-075818856-image001.gif)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 3, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ລົ້ມທັງຢືນ.. ດີກວ່າລົ້ມບໍ່ເປັນ ຢ່າຄິດວ່າສູນເສຍ ແລ້ວຊີວິດຈະຕ້ອງເປັນສູນ ເຮົານັບໜຶ່ງໃໝ່ໄດ້ຕະຫຼອດຫາກເຮົາຄິດຈະນັບອີກ ຖ້າສິ່ງທີ່ເຮົາຄາດຫວັງ... ບໍ່ເປັນດັ່ງຫວັງ ຖ້າສິ່ງທີ່ເຮົາພະຍາຍາມທຸ້ມເທເຮັດສຸດແຮງກາຍແຮງໃຈ ບໍ່ປະສົບຜົນສຳເລັດ ຖ້າສິ່ງທີ່ບໍ່ເຄີຍຄາດຄິດມາກ່ອນວ່າຈະເກີດຂຶ້ນ ມັນກໍເກິດຂຶ້ນແລະໄດ້ສ້າງຄວາມເຈັບຊ້ຳ ຈົນເຮັດໃຫ້ເຮົາຕ້ອງຈົມຢູ່ກັບ ຄວາມທຸກ ເຮົາກຳລັງກ້າວສູ່ "ຊີວິດທີ່ເປັນຈິງ" ແລ້ວລະ ເພາະຄວາມເປັນຈິງຂອງຊີວິດ ຈະສອນໃຫ້ເຮົາຮູ້ຈັກຍອມຮັບຄວາມພ່າຍແພ້ສອນໃຫ້ເຮົາຮູ້ຈັກຍອມຮັບ ແລະ ສູນເສຍນ້ຳຕາ ເພື່ອທີ່ຈະໄດ້ຮອຍຍິ້ມຄືນ ກັບມາເປັນລາງວັນຕອບແທນ ແຕ່ມັນກໍບໍ່ເຄີຍເຮັດໃຫ້ໃຜໝົດສິ້ນຄວາມຫວັງ ໝົດສິ້ນພະລັງແລະກຳລັງໃຈໄປກັບຄວາມພ່າຍແພ້ ພຽງແຕ່ຄວາມເປັນຈິງສອນໃຫ້ພວກເຮົາທຸກຄົນຮູ້ວ່າ ........... ຢ່າພຽນສ້າງຄວາມຫວັງ ແຕ່ໃຫ້ເຊື່ອມັ່ນໃຄວາມຫວັງ............ ເພາະຄວາມເຊື່ອມັ່ນຈະນຳພາເຮົາໄປພົບກັບ "ຫົນທາງສູ່ຄວາມສຳເລັດ" ເຖິງວ່າຈະຕ້ອງຝ່າແຂ້ວຫຍັງອີກຫລວງ-ຫລາຍກວ່າຈະເຖິງມື້ນັ້ນ ເຖິງວ່າຈະຕ້ອງລົ້ມລົງອີກ ຈັກເທື່ອ ເຖິງວ່າຈະຕ້ອງຜິດຫວັງຢ່າງແຮງອີກສັກຈັກຫົນກໍຕາມ ປ່ອຍໃຫ້ຊີວິດຜິດພາດບາງຄັ້ງ ປ່ອຍໃຫ້ຄວາມຄາດຫວັງໄດ້ພົບກັບຄວາມຜິດຫວັງ ປ່ອຍໃຫ້ຄວາມຝັນກາຍເປັນຝັນຄ້າງຢູ່ກາງອາກາດ ປ່ອຍໃຫ້ມັນເປັນໄປຫຍັງຈະເກີດກໍໃຫ້ມັນເກີດ ເຖິງວ່າເກີດຂຶ້ນແລ້ວຈະຮ້າຍແຮງກັບຊີວິດກໍຕາມທີ ເພາະທຸກ ໆ ຢ່າງທີ່ເກິດຂື້ນ ຈະຊ່ວຍສອນແລະຊ່ວຍເປັນບົດຮຽນອັນລ້ຳຄ່າໃຫ້ແກ່ຊີວິດ ທີ່ຫາທີ່ໃດບໍ່ໄດ້ອີກແລ້ວເທິງໂລກໃບນີ້ ເຈົ້າຄວນຈະກ່າວກັບຕົວເອງວ່າ... ບໍ່ມີຫຍັງທີ່ຢູ່ກັບເຮົາຕະຫລອດຊີວິດ ທຸກຢ່າງມັນກໍລໍເວລາຈາກເຮົາໄປທັງນັ້ນ ເຊື່ອວ່າຖ້າຊີວິດຄົນເຮົາບໍ່ຢຶດຕິດ ບໍ່ຕ້ອງແຂວນຊີວິດໄວ້ກັບຄວາມຄາດຫວັງ ເວລາທີ່ເຮົາສູນເສຍ ຫລືເວລາທີ່ເຮົາຕ້ອງພົບກັບຄວາມລົ້ມ-ເຫລວ ເຮົາຄົງມີພູມຕ້ານທານຫລາຍພໍທີ່ຈະເອົາໄວ້ຕໍ່ສູ້ກັບຄວາມທໍ້ແທ້ ສິນຫວັງຢ່າຄິດວ່າສູນເສຍແລ້ວຊີວິດຈະຕ້ອງເປັນສູນ ເພາະວ່າເຮົານັບໜຶ່ງໃໝ່ໄດ້ສະເໝີຫາກເຮົາຄິດທີ່ຈະນັບມັນອີກຄັ້ງ ບໍ່ມີຫຍັງເທິງໂລກທີ່ໜ້າຢ້ານ ແລະບໍ່ຈຳເປັນຕ້ອງຢ້ານກັບຄວາມເປັນຈິງຂອງຊີວິດ "ມີພົບກໍຕ້ອງມີຈາກ ມີໄດ້ກໍຕ້ອງມີເສຍ ແລະມີສຸກກໍຕ້ອງມີທຸກເປັນສັດຈະທຳ" ເມື່ອໃດທີ່ເຮົາໄດ້ຮູ້ຈັກສຳຜັດ ແລະໄດ້ຮຽນຮູ້ກັບຊີວິດທັງສອງດ້ານ ເມື່ອນັ້ນເຮົາຈະບໍ່ຮູ້ສຶກເສຍດາຍຫາກເຮົາໄດ້ມີໂອກາດລົ້ມທັງຍືນ ແຕ່ເຮົາຈະເສຍໃຈໄປຕະຫລອດຊີວິດຫາກເຮົາບໍ່ສາມາດກ້າວຂ້າມຄວາມລົ້ມ-ເຫລວທີ່ຜ່ານເຂົ້າມາໄດ້ ມີຄົນເຄີຍບອກເອົາໄວ້ວ່າ... ການຕັ້ງຄວາມຫວັງ ຄືການສ່ຽງກັບຄວາມເຈັບປວດ ການພະຍາຍາມ ຄືການສ່ຽງກັບຄວາມລົ້ມ-ເຫລວ ແຕ່ເຖິງຢ່າງໃດກໍຕ້ອງສ່ຽງ ເພາະໃນສິ່ງທີ່ອັນຕະລາຍທີ່ສຸດໃນຊີວິດກໍຄື ການບໍ່ສ່ຽງຫຍັງເລີຍ ລົ້ມລົງອີກຈັກເທື່ອ ຜິດຫວັງມາສັກຈັກຄັ້ງລຸກຂຶ້ນຍືນໃຫ້ໄດ້ ແລ້ວຈັກມື້ເຮົາຈະພົບຄວາມສຸກ ເພາະຄວາມສຸກບໍ່ໄດ້ໜີຈາກເຮົາໄປໄດ້ຕະຫຼອດ ມັນຢູ່ໃກ້ເຮົາພຽງແຕ່ເຮົາເອື້ອມມືແທ້ໆ ເຂົາຫາມັນ ຖ້າຫາກເຮົາບໍ່ໄດ້ໄປຕັດສິນວ່າ ໂລກມັນຄວນເປັນຢ່າງທີ່ເຮົາຢາກໃຫ້ເປັນ ແລະບໍ່ໄດ້ຕັ້ງກົດເກນໃຫ້ກັບຕົວເອງຫລາຍຈົນເກີນໄປ ເວລາຄິດຫລືເຮັດອັນໃດຈັກຢ່າງແລ້ວມີຂໍ້ບັງຄັບ ມີກອບ ແລະສ້າງມະໂນພາບຄວາມສຳເລັດໄວ້ລ່ວງໜ້າ ເມື່ອສິ່ງຕ່າງໆ ບໍ່ເປັນໄປຕາມກົດຂອງເຮົາ ເຮົາກໍທຸກ ເຮົາກໍເສຍໃຈ ແລະເຮົາກໍໃຈເສຍເອົາແບບງ່າຍ ໆ ມີຄົນເຄີຍບອກໄວ້ວ່າ ສິ່ງທີ່ເກິດຂື້ນກັບເຈົ້າ ບໍ່ແມ່ນສິ່ງທີ່ຈະກຳນົດຄວາມສຸກຂອງເຈົ້າ ແຕ່ມັນເປັນຄວາມຄິດຂອງເຈົ້າເອງຕ່າງຫາກ ຄວາມຄິດທີ່ມີຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບເຈົ້ານັ້ນເອງ ຈະສຸກຫລືຈະທຸກກໍຂຶ້ນຢູ່ທີ່ເຮົາທັງນັ້ນເປັນຄົນກຳນົດ ຖ້າລົ້ມທັງຢືນມັນກະບໍ່ເສຍຫາຍຫຍັງ ແຕ່ລົ້ມບໍ່ເປັນເລີຍນີ້ຕິ,,,,,,,,,,,,? ລອງຄິດເບິ່ງຫລິ້ນ ໆ ແດ່ວ່າ ຈະເກີດຫຍັງຂຶ້ນກັບຊີວິດຕໍ່ໄປ............ ຫຼັງຈາກນີ້ ![](file:///C:/DOCUME~1/ADMINI~1/LOCALS~1/Temp/moz-screenshot.png)
![](http://punlao.com/uploads_user/8000/7113/208435.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 2, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ມີຄົນເຮັດໄດ້ໜຶ່ງ ຂ້ອຍຕ້ອງເຮັດໄດ້ສິບ ![](http://pics.manager.co.th/Images/553000016394001.JPEG)
![](http://pics.manager.co.th/Images/553000016394002.JPEG)
ສົ່ງເທື່ອດຽວໝົດ ![](http://pics.manager.co.th/Images/553000016394003.JPEG)
![](http://pics.manager.co.th/Images/553000016394004.JPEG)
ສິບລໍ້ປອມໂຕມາ ![](http://pics.manager.co.th/Images/553000016394005.JPEG) ມື້ນີ້ບໍ່ມີແຮງໃຫ້ແຊງໄປກ່ອນ ![](http://pics.manager.co.th/Images/553000016394006.JPEG)
ຖະໜົນຄືການສຶກສາ ໃບສັ່ງປັບໃໝຄື ປະລິນຍາ ![](http://pics.manager.co.th/Images/553000016394007.JPEG)
ການຖີບລົດເຮັດໃຫ້ປະສິດທິພາບການດືມເຫຼົ້າໜ້ອຍລົງ ![](http://pics.manager.co.th/Images/553000016394008.JPEG)
ຂໍອະໄພມືໃໝ່ຮຽນສົ່ງ ![](http://pics.manager.co.th/Images/553000016394009.JPEG)
ສູ້ງານ ສູ້ຊີວິດ ແຕ່ບໍ່ຄິດ ສູ້ເມຍ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 31, 2010
| ມີ
18 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 29, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ເຮືອນທີ່ ແຄບທີ່ສຸດໃນໂລກນີ້ ຍາວພຽງ6 ແມັດ ແລະ ມີລວງກ້ວາງ1 ແມັດ ເຮືອນຫຼັງນີ້ຖືກສ້າງຂຶ້ນໂດຍ ສິນລະປິ ຄົນ ອົດສະຕາຣີ Erwin Wurm ![](http://www.fwdder.com/data/mail/2010/10/24/1287933866069/image/__fwdDer.com__-222426243-1287646823_doseng.org_narrow-h.jpg)
![](http://www.fwdder.com/data/mail/2010/10/24/1287933866069/image/__fwdDer.com__-222426235-1287646761_doseng.org_narrow-j.jpg)
![](http://www.fwdder.com/data/mail/2010/10/24/1287933866069/image/__fwdDer.com__-222426225-1287646788_doseng.org_narrow-i.jpg)
![](http://www.fwdder.com/data/mail/2010/10/24/1287933866069/image/__fwdDer.com__-222426211-1287646766_doseng.org_narrow-k.jpg)
![](http://www.fwdder.com/data/mail/2010/10/24/1287933866069/image/__fwdDer.com__-222426203-1287646789_doseng.org_narrow-l.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 28, 2010
| ມີ
16 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ເຂົາເວົ້າວ່າ ຜູ້ຍິງຕຸ້ຍມັກຈະນິໄສດີ ຜູ້ຍິງໜ້າຕາດີມັກຈະມີແຟນເປັນທອມ ຜູ້ຍິງໜ້າຮັກແຟນມັກຈະບໍ່ຫລໍ່ ຜູ້ຍິງທີ່ແຟນຫລໍ່ຈຳເປັນຕ້ອງລວຍ ຜູ້ຍິງຢາກລວຍຕ້ອງມີແຟນຣຸ້ນພໍ່ ຜູ້ຍິງຊ່າງເວົ້າມີແຟນຫລວງ-ຫລາຍ ຜູ້ຍິງຂີ້ອາຍມັກເຊັກສ໌ຈັດ ຜູ້ຍິງອວບອັດມັກເຮັດສັນລະຍະກຳ ເຂົາເວົ້າກັນວ່າ....
ຜູ້ຊາຍນິໄສດີມັກຈະຂີ້ເຫລ່ ຜູ້ຊາຍທີ່ຫລໍ່ມັກບໍ່ສຸພາບ ຜູ້ຊາຍທີ່ທັງຫລໍ່ ແລະສຸພາບ ມັກເປັນເກ ຜູ້ຊາຍທີ່ຫລໍ່ ສຸພາບ ແລະບໍ່-ແມ່ນເກ ມັກແຕ່ງງານແລ້ວ ຜູ້ຊາຍທີ່ບໍ່ຄ່ອຍຫລໍ່ ແລະນິໄສດີ ມັກບໍ່ມີເງິນ ຜູ້ຊາຍທີ່ຫລໍ່ ນິໄສດີ ແລະມີເງິນ ມັກຈະຄິດວ່າເຮົາເຫັນແກ່ເງີນຂອງພວກເຂົາ ຜູ້ຊາຍທີ່ຫລໍ່ ແຕ່ບໍ່ມີເງິນ ມັກຈະເຫັນແກ່ເງິນຂອງເຮົາ ຜູ້ຊາຍທີ່ຫລໍ່ແລະເປັນຊາຍແທ້ ແຕ່ນິໄສບໍ່ດີ ມັກຈະຄິດວ່າເຮົາບໍ່ງາມພໍ ຜູ້ຊາຍທີ່ເຫັນວ່າເຮົາງາມ ແລະເໝາະກັບພວກເຂົາ ມັກເປັນຄົນຂາດຄວາມຫມັ້ນໃຈ ຜູ້ຊາຍທີ່ຫລໍ່ ສຸພາບ ມີຖານະ ແລະເປັນຊາຍແທ້ ມັກຈະຂີ້ອາຍ ແລະຢ້ານການເລີ່ມຕົ້ນ ຜູ້ຊາຍທີ່ຢ້ານການເລີ່ມຕົ້ນ ມັກເປັນຜູ້ຊາຍທີ່ຜູ້ຍິງບໍ່ສົນໃຈ ເຂົາວ່າກັນວ່າ....
ຜູ້ຍິງເກັ່ງມັກມັກບົງການ ຜູ້ຍິງເກັ່ງທີ່ບໍ່ມັກບົງການ ມັກທຳທ່າເຮັດສະເພາະຊ່ວງທຳອິດ ຜູ້ຍິງງາມມັກຈະໂງ່ ແຕ່ຜູ້ຍິງໂງ່ ໆ ມັກຈະລວຍ ຜູ້ຍິງທີ່ບໍ່ໂງ່ ແລະລວຍ ມັກບໍ່ຍອມແຕ່ງງານ ຜູ້ຍິງທີ່ບໍ່ໂງ່ ລວຍ ແລະບໍ່ຍອມແຕ່ງງານມັກ ມັກຄົນມີຄອບຄົວແລ້ວ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 26, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
![]( http://img.laoupload.com/images/97264822441684623228.jpg)
ຄວາມສຳເລັດສູງສຸດຂອງຄົນ ໆໜຶ່ງ... ເມື່ອແຮກເກີດ ຄວາມ ສຳເລັດສູງສຸດຄື ສາມາດຫາຍໃຈໄດ້ດ້ວຍຕົວເອງ ເມື່ອອາຍຸໄດ້ 1 ປີ ຄວາມສຳເລັດສູງສຸດຄື ສາມາດຈື່ຄົນໃນຄອບຄົວໄດ້ທຸກຄົນ ເມື່ອອາຍຸໄດ້ 2 ປີ ຄວາມສຳເລັດສູງສຸດຄື ສາມາດຍ່າງໄດ້ ເມື່ອອາຍຸໄດ້ 4 ປີ ຄວາມສຳເລັດສູງສຸດຄື ບໍ່ຍ່ຽວໃສ່ບ່ອນນອນ ເມື່ອອາຍຸໄດ້ 15 ປີ ຄວາມສຳເລັດສູງສຸດຄື ມີໝູ່ຄູ່ຢ່າງຫລວງ-ຫລາຍ ເມື່ອອາຍຸໄດ້ 20 ປີ ຄວາມສຳເລັດສູງສຸດຄື ເລື່ອງເທິງຕຽງ ເມື່ອອາຍຸໄດ້ 30 ປີ ຄວາມສຳເລັດສູງສຸດຄື ມີຄວາມຫມັ້ນຄົງໃນຊີວິດ ເມື່ອອາຍຸໄດ້ 50 ປີ ຄວາມສຳເລັດສູງສຸດຄື ເລື່ອງເທິງຕຽງ ເມື່ອອາຍຸໄດ້ 60 ປີ ຄວາມສຳເລັດສູງສຸດຄື ມີໝູ່ເພື່ອນ ຢ່າງຫລວງຫລາຍ ເມື່ອອາຍຸໄດ້ 65 ປີ ຄວາມສຳເລັດສູງສຸດຄື ບໍ່ຍ່ຽວໃສ່ບ່ອນນອນ ເມື່ອອາຍຸໄດ້ 70 ປີ ຄວາມສຳເລັດສູງສຸດຄື ສາມາດຍ່າງໄດ້ ເມື່ອອາຍຸໄດ້ 75 ປີ ຄວາມສຳເລັດສູງສຸດຄື ສາມາດຈື່ຄົນໃນຄອບຄົວໄດ້ທຸກຄົນ ເມື່ອອາຍຸໄດ້ 80 ປີ ຄວາມສຳເລັດສູງສຸດຄື ສາມາດຫາຍໃຈໄດ້ດ້ວຍຕົວເອງ ເຈົ້າວ່າ... ແທ້ບໍ່!!!? ບໍ່ມີໄຊຊະນະໃດ ໆ ໃນໂລກນີ້ ຈະຍິ່ງໃຫຍ່ເທົ່າ..... ໄຊຊະນະທີ່ມີຕໍ່ໃຈ ຂອງເຮົາເອງ ແລະ.. ຈະຫາມີຜູ້ຍິ່ງໃຫຍ່ໃດ ໆ ໃນໂລກ... ຈະ ໃຫຍ່ ໄປກວ່າ
"ໂລງ".. ບໍ່ມີ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 21, 2010
| ມີ
15 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 21, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 20, 2010
| ມີ
15 ຄຳເຫັນ
ແລະ
0 trackback(s)
ດົນມາແລ້ວ ມີຕົ້ນແອບເປີ້ນໃຫຍ່ຢູ່ຕົ້ນຫນຶ່ງ ແລະ ກໍ່ມີເດັກຜູ້ຊາຍຕົວນ້ອຍ ໆ ຄົນໜຶ່ງ ມັກເຂົ້າມາຢູ່ໃກ້ ໆແລະຫລິ້ນອ້ອມຮອບຕົ້ນໄມ້ນີ້ທຸກ ໆມື້ ພວກເຂົາປີນຂຶ້ນໄປເທິງຍອດຂອງຕົ້ນໄມ້ ແລະກໍກິນໝາກແອບເປີ້ນ ແລ້ວກໍນອນຫລັບໄປພາຍໃຕ້ຮົ່ມເງົາຂອງຕົ້ນແອບເປີ້ນ ພວກເຂົາຮັກຕົ້ນໄມ້ ແລະຕົ້ນໄມ້ກໍຮັກພວກເຂົາ ເວລາຜ່ານໄປ ເດັກນ້ອຍໃຫຍ່ຂຶ້ນ ແລະພວກເຂົາບໍ່ມາແລ່ນຫລິ້ນອ້ອມຮອບຕົ້ນໄມ້ທຸກມື້ຄືຜ່ານມາອີກແລ້ວ ມື້ໜຶ່ງ ເດັກນ້ອຍ ກັບມາຫາຕົ້ນໄມ້ ເດັກນ້ອຍຊືມເສົ້າ "ມາຫາຂ້ອຍ ແລະມາຫລິ້ນກັບຂ້ອຍບໍ່?" ຕົ້ນໄມ້ຖາມ "ຂ້ອຍບໍ່-ແມ່ນເດັກນ້ອຍແລ້ວເດ ຂ້ອຍບໍ່ຢາກຫລິ້ນອ້ອມຮອບຕົ້ນໄມ້ອີກແລ້ວ ຂ້ອຍຕ້ອງການຂອງຫລິ້ນ ຂ້ອຍຢາກໄດ້ເງີນໄປຊື້ຂອງຫລິ້ນ" ເດັກນ້ອຍຕອບ "ຂ້ອຍບໍ່ມີເງີນຈະໃຫ້.... ເກັບລູກແອບເປີ້ນຂອງຂ້ອຍໄປຂາຍແມ່ ເພື່ອເອົາເງີນໄປຊື້ຂອງຫລິ້ນ " ຕົ້ນໄມ້ຕອບ ເດັກນ້ອຍຕື່ນເຕັ້ນຫລາຍ ພວກເຂົາເກັບລູກແອບເປີ້ນໄປຫມົດ ແລະຈາກໄປຢ່າງມີຄວາມສຸກ ຫລັງຈາກພວກເຂົາເກັບແອບເປີນໄປຫມົດແລ້ວ ພວກເຂົາບໍ່ກັບມາຫາຕົ້ນໄມ້ອີກເລີຍ ຕົ້ນໄມ້ຊຶມເສົ້າ...... ມື້ໜຶ່ງ ເດັກນ້ອຍກັບມາ ພວກເຂົາເບິ່ງໃຫຍ່ຂຶ້ນ ຕົ້ນໄມ້ຮູ້ສຶກຕື່ນເຕັ້ນຫລາຍ "ມາຫາຂ້ອຍ ແລະມາຫລິ້ນກັບຂ້ອຍບໍ່?" ຕົ້ນໄມ້ຖາມ "ຂ້ອຍບໍ່ມີເວລາມາຫລິ້ນຫລອກ ຂ້ອຍມີຄອບຄົວແລ້ວ ຂ້ອຍຕ້ອງເຮັດວຽກເພື່ອຄອບຄົວຂອງຂ້ອຍເອງ ເຮົາຕ້ອງການເຮືອນ ຊ່ວຍຂ້ອຍໄດ້ບໍ" "ຂ້ອຍບໍ່ມີເຮືອນຈະໃຫ້ ແຕ່... ຕັດກິ່ງກ້ານຂອງຂ້ອຍໄປໄດ໋.... ເອົາໄປສ້າງເຮືອນ" ດັ່ງນັ້ນເດັກນ້ອຍຕັດກິ່ງກ້ານທັງໝົດຂອງຕົ້ນໄມ້ໄປ ແລະຈາກໄປຢ່າງມີຄວາມສຸກ ອີກຄັ້ງທີ່ຕົ້ນໄມ້ຖືກຖິ້ມໃຫ້ດຽວດາຍ ແລະເສົ້າ.... ມື້ໜຶ່ງໃນລະດູຮ້ອນ ເດັກນ້ອຍກັບມາ ຕົ້ນໄມ້ດີໃຈຫລາຍ "ມາຫາຂ້ອຍ ແລະມາຫລິ້ນກັບຂ້ອຍບໍ່?" ຕົ້ນໄມ້ຖາມ "ບໍ່ ຂ້ອຍຮູ້ສຶກຜິດຫວັງກັບຊີວິດ ແລະເລີ່ມແກ່ຂຶ້ນ ຂ້ອຍຢາກແລ່ນເຮືອໄປພັກຜ່ອນໄກ ໆ ໃຫ້ເຮືອຂ້ອຍໄດ້ບໍ" "ໃຊ້ລຳຕົ້ນຂອງຂ້ອຍໄດ້ ເອົາໄປສ້າງເຮືອ ເພື່ອເຈົ້າຈະໄດ້ຂີ່ເຮືອໄປແລະມີຄວາມສຸກ" ຕົ້ນໄມ້ຕອບ ດັ່ງນັ້ນ ເດັກນ້ອຍຕັດລຳຕົ້ນຂອງຕົ້ນໄມ້ໄປສ້າງເຮືອ ພວກເຂົາລ່ອງເຮືອໄປ ແລະບໍ່ເຄີຍກັບມາອີກເລີຍ ຫລາຍປີຜ່ານໄປ ໃນທີ່ສຸດເດັກນ້ອຍກັບມາ ຄາວນີ້ພວກເຂົາເບິ່ງແກ່ລົງໄປຫລາຍ "ຂ້ອຍເສຍໃຈ ຂ້ອຍບໍ່ເຫລືອຫຍັງຈະໃຫ້ອີກແລ້ວ ບໍ່ມີຜົນແອບເປີ້ນໃຫ້.... ຂ້ອຍບໍ່ມີລຳຕົ້ນໃຫ້ປີນອີກແລ້ວ" "ຂ້ອຍບໍ່ມີແຂ້ວຈະກິນແລ້ວ ຂ້ອຍປີນບໍ່ໄຫວ ແລະຂ້ອຍກໍແກ່ແລ້ວ" ເດັກນ້ອຍຕອບ "ຂ້ອຍບໍ່ມີຫຍັງເຫລືອໃຫ້ອີກແລ້ວ ສິ່ງດຽວທີ່ເຫລືອ ມີພຽງຮາກທີ່ກຳລັງຈະຕາຍ" "ຕອນນີ້ຂ້ອຍບໍ່ຕ້ອງການຫຍັງອີກແລ້ວ ພຽງຢາກໄດ້ທີ່ພັກອາໄສ ຂ້ອຍເໜື່ອຍມາຫລາຍປີແລ້ວ" "ຮາກຂອງຕົ້ນໄມ້ແກ່ ໆ ຈະເປັນທີ່ພັກຢູ່ອາໄສຂອງເຈົ້າໄດ້ ...... ມາແມນັ່ງລົງຂ້າງ ໆຂ້ອຍ... ຫລັບໃຫ້ສະບາຍ..... " ເດັກນ້ອຍນັ່ງລົງຂ້າງ ໆ ຕົ້ນໄມ້ດີໃຈ ຍິ້ມ... ແລະນ້ຳຕາໄຫລ........ ນີ້-ເປັນເລື່ອງສຳລັບທຸກ ໆຄົນ ຕົ້ນໄມ້ໃນເລື່ອງຄືພໍ່ແມ່ ເມື່ອເຮົາເປັນເດັກຕົວນ້ອຍ ໆ ເຮົາຮັກທີ່ຈະຫລິ້ນກັບພໍ່ກັບແມ່... ເມື່ອເຮົາໃຫຍ່ຂຶ້ນ ເຮົາທອດຖິ້ມພໍ່ ແລະແມ່ ແລະກັບມາຫາທ່ານ ເມື່ອເຮົາຕ້ອງການບາງສິ່ງບາງຢ່າງ ຫລືເມື່ອເຮົາມີບັນຫາ ບໍ່ວ່າຢ່າງໃດ... ພໍ່ ແລະແມ່ຂອງເຮົາກໍຈະຢູ່ແລະໃຫ້ທຸກສິ່ງຢ່າງທີ່ທ່ານເຮັດໄດ້ ຫວັງພຽງເຮົາມີຄວາມສຸກ ເຈົ້າອາດຈະຄິດວ່າ "ເດັກນ້ອຍ" ໃນເລື່ອງໂຫດຮ້າຍ ແຕ່ນັ້ນຄືຄວາມຈິງທີ່ສະທ້ອນໃຫ້ເຫັນວ່າພວກເຮົາເຮັດກັບຜູ້ມີພະຄຸນຢ່າງໃດ? ........ ແລ້ວຕົ້ນໄມ້ຂອງເຈົ້າລ່ະ....... ເດັກນ້ອຍ.....??? ![](http://www.fwdder.com/data/mail/2010/10/20/1287584156243/image/thumbnail/__fwdDer.com__-211556319-19186_9711_101002080129_yl.jpg)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 16, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 15, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
ຫົນທາງທີ່ແປກ ແລະ ວາດສຽວທີ່ສດໃນໂລກ ເລີ່ມຕົ້ນດ້ວຍ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353892-pic13931.jpg)
![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353895-pic26308.jpg)
ແວ່ຊົມທັດສະນິຍະພາບໜ້ອຍໜຶ່ງ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353898-pic16944.jpg)
ຂັບລົງທະເລຜ່ານ ອຸໂມງ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353902-pic32439.jpg)
ເຈາະພູ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353904-pic24626.jpg)
ເພີ້ມຄວາມຕື່ນເຕັ້ນ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353906-pic11323.jpg)
ຄວາມມ່ວນຊື່ນຂອງຜູ້ອອກແບບ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353909-pic05537.jpg)
ຄົນອອກແບບຄືຊິແມ່ນນັກແຂ່ງລົດ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353913-pic21538.jpg)
ກາງເວັນຫຼື ຕອນຄ່ຳກະງາມ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353915-pic16118.jpg)
ກະລຸນາຂັບຜ່ານຕະຫຼອດ ຫ້າມຈອດຊົມວິວ ....... ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353920-pic02082.jpg)
ຄົນອອກແບບມັກແລ່ນລານ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353929-pic22929.jpg)
ຫົນທາງສາຍນີ້ເໝາະສຳລັບ ພວກສອດຮູ້ ສອດເຫັນ ຄົນທີ່ມັກເຮັດລັບໆລໍ້ໆ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353934-pic16541.jpg)
ຖ້ານີ້ແມ່ນສັ້ນກຼາບຟິກ ຊີວິດມັນຈະສັ້ນຫຼືຍາວ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353941-pic04833.jpg)
ຂໍໂທດຫຼາຍໆ ຕອນອອກແບບກຳລັງເມົາ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353944-pic31115.jpg)
ເໝາະສົມກັບຄົນທີ່ມັກຂີ່ລົດຊົມວິວ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353951-pic04639.jpg)
ເໝາະສົມກັບຄົນທີ່ມັກຂີ່ລົດຊົມວິວ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353956-pic29658.jpg)
ຄຳເຕືອນ ຈົ່ງຂັບລົດດ້ວຍຄວາມລະມັດລະວັງ ຢ່າງມີສະຕິ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353964-pic22704.jpg)
ຄົດລ້ຽວຕາມດັດສະນີລາຍໄດ້ຂອງປະເທດ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353972-pic09930.jpg)
ແມ່ນໃຜມາສ້າງປະໄວ້ ເດ! ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353982-pic13977.jpg)
ເມື່ອງຫຼງຢູ່ເທິ່ງຈອມພູຕິເນາະ ຈຶງຄົດແບບນີ້ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353986-pic02306.jpg)
ແບບໃດນິ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353989-pic31673.jpg)
ຢູ່ລະຫວ່າງການປັບປຸງ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173353996-pic22386.jpg)
ຖ້າມີຄົນຍ່າງໄປທາງໜ້າກ່ອນ ຄືຊິໄດ້ແລ່ນໜີ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354003-pic05021.jpg)
ວຽນຫວົແທ້ເດ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354011-pic28745.jpg) ອັນນີ້ກະເມົາ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354017-pic26924.jpg)
ອັນນີ້ແຫ່ງພີລຶກ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354024-pic19072.jpg)
ຫ້າມຫຼິ້ນນ້ຳຕົກ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354033-pic06270.jpg)
ທາງຊື່ໆ ບໍ່ມີແລ້ວເບາະ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354042-pic05829.jpg)
ແຕ່ກີ້ທາງນັ້ນ ມີ2ເລນ ແຕ່ດຽວນີ້.... ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354044-pic26777.jpg)
ສົງໄສຈະຜິດທາງ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354051-pic15573.jpg)
ຂັບດີໆ ເດີທີ່ຮັກ ຢ່າໃຈລອຍ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354060-pic05097.jpg)
ຢູ່ລະຫວ່າງການປັບປຸງ ຖ້າງົບປະມານຢູ່ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354064-pic16512.jpg)
ງົງເລີຍ! ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354067-pic23986.jpg)
ໃຊ້ລົດ ໃຊ້ຖະໜົນຕ້ອງມີລະບຽບວິໃນ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354070-pic13290.jpg)
ງາມໆໆ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354074-pic09161.jpg)
ເມົາກະເລີຍເຫັນຫົນທາງມັນເໜັງໄດ້ ມີຂຶ້ນມີລົງ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354077-pic18636.jpg)
ເສັ້ນທາງຊີວິດແມ່ນບໍ່?????? ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354080-pic22355.jpg)
ທະເລນ້ຳແຂງ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354082-pic24767.jpg)
ສັບສົນວຸ້ນວາຍ ![](http://www.fwdder.com/data/mail//2009/12/13/1260700433480/image/__fwdDer.com__-173354084-pic23655.jpg)
ຄືການດຳລົງຊີວິດເຈົ້າບໍ່???????
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 14, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
|
|
|