ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

             ກອງລໍຄືຖ້ຳນ້ຳລອດທີ່ໃຫຍ່ທີ່ສຸດແຫ່ງຫນຶ່ງຂອງສປປລາວເປັນຄວາມຍິ່ງໃຫຍ່ທີ່ທຳມະຊາດສ້າງຂຶ້ນມາແລະນີ້ເປັນສ່ວນຫນຶ່ງຂອງລະບົບນິເວດປ່າຫີນບູນທີ່ຕັ້ງຢູ່ແຂວງຄຳ ມ່ວນໃນເຂດ ປ່າສະຫງວນແຫ່ງຊາດພູຫີນບູນລະຫວ່າງຫມູ່ບ້ານນາຕານເມືອງນາຍກາຍແລະກຸ່ມບ້ານກອງລໍເມືອງຫີນບູນ.

                   ຄວາມອາລັງການຂອງຖ້ຳແຫ່ງນີ້ເກີນກວ່າຈະບັນຍາຍໄດ້ສະນັ້ນຕ້ອງໃຊ້ຈິນຕະນາການຢ່າງດຽວເພາະເປັນພາບທີ່ທັງປະທັບໃຈແລະງຶດງໍ້ອັດສະຈັນກັບທຳມະຊາດທີ່ເຫມືອນມີ ຄົນປັ້ນແຕ່ງຂຶ້ນມາ, ເປັນນ້ຳລອດພື້ນດ້ວຍໄລຍະທາງ7 ກວ່າກິໂລແມັດທີ່ສັບຊ້ອນ, ພາຍໃນຖ້ຳເຕັມໄປດ້ວຍຫີນງອກ, ຫີນຍ້ອຍຂະຫນາດໃຫຍ່, ມີນ້ຳຕົກພາຍໃນ, ພ້ອມກັບແມ່ ນ້ຳທີ່ຄົດໂຄ້ງ, ຍັງບໍ່ທັນລວມເຖິງແກ້ງ, ຫີນແລະ  ຄວາມຫລາກຫລາຍທາງຊີວະພາບອື່ນໆທີ່ເຊື່ອງຊ້ອນປະສານກັບຫາດຊາຍທີ່ສວຍງານປະມານ20 ກວ່າຈຸດເຮັດໃຫ້ນັກທ່ອງ ທ່ຽວໄດ້ຊົມຂະນະທີ່ຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳໄດ້ຕະຫລອດເວລາສຳລັບຍາມແລ້ງແມ່ນເຫມາະສົມທີ່ສຸດໃນການຂີ່ເຮືອເລາະຊົມຮູບຊົງສີສັນຂອງຖ້ຳແລ້ວສາມາດແວ່ຍ່າງເລາະ ຕາມຫາດຊາຍຂາວສຳຜັດກັບອາກາດທີ່ເຢັນສະບາຍຂອງທຳມະຊາດແຫ່ງນີ້. ປະຈຸບັນເປັນທີ່ຫນ້າຍິນດີທີ່ຊາວບ້ານໄດ້ເຂົ້າມາມີສ່ວນຮ່ວມໃນການຈັດການການທ່ອງທ່ຽວໂດຍ ຊຸມຊົນນອກຈາກຈະໄດ້ຕື່ນຕາກັບຄວາມງາມຂອງຖ້ຳແລ້ວຊາວບ້ານກໍ່ມີລາຍຮັບຈາກການທ່ອງທ່ຽວຫລາຍຂຶ້ນ.ໃນເມື່ອກ່ອນຊາວບ້ານກໍ່ໃຊ້ຖ້ຳນ້ຳລອດແຫ່ງນີ້ເປັນເສັ້ນທາງຄົມ ມະນາຄົມກ່ອນການທ່ອງທ່ຽວມາເຖິງເນື່ອງຈາກຫມູ່ບ້ານນາຕານເຊິ່ງມີທີ່ຕັ້ງຢູ່ອີກຟາກຂອງປາກຖ້ຳນັ້ນບໍ່ມີຖະຫນົນເຂົ້າອອກເພາະຖືກປິດລ້ອມດ້ວຍສາຍພູຫີນບູນທີ່ສູງຊັນດັ່ງ ນັ້ນຊາວບ້ານຈິ່ງຕ້ອງໃຊ້ເຮືອຫາງຍາວເປັນພາຫະນະໃນການເດີນທາງສູ່ໂລກພາຍນອກເປັນໄລຍະທາງ7 ກວ່າກິໂລແມັດພາຍໃນຖ້ຳທຸກໆມື້.  ຕາມການເລົ່າຂານກັນມາຖໍ້າແຫ່ງ ນີ້ມີຄວາມຫມາຍມາຈາກກອງທັບລໍບໍ່ແມ່ນກອງຫລໍ່, ຍ້ອນເຫດຜົນວ່າ: ຄຳວ່າກອງແມ່ນມາຈາກກອງທັບ, ສ່ວນລໍມາຈາກການລໍຖ້າຈິ່ງໄດ້ເອີ້ນຖ້ຳກອງລໍມາຮອດປະຈຸບັນນີ້.

         ຖ້ຳກອງລໍແມ່ນຢູ່ລະຫວ່າງອີກບ່ອນຫນຶ່ງຂອງເມືອງຄູນຄຳເຊິ່ງຫ່າງຈາກຕົວເມືອງທ່າແຂກໄປປະມານ196 ກິໂລແມັດ, ບັນດາທ່ານທີ່ຈະໄປທ່ຽວຊົມກໍ່ສາມາດຂີ່ລົດໄປຕາມ ເສັ້ນທາງເລກທີ13 ເຂົ້າໄປຕາມທາງເລກ8A ຈະຮອດບ້ານຄູນຄຳເຊິ່ງຫ່າງຈາກຖ້ຳໄປປະມານ40 ກິໂລແມັດ, ສຳລັບຜູ້ທີ່ມັກການຜະຈົນໄພແມ່ນແນະນຳໃຫ້ຂີ່ເຮືອກໍ່ຈະໄດ້ພົບ ບັນຍາກາດອີກແບບຫນຶ່ງ.ຖ້າເດີນທາງຈາກທ່າແຂກແຂວງຄຳມ່ວນຂຶ້ນລົດໂດຍສານຈາກທ່າແຂກຢູ່ຄິວລົດຫລັກສອງຂຶ້ນໄປຕາມເສັ້ນທາງຫມາຍເລກ13 ໃຕ້ຈົນຮອດບໍລິເວນ ບ້ານນ້ຳທອນລົງລົດທີ່ທາງແບ່ງຫລັກ20. ແລ້ວມຸ່ງຫນ້າສູ່ບ້ານນາຫີນ. ຈາກບ້ານນາຫີນສາມາດຂີ່ລົດສອງແຖວໄປຍັງຖ້ຳໂດຍກົງໃຊ້ເວລາທັງຫມົດປະມານ4-5 ຊົ່ວໂມງ (ໄລ ຍະທາງເກືອບ200 ກິໂລແມັດຈາກທ່າແຂກ) ຫລືຖ້າຈະເດີນ ທາງດ້ວຍລົດໂດຍສານຈາກວຽງຈັນ-ທ່າແຂກຫລື ວຽງຈັນ-ສະຫວັນ. ລົງໄປຕາມເສັ້ນທາງຫມາຍເລກ13 ໃຕ້ຈົນ ຮອດບໍລິເວນບ້ານນ້ຳທອນລົງລົດທີ່ບ້ານວຽງຄຳທາງແບ່ງຫລັກ20. ບໍລິເວນນ້ຳທອນຈາກທາງແບ່ງຫລັກ20 ຕໍ່ລົດສອງແຖວສາຍທາງແບ່ງ-ຫລັກຊາວຄ່າລົດ30.000 ກີບ (ຊາຍແດນຫວຽດ) ບອກໂຊເຟີລົດວ່າລົງຢູ່ບ້ານນາຫີນ. ລົດຄັນສຸດທ້າຍຫມົດ4 ໂມງແລງຂອງແຕ່ລະມື້ສ່ວນຄ່າເຮືອເຂົ້າຖ້ຳປະມານ1 ແສນກີບກຳນົດໃຫ້ຂີ່ບໍ່ເກີນ3-4 ຄົນ. ທ່ານສາມາດພັກແຮມຄືນຕາມເຮືອນຊາວບ້ານນາຫີນ, ນາຕານແລະບ້ານກອງລໍຫລືເຮືອນພັກສາລາຫີນບູນໃກ້ໆກັບຖ້ຳກອງລໍກໍ່ໄດ້ເຊັ່ນດຽວກັນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

            ເວລາຖືກເຊີນໄປຮ່ວມງານລ້ຽງຕ່າງໆ ມັນກໍບໍ່ແມ່ນເລື່ອງແປກ ທີ່ຕ້ອງມານັ່ງຄິດໃຫ້ມັນເຈັບສະໝອງແມ່ນບໍ ? ແຕ່ບາງທີສິ່ງເລັກໆນ້ອຍໆ ທີ່ຄິດວ່າງ່າຍໆໃນເບື້ອງຕົ້ນນັ້ນ ມັນກໍພາໃຫ້ເຮົາບໍ່ສະບາຍໃຈ ໂດຍສະເພາະ ໃນຍາມທີ່ຕ້ອງຢູ່ທ່າມກາງ ກັບຫຼາຍໆຄົນດ້ວຍຄວາມລຳບາກ ຈົນມີຄຳຢອກຫຼິ້ນໃນພາສາຂອງຄົນຮູ້ໃຈວ່າ: ກິນເຂົ້າກັບນາຍ ຟ້ອນລຳວົງກັບເມຍ ຈັ່ງແມ່ນມັນເພຍຫົວໃຈ... ຄືຈັ່ງວ່າ ! ມັນບໍ່ເປັນທຳມະຊາດ ຫຼື ຂາດສີສັນ ແລະ ຫຼົດຊາດຈັ່ງໃດຈັ່ງໜຶ່ງ ຈັ່ງຊັ້ນລະ ! ເພື່ອບໍ່ໃຫ້ທ່ານຮູ້ສຶກອຶດອັດ ຈົນ ຕ້ອງກິນເຂົ້າບໍ່ແຊບ ຫຼື ກິນບໍ່ອີ່ມ ຈົນຕ້ອງກັບມາຈ້ຳແຈ່ວປາແດກຢູ່ເຮືອນນັ້ນ ຂໍຍົກເອົາບາງບັນຫາມາແລກປ່ຽນດັ່ງນີ້:

- ເມື່ອຖືກເຊີນ ຄວນມາກົງເວລາ ເພື່ອຈະໄດ້ທຳຄວາມຮູ້ຈັກ ສະພາບຂອງງານໄດ້ຢ່າງລະອຽດ.

- ບໍ່ຄວນລຸກອອກໄປຫັ້ນມາໜີ້ ໂດຍບໍ່ຈຳເປັນ ລະວັງການໄອ ຈາມ ຫາວ ແລະ ເບະສົບທີ່ບໍ່ຕັ້ງໃຈ.

-ບໍ່ຄວນອ່ານໜັງສື ຫຼື ຈົດໝາຍ ຍົກເວັ້ນລາຍການອາຫານ ແລະ ກິດຈະກຳທີ່ເຈົ້າພາບຢາຍໄວ້.

-ບໍ່ຄວນກາງສອກ ເດ່ແຂນ ຄືກັບຕີມວຍ ອັນເປັນການກີດຂວາງຄົນ ທີ່ນັ່ງຢູ່ທາງຂ້າງ.

- ເວລາຍົກນ້ຳ ເບຍ ຫຼື ຍໍເຫຼົ້າດື່ມ ບໍ່ຄວນຍົກສູງຈົນໄດ້ແຫງນຄໍໃສ່.

- ບໍ່ຄວນໃຊ້ມືກ້ຳຊ້າຍຈັບຈອກ ຖ້ວຍ ຫຼື ເຄື່ອງໃຊ້ທີ່ເພິ່ນຈັດວາງໄວ້ ໃຫ້ສຳລັບຄົນແຮງກ້ຳຂວາ.

- ເວລາຕັກອາຫານ ຄວນລະວັງ ບໍ່ໃຫ້ເຮ່ຍ ຫຼື ຕົກໂຢດຊະຊາຍ ເຊິ່ງພາໃຫ້ບໍ່ງາມຕາ.

- ຖ້າບັງເອີນເຮົາເຮັດສິ່ງໃດສິ່ງໜຶ່ງຜິດ ກໍຈົ່ງວາງທ່າເສີຍເປັນທຳມະຊາດ ຢ່າແກ້ຕົວ.

- ບໍ່ຈັບບາຍ ຫຼິ້ນບ່ວງ ອົມສ້ອມ ແລະ ແພເຊັດປາກ ບໍ່ຄວນຍື່ນມືຢິບເອົາເຄື່ອງໃຊ້ຂອງຄົນອື່ນ.

- ຕ້ອງໃຈໃຫຍ່ ຊ່ວຍເຫຼືອຜູ້ທີ່ຢູ່ທາງຂ້າງ ໂດຍສະເພາະແມ່ຍິງ ໃນການບໍລິການເຂົ້າປາອາຫານ.

- ບໍ່ຄວນຕັກຈົນລົ້ນ ກິນຄຳໃຫຍ່ ບໍ່ຫຍ້ຳອາຫານໃຫ້ມີສຽງດັງ ແລະ ອາຫານທີ່ຕັກມາ ຄວນກິນໃຫ້ໝົດ.

- ບໍ່ໃຊ້ມີດສຽບຕັກອາຫານໃສ່ປາກ ບໍ່ຍົກບ່ວງ ຫຼື ສ້ອມສູງເກີນໄປ ບໍ່ເວົ້າລົມເມື່ອອາຫານຢູ່ປາກ.

- ບໍ່ຄາກຖົ່ມກ້າງ ກະດູກ ເມັດ ແກ່ນ ອອກຈາກປາກ ຄວນໃຊ້ຜ້າ ຫຼື ເຈ້ຍອະນາໄມຮອງຮັບ.

- ບໍ່ເອົາຜ້າເຊັດປາກ ເໜັບໃສ່ບ່ອນໃດບ່ອນໜຶ່ງ ແຕ່ຄວນພືອອກ ພາດໄວ້ກົກຄາ ໜັາຕັກ ຫຼື ໜ້າໂຕະ.

- ຢ່າພັບ ຫຼື ມ້ຽນຜ້າເຊັດມື ຄວນປະຕາມທຳມະຊາດ ຄືກັບຜ້າທີ່ເປື້ອນແລ້ວ.

ອາຫານທຸກປະເພດ ຖ້າເຮົາບໍ່ທັນເຄີຍສັນ ກໍຢ່າຟ້າວກິນ ຄວນສັງເກດຄົນຢູ່ທາງຂ້າງ ແລ້ວຈຶ່ງຄ່ອຍຮັບປະທານຊ້າໆ ບໍ່ຟ້າວບໍ່ຝັ່ງ ສຳລັບເມຍທີ່ຍິ້ມຢູ່ທາງຂ້າງນັ້ນ ໃຫ້ຄິດ ສາວ່າ ເປັນຄົນຮັກໃໝ່ ທີ່ເຮົາຫາກໍຮູ້ຈັກ ແລະ ຢາກຟ້ອນນຳຈົນໃຈຈະຂາດ ຖ້າເຮັດໄດ້ຊ່ຳນີ້ແລ້ວ ຍັງບໍ່ມີຄວາມສຸກ ກໍບໍ່ຄວນມີຄວາມຮັກ...

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ກ.) ພະຍາດຮູບນອກ:ເຮັດວຽກບໍ່ຈິງໃຈ ບໍ່ເຮັດຕັ້ງແຕ່ກົກແຕ່ເຄົ້າ ແຕ່ບ່ອນຕົ້ນມາ ບໍ່ເຮັດຕັ້ງແຕ່ຕ່ຳໄປເຖິງສູງ ເຮັດພໍແລ້ວເລື່ອງ ເຮັດພໍໃຫ້ເຫັນວ່າໄດ້ເຮັດ ເຮັດໄດ້ພຽງ ເລັກນ້ອຍ ກໍເວົ້າຍົກເວົ້າຍໍຂຶ້ນໃຫ້ເປັນຫຼາຍ ເພື່ອຈະໄດ້ເຮັດລາຍງານໃຫ້ໂກ້ໃຫ້ງາມ ແຕ່ວ່າເມື່ອກວດເບິ່ງຄັກກໍເຫັນວ່າ ເປັນຂອງເປົ່າຫວ່າງເນື້ອໃນ.

ຍົກຕົວຢ່າງ ກໍຄືການຈັດຕັ້ງໃນແຫ່ງໜຶ່ງ ໃນລາຍງານເວົ້າວ່າ: ການຈັດຕັ້ງໄດ້ມີຢູ່ທຸກບ້ານ ທຸກເມືອງ ທຸກແຂວງແລ້ວ ຄົນຊັ້ນໃດ ກໍໄດ້ເອົາເຂົ້າໃນການຈັດຕັ້ງແລ້ວ ນັບ ຈຳນວນກໍມີເຖິງພັນ ເຖິງໝື່ນຄົນແລ້ວ ແຕ່ເມື່ອຍົກເອົາແຕ່ລະຂໍ້ຂອງລາຍງານນັ້ນ ມາກວດກາເບິ່ງຄັກແນ່ ແລະ ຖາມເຂົ້າລາຍລະອຽດວ່າ ແຕ່ລະການຈັດຕັ້ງນັ້ນ ເຮັດ ວຽກຫຍັງ ? ພະນັກງານໄດ້ໄປເຖິງທ້ອງຖິ່ນທີ່ຕັ້ງນັ້ນຈັກເທື່ອ ໄດ້ເຮັດຫຍັງຊ່ວຍອົງການຈັດຕັ້ງນັ້ນ ແລ້ວດັ່ງນັ້ນ ກໍເລີຍບໍ່ເຫັນມີສິ່ງໃດເປັນຄວາມຈິງ.

ເຮັດແນວນັ້ນ ບໍ່ແມ່ນເຮັດຫຼ້ອນໜ້າທີ່ຂອງຕົນ ແມ່ນຂີ້ຕົວະ ແລະ ຫຼອກລວງພັກ ການເຮັດວຽກບໍ່ແທດເຖິງຕົວຈິງ ແລະ ລາຍງານບໍ່ຈິງໃຈ ກໍເປັນພະຍາດທີ່ເປັນໄພອັນຕະ ລາຍທີ່ສຸດ.

ຂ.) ພະຍາດຍົກພັກຍົກພວກ:ພະຍາດຕົວນີ້ ກໍເປັນອັນຕະລາຍຄືກັນ ຕັ້ງແຕ່ບ່ອນຖືພັກຖືພວກ ກໍຈະກາຍເປັນການແບ່ງແຍກ ຜູ້ໃດຖືກໃຈໂຕ ແມ່ນວ່າມັນຈະຊົ່ວປານໃດ ກໍຖືວ່າມັນດີ ມັນເຮັດວຽກການອັນຊົ່ວ ກໍຖືວ່າເປັນອັນຈົບງາມ ແລ້ວກໍປົກປິດເອົາກັນ ສະໜັບສະໜູນກັນ ຜູ້ໃດບໍ່ຖືກໃຈໂຕ ແມ່ນມັນຈະເປັນຜົນດີພຽງໃດ ກໍເວົ້າວ່າເປັນອັນ ຊົ່ວ ແລ້ວກໍຊອກວິທີທັບຖົມຕິຕຽນ ແລະ ຢຽບຢ່ຳໃຫ້ຈົມລົງ.

ພະຍາດຕົວນີ້ ເປັນອັນຕະລາຍໃຫ້ແກ່ພັກຫຼາຍທີ່ສຸດ ມັນເຮັດໃຫ້ເສຍຫາຍເຖິງ ຄວາມເປັນເອກະພາບຂອງພັກ ມັນເຮັດໃຫ້ພັກຫຼຸດຜ່ອນ ຄວາມສາມາດຂອງສະມາຊິກລົງ ແລະ ບໍ່ປະຕິບັດນະໂຍບາຍຂອງຕົນ ໄດ້ຢ່າງຄົບຖ້ວນ ມັນເຮັດໃຫ້ເສຍຄວາມຮັກແພງ ສະໜິດສະໜົມລະຫວ່າງສະມາຊິກດ້ວຍກັນ ແລະ ກໍ່ໃຫ້ເກີດຄວາມລະແວງສົງໄສ ກັນຂຶ້ນ ແລ້ວກໍແຕກສາມັກຄີພາຍໃນ ເປັນເຫດໃຫ້ພັກອ່ອນແຮງລົງ.

ຄ.) ພະຍາດຜີວເຜີນ:ບໍ່ເບິ່ງກ້ວາງເຫັນໄກ ບໍ່ຄິດຮອດບັນຫາທີ່ໃຫຍ່ຫຼວງ ແຕ່ແລ້ວຊ້ຳພັດກະຈູ້ກະຈີ້ ນຳແຕ່ວຽກລະອຽດມຸ່ນຍ່ອຍ ຍົກຕົວຢ່າງ ກໍຄືການເພີ່ມພູນຜະລິດຜົນ ແລະ ລຳລຽງສະບຽງອາຫານໃຫ້ກອງທັບ ຊ້ຳບໍ່ຄິດຮອດ ແລ້ວຊ້ຳພັດ ມາຄິດຮອດແຕ່ເລື່ອງຈະໃຊ້ເຂົ້າເຢັນ ແລະ ນ້ຳແກງເຫຼືອຢູ່ໃນເຮືອນຄົວ.

ຄົນຜູ້ເປັນແນວນັ້ນ ຈະມອງເຫັນໄດ້ແຕ່ຜົນໄດ້ ຜົນເສຍອັນນ້ອຍໆ ແຕ່ບໍ່ເຫັນຜົນໄດ້ຜົນເສຍອັນໃຫຍ່ຫຼວງ.

ງ.) ພະຍາດຖືກຽດສ່ວນຕົວ:ພະຍາດຕົວນີ້ ມີຫຼາຍປະກົດການທີ່ສະແດງອອກດັ່ງລຸ່ມນີ້:

1. ມີເລື່ອງຫຍັງບໍ່ມັກຕຳໜິຕໍ່ໜ້າແລ້ວ ຊ້ຳພັດເອົາໄປເວົ້າລັບຫຼັງ ເວລາເປີດກອງປະຊຸມບໍ່ເວົ້າຫຍັງ ຫຼັງຈາກປິດກອງປະຊຸມແລ້ວຈິ່ງເວົ້າ ບໍ່ມີຈັກເທື່ອ ທີ່ຈະສະເໜີອັນນັ້ນ ອັນນີ້ຕໍ່ພັກ ບໍ່ປະຕິບັດຕາມຫຼັກດຳເນີນຊີວິດຂອງພັກ ໂຕມັກແນວໃດກໍເຮັດແນວນັ້ນ.

2. ຢາກເຮັດໃຫ້ແຕ່ແລ້ວວຽກ ຜູ້ໃດມີຈຸດດີກໍບໍ່ຮ່ຳຮຽນນຳຜູ້ໃດ ມີຂໍ້ບົກຜ່ອງກໍບໍ່ຢາກຕຳໜິ.

3. ບໍ່ນັບຖືຄຳສັ່ງຂອງຊັ້ນສູງ ບໍ່ປະຕິບັດຕາມລະບຽບວິໄນ ມີແຕ່ເຮັດຕາມໃຈໂຕມັກ.

4. ເວລາຕຳໜິຜູ້ໃດ ກໍບໍ່ແມ່ນເຮັດເພື່ອຜົນປະໂຫຍດຂອງພັກ ບໍ່ແມ່ນເຮັດເພື່ອຊ່ວຍກັນກ້າວໜ້າ ບໍ່ແມ່ນເຮັດເພື່ອປະໂຫຍດທີ່ວຽກງານຕ້ອງການ ມີແຕ່ຕິຕຽນສ່ວນຕົວ ຖຽງເພື່ອຊະນະ ຖຽງເພື່ອແກ້ແຄ້ນ ເພື່ອທຳລາຍບັນຍາກາດອັນດີຕໍ່ກັນ.

5. ໄດ້ຍິນຄວາມວິພາກວິຈານອັນບໍ່ຖືກ ກໍເຮັດເພີດເສີຍ ບໍ່ສູ້ຖຽງ ຮອດວ່າໄດ້ຍິນຄວາມເວົ້າທີ່ຕ້ານການປະຕິວັດ ກໍບໍ່ເອົາລາຍງານໃຫ້ຂັ້ນສູງຮູ້ ໃຜເວົ້າຫຍັງ ໃຜເຮັດຫຍັງ ກໍຕາມຊ່າງ.

6. ພົບປະຊາຊົນກໍບໍ່ສືບສວນເບິ່ງ ບໍ່ຖ້ອຍຖາມຂະເຈົ້າ ບໍ່ໂຄສະນາ ບໍ່ຊີ້ແຈງອະທິບາຍ ເຮັດຄືປະຊາຊົນບໍ່ມີສິ່ງພົວພັນຫຍັງກັບໂຕ.

7. ເຫັນສິ່ງທີ່ເປັນການເສຍຫາຍ ໃຫ້ແກ່ປະຊາຊົນກໍຕາມຊ່າງ ບໍ່ຕັກເຕືອນ ບໍ່ກີດຂວາງ ບໍ່ຊອກຊ່ອງທາງຫຼີກເວັ້ນ.

8. ເຮັດວຽກບໍ່ມີແຜນການ ພົບຫຍັງເຮັດອັນນັ້ນ ເຮັດບໍ່ເປັນພິທີ ເຮັດບໍ່ມີຂອບເຂດ ເຮັດບໍ່ເຖິງຕົ້ນເຖິງປາຍ.

9. ຖືຕົວເອງວ່າເປັນ ນັກປະຕິວັດແກ່ພັນສາ ນັກປະຕິວັດຮຸ່ນເກົ່າ ອ້າງຄຸນງາມຄວາມດີແຕ່ກ່ອນມາ ເພື່ອທວງໃຫ້ຜູ້ອື່ນນັບຖື ແລະ ທວງເອົາຖານະຕຳແໜ່ງ ໃຫ້ເຮັດວຽກ ໃຫຍ່ ຊ້ຳພັດເຮັດບໍ່ຫຼ້ອນ ໃຫ້ເຮັດວຽກນ້ອຍຊ້ຳບໍ່ຍອມເຮັດ ເຮັດວຽກແບບຖາມວາດ ຮ່ຳຮຽນຊ້ຳຂີ້ຄ້ານ ເມື່ອເຫັນຜູ້ອື່ນຮ່ຳຮຽນກ້າວໜ້າກ່ວາ ຊ້ຳພັດຄຽດຊັງເຂົາ.

10. ຮູ້ວ່າໂຕມີຂໍ້ບົກຜ່ອງ ກໍບໍ່ພະຍາຍາມອົດທົນ ແກ້ໄຂປ່ຽນແປງ.

ພະຍາດຕ່າງໆທີ່ກ່າວມາຂ້າງເທິງນີ້ ເຮັດໃຫ້ພັກເຮົາໂຊເຊ ມີຄຳຄິດມີຄຳເຫັນແບບກະວົນກະວາຍ ລະບຽບວິໄນຫຼົ້ມເຫຼວ ວຽກການຊັກຊ້າ ນະໂຍບາຍບໍ່ປະຕິບັດໄດ້ສຸດຂີດ ພັກກໍຫ່າງໄກຈາກປະຊາຊົນ ຜູ້ໃດຕິດພະຍາດນີ້ ກໍມັກກ້າວໄປເຖິງບ່ອນຍົກຜົນປະໂຫຍດສ່ວນຕົວຂຶ້ນເທິງ ເອົາຜົນປະໂຫຍດຂອງພັກ ແລະ ປະຊາຊົນລົງຕ່ຳກ່ວາ.

ນັກປະຕິວັດ ຍາມໃດກໍຕ້ອງສັດຊື່ ຫ້າວຫັນ ຖືນະໂຍບາຍຂອງພັກ ແລະ ຂອງຊາດ ປະເສີດກ່ວາຊີວິດຂອງຕົນເອງ ຍາມໃດກໍຕ້ອງໃສສະອາດ ບໍລິສຸດ ມັກການດຳເນີນຊີ ວິດລວມໝູ່ ຊຸກຍູ້ສົ່ງເສີມ ຈິດໃຈປະຊາຊົນຢູ່ສະເໝີ ຮັກສາລະບຽບວິໄນຢູ່ສະເໝີ ຕ້ານຢັນພະຍາດຖືກຽດສ່ວນຕົວຢູ່ສະເໝີ.

ຈ.) ພະຍາດຂີ້ຄ້ານ:ປະກົດການທີ່ສະແດງໃຫ້ເຫັນລັກສະນະຂອງພະຍາດຂີ້ຄ້ານ ເປັນຄືດັ່ງລຸ່ມນີ້:

- ຖືວ່າອັນໃດຕົນເອງກໍເກັ່ງພໍແລ້ວ ວຽກອັນໃດຕົນເອງກໍຮູ້ພໍແລ້ວ ຂີ້ຄ້ານຮ່ຳຮຽນ ຂີ້ຄ້ານຄິດ ຄານພິຈາລະນາ ວຽກການອັນໃດງ່າຍໆ ກໍຍາດເອົາມາໃຫ້ແກ່ຕົນເອງ ວຽກ ອັນໃດຍາກກໍຊຸກໄປໃຫ້ຜູ້ອື່ນເຮັດ ເມື່ອພົບສິ່ງທີ່ເປັນອັນຕະລາຍ ກໍຊອກຫາວິທີຫຼົບຫຼີກໄປ.

- ເມື່ອໄດ້ຮັບຄຳສັ່ງ ຫຼື ມະຕິຕົກລົງຂອງຊັ້ນສູງ ກໍບໍ່ມັກຄົ້ນຄ້ວາເບິ່ງໃຫ້ແຈ່ມແຈ້ງ ບໍ່ຮີບນຳສົ່ງຄຳສັ່ງ ຫຼື ມະຕິຕົກລົງນັ້ນ ລົງໄປໃຫ້ຂັ້ນລຸ່ມ ໃຫ້ສະມາຊິກຂອງພັກ ແລະ ພົນທະຫານ ມັກເອົາມ້ຽນໄວ້ນຳຕົນເອງ ໂດຍບໍ່ເອົາອອກມາອ່ານຄືນອີກ.

ເວລາປະຕິບັດຄຳສັ່ງ ກໍກະຕຸກກະຕັກ ບໍ່ມ່ວນຊື່ນເບີກບານ ບໍ່ວ່ອງໄວ ມັກປະຕິບັດພໍແລ້ວເລື່ອງ ບໍ່ຕັ້ງໃຈໃສ່ເຖິງຕົ້ນເຖິງປາຍ ຜົນທີ່ໄດ້ຮັບ ກ່ອນອື່ນ ກໍຄືມະຕິເຕັມຖົງສົ້ງ ຄຳສັ່ງເຕັມຖົງເສື້ອ.

ຜົນທີ່ໄດ້ຮັບທີ່ມັນໜັກກໍຄື: ມ້າງເພການຈັດຕັ້ງຂອງພັກ ຫຼຸດຜ່ອນລະບຽບວິໄນຂອງພັກ ປະໃຫ້ເສຍໂອກາດທີ່ຄວນເຮັດກໍບໍ່ເຮັດ ເວລາເຮັດກໍຫຼ້າຊ້າໄປແລ້ວ ນັ້ນແມ່ນເປັນ ຍ້ອນແນວຄິດຂີ້ຄ້ານ ຊັກຊ້າ ຄົນເຮົາມີແນວນັ້ນ ກໍເພາະບໍ່ເຂົ້າໃຈວ່າ ພັກກໍຄືດຽວກັບຕົນຕົວເຮົາ ມະຕິຕົກລົງ ແລະ ຄຳສັ່ງ ກໍຄືສາຍເລືອດ ສາຍເລືອດແລ່ນດີໄປທົ່ວຕົນ ຕົວ ກໍເຮັດໃຫ້ຄົນບໍ່ເຈັບໄຂ້ ສາຍເລືອດຢຸດຢູ່ບ່ອນໃດບ່ອນນັ້ນ ກໍຈະເປັນເປ້ຍຫຼ່ອຍ ແລະ ເກີດພະຍາດທັນທີ ມະຕິຕົກລົງ ແລະ ຄຳສັ່ງກໍໄປໄວໄປເຖິງແຕ່ຊັ້ນເທິງຫາຊັ້ນ ລຸ່ມ ວຽກການກໍແລ່ນໄວ ອັນໃດກໍແລ້ວທົ່ວປົວດີ ມັນຢຸດສະງັກຢູ່ບ່ອນໃດຊັ້ນໃດ ຕັ້ງແຕ່ຊັ້ນນັ້ນລົງມາເຖິງລຸ່ມ ກໍເປັນເປ້ຍຫຼ່ອຍ ບໍ່ຮູ້ທາງໃດຈະເຮັດວຽກ.

ສ.) ພະຍາດອິດສາ:ອັນໃດກໍຢາກໃຫ້ສະເໝີກັນໝົດ ເມື່ອຊັ້ນເທິງມີວຽກຟ້າວໄດ້ຂີ່ມ້າ ຫຼື ຂີ່ລົດໄປເຮັດວຽກ ຊັ້ນລຸ່ມກໍຢາກຂີ່ມ້າ ຂີ່ລົດຄືກັນ ເມື່ອມີຜູ້ຮັບຜິດຊອບຫຼາຍວຽກ ໄດ້ຢູ່ເຮືອນກ້ວາງ ຜູ້ທີ່ບໍ່ມີວຽກຫຼາຍ ກໍທວງເອົາເຮືອນກ້ວາງຄືກັນ ເວລາເພີ່ມອາຫານໃຫ້ທະຫານທີ່ຖືກບາດເຈັບ ກໍຢາກໃຫ້ເພີ່ນເພິ່ມທໍ່ກັນໝົດ ບໍ່ວ່າຜູ້ເຈັບໜັກ ຫຼື ເຈັບ ເບົາ ເວລາເຮັດວຽກຫຍັງ ກໍຢາກໃຫ້ທັງຜູ້ເຖົ້າຜູ້ໜຸ່ມ ເດັກນ້ອຍຜູ້ແຂງແຮງ ແລະ ຜູ້ບໍ່ແຂງແຮງ ເຮັດເທົ່າກັນໝົດ ບໍ່ໃຫ້ໃຜລື່ນໃຜ ວຽກຢ່າງໜຶ່ງ ຜູ້ດຽວເຮັດກໍໄດ້ ກໍບໍ່ຍອມ ເຮັດ ຢາກໃຫ້ໝົດທຸກຄົນ ເຮັດນຳກັນຈຶ່ງຍອມເຮັດ.

ພະຍາດນີ້ ເກີດຂຶ້ນໄດ້ກໍຍ້ອນຜູ້ຕິດພະຍາດນັ້ນ ເຂົ້າໃຈຜິດວ່າ ຄວາມ ສະເໝີພາບ ບໍ່ເຂົ້າໃຈວ່າຜູ້ແຂງແຮງຕ້ອງຫາບໜັກ ຜູ້ບໍ່ແຂງແຮງຫາບເບົາກ່ວາ ຜູ້ເຮັດວຽກໜັກ ຕ້ອງກິນຫຼາຍ ຜູ້ເຮັດວຽກເບົາ ກິນໜ້ອຍ ດັ່ງນັ້ນ ຈຶ່ງແມ່ນສະເໝີພາບ.

ຊ.) ພະຍາດປະຈົບປະແຈງ:ຍັງມີຄົນຈຳພວກໜຶ່ງ ເມື່ອເວົ້າຕໍ່ໜ້າໃຜກໍດີໝົດ ລັບຫຼັງຊ້ຳພັດເວົ້າວ່າ: ໃຜກໍຊົ່ວໝົດ ຢູ່ຕໍ່ໜ້າຜູ້ໃດ ກໍວ່າເຂົາຊົ່ວ ຢູ່ກໍຍັງໄປຍ້ອງວ່າເຂົາດີ ຜູ້ ໃດດຶງໄປເຮັດຜິດ ຫຼື ເຮັດຖືກ ກໍໄປນຳໝົດ ອ້າງທິດສະດີວ່າ ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ ບໍ່ກ້າຕິຕຽນສິ່ງທີ່ຜິດ ແລະ ບໍ່ກ້າຍ້ອງສິ່ງທີ່ຖືກ.

ຄົນຊະນິດນັ້ນ ເປັນຫຍ້າຄາກາງແກ່ວລົ້ມນຳໝົດທຸກລົມ ເປັນນັກສວຍໂອກາດ ເປັນນົກສອງຫົວ ມີວາດສະໜາເປັນແຕ່ລູກນ້ອງຂອງຄົນອື່ນ ອາໄສເພິ່ງແຕ່ຄົນອື່ນ ບໍ່ສາ ມາດເປັນຫົວໜ້າຄົນໄດ້

ຂຽນເມື່ອ ຂຽນເມື່ອ: ມ.ກ.. 31, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

       ຫຼັງຈາກລົງພິມບົດ ຄຸນສົມບັດໃໝ່ ແລະ ສິນທຳປະຕິວັດ ເຊິ່ງຄັດເອົາບາງຕອນໃນປຶ້ມດັ່ງກ່າວ ເພື່ອນຜູ້ອ່ານໄດ້ສ່ອງແສງມາຕື່ມອີກວ່າ ຢາກໃຫ້ຄົ້ນຄ້ວາເອົາບົດຂຽນໃນ ປຶ້ມ ທີ່ເວົ້າເຖິງບັນດາຂໍ້ບົກຜ່ອງ ແລະ ຜິດພາດ ໃນການເຮັດວຽກຂອງພະນັກງານ ເພື່ອໃຫ້ຜູ້ອື່ນເຫັນແລ້ວ ມີສະຕິເປັນເຈົ້າການ ແລະ ຖອດຖອນເປັນບົດຮຽນວ່າຊັ້ນ ! ໃນຖານະຜູ້ຮັບຜິດຊອບຄໍລຳ ແນວລາວ ໄດ້ອ່ານປຶ້ມ ການແກ້ໄຂວິທີເຮັດວຽກ ເຊິ່ງພິມໂດຍສຳນັກພິມຈຳໜ່າຍ ສປປ ລາວ ປີ 1980 ເພິ່ນໃສ່ວົງເລັບວ່າ: ພິມເທື່ອທີ 5ໃນໜ້າທີ 45 ຂອງປຶ້ມ ມີຂໍ້ 5 ເວົ້າວ່າ: ບັນດາຂໍ້ບົກຜ່ອງ ແລະ ຜິດພາດ ດັ່ງນີ້:

5. ບັນດາຂໍ້ບົກຜ່ອງ ແລະ ຜິດພາດ.

ພາຍໃນພັກຂອງເຮົາ ກໍຍັງມີຄົນຜູ້ບໍ່ທັນຮຽນຮູ້ ແລະ ບໍ່ທັນເຮັດໄດ້ ໃນຄວາມທີ່ວ່າ: ເສຍສະຫຼະປະໂຫຍດສ່ວນຕົວເພື່ອສ່ວນລວມ ດັ່ງນັ້ນ ຄົນພວກນັ້ນ ຈຶ່ງມັກມີລັດທິເອ ກະຊົນ.

ລັດທິເອກະຊົນ ເປັນຄືແມ່ພະຍາດຊະນິດໜຶ່ງ ທີ່ຮ້າຍກາດທີ່ສຸດ ມັນພາໃຫ້ເກີດພະຍາດຫຼາຍຊະນິດ ທີ່ເປັນອັນຕະລາຍທີ່ສຸດ ຄືດັ່ງຈະຊີ້ແຈງຢູ່ຂ້າງລຸ່ມນີ້:

ກ.) ພະຍາດໂລພາ: ຄົນຜູ້ຕິດພະຍາດນີ້ ກໍມັກແຕ່ຍົກຜົນປະໂຫຍດສ່ວນຕົວເອງ ຂຶ້ນສູງກ່ວາຜົນປະໂຫຍດຂອງພັກ ແລະ ຂອງຊາດ ຍ້ອນແນວຄິດນັ້ນ ຈຶ່ງເກີດມີໃຈມັກ ແຕ່ໄດ້ ແຕ່ດີ ຫາແຕ່ກຳໄລ ມັກແຕ່ເອົາຂອງສ່ວນລວມ ມາເຮັດວຽກສ່ວນຕົວ ມັກອາໄສຊື່ສຽງ ແລະ ກຳລັງຂອງພັກ ມາຊອກຫາຜົນປະໂຫຍດສ່ວນຕົວເອງ.

ຄົນຈຳພວກນີ້ ມັກຢູ່ກິນຟຸມເຟືອຍ ໃຊ້ຈ່າຍຕະພຶດຕະພື ເງິນຄຳເຫຼົ່ານັ້ນເອົາໃສມາ ? ບໍ່ເອົາຂອງພັກ ກໍເອົາຂອງພີ່ນ້ອງຮ່ວມຊາດຂອງຕົນເອງ ຈົນເຖິງເຮັດຕະຫຼາດມືດ ຂາຍຂອງທີ່ຕ້ອງຫ້າມ ບໍ່ຢ້ານເສຍຊື່ສຽງຂອງພັກ ບໍ່ຢ້ານເສຍຊື່ສຽງຂອງຕົນເອງ.

ຂ.) ພະຍາດຂີ້ອົ່ງ: ອວດວ່າຕົນດີ ອວດວ່າຕົນເກັ່ງ ທວງເອົາຖານະຕຳແໜ່ງ ຢາກໄດ້ແຕ່ໜ້າຕາ ມັກໃຫ້ຜູ້ອື່ນຍ້ອງຍໍ ແລະ ຍົກຍໍຕົນຂຶ້ນ ມັກແຕ່ແນະນຳສັ່ງສອນຜູ້ອື່ນ ເມື່ອເຮັດວຽກຫຍັງ ພຽງແຕ່ສຳເລັດເລັກນ້ອຍ ກໍເອົາໄປອວດອ້າງຢ່າງນັນເນືອງ ຖືວ່າຜູ້ອື່ນບໍ່ທໍ່ໂຕຈັກຄົນ ບໍ່ທຸລະຮ່ຳຮຽນນຳປະຊາຊົນ ບໍ່ຢາກໃຫ້ຜູ້ອື່ນຕຳໜິ ເຮັດອັນໃດ ກໍຢາກເປັນນາຍສັ່ງໃຫ້ຜູ້ອື່ນເຮັດ.

ຄ.) ພະຍາດຕັນຫາຊື່ສຽງ: ຖືວ່າໂຕເປັນຜູ້ດີຜູ້ໃຫຍ່ ບາງທີຍ້ອນຄວາມຕັນຫາຊື່ສຽງນັ້ນ ສິ່ງທີ່ບໍ່ຄວນເຮັດກໍໄປເຮັດ ເມື່ອຖືກຕຳໜິຕິຕຽນ ກໍມີແນວຄິດລັ່ງເລ ຄົນຊະນິດນັ້ນ ມີແຕ່ຮູ້ຂຶ້ນ ບໍ່ຮູ້ລົງ ທົນໄດ້ແຕ່ຄວາມສຸກ ບໍ່ທົນຄວາມທຸກໄດ້ ມັກແຕ່ເປັນປະທານຄະນະນັ້ນ ກຳມະການນີ້ ແຕ່ບໍ່ມັກເຮັດວຽກຕົວຈິງ.

ງ.) ພະຍາດຂາດລະບຽບວິໄນ: ມີພະຍາດເອກະຊົນ ມີແນວຄິດ ແລະ ການກະທຳ ທີ່ຍົກຜົນປະໂຫຍດສ່ວນຕົວ ຂຶ້ນເທິງວຽກການທຸກຢ່າງ ເພາະສະນັ້ນ ເມື່ອເຮັດວຽກ ຫຍັງ ກໍບໍ່ຖືເອົາພັກເປັນພື້ນຖານໃຈຂອງຕົວເອງ ມັກແນວໃດກໍເຮັດແນວນັ້ນ ລືມລະບຽບວິໄນຂອງພັກໄປໝົດ ເວລາຕຳໜິກັນ ກໍຕັ້ງໃຈຕິຕຽນແຕ່ຜູ້ອື່ນ ເວົ້າແຕ່ສິ່ງຂະເຈົ້າ ບໍ່ມັກ ເວລາເລື່ອນຊັ້ນໃຫ້ຜູ້ໃດ ກໍມີແຕ່ຢາກອ້າງເປັນບຸນເປັນຄຸນ ລຶ້ງເຄີຍຮັກແພງຜູ້ໃດ ກໍຢາກເອົາແຕ່ຜູ້ນັ້ນຂຶ້ນ.

ຈ.) ສະໝອງຄັບແຄບ: ຢູ່ໃນພັກກໍບໍ່ຮູ້ຍົກຍໍຜູ້ທີ່ດີ ຢ້ານແຕ່ຄົນອື່ນຈະລື່ນໂຕ ຢູ່ນອກພັກກໍດູຖູກຜູ້ອື່ນ ຖືວ່າຜູ້ໃດກໍບໍ່ເປັນນັກປະຕິວັດທໍ່ໂຕ ບໍ່ສະຫຼາດສະຫຼຽວທໍ່ໂຕ ຍ້ອນ ແນວນັ້ນ ຈຶ່ງບໍ່ຮູ້ຕິດຕໍ່ຮ່ວມມືກັບຄົນ ຜູ້ທີ່ມີຄຸນສົມບັດ ແລະ ມີຄວາມສາມາດຢູ່ນອກພັກ ເປັນແນວນັ້ນ ຜູ້ອື່ນຈຶ່ງກຽດຊັງ ແລະ ໂຕເອງກໍຖືກແຍກອອກໂດດດ່ຽວ.

ສ.) ແນວຄິດທ້ອງຖິ່ນ: ພະຍາດຕົວນີ້ ເຖິງວ່າບໍ່ຊົ່ວຮ້າຍທໍ່ບັນດາພະຍາດຕົວອື່ນກໍຕາມ ຜົນຂອງມັນກໍເສຍຫາຍຫຼາຍ ທະແນມແຕ່ແມ່ນສຳນັກງານຂອງໂຕ ພາກສ່ວນຂອງ ໂຕ ແລະ ທ້ອງຖິ່ນຂອງໂຕ ໄດ້ຜົນດີກໍເປັນພໍ ສ່ວນສຳນັກງານອື່ນ ພາກສ່ວນອື່ນ ແລະ ທ້ອງຖິ່ນອື່ນນັ້ນ ຈະເປັນແນວໃດກໍຕາມຊ່າງ ນັ້ນແມ່ນເບິ່ງຕື້ນໆ ບໍ່ເບິ່ງຮອບດ້ານ ບໍ່ເຂົ້າໃຈວ່າ ປະໂຫຍດສ່ວນນ້ອຍ ຕ້ອງຂຶ້ນກັບປະໂຫຍດສ່ວນໃຫຍ່ ປະໂຫຍດຂອງພາກສ່ວນ ຕ້ອງຂຶ້ນກັບປະໂຫຍດທັງໝົດ.

ຊ.) ແນວຄິດຖືຕົວເປັນຜູ້ນຳ: ຕີຊະນະບາງຄັ້ງ ຫຼື ເຮັດໄດ້ບາງວຽກຢູ່ຕາມທ້ອງຖິ່ນ ກໍຖືວ່າໂຕເກັ່ງກ້າສາມາດຫຼາຍແລ້ວ ເປັນຜູ້ຕີຫຼາຍແລ້ວ ສົມຄວນເປັນຜູ້ນຳໄດ້ແລ້ວ ບໍ່ ຮູ້ໄດ້ວ່າ ເມື່ອປຽບໃສ່ວຽກການປົດປ່ອຍປະເທດຊາດທັງໝົດແລ້ວ ຄວາມສຳເລັດທີ່ຕົນເຮັດໄດ້ນັ້ນ ມັນເປັນສິ່ງເລັກນ້ອຍ ບໍ່ສາເທດຫຍັງ ຖ້າປຽບໃສ່ວຽກການອັນມະຫາ ສານຂອງໂລກແລ້ວ ມັນກໍຍິ່ງບໍ່ສາເທດຫຍັງ.

ເປັນທຳມະດາ ທີ່ພັກເຮົາຫວັງຈະໃຫ້ມີຄົນດີ ເປັນວິລະຊົນຫຼາຍຄົນ ເປັນຜູ້ນຳຫຼາຍຄົນ ໃຫ້ມີປະຊາຊົນເຊື່ອຖືຮັກແພງ ແລະ ນັບຖື ບັນດາວິລະຊົນ ແລະ ຜູ້ນຳແນວນັ້ນ ເປັນສິ່ງປະເສີດຂອງພັກ ແລະ ຂອງຊາດ ແຕ່ວ່າວິລະຊົນ ແລະ ຜູ້ນຳແນວນັ້ນ ລ້ວນແຕ່ອອກມາຈາກການຕໍ່ສູ້ ແລະ ຕ້ອງຜ່ານບົດຮຽນ ຂອງການຫຼໍ່ຫຼອມອົບຮົມ ມັນບໍ່ ແມ່ນວ່າໂຕເອງຢາກເປັນຜູ້ນຳ ແລະ ຢາກເປັນວິລະຊົນແລ້ວກໍໄດ້ເປັນໂລດ ໂດຍບໍ່ຕ້ອງຮ່ຳຮຽນສ້າງຕົວ.

ຕັ້ງແຕ່ກ່ອນມາຈົນເຖິງດຽວນີ້ ແມ່ນບໍ່ມີຈັກເທື່ອທີ່ປະຊາຊົນ ຈະຮ່າວໄປເຊື່ອຖື ແລະ ຮັກແພງຜູ້ທີ່ອວດອົ່ງອວດດີ ຜູ້ທີ່ມີແນວຄິດ ຢາກເປັນຜູ້ອ້າງຕົວເອງ ວ່າເປັນວິລະຊົນ ແລະ ເປັນຜູ້ນຳດັ່ງນັ້ນ.

ເມື່ອເອົາປຽບໃສ່ວຽກການ ຂອງມະນຸດຊາດໃນທົ່ວໂລກແລ້ວ ເຫັນວ່າຜູ້ທີ່ເປັນວິລະຊົນທີ່ຍິ່ງໃຫຍ່ຂອງໂລກ ກໍຍັງເຮັດຫຼ້ອນແຕ່ພຽງສ່ວນດຽວ ຂອງໜ້າທີ່ຂອງເພິ່ນທໍ່ນັ້ນ ແຕ່ລະຄົນພວກເຮົານີ້ ຖ້າຫາກພະຍາຍາມເຮັດວຽກງານ ທີ່ພັກມອບໝາຍໃຫ້ຢ່າງຄົບຖ້ວນໄດ້ນັ້ນ ກໍແມ່ນພວກເຮົາເຮັດຫຼ້ອນໜ້າທີ່ຂອງພວກເຮົາ ຄວາມດີໃຈຂອງພວກເຮົາ ທີ່ເຮັດໜ້າທີ່ຫຼ້ອນມານັ້ນ ມັນຈະຊ່ວຍໃຫ້ພວກເຮົາກ້າວໜ້າຂຶ້ນໄປເລື້ອຍໆ.


ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 ໂຮງ​ແຮງ ລາຄາ​ແພງ “ມາຣດາ​ນ ພາ​ເລດ” ​ໃນ​ປະ​ເທດ ຕຸ​ລະ​ກີ  ທີ່​ໄດ້​ຮັບ​ສາຍາ​ນາມ​ວ່າ​ເປັນ​ໜຶ່ງ​ໃນ​ໂຮ​ງ​ແຮງ​ອັນ​ດັບ​ຕົ້ນໆ ຂອງ​​ໂລກ​ປະຈຳ​ປີ 2010 ​ໄດ້​ຖືກ​ຕັດ​ການ​ໃຊ້ໄຟຟ້າ ​​ໄປ​ແລ້ວ ຍ້ອນ​ວ່າ​ບໍ່​ມີ​ເງີ​ນ​ເສຍ​ຄ່າ​ໄຟ(ຄ້າງ​ຈ່າຍ) ​ເປັນ​ເງິນ​ຈຳນວນ​ມະຫາສານ

 

ສະຖານີ​ຂ່າວ ລຸ​ມ​ເບີກ ​ແລະ ໜັງສືພິມ​ທ້ອງ​ຖິ່ນ ຂອງ​ປະ​ເທດ ຕຸ​ລະ​ກີ ລາຍ​ງານ​ວ່າ ສຸດ​ຍອດ​ໂຮງ​ແຮມ​ຫລູ“ມາຣດານ ພາ​ເລດ” ​ຕັ້ງ​ຢູ່​ເມືອງ ອັນ​ທາຍາ ປະ​ເທດ ຕຸ​ລະ​ກີ ຖືກ​ບໍລິສັດ​ຜະລິດ​ໄຟຟ້າ (AKEDAS) ຕັດ​ໄຟ​ເນື່ອງ​ຈາກ​ຄ້າງ​ຈ່າຍ​ຄ່າ​ໄຟ ​ມູນ​ຄ່າເກືອ​ບ 3ລ້ານ​ໂດ​ລາ ​ເຮັດ​ໃຫ້​ໂຮ​ງ​ແຮມ​ຕ້ອງ​ໄດ້​ນຳ​ໃຊ້ ຈັກ​ປັ່ນ​ໄຟຟ້າ ຊົ່ວຄາວ

ຜູ້​ບໍລິຫານ ບໍລິສັດ​ຜະລິດ​ໄຟຟ້າ​ກ່າວ​ວ່າ ຖ້າ​ໂຮງ​ແຮມ​ບໍ​ສາມາດ​ຈ່າຍ​ຄ່າ​ໄຟ​ໄດ້​ພາຍ​ໃນ​ເວລາ 3ອາທິດ ຈະ​ຕ້ອງ​ຖືກ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ​ແຕ່​ຜູ້​ບໍລິຫານ​ຂອງ​ໂຮງ​ແຮມ​ບໍ​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້ “​ແຕ່​ນັ່ງຍັນ​ວ່າ “ມາຣດານ ພາ​ເລດ” ຈະ​ຫວນ​ກັບ​ມາສູ່​ຄວາມ​ຍິ່ງ​ໃຫຍ່​ອີກ​ຄັ້ງ​ແນ່ນອນ  

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

 

 

***​ຄິດ​ແຕ່​ສິ່ງ​ດີ(ດ້ານ​ບວກ)***
​ແລ້ວ​ຊິ​ຮູ້​ວ່າ ມີ​ແຕ່​ສິ່ງ​ທີ່​ເປັນ​ໄປ​ໄດ້  

*** ​ແອບ​ຝັນ ***
​ແລ້ວ​ຈະ​ຮູ້​ວ່າ ​ໂລກ​ນີ້​ໜ້າ​ຢູ່    

 


*** ​ເວົ້າ​ແຕ່​ສິ່ງ​ດີ(ດ້ານ​ບວກ) ***
​ແລ້ວ​ຊິ​ຮູ້​ວ່າ ມີ​ຄົນ​ຢ່າງ​ຫຼວງ​ຫຼາຍ​ຮັກ​ເຮົາ​
*** ​ແອບ​ຍີ້ມ  ***
​ແອບ​ຈະ​ຮູ້​ວ່າ ​ເຮົາ​ຄື​ຄົນ​ທີ່​ໜ້າ​ຮັກ  

 

*** ​ຕໍ່ສູ້​ກັບ​ອຸປະສັກ​ຕ່າງໆ ***
​ແລ້ວ​ຊິ​ຮູ້​ວ່າ​ເຮົາ​ຄື​ຄົນ​ທີ່​ເຂັ້ມ​ແຂງ   

***
ລອງອົດທົນ ***
​ແລ້ວ​ຈະ​ຮູ້​ວ່າ ​ເຮົາ​ມີ​ຄວາມ​ອົດທົນ​ຍິ່ງ​ກວ່າ​ໃຜ  

*** ລອງ​ອອກກຳລັງ​ກາຍ​ທຸກ​ມື້  ***
​ແລ້ວ​ຈະ​ຮູ້​ວ່າ​ເຮົາ​ຄື​​ເຈົ້າມະນຸ​ດ​ທີ່​ເຕັມ​ປຽ່ມດ້ວຍພະລັງ   

***
ລອງ​ຄິດ​ຊະນະ  ***
​ແລ້ວ​ຈະ​ຮູ້​ວ່າ​ເຮົາ​ສາມາດ​ເອົາ​ຊະນະ ຕົວ​ເອງ​ໄດ້​ບໍ່​ຍາກ​ເລີຍ  


*** ລອງ​ຄິດ​ໃຫຍ່***
​ແລ້ວ​ຈະ​ຮູ້​ວ່າ​ເຮົາ​ມີ​ຄວາມ​ສາມາດ ຢ່າງ​ໜ້າ​ອັດສະຈັນ(ຍິ່ງ​ກວ່າ​ໃຜ)  

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຄື​ກັບ​ວ່າ​ເທບ​ແຫ່ງ​ສະຫວັນ​ພິ​ໂລດ ​ເສກ​ມົນ​ດຳ​ສະກົດ​ນ້ຳຕົກ​ຫູ​ໂຂ່ວ​ແຫ່ງ​ລຸ່ມ​ນ້ຳ​ຫວງ​ໂຮ່ ​​ໄດ້​ຢຸດ​ໄຫຼ ​​ໄດ້​ເສ​ກສັນ​ທິວ​ທັດ​ເປັນ​ສາຍທານ​ສີຂາວ​ຍາວ​ຢຽດປານ​ສະພານ ພື້ນ​ແກ້ວ​ໃສ​ນ້ຳ​ທີ​ຖືກ​ມົນ​ສະກົດ​ຈົນ​ຢຸດ​ໄຫຼ ມີ​ນ້ຳ​ແຂງ​ຍ້ອຍມາ​ປະ​ດັບສົງ​ແສງ​ແວວ​ວ່າວ ຮູບ​ພາບ​ອັນ​ຕະການ​ຕາ​ຂອງ​ນ້ຳຕົກ​ຫູ​ໂຂ່ວ

ນ້ຳ​ຕົກ​ຫູ​ໂຂ່ວ ​ເປັນ​ນ້ຳຕົກ​ທີ່​ມີ​ຊື່​ສຽງ​ໃນ​ແມ່​ນ້ຳ​​ຫວງ​ໂຮ່ ກະ​ແສ​ນ້ຳ​ທີ່​ໄຫຼ​ລັງ​ ​ກາຍ​ເປັນ​ຄືນ​ຟອງ ​ແຫ່ງສັນຍາ​ລັກ​ຈິດ​ວິນ​ຍານ​ຂອງ​ຊົນ​ຊາດ​ຈີນ       

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

ລອງ​ເບິ່ງ​ປະຕິ​ທິນ​ເດືອນ​​ໃນປະຈຸບັນ ​ເດືອນຕຸ​ລາ2010 ຂອງ​ປີ​ນີ້ ແລ້ວ​ນັບ​ມື້​ວັນສຸກ ມື້​ວັນເສົາ ມື້​ວັນອາທິດ​ເບິ່ງ


ຈະ​ເຫັນ​ວ່າ ມີ​ມື້​ ວັນສຸກ ວັນ​ເສົາ ວັນອາທິດ​ຮອດວັນລະ 5 ມື້


(ປົກກະຕິ​ຈະ​ພົບ​ແຕ່ມີ​ມື້ ວັນ​ສຸກ ວັນເສົາ ວັນອາທິດ​ທີ່ຕິດ​ຕໍ່​ກັນ​ ພຽງ​ແຕ່ 4 ມື້​ ໃນ1ເດືອນ)


ເບິ່ງ​ຕາມ​ຮວງ​ຈຸ້ຍ​ຂອງ​ຄົນ​ຈີນ​ຮຽກ​ເດືອນ​ທີ່​ມີ​ປາກົດ​ການ​ມື້ ວັນ​ສຸກ ວັນເສົາ ວັນອາທິດ​ເຖິງ​ວັນລະ 5 ມື້​ຄົບ​ໃນ 1 ເດືອນ​ນີ້​ວ່າ


ກະ​ເປົ໋າ​ເງີນ ໂດຍ​ເຊືອ​ວ່າ​ຖ້າ​ເຮົາ​ບອກ​ກັນ​ຕໍ່ໄປ ເງີນ​ທອງ​ກໍ​ຈະ​ໄຫລ​ມາ​ເທ​ມາ​ຫາ​​ເຮົາ


ສຳລັບ​ໂອ​ກາດ​ທີ່​ຈະ​ເກີດ​ເຫດການ​ທີ່​ຈະ​ມີ​ມື້ ວັນ​ສຸກ ວັນເສົາ ວັນອາທິດ ຢ່າງ​ລະ 5 ມື້​ພາຍ​ໃນ 1 ​ເດື​ອນນັ້ນ ຈະ​ເກີດ​ຂຶ້ນ


ທຸກ​  823 ປີ ດັ່ງ​ນັ້ນ​ປີ ຄ​.ສ 2833 ເຖິງ​ຈະ​ມີ​ມື້​ ວັນສຸກ ວັນ​ເສົາ ວັນ​ອາທິດ ຢ່າງ​ລະ 5 ມື້​ພາຍ​ໃນ 1 ເດືອນ​ແບບ​ນີ້​ອີກ


ຕ້ອງ​ເກີດ​ໃໝ່​ອີກ​ຫລາຍ​ຊາດ​ຈຶ່ງ​ຈະ​ພົບອີກ​​ເທື່ອ​ໜຶ່ງ