![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ຈ.. 4, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ເຂົາເວົ້າວ່າ......
ຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງຄົນເຮົາຄື....
ການຕົກຫລຸມຮັກໃຜຈັກຄົນ
ການໄດ້ຈູບຄັ້ງທຳອິດ
ການໄດ້ຫົວຈົນໜ້າທ້ອງແຂງ
ການໄດ້ນັ່ງອ່ານຈົດຫມາຍເກົ່າໃນຍາມຫວ່າງ
ການໄດ້ໃຊ້ເວລາຫວ່າງໃນບ່ອນທີ່ ແສນງົດງາມ
ການໄດ້ຟັງເພງທີ່ມັກທາງວິທະຍຸ
ການໄດ້ນອນຟັງສຽງຝະຕົກ
ເມື່ອເວລາທີ່ເຮົາອາບນ້ຳແລ້ວໃໝ່ ໆ ແລ້ວເຈີກັບຜ້າເຊັດຕົວອຸ່ນ
ການໄດ້ສອບເສັງແລ້ວ
ການໄດ້ຮັບໂທລະສັບຈາກໃຜ ຄົົນໜຶ່ງທີ່ບໍ່ໄດ້ພົບກັນເປັນເວລາດົນແລ້ວ
ການພົບເງີນທີ່ເຮົາເຊື່ອງໄວ້ຕັ້ງແຕ່ດົນມາແລ້ວ
ການໄດ້ຍິ້ມກັບໃຜຈັກຄົນໜຶ່ງ
ການໄດ້ລົມໂຊທລະສັບເປັນຊົ່ວໂມງກັບຄົນຮັກ
ການຍິ້ມໂດຍບໍ່ຕ້ອງມີເຫດຜົນ
ການຖືກຍ້ອງໂດຍບໍ່ໄດ້ຕັ້ງໂຕ
ການຕື່ນຂຶ້ນມາແລ້ວຄິດວ່າມັນໜ້າຈະນອນຕໍ່ໄດ້ອີກ ຈັກຊົ່ວໂມງ ເນາະ!
ການໄດ້ຟັງເພງທີ່ເຮັດໃຫ້ເຮົາຄິດຮອດຄົນພິເສດຂອງເຮົາ
ການໄດ້ເປັນສ່ວນຫນຶ່ງຂອງທີມ
ການມີເພື່ອນໃໝ່
ການຮູ້ສຶກຄືແມງກະເບື້ອບິນວົນຢູ່ໃນທ້ອງຟ້າ ເວລາພົບໜ້າເຂົາຄົນນັ້ນ
ການຜ່ານຊ່ວງເວລາຫນຶ່ງໄປໄດ້ພ້ອມກັບເພື່ອນທີ່ດີທີ່ສຸດຂອງເຈົ້າ
ການໄດ້ເຫັນຄົົນທີ່ເຈົ້າມັກມີຄວາມສຸກ
ການໄດ້ໃສ່ເສື້ອຂອງຄົົນທີ່ເຮົາມັກທັງ ໆ ທີ່ກິ່ນຫອມຂອງເຂົາຍັງມີອາຍອຸ່ນຢູ່
ການໄດ້ເຈີເພື່ອນເກົ່າອີກຄັ້ງແລ້ວຮູ້ສຶກຄືກັບວ່າບໍ່ມີຫຍັງປ່ຽນແປງເລຍ!
ການໄດ້ເບິ່ງທ້ອງຟ້າຍາມຕາເວັ້ນໃກ້ຈະຕົກດິນ
ການໄດ້ຍິນໃຜຈັກຄົນບອກຮັກເຈົ້າ
ທີ່ສຸດຂອງທີ່ສຸດຄື ຮູ້ວ່າເຮົາໄດ້ເປັນທີ່ຮັກຂອງຄົນທີ່ເຮົາຮັກ
![](http://webboard.mthai.com/upload_images_new/2006-01-22/189940_3334457.jpg)