ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ມີມື້ໜຶ່ງ ທ ສົມໝາຍ ໄປເຮັດວຽກຕ່າງແຂວງ ແຕ່ວຽກທີ່ລາວເຮັດນັ້ນຕ້ອງໄດ້ນອນຄ້າງຄືນ ເປັນວາລາ 1 ຄືນ  ສົມໝາຍເລີຍຄິດອອກວ່າແຂວງທີ່ໄປນັ້ນມີ ພໍ່ຕູປູ່ຂອງລາວຢູ່ຄົນດຽວເລີຍຖືໂອກາດໄປນອນຢາມປູ່ຂອງລາວເລີຍ ພໍສົມໝາຍມາຮອດລາວກໍ່ເຫັນປູ່ຂອງລາວຢູ່ບ້ານ ແລະ ລາວກໍ່ເອົາຂອງຕ້ອນໃຫ້ປູ່ລາວພ້ອມກັບບອກວ່າ

ສົມໝາຍ: ປູ່ ພໍດີຫຼານມາວຽກຢູ່ພີ້ ແຕ່ວຽກບໍ່ທັນແລ້ວ ກະວ່າຊິມາຂໍນອນບ້ານປູ່ແນ່ເດີ່ ແລ້ວມື້ອື່ນຫຼານຊິກັບ

ປູ່: ເອີ່ ບໍ່ເປັນຫຍັງຫຼານ ນອນຢາມປູ່ຈັກຄືນແນ່ລານເອີ່ຍ

ຫຼັງຈາກນັ້ນສົມໝາຍກໍ່ເອົາເຄື່ອງຂອງຂຶ້ນໄປໄວ້ເທິງບ້ານ ແຕ່ກ່ອນທີ່ລາວຈະຂຶ້ນຄັນໄດໄປລາວເຫຼືອດໄປເຫັນໝາເຖິກໂຕໜື່ງໂຕໃຫຍ່ເຕີບນອນຢູ່ກ້ອງຄັນໄດ ລາວຈື່ງຄ່ອຍຍ່າງຂຶ້ນບ້ານຢ້ານໝາຊິຕື່ນ ແລ້ວໝາຊິເຫົ່າລາວ ເຊິ່ງລາວຢ້ານໝາກັດ ພໍຕົກຄ່ຳ ປູ່ຂອງລາວກໍ່ຂ້າເປັດເຮັດແກງສູ່ລາວກິນ ແຕ່ກ່ອນຂິກິນເຂົ້າ ລາວເຫຼືອດໄປເຫັນເມັດເຂົ້າແຫ້ງກັບເສດອາຫານໜ້ອຍໜຶ່ງ ຕິດຢູ່ພື້ນຖ້ວຍ ແລະ ກົ້ນບ່ວງ ລາວຈຶ່ງຖາມປູ່ຂອງລາວວ່າວ່າ:

ສົມໝາຍ: ປູ່ເຈົາກະລ້າງຖ້ວຍດີຢູ່ວາ 

ປູ່: ດີລະບໍ  ພໍ່ຕູ້ໃຊ້ຊັນໄລລ້າງ

ສົມໝາຍ: ວາ ຄັນຊັ້ນມັນຄືມີເສດເຂົ້າແຫ້ງຊັ້ນນະ

ປູ່: ກະເທົ່າທີ່ຊັນໄລມັນເຮັດໄດ້ຫັ້ນລະຫຼານ

ສົມໝາຍ: ແລ້ວເສດອາຫານທີ່ຕິດຢູ່ກົ້ນບ່ວງນີ້ກະຄືກັນພໍ່ຕູ້ຕ້ອງລ້າງໃຫ້ສະອາດຈຶ່ງບໍ່ເປັນພະຍາດ

ປຼ່: ເອີ່ ວາງໃຈໄດ້ຫຼານເອີ່ຍ ຊັນໄລ ບໍ່ເຮັດໃຫ້ຜິດຫວັງດອກ

ສົມໝາຍ: ດີທີ່ແມ່ນຊັນໄລ ຄືຊິສະອາດຢູ່ດອກ ທັງຄຶດໃນໃຈວ່າຢ່າເທາະຜູ້ເຖົ້າກະເປັນຈັ່ງຊີ້ແລະຫຼົງໜ້າຫຼົງຫຼັງບາງທີກະຊິລ້າງບໍ່ລັອຽດ

ພໍກິນເຂົ້າແລ້ວສົມໝາຍກໍ່ເອົາຖ້ວຍ ບ່ວງ ມາລ້າງ ແຕ່ວ່າລາວຊອກຊັນໄລບໍ່ເຫັນ ລາວຈຶ່ງຍ່າງມາຖາມປູ່ວ່າ :

ສົມໝາຍ: ປູ່ຊັນໄລເດຊັ້ນນະ ຫຼານຊິລ້າງຈານໃຫ້

ປູ່: ຈັກບໍ່ເຫັນນະຫຼານ ຢ່າມັນປະໄວ້ຫັ້ນແລະ ຄັນປູ່ຊອກຊັນໄລເຫັນລະປູ່ຊິຈັດການເອງດອກ

ສົມໝາຍ: ໂອເຄ ປູ່ ມື້ອື່ນຫຼານຊື້ຊັນໄລກ່ອງໃຫມ່ມາໃຫ້ ຫລານໄປນອນກ່ອນເດີ່

ປູ່: ເອີ່ໆຫຼານ

ພໍຕື່ນເຊົ້າມາຫຼັງຈາກອາບນ້ຳຖ່າຍເຄື່ອງແລ້ວ ລສົມໝາຍກໍ່ມາ ອຸ່ນແກງເປັດທີ່ຍັງເຫຼືອແລ້ວປັ້ນເຂົ້າເຊົ້າເພາະວ່າເສຍດາຍແກງມັນເຫຼືອຫຼາຍ ແລ້ວລາວກໍ່ຟ້າວເກັບເຄື່ອງຂອງລາວແລ້ວໄປວຽກກະວ່າຈະກັບບ້ານເລາວລີຍ ລາວຟ້າວແລ່ນລົງຄັນໄດຢ່າງໄວຈົນໝາທີ່ນອນຢູ່ກ້ອງຄັນໄດຕົກໃຈ ແລະ ເຫົ່າລາວ ລາວຢານໝາກັດເລີຍເອີ້ນໃສ່ປູ່ຂອງລາວ:

ສົມໝາຍ ຊ່ອຍແນ່ປູ່ ໝາຊິກັດຫຼານ

ປູ່: ບັກຊັນໄລ ເຊົາແມະ ເຊະ ເຊະ ເຊາະ

ສົມໝາຍຕົກໃຈ ຢ່າງແຮງ ເມື່ອໄດ້ຍິນປູ່ຮ້ອງຊື່ໝາວ່າຊັນໄລ ລາວຈຶ່ງຖາມປູ່ວ່າ:

ສົມໝາຍ: ປູ່ ຊັນໄລລ້າງຈານຫັ້ນບໍ່ແມ່ນນ້ຳຢາລ້າງຈານວາ ແມ່ນບັກຊັນໄລໝາປູ່ນີ້ວາ

ປູ່: ເອີ່ ກະບັກຊັນໄລນີ້ລະຫຼານ ມັນຈັດການຖ້ວຍບ່ອງໃຫ້ຈົນກຽງບໍ່ເຫຼືອຄາບ ບໍ່ຖ້າລ້າງຫຼານເອີຍສະບາຍ 

ສົມໝາຍ: ???????  ><"

 

Delicious Digg Fark Twitter