ສຽງຜູ້ຍິງໄວກາງຄົນຮ້ອງດັງສະໜັ່ນ ພ້ອມກັບມີເດັກນ້ອຍ ແລະ ຜູ້ຍິງຄົນໜຶ່ງແລ່ນຜ່ານຂ້ອຍກັບແມ່ທີ່ຢືນຊື້ຊີ້ນໝູຢູ່ ໄປຢ່າງໄວ ທັງແມ່ແລະຂ້ອຍຫຼຽວໄປເບິ່ງທັນເຫັນຜູ້ຍິງຄົນນັ້ນແວັບໆ ແລ້ວແມ່ກະເວົ້າກັບຂ້ອຍວ່າ ນັ້ນແມ່ນປ້າທີ່ຂາຍຢາຢູ່ຮ້ານນີ້ແມ່ນບໍ່ ຂ້ອຍຕອບແມ່ວ່າ ແມ່ນແລ້ວ ລາວແລ່ນໄລ່ໃຜວະ
ປ້າຄົນນັ້ນຊື່ວ່າປ້າໜອມ ເປັນຄົນຂາຍຢາຢູ່ຕະຫລາດແຖວໄກ້ບ້ານຂ້ອຍຫັ້ນແຫລະ ຖືວ່າລາວເປັນຄົນທີ່ມີຖານະດີຄົນໜຶ່ງຢູ່ແຖວນັ້ນເລີຍກະວ່າໄດ້ ປ້າໜອມເປັນຄົນຂີ້ໜຽວ ແຖມປາກຮ້າຍທີ່ສຸດໃນຕະຫລາດກະວ່າໄດ້ ຖ້າໃຜຕໍ່ລາຄາຫລາຍເກີນໄປ ຫລືຖາມແລ້ວບໍ່ຊື້ລາວກໍ່ຈະໂວຍວາຍ ແບບວ່າແລ່ນອອກຈາກຮ້ານເກືອບບໍ່ທັນພຸ້ນແຫລະ
ສຽງນັ້ນເລີ່ມດັງຂຶ້ນ ຂ້ອຍຫລຽວໄປເຫັນປ້າໜອມຈັບແຂນເດັກຜູ້ຊາຍຄົນໜື່ງ ອາຍຸປະມານ 10ປີ ເທົ່າໆກັບຂ້ອຍ ທີ່ກຳລັງດີ້ນຮົນຢູ່ ແລະ ປ້າໜອມກຳລັງຊິຕີ ແມ່ຂ້ອຍຈື່ງເຂົ້າໄປຖາມ
ມີເລື່ອງຫຍັງປ້າໜອມ ກະບັກເວນນີ້ເດ່ ມັນມາຂໍຊື້ຢາດີເຈັບທ້ອງ ກັບຢາໝ່ອງ (ກາຄົນໃຈດີຮັກແມ່ເດັກນ້ອຍ) ພໍແຕ່ຂ້ອຍເອົາຢາໃຫ້ມັນກະແລ່ນເລີຍ ເງີນກະບໍ່ຈ່າຍ
ເວົ້າແລ້ວປ້າໜອມກະຕີຫົວເດັກນ້ອຍຄົນນັ້ນບາດໜຶ່ງຢ່າງແຮງ ແລະຈະມີອີກຫລາຍບາດແນ່ນອນຖ້າແມ່ຂ້ອຍບໍ່ຫ້າມໄວ້ ຢ່າຕີມັນເລີຍອີ່ຕົນມັນ ລະຊີໃຫ້ເຮັດຈັ່ງໃດ ເອີ້ນຕຳຫລວດມາຈັບມັນເຂົ້າຄຸກເລີຍດີບໍ່ ບັກລູກພໍ່ແມ່ບໍ່ສັ່ງສອນ ໂຕທໍ່ນີ້ກະເປັນຂີ້ລັກແລ້ວ ໃຫຍ່ມາກະຄືຊີໄປລັກເຂົາກິນແຫລະ ແມ່ຫລຽວເບິ່ງຂ້ອຍແລ້ວຫລຽວໄປເບິ່ງເດັກຄົນນັ້ນທີ່ນ້ຳຕາກຳລັງຊີໄຫລ ແມ່ມິດຢູ່ບືດໜຶ່ງແລ້ວໄປເວົ້າກັບປ້າໜອມວ່າ ຢ່າໃຫ້ເຖິງຂະໜາດນັ້ນເລີຍປ້າ ເດັກນ້ອຍມັນຄືຊີຢາກຊື້ຢາ ແຕ່ມັນບໍ່ມີເງີນ ເອົາຈັ່ງຊີ້ ຄ່າຢາຫັ້ນທໍ່ໃດ ຂ້ອຍຊີເປັນຄົນຈ່າຍໃຫ້
ໃນທີ່ສຸດເລື່ອງກໍ່ຈົບລົງໂດຍການທີ່ແມ່ຍອມຈ່າຍຄ່າຢາດີເຈັບທ້ອງກັບຢາໝ່ອງ ແລ້ວແມ່ກໍ່ຈູງແຂນເດັກນ້ອຍຄົນນັ້ນອອກມາ ປ້າໜອມຍັງຢອດມາໃສ່ຢູ່ວ່າ ລະວັງເດີ່ ເຮັດດີກັບຄົນຂີ້ລັກແບບນີ້ຈະເສຍໃຈພາຍຫລັງ ແຕ່ແມ່ບໍ່ໄດ້ຕອບຫຍັງ
ແມ່ຖາມເດັກຄົນນັ້ນວ່າຫລານຊື່ຫຍັງ ເດັກຊາຍຕອບ ອານຸ ເປັນຫຍັງຫລານຈຶ່ງໄປລັກຢາຂອງປ້າໜອມ ເດັກຄົນນັ້ນເງີຍໜ້າທີ່ເຕັມໄປດ້ວຍນ້ຳຕາ ແລ້ວເວົ້າຂຶ້ນຢ່າງສະອຶກສະອື້ນວ່າ ແມ່ຫລານເຈັບທ້ອງແຮງ ແລະ ແມ່ກະບໍ່ມີເງີນໄປໂຮງໝໍ ຫລານກະເລີຍຕ້ອງ........!!!!
ແມ່ເບີ່ງໜ້າເດັກຄົນນັ້ນໄລຍະໜຶ່ງ ແລ້ວຍື່ນຖົງໝາກກ້ຽງທີ່ຊື້ມາໃຫ້ເດັກຄົນນັ້ນຖົງໜຶ່ງ ແລ້ວບອກກັບເດັກຄົນນັ້ນວ່າ ເທື່ອໜ້າຢ່າໄປລັກຂອງໃຜເດີ່ ຄັນບໍ່ມີເງີນຊື້ຢາມາຂໍປ້າໄປຊື້ກະໄດ້ ປ້າຊື່ສົມພອນ ເປີດຮ້ານຫຍີບເຄື່ອງຢູ່ໃກ້ໆນີ້ແຫລະ ຖາມໃຜກະຮູ້ດອກ ເອົ້າ..!! ເອົາໝາກກ້ຽງນີ້ໄປຝາກແມ່ ຄົນເຈັບຕ້ອງກິນໝາກໄມ້ຫລາຍໆ ຈັ່ງຊີດີໄວໆ ຮູ້ບໍ່ ແມ່ເວົ້າພ້ອມກັບສົ່ງຮອຍຍີ້ມ ເດັກຄົນນັ້ນອຶ້ງຢູ່ບຶດໜຶ່ງ ແລ້ວກໍ່ຈັບເອົາຖົງໝາກກ້ຽງພ້ອມກັບຄຳວ່າຂອບໃຈ ແລ້ວກໍ່ຫັນຫລັງຈາກໄປ
ຫລັງຈາກກັບມາຮອດເຮືອນຂ້ອຍກະຖາມແມ່ທັນທີວ່າ ເປັນຫຍັງແມ່ຈື່ງຊ່ວຍເດັກຄົນນັ້ນ ຮູ້ຈັກກັນສະເບາະ ແມ່ຍິ້ມແລ້ວຕອບວ່າ ບໍ່ຮູ້ຈັກດອກລູກ ແຕ່ແມ່ເຫັນເດັກນ້ອຍຄົນນີ້ ຮັບຈ້າງຂາຍຂະໝົມ ຢູ່ແຖວບ້ານເຮົານີ້ແຫລະ ແຕ່ລາວຄືຊິຈື່ແມ່ບໍ່ໄດ້ດອກ ແມ່ກະເຄີຍຊື້ຂະໜົມລາວກິນຢູ່ ແລ້ວຂ້ອຍກະເວົ້າຕໍ່ ແຕ່ນັ້ນມັນກະບໍ່ແມ່ນເຫດຜົນທີ່ຈະໄປຊ່ວຍເຂົານະແມ່ ຖ້າເຂົາເປັນຄົນຂີ້ລັກ ແມ່ຫລຽວມາເບີ່ງໜ້າຂ້ອຍແລ້ວເວົ້າວ່າ ແມ່ເຊື່ອວ່າເດັກທີ່ເຄີຍຫາເງິນດ້ວຍຕົນເອງມາແຕ່ອາຍຸນ້ອຍໆ ຕ້ອງມີຄວາມຮັບຜິດຊອບ ແລະ ຮູ້ຄຸນຄ່າຂອງເງີນທຸກກີບວ່າ ກວ່າຊີຫາມາໄດ້ຫັ້ນມັນຍາກມັນເມື່ອຍສ່ຳໃດ ແລະ ຄົນທີ່ມີຄວາມຮັບຜິດຊອບນີ້ຈະບໍ່ມີທາງລັກຂອງໃຜດອກນອກຈາກຈະຈຳເປັນແທ້ໆ ທີ່ເຂົາບໍ່ມີທາງອື່ນໃຫ້ເລືອກແລ້ວເທົ່ານັ້ນ ຂ້ອຍຟັງແລະກໍ່ຖາມແມ່ຕໍ່ວ່າ ແລ້ວຕໍ່ໄປຖ້າເຂົາມາຂໍເງີນແມ່ໄປຊື້ຢາອີກ ແມ່ກະຊີໃຫ້ແທ້ຫວາ ໃຫ້ຕົ໋ວລູກ ຄັນມັນບໍ່ຫລວງຫລາຍອີ່ຫຍັງນະ ລະແມ່ບໍ່ເສຍດາຍເງີນຫວາ ເຮືອນເຮົາກະບໍ່ໄດ້ຮັ່ງມີຄືເຮືອນປ້າໜອມນະ ເຖິງແມ່ຊີບໍ່ມີເງີນທອງຫລວງຫລາຍພາຍມາກ ແຕ່ການໄດ້ຊ່ວຍເຫລືອຄົນທີ່ກຳລັງລຳບາກ ແມ່ກະມີຄວາມສຸກແລ້ວ ແຖມຍັງໄດ້ບຸນອີກ ເທົ່ານີ້ແມ່ກະພໍໃຈແລ້ວ ບໍ່ໄດ້ຕ້ອງການອີ່ຫຍັງຕອບແທນດອກ ລະແມ່ກະເວົ້າຕໍ່ອີກວ່າ ລູກອາດຈະບອກວ່າ ການລັກເຄື່ອງມັນເປັນສິ່ງທີ່ຜິດ... ແມ່ນ!!! ແມ່ບໍ່ຖຽງ ແຕ່ເຮົາຕ້ອງຄິດໄປໃນຫລາຍໆດ້ານ ຢ່າຄິດແຕ່ເລື່ອງຊັບສິນເງີນທອງ ຕອນນີ້ລູກອາດຈະບໍ່ເຂົ້າໃຈ ແຕ່ແມ່ເຊື່ອວ່າມີມື້ໜື່ງລູກຫາກຊີເຂົ້າໃຈເອງແຫລະ ຫລັງຈາກນັ້ນຂ້ອຍກັບແມ່ກະລົມກັນເລື່ອງອື່ນໂດຍບໍ່ຄີດເຖິງເລື່ອງນີ້ອີກເລີຍ
ຈົນເຫດການໜື່ງເກີດຂື້ນ ຈື່ງເຮັດໃຫ້ຂ້ອຍກັບມາຄີດຮອດເລື່ອງນີ້ອີກເທື່ອໜື່ງ ຂ້ອຍຄັ່ງທັ້ງນ້ຳຕາ ຊາບຊື້ງຫລາຍ ຄຳເວົ້າຂອງແມ່ໃນມື້ນັ້ນມັນຖືກຕ້ອງທີ່ສຸດແທ້ໆ
ຫລັງຈາກທີ່ຂ້ອຍຮຽນຈົບປະຣີນຍາຕຣີແລ້ວ ຂ້ອຍກະໄດ້ເຮັດວຽກ ໄດ້ເງິນເດືອນພໍກຸ້ມກິນ ຫາລ້ຽງແມ່ໂດຍບໍ່ລຳບາກປານໃດ ຈື່ງຂໍຮ້ອງໃຫ້ແມ່ເຊົາເຮັດວຽກ ເພາະແມ່ເຮັດວຽກມາ 20 ກວ່າປີເພື່ອສົ່ງເສຍລູກຈົນຮຽນຈົບ ເຖິງເວລາແລ້ວທີ່ເຮົາຈະເປັນຄົນລ້ຽງດູແມ່ ແລະແມ່ກໍ່ຍອມ ແຕ່ແມ່ກໍ່ບອກວ່າຈະຫາເຮັດຫຍັງເລັກໆນ້ອຍໆຢູ່ຕາມບ້ານ ເພາະຄັນບໍ່ໄດ້ເຮັດຫຍັງແທ້ໆມັນກະຮູ້ສຶກເບື່ອ ຂ້ອຍກະຍອມຕາມໃຈແມ່
ຫລັງຈາກຂ້ອຍໄດ້ເຮັດວຽກໄດ້ 2 ປີ ແມ່ກະຢູ່ບໍ່ສະບາຍ ເລີ່ມຈາກການເຈັບຫົວທຳມາດາ 2, 3 ມື້ລະມັນກະເຊົາເອງ ຈົນມັນເລີ່ມເປັນແຮງຂື້ນ ຂ້ອຍກະເລີຍພາແມ່ໄປໂຮງໝໍ ທ່ານໝໍບອກວ່າບໍ່ເປັນຫຍັງຫລາຍ ເປັນຍ້ອນແມ່ເຮັດວຽກໜັກເກີນໄປ ທ່ານໝໍໃຫ້ຢາມາຊຸດໜື່ງ ແລ້ວຢ້ຳວ່າໃຫ້ພັກຜ່ອນຫລາຍໆ ຈື່ງຈະເຊົາໄວໆ
ຫລັງຈາກກິນຢາຕາມທ່ານໝໍສັ່ງແລ້ວອາການຂອງແມ່ກໍ່ເຊົາໄປ ຂ້ອຍກະສະບາຍໃຈ ແລະອີກ 1 ເດືອນຕໍ່ມາແມ່ກໍ່ກັບມາເຈັບອີກ ເທື່ອນີ້ເປັນແຮງກວ່າເທື່ອແລ້ວ ຂ້ອຍກັງວົນຫລາຍ ແລ້ວພາແມ່ໄປໂຮງໝໍອີກ ເທື່ອນີ້ທ່ານໝໍບອກວ່າໃຫ້ພາແມ່ໄປໂຮງໝໍຢູ່ໃນເມືອງເພາະເຄື່ອງມືຈະທັນສະໄໝກວ່າ ຂ້ອຍກະພາແມ່ໄປ ແລ້ວທ່ານໝໍກວດພົບວ່າ ແມ່ເປັນເນື້ອງອກໃນສະໝອງ ຕ້ອງໄດ້ຜ່າຕັດດ່ວນ ຄັນປ່ອຍໄວ້ມັນອາດຈະໄປທັບເສັ້ນປະສາດເຮັດໃຫ້ເປັນອຳມະພາດໄດ້ ຫລື ຖ້າຜ່າຕັດບໍ່ທັນກໍ່ອາດເຖິງຂັ້ນເສຍຊີວິດ ຂ້ອຍຕົກໃຈຫລາຍຈື່ງຂໍຮ້ອງໃຫ້ທ່ານໝໍຜ່າຕັດໃຫ້ແມ່ທັນທີ ໝໍບອກວ່າ ໂຮງໝໍນີ້ມີທ່ານໝໍພຽງ 2 ຄົນທີ່ເກັ່ງໃນການຜ່າຕັດເນື້ອງອກ ເພິ່ນກະໂທຫາໝໍຄົນນັ້ນ ບັງເອີນວ່າທ່ານໝໍຜ່າຕັດຄົນນັ້ນວ່າງພໍດີ ແລ້ວແມ່ກໍ່ຖືກນຳໂຕເຂົ້າຫ້ອງຜ່າຕັດທັນທີ ໃນຂະນະທີ່ຂ້ອຍຖ້າຢູ່ນອກດ້ວຍຄວາມກະວົນກະວາຍໃຈ ທັງເລື່ອງການເຈັບຂອງແມ່ ແລະເລື່ອງທີ່ທ່ານໝໍຖີ້ມທ້າຍໄວ້ໃຫ້ວ່າ ຕ້ອງທຳໃຈໄວ້ແດ່ເດີ່ ການຜ່າຕັດເນື້ອງອກໃນສະໝອງ ມີຄວາມສ່ຽງທີ່ຈະເສຍຊີວິດສູງ ເຖິງແມ່ນວ່າການຜ່າຕັດຈະປະສົບຜົນສຳເລັດກໍ່ຕາມ ອີກເລື່ອງກະຄື ຄ່າໃຊ້ຈ່າຍໃນການຜ່າຕັດສະໝອງຂ້ອນຂ້າງສູງ ຄ່າຜ່າຕັດ ລວມທັງຄ່າຢາໄລຍະພັກຟື້ນ ລວມໆແລ້ວປະມານ 130ລ້ານກີບ ໄດ້ຍິນແລ້ວຂ້ອຍແທບລົ້ມທັ້ງຢືນ ຂ້ອຍຊີໄປຫາເງີນໃສມາໄດ້ຫລວງຫລາຍປານນັ້ນ ເງີນເກັບຂອງແມ່ລວມທັງເງີນຂ້ອຍມີບໍ່ຮອດ 20ລ້ານຊ້ຳ ແຕ່ຈັ່ງໃດກະຢ່າ ຂໍເອົາຊີວີດແມ່ໄວ້ກ່ອນ ສ່ວນເລື່ອງເງີນເອົາໄວ້ຄີດນຳຫລັງ
ຫລັງຈາກການຜ່າຕັດຈົບລົງ ເປັນໂຊກດີຂອງແມ່ທີ່ການຜ່າຕັດປະສົບຜົນສຳເລັດ ແລະ ບໍ່ມີອາການແຊກຊ້ອນໃດໆ ທ່ານໝໍບອກວ່າພັກຟື້ນປະມານ 1 ເດືອນກະກັບບ້ານໄດ້ແລ້ວ ທາງໂຮງໝໍແຈ້ງລາຍການຄ່າໃຊ້ຈ່າຍທັງໝົດມາໃຫ້ຂ້ອຍ ປະກົດວ່າເປັນເງີນຈຳນວນ 2ແສນກີບ ເປັນຄ່າຕີດຕໍ່ປະສານງານເທົ່ານັ້ນ ຂ້ອຍແປກໃຈຈື່ງໄດ້ຖາມພະຍາບານ ພະຍາບານບອກວ່າ ທ່ານໝໍທີ່ເປັນຄົນຜ່າຕັດໃຫ້ແມ່ຂ້ອຍຫັ້ນສັ່ງໄວ້ວ່າ ບໍ່ໃຫ້ຄີດໄລ່ເງີນນຳຂ້ອຍກັບແມ່ ພະຍາບານເອງກະບໍ່ຮູ້ສາເຫດ ຂ້ອຍກໍ່ຂໍພົບໝໍຄົນນັ້ນເພື່ອຈະຂອບໃຈ ແຕ່ພະຍາບານບອກວ່າ ຫລັງຈາກທີ່ລາວຜ່າຕັດໃຫ້ແມ່ແລ້ວ ລາວກະຖືກສົ່ງໂຕໄປສືກສາເພີ່ມເຕີມກ່ຽວກັບການຜ່າຕັດສະໝອງ ທີ່ອາເມລີກາ ແຕ່ໝໍຄົນນັ້ນໄດ້ຝາກຈົດໝາຍໄວ້ໃຫ້ຂ້ອຍແລະແມ່ ແລະຢ້ຳທາງໂຮງໝໍວ່າໃຫ້ມອບໃຫ້ຂ້ອຍແລະແມ່ໃນມື້ທີ່ແມ່ອອກໂຮງໝໍ
1ເດືອນຜ່ານໄປ ແມ່ກໍ່ອອກໂຮງໝໍພ້ອມກັບໄດ້ຮັບຈົດໝາຍສະບັບນັ້ນ ພໍຮອດເຮືອນຂ້ອຍກັບແມ່ກໍ່ໄດ້ເປີດອ່ານຈົດໝາຍຂອງທ່ານໝໍຄົນນັ້ນທັນທີ ພໍອ່ານຈົບ ຂ້ອຍກັບແມ່ກໍ່ນ້ຳຕາໄຫລອອກມາພ້ອມກັນ
ເນື້ອໃນຂອງຈົດໝາຍຂຽນວ່າ:
ຄ່າຜ່າຕັດ 0 ກີບ
ຄ່າຢາທັງໝົດ 0 ກີບ
ຄ່າໃຊ້ຈ່າຍທີ່ເຫລືອ 0 ກີບ
ລວມເປັນເງີນທັງໝົດ 0 ກີບ
ໝາຍເຫດ... ຄ່າໃຊ້ຈ່າຍທັງໝົດໄດ້ຮັບຮຽບຮ້ອຍແລ້ວເມື່ອ 15 ປີທີ່ຜ່ານມາ ເປັນຢາດີເຈັບທ້ອງ ຢາໝ່ອງ ແລະ ໝາກກ້ຽງຖົງໜຶ່ງ ຂໍໃຫ້ມີສຸຂະພາບແຂງແຮງໄປດົນໆ ເດີ່ປ້າສົມພອນ
ຈາກ... ດຣ ອານຸ