ຂຽນເມື່ອ: ພ.ຈ.. 6, 2008
| ມີ
13 ຄຳເຫັນ
ແລະ
0 trackback(s)
ມີຜູ້ຊາຍ 3ຄົນ. ຄົນທີ່1 ເປັນນັກປັດຊະຍາ, ຄົນທີ2 ເປັນນັກຄະນິດສາດ ແລະ ຄົນທີ3 ເປັນຄົນໂງ່ ມື້ໜຶ່ງຊາຍທັງ 3 ຄົນນີ້ໄດ້ໄປທ່ອງທ່ຽວນຳກັນ ລະຫວ່າງທາງລົດໄດ້ເກີດອຸບັດຕິເຫດຕົກເຫວ ຈຶ່ງເຮັດໃຫ້ຊາຍທັງ 3 ຄົນນີ້ເສຍຊີວິດໝົດ ວິນຍານຂອງຊາຍທັງ 3 ຈຶ່ງຕ້ອງໄປຫາຍົມມະບານ.
ພໍໄປຮອດຍົມມະບານກໍ່ບອກໃຫ້ແຕ່ລະຄົນຖາມຄຳຖາມມາຂໍ້ໜຶ່ງ ຖ້າຍົມມະບານຕອບບໍ່ໄດ້ຄົນໆນັ້ນຈະໄດ້ຂຶ້ນສະຫວັນ ແຕ່ຖ້າຕອບໄດ້ຄົນໆນັ້ນກໍ່ຈະໄດ້ລົງນາລົກ. ນັກປັດຊະຍາຖາມເປັນຄົນທຳອິດວ່າ ໃຫ້ອະທິບາຍຄວາມໝາຍຂອງປັດຊະຍາມາຂໍ້ໜຶ່ງ ຍົມມະບານຕອບໄດ້ ນັກປັດຊະຍາກະລົງນາລົກໄປ. ນັກຄະນິດສາດຖາມເປັນຄົນທີ2 ລາວຕັ້ງເລກໂຈດມາຂໍ້ໜຶ່ງແລ້ວຖາມວ່າຄຳຕອບແມ່ນຫຍັງ ຍົມມະບານກະຕອບໄດ້ອີກ ນັກຄະນີດສາດກະລົງນາລົກໄປ. ພໍມາຮອດຄົນສຸດທ້າຍກະຄືຄົນໂງ່ ຄົນໂງ່ບອກວ່າກ່ອນຈະຖາມຄຳຖາມຂໍນັ່ງຕັ່ງທີ່ມີ 8 ຮູ! ຍົມມະບານກະເອົາຕັ່ງໃຫ້ ຄົນໂງ່ກະນັ່ງຕັ່ງແລ້ວຕົດອອກມາ ແລ້ວກະຖາມຍົມມະບານວ່າ ຂ້ານ້ອຍຕົດອອກມາຈາຮູໃດ ຍົມມະບານຕອບ ຮູທີ2 ທາງຊ້າຍ! ຄົນໂງ່ບອກວ່າຜິດ ຂ້ານ້ອຍຕົດອອກມາຈາກຮູ ຕູ໊ດດດດດດ.......