![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ກ.. 5, 2009
| ມີ
160 ຄຳເຫັນ
ແລະ
0 trackback(s)
ກ່ອນອື່ນກະຂໍສະບາຍດີປີໃໝ່ສະມາຊິກກຸ່ມຮັກດຽວໃຈດຽວ ແລະ ສະມາຊິກພັນລາວໝົດທຸກຄົນ. ຕອນນີ້ກຸ່ມຮັກດຽວໃຈດຽວ ມີສະມາຊິກທັງໝົດ 170 ຄົນ. ຂ້າພະເຈົ້າຄົນໃຈດີ ໃນນາມຫົວໜ້າກຸ່ມຮັກດຽວໃຈດຽວ ຂຽນໄດອາຣີ່ນີ້ຂຶ້ນມາ ມີຈຸດປະສົງຢູ່ ສອງ ເລື່ອງ ຄື: ເລື່ອງນັດເຈິກັນໃນເດືອນສອງນີ້ ແລະ ເລື່ອງເສື້ອຍືດກຸ່ມ. ຄຈດ ຢາກໃຫ້ທຸກຄົນທີ່ຈະເອົາເສື້ອ ບອກຂະໜາດ (S. M. L. XL) ແລະ ຊື່ຂອງຕົນເອງທີ່ຈະຂຽນໃສ່ເສື້ອມາ ພ້ອມດ້ວຍເງິນສົດ ສິບຫ້າພັນກີບ (ອັນນີ້ຂາດບໍ່ໄດ້ ອິອິ). ສຳລັບສະຖານທີ່ຈັດງານ ຈະບອກຢ່າງເປັນທາງການໃນຊ່ວງວັນທີໜື່ງ ຫາ ວັນທີຫ້າ ເດືອນສອງ ຢູ່ໜ້າກຸ່ມເດີ່. ໃຫ້ໄປຕິດຕາມເອົາເອງ ຄິດໄວ້ວ່າແມ່ນບ້ານອາເລັກ
. ໃນງານຈະມີການຫລິ້ນເກມ. ແຕ່ ຄຈດ ຄິດເກມບໍ່ອອກ ຢາກໃຫ້ທຸກຄົນຊ່ວຍກັນຄິດ ແນວໃດມັນຊິມ່ວນ. ຄຈດ ຄິດອອກແຕ່ເກມຊອກຫານັກດື່ມຍອດຍ່ຽມຫັ້ນແຫລະ ກິນເບຍແຂ່ງກັນວ່າຊັ້ນຊະ
ໃຜຊີລົງແຂ່ງກະບອກມາ ເພື່ອຈະກຽມສະຖານທີ່ໄດ້ຖືກ. ພາຍໃນງານກໍ່ຈະມີການບັນທຶກພາບ ທັງພາບຖ່າຍ ແລະ ພາບວີດີໂອ ເພື່ອຈະເກັບໄວ້ເປັນທີລະລືກ. ໃຜຊິອຸປະຖຳຫຍັງ ກະຖືມານຳ ຄຈດ ຮູ້ວ່າທຸກຄົນບໍ່ກ້າໄປມືເປົ່າ
. ລະອີກອັນໜຶ່ງ ແມ່ນຫາຂອງຂວັນມາໃຫ້ ຄຈດ ແດ່. ເອົາມາແລກກັນ. ເອົາມາຫລາຍໆອັນ. ຈັບສະຫລາກ ຖືກຂອງໃຜ ກະໄດ້ຂອງຄົນນັ້ນ. ຫລື ຢາກໃຫ້ໃຜເປັນພິເສດ ກະໃຫ້ໄປ. ເທບ... ເທບ ແທ້ໆ ຮ່າໆໆ ![alt](../../../../emoc/79.gif)
ຖ້າເປັນໄປໄດ້ໃນງານນີ້ບໍ່ຢາກໃຫ້ມີຄົນນອກເດີ່ ຖ້າຈະມີກໍ່ຂໍໃຫ້ເປັນແຟນ ຫລື ໝູ່ສະໜິດພຽງໜຶ່ງຄົນເທົ່ານັ້ນ ທັ້ງນີ້ກໍ່ເພື່ອບໍ່ໃຫ້ເປັນການລົບກວນຄົນອື່ນ. (ໝູ່ຫັ້ນເອົາໄວ້ໄປຕໍ່ຮອບເດີກ.. ອິອິ) ເລື່ອງເສື້ອຫັ້ນໃຫ້ບອກພາຍໃນເດືອນໜຶ່ງນີ້ ເພາະວ່າວັນທີໜຶ່ງເດືອນສອງລະຈະໄປເຮັດ. ອ່ານແລ້ວໄປໂຫວດນີ້ແດ່. ປະຊາທິປະໄຕ ຂໍເອົາສຽງສ່ວນຫລາຍ
ຄລິກ ທີ່ນີ້ເພື່ອໂຫວດ ມື້ໃດດີ
ປລ. ເພື່ອເປັນການສະດວກໃນການຕິດຕໍ່ ຝາກເບີໂທລະສັບໄວ້ກະດີ. ຫລັງໄມກະໄດ້. ໃກ້ຊິຮອດມື້ລະ ຄຈດ ຊິໂທໄປບອກທຸກຄົນ
ຮັກດຽວໃຈດຽວ ເພື່ອຄົນີ່ເຮົາຮັກ ![alt](../../../../emoc/62.gif)
ຂຽນໂດຍ. ຄົນໃຈດີ