ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ຕອນຂ້ອຍຮຽນຢູ່ມໍ 5. ໂຕະໜື່ງນັ່ງ 3 ຄົນ. ຂ້ອຍນັງຢູ່ທາງຫລັງຫ້ອງຕິດປ່ອງຢ້ຽມ ທາງກາງແມ່ນບັກທອນ ຕໍ່ໄປແມ່ນບັກເພັດ. ມີມື້ໜຶ່ງຮຽນວິຊາຟີຊິກ ຕອນແລງ. ບັກເພັດມັນໄປລົມສາວເດີກ ລະມັນອອນຊອນສຽງແມງຈັກຈັ່ນຮ້ອງແດ່ຕິເບາະ ມັນເຫງົານອນຢູ່ຫ້ອງ. ອາຈານກະສອນໄປ ມັນກະນອນໄປ. ຂ້ອຍກັບບັກທອນເລິຍແກ້ງມັນ.. ທຳອີດຫລົກເອົາຜົມໂຕເອງມາລະກະໄປແຍ່ໃສ່ຫູ່ມັນ ເຮັດຄືມົດໄຕ່ນີ້ນະ ມັນກະເອົາມືມາລູບໆ. ຂ້ອຍກັບບັກທອນ ກະຫົວ ອິກ ອິກໆໆໆ. ອາຈານກະສອນໄປເລື້ອຍໆ. ຂ້ອຍກະແກ້ງມັນຕໍ່ ຂ້ອຍເປົ່າຫູມັນແລ້ວເວົ້າຂຶ້ນວ່າ ເພັດອາຈານມາ. ມັນກະລຸກພວດພາດຂຶ້ນ ມືນຕາຂຶ້ນ ຂ້ອຍກັບບັກທອນກະຫົວຂວັນມັນ ກ໋າກໆໆໆໆ. ມັນຫລຽວເບິ່ງໜ້າແຕ່ບໍ່ວ່າຫຍັງ ນອນຕໍ່. ຍັງບໍ່ສະໃຈ ບໍ່ຮູ້ວ່າເປັນຫຍັງຄັນໄດ້ແກ້ງໝູ່ລະປານໄດ້ຂື້ນສະຫວັນ 555++. ເວລາຜ່ານໄປໜ້ອຍໜື່ງ ຂ້ອຍເຮັດຄືເກົ່າອີກ ໄປໃກ້ໆມັນລະເວົ້າຂຶ້ນວ່າ ເພັດອາຈານມາ. ມັນກະມືນຕາຂື້ນລະມັນກະຮູ້ວ່າຂ້ອຍກວນມັນຊື່ໆ ມັນໃຈຮ້າຍຕິເບາະ ມັນເລີຍເວົ້າຂຶ້ນວ່າ ຢ່າອໍ້ແອ້ກູນະ ກູຊິນອນ. ລະມັນກະນອນຕໍ່ແບບແຊບຊ້ອຍ.. ຂ້ອຍກະບໍ່ກ້າກວນມັນແລ້ວ ເພາະເບິ່ງສີໜ້າມັນເບິ່ງຄືຊິຢາກຮ້າຍແຮງ.. ເວລາຜ່ານໄປໜ້ອຍໜຶ່ງລະມັນໂກນ ສຽງມັນໂກນດັງຂື້ນດັງຂຶ້ນ ໝູ່ຢູ່ທາງຂ້າງກະຫລຽວມາເບິ່ງລະກະຫົວຂວັນມັນ. ລະອາຈານໄດ້ຍິນບາດນີ້ນະ ອາຈານກະຍ່າງຕົງມາທີ່ໂຕະຂ້ອຍແລ້ວກໍ່ເວົ້າຂື້ນວ່າ ມື້ໜ້າອາຈານຊິເອົາເສື່ອກັບໝອນມານຳ.. ໝູ່ທຸກຄົນກະມິດຈີ່ຫລີ່. ພໍອາຈານໄປຮອດອາຈານກະເວົ້າຂຶ້ນອີກວ່າ ລາວຄືຊິຮ້ອນເນາະ ລະກະຈັບປື້ມມາວີໃຫ້ມັນ. ບັກເພັດມັນຮູ້ສຶກເຢັນໆ ມັນກະຊິວ່າຂ້ອຍກວນມັນຕິເບາະ ໃນຂະນະທີ່ມັນຍັງຫລັບຕາຢູ່ ມັນກະເອົາມືປັດແຂນອາຈານອອກ ແລ້ວກໍ່ເວົ້າຂຶ້ນຢ່າງແຮງວ່າ..... ຮ່າສູ... ສູ່ຢ່າກວນກູນະ alt

Delicious Digg Fark Twitter