
ຂຽນເມື່ອ: ພ.ພ.. 13, 2009
| ມີ
34 ຄຳເຫັນ
ແລະ
0 trackback(s)
ມີຜູ້ຍິງຄົນໜຶ່ງໄປປຶກສາແພດກ່ຽວກັບການໃຊ້ຢາຄຸມ
ຜູ້ສາວ: ທ່ານໝໍ ຫລານຢາກຮູ້ວິທີການໃຊ້ຢາຄຸມກຳເນີດນະ
ທ່ານໝໍ: ຢາຄຸມກຳເນີດນີ້ເຂົາໃຫ້ກິນຕອນແລງກ່ອນມີເພດສຳພັນຄັ້ງລະ 1 ເມັດ
ຜູ້ສາວ: ຫວາ.. ຖ້າຈັ່ງຊັ້ນຫລານຂໍໄປໃຊ້ລອງເບິ່ງດຸ
ທ່ານໝໍ: ໄດ້ເລີຍ..
ເວົ້າແລ້ວທ່ານໝໍກໍ່ເອົາຢາໃຫ້ຜູ້ສາວຄົນນັ້ນ 7 ເມັດ.. ມື້ຕໍ່ມາຍິງຄົນນັ້ນກໍ່ກັບມາຫາທ່ານໝໍອີກ
ທ່ານໝໍ: ມີບັນຫາຫຍັງບໍ່
ຜູ້ສາວ: ບັນຫາຫັ້ນບໍ່ມີດອກ ແຕ່ຫລານຂໍຢາເພີ່ມອີກແດ່
ທ່ານໝໍ: ແມ່ນຫຍັງນິ.. ຫລານກະກິນຢາຕາມໝໍບອກຢູ່ຫວາ
ຜູ້ສາວ: ໂດຍ.. ຫລານກິນຢາຕາມທ່ານໝໍບອກຫັ້ນແຫລະ.. ກະມື້ຄືນນີ້ເດ່ ຫລານກິນໄປຕັ້ງ 5 ເມັດ ຫລານກະເລີຍຢາກມາຂໍຢາເພີ່ມ.. ຄິດວ່າມັນຄືຊິບໍ່ພໍສັບລັບຄືນນີ້ແນ່ນອນ 
