![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ລ.. 18, 2009
| ມີ
20 ຄຳເຫັນ
ແລະ
0 trackback(s)
ເມາະ ຫລື ໝົກເມາະ ເປັນອາຫານຈານໂປດຂອງຄົນໃຈດີ. ມື້ວານນີ້ເຮັດເມາະກິນ ເລີຍໄດ້ຂຽນແບບສຳຫລວດ ເມາະ ຄລິກ ຂືຶ້ນມາຖາມ ວ່າຮູ້ຈັກ ເມາະບໍ່ ປະກົດວ່າ 80% ຄົນພັນລາວ ບໍ່ຮູ້ຈັກເລີຍ. ມື້ນີ້ກະເລີຍຊິມາຝອຍເລື່ອງເມາະສູ່ຟັງ.. ອິອິ! ມັນແຊບຢາກໃຫ້ທຸກຄົນລອງຊິມ. ![alt](http://punlao.com/emoc/64.gif)
ເມາະ ເປັນອາຫານພື້ນບ້ານຂອງແຂວງຊຽງຂວາງ. ກໍ່ເນື່ອງຈາກວ່າ ແມ່ຄົນໃຈດີ ບ້ານເກີດລາວແມ່ນຢູ່ ບ້ານຖິ່ນ ເມືອງຄູນ ແຂວງຊຽງຂວາງ. ສຳລັບພໍເປັນຄົນແຖວລ້ອງງື່ມ. ບ້ານແຈ້ງ ເມືອງທຸລະຄົມ ແຂວງວຽງຈັນ. ທັງສອງພົບຮັກກັນທີ່ຫວຽດນາມ ທ່າມກາງສົງຄາມໂລກຄັ້ງທີ່ສອງ. (ໂຣແມ່ນຕິກເນາະ)
.... ນອກເລື່ອງລະ.. ມາເວົ້າເລື່ອງເມາະຕໍ່ບາດນິ.. ອິອິ
ເມາະ ເປັນໝົກ ທີ່ຫໍ່ໃສ່ໃບຕອງ ແລ້ວເອົາໄປໜຶ້ງ. ຄ້າຍໆກັບໝົກທົ່ວໆໄປ. ແຕ່ເມາະມັນແຕກຕ່າງຢູ່ບ່ອນວ່າ. ຊີ້ນທີ່ເອົາໄປເຮັດຫັ້ນຕ້ອງປ່ອຍໃຫ້ມັນເນົ່າກ່ອນ ![alt](http://punlao.com/emoc/85.gif)
ກໍ່ເນື່ອງຈາກວ່າຄົນໃຈດີມັກອາຫານຈານນີ້ ຈື່ງໄດ້ຮຽນເຮັດ. ມື້ນີ້ກະຊິມາບອກວິທີເຮັດເມາະ ສະຕາຍຄົນໃຈດີ.. ![alt](http://punlao.com/emoc/271.gif)
ສິ່ງທີ່ໃຊ້ເຮັດເມາະແມ່ນ ຫາງງົວ + ລີ້ນງົວ (ເຄິ່ງຕໍ່ເຄິ່ງ)
ສ່ວນປະກອບມີ: ໝາກເຜັດ, ຫົວສີໄຄ, ໃບຂີ້ຫູດ, ຜັກອີ່ຕູ່, ຜັກຊີ, ຜັກທຽມ, ຫອມບົ່ວ, ຂ່າ, ເຂົ້າເບືອ, ເກືອ, ແປ້ງນົວ,
ວີທີເຮັດ
1. ນຳຫາງງົວມາບາດເອົາແຕ່ພາກສ່ວນໜັງກັບຊີ້ນ (ບໍ່ເອົາກະດູກ). ແລ້ວນຳມາຕັດເປັນຕ່ອນພໍດີຄຳ. ພ້ອມດ້ວຍລີ້ນກໍ່ຕັດເປັນຕ່ອນເຊັ່ນດຽວກັນ. ຫລັງຈາກນັ້ນກໍ່ເອົາມັນຍັດໃສ່ກັບ ຫລື ແກ້ວ ແລ້ວອັດຝາໃຫ້ແໜ້ນ ປະໄວ້ 1 ຫາ 2 ມື້. ຖ້າອາກາດໜາວກໍ່ປະ3 ຫາ 4 ມື້ແລ້ວແຕ່. ຈົນໃຫ້ມັນມີກິ່ນເໝັນ ![alt](http://punlao.com/emoc/64.gif)
2. ຫລັງຈາກມັນເໝັນແລ້ວ ກໍ່ນຳເອົາມາຖອກໃສ່ຊາມ. ໃສ່ນ້ຳໜ້ອຍໜຶ່ງ ແລ້ວກໍ່ຕຳຫົວສີໄຄ, ຫົວຜັກທຽມ, ຂ່າ ແລະ ເຂົ້າເບືອ ມາຖອກໃສ່. ພ້ອມດ້ວຍ ເກືອແລະແປ້ງນົວ ຈາກນັ້ນກໍ່ຊອຍຫອມຕ່າງໆເປັນຕ່ອນນ້ອຍໆ. ສຳລັບຫອມນີ້ຕ້ອງໃສ່ຫລາຍເປັນພິເສດ ເພື່ອຂ້າກິ່ນ. ໂດຍສະເພາະແມ່ນຫົວສີໄຄ ແລະ ຜັກຊີ. ສຳລັບໝາກເຜັດແມ່ນໃຫ້ຊອຍລວງຍາວອອກເປັນ 2 ປ່ຽງ. ຫລາຍຫລືໜ້ອຍແມ່ນຂຶ້ນກັບຄົນມັກ. ແຕ່ຢ່າງໜ້ອຍຕ້ອງແມ່ນໝົກລະໜ່ວຍ. ຄົນທຸກຢ່າງເຂົ້າກັນ
3. ນຳມາຫໍ່ໃສ່ໃບຕອງທີ່ກຽມໄວ້ ແລ້ວນຳໄປໜຶ້ງ. ໃຊ້ເວລາໜຶ້ງປະມານ 1 ຊົ່ວໂມງ. ເປັນອັນເສັດພິທີ່ ![alt](http://punlao.com/emoc/10.gif)
ບາດນີ້ກະມາເບິ່ງໜ້າຕາຂອງ ເມາະ.
![alt](http://img.laoupload.com/images/m00mbyl86b75qmxhy.jpg)
ຂໍອະໄພທີ່ ເມາະ ຄົນໃຈດີບໍ່ໄດ້ຫໍ່ໃສ່ໃບຕອງ. ເນື່ອງຈາກວ່າບ້ານຄົນໃຈດີບໍ່ມີໃບຕອງກະເລີຍຫໍ່ໃສ່ແຜ່ນອາລູມີນຽມແທນ ![alt](http://punlao.com/emoc/103.gif)
![alt](http://img.laoupload.com/images/8krupe9k022i73uba2j2.jpg)
ແລະນີ້ກໍ່ຄືໜຶ່ງໃນເມນູຈານໂປດຄົນໃຈດີ ![alt](http://punlao.com/emoc/277.gif)