ແຂ້ວປະກອບມີ 3 ພາກສ່ວນຄື: ຕົ້ນແຂ້ວ (Crown), ຄໍແຂ້ວ (Neck) ແລະ ຮາກແຂ້ວ (Root)
ແຂ້ວມີ 3 ຊັ້ນຄື: ເຄືອບແຂ້ວ ( Enamel), ເນື້ອແຂ້ວ (Dentine) ແລະ ນວນແຂ້ວ (Pulp)

ພະຍາດແຂ້ວແມງ
1. ນິຍາມ: ແມ່ນຂະບວນການທຳລາຍຈີວະແຂງຂອງແຂ້ວ ຈາກເຊື້ອຈຸລິນຊີບາງຊະນິດທີ່ມີຢູ່ໃນຜົ້ງປາກ. ເຊື້ອຈຸລິນຊີດັ່ງກ່າວສາມາດສະຫລາຍນ້ຳຕານໃຫ້ປ່ຽນເປັນທາດກົດ ທີ່ສາມາດທຳລາຍແຂ້ວໄດ້ ດ້ວຍການສະຫລາຍສ່ວນທີ່ເປັນແຮ່ທາດຂອງແຂ້ວ. ເມື່ອມີການສູນເສຍແຮ່ທາດແຂ້ວກໍ່ຈະກ້າວໄປເປັນຂຸມຫລືເປັນຜົ້ງ ເອີ້ນວ່າ ຂຸມແມງ ຫລື ຜົ້ງແມງ.
2. ສາເຫດ
+ ສາເຫດກັບທີ່
* ເຫລັ້ມແຂ້ວ: ແຂ້ວບໍ່ເປັນລະບຽບ, ການປະກອບສ້າງທາງດ້ານເຄມີຂອງແຂ້ວບໍ່ສົມບູນ ເຮັດໃຫ້ຮູບຮ່າງຜິດປົກກະຕິ
* ສະພາບຜົ້ງປາກບໍ່ສະອາດ
* ນ້ຳລາຍ: ຄ່າ pH ຂອງນ້ຳລາຍຕ່ຳ, ປະລິມານນ້ຳລາຍມີໜ້ອຍ.
* ການໃສ່ແຂ້ວທຽມ, ດັດແຂ້ວ ຫລື ອັດແຂ້ວບໍ່ຖືກຕ້ອງ ເຊິ່ງສາມາດເປັນເຫດໃຫ້ເສດອາຫານໄປຄ້າງ
+ ສາເຫດທົ່ວໄປ
* ເພດ
* ອາຍຸ
* ການປ່ຽນແປງທາງດ້ານຮໍໂມນ
* ການຂາດວິຕາມີນ C ແລະ D. (ວິຕາມີນດັ່ງກ່າວຈະຊຸກຍູ້ໃຫ້ Ca ຈັບກັບກະດູກໄດ້ດີ)
* ອາຫານ
* ທີ່ຢູ່ອາໃສ ( ຄວາມຈະເລີນ ມີຄວາມສ່ຽງຫລາຍກວ່າ ຊົນນະບົດ)
* ອື່ນໆ
ກົນໄກ: ກ່ອນຈະເກີດເປັນພະຍາດແຂ້ວແມງ ຕ້ອງມີ 4 ປັດໄຈນີ້
+ Host (ແຂ້ວ ແລະ ນ້ຳລາຍ): ຮູບຮ່າງ, ສ່ວນໂຄ້ງ ແລະ ສ່ວນປະກອບຂອງແຂ້ວ ລວມທັງລະດັບຄ່າ pH ແລະ ປະລິມານນ້ຳລາຍ ກໍ່ມີຄວາມສຳຄັນໃນການເກີດພະຍາດແຂ້ວແມງໄດ້ເຊັ່ນກັນ.
+ Micro Organism (ເຊື້ອພະຍາດ): ໄດ້ແກ່ Bacteria Steptococcus Mutans ແລະ Lactobacillus ເນື່ອງຈາກວ່າເຊື້ອພວກນີ້ສາມາດຜະລິດ Lactic Acid ອອກມາໄດ້
+ Diet (ອາຫານການກິນ): ລວມມີອາຫານແລະເຄື່ອງດື່ມ ທີ່ມີລົດຫວານແລະລົດສົ້ມ
+ Time (ເວລາ): ເວລາກໍ່ເປັນປັດໄຈກໍ່ໃຫ້ເກີດພະຍາດແຂ້ວແມງ ໂດຍສົມທົບກັບຫລາຍປັດໄຈຄື: ບໍ່ລິເວນໜ້າຫຍ້ຳທີ່ຖືກກະທົບ, ຕຳແໜ່ງຂອງແຂ້ວ ແລະ ຄວາມແຕກຕ່າງດ້ານການປະກອບສ້າງແຮ່ທາດ ເພາະວ່າເມື່ອເກີດປະຕິກິລິຍາການສູນເສຍແຮ່ທາດກໍ່ຈະເຮັດໃຫ້ເຄືອບແຂ້ວມີການປ່ຽນແປງ.
ອະທີບາຍກົນໄກການເກີດພະຍາດແຂ້ວແມງດ້ວຍປະກົດການທາງດ້ານເຄມີ
ກົດ H ຈະດຸດເອົາ ion H ທີ່ຢູ່ໃນໂມເລກຸນຂອງ Hydroxyde-apatite ອອກ ເພາະວ່າມັນກາຍສະພາບອີ່ມໂຕ. ຫລັງຈາກນັ້ນ Hydroxyde-apatite ກໍ່ຈະມີໂຄງສ້າງບໍ່ສົມບູນແບບ ໝາຍຄວາມວ່າໂຄງສ້າງທີ່ແທ້ຈິງຖືກປ່ຽນແປງໄປ ແລ້ວອ່ອນໂຕລົງ. ສະພາບດັ່ງກ່າວເອີ້ນວ່າ: ສະພາບສູນເສຍແຮ່ທາດ (Demineralization). ເຮັດໃຫ້ກ້າວໄປສູ່ການທຳລາຍຈີວະແຂງຂອງແຂ້ວ (Destruction) ໃນທີ່ສຸດກໍ່ຈະກາຍເປັນຜົ້ງແມງ ຫລື ຂຸມແມງ (Cavity)
ການຈັດແບ່ງປະເພດ ຫລື ຂັ້ນຂອງແມງ
ແມງຂັ້ນ1: ແມງເຄືອບແຂ້ວ ( Carie de l' email / Enamel Caries)
ແມງຂັ້ນ2: ແມງເນື້ອແຂ້ວ (Dentinite / Dentinitis)
ແມງຂັ້ນ3: ອັກເສບນວນແຂ້ວ (Pulpite / Pulpitis)
ແມງຂັ້ນ4: ນວນແຂ້ວເນົ່າເປື່ອຍ ແລະ ນວນແຂ້ວຕາຍ ( Gangrene & Mortification)

ອາການສົນທີ່ເກີດຈາກພະຍາດແຂ້ວແມງ
ຖ້າແຂ້ວແມງບໍ່ໄດ້ຮັບການປິ່ນປົວ ກໍ່ຈະກ້າວໄປຫາການອັກເສບອະໄວຍະວະອ້ອມຮາກແຂ້ວ (Periodontite), ອັກເສບກະດູກຄາງກະໄຕ (Osteite Maxillaire), ອັກເສບແອ້ກະດູກ (Osteomyelite), ເປັນຝີ ( Abces), ເປັນຜ້ຳ (Phlegmon). ນອກຈາກນັ້ນຍັງສາມາດກ້າວໄປເປັນພະຍາດຫົວໃຈ, ພະຍາດໄຂ່ຫລັງ, ຊືມເຊື້ອເລືອດ ແລະ ພະຍາດອື່ນໆໄດ້ອີກ

ການປ້ອງກັນ
+ ເພີ່ມການໃຫ້ສຸຂະສືກສາແກ່ປະຊາຊົນ ກ່ຽວກັບການຮັກສາອະນາໄມຜົ້ງປາກແລະແຂ້ວ ໃຫ້ສະອາດຢູ່ສະເໝີ

+ ປີ່ນປົວ ແລະ ອັດແຂ້ວແມງຂັ້ນ1 ແລະ ຂັ້ນ2

+ ມີການເຮັດ sealant ໂດຍສະເພາະໃນແຂ້ວທີ່ມີຮ່ອງໜ້າຫຍ້ຳເລິກ

+ ໄປກວດປາກແລະແຂ້ວເພື່ອຮັບຄຳປືກສາຈາກທັນຕະແພດ ຢ່າງໜ້ອຍ 2 ຄັ້ງ ຕໍ່ ປີ

+ ລ້າງປາກ, ຖູແຂ້ວ ຫລັງຈາກຮັບປະທານອາຫານທຸກຄັ້ງ. ສຳລັບເດັກນ້ອຍບໍ່ຄວນໃຫ້ອົມເຂົ້າ, ດູດເຕົ້ານົມໃນຂະນະທີ່ເດັກນ້ອຍນອນ. ຫລັງຈາກປ້ອນເຂົ້າແລະດື່ມນົມແລ້ວ ຄວນລ້າງປາກແລະອະນາໄມຜົ້ງປາກຢູ່ສະເໝີ

+ ໃຫ້ມີການແນະນຳການໃຊ້ສານ ຟລູອໍໄຣດ໌ (Fluoride) ເຊັ່ນ: ກິນຢາເມັດຟລູອໍໄຣດ໌, ການບ້ວນປາກດ້ວຍນ້ຳຢາທີ່ປະສົມຟລູອໍໄຣດ໌ ແລະ ການໃຊ້ຢາຖູແຂ້ວທີ່ປະສົມສານຟລູອໍໄຣດ໌ ເປັນຕົ້ນ

ສິ່ງທີ່ຄວນເອົາໃຈໃສ່
1. ເຊື້ອທີ່ເປັນສາເຫດພາໃຫ້ເກີດເປັນພະຍາດແຂ້ວແມງແມ່ນ Bacteria Steptococcus Mutans
2. ກົດທີ່ສາມາດທຳລາຍເຄືອບແຂ້ວໄດ້ແມ່ນ Lactic Acid
3. ກ່ອນຈະເປັນແຂ້ວແມງຕ້ອງມີ 4 ຢ່າງນີ້: ແຂ້ວ+ນ້າລາຍ, ເຊື້ອພະຍາດ, ອາຫານ ແລະ ເວລາ
4. pH ແມ່ນຄວາມເປັນກົດເປັນດັ່ງຂອງນຳລາຍ ປົກກະຕິມີຄ່າເທົ່າ 7
5. ແຂ້ວແມງແບ່ງອອກເປັນ 4 ຂັ້ນ
6. ອາການສົນຂອງພະຍາດແຂ້ວແມງ
ບົດຄວາມທີ່ກ່ຽວຂ້ອງ
ແຂ້ວແມງຂັ້ນ1 (ແມງເຄືອບແຂ້ວ)
ແຂ້ວແມງຂັ້ນ2 (ແມງເນື້ອແຂ້ວ)
ແຂ້ວແມງຂັ້ນ3 (ແມງນວນແຂ້ວ)
ຂຽນໂດຍ: ຄົນໃຈດີ
ພາບປະກອບໂດຍ: Google