
ຂຽນເມື່ອ: ກ.ຍ.. 21, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ຖ້າທ່ານທໍາຕົວແຂງກັບສັງຄົມ
ທາງແຫ່ງຄວາມຫຼົ້ມຈົມກໍາລັງຕາມມາ
ຖ້າທ່ານເຮັດວຽກເຫັນແກ່ໜ້າ
ທ່ານຈະພົບບັນຫາເລື້ອຍໄປ
ຖ້າທ່ານຢ້ານຈົນເກີນໄປ
ທ່ານຈະເຮັດຫຍັງບໍ່ໄດ້
ຖ້າທ່ານຂາດຄວາມພໍດີ
ທ່ານຈະເປັນໜີ້ເຂົາຕະຫຼອດໄປ
ຖ້າທ່ານຫວັງແຕ່ຄວາມສະນຸກ
ທ່ານຈະເປັນທຸກມະຫາສານ
ຖ້າທ່ານຂາດຄວາມຢັ້ງຄິດ
ຊີວິດທັ້ງຊີວິດຈະໝົດຄວາມໝາຍ
ຖ້າທ່ານເຮັດໃຫ້ຫົວໃຈສະຫງົບ
ທ່ານຈະພົບກັບຄວາມສຸກທີ່ແທ້ຈິງ