ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ຫວນຄືນຄິດອາດີດຄັ້ງ            ຕອນເມື່ອເຍົາໄວ

       ສາຍອູ່ເໝືອນສາຍໃຈ                    ຜູກພັນພະວົງກ້ຽວ

       ຄິດເຫັນດິນແດນດັ້ນ                            ວັງວຽງງາມບ້ານເກົ່າ

        ຫອມກີ່ນເນົາແນບເນື້ອ                 ມະໂນຊ້ອຍຊື່ນສະອອນ ແທ້ນາ

  • ຈຳປາແດນດ່ານນັ້ນ               ຍັງບານເບີກເບີຍສີ

        ສາຍວາລີຍັງລິນນອງ                   ເຟື້ອງຟອງເຟືອນຟົ້ງ

        ສາຍນ້ຳຊອງບໍ່ເຫີຍແຫ້ງ                    ນ້ຳປາມ້ອມຍັງໄຫຼຫຼັ່ງ

        ຊາວວັງວຽງຍັງຮັກໝັ້ນ                ປະສານກ້ຽວຮ່ວມພະລັງ

  • ຄິດຮອດຕອນອາບນ້ຳ            ຕາມທ່າຮີມຊອງ

        ເຫັນນ້ຳຟອງເຟືອນຟັດ                ຍວກໄຫຼເປັນຄື້ນ

        ຊົມໝູ່ປູປາບ້ອນ                          ລຽບເກາະດອນແຄມຫາດ

        ພາຍເຮືອກາບລ່ອງແກ້ງ              ວັງນ້ຳແແມ່ນະທີ

  • ຄິດເມືອຍາມທ່ຽວຫຼີ້ນ           ງານປີໃໝ່ກຸດສົງການ ນັ້ນນາ

       ແສນເບີກບານສຳລານໃຈ             ອວຍພອນສົງນ້ຳ

       ເຫັນດອກຄູນບານແຍ້ມ                ດອກຟາງແດງເຮືອງເຮື້ອ

        ຈຳປາຫອມກີ່ນກົ້ວ                      ບໍ່ມົວເສົ້າເກົ່າໝອງ

  • ວັງວຽງຂົງເຂດແຄ້ວນ            ມີນາມຊື່ລືຊາ

      ງາມໂສພາໃຜມາເຫັນ                     ບໍ່ອາດຫຼົງລືມໄດ້

      ນ້ຳໃຈຄົນເມືອງນັ້ນ                         ຂະຫຍັນພຽນດຸໝັ່ນ

       ສາມັກຄີຜູກໝັ້ນ                            ພາກັນສ້າງກໍ່ແປງ

  • ແດນວັງວຽງຖີ່ນນັ້ນ                ຮຽມຮັກຫ່ວງຂະນຶງຫາ

      ສິ້ນວຽກງານຈະກັບມາ                   ຕ່າວຄືນຫວງໂຄ້ງ

      ຈະຄືນມາເສີມສ້າງ                         ໂຮມພະລັງແຮງຮ່ວມ

      ປິຕິພູມບັງເກີດເກົ້າ                        ບໍ່ລືມເຈົ້າຊົ່ວນິລັນ ແທ້ນາ!.

 

 

 

Delicious Digg Fark Twitter