ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຄຳວ່າອີໂຄມອດ ນັ້ນຫຍໍ້ມາຈາກ international council on monuments and site ຊຶ່ງແປວ່າສະພາບູຮານສະຖານລະຫວ່າງປະເທດ ຊຶ່ງຖືວ່າເປັນອົງການນຶ່ງໃນການອະນຸລັກມໍລະດົກທາງວັດທະນະທຳ ໂດຍສະເພາະບູຮານສະຖານ ເປັນອົງກອນສາກົນແລະກໍ່ເປັນອົງກອນອິດສະຫຼະຫຼືNGOບໍ່ໄດ້ເປັນແບບລາດຊະການ ແຕ່ມີໜ້າທີ່ສຳຄັນຄືເປັນທີ່ປຶກສາຂອງ UNESCO

ສ່ວນUNESCO ກໍ່ເປັນອົງກອນວ່າດ້ວຍການສຶກສາວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ພາສາອັງກິດເອີ້ນວ່າ united Nations Educational Scientific and Cultural Organization ຊຶ່ງມີບົດບາດສຳຄັນຢ່າງຍິ່ງໂດຍສະເພາະໃນສ່ວນກ່ຽວຂ້ອງກັບການຂຶ້ນທະບຽນມໍລະດົກໂລກ ເພາະໃນຍູເນສໂກມີຄະນະກຳມະການມໍລະດົກໂລກຄື world eritage Committeeມີໜ້າທີ່ພິຈາລະນາໃນເລື່ອງນີ້ ສຳລັບປະເທດລາວເຮົາມີມໍລະດົກທາງວັດທະນຳຢູ່2 ແຫ່ງຄື ເມືອງຫຼວງພະບາງ ແລະ ຜາສາດຫີນວັດດພູຈຳປາສັກ ແລະ ມີອີກຫຼາຍແຫ່ງກຳລັງຖ້າການພິຈາລະນາ

ຫນ້າທີ່ຂອງອີໂຄມອດນັ້ນນອກຈາກເປັນທີ່ປຶກສາຂອງຍູເນສໂກແລ້ວ ຍັງມີຫນ້າທີ່ປະເມີນຄຸນຄ່າແລະໃຫ້ຄວາມເຫັນຕໍ່ຄະນະກຳມະການມໍລະດົກໂລກໃນການພິຈາລະນາແຫລ່ງມໍລະດົກໂລກທາງດ້ານວັດທະນະທຳອີກດ້ວຍ

ດັ່ງທີ່ກ່າວມາແລ້ວວ່າອີໂຄມອດເປັນອົງກອນວິຊາຊີບທາງມໍລະດົກທາງວັດທະນະທຳ ແລະ ເປັນອົງກອນອິດສະຫຼະໃນການອະນຸລັກປົກປ້ອງຄຸ້ມຄອງບູຮານສະຖານ ອີໂຄມອດກໍ່ຕັ້ງຂຶ້ນໃນປີຄສ1965ທີ່ກຸງວໍຊໍwarsaw ປະເທດໂປແລນ ຕັ້ງຂຶ້ນສະໄໝນັ້ນ1 ປີກໍ່ໄດ້ດຳເນີນການວາງແນວທາງວິທີການມາດຕະຖານຫຼັກເພື່ອໃຊ້ເປັນແມ່ແບບໃນການອະນຸລັກບູຮານສະຖານເຮັດໃຫ້ເກີດມີກົດບັດເອີ້ນວ່າກົດບັດເວນີຊຫຼື Venice Charter ເມື່ອເວນີໍໍາເຕີເກີດຂຶ້ນອີກໜຶ່ງປີຕໍ່ມາ ຈຶ່ງໄດ້ຕັ້ງunescoຂຶ້ນມາ ປະຈຸບັນ Unesco ຕັ້ງຢູ່ກຸງປາຣີສ ປະເທດ ຝລັ່ງ

ໂຄງສ້າງການບໍລິຫານຂອງອີໂຄມອດປະກອບດ້ວຍປະທານທີ່ໄດ້ມາຈາກການເລືອກຕັ້ງ ປະຈຸບັນແມ່ນເປັນຄົນເຢຍລະມັນ ແລະມີຮອງປະທານ 5 ປະເທດ ຈາກ 5 ທະວີບ

ປະຈຸບັນປະເທດລາວເຮົາຍັງບໍ່ທັນມີອົງກອນນີ້ເທື່ອ  ມໍລະດົກສອງແຫ່ງທີ່ມີ ຈຶ່ງຢູ່ພາຍໃຕ້ການເບີ່ງແຍງຂອງຄະນະມໍລະດົກໂລກ ແຕ່ກໍຍັງກຳລັງຮວບຮວມຕົວກັນຢູ່ເພື່ອໃຫ້ມີອົງກອນນີ້ໃນລາວໂດຍສະເພາະບຸກຄົນທີ່ມີໃຈຮັກໃນການອະນຸລັກ ບູຮານສະຖານ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ມໍລະດົກ(Heritage) ບໍ່ໄດ້ເປັນພຽງແຕ່ຂອງເກົ່າ ບໍ່ໄດ້ເປັນແຕ່ເລື່ອງເລົ່າໃນໜ້າປະຫວັດສາດ ແຕ່ວ່າ ມໍລະດົກ ຄື ກາຈ້ຳທາງວັດທະນະທຳທີ່ສະແດງອອກເຖິງ ອະລິຍະທຳຂອງມະນຸດເຮົາ ບາງທີກໍ່ສະແດງເຖິງສຸວັນນະພູມ ແລະ ຍັງປະກົດຮາກຖານຕັ້ງແຕ່ການກໍ່ຮ່າງສ້າງຕົວມາຈົນເຖິງປະຈຸບັນຂອງດິນແດນລ້ານຊ້າງເຮົາ ທີ່ເປັນມໍລະດົກທາງດ້ານວັດທະນະທຳທີ່ມີຈຳນວນຫຼວງຫຼາຍແລະມີຄຸນຄ່າສູງ ດັ່ງປະກົດໃນປະຈຸບັນ ຜູ້ຄົນສ່ວນໃຫຍ່ໃນດິນແດນລ້ານຊ້າງທີ່ຮູ້ຈັກກັນໃນນາມຂອງຄົນເມືອງ(ຫຼວງພະບາງ) ແລະກຸ່ມຄົນທີ່ອາໄສຢູ່ພື້ນທີ່ສູງ  ຊຶ່ງບັນດາກຸ່ມຄົນເຫຼົ່ານີ້ລ້ວນແລ້ວແຕ່ຮູ້ຈັກນຳເອົາຊັບພະຍາກອນທຳມະຊາດມານຳໃຊ້ໃຫ້ຢືນຍົງດຳລົງຊີບ ຊຶ່ງໃນບາງຄັ້ງກໍ່ເປັນການຕັ້ງຖິ່ນຖານຢູ່ເທິງພື້ນທີ່ທີ່ມີສະພາບແວດລ້ອມທີ່ມີຄວາມຳກັດກໍ່ຕາມ ສິ່ງເຫຼົ່ານີ້ລ້ວນແຕ່ເປັນພະລັງໃນການຊຸກຍູ້ໃຫ້ຫາທາງແກ້ໄຂປັນຫາ ແລະ ມີການໃຊ້ແນວຄິດສ້າງສັນເພື່ອເຮັດໃຫ້ເກີດການປະດິດ ແລະ ພູມປັນຍາທີ່ກ່ຽວເນື່ອງກັບການດຳລົງຊີວິດຢູ່ໃນພື້ນທີ່ທີ່ແຕກຕ່າງກັນຫຼາກຫຼາຍກັນໄປ ເຊັ່ນ ພູມປັນຍາໃນການໃຊ້ພືດສະໝຸນໄພ ການຮັກສາປິ່ນປົວແບບພື້ນບ້ານ ການເຮັດເຄື່ອງມືໃນການກະສິກຳແລະອອກແຮງງານ ເຄື່ອງໃຊ້ໃນຄົວເຮືອນ ລວມໄປເຖິງເຄື່ອງທີ່ໃຊ້ປະກອບພິທີກຳຕ່າງໆ ການຈັສານ ຕ່ຳ ທໍ ນອກຈາກນີ້ຍັງມີພູມປັນຍາທີ່ກ່ຽວກັບການສ້າງສັນສະພາບແວດລ້ອມ ເຊັ່ນ ການວາງຜັງບ້ານ ແລະ ຊຸມຊົນ ສະຖາປັດພື້ນຖິ່ນ ແລະ ລະບົບການກະເສດ ແລະ ຊົນລະປະທານ ເປັນຕົ້ນ ຜູ້ຄົນໃນດິນແດນລ້ານຊ້າງຍັງມີຄວາມຮູ້ແລະເຂົ້າໃຈແະລມີການບໍລິຫານຈັດການຊັບພະຍາກອນທາງທຳມະຊາດມີການຈັດລະບຽບການໃຊ້ຊີວິດ ການສ້າງສັນສະຖາປັດຕະຍະກຳທີ່ແຕກຕ່າງກັນໄປຕາມລັກສະນະການໃຊ້ສອຍ ເຮັດໃຫ້ຜືນແຜ່ນດິນແຫ່ງຄວາມຫຼາກຫຼາຍທາງທຳມະຊາດ ແລະ ວັດທະນະທຳນີ້ເກີດເປັນດິນແດນລ້ານຊ້າງຂຶ້ນ ປຽບດັ່ງໝໍ້ຫຼອມທາງວັດທະນະທຳ ທີ່ສາມາດສະຖາປະນາຄວາມສຳພັນແລະເກີດການປະສົມປະສານປະໂຫຍດກັນລະຫວ່າງຊຸມຊົນແລະກຸ່ມຄົນໄດ້ເປັນຢ່າງດີ

      ຢ່າງໃດກໍ່ຕາມມີເຫດຜົນຢ່າງຫຼວງຫຼາຍທີ່ເຮັດໃຫ້ຄຸນຄ່າຂອງມໍລະດົກລ້ານຊ້າງບໍ່ເປັນທີ່ຮູ້ກັນຢ່າງແພ່ຫຼາຍມາດົນນານ ເຮັດໃຫ້ມໍລະດົກຈຳນວນໜຶ່ງບໍ່ໄດ້ຮັບຄວາມສົນໃຈ ລວມທັງຍັງມີສາເຫດມາຈາກເຈົ້າຂອງແລະຜູ້ຄອບຄອງໄດ້ປະຖິ້ມໄປ ເປັນເຫດໃຫ້ມໍລະດົກລ້ານຊ້າງບາງຢ່າງສູນຫາຍໄປ ອີກທັງການເຂົ້າສູ່ຍຸກສະໄໝໃໝ່ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ໃນທຸກສັງຄົມ ແຕ່ວ່າການເຂົ້າສູ່ການເປັນສະໄໝໃໝ່ນັ້ນຕ້ອງບໍ່ເຮັດໃຫ້ຄຸນຄ່າດ້ານຕ່າງໆຂອງມໍລະດົກຕ້ອງເສື່ອມຄຸນຄ່າລົງັຫາກແຕ່ການເຂົ້າເປັນສະໄໝໃໝ່ກັບຈຳຕ້ອງເຮັດໃຫ້ເກີດການດຳລົງຮັກສາຄຸນຄ່າຂອງມໍລະດົກໃຫ້ຄົງໄວ້ ໂດຍໃຫ້ເປັນຕົວບົ່ງຊີ້ຂອງການພັດທະນາທັງຢັ້ງຢືນເພື່ອເປັນການສ້າງສະຖຽນລະພາບຂອງສັງຄົມແລະປະໂຫຍດຕໍ່ຜູ້ຄົນໃນປະຈຸບັນແລະຕໍ່ອະນຸຊົນລຸ້ນຫຼັງຕໍ່ໄປ ໂດຍມໍລະດົກບາງແຫ່ງມີຄຸນລັກສະນະທີ່ພິເສດ ໂດດເດັ່ນ ແລະ ສົມຄວນໄດ້ຮັບການວາງແນວທາງການຈັດການທີ່ເໝາະສົມເພື່ອພິທັກຮັກສາມໍລະດົກທີ່ໄດ້ຮັບມາຈາກອາດີດໃຫ້ດຳລົງຄົງຕົວຮັກສາຄຸນຄ່າຕໍ່ຊຸມຊົນ ແລະ ປະເທດຊາດ

   ການເປັນອູ່ແຫ່ງອະລິຍະທຳອັນຮຸ່ງເຮືອງຂອງດິນແດນລ້ານຊ້າງຈຶ່ງຍ່ອມເປັນສ່ວນໜຶ່ງຂອງການເຮັດໃຫ້ເກີດເປັນເອກະລັກອັນໝັ້ນຄົງຂອງການເປັນມໍລະດົກຂອງມະນຸດ ການສຶກສາໃນເລື່ອງຂອງມໍລະດົກລ້ານຊ້າງຈຶ່ງຊ່ອຍສ້າງໃຫ້ເກີດຄວາມເຂົ້າໃຈໃນປະຈຸບັນໃຫ້ດີຍິ່ງຂຶ້ນລວມທັງຍັງເປັນການກະກຽມແນວທາງົປສູ່ອະນາຄົດຂ້າງໜ້າທີ່ຍືນຍົງຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ສະຖາປະນິກແມ່ນຫຍັງ........

ໃນພົດຈະນານຸກົມ ສະຖາປະນິກຄືຜູ້ອອກແບບກໍ່ສ້າງໃນທາງສະຖາປັດຕະຍະກຳ ແຕ່ຄຳຈຳກັດຄຳນີ້ຟັງແລ້ວຍັງງົງໆ

ເພາະຄວາມຊັດເຈນຍັງຕ້ອງໃຊ້ລາວແປລາວອີກຫຼາຍໆເທື່ອ

ມີຂໍ້ຄວາມ1 ກ່າວວ່າສະຖາປະນິກຫຼືທີ່ຮູ້ຈັກກັນດີວ່າເປັນຜູ້ອອກແບບອາຄານບ້ານເຮືອນ

ເຮັດວຽກກ່ຍວກັບການວາງແຜນຜັງ ການອອກແບບແລະອົງປະກອບໃນການກໍ່ສາ້ງ

ສະຖາປະນິກຈະໃຫ້ຄຳແນະນຳແລະແກ້ໄຂປັນຫາຄວາມຕ້ອງການໃຊ້ສອຍຂອງລູກຄ້າ

ແລະ ປັນຫາກາຍະພາບຕ່າງໆທີ່ມີຜົນຕໍ່ອາຄານໄດ້ແກ່ ຄວາມສວຍງາມ ອົງປະກອບ

ທາງວັດທະນະທຳແລະສັງຄົມ ຄວາມຮູ້ດ້ານກົດໝາຍອາຄານ ຂໍ້ກຳນົດ ລະບຽບຂອງທ້ອງຖິ່ນ

ແລະພື້ນທີ່ ລວມທັງປະສົມປະສານອົງຄວາມຮູ້ຫລາຍຕໍ່ຫລາຍເລື່ອງທີ່ກ່ຽວຂ້ອງກັບການດຳເນີນຊີວິດຂອງລູກຄ້າ.

     ສະຖາປະນິກທີ່ດີໄດ້ຜ່ານນິໄສ 10 ຊ່າງຂອງສະຖາປະນິກດັ່ງນີ້

1. ຊ່າງຂີດ...ຊ່າງຂຽນ ນິໄສທຳອິດທີ່ຈະຕ້ອງມີໃຈຮັກໃນການແຕ້ມ ຂີດຂຽນຫຼືສົນໃຈງານສິລະປະມາຕັ້ງແຕ່ນ້ອຍ

ເພາະງານສະຖາປະນິກຕ້ອງໃຊ້ທັກສະພື້ນຖານທາງສິລະປະຫຼາຍເລື່ອງເພື່ອອະທິບາຍຜົນງານການອອກແບບຂອງຕົນເອງ

2. ຊ່າງຄິດ ງານຫຼັກສະຖາປະນິກຄືການຄິດແກ້ໄຂປັນຫາເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ກາຍເປັນ

ອາຄານບ້ານເຮືອນເພາະສະນັ້ນຄົນທີ່ຈະເປັນສະຖາປະນິກຄວນເປັນຜູ້ທີ່ມັກຄິດ ແລະ ຄິດຢ່າງສ້າງສັນມີຈິນຕະນາການ

ແລະຫົວຄິດກວ້າງໄກ ເປັນຄົນເບີ່ງໂລກໃນແງ່ດີມີຄວາມຕະຫຼົກເພາະຈະໄດ້ບໍ່ຄຽດກັບງານ ຄິດໄປຫົວົປ ຍິ້ມໄປ( ບໍ່ແມ່ນບ້າເດີ)

3. ຊ່າງສົງໄສ ຄວນມີນິໄສຊ່າງສົງໄສ ວ່າ ເປັນຫຍັງ ເປັນຫຍັງ ລະກະເປັນຫຍັງ ຫຼືເວົ້າວ່າ ໂອ້ ເອ້ ອື້ ກັບສະຖານະການ

ສະພາບແວດລ້ອມອ້ອມຂ້າງຊຶ່ງເຮັດໄດ້ງ່າຍໆດ້ວຍການຕັ້ງຄຳຖາມວ່າເປັນຫຍັງ ກັບເລື່ອງໄກ້ໆຕົວແລະຂະຫຍາຍໄປຍັງສິ່ງທີ່ພົບເຫັນໃນຊີວິດປະຈຳວັນ

4. ຊ່າງໝັ້ນ(ໃຈ) ມີຄວາມໝັ້ນໃຈໃນຄວາມຄິດຕົວເອງ(ບໍ່ແມ່ນເຂົ້າໃຈໃນເລື່ອງຜິດໆ) ເພາະໃນຊີວິດການເຮັດວຽກຂອງເຮົາ

ຈະຕ້ອງຜ່ານດ່ານຄວາມທົດສອບຄວາມໝັ້ນໃຈຈາກຄຳພິພາກວິຈານໃນງານຂອງເຮົາຈາກອາຈານ ແລະ ເພື່ອນຮ່ວມງານ

ຄົນອື່ນທທີ່ກ່ໜວຂ້ອງ ລວມໄປເຖິງລູກຄ້າ.

5. ຊ່າງຮັບ(ຜິດຊອບ) ເພາະເປັນວຽກງານທີ່ກ່ຽວກັບການໃຫ້ບໍລິການລູກຄ້າຢ່າງຖືກຕ້ອງຕາມມາດຕະຖານວິຊາຊີບ ແລະ

ຕ້ອງມີຄວາມຮັບຜິດຊອບຕໍ່ສະຫວັດດີພາບ ຄວາມປອດໄພຂອງຄົນອາໄສ ແລະ ສັງຄົມອ້ອທຂ້າງໄປຈົນເຖິງການຮັກສາໂລກ

ຫຼຸດໂລກຮ້ອນກັນໄປເລີຍ ດ້ວຍງານອອກແບບຂອງເຮົາ ເຮົາຈຶ່ງຕ້ອງຝຶກໃຫ້ເປັນຄົນທີ່ມີຄວາມຮັບຜິດຊອບສູງຄວບຄູາກັນໄປ

ເພື່ອຜົນປະໂຫຍດຂອງລູກຄ້າແລະສັງຄົມ

6. ຊ່າງເວົ້າ ນອກຈາກການອອກແບບ ແຕ້ມແບບ ແລ້ວເຮົາຍັງຕ້ອງມີທັກສະໃນການເວົ້າຈາ ເພື່ອຈະໄດ້ຂາຍແບບ ຂາຍແນວຄິດ

ເປັນວິທີ1 ທີ່ຈະອະທິບາຍໃຫ້ລູກຄ້າເຂົ້າໃຈ ເປັນປັດໄຈ1ໃນການໂນ້ມນ້າວຈິດໃຈຄົນຟັງໃຫ້ຄ້ອຍຕາມໄປກັບໄອເດຍຂອງເຮົາ

7. ຊ່າງຄົ້ນຄວ້າ ໝາຍເຖິງນິໄສຊ່າງຄົ້ນຫາຂໍ້ມູນຕ່າງໆທີ່ເຮົາສົງໄສຈາກແຫຼ່ງຮຽນຮູ້ຕ່າງໆດັ່ງນັ້ນຜູ້ທີ່ສົນໃຈຮຽນສະຖາປະນິກຈະຕ້ອງມີຄວາມຕື່ນເຕັ້ນ

ແລະຕື່ນຕົວໃນການຮຽນຮູ້ຢູ່ສະເໝີເພາະວ່າອາຊີບນີ້ຈຳເປັນຕ້ອງມີການພັດທະນາຄວາມຮູ້ຂອງຕົນເອງໃຫ້ທັນກັບການປ່ຽນແປງ

ຂອງສະຖານະການໂລກແລະເທັກໂນໂລຢີຢູ່ຕະຫຼອດເວລາ

8. ຊ່າງສັງຄົມ ການມີໝູ່ເພື່ອນຫຼາຍໆມີຍາດຕິພີ່ນ້ອງເປັນກະຫຼຶບ ຫຼືເຂົ້າສັງຄົມຫາຄົນນັ້ນຄົນນີ້ ຫຼືພາຕົວເອງໄປຫາສັງຄົມໃໝ່ທ

ເພື່ອນໃໝ່ໆໂດຍສະເພາະຄົນນອກວົງການສະຖາປະນິກຈະເປັນເຄືອຂ່າຍທີ່ດີໃນການແນະນຳງານ

ຫຼືມີວຽກໃຫ້ເຮົາເຮັດໃນອະນາຄົດຢ່າງຫຼວງຫຼາຍ ແຕ່ຕ້ອງຝຶກໃຫ້ຕົນເອງມີມະນຸດສຳພັນດີຍິ້ມງ່າຍ ຫົວງ່າຍ ສຸພາບຮຽບຮ້ອຍ

ຊ່ອຍເຫຼືອຄົນອື່ນ ຈະເຮັດໃຫ້ມີຄົນຢາກຄົບນຳ ເປັນການສ້າງສະເໜ່ໃຫ້ຕົວເອງໄປໃນຕົວ

9. ຊ່າງແກ້( ປັນຫາ) ງານອອກແບບເປັນງານແກ້ໄຂປັນຫາຈາກໂຈດຊຶ່ງກໍ່ຄືຄວາມຕ້ອງການຂອງລູກຄ້າ ສະຖາປະນິກຈຶ່ງບໍ່ເຄີຍເບື່ອ

ໃນການອອກແບບບ້ານຫຼືອາຄານຕ່າງທ ເພື່ອແກ້ປັນຫາໃຫ້ລູກຄ້າເຖິງຈະເປັນອາຄານຢ່າງດຽວກັນກັບທີ່ເຄີຍເຮັດມາແລ້ວຫຼາຍເທື່ອກໍ່ຕາມ ເພາະວ່າທີ່ຈິງແລ້ວເມື່ອເລີ່ມຕົ້ນງານອອກແບບອັນໃໝ່ກໍ່ຈະເປັນການເລີ່ມຕົ້ນຂະບວນການແກ້ໄຂປັນຫາແບບໃໝ່ທທຸກຄັ້ງ

10. ຊ່າງ ອືດ.ໝາຍເຖິງຄຸນສົມບັດໃນການອົດທົນ ແລະ ທົນອົດ( ຍາມບໍ່ມີວຽກ)ເປັນເລື່ອງສຳຄັນຫຼາຍທີ່ສຸດ ຄວາມອົດນີ້

ຈະເປັນໄດ້ທັງສຸຂະພາບຮ່າງກາຍ ແລະ ຈິດໃຈ ເພາະນັກຮຽນແລະນັກສະຖາປະນິກຕ້ອງໄດ້ອົດຫຼັບນອນເວລາເຮັດວຽກສົ່ງ

ອາຈານແລະ ລູກຄ້າ ອົດຟັງຄຳວິພາກວິຈານ ແລະ ທ່ສຳຄັນແມ່ນທົນອືດແລະອາດຕ້ອງທົນອົດໃນເວລາງານຝືດເຄືອງໄດ້ເຊັ່ນກັນ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຕໍ່ຈາກສະບັບກ່ອນເດີ ເນື່ອງຈາກເປັນຄົນທີ່ມັກສຶກສາກ່ຽວກັບສະຖາປັດຕະຍະກຳລາວ ເປັນຕົ້ນແມ່ນວັດວາອາຮາມ ໂດຍສະເພາະໃນເມືອງຫຼວງພະບາງ ອາດີດນະຄອນຫຼວງເກົ່າຂອງອານາຈັກລາວລ້ານຊ້າງ ເມືອງເກົ່າແກ່ທາງພຸດທະສາສະໜາຂອງລາວ.

     ປະເທດລາວເປັນປະເທດໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ວັດທະນະທຳແລະຮີດຄອງປະເພນີອັນດີງາມມາແຕ່ສະໄໝບູຮານນະການໂດຍເລີ່ມຕັ້ງແຕ່ເຈົ້າຟ້າງຸ່ມເລີ່ມທ້ອນໂຮມແຜ່ນດິນລາວໃນປີຄສ 1353(ເວົ້າແລ້ວເວົ້າອີກ) ແລະ ເພີ່ນກໍ່ຍັງໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່ໃນອານາຈັກລາວລ້ານຊ້າງ ອັນມີສູນລວມຢູ່ນະຄອນຊຽງທອງ(ຫຼວງພະບາງ) ຊຶ່ງປະກອບດ້ວຍພະຄຳພີ ພະສົງ ຕົ້ນສີມະຫາໂພ ນັກປາດ ຊ່າງຫຼໍ່ພະພຸດທະຮູບ ຊ່າງສີມື ແລະ ທີ່ສຳຄັນ ແມ່ນພະບາງ ຊຶ່ງເປັນພະພຸດທະຮູບປາງຫ້າມຍາດອັນສັກສິດຄູ່ບ້ານຄູ່ເມືອງຂອງລາວເຮົາໃນປັດຈຸບັນ. ດ້ວຍເຫດນີຈຶ່ງເຮັດໃຫ້ມີການສ້າງວັດວາອາຮາມຂຶ້ນຫຼາຍແຫ່ງໃນດິນແດນລາວ ຈຸດປະສົງໂດຍລວມກໍ່ແມ່ນເພື່ອເປັນບ່ອນ ປະດິດສະຖານຂອງພະພຸດທະຮູບ ແລະ ເຜີຍແຜ່ພະທຳຄຳສອນຂອງທາງພຸດທະສາສະໜາ ຊຶ່ງຢາກໃຫ້ຄົນລາວເຮົາເລີກນັບຖືສາສະໜາຜີ ແລະ ການເຊື່ອຖືທີ່ງົມງວາຍ. ໃນບັນດາວັດຕ່າງໆທີ່ສ້າງຂຶ້ນໃນປະເທດລາວກໍ່ລ້ວນແຕ່ມີຄວາມແຕກຕ່າງກັນທາງດ້ານສະຖາປັດຕະຍະກຳອັນເນື່ອງມາຈາກຫຼາຍສາເຫດເຊັ່ນ ສະພາບທີ່ຕັ້ງ ຍຸກສະໄໝ ສີມືສະກຸນຊ່າວງ ແລະ ອິດທິພົນຈາກເຂດອື່ນໆ ເຮັດໃຫ້ວັດແຕ່ລະບ່ອນມີຄວາມແຕກຕ່າງກັນທາງດ້ານແຜນຜັງ ຮູບດ້ານ ຫຼັງຄາ ລວມໄປເຖິງສັດສ່ວນ ຂະໜາດ ແລະ ວິທີການກໍ່ສ້າງ ( ເວົ້າລວມກ່ອນເດີ ຍັງບໍ່ທັນໄປຮອດຫຼວງພະບາງເທື່ອ). ແຕ່ວ່າກ່ອນທີ່ຈິະໄປຮູ້ຈັກກັບວັດວາອາຮາມໃນຫຼວງພະບາງ ເຮົາມາຮູ້ຈັກຄວາມໝາຍຂອງຄຳວ່າວັດກັນກ່ອນເດີ.

     ວັດແມ່ນສະຖານທີ່ວັດຈິດໃຈຂອງຄົນທັງຫຼາຍ ແລະ ວັດຄວາມຮູ້ລະດັບວັດທະນະທຳຂອງຄົນເຮົາ ເປັນສະຖານທີ່ສະຫງົບ ທີ່ປວງຊົນລາວທັງຫຼາຍສັກກະລະບູຊາ ເປັນບ່ອນວັກແທກຈິດໃຈຂອງຄົນ ບໍ່ໃຫ້ມີແນວຄິດຕ່ຳຊ້າ ສ້າງຄົນໃຫ້ມີຈັນຍາບັນຂອງການມະນຸດອັນແທ້ຈິງ ແຕ່ບາງຄົນເກີດມາຈົນເຖົ້າແກ່ ບາງຄົນຈົນຕາຍໄປກໍ່ຍັງບໍ່ທັນໄດ້ຮູ້ຄວາມໝາຍຂອງຄຳວ່າວງັດເທື່ອ ແຕ່ບາງຄົນກໍ່ຍັງບໍ່ເຄີຍເຂົ້າວັດຈັກເທື່ອ ຈົນເຖິງຂັ້ນຈຸດຈົບຂອງຊີວິດຈຶ່ງໄດ້ເຂົ້າວັດ ແຕ່ມັນກໍ່ບໍ່ມີຄວາມໝາຍແລ້ວເພາະວ່າເຂົາຜູ້ນັ້ນບໍ່ຮູ້ຫຍັງແລ້ວ ເຂົ້າວັດກໍ່ຍ້ອນວ່າຍາດຕິພີ່ນ້ອງເອົາໄປເຂົ້າເຕົາເຜົາ( ຕາຍແລ້ວຈຶ່ງໄດ້ເຂົ້າ) ກົງກັນຂ້າມບາງຄົນກໍ່ເຂົ້າວັດມື້ໜຶ່ງຮອດ 10 ເທື່ອ ແຕ່ວ່າເຂົ້າໄປລ້າໆ ເພາະວ່າວັດເປັນທາງຜ່ານກໍ່ເລີຍຕ້ອງໄດ້ເຂົ້າວັດ..... ຖ້າຈະເວົ້າໄປແລ້ວເຮົາຄົນລາວຖືສາສະໜາພຸດ ຄວນຈະຮູ້ເລິກຊຶ້ງ ກ່ຽວກັບວັດຈຶ່ງສົມກັບວ່າເປັນພຸດທະບໍລິສັດຢ່າງແທ້ຈິງ ສະນັ້ນວັດຈຶ່ງມີບົດບາດຫຼາຍແນວມາແຕ່ສະໄໝບູຮານ ເປັນບ່ອນພົບປະຊຸມນຸມວຽກບ້ານການເມືອງ ເປັນໂຮງແຮມ ເປັນໂຮງຮຽນ ເປັນບ່ອນສຶກສາວັດທະນະສ້າງຄົນໃຫ້ມີຈິດໃຈໂອບເອື້ອອາລີ ເອື້ອເຟື້ອເຜື່ອແຜ່ ມີການເສຍສະຫຼະມີຊາດກໍ່ຕ້ອງມ ີສາສະໜາ.  ພຸດທະສາສະໜາສອນໃຫ້ເຮົາກະທຳແຕ່ຄວາມດີ ເຊື່ອໃນສິ່ງທີ່ເຊື່ອ ບໍ່ງົມງວາຍ ບໍ່ເຊື່ອຕຳລາເກີນໄປ ບໍ່ມີໃຜຊິຊ່ວຍເຮົາໄດ້ນອກຈາກຕົວເອງ ໝາຍຄວາມວ່າ ຄຳສອນຂອງພະພຸດທະເຈົ້າທີ່ວ່າ ອັດຕາຫິອັຖຕະໂນນາໂຖ. ຕົນເປັນທີ່ເພິ່ງຂອງຕົນແມ່ນດີທີ່ສຸດ.  ເພາະສະນັ້ນຈຶ່ງເວົ້າໄດ້ວ່າວັດແມ່ນມີຄວາມໝາຍຫຼາຍຢ່າງທີ່ກ່ຽວພັນກັບຊາດ ມາຕະຫຼອດຈົນບໍ່ສາມາດແຍກອອກຈາກກັນໄດ້ປຽບເໝືອນນ້ຳກັບປາ ຄົນເຮົາດຳລົງຊີວິດຢູ່ຮ່ວມກັນໃນໂລກໃບນີ້ຖ້າຫາກໝົດທຸກຄົນຫາກຂາດທຳມະແລ້ວບໍ່ມີຄຸນນະທຳປະຈຳໃຈແລ້ວ ໂລກຈະຕ້ອງວຸ້ນວາຍແນ່ນອນ.

    ວັດເປັນແຫຼ່ງທ່ອງທ່ຽວທີ່ຫາຊົມໄດ້ງ່າຍ ແລະ ໜ້າສົນໃຈເປັນຢ່າງຍິ່ງສຳລັບຜູ້ຕ້ອງການຮຽນຮູ້ສຶກສາເຖິງຊີວິດວັດທະນະທຳ ແລະ ພຸດທະສາສະໜາອັນແທ້ຈິງຂອງລາວ ຜູ້ຄົນໂດຍທົ່ວໄປເຂົ້າໃຈກັນແບບຜິວເຜີນວ່າວັດເປັນບ່ອນສ້າງບຸນກຸສົນຮັບສິນຮັບພອນໃຫ້ທານແກ່ພະສົງອົງຄະເຈົ້າເທົ່ານັ້ນ ແຕ່ທີ່ແທ້ຈິງແລ້ວວັດຄືສະຖານທີ່ມີບົດບາດອັນຍກວ້າງຂວາງທັງເປັນບ່ອນສັກສິດ ນັບຖືສັກກະລະບູຊາທີ່ສຳຄັນທີ່ສຸດຕໍ່ຊີວິດ ແລະ ວັດທະນະທຳຂອງຊຸມຊົນສັງຄົມຂອງປວງຊົນລາວທັງຊາດ.

      ວັດຈະມີຢູ່2 ລັກສະນະຄື ວັດປ່າ ແລະ ວັດບ້ານ ອັນແຕກຕ່າງກັນຂອງທັງ2ວັດນີ້ກໍ່ຈະເຫັນຢູ່ທີ່ຕັ້ງເທົ່ານັ້ນຄື ວັດທີ່ຕັ້ງຢູ່ຫ່າງໄກຈາກບ້ານແດ່ກໍ່ຈະເອີ້ນວ່າວັດປ່າ ສ່ວນວັດທີ່ຕັ້ງຢູ່ໃນບ້ານກໍ່ເອີ້ນວ່າ ວັດບ້ານ ສ່ວນເນື້ອຄວາມໝາຍແລະອົງປະກອບຂອງວັດໂດຍທົ່ວໄປແລ້ວກໍ່ຄືເປັນບ່ອນອາໄສຂອງພະສົງອົງຄະເຈົ້າຜູ້ບວດຮຽນຂຽນອ່ານ ແລະ ປະຕິບັດຕາມຫຼັກຄຳສອນຂອງພະພຸດທະເຈົ້າ ນອກຈາກນັ້ນວັດຍັງໃຫ້ຄຸນຄ່າດ້ານວັດທະນະທຳທາງຈິດໃຈອີກດ້ວຍ ກໍ່ຄືທີ່ເພິ່ງທາງໃຈໃຫ້ແກ່ຄົນທົ່ວໄປອັນໄດ່ແກ່ການເຮັດບຸນສິນກິນທານຕາມຮີດ12ຄອງ14ຂອງລາວເຮົາ ແລະ ການເຂົ້າຟັງທຳຈຳສິນພາວະນາຂອງອອກຕົນຍາດໂຍມທົ່ວໄປຜູ້ມີຈິດໃຈເຫຼື້ອມໄສສັດທາໃນພຸດທະສາສະໜາເຫຼົ່ານີ້ເປັນຕົ້ນ.......................ແລະແລ້ວກໍ່ມາຮອດຫຼວງພະບາງ ຢ່າຟ້າວລຳຄານອ່ານເດີພີ່ນ້ອງ..

    ພຸດທະສາສະໜານັບວ່າເປັນສູນກາງຈິດໃຈຂອງຊາວຫຼວງພະບາງ ເຖິງວິຖີຊີວິດຈະປ່ຽນໄປ(ຄືທີ່ເວົ້າມາໃນສະບັບກ່ອນ) ຊຶ່ງຈາກການສຶກສາແມ່ນເຫັນວ່າ ການວາງທິດທາງຂອງວັດໂດຍທົ່ວໄປຈະນິຍົມສ້າງໃນລັກສະນະແນວແກນຕາເວັນອອກ-ຕາເວັນຕົກ ກໍ່ຄືຕົວອາຄານຈະຍາວຕາມທາງຕາເວັນອອກຫາຕາເວັນຕົກ ຫັນດ້ານໜ້າ ແລະ ພະພຸດທະຮູບປະທານໄປທາງດ້ານທິດຕາເວັນອອກຊຶ່ງເປັນທິດມຸງຄົນແຫ່ງການຕັດສະຮູຂອງອົງສຳມາສະພຸດທະເຈົ້າ ແຕ່ວ່າທີ່ເມືອງຫຼວງພະບາງມີລັກສະນະພິເສດແຕກຕ່າງໄປໜ້ອຍໜຶ່ງຄື ວັດທີ່ຫຼວງພະບາງຈະມີການວາງແຜນຜັງທີ່ບິດບ້ຽວໜ້ອຍໜຶ່ງຄື ຢູ່ໃນແກນຕາເວັນອອກສຽງເໜືອຫາຕາເວັນຕົກສຽງໃຕ້ ເຂົ້າໃຈວ່າຄົງຈະວາງຜັງໂດຍຍຶດແນວແມ່ນ້ຳ ແລະ ທິດທາງປະສົມກັນ ເນື່ອງຈາກຫຼວງພະບາງມີແຜນຜັງຂອງເມືອງໃນແນວຍາວດັ່ງນັ້ນຕົວອາຄານວັດຈຶ່ງມັກສ້າງຂະໜານກັບແນວຍາວຂອງແມ່ນ້ຳເຊັ່ນ ວັດປາກຄານ ວັດລ່ອງຄູນ.... ໂດຍວັດທີ່ຢູ່ແຄມນ້ຳກໍ່ຈະມີຂັ້ນໄດແກ່ຍາວລົງຮອດທ່ານ້ຳເພື່ອໃຊ້ເປັຮນທາງຂຶ້ນລົງ ຊຶ່ງສາມາດເຫັນໄດ້ໃນຍາມແລ້ງ ສ່ວນຍາມຝົນນ້ຳຫຼາຍຂັ້ນໄດເຫຼົ່ານີ້ກໍ່ຈະຈົມຢູ່ໄຕ້ນ້ຳ

    ການສ້າງວັດໃນຫຼວງພະບາງມີແບ່ງເຂດອອກເປັນ 2 ສ່ວນຄື ເຂດພຸດທະວາດ ແລະ ເຂດສັງຂະວາດເຊັ່ນດຽວກັບວັດພຸດທົ່ວໄປ .ເຂດພຸດທະວາດເປັນເຂດສຳຄັນທີ່ກ່ຽວຂ້ອງກັບພະພຸດທະເຈຂົ້າ ແລະ ເປັນເຂດທີ່ຜູ້ຄົນເຂົ້າມາປະກອບເຮັດບຸນຈຶ່ງປະກອບໄປດ້ວຍອາຄານທີ່ໃຊ້ເປັນສະຖານທີ່ເຮັດບຸນໂດຍມີພະພຸດທະເຈົ້າເປັນປະທານຊຶ່ງໃນທີ່ນີ້ກໍ່ຄືອາຮາມຫຼືສິມ ແລະ ພະທາດເຈດີ ທີ່ປະດິດສະຖານກະດູກຂອງກະສັດຫຼືເຈົ້ານາຍຜູ້ໃຫຍ່.  ສ່ວນເຂດສັງຂະວາດ ເປັນເຂດທີ່ສຳຄັົນຮອງລົງມາຈະເປັນພື້ນທີ່ກ່ຽວຂ້ອງກັບພະສົງສຳມະເນນຊຶ່ງປະກອບໄປດ້ວຍກຸຕິ ຫໍກອງ ຫໍສັນ ເປັນຕົ້ນ.    ເມື່ອຊາວບ້ານມາເຮັດບຸນຢູ່ວັດກໍ່ຍ່ອມມາຍັງສະຖານທີ່ສັກສິດສິ່ງທີ່ເຫັນກໍ່ຈະເປັນການປົດເກີບຕັ້ງແຕ່ປາກປະຕູໜ້າວັດອັນສະແດງເຖິງຄວາມນອບນ້ອມນອກຈາກຂະໜົບທຳນຽມນີ້ແລ້ວ ອົງປະກອບຂອງສາສະນະສະຖານຂອງຫຼວງພະບາງຍັງມີຄວາມໜ້າສົນໃຈຢູ່ຢ່າງຫຼວງຫຼາຍ( ໂອ້ຍເມືອ່ຍມືເດ)....ອັນໄດ້ແກ່ ປະຕູໂຂງ ອາຮາມຫຼືສິມ ພະທາດເຈດີ ຫໍໄຫວ້ຕ່າງທ ຫໍບູຊາ ຫໍກອງ ຫໍໄຕປິດົກ ກຸຕິ ຫໍແຈກ ຫໍວິປັດສະນາ ໂຮງເດີນຈົງກົມ ໂຮງມ້ຽນໂກດຫຼືລາສລົດ ໂຮງເຮືອແລະ ຕົ້ນໂພ...ຊຶ່ງລ້ວນແລ້ວແຕ່ມີຫຼາກຫຼາຍແຕ່ລະຢ່າງລ້ວນແຕ່ມີໜ້າທີ່ການໃຊ້ສອຍທີ່ແຕກຕ່າງກັນໄປ ມີທັງສ້າງເພື່ອໃຊ້ເປັນສັນຍະລັກ ແລະ ໃຊ້ສອຍແທ້ ເພາະອົງປະກອບເຫຼົ່ານີ້ມີຄວາມສຳພັນກັນລະຫວ່າງວັດກັບຊຸມຊົນໂດຍຮອບທີ່ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງວິຖີຊີວິດຄວາມຄິດ ແລະ ຄວາມເຊື່ອອັນເປັນທີ່ມາຂອງວັດທະນະທຳໃນເມືອງຫຼວງພະບາງ

   ສຳລັບສິ່ງທີ່ເປັນໜ້າດຶງດູດໃຈໃຫ້ແກ່ວັດແຕ່ລະແຫ່ງໃນເມືອງຫຼວງພະບາງສ່ວນຫຼາຍຈະເປັນຮູບແບບທາງສະຖາປັດຕະຍະກຳຂອງອາຄານທີ່ເອີ້ນວ່າສິມຫຼືອາຮາມຊຶ່ງຈາກການສຶກສາແລະປຽບທຽບເຫັນໄດ້ວ່າເມືອງຫຼວງພະບາງມີສິມຢູ່ 5 ຮູບແບບຫຼືຮູບຊົງຄື

ຮູບຊົງຫຼວງພະບາງ.ຮູບຊົງຊຽງຂວາງ.ຮູບຊົງໄທລື້. ຮູບຊົງວຽງຈັນ ແລະ ຮູບຊົງແບບປະສົມ. ສ່ວນລາຍລະອໜຽດແລະ ຄວາມໝາຍ ຂອງແຕ່ລະແບບນັ້ນມີຄວາມເປັນມາຢ່າງໃດ ຂໍຕໍ່ໃນສະບັບນ໊າເດີ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຈາກການທີ່ຂ້ອຍເປັນຄົນລາວຄົນໜຶ່ງທີ່ເຕີບໃຫຍ່ມາຈາກວຽງຈັນ ຈົນໄດ້ເຂົ້າເຮັດວຽກແລະໃຊ້ຊີວິດຢູ່ເມືອງຫຼວງພະບາງແຫ່ງນີ້ ມັນເຮັດໃຫ້ຂ້ອຍຮັກ ແລະ ຢາກສຶກສາຄວາມຮູ້ໃນເມືອງແຫ່ງນີ້ຫຼາຍຂຶ້ນ.

ຫຼວງພະບາງອາດີດນະຄອນຫຼວງແຫ່ງອານາຈັກລາວລ້ານຊ້າງ ຄວາມສະຫງົບຂອງເມືອງນີ້ສ້າງຄວາມປະທັບໃຈແກ່ຜູ້ມາຢ້ຽມຢາມ ບໍ່ວ່າຈະເປັນວິຖີຊີວິດທີ່ຮຽບງ່າຍຂອງຜູ້ຄົນທີ່ປະສົມປະສານກັນຢ່າງລົງຕົວກັບສະຖາປັດຕະຍະກຳທີ່ມີເອກະລັກຕາມວັດວາອາຮາມ ແຕ່ກໍ່ບໍ່ໄດ້ເຮັດໃຫ້ເກີດຄວາມຮູ້ສຶກແຕກແຍກສຳລັບຜູ້ມາເຍືອນ ໂດຍເມືອງແຫ່ງນີ້ມີປະຫວັດສາດຄວາມເປັນມາທີ່ໜ້າສົນໃຈຢ່າງຫຼວງຫຼາຍ ທີ່ລ້ວນແລ້ວແຕ່ພົວພັນເຖິງປະຫວັດສາດຂອງຊາດລາວເຮົາ.

         ຕຳແໜ່ງຂອງເມືອງຫຼວງພະບາງນັ້ນຕັ້ງຢູ່ທາງພາກເໜືອຂອງລາວ ຫ່າງຈາກກຳແພງນະຄອນປະມານ 400 ກິໂລແມັດເປັນແຂວງໜຶ່ງໃນຈຳນວນ 8 ແຂວງທາງພາກເໜືອ ອັນມີເມືອງຫຼວງພະບາງເປັນເມືອງເອກ ໃນນີ້ເມືອງຫຼວງພະບາງ ແມ່ນຕັ້ງຢູ່ລະຫວ່າງນ້ຳຂອງແລະນ້ຳຄານໄຫຼມາພົບພໍ້ກັນມັນໄດ້ຂີດແຕ້ມເກືອບເປັນດອນໆໜຶ່ງຊຶ່ງມີລວງກວ້າງປະມານ 250 ແມັດ ແລະຍາວປະມານ 1 ກິໂລແມັດ ຊຶ່ງມັນຖືກຄອບງຳດ້ວຍພູສີ ພູສັກສິດຄູ່ບ້ານເມືອງ ແລະ ຢູ່ເທິງຈອມພູ ນັ້ນມີ ພະທາດໜ່ວນໜຶ່ງຕັ້ງຢູ່ ເອີ້ນວ່າ ພະທາດຈອມສີ. ແຕ່ເດີມມາເມືອງຫຼວງພະບາງມີຊື່ເອີ້ນຫຼາຍຊື່ ເຊັ່ນ ນະຄອນຊຽງດົງຊຽງທອງ ນະຄອນສີສັດຕະນາຄະນະຫຸດລ້ານຊ້າງ ເມືອງຊວາມາລາປະເທດ ເມືອງຊວາຊິ່ງ ແລະ ທີ່ຮູ້ຈັກກັນດີແມ່ນ ນະຄອນສີສັດຕະນາຄະນະຫຸດລ້ານຊ້າງຮົ່ວຂວາຫຼວງພະບາງ.

     ເມືອງຫຼວງພະບາງມີຄວາມເປັນມາຢ່າງຕໍ່ເນື່ອງຍາວນານເນື່ອງຈາກເປັນສູນກາງຂອງອານາຈັກທີ່ຮຸ່ງເຮືອງດ້ວຍການຄ້າ ແລະ ໂດດເດັ່ນດ້ານສິລະປະວັດທະນະທຳຈຶ່ງເຮັດໃຫ້ເປັນທີ່ໝາຍປອງຂອງອານາຈັກອ້ອມຂ້າງສະເໝີມາ ເລື່ອງເລົ່າທຳອິດ ນັ້ນລ້ວນແຕ່ເປັນເລື່ອງຈາກຕຳນານ ແລະ ນິທານພຶ້ນບ້ານທີ່ແຝງໄປດ້ວຍເລື່ອງຂອງອຳນາດເວດມົນຄາຖາຕ່າງໆຫຼືເວົ້າວ່າລັກສະນະນິຍາຍ ເຊັ່ນ ເລື່ອງພູທ້າວພູນາງ ທ້າວຈັນທະະພານິດ ພະຍານາກ15ຕະກຸນ ພະລືສີ3ອ້າຍນ້ອງ ຂຸນບູລົມລາຊາທິລາດ            ແລະ ປູ່ເຍີຍ່າເຍີ. ແຕ່ຄວາມຊັດເຈນເລື່ອງປະຫວັດສາດຂອງລ້ານນັ້ນເລີ່ມປະກົດໃນສະໄໝຂອງພະເຈົ້າຟ້າງຸ່ມມະຫາລາດ ທີ່ເປັນຜູ້ທ້ອນໂຮມອານາຈັກລາວ ລ້ານຊ້າງໃຫ້ເປັນປຶກແຜ່ນໂດຍຕັ້ງຊຽງທອງ ເປັນນະຄອນຫຼວງ ຊຶ່ງຖືວ່າເປັນສະໄໝລ້ານຊ້າງຢ່າງແທ້ຈິງ.ຫຼວງພະບາງເປັນເມືອງພຸດສາສະໜາທີ່ສຳຄັນເມືອງໜຶ່ງ ເນື່ອງຈາກທີ່ເຄີຍເປັນເມືອງຫຼວງເກົ່ານັ້ນເຮັດໃຫ້ກໍ່ໃຫ້ເກີດຄວາມງາມຂອງວິຖີຊີວິດ ແລະ ປະເພນີທີ່ດຶງດູດນັກທ່ອງທ່ຽວຈາກທຸກສາລະທິດເຂົ້າມາທ່ຽວຊົມຢູ່ສະເໝີ  ພຸດທະສາດສະໜານັ້ນເປັນສູນກາງ ທາງດ້ານຈິດໃຈຂອງຊາວຫຼວງພະບາງເຖິງຊີວິດໃນປັດຈຸບັນນັ້ນຈແຕກຕ່າງໄປຈາກອາດີດແລ້ວ ຫາກແຕ່ຜູ້ຄົນກໍ່ຍັງຄົງຍຶດໝັ້ນໃນສາສະໜາຢ່າງເຄັ່ງຄັດເຊັ່ນ ການໃສ່ບາດເຂົ້າໜຽວຍາມເຊົ້າ ພໍຕອນສວາຍມາກໍ່ຈະຫ້າງຫາກະກຽມອາຫານໄປຖວາຍເພນ ແລະ ໃນວັນສຳຄັນກໍ່ຈະມີຜູ້ຄົນເຂົ້າມາທຳບຸນກັນຢ່າງໜາແໜ້ນ ລວມທັງການສົ່ງລູກຫຼານເຂົ້າບວດຮຽນເປັນສຳມະເນນຫຼືອ້າຍຈົວ ເພື່ອສຶກສາຮ່ຳຮຽນໃນເກືອບທຸກວັດ ສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມຜູກພັນລະຫວ່າງວັດແລະຊາວບ້ານໃນເມືອງຫຼວງພະບາງໄດ້ເປັນຢ່າງດີ ດັ່ງນັ້ນວັດໃນຫຼວງພະບາງຈຶ່ງຍັງດຳລົງບົດບາດເປັນສູນລວມຈິດໃຈແລະສະຖານທີ່ສຶກສາຂອງຊຸມຊົນ ແລະ ຂອງບ້ານດັ່ງນັ້ນຊື່ຂອງບ້ານແລະຊື່ຂອງວັດມັກຈະມີຊື່ອັນດຽວກັນ ໃນອາດີດຫຼວງພະບາງມີວັດເຖິງ65ແຫ່ງແຕ່ປັດຈຸບັນເຫຼືອພຽງ29ແຫ່ງ ໃນນັ້ນມີພຽງ 3ແຫ່ງທີ່ຍັງຮັກສາໂຄງສ້າງ ແລະ ການປະດັບປະດາຕົກແຕ່ງແບບດັ້ງເດີມເອົາໄວ້ໄດ້ຄື ວັດຊຽງທອງ ວັດຄີລີ ແລະ ວັດປາກຄານ ທັງນີ້ກໍ່ແມ່ນມາຈາກຫຼາຍສາເຫດເຊັ່ນ ສະພາບອາກາດແບບຮ້ອນຊຸ່ມ ແລະ ພາຍຸຝົນຈຶ່ງເຮັດໃຫ້ວັດສະດຸທີ່ນຳມາສ້າງເສື່ອມໂຊມໄດ້ງ່າຍ ລວມໄປເຖິງການເກີດອັກຄີໄພເຜົາເມືອງຫຼາຍຄັ້ງທີ່ຮ້າຍແຮງຄືການທຳລາຍຈາກໄພສົງຄາມ ແຕ່ເຖິງຢ່າງນັ້ນຫຼວງພະບາງກໍ່ຍັງເອົາໃຈໃສ່ພະຍາຍາມຟື້ນຟູ ແລະ ຮັກສາຄວາມງາມຂອງວັດລວມເຖິງຂະໜົບທຳນຽມປະເພນີ ທີ່ມີມາແຕ່ອາດີດໄວ້ໃຫ້ລູກຫຼານຂອງຕົນ ໄດ້ສືບທອດຕໍ່ໄປ ເມື່ອໄດ້ເຂົ້າໄປຢ້ຽມຊົມໃນວັດເຊື່ອໄດ້ວ່າຫຼາຍຄົນຄົງຈະສາມາດຈິນຕະນາການຍ້ອນເຖິງອາດີດຂອງຄວາມຈະເລີນຮຸ່ງເຮືອງໄດ້ຢ່າງງ່າຍດາຍ

(  ດ່ຽວມາຂຽນຕໍ່) ສະບັບໜ້າ